ບົດທີ 16
ເປັນເລື່ອງປົກກະຕິບໍທີ່ຈະໂສກເສົ້າແບບທີ່ຂ້ອຍເປັນຢູ່?
ເຖິງແມ່ນວ່າບົດນີ້ຈະກ່ຽວຂ້ອງສະເພາະກັບການຕາຍຂອງພໍ່ຫຼືແມ່ ຫຼັກການຕ່າງໆທີ່ໄດ້ພິຈາລະນາສາມາດໃຊ້ກັບສະມາຊິກຄອບຄົວຄົນໃດກໍໄດ້ຫຼືໝູ່ສະໜິດທີ່ເສຍຊີວິດ.
“ເມື່ອແມ່ຕາຍ ຂ້ອຍຮູ້ສຶກສູນເສຍຢ່າງສິ້ນເຊີງແລະຫວ່າງເປົ່າ. ແມ່ເປັນຄືກາວທີ່ຕິດຄອບຄົວຂອງເຮົາໄວ້ນຳກັນ.”—ນາງ ຄາຮິນ.
ມີບໍ່ຈັກຢ່າງໃນຊີວິດທີ່ສົ່ງຜົນກະທົບຕໍ່ເຈົ້າຫຼາຍເທົ່າກັບການທີ່ພໍ່ຫຼືແມ່ເສຍຊີວິດ. ຫຼັງຈາກນັ້ນ ເຈົ້າອາດຕ້ອງປະເຊີນກັບຄວາມຮູ້ສຶກທີ່ຫຼາກຫຼາຍແບບທີ່ເຈົ້າບໍ່ເຄີຍປະສົບມາກ່ອນ. ທ້າວບາຍອັ້ນ ເຊິ່ງອາຍຸພຽງແຕ່ 13 ປີຕອນທີ່ພໍ່ເສຍຊີວິດຍ້ອນຫົວໃຈວາຍໄດ້ກ່າວວ່າ: “ໃນຄືນທີ່ພວກເຮົາຮູ້ຂ່າວ ພວກເຮົາມີແຕ່ນັ່ງກອດກັນແລະຮ້ອງໄຫ້.” ນາງນາຕາລີ ອາຍຸສິບປີຕອນທີ່ພໍ່ເສຍຊີວິດດ້ວຍໂລກມະເຮັງຈື່ໄດ້ວ່າ: “ຕອນນັ້ນຂ້ອຍບໍ່ຮູ້ວ່າຄວນຈະຮູ້ສຶກແນວໃດ. ດັ່ງນັ້ນຂ້ອຍຈຶ່ງບໍ່ຮູ້ສຶກຫຍັງເລີຍ.”
ແຕ່ລະຄົນມີປະຕິກິລິຍາແຕກຕ່າງກັນເມື່ອຄົນທີ່ຕົນຮັກເສຍຊີວິດ. ທີ່ຈິງຄຳພີໄບເບິນກ່າວວ່າ: “ທຸກຄົນ” ມີ “ໂລຄາໄພແລະແຕ່ຄວາມເຈັບຂອງເຂົາ.” (2 ຂ່າວຄາວ 6:29) ເມື່ອຄຳນຶງເຖິງຂໍ້ນີ້ ຂໍໃຫ້ໃຊ້ເວລາຈັກບຶດໜຶ່ງຄິດເບິ່ງວ່າຄວາມຕາຍຂອງພໍ່ຫຼືແມ່ສົ່ງຜົນກະທົບຕໍ່ເຈົ້າ ແນວໃດ. ຂໍໃຫ້ຂຽນໃສ່ທາງລຸ່ມວ່າ (1) ເຈົ້າຮູ້ສຶກແນວໃດໃນຕອນທຳອິດທີ່ຮູ້ວ່າພໍ່ຫຼືແມ່ເສຍຊີວິດ ແລະ (2) ເຈົ້າຮູ້ສຶກແນວໃດໃນຕອນນີ້.a
1 ․․․․․
2 ․․․․․
