ຕົວຢ່າງຂອງຄອບຄົວທີ່ປະສົບຄວາມສຳເລັດ—ຕອນທີ 1
ດັ່ງທີ່ຈຸນລະສານນີ້ອະທິບາຍ ຄອບຄົວທີ່ປະສົບຄວາມສຳເລັດບໍ່ແມ່ນວ່າຈະປາສະຈາກບັນຫາ. ນີ້ບໍ່ແມ່ນເລື່ອງແປກ ເພາະເຮົາມີຊີວິດຢູ່ໃນສະໄໝທີ່ຄຳພີໄບເບິນພັນລະນາວ່າເປັນ “ຍຸກສຸດທ້າຍຈະເກີດຄວາມລຳບາກຢ່າງຮ້າຍແຮງ.” (2 ຕີໂມເຕ 3:1, ທ.ປ.) ບັນຫາບໍ່ແນວໃດກໍແນວໜຶ່ງອາດເກີດຂຶ້ນໄດ້ກັບທຸກຄອບຄົວ.
ແຕ່ຂໍໃຫ້ຈື່ໄວ້ວ່າຄວາມສຳເລັດຂອງຄອບຄົວບໍ່ໄດ້ຂຶ້ນຢູ່ກັບການມີສະພາບແວດລ້ອມດີສຸດແບບທີ່ຫຼາຍຄົນຄຶດ. ກົງກັນຂ້າມ ພະເຍຊູກ່າວວ່າ: “ຄວາມສຸກເປັນຂອງຜູ້ທີ່ຮູ້ຈັກວ່າຕົນຕ້ອງການພະເຈົ້າ.” (ມັດທາຍ 5:3, ທ.ປ.) ເຖິງວ່າສະພາບແວດລ້ອມບໍ່ໄດ້ອຳນວຍຄວາມສະດວກໃຫ້ ແຕ່ຄອບຄົວເຊິ່ງເຫັນຄວາມຈຳເປັນທີ່ຕ້ອງໝາຍເພິ່ງພະເຈົ້າດ້ວຍການເຮັດຕາມຫຼັກການຕ່າງໆໃນຄຳພີໄບເບິນໄດ້ພົບເຄັດລັບສູ່ຄວາມສຳເລັດ. ຂໍໃຫ້ພິຈາລະນາບາງຕົວຢ່າງ.
ເບິ່ງແຍງດູແລລູກທີ່ພິການ. ຄຳພີໄບເບິນຖືວ່າການເບິ່ງແຍງດູແລສະມາຊິກຄອບຄົວເປັນສິ່ງສຳຄັນຫຼາຍ ລວມເຖິງຄົນທີ່ຕ້ອງການຄວາມເອົາໃຈໃສ່ເປັນພິເສດ. ຄຳພີໄບເບິນກ່າວວ່າ: “ຖ້າຜູ້ໜຶ່ງຜູ້ໃດບໍ່ບົວລະບັດລ້ຽງຍາຕິພີ່ນ້ອງແຫ່ງຕົນແລະຄອບຄົວແຫ່ງຕົນເປັນຕົ້ນ ຜູ້ນັ້ນໄດ້ປະຕິເສດຄວາມເຊື່ອແລ້ວ ແລະເປັນອັນຊົ່ວກວ່າຄົນທີ່ບໍ່ເຊື່ອ.”—1 ຕີໂມເຕ 5:8
ໃນໜ້າທີ 15 ທ້າວ ວິກເຕີ ຈາກປະເທດອາຝຼິກກາໃຕ້ໄດ້ເລົ່າປະສົບການຂອງຕົວເອງແລະເມຍເຊິ່ງໄດ້ເອົາໃຈໃສ່ເບິ່ງແຍງດູແລລູກທີ່ພິການເປັນເວລາດົນກວ່າສີ່ສິບປີແລ້ວ.
