ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບລ ບົດທີ 10
  • ການ​ເດີນ​ທາງ​ໄປ​ເຢຣຶຊາເລມ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ເດີນ​ທາງ​ໄປ​ເຢຣຶຊາເລມ
  • ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ເລື່ອງທີ່ຄ້າຍກັນ
  • ພະ​ເຢຊູ​ຕອນ​ຍັງ​ນ້ອຍ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເຍຊູຜູ້ຫນຸ່ມນ້ອຍໃນວິຫານ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ພະ​ເຍຊູ​ເຊື່ອ​ຟັງ​ສະເໝີ
    ສອນລູກໃຫ້ເປັນຄົນດີ
  • ຊີວິດ​ໃນ​ໄວ​ເດັກ​ຂອງ​ພະ​ເຍຊູ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບລ ບົດທີ 10

ບົດ 10

ການ​ເດີນ​ທາງ​ໄປ​ເຢຣຶຊາເລມ

ລະດູ​ໃບ​ໄມ້​ປົ່ງ​ມາ​ເຖິງ​ແລ້ວ. ເປັນ​ເວລາ​ທີ່​ຄອບຄົວ​ຂອງ​ໂຍເຊບ​ພ້ອມ​ດ້ວຍ​ມິດ​ສະຫາຍ​ແລະ​ຍາດ​ພີ່​ນ້ອງ ຈະ​ອອກ​ເດີນ​ທາງ​ໃນ​ລະດູ​ໃບ​ໄມ້​ປົ່ງ​ໄປ​ເມືອງ​ເຢຣຶຊາເລມ​ເພື່ອ​ສະຫຼອງ​ປັດສະຄາ​ຕາມ​ທີ່​ພວກ​ເຂົາ​ເຮັດ​ທຸກ​ປີ. ໃນ​ຂະນະ​ອອກ​ເດີນ​ທາງ​ປະມານ 100 ກິໂລແມັດ ຕາມ​ປົກກະຕິ​ແລ້ວ​ຍ່ອມ​ມີ​ຄວາມ​ຕື່ນ​ເຕັ້ນ. ຕອນ​ນີ້​ພະ​ເຍຊູ​ອາຍຸ 12 ປີ ແລະ​ພະອົງ​ຕັ້ງ​ໃຈ​ຄອຍ​ຖ້າ​ເວລາ​ມີ​ການ​ສະຫຼອງ​ຢ່າງ​ໃຈ​ຈົດ​ຈໍ່​ເປັນ​ພິເສດ.

ສຳລັບ​ພະ​ເຍຊູ​ແລະ​ຄອບຄົວ​ຂອງ​ພະອົງ​ແລ້ວ ການ​ສະຫຼອງ​ປັດສະຄາ​ບໍ່​ແມ່ນ​ກິດຈະກຳ​ແຕ່​ມື້​ດຽວ. ພວກ​ເຂົາ​ຈະ​ຄ້າງ​ຢູ່​ຕໍ່​ອີກ​ເຈັດ​ມື້​ເພື່ອ​ຮ່ວມ​ການ​ສະຫຼອງ​ເທສະການ​ເຂົ້າຈີ່​ບໍ່​ມີ​ເຊື້ອ ເຊິ່ງ​ເຂົາ​ຖື​ວ່າ​ເປັນ​ສ່ວນ​ຂອງ​ການ​ສະຫຼອງ​ປັດສະຄາ. ດັ່ງ​ນັ້ນ ການ​ເດີນ​ທາງ​ຈາກ​ບ້ານ​ທີ່​ນາຊາເລດ​ຮ່ວມ​ທັງ​ການ​ພັກ​ເຊົາ​ຢູ່​ໃນ​ເມືອງ​ເຢຣຶຊາເລມ​ຄົງ​ຈະ​ໃຊ້​ເວລາ​ປະມານ​ສອງ​ອາທິດ. ແຕ່​ປີ​ນີ້​ໃຊ້​ເວລາ​ດົນ​ກວ່າ ເນື່ອງ​ຈາກ​ເກີດ​ເຫດການ​ບາງ​ຢ່າງ​ທີ່​ກ່ຽວ​ຂ້ອງ​ກັບ​ພະ​ເຍຊູ.

ເລື່ອງ​ເກີດ​ຂຶ້ນ​ຕອນ​ເດີນ​ທາງ​ເມືອ​ບ້ານ​ຈາກ​ເຢຣຶຊາເລມ. ໂຍເຊບ​ແລະ​ມາລີ​ນຶກ​ວ່າ​ພະ​ເຍຊູ​ຢູ່​ນຳ​ກຸ່ມ​ພີ່​ນ້ອງ​ຫຼື​ຫມູ່​ທີ່​ຮ່ວມ​ເດີນ​ທາງ​ດ້ວຍ​ກັນ. ແຕ່​ເມື່ອ​ຢຸດ​ພັກ​ຄ້າງ​ຄືນ ປາກົດ​ວ່າ​ບໍ່​ເຫັນ​ພະອົງ ແລະ​ພວກ​ເຂົາ​ຊອກ​ຫາ​ພະອົງ​ໃນ​ຫມູ່​ຄົນ​ເດີນ​ທາງ​ນຳ​ກັນ. ຫາ​ບໍ່​ພົບ. ດັ່ງ​ນັ້ນ ໂຍເຊບ​ແລະ​ມາລີ​ຈຶ່ງ​ກັບ​ໄປ​ຊອກ​ຫາ​ພະອົງ​ທີ່​ເມືອງ​ເຢຣຶຊາເລມ.