ຄຳຕອບຂອງເຈົ້າອາດຈະສະແດງໃຫ້ເຫັນວ່າ ຄວາມໂສກເສົ້າເບົາບາງລົງແດ່ແລ້ວ. ນີ້ເປັນເລື່ອງທີ່ປົກກະຕິ. ມັນບໍ່ໄດ້ໝາຍຄວາມວ່າເຈົ້າລືມພໍ່ຫຼືແມ່ແລ້ວ. ໃນທາງກົງກັນຂ້າມ ເຈົ້າອາດເຫັນວ່າຄວາມຮູ້ສຶກຍັງຄືເກົ່າຫຼືແຮ່ງຮຸນແຮງຂຶ້ນດ້ວຍຊ້ຳ. ບາງທີຄວາມໂສກເສົ້າຂອງເຈົ້າອາດເປັນຄືຄື້ນນ້ຳທີ່ຊັດໃສ່ແຄມຝັ່ງແລ້ວກໍໄຫຼກັບຄືນ ແຕ່ບາດແລ້ວກໍກັບມາ “ຊັດໃສ່ຝັ່ງ” ອີກໃນໄລຍະເວລາທີ່ບໍ່ໄດ້ຄາດຄິດ. ນີ້ກໍເປັນເລື່ອງທີ່ປົກກະຕິຄືກັນ ເຖິງແມ່ນວ່າຈະເປັນເຊັ່ນນີ້ຫຼັງຈາກທີ່ພໍ່ຫຼືແມ່ເສຍຊີວິດໄປຫຼາຍປີແລ້ວ. ສິ່ງທີ່ສຳຄັນກໍຄື ເຈົ້າຈະຮັບມືແນວໃດກັບຄວາມໂສກເສົ້າບໍ່ວ່າຈະມາໃນລັກສະນະໃດ?
ຢ່າກັ້ນນ້ຳຕາໄວ້! ການຮ້ອງໄຫ້ຊ່ວຍບັນເທົາຄວາມໂສກເສົ້າ. ແນວໃດກໍຕາມ ເຈົ້າອາດມີຄວາມຮູ້ສຶກຄືກັບນາງອາລິເຊຍເຊິ່ງອາຍຸ 19 ປີຕອນທີ່ແມ່ເສຍຊີວິດ. ອາລິເຊຍເລົ່າວ່າ: “ຂ້ອຍຢ້ານວ່າຖ້າຂ້ອຍສະແດງຄວາມຮູ້ສຶກຫຼາຍເກີນໄປ ຄົນອື່ນຈະຄິດວ່າຂ້ອຍຂາດຄວາມເຊື່ອ.” ແຕ່ໃຫ້ຄິດເບິ່ງແມ ພະເຍຊູຄລິດເປັນມະນຸດທີ່ສົມບູນແບບເຊິ່ງມີຄວາມເຊື່ອທີ່ເຂັ້ມແຂງໃນພະເຈົ້າ ພະອົງກໍ “ຮ້ອງໄຫ້ນ້ຳຕາໄຫຼ” ເມື່ອລາຊະໂລສ່ຽວຮັກເສຍຊີວິດ. (ໂຢຮັນ 11:35) ດັ່ງນັ້ນ ຢ່າຢ້ານທີ່ຈະຫຼັ່ງນ້ຳຕາອອກມາ. ນັ້ນບໍ່ໄດ້ ໝາຍຄວາມວ່າເຈົ້າຂາດຄວາມເຊື່ອ! ອາລິເຊຍບອກວ່າ: “ໃນທີ່ສຸດຂ້ອຍກໍຮ້ອງໄຫ້ນ້ຳຕານອງໜ້າທຸກມື້.”b
