ບົດ 13
ບົດຮຽນຈາກການທີ່ພະເຍຊູຖືກທົດລອງ
ທັນທີຫຼັງຈາກການຮັບບັບເຕມາແລ້ວ ພະວິນຍານຂອງພະເຈົ້າໄດ້ພາພະເຍຊູເຂົ້າໄປໃນປ່າແຂວງຢູເດ. ພະອົງມີຫຼາຍສິ່ງທີ່ຈະຕ້ອງຄິດເຖິງ ເພາະຕອນທີ່ພະອົງຮັບບັບເຕມານັ້ນ “ຟ້າສະຫວັນແຫວກອອກ” ເພື່ອພະອົງຈະສາມາດສັງເກດເຂົ້າໃຈສິ່ງທີ່ກ່ຽວກັບຝ່າຍສະຫວັນໄດ້. ທີ່ຈິງ ມີຫຼາຍສິ່ງທີ່ພະອົງຈະຮິ່ນຕອງ!
ພະເຍຊູໃຊ້ເວລາ 40 ມື້ແລະ 40 ຄືນຢູ່ໃນປ່າ ຕະຫຼອດເວລານັ້ນພະອົງບໍ່ໄດ້ກິນຫຍັງເລີຍ. ຈາກນັ້ນ ເມື່ອພະເຍຊູຫິວຫຼາຍ ພະຍາມານໄດ້ເຂົ້າຫາເພື່ອຈະທົດລອງພະອົງ ໂດຍກ່າວວ່າ “ຖ້າພະອົງເປັນພະບຸດແຫ່ງພະເຈົ້າ ຈົ່ງບອກກ້ອນຫີນທັງຫຼາຍນີ້ໃຫ້ກາຍເປັນເຂົ້າຈີ່ເທີ້ນ.” ແຕ່ພະເຍຊູຮູ້ວ່າການໃຊ້ອຳນາດອັດສະຈັນເພື່ອສະໜອງຄວາມປາຖະໜາຂອງຕົນເອງນັ້ນຜິດ. ດັ່ງນັ້ນ ພະອົງຈຶ່ງໄດ້ປະຕິເສດ.
ຊ້ຳບໍ່ຫນຳພະຍາມານບໍ່ຍອມເຊົາ. ມັນລອງໃຊ້ອີກວິທີໜຶ່ງ. ມັນທ້າໃຫ້ພະເຍຊູໂດດຈາກກຳແພງພະວິຫານ ເພື່ອທູດສະຫວັນຈະມາຊ່ອຍພະອົງໄວ້. ເຖິງປານນັ້ນພະເຍຊູບໍ່ຍອມຖືກຊັກຊວນໃຫ້ເຮັດສິ່ງທີ່ໜ້າຕື່ນເຕັ້ນເຊັ່ນນັ້ນ. ໂດຍຍົກເອົາຂໍ້ຄຳພີຂຶ້ນມາອ້າງ ພະເຍຊູຈຶ່ງສະແດງໃຫ້ເຫັນວ່າເປັນການຜິດທີ່ຈະທົດລອງພະເຈົ້າດ້ວຍວິທີນີ້.
ໃນການທົດລອງເທື່ອທີສາມ ພະຍາມານໄດ້ໃຫ້ພະເຍຊູເຫັນອານາຈັກທັງສິ້ນເທິງແຜ່ນດິນໂລກໂດຍວິທີອັດສະຈັນແລະກ່າວວ່າ “ສິ່ງທັງຫຼາຍນີ້ເຮົາຈະໃຫ້ແກ່ພະອົງທັງໝົດ ຖ້າພະອົງຈະນົບນ້ອມຕົວລົງ ແລະຂາບໄຫວ້ເຮົາ.” ແຕ່ອີກເທື່ອໜຶ່ງພະເຍຊູໄດ້ປະຕິເສດການຊັກຊວນໃຫ້ກະທຳຜິດ ພະອົງເລືອກທີ່ຈະສັດຊື່ຕໍ່ພະເຈົ້າ.
ເຮົາໄດ້ບົດຮຽນຈາກການທີ່ພະເຍຊູຖືກທົດລອງໃນຕົວຢ່າງເຫຼົ່ານີ້. ນັ້ນເປັນຕົວຢ່າງໃຫ້ເຫັນວ່າ ພະຍາມານບໍ່ແມ່ນລັກສະນະຂອງຄວາມຊົ່ວເທົ່ານັ້ນ ຢ່າງເຊັ່ນບາງຄົນອ້າງ ແຕ່ວ່າມັນເປັນບຸກຄົນແທ້ໆ ເປັນຕົວຕົນທີ່ບໍ່ປະຈັກແກ່ຕາ. ການທີ່ມັນທົດລອງພະເຍຊູສະແດງວ່າ ການປົກຄອງທົ່ວແຜ່ນດິນໂລກເປັນຂອງພະຍາມານ. ຫາກສິ່ງເຫຼົ່ານັ້ນບໍ່ແມ່ນຂອງພະຍາມານແທ້ໆ ມັນຈະສະເໜີສິ່ງເຫຼົ່ານັ້ນເພື່ອລໍ້ໃຈພະເຍຊູໄດ້ຢ່າງໃດ?
ລອງໃຫ້ຄິດເລື່ອງນີ້ ພະຍາມານບອກວ່າ ມັນພ້ອມຈະມອບລາງວັນແກ່ພະເຍຊູ ກະທັ່ງໃຫ້ອານາຈັກທັງສິ້ນຂອງໂລກ ຫາກພະອົງຂາບໄຫວ້ມັນພຽງແຕ່ເທື່ອດຽວ. ພະຍາມານອາດຈະພະຍາຍາມທົດລອງເຮົາໃນທຳນອງຄ້າຍໆ ກັນ ບາງທີອາດຈັດເອົາຊ່ອງທາງໃຫ້ໄດ້ຊັບສິນ, ອຳນາດ, ຫຼືຕຳແໜ່ງທາງຝ່າຍໂລກ ມາວາງຍົວະເຍົ້າເຮົາ. ເຖິງຢ່າງນັ້ນ ເປັນການສຸຂຸມທີ່ຈະເອົາແບບຢ່າງຂອງພະເຍຊູ ໂດຍການຮັກສາຄວາມສັດຊື່ຕໍ່ພະເຈົ້າ ບໍ່ວ່າການລໍ້ລວງຈະມາໃນລັກສະນະໃດກໍຕາມ! ມັດທາຽ 3:16; 4:1-11; ມາລະໂກ 1:12, 13; ລຶກາ 4:1-13.
▪ ເລື່ອງໃດແດ່ທີ່ພະເຍຊູຄົງໄດ້ຮິ່ນຕອງລະຫວ່າງ 40 ມື້ທີ່ຢູ່ໃນປ່າ?
▪ ພະຍາມານໄດ້ພະຍາຍາມທົດລອງພະເຍຊູຢ່າງໃດ?
▪ ເຮົາໄດ້ບົດຮຽນຫຍັງແດ່ຈາກການທີ່ພະຍາມານທົດລອງພະເຍຊູ?