ໄດ້ຮັບການລ້ຽງດູໃນຖານະລູກລ້ຽງ. ຫຼັກການໃນຄຳພີໄບເບິນສາມາດຊ່ວຍຄົນເຮົາເບິ່ງເຫັນຄຸນຄ່າຂອງຕົວເອງໄດ້ຢ່າງເໝາະສົມ ເຖິງວ່າຖືກພໍ່ແມ່ຄີງໆປະຖິ້ມກໍຕາມ. ທີ່ຈິງແລ້ວ ຄຳພີໄບເບິນກ່າວວ່າ ພະເຢໂຫວາພະເຈົ້າເປັນ “ຜູ້ຊ່ອຍ” ລູກກຳພ້າ.—ຄຳເພງ 10:14
ໃນໜ້າທີ 16 ນາງ ເຄນຍັນຕາ ຈາກປະເທດສະຫະລັດອາເມຣິກາເລົ່າເຖິງວິທີທີ່ລາວຮັບມືກັບຜົນກະທົບທາງອາລົມເນື່ອງຈາກບໍ່ເຄີຍເຫັນພໍ່ແມ່ຄີງໆ.
ຮັບມືກັບການຕາຍຂອງພໍ່. ການສູນເສຍພໍ່ຫຼືແມ່ອາດເປັນບາດແຜທາງໃຈທີ່ປິ່ນປົວໄດ້ຍາກ ແຕ່ຄຳພີໄບເບິນຊ່ວຍໄດ້. ພະເຢໂຫວາຜູ້ປະພັນຄຳພີໄບເບິນເປັນ “ພະເຈົ້າແຫ່ງຄວາມເລົ້າໂລມ.”—2 ໂກລິນໂທ 1:3
ໃນໜ້າທີ 17 ນາງ ແອງເຈລາ ຈາກປະເທດອົດສະຕຣາລີເລົ່າວ່າສາຍສຳພັນທີ່ລາວມີກັບພະເຢໂຫວາຊ່ວຍລາວໃຫ້ຮັບມືກັບການສູນເສຍນີ້ທີ່ເຈັບປວດ.
ທຸກຄອບຄົວຕ້ອງໄດ້ຮັບມືກັບບັນຫາບາງຢ່າງ. ດັ່ງທີ່ປະສົບການໃນໜ້າຕໍ່ໄປຈະເປັນຕົວຢ່າງ ຜູ້ທີ່ໃຊ້ຫຼັກການໃນຄຳພີໄບເບິນໄດ້ພົບເຄັດລັບສຳຄັນເຊິ່ງຊ່ວຍເຂົາເຈົ້າໃຫ້ແກ້ບັນຫາໄດ້ສຳເລັດ.
[ຮູບພາບໜ້າ 15]
ເບິ່ງແຍງດູແລລູກທີ່ພິການ
ເລົ່າໂດຍທ້າວ ວິກເຕີ ເມນ ຈາກປະເທດອາຝຼິກກາໃຕ້
“ຕັ້ງແຕ່ເກີດ ແອນດຣູຕ້ອງອາໄສພໍ່ແມ່ໃນການນຸ່ງເຄື່ອງ ອາບນ້ຳ ແລະຫຼາຍຄັ້ງເຖິງຂັ້ນຕ້ອງປ້ອນເຂົ້າລາວ. ຕອນນີ້ລາວອາຍຸ 44 ປີແລ້ວ.”
ເຮົາຄຶດວ່າຕ້ອງມີບາງຢ່າງຜິດປົກກະຕິເມື່ອແອນດຣູບໍ່ຍ່າງຫຼັງຈາກອາຍຸໄດ້ປີໜຶ່ງ. ນອກຈາກນັ້ນ ລາວມີອາການຊັກ. ເຮົາຟ້າວພາແອນດຣູໄປໂຮງໝໍ ແລະກໍໄດ້ຮູ້ວ່າລາວເປັນພະຍາດຊັກບ້າໝູ. ແຕ່ຍັງບໍ່ໝົດເທົ່ານັ້ນ. ການກວດຄັ້ງຕໍ່ໆມາຢັ້ງຢືນວ່າສະໝອງຂອງລາວໄດ້ຮັບຄວາມເສຍຫາຍ.
