ບົດ 29
ເຮັດການດີໃນວັນຊະບາໂຕ
ຕອນນີ້ແມ່ນລະດູໃບໄມ້ປົ່ງຂອງປີສາກົນສັກກະຫຼາດ 31. ສອງສາມເດືອນຜ່ານໄປຕັ້ງແຕ່ພະເຍຊູໄດ້ສົນທະນາກັບຜູ້ຍິງຢູ່ໃກ້ນ້ຳສ້າງໃນເມືອງສະມາລີ ຂະນະທີ່ເດີນທາງຈາກຢູເດໄປຄາລິເລ.
ຫຼັງຈາກງານສັ່ງສອນໄດ້ແຜ່ໄປທົ່ວຄາລິເລແລ້ວ ພະເຍຊູອອກເດີນທາງໄປຢູເດອີກ ທີ່ນັ້ນພະອົງໄດ້ສັ່ງສອນຢູ່ໃນໂຮງທຳ. ເມື່ອປຽບຄວາມສົນໃຈທີ່ມີຕໍ່ການສັ່ງສອນຂອງພະອົງໃນຄາລິເລແລ້ວ ພະຄຳພີກ່າວເຖິງກິດຈະການທີ່ພະເຍຊູໄດ້ກະທຳໃນແຂວງຢູເດແຕ່ໜ້ອຍດຽວລະຫວ່າງການຢ້ຽມຖ້ຽວນີ້ ແລະໄລຍະຫຼາຍເດືອນທີ່ພະອົງຢູ່ທີ່ນີ້ ຫຼັງການສະຫຼອງປັດສະຄາເທື່ອທີ່ແລ້ວ. ເບິ່ງຄືວ່າງານສັ່ງສອນຂອງພະອົງບໍ່ໄດ້ຮັບການຕອບສະໜອງດີຈາກຜູ້ຟັງໃນແຂວງຢູເດຄືທີ່ໄດ້ມາກ່ອນໃນແຂວງຄາລິເລ.
ບໍ່ດົນພະເຍຊູເດີນທາງໄປກຸງເຢຣຶຊາເລມ ເມືອງເອກຂອງຢູເດ ເພື່ອຮ່ວມເທສະການປັດສະຄາປະຈຳປີສາກົນສັກກະຫຼາດ 31. ຢູ່ໃກ້ໆ ປະຕູແກະຂອງເມືອງນີ້ມີສະນ້ຳຊື່ເບເສສະດາ ເຊິ່ງຄົນປ່ວຍ, ຄົນຕາບອດ ແລະຄົນຂາເຢກຫຼາຍຄົນພາກັນມາ. ພວກເຂົາເຊື່ອວ່າຄົນປ່ວຍຈະເຊົາໄດ້ຫາກລົງໄປໃນສະນ້ຳຕອນທີ່ນ້ຳເຟືອນ.
ມື້ນັ້ນແມ່ນວັນຊະບາໂຕ ແລະພະເຍຊູເຫັນຊາຍຄົນໜຶ່ງປ່ວຍໄດ້ 38 ປີແລ້ວຢູ່ທີ່ສະນ້ຳ. ເມື່ອຮູ້ວ່າຊາຍຄົນນີ້ປ່ວຍມາດົນນານ ພະເຍຊູຖາມວ່າ “ເຈົ້າຢາກໄດ້ດີຫຼື”?
ລາວຕອບພະເຍຊູວ່າ “ນາຍເອີຍ ເວລານ້ຳເຟືອນຂຶ້ນບໍ່ມີໃຜຈະເອົາຂ້ານ້ອຍລົງໄປໃນສະ ແລະເມື່ອຂ້ານ້ອຍກຳລັງລົງໄປຄົນອື່ນກໍລົງໄປກ່ອນແລ້ວ.” (ປ.ມ.)
ພະເຍຊູບອກລາວວ່າ “ຈົ່ງລຸກຂຶ້ນ ເອົາຕຽງນອນຂອງເຈົ້າ ແລະຍ່າງໄປເທີ້ນ.”
ທັນໃດນັ້ນເຂົາກໍດີເປັນປົກກະຕິ ເກັບເອົາຕຽງນອນຂອງຕົນແລ້ວເລີ່ມຍ່າງໄປ!
ແຕ່ເມື່ອພວກຢິວເຫັນຊາຍຄົນນີ້ ເຂົາກ່າວວ່າ “ເປັນວັນຊະບາໂຕ ເຈົ້າບໍ່ມີອະນຸຍາດໄດ້ເອົາຕຽງນອນຂອງເຈົ້າແບກໄປ.”
ຊາຍນັ້ນຕອບເຂົາວ່າ “ຜູ້ທີ່ໃຫ້ຂ້າພະເຈົ້າດີ ຜູ້ນັ້ນໄດ້ບອກຂ້າພະເຈົ້າວ່າ ຈົ່ງເອົາຕຽງນອນຂອງເຈົ້າແລະຍ່າງໄປເທີ້ນ.”
ເຂົາຖາມວ່າ “ຜູ້ນັ້ນທີ່ໄດ້ບອກເຈົ້າວ່າ ຈົ່ງເອົາຕຽງນອນຂອງເຈົ້າແລະຍ່າງໄປເທີ້ນ. ຄົນນັ້ນເປັນຜູ້ໃດ”? ເນື່ອງຈາກຄົນແໜ້ນໜາຫຼາຍ ພະເຍຊູໄດ້ຫຼົບໜີໄປອີກທາງໜຶ່ງ ແລະຄົນທີ່ໄດ້ຮັບການຮັກສາບໍ່ຮູ້ຊື່ຂອງພະເຍຊູ. ແຕ່ຕໍ່ມາພະເຍຊູແລະຊາຍຜູ້ນັ້ນໄດ້ພົບກັນໃນພະວິຫານ ແລະຊາຍຜູ້ນີ້ຈຶ່ງຮູ້ວ່າໃຜໄດ້ປົວຕົນ.
ດັ່ງນັ້ນຄົນທີ່ໄດ້ຮັບການປິ່ນປົວຈຶ່ງແຈ້ງຄົນຢິວເຫຼົ່ານັ້ນວ່າຜູ້ທີ່ປົວຕົນແມ່ນພະເຍຊູ. ເມື່ອຮູ້ດັ່ງນີ້ ຄົນຢິວນັ້ນໄດ້ໄປຫາພະເຍຊູ. ເພື່ອຫຍັງ? ເພື່ອຈະຮູ້ວ່າພະອົງສາມາດກະທຳການອັດສະຈັນນັ້ນໄດ້ດ້ວຍວິທີໃດບໍ? ບໍ່ແມ່ນ. ແຕ່ໄປເພື່ອຈັບຜິດພະອົງ ເພາະພະອົງເຮັດການດີໃນວັນຊະບາໂຕ ແລະເຂົາຍັງໄດ້ເລີ່ມຕົ້ນຂົ່ມເຫງພະອົງອີກ! ລຶກາ 4:44; ໂຍຮັນ 5:1-16.
▪ ເວລາຜ່ານໄປດົນປານໃດຕັ້ງແຕ່ພະເຍຊູໄປແຂວງຢູເດເທື່ອກ່ອນ?
▪ ເຫດໃດສະນ້ຳເບເສສະດາຈຶ່ງເປັນທີ່ເລົ່າລືກັນຫຼາຍ?
▪ ພະເຍຊູກະທຳການອັດສະຈັນຫຍັງຢູ່ສະນ້ຳນັ້ນ ແລະຊາວຢິວຕອບສະໜອງຢ່າງໃດ?