ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບລ ບົດທີ 26
  • ເມືອ​ບ້ານ​ທີ່​ເມືອງ​ກັບເອນາອູມ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເມືອ​ບ້ານ​ທີ່​ເມືອງ​ກັບເອນາອູມ
  • ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ເລື່ອງທີ່ຄ້າຍກັນ
  • ສາເຫດ​ທີ່​ມະນຸດ​ເຮົາ​ເຈັບ​ປ່ວຍ
    ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເຮັດ​ການ​ດີ​ໃນ​ວັນ​ຊະບາໂຕ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ພະເຈົ້າ “ພ້ອມ​ຈະ​ໃຫ້​ອະໄພ”
    ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ
ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບລ ບົດທີ 26

ບົດ 26

ເມືອ​ບ້ານ​ທີ່​ເມືອງ​ກັບເອນາອູມ

ຕອນ​ນີ້​ຊື່ສຽງ​ຂອງ​ພະ​ເຍຊູ​ໄດ້​ລາມ​ຜາຍ​ໄປ​ທົ່ວ ແລະ​ມີ​ຫຼາຍ​ຄົນ​ເດີນ​ທາງ​ໄປ​ບ່ອນ​ທີ່​ພະອົງ​ພັກ​ເຊົາ​ເຊິ່ງ​ຫ່າງ​ໄກ​ຈາກ​ຊຸມ​ຊົນ. ຢ່າງ​ໃດ​ກໍ​ຕາມ ຈາກ​ນັ້ນ​ບໍ່​ຈັກ​ມື້ ພະອົງ​ເດີນ​ທາງ​ເມືອ​ກັບເອນາອູມ​ເຊິ່ງ​ຢູ່​ຮິມ​ທະເລ​ຄາລິເລ. ຂ່າວ​ໄດ້​ລື​ໄປ​ທົ່ວ​ເມືອງ​ຢ່າງ​ໄວ​ວ່າ​ພະອົງ​ກັບ​ມາ​ແລ້ວ ແລະ​ຫຼາຍ​ຄົນ​ໄປ​ຫາ​ພະອົງ​ຢູ່​ເຮືອນ​ທີ່​ພະອົງ​ນອນ​ພັກ. ພວກ​ຟາລິຊຽນ​ແລະ​ນັກ​ກົດໝາຍ​ຍັງ​ເດີນ​ທາງ​ມາ​ແຕ່​ໄກ​ຈາກ​ກຸງ​ເຢຣຶຊາເລມ​ອີກ.

ມີ​ຝູງ​ຊົນ​ຫຼາຍ​ເຊິ່ງ​ບຽດ​ກັນ​ຢູ່​ໜ້າ​ປະຕູ ຈົນ​ບໍ່​ມີ​ຊ່ອງ​ທາງ​ທີ່​ຄົນ​ຈະ​ເຂົ້າ​ໄປ​ຂ້າງ​ໃນ​ໄດ້. ເປັນ​ໂອກາດ​ດີ​ສຳລັບ​ເຫດການ​ເດັ່ນ​ແທ້ໆ. ສິ່ງ​ທີ່​ບັງເກີດ​ຂຶ້ນ​ໃນ​ຕອນ​ນັ້ນ​ເປັນ​ເລື່ອງ​ສຳຄັນ​ຫຼາຍ ເພາະ​ຊ່ອຍ​ໃຫ້​ເຮົາ​ຢັ່ງ​ຮູ້​ວ່າ​ພະ​ເຍຊູ​ມີ​ອຳນາດ​ປົດ​ເປື້ອງ​ຕົ້ນ​ເຫດ​ຂອງ​ຄວາມ​ທຸກ​ແລະ​ໃຫ້​ສຸຂະພາບ​ທີ່​ດີ​ແກ່​ທຸກ​ຄົນ​ເຊິ່ງ​ພະອົງ​ເລືອກ.