ຫຼັງຈາກທີ່ໄດ້ລອງຜິດລອງຖືກ ເຮົາກໍສາມາດຄວບຄຸມອາການຊັກໄວ້ໄດ້. ໃນໄລຍະໜຶ່ງ ລາວຕ້ອງກິນຢາສີ່ຊະນິດມື້ລະສາມຄັ້ງ. ແນ່ນອນວ່າຢາບໍ່ສາມາດປິ່ນປົວຄວາມພິການທາງດ້ານມັນສະໝອງໄດ້. ຈົນຮອດດຽວນີ້ ທັງໆທີ່ອາຍຸໄດ້ 44 ປີແລ້ວ ແຕ່ຄວາມສາມາດທາງດ້ານສະຕິປັນຍາຂອງລາວທຽບເທົ່າກັບເດັກນ້ອຍອາຍຸຫ້າຫຼືຫົກປີເທົ່ານັ້ນ.
ທ່ານໝໍແນະນຳເຮົາໃຫ້ຝາກແອນດຣູໄວ້ຢູ່ໂຮງລ້ຽງເດັກ ແຕ່ເຮົາຕັດສິນໃຈບໍ່ເຮັດແນວນັ້ນ. ເຮົາຢູ່ໃນສະພາບການທີ່ຈະເບິ່ງແຍງລູກໄດ້ ດັ່ງນັ້ນຈຶ່ງໃຫ້ລາວຢູ່ເຮືອນກັບເຮົາເຖິງວ່າຈະມີອຸປະສັກທີ່ບໍ່ອາດຫຼີກລ່ຽງໄດ້.
ຍ້ອນແນວນັ້ນ ເຮົາຈຶ່ງໃຫ້ທຸກຄົນໃນຄອບຄົວມີສ່ວນໃນການເບິ່ງແຍງລາວ. ເຮົາມີລູກສາວສອງຄົນແລະລູກຊາຍອີກຜູ້ໜຶ່ງຢູ່ເຮືອນນຳ ເຊິ່ງເຂົາເຈົ້າຊ່ວຍເຫຼືອໄດ້ຫຼາຍ ແລະຂ້ອຍກໍຂອບໃຈລູກແທ້ໆ! ເນື່ອງຈາກເປັນພະຍານພະເຢໂຫວາ ເຮົາຈຶ່ງໄດ້ຮັບການຊ່ວຍເຫຼືອເປັນຢ່າງດີຈາກໝູ່ເພື່ອນໃນປະຊາຄົມ. ບາງຄັ້ງ ເຂົາເຈົ້າລ້ຽງເຂົ້າເຮົາຫຼືເຖິງຂັ້ນວ່າໄດ້ເບິ່ງແຍງແອນດຣູເມື່ອເຮົາອອກໄປປະກາດຫຼືໄປເຮັດວຽກອື່ນ.
ເຮົາຄຶດເຖິງສະເໝີໃນຄຳສັນຍາຂອງພະເຢໂຫວາຢູ່ເອຊາອີ 33:24 ທີ່ວ່າໃນວັນຂ້າງໜ້າ “ຊາວຊົນຈະບໍ່ກ່າວວ່າ ‘ຂ້ອຍບໍ່ສຳບາຍ.’” ພວກເຮົາເຊື່ອແທ້ໆວ່າພະເຢໂຫວາຈະເຮັດໃຫ້ໃຈປະສົງຂອງພະອົງສຳເລັດຜົນໂດຍໃຫ້ມີແຜ່ນດິນໂລກໃໝ່ແລະກຳຈັດຄວາມເຈັບປ່ວຍທຸກຢ່າງ. (2 ເປໂຕ 3:13) ດັ່ງນັ້ນ ເຮົາຄອຍຖ້າຈະເຫັນມື້ທີ່ແອນດຣູເປັນປົກກະຕິ. ຈົນກວ່າຈະຮອດມື້ນັ້ນ ເຮົາເຊື່ອໃນຄຳກ່າວຂອງພະເຍຊູທີ່ວ່າ ຖ້າເຮົາຈັດໃຫ້ຜົນປະໂຫຍດເລື່ອງລາຊະອານາຈັກຂອງພະເຢໂຫວາມາເປັນອັນດັບທຳອິດໃນຊີວິດ ເຮົາຈະໄດ້ຮັບສິ່ງຕ່າງໆຕາມຄວາມຈຳເປັນ. (ມັດທາຍ 6:33) ເຮົາປະສົບເລື່ອງນີ້ດ້ວຍຕົວເອງສະເໝີ. ເຮົາບໍ່ເຄີຍຂັດສົນສິ່ງໜຶ່ງສິ່ງໃດ.