ຮັບມືກັບຄວາມຮູ້ສຶກຜິດ. ນາງຄາຮິນເຊິ່ງອາຍຸ 13 ປີຕອນທີ່ແມ່ເສຍຊີວິດກ່າວວ່າ: “ຂ້ອຍຂຶ້ນໄປຊັ້ນເທິງແລະຈູບແມ່ກ່ອນໄປນອນທຸກຄືນ. ມີຄືນໜຶ່ງທີ່ຂ້ອຍບໍ່ໄດ້ເຮັດ. ເຊົ້າມື້ຕໍ່ມາແມ່ກໍເສຍຊີວິດ. ເຖິງຈະຟັງຄືວ່າໄຮ້ເຫດຜົນ ແຕ່ຂ້ອຍຮູ້ສຶກຜິດທີ່ບໍ່ໄດ້ຂຶ້ນໄປຫາແມ່ໃນຄືນສຸດທ້າຍນັ້ນ ແລະກໍຮູ້ສຶກຜິດກັບເຫດການທີ່ເກີດຂຶ້ນໃນເຊົ້າມື້ຕໍ່ມາ. ພໍ່ອອກໄປເຮັດວຽກແລະສັ່ງໃຫ້ຂ້ອຍກັບເອື້ອຍເບິ່ງແຍງແມ່. ແຕ່ພວກເຮົາພາກັນຕື່ນສວາຍ. ເມື່ອຂ້ອຍເຂົ້າໄປໃນຫ້ອງ ແມ່ກໍໝົດລົມຫັນໃຈແລ້ວ. ຂ້ອຍຮູ້ສຶກຜິດຫຼາຍ ເພາະຕອນທີ່ພໍ່ອອກໄປເຮັດວຽກແມ່ຍັງດີໆຢູ່!”
ເຊັ່ນດຽວກັບຄາຣິນ ເຈົ້າອາດຮູ້ສຶກຜິດຢູ່ແດ່ທີ່ບໍ່ໄດ້ເຮັດໃນສິ່ງທີ່ຄວນຈະເຮັດ. ເຈົ້າອາດເຖິງຂັ້ນເຈັບປວດໃຈເພາະມີແຕ່ຄິດວ່າ: “ຖ້າພຽງແຕ່.” ‘ຖ້າພຽງແຕ່ຂ້ອຍພະຍາຍາມຍົວະພໍ່ໃຫ້ໄປຫາທ່ານໝໍ.’ ‘ຖ້າພຽງແຕ່ຂ້ອຍໄປເບິ່ງແມ່ໄວກວ່ານີ້.’ ຖ້າຄວາມຄິດເຊັ່ນນີ້ລົບກວນໃຈເຈົ້າ ຂໍໃຫ້ຈື່ໄວ້ວ່າເປັນເລື່ອງປົກກະຕິທີ່ຈະຄິດເສຍໃຈວ່າເຈົ້າຄວນຈະເຮັດຢ່າງໃດຢ່າງໜຶ່ງ. ຄວາມຈິງກໍຄື ຖ້າຮູ້ວ່າຈະເກີດຫຍັງຂຶ້ນ ເຈົ້າ ຄົງໄດ້ເຮັດແບບນັ້ນແລ້ວ. ແຕ່ເຈົ້າບໍ່ຮູ້ ດັ່ງນັ້ນຈຶ່ງບໍ່ຄວນຮູ້ສຶກຜິດ. ເຈົ້າບໍ່ໄດ້ເປັນຕົ້ນເຫດທີ່ພາໃຫ້ພໍ່ຫຼືແມ່ເສຍຊີວິດ!c
ລະບາຍຄວາມຮູ້ສຶກ. ສຸພາສິດ 12:25 ກ່າວວ່າ: “ຖ້ອຍຄຳດີຂໍ້ໜຶ່ງໃຫ້ເພິ່ນຊົມຊື່ນຍິນດີ.” ການເກັບຄວາມຮູ້ສຶກໄວ້ອາດເຮັດໃຫ້ຍາກສຳລັບເຈົ້າທີ່ຈະຮັບມືກັບຄວາມໂສກເສົ້າໄດ້. ແຕ່ການບອກຄວາມຮູ້ສຶກກັບຜູ້ໃດຜູ້ໜຶ່ງທີ່ເຈົ້າໄວ້ວາງໃຈຈະເປີດໂອກາດໃຫ້ເຈົ້າໄດ້ຟັງ “ຖ້ອຍຄຳດີ” ທີ່ໃຫ້ກຳລັງໃຈໃນຍາມທີ່ຕ້ອງການຫຼາຍທີ່ສຸດ.
