ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຄ ບົດທີ 20 ໜ້າ 107-111
  • ລູກ​ຕ້ອງການ​ເປັນ​ທີ​ໜຶ່ງ​ສະເໝີ​ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ລູກ​ຕ້ອງການ​ເປັນ​ທີ​ໜຶ່ງ​ສະເໝີ​ບໍ?
  • ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເລື່ອງທີ່ຄ້າຍກັນ
  • ຊາວ​ຟາລິຊຽນ​ໃຫ້​ການ​ຕ້ອນຮັບ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ສາເຫດ​ທີ່​ພະ​ເຍຊູ​ເປັນ​ຄູ​ຜູ້​ຍິ່ງໃຫຍ່
    ຮຽນຈາກຄູຜູ້ຍິ່ງໃຫຍ່
  • ຄູ​ຜູ້​ຍິ່ງໃຫຍ່​ຮັບໃຊ້​ຄົນ​ອື່ນ
    ຮຽນຈາກຄູຜູ້ຍິ່ງໃຫຍ່
  • ພະອົງຮັກເດັກນ້ອຍ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ເບິ່ງຕື່ມ
ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຄ ບົດທີ 20 ໜ້າ 107-111

ບົດ​ທີ 20

ລູກ​ຕ້ອງການ​ເປັນ​ທີ​ໜຶ່ງ​ສະເໝີ​ບໍ?

ລູກ​ຮູ້​ຈັກ​ຄົນ​ທີ່​ຕ້ອງການ​ເປັນ​ທີ​ໜຶ່ງ​ສະເໝີ​ບໍ?— ລາວ​ອາດ​ຈະ​ຊຸກ​ຄົນ​ອື່ນ​ອອກ​ໄປ​ເພື່ອ​ຕົນ​ເອງ​ຈະ​ໄດ້​ເປັນ​ຄົນ​ທຳອິດ​ໃນ​ແຖວ. ລູກ​ເຄີຍ​ເຫັນ​ສິ່ງ​ນັ້ນ​ບໍ?— ຄູ​ຜູ້​ຍິ່ງໃຫຍ່​ເຄີຍ​ເຫັນ​ແມ່ນ​ແຕ່​ຜູ້​ໃຫຍ່​ກໍ​ພະຍາຍາມ​ໃຫ້​ໄດ້​ບ່ອນ​ແຖວ​ໜ້າ ຫຼື​ບ່ອນ​ທີ່​ພິເສດ​ທີ່​ສຸດ. ແລະ​ພະອົງ​ບໍ່​ມັກ​ຄົນ​ແນວ​ນັ້ນ. ໃຫ້​ເຮົາ​ເບິ່ງ​ສິ່ງ​ທີ່​ເກີດ​ຂຶ້ນ.

A boy pushes another boy out of the way so he can be first in line

ລູກ​ເຄີຍ​ເຫັນ​ຄົນ​ທີ່​ພະຍາຍາມ​ຈະ​ເປັນ​ທີ​ໜຶ່ງ​ບໍ?

ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ ພະ​ເຍຊູ​ຖືກ​ເຊີນ​ໄປ​ໃນ​ງານ​ລ້ຽງ​ໃຫຍ່​ຢູ່​ເຮືອນ​ຂອງ​ຟາລິຊຽນ​ຄົນ​ໜຶ່ງ​ເຊິ່ງ​ເປັນ​ຜູ້​ນຳ​ທາງ​ສາສະໜາ​ຄົນ​ທີ່​ສຳຄັນ. ຫຼັງ​ຈາກ​ທີ່​ພະ​ເຍຊູ​ໄປ​ຮອດ ພະອົງ​ກໍ​ເລີ່ມ​ເຫັນ​ແຂກ​ຄົນ​ອື່ນໆ​ເຂົ້າ​ມາ​ແລະ​ເລືອກ​ນັ່ງ​ບ່ອນ​ທີ່​ດີ​ທີ່​ສຸດ. ດັ່ງ​ນັ້ນ ພະອົງ​ຈຶ່ງ​ເລົ່າ​ເລື່ອງ​ໃຫ້​ຜູ້​ທີ່​ໄດ້​ຮັບ​ເຊີນ​ມາ​ໃນ​ງານ​ລ້ຽງ​ນັ້ນ​ຟັງ. ລູກ​ຢາກ​ຟັງ​ບໍ?—