ບໍ່ແມ່ນທຸກຄອບຄົວຈະສາມາດເບິ່ງແຍງຄົນເຈັບປ່ວຍຢູ່ເຮືອນໄດ້ ແຕ່ສຳລັບຜູ້ທີ່ເຮັດໄດ້ ສິ່ງທຳອິດແມ່ນຢາກແນະນຳໃຫ້ອະທິດຖານຢ່າງຈິງຈັງເປັນປະຈຳ. (1 ເປໂຕ 5:6, 7) ສິ່ງທີສອງ ໃຫ້ເອົາໃຈໃສ່ລູກຫຼາຍໆດ້ວຍຄວາມຮັກ ແລະຢ່າຄຶດວ່າລູກບໍ່ສາມາດຮຽນຮູ້ທີ່ຈະຮັກພະເຢໂຫວາໄດ້. (ເອເຟດ 6:4) ສິ່ງທີສາມ ໃຫ້ທຸກຄົນໃນຄອບຄົວມີສ່ວນຊ່ວຍເຫຼືອ. ສິ່ງທີສີ່ ຂໍໃຫ້ຈື່ໄວ້ວ່າເຮືອນຂອງເຮົາເປັນບ່ອນທີ່ລູກຈະໄດ້ຮັບຄວາມຮັກຫຼາຍທີ່ສຸດ. ແມ່ນຢູ່ ສະພາບການຂອງແຕ່ລະຄອບຄົວອາດແຕກຕ່າງກັນ. ເຮົາບໍ່ເຄີຍເສຍໃຈທີ່ໄດ້ເບິ່ງແຍງແອນດຣູຢູ່ເຮືອນ. ສຳລັບຂ້ອຍ ລາວເປັນລູກທີ່ເປັນຕາຮັກທີ່ສຸດ ແລະເປັນຄົນທີ່ເປັນຕາຮັກທີ່ສຸດທີ່ຂ້ອຍຮູ້ຈັກ.
[ຮູບພາບໜ້າ 16]
ຖືກຮັບມາລ້ຽງໃນຖານະເປັນລູກລ້ຽງ
ເລົ່າໂດຍນາງ ເຄນຍັນຕາ ຢັງ ຈາກປະເທດສະຫະລັດອາເມຣິກາ
“ຖ້າເປັນລູກທີ່ຕິດນຳພໍ່ຫຼືນຳແມ່ມາ ຢ່າງໜ້ອຍກໍຍັງມີຄວາມກ່ຽວຂ້ອງທາງສາຍເລືອດກັບພໍ່ຫຼືແມ່. ແຕ່ຍ້ອນວ່າເປັນລູກລ້ຽງ ຂ້ອຍຈຶ່ງບໍ່ໄດ້ຢູ່ກັບທັງພໍ່ແລະແມ່ຄີງໆ. ຂ້ອຍບໍ່ຮູ້ຊ້ຳວ່າໜ້າຄືໃຜ.”
ຂ້ອຍບໍ່ເຄີຍຮູ້ຊ້ຳວ່າໃຜເປັນພໍ່ ແລະກໍບໍ່ເຄີຍເຫັນໜ້າແມ່ຄີງໆ. ແມ່ກິນເຫຼົ້າເກັ່ງແລະຕິດຢາເສບຕິດຕອນທີ່ຖືພາຂ້ອຍ. ເມື່ອເກີດມາ ຂ້ອຍຖືກສົ່ງໄປຢູ່ໂຮງລ້ຽງເດັກກຳພ້າແລະຕ້ອງໄດ້ຍ້າຍໄປຢູ່ໂຮງລ້ຽງເດັກກຳພ້າຫຼາຍບ່ອນກ່ອນຖືກຮັບໄປເປັນລູກລ້ຽງກ່ອນອາຍຸຮອດສອງປີ.