ຂະນະ​ທີ່​ພະ​ເຍຊູ​ພວມ​ສອນ​ຝູງ​ຊົນ​ຢູ່ ຊາຍ​ສີ່​ຄົນ​ໄດ້​ຫາມ​ຄົນ​ອຳມະພາດ​ໃສ່​ຕຽງ​ມາ. ພວກ​ເຂົາ​ຢາກ​ໃຫ້​ພະ​ເຍຊູ​ປົວ​ເພື່ອນ​ຂອງ​ເຂົາ ແຕ່​ຍ້ອນ​ວ່າ​ຄົນ​ອັ່ງ​ຫຼາຍ ເຂົາ​ຈຶ່ງ​ເຂົ້າ​ໄປ​ຂ້າງ​ໃນ​ບໍ່​ໄດ້. ນັບ​ວ່າ​ຜິດ​ຫວັງ​ຂະໜາດ​ໃດ! ແຕ່​ພວກ​ເຂົາ​ບໍ່​ທໍ້​ຖອຍ. ພວກ​ເຂົາ​ໄດ້​ປີນ​ຂຶ້ນ​ເທິງ​ຫຼັງຄາ ເຈາະ​ໃຫ້​ເປັນ​ປ່ອງ ແລ້ວ​ຢ່ອນ​ຕຽງ​ຄົນ​ປ່ວຍ​ລົງ​ໃຫ້​ໃກ້​ພະ​ເຍຊູ.

ການ​ຖືກ​ຂັດ​ຈັງຫວະ​ເຮັດ​ໃຫ້​ພະ​ເຍຊູ​ໄດ້​ຮ້າຍ​ບໍ? ບໍ່​ເລີຍ! ແທນ​ທີ່​ຈະ​ເປັນ​ເຊັ່ນ​ນັ້ນ ພະອົງ​ຮູ້ສຶກ​ປະທັບ​ໃຈ​ຫຼາຍ​ກັບ​ຄວາມ​ເຊື່ອ​ຂອງ​ເຂົາ. ພະອົງ​ບອກ​ຄົນ​ງ່ອຍ​ວ່າ “ການ​ບາບ​ທັງ​ຫຼາຍ​ຂອງ​ເຈົ້າ​ເປັນ​ທີ່​ໂຜດ​ຍົກ​ເສຍ​ແລ້ວ.” ແຕ່​ພະ​ເຍຊູ​ສາມາດ​ຍົກ​ບາບ​ໄດ້​ແທ້ໆ ບໍ? ພວກ​ສະໝຽນ​ແລະ​ຟາລິຊຽນ​ບໍ່​ໄດ້​ຄິດ​ຢ່າງ​ນັ້ນ. ເຂົາ​ຄິດ​ໃນ​ໃຈ​ວ່າ “ທ່ານ​ຜູ້​ນີ້​ປາກ​ຢ່າງ​ນີ້ ທ່ານ​ກ່າວ​ຄຳ​ຫຍາບຊ້າ ໃຜ​ອາດ​ຍົກ​ບາບ​ໄດ້ ເທົ່າ​ເວັ້ນ​ໄວ້​ແຕ່​ພະເຈົ້າ​ອົງ​ດຽວ.”

ເມື່ອ​ຮູ້​ຄວາມ​ໃນ​ໃຈ​ຂອງ​ເຂົາ ພະ​ເຍຊູ​ກ່າວ​ນຳ​ເຂົາ​ວ່າ “ເຫດ​ສັນ​ໃດ​ທ່ານ​ຄິດ​ຖຽງ​ຢ່າງ​ນີ້​ໃນ​ໃຈ​ຂອງ​ທ່ານ. ຄຳ​ອັນ​ໃດ​ງ່າຍ​ກວ່າ​ກັນ ຈະ​ເວົ້າ​ແກ່​ຄົນ​ງ່ອຍ​ວ່າ ການ​ບາບ​ທັງ​ຫຼາຍ​ຂອງ​ເຈົ້າ​ເປັນ​ທີ່​ໂຜດ​ຍົກ​ເສຍ​ຈາກ​ເຈົ້າ​ແລ້ວ. ຫຼື​ຈະ​ເວົ້າ​ວ່າ ຈົ່ງ​ເອົາ​ຕຽງ​ນອນ​ຂອງ​ເຈົ້າ​ຍົກ​ຂຶ້ນ​ແລະ​ທຽວ​ໄປ​ເທີ້ນ.”