ພະ​ເຍຊູ​ກ່າວ​ວ່າ: ‘ເມື່ອ​ມີ​ໃຜ​ເຊີນ​ທ່ານ​ໄປ​ໃນ​ງານ​ດອງ ຢ່າ​ເລືອກ​ນັ່ງ​ບ່ອນ​ພິເສດ​ທີ່​ສຸດ​ຫຼື​ດີ​ທີ່​ສຸດ.’ ລູກ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ກ່າວ​ເຊັ່ນ​ນັ້ນ?— ພະອົງ​ອະທິບາຍ​ວ່າ​ຄົນ​ທີ່​ສຳຄັນ​ກວ່າ​ອາດ​ຈະ​ໄດ້​ຮັບ​ເຊີນ​ເຂົ້າ​ຮ່ວມ​ນຳ. ດັ່ງ​ທີ່​ລູກ​ເຫັນ​ໃນ​ຮູບ​ນີ້ ເຈົ້າ​ພາບ​ທີ່​ຈັດ​ງານ​ລ້ຽງ​ຈະ​ມາ​ແລະ​ເວົ້າ​ວ່າ: ‘ຂໍ​ບ່ອນ​ນັ່ງ​ໃຫ້​ຄົນ​ນີ້​ແດ່ ເຈົ້າ​ໄປ​ນັ່ງ​ຢູ່​ພຸ້ນ​ເດີ.’ ແຂກ​ຄົນ​ນັ້ນ​ຈະ​ຮູ້ສຶກ​ແນວ​ໃດ?— ລາວ​ຈະ​ຮູ້ສຶກ​ອາຍ​ເພາະ​ແຂກ​ຄົນ​ອື່ນໆ​ຄົງ​ຈະ​ແນມ​ເບິ່ງ​ລາວ​ຍ້າຍ​ໄປ​ນັ່ງ​ບ່ອນ​ທີ່​ພິເສດ​ໜ້ອຍ​ກວ່າ.

ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ວ່າ​ມັນ​ບໍ່​ສົມຄວນ​ທີ່​ຢາກ​ນັ່ງ​ບ່ອນ​ທີ່​ດີ​ທີ່​ສຸດ. ດັ່ງ​ນັ້ນ ພະອົງ​ຈຶ່ງ​ກ່າວ​ວ່າ: ‘ເມື່ອ​ເຈົ້າ​ຮັບ​ເຊີນ​ໄປ​ໃນ​ງານ​ດອງ ຈົ່ງ​ໄປ​ນັ່ງ​ໃນ​ທີ່​ຕ່ຳ​ທີ່​ສຸດ. ແລ້ວ​ຄົນ​ທີ່​ເຊີນ​ເຈົ້າ​ອາດ​ຈະ​ມາ​ເວົ້າ​ວ່າ “ສ່ຽວ​ເອີຍ ເຊີນ​ຂຶ້ນ​ມາ​ນັ່ງ​ສູງ​ກວ່າ​ເຖີ້ນ.” ເຈົ້າ​ຈະ​ມີ​ກຽດ​ຕໍ່​ໜ້າ​ແຂກ​ທັງ​ຫຼາຍ​ເມື່ອ​ເຈົ້າ​ຍ້າຍ​ຂຶ້ນ​ໄປ​ນັ່ງ​ບ່ອນ​ທີ່​ດີ​ກວ່າ.’—ລືກາ 14:1, 7-11.

A man asks a guest, who is sitting in the best place, to move so that another man can have his place

ພະ​ເຍຊູ​ສອນ​ບົດຮຽນ​ອັນ​ໃດ​ເມື່ອ​ພະອົງ​ເລົ່າ​ເລື່ອງ​ຄົນ​ທີ່​ເລືອກ​ບ່ອນ​ນັ່ງ​ທີ່​ດີ​ທີ່​ສຸດ?