ພໍ່ລ້ຽງເລົ່າໃຫ້ຟັງວ່າເມື່ອເຈົ້າໜ້າທີ່ທີ່ເບິ່ງແຍງດູແລເອົາຮູບຂ້ອຍໃຫ້ເພິ່ນເບິ່ງ ເພິ່ນກໍຢາກຮັບເອົາຂ້ອຍເປັນລູກລ້ຽງໂລດ. ຂ້ອຍເອງກໍມັກແມ່ໃໝ່ທັນທີ. ຂ້ອຍບອກວ່າເພິ່ນເປັນແມ່ຂອງຂ້ອຍ ແລະຂ້ອຍຢາກເມືອເຮືອນນຳເພິ່ນ.
ຕອນຍັງນ້ອຍ ຂ້ອຍຈື່ໄດ້ວ່າຢ້ານທີ່ຈະເຮັດຜິດແລ້ວຖືກສົ່ງກັບໄປຢູ່ໂຮງລ້ຽງເດັກກຳພ້າອີກ. ຂ້ອຍຮູ້ສຶກວ່າບໍ່ຄວນເຮັດໃຫ້ຕົວເອງເຈັບປ່ວຍຫຼືອາລົມບໍ່ດີແບບເດັກນ້ອຍຄົນອື່ນ. ຂ້ອຍເຮັດເຖິງຂັ້ນວ່າພະຍາຍາມບໍ່ໃຫ້ຕົວເອງເປັນຫວັດ. ພໍ່ແມ່ເວົ້າຕະຫຼອດວ່າຮັກຂ້ອຍແລະຈະບໍ່ມີວັນປະຖິ້ມຂ້ອຍ.
ເມື່ອໃຫຍ່ແລ້ວ ບາງຄັ້ງຂ້ອຍຕ້ອງຕໍ່ສູ້ກັບຄວາມຮູ້ສຶກທີ່ວ່າຂ້ອຍບໍ່ມີຄຸນຄ່າຄືກັບຄົນທີ່ໄດ້ຮັບການລ້ຽງດູຈາກພໍ່ແມ່ຄີງໆ. ເມື່ອຂ້ອຍເລີ່ມເອົາຊະນະຄວາມຮູ້ສຶກນັ້ນໄດ້ແລ້ວ ກໍຈະມີບາງຄົນເວົ້າວ່າ “ເຈົ້າຄວນຈະຂອບໃຈແທ້ໆທີ່ພໍ່ແມ່ຜູ້ດີເລີດເຕັມໃຈຮັບເອົາເຈົ້າມາລ້ຽງ!” ຂ້ອຍຮູ້ສຶກຂອບໃຈຢູ່ແລ້ວ ແຕ່ຄຳເວົ້າແບບນັ້ນເຮັດໃຫ້ຂ້ອຍຮູ້ສຶກວ່າຕົວເອງບໍ່ດີແລະຕ້ອງໄດ້ພະຍາຍາມຫຼາຍເປັນພິເສດເພື່ອໃຫ້ຜູ້ໃດຜູ້ໜຶ່ງຮັກຂ້ອຍ.
