ບົດ 92
ພະເຍຊູປົວຄົນຂີ້ທູດສິບຄົນລະຫວ່າງເດີນທາງໄປເມືອງເຢຣຶຊາເລມຖ້ຽວສຸດທ້າຍ
ພະເຍຊູສ້າງຄວາມຜິດຫວັງໃຫ້ກັບສານຊັນເຮດຣິນເຊິ່ງຄົບຄິດກັນຈະສັງຫານພະອົງ ໂດຍເດີນທາງອອກຈາກເມືອງເຢຣຶຊາເລມໄປເມືອງເອຟະລາອີມ ໄລຍະທາງຄົງຈະຫ່າງປະມານ 24 ກິໂລແມັດທາງຕາເວັນອອກສຽງເໜືອຂອງເມືອງເຢຣຶຊາເລມ. ພະອົງພັກຢູ່ຫັ້ນກັບພວກສາວົກ ຫ່າງຈາກພວກສັດຕູ.
ຢ່າງໃດກໍດີ ເວລາສະຫຼອງປັດສະຄາປະຈຳປີສາກົນສັກກະຫຼາດ 33 ໃກ້ຈະເຖິງແລ້ວ ບໍ່ດົນພະເຍຊູກໍຈະອອກເດີນທາງອີກ. ພະອົງເດີນທາງຜ່ານແຂວງສະມາລີແລະຂຶ້ນໄປທາງແຂວງຄາລິເລ. ການຢ້ຽມຢາມພາກພື້ນນີ້ເປັນຄັ້ງສຸດທ້າຍກ່ອນຖືກປົງພະຊົນ. ເມື່ອຢູ່ແຂວງຄາລິເລ ພະອົງແລະສາວົກຄົງຈະຮ່ວມເດີນທາງກັບຄົນອື່ນໆ ເພື່ອໄປສະຫຼອງປັດສະຄາຢູ່ເມືອງເຢຣຶຊາເລມ. ເຂົາເຈົ້າໃຊ້ເສັ້ນທາງຜ່ານເຂດພິເຣຍ ຟາກຕາເວັນອອກຂອງແມ່ນ້ຳຢູລະເດນ.
ຄັນເມື່ອເດີນທາງໄດ້ບໍ່ດົນ ພະເຍຊູເຂົ້າໄປເຖິງຫມູ່ບ້ານໜຶ່ງໃນແຂວງສະມາລີຫຼືແຂວງຄາລິເລ ມີຄົນຂີ້ທູດສິບຄົນພໍ້ພະອົງ. ພະຍາດນີ້ເປັນຕາຢ້ານຫຼາຍ ມັນຈະຄ່ອຍໆ ກັດກິນສ່ວນຕ່າງໆ ຂອງຮ່າງກາຍ ເຊັ່ນ ນິ້ວມື, ນິ້ວຕີນ, ຫູ, ດັງແລະສົບປາກ. ເພື່ອປ້ອງກັນຄົນອື່ນບໍ່ໃຫ້ຕິດພະຍາດນີ້ ພະບັນຍັດຂອງພະເຈົ້າສັ່ງຄົນເປັນຂີ້ທູດວ່າ “ຈົ່ງເອົາຜ້າປົກໜວດ ແລະຈົ່ງຮ້ອງວ່າ ‘ຖ່ອຍຮ້າຍ ຖ່ອຍຮ້າຍ.’ ຜູ້ນັ້ນເປັນໂລຄາດົນປານໃດກໍຖ່ອຍຮ້າຍດົນປະນັ້ນ ເພິ່ນຖ່ອຍຮ້າຍ ເພິ່ນຈົ່ງອາໄສຢູ່ຜູ້ດຽວພາຍນອກຢຸດພັກ.”
ຄົນຂີ້ທູດສິບຄົນປະຕິບັດຕາມພະບັດຍັດຕິທີ່ກຳນົດໄວ້ກັບໂລກຂີ້ທູດ ເຂົາເຈົ້າຢູ່ຫ່າງຈາກພະເຍຊູຫຼາຍ. ແຕ່ຍັງຮ້ອງສຽງດັ່ງວ່າ “ພະເຍຊູພະຜູ້ເປັນນາຍເຈົ້າຂ້າ ຂໍເຊີນອີດູຫມູ່ຂ້າພະເຈົ້າເທີ້ນ.”
ເວລາເຫັນເຂົາເຈົ້າແຕ່ໄກ ພະເຍຊູຈຶ່ງສັ່ງວ່າ “ຫມູ່ເຈົ້າຈົ່ງໄປສຳແດງຕົວໃຫ້ພວກປະໂລຫິດເຫັນຫມູ່ເຈົ້າ.” ພະເຍຊູກ່າວເຊັ່ນນັ້ນກໍເພາະວ່າກົດໝາຍຂອງພະເຈົ້າໃຫ້ປະໂລຫິດມີອຳນາດປະກາດວ່າຄົນຂີ້ທູດກໍດີສະອາດແລ້ວ. ໂດຍວິທີນີ້ຄົນທີ່ເຄີຍເປັນຂີ້ທູດຈະໄດ້ຮັບອະນຸຍາດໃຫ້ກັບເຂົ້າມາຢູ່ຮ່ວມກັບຄົນປົກກະຕິອີກ.