ລູກ​ເຂົ້າ​ໃຈ​ຈຸດ​ສຳຄັນ​ຂອງ​ເລື່ອງ​ທີ່​ພະ​ເຍຊູ​ເລົ່າ​ບໍ?— ຂໍ​ຍົກ​ຕົວຢ່າງ​ເພື່ອ​ເບິ່ງ​ວ່າ​ລູກ​ເຂົ້າ​ໃຈ​ຫຼື​ບໍ່. ​ນຶກ​ພາບ​ເບິ່ງ​ວ່າ​ລູກ​ກຳລັງ​ຂຶ້ນ​ລົດ​ເມ​ທີ່​ມີ​ຄົນ​ແໜ້ນ. ລູກ​ຈະ​ຟ້າວ​ແລ່ນ​ໄປ​ເອົາ​ບ່ອນ​ນັ່ງ​ແລ້ວ​ປ່ອຍ​ໃຫ້​ຜູ້​ເຖົ້າ​ຢືນ​ບໍ?— ພະ​ເຍຊູ​ມັກ​ບໍ​ຖ້າ​ຫາກ​ລູກ​ເຮັດ​ແນວ​ນັ້ນ?—

ບາງ​ຄົນ​ອາດ​ຈະ​ເວົ້າ​ວ່າ ພະ​ເຍຊູ​ບໍ່​ສົນ​ໃຈ​ດອກ​ວ່າ​ເຮົາ​ຈະ​ເຮັດ​ແນວ​ໃດ. ແຕ່​ລູກ​ເຊື່ອ​ແນວ​ນັ້ນ​ບໍ?— ເມື່ອ​ພະ​ເຍຊູ​ຢູ່​ໃນ​ງານ​ລ້ຽງ​ໃຫຍ່​ຢູ່​ເຮືອນ​ຂອງ​ຟາລິຊຽນ ພະອົງ​ເບິ່ງ​ຜູ້​ຄົນ​ຕອນ​ທີ່​ເຂົາ​ເຈົ້າ​ເລືອກ​ບ່ອນ​ນັ່ງ. ລູກ​ຄິດ​ວ່າ​ພະອົງ​ກໍ​ສົນ​ໃຈ​ສິ່ງ​ທີ່​ເຮົາ​ເຮັດ​ຢູ່​ໃນ​ເວລາ​ນີ້​ຄື​ກັນ​ບໍ?— ຕອນ​ນີ້​ພະ​ເຍຊູ​ຢູ່​ໃນ​ສະຫວັນ ແນ່ນອນ​ວ່າ​ພະອົງ​ຈຶ່ງ​ຢູ່​ໃນ​ຕຳແໜ່ງ​ທີ່​ຈະ​ແນມ​ເຫັນ​ເຮົາ​ໄດ້​ຢ່າງ​ດີ.

ເມື່ອ​ບາງ​ຄົນ​ພະຍາຍາມ​ທີ່​ຈະ​ລື່ນ​ຫມູ່ ຈຶ່ງ​ເຮັດ​ໃຫ້​ເກີດ​ບັນຫາ. ຫຼາຍ​ເທື່ອ​ມັກ​ຈະ​ເກີດ​ການ​ຜິດ​ຖຽງ​ກັນ ແລ້ວ​ມີ​ຄົນ​ໂມໂຫ. ບາງ​ເທື່ອ​ຈະ​ມີ​ເລື່ອງ​ແບບ​ນີ້​ເກີດ​ຂຶ້ນ ຕອນ​ທີ່​ເດັກ​ນ້ອຍ​ໄປ​ຂຶ້ນ​ລົດ​ເມ​ນຳ​ກັນ. ທັນທີ​ທີ່​ປະຕູ​ລົດ​ເມ​ເປີດ​ອອກ​ເດັກ​ນ້ອຍ​ກໍ​ຟ້າວ​ແລ່ນ​ຂຶ້ນ​ລົດ​ກ່ອນ​ເພື່ອ​ຈະ​ໄດ້​ບ່ອນ​ນັ່ງ​ທີ່​ດີ ເປັນ​ບ່ອນ​ທີ່​ຢູ່​ໃກ້​ປ່ອງ​ຢ້ຽມ. ແລ້ວ​ສິ່ງ​ໃດ​ຈະ​ເກີດ​ຂຶ້ນ?— ແມ່ນ​ແລ້ວ ເດັກ​ນ້ອຍ​ເຫຼົ່າ​ນັ້ນ​ເກີດ​ຜິດ​ໃຈ​ກັນ.