ເປັນເລື່ອງຍາກທີ່ຈະຍອມຮັບຄວາມຈິງທີ່ວ່າຂ້ອຍອາດບໍ່ມີວັນໄດ້ຮູ້ຈັກກັບພໍ່ຄີງໆ. ບາງຄັ້ງຂ້ອຍຮູ້ສຶກເຈັບປວດໃຈທີ່ແມ່ຄີງໆບໍ່ໄດ້ປ່ຽນແປງຊີວິດຂອງເພິ່ນເພື່ອສາມາດລ້ຽງຂ້ອຍໄດ້ ນັ້ນຄືກັບວ່າຂ້ອຍບໍ່ມີຄຸນຄ່າພຽງພໍທີ່ແມ່ຈະພະຍາຍາມເຊົາສິ່ງເສບຕິດ. ບາງຄັ້ງຂ້ອຍກໍຮູ້ສຶກອີ່ຕົນແມ່. ຫຼາຍຄັ້ງຂ້ອຍຄຶດວ່າຖ້າມີໂອກາດໄດ້ພົບກັບແມ່ ຂ້ອຍຢາກບອກເພິ່ນວ່າຂ້ອຍປະສົບຄວາມສຳເລັດໃນຊີວິດແລ້ວ ແລະແມ່ກໍບໍ່ຄວນຮູ້ສຶກເສຍໃຈທີ່ຍົກຂ້ອຍໃຫ້ຜູ້ອື່ນ.
ພໍ່ລ້ຽງແລະແມ່ລ້ຽງຂອງຂ້ອຍເປັນພະຍານພະເຢໂຫວາ ແລະຂອງຂວັນທີ່ດີທີ່ສຸດຢ່າງໜຶ່ງທີ່ໄດ້ຮັບຈາກເພິ່ນກໍຄືຄວາມຮູ້ກ່ຽວກັບຄຳພີໄບເບິນ. ຂ້ອຍພົບການຊູໃຈຈາກຖ້ອຍຄຳໃນຄຳເພງ 27:10 ທີ່ບອກວ່າ: “ຖ້າພໍ່ແມ່ຈະໄດ້ປະຂ້ານ້ອຍແລ້ວ ພະເຢໂຫວາຈະຮັບເອົາຂ້ານ້ອຍໄວ້.” ເລື່ອງນີ້ເປັນຄວາມຈິງສຳລັບຂ້ອຍ. ການເປັນລູກລ້ຽງກໍມີຜົນດີບາງຢ່າງ. ຕົວຢ່າງເຊັ່ນ ຂ້ອຍຮູ້ສຶກປະທັບໃຈໃນຕົວຜູ້ຄົນ ເຊິ່ງກໍຄືພູມຫຼັງແລະການເປັນຢູ່ຂອງເຂົາເຈົ້າ ນັ້ນອາດເປັນຍ້ອນວ່າຂ້ອຍບໍ່ຮູ້ຈັກທີ່ມາຂອງຕົວເອງ. ຂ້ອຍຮັກເພື່ອນມະນຸດ ແລະນັ້ນເປັນສິ່ງສຳຄັນແທ້ໆໃນວຽກຮັບໃຊ້ຂອງຄລິດສະຕຽນ. ການເປັນພະຍານພະເຢໂຫວາແລະໄດ້ລົມເລື່ອງຄຳພີໄບເບິນກັບຄົນອື່ນເຮັດໃຫ້ຂ້ອຍຮູ້ສຶກມີກຽດແລະມີຈຸດມຸ່ງໝາຍໃນຊີວິດ. ເມື່ອຮູ້ສຶກທໍ້ໃຈ ຂ້ອຍໄດ້ອອກໄປປະກາດແລະຊ່ວຍເຫຼືອຄົນອື່ນ. ໂດຍການສອນຄົນອື່ນເລື່ອງຄຳພີໄບເບິນ ຂ້ອຍໄດ້ສ້າງມິດຕະພາບກັບເຂົາເຈົ້າ. ທຸກຄົນລ້ວນແຕ່ມີປະສົບການຊີວິດທີ່ໜ້າສົນໃຈ.
[ຂອບ/ຮູບພາບໜ້າ 17]
ຮັບມືກັບການຕາຍຂອງພໍ່
ເລົ່າໂດຍນາງ ແອງເຈລາ ຣັດເກີ ຈາກປະເທດອົດສະຕຣາລີ
“ຕອນພໍ່ເສຍຊີວິດ ຂ້ອຍຮູ້ສຶກຄືກັບວ່າຂາດທີ່ເພິ່ງ. ຜູ້ທີ່ຮອບຮູ້ທຸກສິ່ງແລະສາມາດຊ່ວຍເຫຼືອທຸກສະຖານະການໃນຊີວິດຂ້ອຍກໍບໍ່ມີອີກແລ້ວ.”
