ພະເຢໂຫວາໃຫ້ຜູ້ຊ່ວຍໃຫ້ລອດແກ່ເຮົາ
29 ວິນຍານທຳອິດທີ່ພະເຈົ້າສ້າງຄືກັນກັບລູກກົກຂອງພະອົງ.
ພະເຈົ້າຮັກຜູ້ນັ້ນຫຼາຍ ແລະຈະໃຊ້ທ່ານທຳລາຍຄົນບໍ່ດີ ແລະຊ່ວຍຄົນເຊື່ອຟັງໃຫ້ລອດ.—ໂຍຮັນ 3:16, 36
30 ພະເຢໂຫວາສົ່ງພະບຸດລົງມາເກີດໃນໂລກ. ພະບຸດຊື່ວ່າເຍຊູ. ແມ່ຊື່ມາລີ.—ລຶກາ 1:30-35
31 ເມື່ອພະເຍຊູໃຫຍ່ຂຶ້ນ ພະອົງສອນສິ່ງດີຫຼາຍສິ່ງ. ພະອົງສອນວ່າ ສະເພາະພະເຢໂຫວາເທົ່ານັ້ນແມ່ນພະເຈົ້າອົງທ່ຽງແທ້.—ມາລະໂກ 12:29, 30
ພະເຍຊູຕັດວ່າ ເຮົາຄວນນະມັດສະການພະເຢໂຫວາເທົ່ານັ້ນ.—ມັດທາຽ 4:10; ໂຍຮັນ 4:23, 24
ພະອົງສອນປະຊາຊົນກ່ຽວກັບລາຊະອານາຈັກຂອງພະເຢໂຫວາອີກດ້ວຍ.—ລຶກາ 17:20, 21
32 ພະເຍຊູປິ່ນປົວຄົນເຈັບປ່ວຍແລະເຮັດດີຫຼາຍຢ່າງ.—ກິດຈະການ 10:38; 1 ເປໂຕ 2:21, 22
ແຕ່ພະອົງຈະຊ່ວຍເຮົາໃຫ້ພົ້ນຈາກຄວາມບາບແລະຄວາມຕາຍໂດຍວິທີໃດ?
33 ພະອົງຕ້ອງຖວາຍເຄື່ອງບູຊານຳພະເຈົ້າເພື່ອຊ່ວຍຄົນດີ. ແຕ່ກ່ອນພະເຈົ້າບອກຄົນໃຫ້ຖວາຍສັດບູຊາສຳລັບຄວາມບາບຂອງເຂົາ.—ເຫບເລິ 7:25, 27
34 ພະເຍຊູບໍ່ໄດ້ຖວາຍສັດບູຊາ. ພະອົງຖວາຍຕົວເອງເປັນເຄື່ອງບູຊາເພື່ອເຮົາ.—ມັດທາຽ 20:28; ເຫບເລິ 10:12
ເຈົ້າຮູ້ບໍເພາະເຫດໃດ?