ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 72 ໜ້າ 170-ໜ້າ 171 ຂໍ້ 2
  • ພະ​ເຢຊູ​ຕອນ​ຍັງ​ນ້ອຍ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຢຊູ​ຕອນ​ຍັງ​ນ້ອຍ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ຊີວິດ​ໃນ​ໄວ​ເດັກ​ຂອງ​ພະ​ເຍຊູ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ເຍຊູຜູ້ຫນຸ່ມນ້ອຍໃນວິຫານ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ພະ​ເຍຊູ​ເຊື່ອ​ຟັງ​ສະເໝີ
    ສອນລູກໃຫ້ເປັນຄົນດີ
  • ຄຳຖາມ​ຈາກ​ຜູ້ອ່ານ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 72 ໜ້າ 170-ໜ້າ 171 ຂໍ້ 2
ພະ​ເຢຊູ​ຕອນ​ອາຍຸ​ສິບ​ສອງ​ປີ​ນັ່ງ​ລົມ​ກັບ​ພວກ​ອາຈານ​ຢູ່​ວິຫານ

ບົດ​ທີ 72

ພະ​ເຢຊູ​ຕອນ​ຍັງ​ນ້ອຍ

ໂຢເຊັບ​ແລະ​ມາຣິອາ​ອາໄສ​ຢູ່​ເມືອງ​ນາຊາເຣັດ​ກັບ​ພະ​ເຢຊູ​ແລະ​ລູກ​ຊາຍ​ລູກ​ສາວ​ອີກ​ຫຼາຍ​ຄົນ. ໂຢເຊັບ​ຫາ​ລ້ຽງ​ຄອບຄົວ​ໂດຍ​ເຮັດ​ວຽກ​ເປັນ​ຊ່າງ​ໄມ້. ລາວ​ສອນ​ເລື່ອງ​ຂອງ​ພະ​ເຢໂຫວາ​ແລະ​ກົດໝາຍ​ຂອງ​ເພິ່ນ​ໃຫ້​ທຸກ​ຄົນ​ໃນ​ຄອບຄົວ. ລາວ​ພາ​ຄອບຄົວ​ໄປ​ນະມັດສະການ​ຢູ່​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ​ເປັນ​ປະຈຳ​ແລະ​ໄປ​ສະຫຼອງ​ປັດສະຄາ​ຢູ່​ເມືອງ​ເຢຣູຊາເລັມ​ທຸກ​ປີ.

ຕອນ​ທີ່​ພະ​ເຢຊູ​ອາຍຸ 12 ປີ ຄອບຄົວ​ຂອງ​ເພິ່ນ​ເດີນທາງ​ໄກ​ໄປ​ສະຫຼອງ​ເທດສະການ​ປັດສະຄາ​ຢູ່​ເມືອງ​ເຢຣູຊາເລັມ​ຄື​ກັບ​ທີ່​ເຄີຍ​ເຮັດ​ຜ່ານ​ມາ ແລະ​ມີ​ຄົນ​ມາ​ສະຫຼອງ​ເທດສະການ​ນີ້​ຫຼາຍ​ແທ້​ຫຼາຍ​ວ່າ. ຫຼັງ​ຈາກ​ເທດສະການ​ແລ້ວໆ ໂຢເຊັບ​ກັບ​ມາຣິອາ​ກໍ​ເດີນທາງ​ກັບ​ເມືອ​ພ້ອມ​ກັບ​ຄົນ​ກຸ່ມ​ໃຫຍ່​ແລະ​ເຂົາເຈົ້າ​ຄິດ​ວ່າ​ພະ​ເຢຊູ​ກໍ​ກັບ​ມາ​ນຳ. ແຕ່​ເມື່ອ​ຊອກ​ພະ​ເຢຊູ​ໃນ​ກຸ່ມ​ຍາດ​ຕິ​ພີ່ນ້ອງ​ແລ້ວ​ກໍ​ບໍ່​ເຫັນ​ເພິ່ນ.

