ບົດ 85
ຊອກຫາຄົນທີ່ຫຼົງທາງ
ພະເຍຊູຂຸ້ນຂ້ຽວສືບຊອກ ແລະຄົ້ນຫາຄົນທີ່ພ້ອມຈະຖ່ອມໃຈຮັບໃຊ້ພະເຈົ້າ. ດັ່ງນັ້ນ ພະອົງຈຶ່ງຄົ້ນຫາແລະບອກເລື່ອງລາຊະອານາຈັກແກ່ທຸກຄົນ ລວມທັງຄົນທີ່ຂຶ້ນຊື່ວ່າເຮັດຊົ່ວ. ບັດນີ້ ຄົນປະເພດນີ້ແຫຼະທີ່ເຂົ້າມາຟັງພະອົງ.
ເມື່ອສັງເກດເຫັນເຊັ່ນນີ້ ພວກຟາລິຊຽນແລະພວກສະໝຽນຈຶ່ງຕຳໜິພະເຍຊູທີ່ຄົບຫາກັບຜູ້ເຊິ່ງເຂົາເຫັນວ່າບໍ່ສົມຄວນ. ເຂົາຈົ່ມພຶມພຳວ່າ “ທ່ານຜູ້ນີ້ຮັບຄົນບາບທັງຫຼາຍແລະກິນກັບເຂົາ.” ເຂົາຖືວ່າການກະທຳນັ້ນເສື່ອມເສຍສັກສີສ່ຳໃດ! ພວກຟາລິຊຽນແລະສະໝຽນປະຕິບັດກັບສາມັນຊົນເຊັ່ນກັບຂີ້ຝຸ່ນໃຕ້ຕີນ. ທີ່ຈິງເຂົາໃຊ້ຄຳພາສາເຫບເລີວ່າ ອຳຮາອາເຣທສ ໝາຍເຖິງ “ຄົນແຫ່ງແຜ່ນດິນ [ບ້ານນອກ]” ເພື່ອສະແດງວ່າເຂົາດູໝິ່ນຄົນພວກນີ້.
ອີກດ້ານໜຶ່ງ ພະເຍຊູປະຕິບັດກັບທຸກໆ ຄົນຢ່າງໃຫ້ກຽດ ດ້ວຍຄວາມກະລຸນາແລະເມດຕາ. ເປັນເຫດໃຫ້ຜູ້ຕ່ຳຕ້ອຍຫຼາຍຄົນ ລວມທັງບຸກຄົນເຊິ່ງລືຊື່ໃນທາງຊົ່ວ ຮ້ອນຮົນຢາກຟັງພະອົງ, ແຕ່ຈະວ່າຢ່າງໃດກ່ຽວກັບການທີ່ພວກຟາລິຊຽນກ່າວຫາພະເຍຊູເພາະພະອົງ ພະຍາຍາມຊ່ອຍເຫຼືອຜູ້ທີ່ພວກເຂົາເຫັນວ່າບໍ່ສົມຄວນ?
ພະເຍຊູໄດ້ຍົກເອົາອຸທາຫອນມາຕອບຂໍ້ຄັດຄ້ານຂອງເຂົາ. ພະອົງກ່າວຈາກແງ່ຄິດຂອງພວກຟາລິຊຽນເອງເໝືອນກັບເຂົາເປັນຄົນຊອບທຳ ແລະຢູ່ຢ່າງປອດໄພໃນຄອກຂອງພະເຈົ້າ ໃນຂະນະທີ່ ອຳຮາອາເຣທສ ບຸກຄົນໜ້າລັງກຽດເຫຼົ່ານີ້ໄດ້ຫຼົງຜິດບໍ່ຮູ້ຈັກຫົນທາງ. ລອງຟັງຕອນທີ່ພະອົງຖາມວ່າ:
“ໃນພວກທ່ານມີຄົນໃດທີ່ມີແພະ [ແກະ] ໜຶ່ງຮ້ອຍຕົວ ແລະເສຍຕົວໜຶ່ງ ຈະບໍ່ປະເກົ້າສິບເກົ້າຕົວໃນກາງປ່າ ຈຶ່ງໄປຫາຕົວທີ່ເສຍແລ້ວຈົນເຖິງໄດ້ພົບມັນແລ້ວ. ແລະເມື່ອໄດ້ພົບແລ້ວ ເພິ່ນໄດ້ເອົາມັນແບກໃສ່ບ່າເອງດ້ວຍຄວາມຍິນດີ. ແລະເວລາເມືອເຮືອນແລ້ວ ເພິ່ນໄດ້ເອີ້ນສ່ຽວ ແລະເພື່ອນບ້ານທັງຫຼາຍກ່າວແກ່ເຂົາວ່າ ທ່ານທັງຫຼາຍຈົ່ງຊົມຊື່ນຍິນດີກັບເຮົາ ເຫດວ່າແພະ [ແກະ] ຂອງເຮົາທີ່ເສຍນັ້ນເຮົາໄດ້ພົບແລ້ວ.”