ການ​ຢາກ​ລື່ນ​ຫມູ່​ກໍ່​ໃຫ້​ເກີດ​ບັນຫາ​ຫຼາຍໆ​ຢ່າງ. ການ​ເຮັດ​ແບບ​ນັ້ນ​ຍັງ​ເປັນ​ສາເຫດ​ຂອງ​ບັນຫາ​ໃນ​ລະຫວ່າງ​ສາວົກ​ຂອງ​ພະ​ເຍຊູ. ດັ່ງ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ທີ 6 ເຂົາ​ເຈົ້າ​ຖຽງ​ກັນ​ວ່າ​ໃຜ​ໃຫຍ່​ກວ່າ​ຫມູ່. ແລ້ວ​ພະ​ເຍຊູ​ໄດ້​ເຮັດ​ຫຍັງ?— ແມ່ນ​ແລ້ວ ພະອົງ​ໄດ້​ແກ້ໄຂ​ເຂົາ​ເຈົ້າ. ແຕ່​ຕໍ່​ມາ​ເຂົາ​ເຈົ້າ​ກໍ​ໄດ້​ຖຽງ​ກັນ​ອີກ. ​ເບິ່ງ​ວ່າ​ເລື່ອງ​ນັ້ນ​ເກີດ​ຂຶ້ນ​ແນວ​ໃດ.

ເຫຼົ່າ​ອັກຄະສາວົກ​ແລະ​ຄົນ​ອື່ນໆ​ໄດ້​ເດີນ​ທາງ​ໄປ​ເມືອງ​ເຢຣຶຊາເລມ​ນຳ​ກັນ​ກັບ​ພະ​ເຍຊູ​ເປັນ​ຖ້ຽວ​ສຸດ​ທ້າຍ. ພະ​ເຍຊູ​ບອກ​ເຂົາ​ເຈົ້າ​ເຖິງ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ ດັ່ງ​ນັ້ນ​ຢາໂກໂບ​ແລະ​ໂຢຮັນ​ຈຶ່ງ​ຄິດ​ເຖິງ​ເລື່ອງ​ທີ່​ຈະ​ປົກຄອງ​ເປັນ​ກະສັດ​ກັບ​ພະອົງ. ເຂົາ​ເຈົ້າ​ຍັງ​ໄດ້​ເວົ້າ​ເລື່ອງ​ນີ້​ກັບ​ນາງ​ຊະໂລເມ​ແມ່ຂອງ​ຕົນ. (ມັດທາຍ 27:56; ມາລະໂກ 15:40) ດັ່ງ​ນັ້ນ ໃນ​ລະຫວ່າງ​ທີ່​ເດີນ​ທາງ​ໄປ​ເມືອງ​ເຢຣຶຊາເລມ ຊະໂລເມ​ເຂົ້າ​ໄປ​ຫາ​ພະ​ເຍຊູ ກົ້ມ​ຂາບ​ພະອົງ​ແລ້ວ​ຂໍ​ຄວາມ​ຊ່ອຍ​ເຫຼືອ.

ພະ​ເຍຊູ​ຖາມ​ວ່າ “ນາງ​ຢາກ​ໄດ້​ສິ່ງ​ໃດ?” ລາວ​ຕອບ​ວ່າ​ຢາກ​ໃຫ້​ພະ​ເຍຊູ​ຕັ້ງ​ລູກ​ຊາຍ​ທັງ​ສອງ​ຂອງ​ລາວ​ນັ່ງ​ທາງ​ຂ້າງ​ພະອົງ​ໃນ​ລາຊະອານາຈັກ ຄົນ​ໜຶ່ງ​ຢູ່​ຂ້າງ​ຂວາ​ແລະ​ອີກ​ຄົນ​ໜຶ່ງ​ຢູ່​ຂ້າງ​ຊ້າຍ. ເມື່ອ​ອັກຄະສາວົກ​ອີກ​ສິບ​ຄົນ​ຮູ້​ເລື່ອງ​ທີ່​ຢາໂກໂບ​ແລະ​ໂຢຮັນ​ໄດ້​ໃຫ້​ແມ່​ໄປ​ຂໍ ລູກ​ຄິດ​ວ່າ​ເຂົາ​ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ?—

Salome asks Jesus for special favor for her sons, James and John

ນາງ​ຊະໂລເມ​ຂໍ​ໃຫ້​ພະ​ເຍຊູ​ເຮັດ​ຫຍັງ ແລະ​ຜົນ​ເປັນ​ແນວ​ໃດ?