ເຂົາເຈົ້າ​ຈຶ່ງ​ກັບ​ໄປ​ເມືອງ​ເຢຣູຊາເລັມ​ແລະ​ຊອກ​ຫາ​ລູກ​ຊາຍ 3 ມື້. ໃນ​ທີ່​ສຸດ​ເຂົາເຈົ້າ​ກໍ​ໄປ​ວິຫານ ແລ້ວ​ກໍ​ເຫັນ​ພະ​ເຢຊູ​ກຳລັງ​ນັ່ງ​ຟັງ​ແລະ​ຖາມ​ພວກ​ອາຈານ​ຢູ່. ພວກ​ອາຈານ​ປະທັບໃຈ​ພະ​ເຢຊູ​ຫຼາຍ​ຈົນ​ເລີ່ມ​ຖາມ​ຄຳ​ຖາມ​ເພິ່ນ ແລະ​ເຂົາເຈົ້າ​ກໍ​ຮູ້ສຶກ​ງຶດ​ກັບ​ຄຳ​ຕອບ​ຂອງ​ເພິ່ນ​ຫຼາຍ. ເຂົາເຈົ້າ​ເຫັນ​ວ່າ​ພະ​ເຢຊູ​ເຂົ້າໃຈ​ກົດໝາຍ​ຂອງ​ພະເຈົ້າ​ດີ​ແທ້ໆ.

ໂຢເຊັບ​ກັບ​ມາຣິອາ​ຮູ້ສຶກ​ກັງວົນ​ຫຼາຍ. ມາຣິອາ​ຖາມ​ພະ​ເຢຊູ​ວ່າ: ‘ລູກ​ເອີ້ຍ ພໍ່​ກັບ​ແມ່​ຊອກ​ຫາ​ລູກ​ທົ່ວ​ທຸກ​ບ່ອນ! ລູກ​ໄປ​ຢູ່​ໃສ​ມາ?’ ພະ​ເຢຊູ​ຕອບ​ວ່າ: ‘ພໍ່​ກັບ​ແມ່​ບໍ່​ຮູ້​ບໍ​ວ່າ​ລູກ​ຈະ​ຕ້ອງ​ຢູ່​ບ່ອນ​ນີ້ ຢູ່​ໃນ​ເຮືອນ​ພໍ່​ຂອງ​ລູກ.’

ພະ​ເຢຊູ​ກັບ​ເມືອ​ນາຊາເຣັດ​ນຳ​ພໍ່​ແມ່. ຫຼັງ​ຈາກ​ນັ້ນ ໂຢເຊັບ​ກໍ​ສອນ​ພະ​ເຢຊູ​ໃຫ້​ເປັນ​ຊ່າງ​ໄມ້. ເຈົ້າ​ຄິດ​ວ່າ​ເມື່ອ​ພະ​ເຢຊູ​ໃຫຍ່​ຂຶ້ນ ເພິ່ນ​ຈະ​ເປັນ​ຄົນ​ແບບ​ໃດ? ເມື່ອ​ໃຫຍ່​ຂຶ້ນ ພະ​ເຢຊູ​ກໍ​ສະຫຼາດ​ຂຶ້ນ​ເລື້ອຍໆ. ເພິ່ນ​ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ພະເຈົ້າ​ແລະ​ຈາກ​ຄົນ​ທົ່ວໄປ.

ໂຢເຊັບ​ກັບ​ມາຣິອາ​ນັ່ງ​ຢູ່​ໂຕະ​ກັບ​ພະ​ເຢຊູ​ແລະ​ພວກ​ນ້ອງ​ຂອງ​ເພິ່ນ

“ພະເຈົ້າ​ຂອງ​ລູກ​ເອີ້ຍ ລູກ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະອົງ ແລະ​ກົດໝາຍ​ຂອງ​ພະອົງ​ກໍ​ຢູ່​ໃນ​ໃຈ​ຂອງ​ລູກ​ສະເໝີ.”—ເພງ​ສັນລະເສີນ 40:8

ຄຳ​ຖາມ: ໂຢເຊັບ​ກັບ​ມາຣິອາ​ເຈິ​ພະ​ເຢຊູ​ຢູ່​ໃສ? ພະ​ເຢຊູ​ເຮັດ​ຫຍັງ​ຢູ່​ຫັ້ນ?

ມັດທາຍ 13:55, 56; ມາຣະໂກ 6:3; ລູກາ 2:40-52; 4:16; ພະ​ບັນຍັດ 16:15, 16

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