ຄັນແລ້ວ ພະເຍຊູໄດ້ອະທິບາຍອຸທາຫອນເລື່ອງນັ້ນວ່າ “ເຮົາກ່າວແກ່ທ່ານທັງຫຼາຍວ່າ ດັງນັ້ນຈະມີຄວາມຍິນດີໃນສະຫວັນ ເພາະເຫັນແກ່ຄົນບາບຄົນດຽວທີ່ປະໃຈເກົ່າເອົາໃຈໃໝ່ຫຼາຍກວ່າຈະຍິນດີໃນຄົນຊອບທຳເກົ້າສິບເກົ້າຄົນທີ່ບໍ່ຕ້ອງການປະໃຈເກົ່າເອົາໃຈໃໝ່.”
ພວກຟາລິຊຽນຖືວ່າຕົນເອງຊອບທຳຢູ່ແລ້ວ ສະນັ້ນຈຶ່ງບໍ່ຈຳເປັນຕ້ອງປ່ຽນໃຈຫຼືປະໃຈເກົ່າເອົາໃຈໃໝ່. ປະມານສອງປີມາແລ້ວ ເມື່ອພວກຟາລິຊຽນລາງຄົນໄດ້ຕິວ່າພະເຍຊູນັ່ງຮັບປະທານອາຫານກັບຄົນເກັບພາສີແລະຄົນບາບ ພະອົງຈຶ່ງຊີ້ແຈງວ່າ “ເຮົາໄດ້ມາເອີ້ນເອົາບໍ່ໃຊ່ຄົນຊອບທຳ ແຕ່ວ່າຄົນບາບທັງຫຼາຍ.” ພວກຟາລິຊຽນເຊິ່ງຖືວ່າຕົນເອງຊອບທຳແລະບໍ່ຈຳເປັນຕ້ອງປ່ຽນໃຈ ບໍ່ເຮັດໃຫ້ສະຫວັນເກີດຄວາມຍິນດີ ແຕ່ຄົນບາບທີ່ປ່ຽນໃຈແທ້ໆ ນັ້ນແຫຼະຈຶ່ງເຮັດໃຫ້ເກີດຄວາມຍິນດີ.
ເພື່ອຈະຢ້ຳໃຫ້ເຫັນວ່າ ການຊ່ອຍຄົນບາບທີ່ຫຼົງຜິດໃຫ້ປ່ຽນໃຈ ກໍ່ຄວາມຍິນດີຢ່າງໃຫຍ່ຫຼວງເຊັ່ນນັ້ນ ພະເຍຊູເລົ່າອຸທາຫອນອີກເລື່ອງໜຶ່ງ. ພະອົງກ່າວວ່າ “ຍິງຜູ້ໃດທີ່ມີເງິນສິບບີ້ແລະເສຍບີ້ໜຶ່ງຈະບໍ່ໄຕ້ໂຄມໄຟແລະປັດເຮືອນແລະຊອກຫາຄັກຈົນເຖິງໄດ້ພົບມັນ. ແລະເມື່ອໄດ້ພົບແລ້ວ ໄດ້ເອີ້ນສ່ຽວແລະເພື່ອນບ້ານທັງຫຼາຍມາ ແລະກ່າວວ່າ ທ່ານທັງຫຼາຍ ຈົ່ງຊົມຊື່ນຍິນດີກັບເຮົາ ເຫດວ່າເງິນບີ້ທີ່ເສຍນັ້ນ ເຮົາໄດ້ພົບແລ້ວ.”