ສົນທະນາກັບພະເຈົ້າ. ເຈົ້າຈະຮູ້ສຶກດີຂຶ້ນຫຼາຍພາຍຫຼັງທີ່ “ຖອກໃຈ” ກັບພະເຢໂຫວາພະເຈົ້າໃນຄຳອະທິດຖານ. (ຄຳເພງ 62:8) ການອະທິດຖານບໍ່ແມ່ນພຽງເຮັດໃຫ້ສະບາຍໃຈເທົ່ານັ້ນ. ເມື່ອອະທິດຖານ ເຈົ້າອ້ອນວອນຕໍ່ກັບ “ພະເຈົ້າ . . . ແຫ່ງຄວາມອີ່ດູ ແລະພະເຈົ້າແຫ່ງຄວາມເລົ້າໂລມໝົດສິ້ນ.” (2 ໂກລິນໂທ 1:3, 4) ວິທີໜຶ່ງທີ່ພະເຈົ້າຊູໃຈເຮົາແມ່ນໂດຍທາງຄຳພີໄບເບິນພະຄຳຂອງພະອົງ. (ໂລມ 15:4) ດີບໍຖ້າຈະເກັບທ້ອນໂຮມຂໍ້ພະຄຳພີທີ່ໃຫ້ການຊູໃຈເຈົ້າ?d
ຄວາມໂສກເສົ້າບໍ່ແມ່ນວ່າຈະມີຢູ່ພາຍໃນຄືນດຽວ. ແຕ່ຄຳພີໄບເບິນສາມາດໃຫ້ການປອບໂຍນ ເນື່ອງຈາກຄຳພີໄບເບິນຮັບຮອງວ່າໃນໂລກໃໝ່ທີ່ພະເຈົ້າສັນຍາໄວ້ “ຄວາມຕາຍຈະບໍ່ມີຕໍ່ໄປ ແລະຄວາມທຸກໂສກ ແລະຮ້ອງໄຫ້ ແລະເຈັບປວດຈະບໍ່ມີຕໍ່ໄປ.” (ຄຳປາກົດ 21:3, 4) ເຈົ້າກໍອາດປະສົບດ້ວຍເຊັ່ນກັນວ່າການຄິດຕຶກຕອງເຖິງຄຳສັນຍາດັ່ງກ່າວສາມາດຊ່ວຍເຈົ້າໃຫ້ຮັບມືກັບການສູນເສຍພໍ່ຫຼືແມ່ໄດ້.
[ຂໍ້ຄວາມໄຂເງື່ອນ]
a ຖ້າຕອນນີ້ເຈົ້າຮູ້ສຶກວ່າຍາກເກີນໄປທີ່ຈະຕອບຄຳຖາມສອງຂໍ້ນີ້ ເຈົ້າອາດຖ້າຈັກໄລຍະໜຶ່ງແລ້ວຈຶ່ງຄ່ອຍມາຕອບຄຳຖາມ.