ພໍ່ເສຍຊີວິດໄດ້ສິບປີແລ້ວ ຕອນນັ້ນຂ້ອຍຍັງເປັນໄວຮຸ່ນ. ຫົກເດືອນກ່ອນໜ້ານັ້ນພໍ່ໄດ້ຜ່າຕັດ ແລະໃນລະຫວ່າງທີ່ຢູ່ຫ້ອງພັກຟື້ນ ທ່ານໝໍບອກວ່າບໍ່ສາມາດເຮັດຫຍັງໄດ້ຫຼາຍກວ່ານີ້ອີກແລ້ວ. ແມ່ກໍແຮ່ງກະວົນກະວາຍເພາະຢາກຮູ້ລາຍລະອຽດຫຼາຍຂຶ້ນ ອ້າຍຂອງຂ້ອຍເປັນລົມ ສ່ວນຂ້ອຍກໍຕົກຢູ່ໃນພາວະທີ່ສັບສົນວຸ່ນວາຍ. ຫົກເດືອນຕໍ່ມາ ພໍ່ກໍເສຍຊີວິດ.
ຂ້ອຍສາມາດຜ່ານພົ້ນໄລຍະເວລາທີ່ວຸ່ນວາຍໃຈຫຼາຍ. ຂ້ອຍຢາກໃຫ້ໝູ່ເຂົ້າໃຈວ່າຂ້ອຍກຳລັງປະເຊີນກັບຫຍັງ ແຕ່ກໍບໍ່ຢາກໃຫ້ໝູ່ອີ່ຕົນຂ້ອຍ. ດັ່ງນັ້ນ ຂ້ອຍຈຶ່ງພະຍາຍາມບໍ່ສະແດງຄວາມຮູ້ສຶກໃຫ້ໝູ່ເຫັນ. ກົງກັນຂ້າມ ຂ້ອຍຄຶດວ່າການມ່ວນຊື່ນກັບໝູ່ເພື່ອນຄົງຈະສະແດງໃຫ້ເຫັນວ່າຊີວິດຂອງຂ້ອຍປົກກະຕິດີໃນລະດັບໃດໜຶ່ງ ເຊິ່ງທີ່ຈິງແລ້ວມັນບໍ່ໄດ້ເປັນແນວນັ້ນ. ມາຮອດຕອນນີ້ ຂ້ອຍຄຶດວ່າຕົວເອງອາດໄດ້ສ້າງຄວາມລຳບາກໃຈໃຫ້ໝູ່ບໍ່ຫຼາຍກໍໜ້ອຍ.
ໃນເລື່ອງການຕາຍຂອງພໍ່ ຂ້ອຍທຸກໃຈກັບຄວາມຮູ້ສຶກຜິດບໍ? ທຸກໃຈແທ້! ຂ້ອຍຢາກບອກພໍ່ເລື້ອຍກວ່າເກົ່າວ່າ “ລູກຮັກພໍ່.” ຂ້ອຍຢາກກອດແລະໃຊ້ເວລາຢູ່ກັບພໍ່ຫຼາຍກວ່າເກົ່າ. ເຖິງແມ່ນຂ້ອຍຈະບອກຕົວເອງເລື້ອຍສ່ຳໃດກໍຕາມວ່າ ‘ພໍ່ບໍ່ຢາກໃຫ້ຂ້ອຍຄຶດແບບນັ້ນ’ ຂ້ອຍກໍຍັງຮູ້ສຶກຜິດຢູ່.