ແມ່ນ​ແລ້ວ ເຂົາ​ເຈົ້າ​ຄຽດ​ໃຫ້​ຢາໂກໂບ​ແລະ​ໂຢຮັນ​ຫຼາຍ. ດັ່ງ​ນັ້ນ ພະ​ເຍຊູ​ຈຶ່ງ​ໃຫ້​ຄຳ​ແນະນຳ​ທີ່​ເປັນ​ປະໂຫຍດ​ແກ່​ອັກຄະສາວົກ​ທຸກ​ຄົນ. ພະ​ເຍຊູ​ບອກ​ເຂົາ​ເຈົ້າ​ວ່າ ຜູ້​ປົກຄອງ​ຂອງ​ຊາດ​ຕ່າງໆ​ມັກ​ຢາກ​ເປັນ​ຄົນ​ໃຫຍ່​ໂຕ​ແລະ​ສຳຄັນ. ເຂົາ​ເຈົ້າ​ຢາກ​ມີ​ຕຳແໜ່ງ​ສູງ​ເຊິ່ງ​ທຸກ​ຄົນ​ຕ້ອງ​ເຊື່ອ​ຟັງ​ເຂົາ​ເຈົ້າ. ແຕ່​ພະ​ເຍຊູ​ບອກ​ເຫຼົ່າ​ສາວົກ​ຂອງ​ພະອົງ​ວ່າ​ເຂົາ​ເຈົ້າ​ບໍ່​ຄວນ​ເປັນ​ແບບ​ນັ້ນ. ແທນ​ທີ່​ຈະ​ເປັນ​ແບບ​ນັ້ນ ພະ​ເຍຊູ​ກ່າວ​ວ່າ: “ຄົນ​ທຸກ​ຄົນ​ທີ່​ຢາກ​ເປັນ​ຕົ້ນ​ໃນ​ທ່າມກາງ​ພວກ​ທ່ານ ໃຫ້​ຜູ້​ນັ້ນ​ເປັນ​ຂ້າ​ໃຊ້​ຂອງ​ທ່ານ​ທັງ​ຫຼາຍ​ເຖີ້ນ.”ລອງ​ຄິດ​ເບິ່ງ​ດູ!—ມັດທາຍ 20:20-28.

ລູກ​ຮູ້​ບໍ​ວ່າ​ຂ້າ​ໃຊ້​ເຮັດ​ຫຍັງ?— ລາວ​ຮັບໃຊ້​ຄົນ​ອື່ນ ບໍ່​ໄດ້​ຄາດ​ໝາຍ​ໃຫ້​ຄົນ​ອື່ນ​ມາ​ຮັບໃຊ້​ລາວ. ຂ້າ​ໃຊ້​ເລືອກ​ຢູ່​ຖານະ​ທີ່​ຕ່ຳ​ຕ້ອຍ​ທີ່​ສຸດ ບໍ່​ແມ່ນ​ອັນ​ດັບ​ໜຶ່ງ. ລາວ​ປະຕິບັດ​ຕົວ​ເປັນ​ຜູ້​ທີ່​ມີ​ຄວາມ​ສຳຄັນ​ໜ້ອຍ​ທີ່​ສຸດ ບໍ່​ແມ່ນ​ສຳຄັນ​ທີ່​ສຸດ. ແລະ​ຄວນ​ຈະ​ຈື່​ໄວ້​ວ່າ ພະ​ເຍຊູ​ບອກ​ວ່າ​ຜູ້​ທີ່​ຢາກ​ເປັນ​ທີ​ໜຶ່ງ​ຄວນ​ຈະ​ປະຕິບັດ​ຕົວ​ຄື​ກັບ​ຂ້າ​ໃຊ້​ຂອງ​ຜູ້​ອື່ນ.

ລູກ​ຄິດ​ວ່າ​ນັ້ນ​ໝາຍ​ຄວາມ​ວາ​ແນວ​ໃດ​ສຳລັບ​ເຮົາ?— ຂ້າ​ໃຊ້​ຈະ​ຖຽງ​ກັບ​ນາຍ​ວ່າ​ໃຜ​ຈະ​ນັ່ງ​ບ່ອນ​ທີ່​ດີ​ທີ່​ສຸດ​ບໍ? ຫຼື​ຈະ​ຖຽງ​ວ່າ​ໃຜ​ຈະ​ກິນ​ອາຫານ​ກ່ອນ​ບໍ? ລູກ​ຄິດ​ແນວ​ໃດ?— ພະ​ເຍຊູ​ອະທິບາຍ​ວ່າ​ຂ້າ​ໃຊ້​ຕ້ອງ​ໃຫ້​ຄວາມ​ສຳຄັນ​ຕໍ່​ກັບ​ນາຍ​ຫຼາຍ​ກວ່າ​ຕົນ​ສະເໝີ.—ລືກາ 17:7-10.