b ຢ່າຄິດວ່າຕ້ອງ ຮ້ອງໄຫ້ເພື່ອສະແດງວ່າເຈົ້າໂສກເສົ້າ. ຄົນເຮົາສະແດງຄວາມໂສກເສົ້າໃນວິທີທີ່ຕ່າງກັນ. ສິ່ງສຳຄັນກໍຄື ຖ້າເຈົ້າຮູ້ສຶກວ່າຢາກຮ້ອງໄຫ້ກໍຄົງຈະເປັນ “ເວລາຮ້ອງໄຫ້.”—ຜູ້ເທສະໜາປ່າວປະກາດ 3:4.
c ຖ້າຄວາມຮູ້ສຶກຜິດນີ້ຍັງມີຢູ່ຕໍ່ໄປ ຈົ່ງເລົ່າຄວາມຮູ້ສຶກຂອງເຈົ້າກັບພໍ່ຫຼືແມ່ທີ່ຍັງມີຊີວິດຢູ່ຫຼືກັບຜູ້ໃຫຍ່ອີກຄົນໜຶ່ງ. ໃນທີ່ສຸດ ເຈົ້າກໍຈະກັບມາມີທັດສະນະທີ່ສົມດຸນອີກ.
d ບາງຄົນໄດ້ຮັບການຊູໃຈຈາກຂໍ້ພະຄຳພີຕໍ່ໄປນີ້ ຄຳເພງ 34:18; 102:17; 147:3; ເອຊາອີ 25:8; ໂຢຮັນ 5:28, 29.
ຂໍ້ພະຄຳພີຫຼັກ
“ພະເຈົ້າຈະເຊັດນ້ຳຕາທັງຫຼາຍຈາກຕາຂອງເຂົາ ແລະຄວາມຕາຍຈະບໍ່ມີຕໍ່ໄປ ແລະຄວາມທຸກໂສກ ແລະຮ້ອງໄຫ້ ແລະເຈັບປວດຈະບໍ່ມີຕໍ່ໄປ. ເຫດວ່າສິ່ງທັງຫຼາຍທີ່ເປັນເມື່ອກ່ອນນັ້ນກໍລ່ວງໄປແລ້ວ.”—ຄຳປາກົດ 21:4.
ຄຳແນະນຳ
ເຮັດບັນທຶກສ່ວນຕົວ. ການຂຽນລະບາຍຄວາມຮູ້ສຶກກ່ຽວກັບພໍ່ຫຼືແມ່ທີ່ເສຍຊີວິດໄປອາດຊ່ວຍເຈົ້າໄດ້ຫຼາຍໃຫ້ຮັບມືກັບຄວາມໂສກເສົ້າ.
ເຈົ້າຮູ້ບໍ . . .?
ການຮ້ອງໄຫ້ບໍ່ແມ່ນສັນຍະລັກຂອງຄວາມອ່ອນແອ. ແມ່ນແຕ່ຊາຍທີ່ເດັດດ່ຽວແນ່ວແນ່ຄືກັບອັບລາຫາມ ໂຢເຊບ ດາວິດ ແລະພະເຍຊູກໍຫຼັ່ງນ້ຳຕາເມື່ອໂສກເສົ້າ.—ຕົ້ນເດີມ 23:2; 50:1; 2 ຊາເມືອນ 1:11, 12; 18:33; ໂຢຮັນ 11:35.
ແຜນພາກປະຕິບັດ!
ເມື່ອຂ້ອຍຮູ້ສຶກຖືກຄອບງຳດ້ວຍຄວາມໂສກເສົ້າ ຂ້ອຍຈະ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ຫຼືແມ່ທີ່ຍັງມີຊີວິດຢູ່ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດວ່າແນວໃດ?
• ເປັນຫຍັງຈຶ່ງເປັນສິ່ງດີທີ່ຈະຄິດເຖິງຄວາມຊົງຈຳທີ່ດີເຊິ່ງເຈົ້າມີກ່ຽວກັບພໍ່ຫຼືແມ່ທີ່ເສຍຊີວິດໄປແລ້ວ?
