ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບລ ບົດທີ 27
  • ມັດທາຍ​ຖືກ​ຮຽກ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ມັດທາຍ​ຖືກ​ຮຽກ
  • ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ເລື່ອງທີ່ຄ້າຍກັນ
  • ຊອກ​ຫາ​ຄົນ​ທີ່​ຫຼົງ​ທາງ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບລ ບົດທີ 27

ບົດ 27

ມັດທາຍ​ຖືກ​ຮຽກ

ພາຍ​ຫຼັງ​ພະ​ເຍຊູ​ປົວ​ຄົນ​ອຳມະພາດ​ໄດ້​ບໍ່​ດົນ ພະອົງ​ເດີນ​ທາງ​ອອກ​ຈາກ​ເມືອງ​ກັບເອນາອູມ​ໄປ​ທີ່​ທະເລ​ຄາລິເລ. ອີກ​ເທື່ອ​ໜຶ່ງ​ຝູງ​ຊົນ​ມາ​ຫາ​ພະອົງ ແລະ​ພະອົງ​ເລີ່ມ​ສັ່ງ​ສອນ​ເຂົາ. ຂະນະ​ພະອົງ​ຍ່າງ​ຜ່ານ​ໄປ ໄດ້​ເຫັນ​ມັດທາຍ​ເຊິ່ງ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເລວີ ນັ່ງ​ຢູ່​ທີ່​ດ່ານ​ເກັບ​ພາສີ. ພະ​ເຍຊູ​ກ່າວ​ເຊີນ​ເຂົາ​ວ່າ “ທ່ານ​ຈົ່ງ​ຕາມ​ເຮົາ​ໄປ​ເທີ້ນ.”

ມັດທາຍ​ຄົງ​ຈະ​ຄຸ້ນ​ເຄີຍ​ກັບ​ຄຳ​ສອນ​ຂອງ​ພະ​ເຍຊູ​ກ່ອນ​ແລ້ວ ຄື​ກັບ​ເປໂຕ, ອັນດະເລອາ, ຍາໂກໂບ, ແລະ​ໂຍຮັນ​ເມື່ອ​ພວກ​ເຂົາ​ຖືກ​ເອີ້ນ. ເຊັ່ນ​ດຽວ​ກັນ​ກັບ​ພວກ​ເຂົາ ມັດທາຍ​ຍອມ​ຮັບ​ຄຳ​ເຊີນ​ທັນທີ. ລາວ​ລຸກ​ຂຶ້ນ ແລ້ວ​ປະ​ລະ​ໜ້າທີ່​ນາຍ​ພາສີ​ຂອງ​ຕົນ​ແລະ​ຕິດ​ຕາມ​ພະ​ເຍຊູ​ໄປ.

ຫຼັງ​ຈາກ​ນັ້ນ ມັດທາຍ​ໄດ້​ຈັດການ​ລ້ຽງ​ໃຫຍ່​ຢູ່​ບ້ານ​ຂອງ​ຕົນ ບາງ​ທີ​ລາວ​ອາດ​ຈະ​ລ້ຽງ​ສະຫຼອງ​ການ​ທີ່​ລາວ​ຖືກ​ເອີ້ນ. ນອກ​ຈາກ​ພະ​ເຍຊູ​ແລະ​ສາວົກ​ຂອງ​ພະອົງ​ແລ້ວ ຍັງ​ມີ​ຜູ້​ເຄີຍ​ຄົບ​ຫາ​ກັບ​ມັດທາຍ​ຮ່ວມ​ດ້ວຍ. ຕາມ​ປົກກະຕິ ຄົນ​ເຫຼົ່າ​ນີ້​ມັກ​ຈະ​ຖືກ​ຄົນ​ຢິວ​ດ້ວຍ​ກັນ​ດູ​ຖູກ ເນື່ອງ​ຈາກ​ເຂົາ​ເກັບ​ພາສີ​ສົ່ງ​ໃຫ້​ເຈົ້າ​ໜ້າທີ່​ໂລມັນ​ເຊິ່ງ​ຊາວ​ຢິວ​ກຽດ​ຊັງ. ຍິ່ງ​ກວ່າ​ນັ້ນ ຄົນ​ເຫຼົ່າ​ນີ້​ມັກ​ຮຽກ​ເງິນ​ຈາກ​ປະຊາຊົນ​ເກີນ​ອັດຕາ​ພາສີ​ປົກກະຕິ.