ດັ່ງ​ນັ້ນ ແທນ​ທີ່​ຈະ​ພະຍາຍາມ​ເປັນ​ທີ​ໜຶ່ງ ເຮົາ​ຄວນ​ຈະ​ເຮັດ​ແນວ​ໃດ?— ຖືກ​ແລ້ວ ເຮົາ​ຄວນ​ເປັນ​ຄື​ຂ້າ​ໃຊ້​ຂອງ​ຄົນ​ອື່ນ. ແລະ​ນັ້ນ​ໝາຍ​ເຖິງ​ການ​ໃຫ້​ຄວາມ​ສຳຄັນ​ກັບ​ຄົນ​ອື່ນ​ກ່ອນ ເຊິ່ງ​ໝາຍ​ເຖິງ​ການ​ຖື​ວ່າ​ຄົນ​ອື່ນ​ສຳຄັນ​ກວ່າ​ຕົວ​ເຮົາ. ລູກ​ຄິດ​ອອກ​ບໍ​ວ່າ​ມີ​ວິທີ​ໃດ​ແດ່​ທີ່​ລູກ​ຈະ​ໃຫ້​ຄວາມ​ສຳຄັນ​ກັບ​ຄົນ​ອື່ນ​ກ່ອນ?— ໃຫ້​ເຮົາ​ເປີດ​ໄປ​ໜ້າ 40 ແລະ 41 ເພື່ອ​ເບິ່ງ​ອີກ​ວ່າ​ມີ​ບາງ​ວິທີ​ທີ່​ລູກ​ໃຫ້​ຄວາມ​ສຳຄັນ​ກັບ​ຄົນ​ອື່ນ​ໄດ້​ໂດຍ​ການ​ຮັບໃຊ້​ເຂົາ​ເຈົ້າ.

ລູກ​ຄື​ຈະ​ຈື່​ວ່າ​ຄູ​ຜູ້​ຍິ່ງໃຫຍ່​ໃຫ້​ຄວາມ​ສຳຄັນ​ກັບ​ຄົນ​ອື່ນ​ໂດຍ​ການ​ຮັບໃຊ້​ເຂົາ​ເຈົ້າ. ໃນ​ຄືນ​ສຸດ​ທ້າຍ​ທີ່​ພະອົງ​ຢູ່​ກັບ​ພວກ​ອັກຄະສາວົກ ພະອົງ​ຍັງ​ໄດ້​ຄູ້​ເຂົ່າ​ລົງ​ແລະ​ລ້າງ​ຕີນ​ຂອງ​ເຂົາ​ເຈົ້າ. ຖ້າ​ເຮົາ​ໃຫ້​ຄວາມ​ສຳຄັນ​ກັບ​ຄົນ​ອື່ນ​ໂດຍ​ການ​ຮັບໃຊ້​ເຂົາ​ເຈົ້າ ເຮົາ​ກໍ​ຈະ​ເຮັດ​ໃຫ້​ທັງ​ຄູ​ຜູ້​ຍິ່ງໃຫຍ່​ແລະ​ພະ​ເຢໂຫວາ​ພະເຈົ້າ​ພໍ່​ຂອງ​ພະອົງ​ຍິນດີ.

ໃຫ້​ເຮົາ​ອ່ານ​ຂໍ້​ພະ​ຄຳພີ​ເພີ່ມ​ເຕີມ​ທີ່​ສະໜັບສະຫນູນ​ເຮົາ​ໃຫ້​ຄວາມ​ສຳຄັນ​ກັບ​ຄົນ​ອື່ນ​ຫຼາຍ​ກວ່າ​ຕົນ​ເອງ ຢູ່​ພະທຳ​ລືກາ 9:48; ໂລມ 12:3; ແລະ​ຟິລິບ 2:3, 4.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