• ເປັນຫຍັງການຂຽນກ່ຽວກັບຄວາມຮູ້ສຶກຂອງເຈົ້າຈຶ່ງຊ່ວຍໃຫ້ຮັບມືກັບຄວາມໂສກເສົ້າ?
[ຈຸດເດັ່ນໜ້າ 112]
“ຂ້ອຍເກັບຄວາມຮູ້ສຶກທັງໝົດໄວ້ກັບຕົວເອງ. ມັນຄົງຈະເປັນຜົນດີຫຼາຍຖ້າຂ້ອຍໄດ້ເວົ້າໃຫ້ຄົນອື່ນຟັງແດ່. ຂ້ອຍອາດຮັບມືໄດ້ດີກວ່ານີ້.”—ທ້າວ ເດວິດ
[ກອບ/ຮູບພາບໜ້າ 113]
ນາງ ຈັນເທວ
‘‘ພໍ່ຂອງຂ້ອຍເຈັບປ່ວຍເປັນເວລາປະມານຫ້າປີ ແລະສຸຂະພາບຂອງເພິ່ນກໍຊຸດໂຊມລົງ. ຂ້ອຍອາຍຸໄດ້ 16 ປີຕອນທີ່ພໍ່ຂ້າຕົວຕາຍ. ຫຼັງຈາກນັ້ນ ແມ່ກໍບອກຂ້ອຍກັບອ້າຍກ່ຽວກັບທຸກສິ່ງທີ່ເກີດຂຶ້ນ. ແມ່ແມ່ນແຕ່ໃຫ້ພວກເຮົາຊ່ວຍຕັດສິນໃຈໃນເລື່ອງງານສົບ. ນັ້ນເຮັດໃຫ້ງ່າຍຂຶ້ນສຳລັບພວກເຮົາ. ຂ້ອຍຄິດວ່າເດັກນ້ອຍບໍ່ມັກທີ່ຈະຮູ້ສຶກວ່າມີສິ່ງທີ່ກຳລັງປິດບັງເຂົາເຈົ້າຢູ່ ໂດຍສະເພາະເລື່ອງໃຫຍ່ແບບນີ້. ໃນຂະນະທີ່ເວລາຜ່ານໄປ ຂ້ອຍສາມາດເວົ້າຢ່າງເປີດເຜີຍກ່ຽວກັບການເສຍຊີວິດຂອງພໍ່. ເມື່ອໃດກໍຕາມທີ່ຂ້ອຍຮູ້ສຶກວ່າຕ້ອງການທີ່ຈະຮ້ອງໄຫ້ ຂ້ອຍກໍພຽງແຕ່ໄປບ່ອນໃດບ່ອນໜຶ່ງຫຼືໄປຫາໝູ່ແລ້ວກໍຮ້ອງໄຫ້. ຄຳແນະນຳຂອງຂ້ອຍກໍຄື: ຖ້າຈຳເປັນຕ້ອງໄດ້ລະບາຍມັນອອກມາ ໃຫ້ເຂົ້າຫາຄອບຄົວຫຼືໝູ່ເພື່ອນ. ສິ່ງໃດກໍຕາມທີ່ຈະສະແດງອອກເຖິງຄວາມໂສກເສົ້າໃຫ້ເຮັດໂລດ.’’
