ບົດທີ 79
ພະເຢຊູເຮັດການອັດສະຈັນຫຼາຍຢ່າງ
ພະເຢຊູມາໂລກນີ້ເພື່ອປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າ. ເພື່ອສະແດງໃຫ້ເຫັນສິ່ງທີ່ພະເຢຊູຈະເຮັດຕອນທີ່ເພິ່ນເປັນກະສັດ ພະເຢໂຫວາໄດ້ໃຫ້ພະລັງບໍລິສຸດກັບພະເຢຊູເພື່ອເຮັດການອັດສະຈັນຫຼາຍຢ່າງ. ພະເຢຊູສາມາດປົວພະຍາດໄດ້ທຸກຊະນິດ. ບໍ່ວ່າພະເຢຊູຈະໄປໃສ ຄົນເຈັບປ່ວຍກໍຈະມາຂໍໃຫ້ເພິ່ນປົວແລະເພິ່ນກໍປົວທຸກຄົນ. ຄົນຕາບອດຈຶ່ງເບິ່ງເຫັນໄດ້ ຄົນຫູໜວກກໍໄດ້ຍິນ ຄົນທີ່ເປັນອຳມະພາດກໍຍ່າງໄດ້ ຄົນທີ່ຖືກປີສາດສິງກໍເປັນອິດສະຫຼະຈາກປີສາດ ແລະແມ່ນແຕ່ບາງຄົນພຽງແຕ່ບາຍຍອຍເສື້ອຄຸມຂອງພະເຢຊູກໍຍັງເຊົາພະຍາດ. ຜູ້ຄົນຕິດຕາມພະເຢຊູໄປທຸກບ່ອນ ແລະເພິ່ນກໍຍິນດີຕ້ອນຮັບທຸກຄົນ ແມ່ນແຕ່ຕອນທີ່ເພິ່ນຢາກຢູ່ຄົນດຽວ.
ມີເທື່ອໜຶ່ງ ມີຄົນຫາມຜູ້ຊາຍທີ່ເປັນອຳມະພາດມາຫາພະເຢຊູຢູ່ເຮືອນຫຼັງໜຶ່ງ ແຕ່ເຂົ້າໄປໃນເຮືອນບໍ່ໄດ້ຍ້ອນຄົນຫຼາຍແຮງ. ເຂົາເຈົ້າຈຶ່ງຮື້ຫຼັງຄາໃຫ້ເປັນປ່ອງແລ້ວຢ່ອນຜູ້ຊາຍທີ່ເປັນອຳມະພາດລົງໄປໃຫ້ພະເຢຊູປົວ. ພະເຢຊູບອກລາວວ່າ: ‘ລຸກຂຶ້ນແລະຍ່າງໄປ.’ ແລ້ວລາວກໍລຸກຂຶ້ນຍ່າງ. ທຸກຄົນທີ່ເຫັນກໍຮູ້ສຶກງຶດຫຼາຍ.
ຕອນທີ່ພະເຢຊູຍ່າງເຂົ້າໄປໃນບ້ານໜຶ່ງ ມີຄົນຂີ້ທູດ 10 ຄົນຢືນຢູ່ໄກໆແລະຮ້ອງວ່າ: ‘ທ່ານເຢຊູ ຊ່ວຍພວກເຮົາແດ່!’ ໃນສະໄໝນັ້ນ ບໍ່ອະນຸຍາດໃຫ້ຄົນຂີ້ທູດຢູ່ໃກ້ຄົນອື່ນ. ພະເຢຊູບອກເຂົາເຈົ້າໃຫ້ໄປຫາປະໂລຫິດຢູ່ວິຫານຕາມທີ່ກົດໝາຍຂອງພະເຢໂຫວາບອກໃຫ້ຄົນຂີ້ທູດເຮັດຫຼັງຈາກເຊົາພະຍາດແລ້ວ. ຕອນທີ່ກຳລັງເດີນທາງໄປວິຫານ ເຂົາເຈົ້າກໍເຊົາເປັນຂີ້ທູດ. ເມື່ອຄົນຂີ້ທູດຄົນໜຶ່ງຮູ້ວ່າໂຕເອງເຊົາແລ້ວ ລາວກໍກັບມາຂອບໃຈພະເຢຊູແລະສັນລະເສີນພະເຈົ້າ. ໃນຈຳນວນຄົນຂີ້ທູດ 10 ຄົນ ມີແຕ່ຄົນດຽວເທົ່ານັ້ນທີ່ຂອບໃຈພະເຢຊູ.