ເມື່ອ​ເຫັນ​ພະ​ເຍຊູ​ກິນ​ລ້ຽງ​ກັບ​ຄົນ​ເຫຼົ່າ​ນີ້ ພວກ​ຟາລິຊຽນ​ຖາມ​ສາວົກ​ຂອງ​ພະອົງ​ວ່າ “ເຫດ​ສັນ​ໃດ​ເຈົ້ານາຍ​ຂອງ​ທ່ານ​ທັງ​ຫຼາຍ​ກິນ​ອາຫານ​ດ້ວຍ​ກັນ​ກັບ​ຄົນ​ເກັບ​ພາສີ​ແລະ​ຄົນ​ບາບ​ທັງ​ຫຼາຍ.” ເມື່ອ​ໄດ້​ຍິນ​ເຊັ່ນ​ນັ້ນ ພະ​ເຍຊູ​ຕອບ​ພວກ​ຟາລິຊຽນ​ວ່າ “ຄົນ​ທັງ​ຫຼາຍ​ທີ່​ສຳບາຍ​ຢູ່​ບໍ່​ຕ້ອງ​ຢາກ​ໄດ້​ຫາ​ທ່ານ​ໝໍ​ຢາ ແຕ່​ວ່າ​ຄົນ​ບໍ່​ສຳບາຍ​ກໍ​ຕ້ອງ​ຢາກ​ໄດ້. ແຕ່​ວ່າ​ທ່ານ​ທັງ​ຫຼາຍ ຈົ່ງ​ໄປ​ຮຽນ​ຮູ້​ຈັກ​ຂໍ້​ນີ້​ທີ່​ວ່າ ເຮົາ​ຢາກ​ໄດ້​ຄວາມ​ອີດູ​ແລະ​ບໍ່​ແມ່ນ​ເຄື່ອງ​ບູຊາ. ເພາະ​ວ່າ ເຮົາ​ໄດ້​ມາ​ເອີ້ນ​ເອົາ​ບໍ່​ໃຊ່​ຄົນ​ຊອບທຳ​ແຕ່​ວ່າ​ຄົນ​ບາບ​ທັງ​ຫຼາຍ.”

ເບິ່ງ​ຄື​ວ່າ ມັດທາຍ​ເຊີນ​ຄົນ​ເກັບ​ພາສີ​ມາ​ບ້ານ​ຕົນ​ກໍ​ເພື່ອ​ໃຫ້​ພວກ​ເຂົາ​ຟັງ​ພະ​ເຍຊູ​ສັ່ງ​ສອນ​ແລະ​ຮັບ​ການ​ປິ່ນປົວ​ທາງ​ຝ່າຍ​ວິນຍານ. ດັ່ງ​ນັ້ນ ພະ​ເຍຊູ​ຄົບ​ຫາ​ກັບ​ເຂົາ​ກໍ​ເພື່ອ​ຊ່ອຍ​ພວກ​ເຂົາ​ໃຫ້​ເຂົ້າ​ມາ​ມີ​ສຳພັນທະພາບ​ທີ່​ດີ​ກັບ​ພະເຈົ້າ. ພະ​ເຍຊູ​ບໍ່​ລັງກຽດ​ຄົນ​ເຫຼົ່າ​ນີ້​ເໝືອນ​ດັ່ງ​ພວກ​ຟາລິຊຽນ​ທີ່​ຖື​ວ່າ​ຕົນ​ຊອບທຳ. ແຕ່​ທີ່​ຈິງ ເນື່ອງ​ຈາກ​ຄວາມ​ເມດຕາ ພະອົງ​ຈຶ່ງ​ເປັນ​ແພດ​ທາງ​ຝ່າຍ​ວິນຍານ​ຂອງ​ພວກ​ເຂົາ.

ການ​ທີ່​ພະ​ເຍຊູ​ສະແດງ​ຄວາມ​ເມດຕາ​ຕໍ່​ຄົນ​ບາບ​ເຫຼົ່າ​ນັ້ນ ບໍ່​ແມ່ນ​ພະອົງ​ຍິນ​ຍອມ​ກັບ​ຄວາມ​ບາບ​ຂອງ​ເຂົາ ແຕ່​ພະອົງ​ສະແດງ​ຄວາມ​ອ່ອນ​ໂຍນ​ແບບ​ດຽວ​ກັບ​ທີ່​ເຄີຍ​ສະແດງ​ຕໍ່​ຄົນ​ປ່ວຍ​ທາງ​ກາຍ. ເຊັ່ນ ລະນຶກ​ເຖິງ​ຕອນ​ທີ່​ພະອົງ​ຍື່ນ​ມື​ແຕະ​ຄົນ​ຂີ້ທູດ​ດ້ວຍ​ຄວາມ​ສົງສານ ແລະ​ກ່າວ​ວ່າ “ເຮົາ​ມີ​ນ້ຳໃຈ ໃຫ້​ເຈົ້າ​ດີ​ສະອາດ​ເທີ້ນ.” ໃຫ້​ພວກ​ເຮົາ​ມີ​ນ້ຳໃຈ​ເຊັ່ນ​ດຽວ​ກັນ ຄື​ສະແດງ​ຄວາມ​ອີດູ​ຕໍ່​ຄົນ​ທຸກ​ຍາກ ໂດຍ​ສະເພາະ​ຊ່ອຍ​ເຂົາ​ທາງ​ດ້ານ​ຝ່າຍ​ວິນຍານ. ມັດທາຽ 8:3; 9:9-13; ມາລະໂກ 2:13-17; ລຶກາ 5:27-32.

▪ ມັດທາຍ​ຢູ່​ບ່ອນ​ໃດ​ເມື່ອ​ພະ​ເຍຊູ​ເຫັນ​ລາວ?

▪ ມັດທາຍ​ມີ​ອາຊີບ​ຫຍັງ ແລະ​ເຫດ​ໃດ​ຄົນ​ຢິວ​ຈຶ່ງ​ດູ​ຖູກ​ຜູ້​ມີ​ອາຊີບ​ນີ້?

▪ ມີ​ການ​ຟ້ອງ​ພະ​ເຍຊູ​ໃນ​ເລື່ອງ​ໃດ ແລະ​ພະອົງ​ຕອບ​ສະໜອງ​ຢ່າງ​ໃດ?

▪ ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ຄົບ​ຫາ​ກັບ​ຄົນ​ບາບ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