ເຂົາ​ນຳ​ຫາ​ໝົດ​ມື້​ແຕ່​ບໍ່​ໄດ້​ຜົນ. ມື້​ທີ​ສອງ​ເຂົາ​ກໍ​ຕາມ​ຫາ​ບໍ່​ພົບ​ອີກ. ໃນ​ທີ່​ສຸດ ມື້​ທີ​ສາມ ເຂົາ​ເຂົ້າ​ໄປ​ທີ່​ພະ​ວິຫານ. ໃນ​ຫ້ອງ​ໜຶ່ງ​ຂອງ​ພະ​ວິຫານ​ນັ້ນ ເຂົາ​ເຫັນ​ພະ​ເຍຊູ​ພວມ​ນັ່ງ​ຟັງ​ແລະ​ຊັກ​ຖາມ​ບັນຫາ​ໃນ​ທ່າມກາງ​ອາຈານ​ຊາວ​ຢິວ.

ມາລີ​ຖາມ​ວ່າ “ລູກ​ເອີຍ ເຫດ​ສັນ​ໃດ​ທ່ານ​ໄດ້​ກະທຳ​ຢ່າງ​ນັ້ນ​ແກ່​ຫມູ່​ເຮົາ ຈົ່ງ​ເບິ່ງ ພໍ່​ຂອງ​ທ່ານ​ກັບ​ເຮົາ​ໄດ້​ຊອກ​ຫາ​ທ່ານ​ດ້ວຍ​ຄວາມ​ອຸກ​ໃຈ​ຫຼາຍ.”

ພະ​ເຍຊູ​ແປກ​ໃຈ​ວ່າ​ພໍ່​ແມ່​ບໍ່​ຮູ້​ຈະ​ໄປ​ຊອກ​ຫາ​ພະອົງ​ໄດ້​ຢູ່​ບ່ອນ​ໃດ. ພະອົງ​ຖາມ​ວ່າ “ເຫດ​ສັນ​ໃດ​ທ່ານ​ທັງ​ສອງ​ໄດ້​ຊອກ​ຫາ​ເຮົາ ທ່ານ​ທັງ​ສອງ​ບໍ່​ໄດ້​ຮູ້​ຫຼື​ວ່າ ເຮົາ​ຕ້ອງ​ຢູ່​ກະທຳ​ກິດຈະການ​ແຫ່ງ​ພະ​ບິດາ​ຂອງ​ເຮົາ.”

ພະ​ເຍຊູ​ບໍ່​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ພໍ່​ແມ່​ຂອງ​ພະອົງ​ບໍ່​ຮູ້​ເລື່ອງ​ນີ້. ແລ້ວ​ພະ​ເຍຊູ​ຈຶ່ງ​ເມືອ​ບ້ານ​ນຳ​ພໍ່​ແມ່ ແລະ​ຍອມ​ເຊື່ອ​ຟັງ​ເຂົາ​ຕໍ່​ໄປ. ພະອົງ​ຈະເລີນ​ຂຶ້ນ​ທັງ​ທາງ​ປັນຍາ​ແລະ​ຮ່າງ​ກາຍ ເປັນ​ທີ່​ມັກ​ຊອບ​ຂອງ​ພະເຈົ້າ​ແລະ​ມະນຸດ. ແມ່ນ​ແລ້ວ ຕັ້ງ​ແຕ່​ພະອົງ​ຍັງ​ເປັນ​ເດັກ​ຢູ່ ພະ​ເຍຊູ​ວາງ​ຕົວຢ່າງ​ທີ່​ດີ ບໍ່​ພຽງ​ແຕ່​ສະແຫວງ​ຫາ​ຜົນ​ປະໂຫຍດ​ຝ່າຍ​ວິນຍານ​ເທົ່າ​ນັ້ນ ແຕ່​ກໍ​ຍັງ​ສະແດງ​ຄວາມ​ນັບຖື​ຕໍ່​ພໍ່​ແມ່​ໄປ​ນຳ. ລຶກາ 2:40-52; 22:7.

▪ ເມື່ອ​ເຖິງ​ລະດູ​ໃບ​ໄມ້​ປົ່ງ ພະ​ເຍຊູ​ຮ່ວມ​ໄປ​ກັບ​ຄອບຄົວ​ຂອງ​ພະອົງ​ເປັນ​ປະຈຳ​ໃນ​ການ​ເດີນ​ທາງ​ຫຍັງ ແລະ​ຕ້ອງ​ໃຊ້​ເວລາ​ດົນ​ປານ​ໃດ?

▪ ເກີດ​ຫຍັງ​ຂຶ້ນ​ລະຫວ່າງ​ການ​ເດີນ​ທາງ​ຕອນ​ທີ່​ພະ​ເຍຊູ​ມີ​ອາຍຸ​ໄດ້ 12 ປີ?

▪ ພະ​ເຍຊູ​ວາງ​ຕົວຢ່າງ​ຫຍັງ​ໄວ້​ສຳລັບ​ຫນຸ່ມ​ສາວ​ໃນ​ສະໄໝ​ນີ້?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