ຜູ້ຍິງຄົນໜຶ່ງທີ່ເຈັບປ່ວຍມາໄດ້ 12 ປີແລ້ວຢາກໄດ້ຮັບການປິ່ນປົວໃຫ້ດີເປັນປົກກະຕິ. ລາວຈຶ່ງຍ່າງຜ່າຄົນບັກຫຼາຍໆເຂົ້າມາທາງຫຼັງພະເຢຊູແລະບາຍຍອຍເສື້ອຄຸມຂອງເພິ່ນ ແລ້ວລາວກໍເຊົາພະຍາດທັນທີ. ພະເຢຊູຖາມວ່າ: “ຜູ້ໃດບາຍຂ້ອຍ?” ຜູ້ຍິງຄົນນັ້ນຢ້ານຫຼາຍ ແຕ່ລາວກໍເຂົ້າມາບອກຄວາມຈິງກັບພະເຢຊູ. ພະເຢຊູປອບໃຈລາວວ່າ: ‘ລູກເອີ້ຍ ຂໍໃຫ້ລູກສະບາຍໃຈເດີ້.’
ຜູ້ຊາຍຄົນໜຶ່ງຊື່ຢາອີໂຣທີ່ເປັນຫົວໜ້າບ່ອນປະຊຸມຂອງຄົນຢິວໄດ້ມາຂໍຮ້ອງພະເຢຊູວ່າ: ‘ຂໍໄປເຮືອນຂ້ອຍໄດ້ບໍ ລູກສາວຂອງຂ້ອຍບໍ່ສະບາຍແຮງ.’ ແຕ່ກ່ອນທີ່ພະເຢຊູຈະໄປຮອດເຮືອນຂອງຢາອີໂຣ ເດັກນ້ອຍຜູ້ຍິງຄົນນັ້ນກໍຕາຍແລ້ວ. ເມື່ອພະເຢຊູໄປຮອດ ເພິ່ນກໍເຫັນຄົນບັກຫຼາຍໆກຳລັງຮ້ອງໄຫ້ເສຍໃຈກັບຄອບຄົວນີ້. ເພິ່ນບອກເຂົາເຈົ້າວ່າ: ‘ບໍ່ຕ້ອງໄຫ້ ເດັກນ້ອຍຄົນນີ້ມີແຕ່ນອນຫຼັບຊື່ໆ.’ ພະເຢຊູຈັບມືເດັກນ້ອຍໄວ້ແລະເວົ້າວ່າ: “ນາງນ້ອຍເອີ້ຍ ລຸກຂຶ້ນແມ້!” ແລ້ວລາວກໍລຸກຂຶ້ນມາທັນທີ. ພະເຢຊູຈຶ່ງບອກພໍ່ແມ່ຂອງລາວເອົາເຂົ້າມາໃຫ້ລາວກິນ. ລອງຄິດເບິ່ງແມ້ວ່າພໍ່ແມ່ຂອງລາວຊິຮູ້ສຶກດີໃຈຫຼາຍສ່ຳໃດ!
“ພະເຈົ້າໄດ້ແຕ່ງຕັ້ງ [ພະເຢຊູ] ດ້ວຍພະລັງບໍລິສຸດແລະໃຫ້ລິດເດດເພິ່ນ. ພະເຢຊູເດີນທາງໄປທຸກບ່ອນເພື່ອເຮັດສິ່ງດີໆແລະປົວຄົນທີ່ຕ້ອງທົນທຸກທໍລະມານຍ້ອນຖືກມານຮ້າຍຄອບງຳ. ພະເຢຊູເຮັດແບບນີ້ໄດ້ກໍຍ້ອນພະເຈົ້າຢູ່ກັບເພິ່ນ.”—ກິດຈະການ 10:38