ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 75 ໜ້າ 178-ໜ້າ 179 ຂໍ້ 4
  • ຊາຕານ​ທົດສອບ​ພະ​ເຢຊູ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຊາຕານ​ທົດສອບ​ພະ​ເຢຊູ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ເຮົາ​ຕ້ອງ​ຕ້ານ​ທານ​ການ​ລໍ້​ໃຈ
    ຮຽນຈາກຄູຜູ້ຍິ່ງໃຫຍ່
  • ບົດຮຽນ​ຈາກ​ການ​ທີ່​ພະ​ເຍຊູ​ຖືກ​ທົດລອງ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 75 ໜ້າ 178-ໜ້າ 179 ຂໍ້ 4
ພະ​ເຢຊູ​ບໍ່​ຍອມ​ໂດດ​ຈາກ​ບ່ອນ​ສູງ​ສຸດ​ຂອງ​ວິຫານ

ບົດ​ທີ 75

ຊາຕານ​ທົດສອບ​ພະ​ເຢຊູ

ພະ​ເຢຊູ​ບໍ່​ຍອມ​ເສກ​ກ້ອນ​ຫີນ​ໃຫ້​ເປັນ​ຂອງກິນ

ຫຼັງ​ຈາກ​ພະ​ເຢຊູ​ຮັບ​ບັບເຕມາ ພະລັງ​ຂອງ​ພະເຈົ້າ​ກໍ​ພາ​ເພິ່ນ​ເຂົ້າ​ໄປ​ໃນ​ບ່ອນ​ກັນດານ. ພະ​ເຢຊູ​ບໍ່​ໄດ້​ກິນ​ຫຍັງ​ເລີຍ 40 ມື້​ແລະ​ເພິ່ນ​ກໍ​ຫິວ​ຫຼາຍ. ຊາຕານ​ຈຶ່ງ​ມາ​ລໍ້ໃຈ​ເພິ່ນ​ແລະ​ເວົ້າ​ວ່າ: ‘ຖ້າ​ເຈົ້າ​ເປັນ​ລູກ​ຂອງ​ພະເຈົ້າ​ແທ້ໆ ເສກ​ກ້ອນ​ຫີນ​ເຫຼົ່າ​ນີ້​ໃຫ້​ເປັນ​ຂອງກິນ​ແມ້.’ ແຕ່​ພະ​ເຢຊູ​ຕອບ​ຊາຕານ​ໂດຍ​ອ້າງ​ຂໍ້​ຄຳພີ​ວ່າ: ‘ພະຄຳພີ​ບອກ​ໄວ້​ວ່າ ຄົນ​ເຮົາ​ຈະ​ມີ​ຊີວິດ​ຢູ່​ໄດ້ ບໍ່​ແມ່ນ​ດ້ວຍ​ອາຫານ​ເທົ່າ​ນັ້ນ ແຕ່​ດ້ວຍ​ຄຳເວົ້າ​ທຸກ​ຄຳ​ທີ່​ອອກ​ມາ​ຈາກ​ປາກ​ພະ​ເຢໂຫວາ.’

ຈາກ​ນັ້ນ ຊາຕານ​ກໍ​ທ້າ​ພະ​ເຢຊູ​ວ່າ: ‘ຖ້າ​ເຈົ້າ​ເປັນ​ລູກ​ຂອງ​ພະເຈົ້າ​ແທ້ໆ ກໍ​ໂດດ​ຈາກ​ບ່ອນ​ສູງ​ສຸດ​ຂອງ​ວິຫານ​ລົງ​ໄປ​ໂລດ ເພາະ​ພະຄຳພີ​ບອກ​ວ່າ​ພະເຈົ້າ​ຈະ​ສົ່ງ​ທູດສະຫວັນ​ຂອງ​ເພິ່ນ​ມາ​ຮັບ​ເຈົ້າ​ໄວ້.’ ແຕ່​ພະ​ເຢຊູ​ກໍ​ຕອບ​ຊາຕານ​ໂດຍ​ອ້າງ​ຂໍ້​ຄຳພີ​ອີກ​ວ່າ: ‘ພະຄຳພີ​ບອກ​ໄວ້​ວ່າ ຢ່າ​ທ້າທາຍ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ.’

ພະ​ເຢຊູ​ປະຕິເສດ​ເມື່ອ​ຊາຕານ​ສະເໜີ​ທຸກ​ປະເທດ​ໃນ​ໂລກ​ໃຫ້​ເພິ່ນ

ແລ້ວ​ຊາຕານ​ກໍ​ເຮັດ​ໃຫ້​ພະ​ເຢຊູ​ເຫັນ​ຄວາມ​ຮັ່ງມີ​ກັບ​ຄວາມ​ຍິ່ງໃຫຍ່​ຂອງ​ທຸກ​ປະເທດ​ໃນ​ໂລກ​ແລະ​ເວົ້າ​ວ່າ: ‘ຂ້ອຍ​ຈະ​ຍົກ​ປະເທດ​ແລະ​ຄວາມ​ຍິ່ງໃຫຍ່​ທັງໝົດ​ນີ້​ໃຫ້​ເຈົ້າ ຖ້າ​ເຈົ້າ​ກົ້ມ​ກາບ​ຂ້ອຍ​ແຕ່​ເທື່ອ​ດຽວ.’ ແຕ່​ພະ​ເຢຊູ​ຕອບ​ຊາຕານ​ວ່າ: ‘ໜີ​ໄປ​ໄກໆ ຊາຕານ! ພະຄຳພີ​ບອກ​ໄວ້​ວ່າ ເຈົ້າ​ຕ້ອງ​ນະມັດສະການ​ພະ​ເຢໂຫວາ​ຜູ້​ດຽວ​ເທົ່າ​ນັ້ນ.’

ຊາຕານ​ຈຶ່ງ​ໜີ​ໄປ​ຈາກ​ພະ​ເຢຊູ ແລ້ວ​ທູດສະຫວັນ​ກໍ​ເອົາ​ອາຫານ​ມາ​ໃຫ້​ເພິ່ນ​ກິນ. ຕັ້ງແຕ່​ນັ້ນ​ມາ ພະ​ເຢຊູ​ກໍ​ເລີ່ມ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ ເພາະ​ເພິ່ນ​ຖືກ​ສົ່ງ​ມາ​ໃນ​ໂລກ​ເພື່ອ​ເຮັດ​ວຽກ​ນີ້. ປະຊາຊົນ​ມັກ​ສິ່ງ​ທີ່​ພະ​ເຢຊູ​ສອນ​ແລະ​ຕິດຕາມ​ເພິ່ນ​ໄປ​ທົ່ວ​ທຸກ​ບ່ອນ.

“[ຊາຕານ] ຂີ້​ຕົວະ​ຕາມ​ສັນ​ດານ​ຂອງ​ມັນ ຍ້ອນ​ມັນ​ເປັນ​ຈອມ​ຂີ້​ຕົວະ​ແລະ​ເປັນ​ພໍ່​ຂອງ​ການ​ຕົວະ.”—ໂຢຮັນ 8:44

ຄຳ​ຖາມ: ຊາຕານ​ທົດສອບ​ພະ​ເຢຊູ​ເລື່ອງ​ຫຍັງ​ແດ່? ພະ​ເຢຊູ​ຕອບ​ຊາຕານ​ແນວ​ໃດ?

ມັດທາຍ 4:1-11; ມາຣະໂກ 1:12, 13; ລູກາ 4:1-15; ພະ​ບັນຍັດ 6:13, 16; 8:3; ຢາໂກໂບ 4:7

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