ເນື່ອງຈາກເປັນພະຍານພະເຢໂຫວາ ຂ້ອຍໄດ້ຮັບການປອບໂຍນຫຼາຍຈາກຄວາມຫວັງເລື່ອງການຟື້ນຄືນມາຈາກຕາຍຕາມທີ່ບອກໄວ້ໃນຄຳພີໄບເບິນ. (ໂຢຮັນ 5:28, 29) ຂ້ອຍພະຍາຍາມນຶກພາບວ່າພໍ່ພຽງແຕ່ໄປຕ່າງປະເທດແລະມື້ໜຶ່ງຈະກັບມາ ແຕ່ຍັງບໍ່ທັນຮູ້ມື້ທີ່ແນ່ນອນ. ໜ້າແປກໃຈ ເມື່ອມີຄົນມາເວົ້າກັບຂ້ອຍວ່າ “ພໍ່ຈະກັບມາຕອນທີ່ມີການຟື້ນຄືນມາຈາກຕາຍ” ເລື່ອງນີ້ບໍ່ໄດ້ເຮັດໃຫ້ຂ້ອຍຮູ້ສຶກດີຂຶ້ນໃນຕອນທຳອິດ. ຂ້ອຍຮູ້ສຶກວ່າ ‘ຂ້ອຍຕ້ອງການໃຫ້ພໍ່ກັບມາດຽວນີ້!’ ແຕ່ການປຽບທຽບເລື່ອງການເດີນທາງໄປຕ່າງປະເທດຊ່ວຍຂ້ອຍໄດ້. ຕົວຢ່າງນີ້ສະແດງເຖິງການຟື້ນຄືນມາຈາກຕາຍ ຂະນະດຽວກັນກໍຊ່ວຍຂ້ອຍໃຫ້ຮັບມືກັບການສູນເສຍຢ່າງກະທັນຫັນໄດ້.
ເພື່ອນຄລິດສະຕຽນຊ່ວຍຂ້ອຍໄດ້ຫຼາຍແທ້ໆ. ຂ້ອຍຈື່ຜູ້ໜຶ່ງທີ່ບອກວ່າຮູ້ສຶກບໍ່ສະດວກໃຈທີ່ຈະລົມເລື່ອງການຕາຍຂອງພໍ່ ແຕ່ລາວເວົ້າວ່າຄຶດເຖິງຂ້ອຍແລະຄອບຄົວຕະຫຼອດເວລາ. ຂ້ອຍນຶກເຖິງຄຳເວົ້າຂອງລາວສະເໝີ ນັ້ນຊ່ວຍຂ້ອຍໃຫ້ຜ່ານພົ້ນວັນເວລາທີ່ບໍ່ມີໃຜໃຫ້ການປອບໂຍນ ເພາະຂ້ອຍຮູ້ວ່າເຖິງແມ່ນຈະບໍ່ມີໃຜເວົ້າຫຍັງແຕ່ກໍມີຄົນຄຶດເຖິງຂ້ອຍກັບຄອບຄົວ. ເລື່ອງນີ້ມີຄວາມໝາຍຫຼາຍສຳລັບຂ້ອຍ!
ຫຼັງຈາກທີ່ພໍ່ເສຍຊີວິດໄດ້ສີ່ເດືອນ ແມ່ເລີ່ມເຮັດວຽກປະກາດຫຼາຍຂຶ້ນ ແລະຂ້ອຍເຫັນວ່າເພິ່ນມີຄວາມສຸກຫຼາຍແທ້ໆຈາກການເຮັດວຽກນັ້ນ. ດັ່ງນັ້ນຂ້ອຍຈຶ່ງເລີ່ມເຮັດວຽກປະກາດນຳແມ່. ເປັນຕາງຶດ ເມື່ອເຮົາຊ່ວຍຄົນອື່ນ ເຮົາເອງກໍໄດ້ຮັບການຊ່ວຍເຫຼືອຄືກັນ. ປະສົບການຂອງຂ້ອຍເສີມຄວາມເຊື່ອໃນຄຳກ່າວຂອງພະເຢໂຫວາແລະຄຳສັນຍາຂອງພະອົງ ທັງໄດ້ຊ່ວຍຂ້ອຍໃນຕອນນີ້ທີ່ຈະບໍ່ໃຫ້ໝົກມຸ້ນຢູ່ກັບຄວາມທຸກໃຈຂອງຕົວເອງ.