ຈາກ​ນັ້ນ ພະ​ເຍຊູ​ໃຫ້​ຝູງ​ຊົນ ລວມ​ທັງ​ຜູ້​ວິຈານ​ພະອົງ ເຫັນ​ການ​ສະແດງ​ອັນ​ສຳຄັນ​ເຊິ່ງ​ເປີດ​ເຜີຍ​ວ່າ​ພະອົງ​ມີ​ອຳນາດ​ທີ່​ຈະ​ຍົກ​ບາບ​ເທິງ​ແຜ່ນດິນ​ໂລກ ແລະ​ແທ້​ຈິງ​ແລ້ວ ພະອົງ​ເປັນ​ບຸລຸດ​ຜູ້​ຍິ່ງ​ໃຫຍ່​ທີ່​ສຸດ​ເຊິ່ງ​ເຄີຍ​ມີ​ຊີວິດ​ຢູ່. ພະອົງ​ຫັນ​ໄປ​ສັ່ງ​ຊາຍ​ອຳມະພາດ​ວ່າ “ຈົ່ງ​ລຸກ​ຂຶ້ນ ເອົາ​ຕຽງ​ນອນ​ຂອງ​ເຈົ້າ​ຍົກ​ຂຶ້ນ ແລະ​ໄປ​ທີ່​ເຮືອນ​ຂອງ​ເຈົ້າ​ເທີ້ນ.” ເຂົາ​ລຸກ​ຂຶ້ນ​ທັນທີ ຍົກ​ຕຽງ​ນອນ​ຂອງ​ຕົນ​ແລ້ວ​ຍ່າງ​ໄປ​ຕໍ່​ໜ້າ​ຄົນ​ທັງ​ປວງ! ຄົນ​ຢູ່​ຫັ້ນ​ໄດ້​ສັນລະເສີນ​ພະເຈົ້າ​ດ້ວຍ​ຄວາມ​ປະຫຼາດ​ໃຈ​ຮ້ອງ​ວ່າ “ເຮົາ​ທັງ​ຫຼາຍ​ບໍ່​ເຄີຍ​ເຫັນ​ສິ່ງ​ໜຶ່ງ​ສິ່ງ​ໃດ​ຢ່າງ​ນີ້​ສັກ​ເທື່ອ.”

ເຈົ້າ​ສັງເກດ​ບໍ​ທີ່​ພະ​ເຍຊູ​ກ່າວ​ເຖິງ​ຄວາມ​ບາບ​ວ່າ​ກ່ຽວ​ຂ້ອງ​ກັບ​ຄວາມ​ເຈັບ​ໄຂ້​ແລະ ການ​ອະໄພ​ບາບ​ກ່ຽວ​ຂ້ອງ​ກັບ​ການ​ໄດ້​ສຸຂະພາບ​ດີ? ຄຳພີ​ໄບເບິນ​ຊີ້​ແຈງ​ວ່າ​ອາດາມ​ພໍ່​ເຄົ້າ​ຂອງ​ເຮົາ​ເຮັດ​ບາບ​ແລະ​ເຮົາ​ທຸກ​ຄົນ​ໄດ້​ຮັບ​ສືບ​ທອດ​ຜົນ​ຂອງ​ຄວາມ​ບາບ ເຊັ່ນ ຄວາມ​ເຈັບ​ໄຂ້​ແລະ​ຄວາມ​ຕາຍ. ແຕ່​ພາຍ​ໃຕ້​ການ​ປົກຄອງ​ແຫ່ງ​ລາຊະອານາຈັກ​ຂອງ​ພະເຈົ້າ ພະ​ເຍຊູ​ຈະ​ຍົກ​ບາບ​ຂອງ​ທຸກ​ຄົນ​ເຊິ່ງ​ຮັກ​ແລະ​ຮັບໃຊ້​ພະເຈົ້າ ຄັນ​ແລ້ວ​ຄວາມ​ເຈັບ​ປ່ວຍ​ທັງ​ໝົດ​ຈະ​ຖືກ​ກຳຈັດ​ໄປ. ຈັ່ງ​ແມ່ນ​ດີ​ແທ້ໆ! ມາລະໂກ 2:1-12; ລຶກາ 5:17-26; ມັດທາຽ 9:1-8; ໂລມ 5:12, 17-19.

▪ ສາກ​ເຫດການ​ທີ່​ເດັ່ນ​ແທ້ໆ ນັ້ນ​ເປັນ​ຢ່າງ​ໃດ?

▪ ຄົນ​ອຳມະພາດ​ເຂົ້າ​ເຖິງ​ພະ​ເຍຊູ​ໄດ້​ຢ່າງ​ໃດ?

▪ ເຫດ​ໃດ​ເຮົາ​ທຸກ​ຄົນ​ຈຶ່ງ​ມີ​ບາບ ແຕ່​ພະ​ເຍຊູ​ໃຫ້​ຄວາມ​ຫວັງ​ຢ່າງ​ໃດ​ວ່າ​ການ​ອະໄພ​ບາບ​ແລະ​ສຸຂະພາບ​ທີ່​ສົມບູນ​ຈະ​ເປັນ​ໄປ​ໄດ້?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