[ກອບ/ຮູບພາບໜ້າ 113, 114]
ນາງ ເລອາ
‘‘ຕອນທີ່ຂ້ອຍອາຍຸ 19 ປີ ແມ່ເປັນອຳມະພາດຂັ້ນໜັກແລະເພິ່ນເສຍຊິວິດອີກສາມປີຕໍ່ມາ. ພາຍຫຼັງການເສຍຊີວິດຂອງແມ່ ຂ້ອຍຮູ້ສຶກວ່າຈຳເປັນຕ້ອງເຂັ້ມແຂງ. ມັນຄົງຈະເປັນເລື່ອງຍາກສຳລັບພໍ່ຖ້າຂ້ອຍບໍ່ສາມາດທີ່ຈະເຂັ້ມແຂງໄດ້. ເມື່ອຂ້ອຍກຳລັງເຕີບໃຫຍ່ຂຶ້ນ ແມ່ຢູ່ກັບຂ້ອຍຕະຫຼອດຕອນຂ້ອຍບໍ່ສຳບາຍຫຼືຮູ້ສຶກບໍ່ດີ. ຂ້ອຍຈື່ສຳຜັດຈາກມືຂອງແມ່ເມື່ອເພິ່ນຈັບຄີງຂ້ອຍຕອນເປັນໄຂ້. ເມື່ອນຶກເຖິງວ່າແມ່ບໍ່ຢູ່ນຳແລ້ວຂ້ອຍເຈັບປວດໃຈສະເໝີ. ຂ້ອຍເຊື່ອງຄວາມຮູ້ສຶກໄວ້ ແລະນັ້ນບໍ່ເປັນປະໂຫຍດຕໍ່ຕົວເອງທັງດ້ານຮ່າງກາຍແລະຈິດໃຈ. ດັ່ງນັ້ນ ບາງເທື່ອຂ້ອຍຈຶ່ງເບິ່ງຮູບຕ່າງໆພຽງເພື່ອເຮັດໃຫ້ຕົວເອງຮ້ອງໄຫ້. ການເວົ້າລົມກັບໝູ່ກໍຊ່ວຍໄດ້ເຊັ່ນກັນ. ຄຳພີໄບເບິນສັນຍາວ່າຄົນທີ່ເສຍຊີວິດຈະຖືກປຸກໃຫ້ຟື້ນຄືນມາຈາກຕາຍເພື່ອມີຊີວິດຢູ່ເທິງແຜ່ນດິນໂລກທີ່ເປັນອຸທິຍານ. (ໂຢຮັນ 5:28, 29) ເມື່ອຂ້ອຍສຸມໃຈໃສ່ຄວາມຫວັງທີ່ຈະໄດ້ເຫັນແມ່ອີກຄັ້ງໜຶ່ງ ແລະເມື່ອຂ້ອຍສຸມໃຈໃສ່ສິ່ງທີ່ຂ້ອຍຕ້ອງເຮັດເພື່ອຈະພົບແມ່ອີກໃນຕອນນັ້ນ ຄວາມເຈັບປວດໃຈກໍເບົາບາງລົງ.’’
[ກອບ/ຮູບພາບໜ້າ 114]
ນາງ ເບັດທານີ
‘‘ຂ້ອຍຫວັງວ່າຕົວເອງຈະຈື່ທີ່ໄດ້ບອກພໍ່ວ່າ: ‘ລູກຮັກພໍ່’ ຂ້ອຍແນ່ໃຈວ່າຂ້ອຍໄດ້ເວົ້າ ແຕ່ບໍ່ຈື່ວ່າໄດ້ບອກພໍ່ ແລະຂ້ອຍຢາກມີຄວາມຊົງຈຳນັ້ນ. ຂ້ອຍອາຍຸພຽງແຕ່ຫ້າປີເມື່ອພໍ່ເສຍຊີວິດ. ພໍ່ຂ້ອຍເປັນອຳມະພາດຕອນນອນ ແລະເພິ່ນກໍຟ້າວໄປໂຮງໝໍທັນທີ. ເມື່ອຂ້ອຍຕື່ນຕອນເຊົ້າ ຂ້ອຍກໍໄດ້ຂ່າວວ່າພໍ່ເສຍຊີວິດແລ້ວ. ຈາກນັ້ນ ການເວົ້າກ່ຽວກັບເລື່ອງຂອງພໍ່ລົບກວນໃຈຂ້ອຍ ແຕ່ຕໍ່ມາຂ້ອຍພັດດີໃຈທີ່ໄດ້ຍິນເລື່ອງຕ່າງໆຂອງພໍ່ ເພາະນັ້ນຊ່ວຍຂ້ອຍໃຫ້ຮູ້ຈັກກັບພໍ່ຫຼາຍຂຶ້ນ. ຄຳແນະນຳຂອງຂ້ອຍຕໍ່ກັບຜູ້ໃດກໍຕາມທີ່ສູນເສຍພໍ່ຫຼືແມ່ໃນຄວາມຕາຍ ແມ່ນໃຫ້ພໍໃຈຍິນດີກັບທຸກໂອກາດທີ່ເຈົ້າໄດ້ໃຊ້ກັບພໍ່ຫຼືແມ່ ແລະໃຫ້ຂຽນຄວາມຊົງຈຳຕ່າງໆນັ້ນໄວ້ເພື່ອເຈົ້າຈະບໍ່ລືມ. ຈາກນັ້ນໃຫ້ເຮັດໃນສິ່ງທີ່ເຮັດໄດ້ເພື່ອເສີມສ້າງຄວາມເຊື່ອຂອງຕົນເອງເພື່ອເຈົ້າຈະຢູ່ທີ່ນັ້ນເມື່ອພໍ່ຫຼືແມ່ຖືກປຸກໃຫ້ຟື້ນຄືນມາຈາກຕາຍໃນໂລກໃໝ່ຂອງພະເຈົ້າ.’’
[ກອບໜ້າ 116]
ແບບສອບຖາມ
ຂຽນກ່ຽວກັບຄວາມຮູ້ສຶກນຶກຄິດຂອງເຈົ້າ
ຂຽນຄວາມຊົງຈຳທີ່ດີທີ່ເຈົ້າມີຕໍ່ພໍ່ຫຼືແມ່. ․․․․․
ຂຽນສິ່ງທີ່ເຈົ້າຢາກເວົ້າກັບພໍ່ຫຼືແມ່ໃນຂະນະທີ່ເພິ່ນຍັງມີຊີວິດຢູ່. ․․․․․
ຂໍໃຫ້ນຶກພາບວ່າເຈົ້າມີນ້ອງເຊິ່ງຮູ້ສຶກຜິດຫຼາຍເນື່ອງຈາກການຕາຍຂອງພໍ່ຫຼືແມ່. ໃຫ້ຂຽນສິ່ງທີ່ຈະເວົ້າເພື່ອປອບໂຍນນ້ອງ. (ການເຮັດແບບນີ້ຍັງຈະຊ່ວຍເຈົ້າໃຫ້ມອງເບິ່ງຄວາມຮູ້ສຶກຜິດຂອງເຈົ້າຢ່າງຖືກຕ້ອງ.) ․․․․․
ໃຫ້ຂຽນສອງຫຼືສາມເລື່ອງທີ່ເຈົ້າຢາກຮູ້ກ່ຽວກັບພໍ່ຫຼືແມ່ທີ່ເສຍຊີວິດແລ້ວ ແລະຈາກນັ້ນໃຫ້ຖາມໜຶ່ງເລື່ອງກັບພໍ່ຫຼືແມ່ທີ່ຍັງມີຊີວິດຢູ່ ․․․․․.
ອ່ານກິດຈະການ 24:15. ຄວາມຫວັງທີ່ບັນທຶກໄວ້ໃນຂໍ້ນີ້ຊ່ວຍເຈົ້າແນວໃດໃຫ້ຮັບມືກັບຄວາມຕາຍຂອງພໍ່ຫຼືແມ່? ․․․․․
[ຮູບພາບໜ້າ 115]
ຄວາມໂສກເສົ້າອາດເປັນຄືກັນຄື້ນນ້ຳທີ່ຊັດໃສ່ແຄມຝັ່ງໃນໄລຍະເວລາທີ່ບໍ່ໄດ້ຄາດຄິດ