ແລ້ວພະເຍຊູຊີ້ແຈງຄວາມໝາຍໃນທຳນອງດຽວກັນໂດຍກ່າວວ່າ “ເຮົາກ່າວແກ່ທ່ານທັງຫຼາຍວ່າ ດັ່ງນັ້ນມີຄວາມຍິນດີຕໍ່ໜ້າພວກທູດຂອງພະເຈົ້າເພາະເຫັນແກ່ຄົນບາບຄົນດຽວ ທີ່ປະໃຈເກົ່າເອົາໃຈໃໝ່.”
ເປັນສິ່ງໜ້າສັງເກດສ່ຳໃດທີ່ພວກທູດສະຫວັນສະແດງອອກເຊິ່ງຄວາມຮັກແລະເປັນຫ່ວງຕໍ່ຄົນບາບທີ່ຫຼົງຜິດແລ້ວປ່ຽນໃຈໃໝ່! ໂດຍສະເພາະເນື່ອງຈາກຄັ້ງໜຶ່ງຄົນເຫຼົ່ານີ້ເປັນທີ່ຖືກັນວ່າແມ່ນຄົນຕ່ຳຕ້ອຍ ຖືກປະໝາດວ່າເປັນ ອຳຮາອາເຣທສ ໃນທີ່ສຸດມີຄວາມຫວັງທີ່ຈະມາເປັນສະມາຊິກແຫ່ງລາຊະອານາຈັກຝ່າຍສະຫວັນຂອງພະເຈົ້າ. ດັ່ງນັ້ນ ຕຳແໜ່ງທີ່ເຂົາຮັບໃນສະຫວັນຈຶ່ງສູງກວ່າເຫຼົ່າທູດສະຫວັນອີກ! ແຕ່ແທນທີ່ຈະອິດສາຫຼືດູຖູກ ບັນດາທູດສະຫວັນຊ້ຳພັດຍອມຮັບເລື່ອງນີ້ດ້ວຍຄວາມຖ່ອມໃຈວ່າ ມະນຸດຜິດບາບເຫຼົ່ານີ້ໄດ້ປະເຊີນແລະເອົາຊະນະສະພາບຊີວິດຕ່າງໆ ມາກ່ອນ ເຊິ່ງຕຽມພວກເຂົາໄວ້ເພື່ອຈະປະຕິບັດໜ້າທີ່ກະສັດແລະປະໂລຫິດຝ່າຍສະຫວັນດ້ວຍຄວາມເຫັນອົກເຫັນໃຈແລະເມດຕາ. ລຶກາ 15:1-10; ມັດທາຽ 9:13; 1 ໂກລິນໂທ 6:2, 3; ຄຳປາກົດ 20:6.
▪ ເປັນຫຍັງພະເຍຊູຈຶ່ງຄົບຫາຄົນບາບທີ່ລືຊື່ ແລະນີ້ເຮັດໃຫ້ພວກຟາລິຊຽນກ່າວຫາພະອົງຢ່າງໃດ?
▪ ພວກຟາລິຊຽນມອງເບິ່ງສາມັນຊົນຢ່າງໃດ?
▪ ພະເຍຊູໃຊ້ອຸທາຫອນເລື່ອງໃດແດ່ ແລະເຮົາຈະຮຽນຮູ້ສິ່ງໃດຈາກອຸທາຫອນເຫຼົ່ານັ້ນ?
▪ ເປັນຫຍັງການສະແດງຄວາມຍິນດີຂອງພວກທູດສະຫວັນຈຶ່ງເປັນຕາສັງເກດ?