ຄົນຂີ້ທູດສິບຄົນນີ້ມີຄວາມເຊື່ອໝັ້ນໃນລິດອຳນາດອັນມະຫັດສະຈັນຂອງພະເຍຊູ. ດັ່ງນັ້ນ ເຂົາເຈົ້າຈຶ່ງຟ້າວໄປພົບປະໂລຫິດແມ່ນວ່າໂລກຂີ້ທູດຍັງບໍ່ເຊົາກໍຕາມ. ລະຫວ່າງທາງ ຄວາມເຊື່ອທີ່ມີຕໍ່ພະເຍຊູກໍໄດ້ຮັບການຕອບແທນ. ເຂົາເຈົ້າເລີ່ມເຫັນແລະຮູ້ສຶກວ່າຕົນເອງດີປົກກະຕິແລ້ວ!
ຄົນຂີ້ທູດເກົ້າຄົນທີ່ດີສະອາດຕ່າງກໍແຍກຍ້າຍໄປຕາມທາງຂອງຕົນເອງ ແຕ່ຄົນໜຶ່ງເຊິ່ງເປັນຊາວສະມາລີກັບໄປຫາພະເຍຊູ. ຍ້ອນຫຍັງ? ເພາະລາວສຳນຶກຮູ້ບຸນຄຸນຕໍ່ສິ່ງທີ່ເກີດຂຶ້ນກັບລາວ. ລາວສັນລະເສີນພະເຈົ້າດ້ວຍສຽງດັງ ແລະເມື່ອພົບພະເຍຊູ ລາວຂາບລົງທີ່ຕີນຂອງພະອົງ ແລ້ວກ່າວຂອບພະຄຸນ.
ພະເຍຊູຖາມວ່າ “ເຂົາບໍ່ໄດ້ດີຂີ້ທູດທັງສິບຄົນຫຼື ແລະເກົ້າຄົນນັ້ນຢູ່ໃນໃສ. ບໍ່ເຫັນມີຜູ້ໃດໄດ້ຫຼົບມາສັນລະເສີນພະເຈົ້າ ເທົ່າເວັ້ນໄວ້ແຕ່ຄົນຊາວປະເທດນີ້ [“ຄົນຕ່າງຊາດຜູ້ນີ້,” ປ.ມ.]”?
ແລ້ວພະອົງບອກຊາຍຊາວສະມາລີນັ້ນວ່າ “ເຈົ້າຈົ່ງລຸກຂຶ້ນແລະເມືອເທີ້ນ ຄວາມເຊື່ອຂອງເຈົ້າໄດ້ກະທຳໃຫ້ເຈົ້າດີແລ້ວ.”
ເມື່ອເຮົາອ່ານເລື່ອງປົວຄົນຂີ້ທູດສິບຄົນ ເຮົາຄວນຈື່ຈຳບົດຮຽນເຊິ່ງໄດ້ຈາກຄຳຖາມຂອງພະເຍຊູທີ່ວ່າ “ເກົ້າຄົນນັ້ນຢູ່ໃນໃສ”? ເກົ້າຄົນນັ້ນທີ່ບໍ່ສະແດງຄວາມກະຕັນຍູມີຄວາມຜິດທີ່ຮ້າຍແຮງ. ເໝືອນດັ່ງຊາວສະມາລີ ເຮົາຈະສະແດງຕົວເປັນຄົນທີ່ຮູ້ສຳນຶກບຸນຄຸນຕໍ່ສິ່ງຕ່າງໆ ທີ່ໄດ້ຮັບຈາກພະເຈົ້າ ລວມທັງຄຳສັນຍາທີ່ແນ່ນອນເລື່ອງຊີວິດຕະຫຼອດໄປໃນໂລກໃໝ່ອັນຊອບທຳຂອງພະເຈົ້າຫຼືບໍ? ໂຍຮັນ 11:54, 55; ລຶກາ 17:11-19; ພວກເລວີ 13:16, 17, 45, 46; ຄຳປາກົດ 21:3, 4.
▪ ພະເຍຊູສ້າງຄວາມຜິດຫວັງໃຫ້ແກ່ຜູ້ທີ່ຄິດຈະສັງຫານພະອົງຢ່າງໃດ?
▪ ພະເຍຊູເດີນທາງໄປໃສຕໍ່ຈາກນັ້ນ ແລະຈຸດໝາຍປາຍທາງຂອງພະອົງແມ່ນບ່ອນໃດ?
▪ ເປັນຫຍັງຄົນຂີ້ທູດຈຶ່ງຢືນຢູ່ຫ່າງໆ ແລະເພາະເຫດໃດພະເຍຊູຈຶ່ງສັ່ງໃຫ້ເຂົາເຈົ້າໄປຫາປະໂລຫິດ?
▪ ເຮົາຄວນຈະໄດ້ບົດຮຽນຫຍັງຈາກເລື່ອງນີ້?