ການຮູ້ສຶກແບບນີ້ເປັນເລື່ອງປົກກະຕິບໍ?
ຊາຍຜູ້ໜຶ່ງທີ່ສູນເສຍຍາດມິດຂຽນວ່າ “ເມື່ອຍັງນ້ອຍຕອນຢູ່ໃນປະເທດອັງກິດ ຂ້ອຍຖືກສອນບໍ່ໃຫ້ສະແດງຄວາມຮູ້ສຶກຕໍ່ໜ້າຄົນອື່ນ. ຂ້ອຍຈື່ໄດ້ວ່າເມື່ອມີສິ່ງໃດເຮັດໃຫ້ຂ້ອຍຮູ້ສຶກເຈັບປວດ ພໍ່ເຊິ່ງອະດີດເຄີຍເປັນທະຫານຈະກັດແຂ້ວແລ້ວບອກຂ້ອຍວ່າ ‘ຢ່າຊູ່ໄຫ້!’ ຂ້ອຍນຶກບໍ່ອອກວ່າແມ່ເຄີຍກອດຫຼືຈູບພວກເຮົາຄົນໃດຄົນໜຶ່ງຫຼືບໍ່ (ພວກເຮົາມີອ້າຍນ້ອງສີ່ຄົນນຳກັນ). ຂ້ອຍເຫັນພໍ່ຕາຍຕອນຂ້ອຍໄດ້ 56 ປີ. ຂ້ອຍຮູ້ສຶກວ່າເປັນການສູນເສຍຢ່າງໃຫຍ່ຫຼວງ. ເຖິງປານນັ້ນ ຕອນທຳອິດຂ້ອຍໄຫ້ບໍ່ອອກ.”
ໃນບາງວັດທະນະທຳ ຄົນທົ່ວໄປຈະສະແດງຄວາມຮູ້ສຶກອອກມາຢ່າງເປີດເຜີຍ. ບໍ່ວ່າເຂົາເຈົ້າຈະມີຄວາມສຸກຫຼືທຸກ ຄົນອື່ນກໍຈະຮູ້ວ່າເຂົາເຈົ້າຮູ້ສຶກຢ່າງໃດ. ໃນອີກແງ່ໜຶ່ງ ໃນບາງສ່ວນຂອງໂລກນີ້ ທີ່ເດັ່ນຊັດແມ່ນທາງພາກເໜືອຂອງເອີລົບແລະອັງກິດ ໂດຍສະເພາະແມ່ນຜູ້ຊາຍ ເຂົາເຈົ້າຖືກຫຼໍ່ຫຼອມໃຫ້ປົກປິດຄວາມຮູ້ສຶກເອົາໄວ້ ເຂົາເຈົ້າຕ້ອງລະງັບອາລົມ ເມື່ອຢູ່ໃນສະພາບຍາກລຳບາກເຂົາເຈົ້າຈະອົດກັ້ນບໍ່ຍອມໃຫ້ຄົນອື່ນຮູ້ເຫັນອາລົມຄວາມຮູ້ສຶກເລີຍ. ແຕ່ເມື່ອເຂົາເຈົ້າເປັນທຸກກັບການສູນເສຍຜູ້ທີ່ເຂົາເຈົ້າຮັກຢູ່ນັ້ນ ຈະເປັນການຜິດບໍ່ທີ່ຈະສະແດງຄວາມທຸກໂສກອອກມາ? ຄຳພີໄບເບິນບອກຢ່າງໃດ?
ຄົນທີ່ຮ້ອງໄຫ້ໃນຄຳພີໄບເບິນ
ຄຳພີໄບເບິນຂຽນໂດຍຊາວເຫບເລີ ຢູ່ໃນເຂດຕາເວັນອອກຂອງທະເລເມດິແຕລາເນ ເຊິ່ງເປັນບຸກຄົນທີ່ສະແດງຄວາມຮູ້ສຶກອອກມາ. ພະຄຳພີມີຕົວຢ່າງຂອງຫຼາຍໆຄົນທີ່ສະແດງຄວາມໂສກເສົ້າຂອງເຂົາເຈົ້າຢ່າງເປີດເຜີຍ. ກະສັດດາວິດໂສກເສົ້າເສຍໃຈຍ້ອນລູກຊາຍຄືທ້າວອາມນອນຖືກຂ້າ. ທີ່ຈິງເພິ່ນໄດ້ “ຮ້ອງໄຫ້ຂົມໃຈຫຼາຍ.” (2 ຊາເມືອນ 13:28-39) ກະສັດຍັງໂສກເສົ້າເສຍໃຈໃນການຕາຍຂອງອາບຊາໂລມລູກຊາຍຜູ້ທໍລະຍົດເຊິ່ງພະຍາຍາມຍາດຊີງເອົາຕຳແໜ່ງກະສັດຈາກທ່ານ. ບັນທຶກໃນຄຳພີໄບເບິນບອກວ່າ “ກະສັດ [ດາວິດ] ມີໃຈທຸກໂສກຫຼາຍແລະໄດ້ຂຶ້ນໄປໃນຫ້ອງເທິງປະຕູ ແລະໄດ້ຮ້ອງໄຫ້ແລະພວມໄປກະສັດໄດ້ເວົ້າດັ່ງນີ້ວ່າ ‘ລູກຂ້ອຍອາບຊາໂລມ ລູກຂ້ອຍ ລູກຂ້ອຍອາບຊາໂລມເອີຍ ຂໍໃຫ້ຂ້ອຍຕາຍຕາງເຈົ້າອາບຊາໂລມລູກຂ້ອຍ ລູກຂ້ອຍເອີຍ.’” (2 ຊາເມືອນ 18:33) ດາວິດຮ້ອງໄຫ້ອາໄລອາວອນຄືກັບພໍ່ທົ່ວໄປ. ແທ້ຈິງແລ້ວມີຫຼາຍໆເທື່ອທີ່ພໍ່ແມ່ຢາກຈະຕາຍແທນລູກຂອງຕົນ! ເບິ່ງຄືວ່າເປັນເລື່ອງຜິດປົກກະຕິຫາກວ່າລູກຈະຕາຍກ່ອນພໍ່ແມ່.
ພະເຍຊູເປັນຢ່າງໃດເມື່ອສະຫາຍຂອງພະອົງລາຊະໂລເສຍຊີວິດ? ພະອົງຮ້ອງໄຫ້ຢູ່ໃກ້ບ່ອນຫລຸມຝັງສົບຂອງລາວ. (ໂຢຮັນ 11:30-38) ຕໍ່ມາ ມາລີມັກດາລາກໍຮ້ອງໄຫ້ໃກ້ບ່ອນຝັງສົບຂອງພະເຍຊູ. (ໂຢຮັນ 20:11-16) ເປັນຄວາມຈິງທີ່ຄລິດສະຕຽນເຊິ່ງມີຄວາມເຂົ້າໃຈເລື່ອງຄວາມຫວັງຈາກຄຳພີໄບເບິນກ່ຽວກັບການຄືນມາຈາກຕາຍ ຈະບໍ່ໂສກເສົ້າເສຍໃຈຫຼາຍຈົນປອບໂຍນບໍ່ໄດ້ ຄືກັນກັບຄົນທີ່ບໍ່ມີພື້ນຖານຄວາມເຊື່ອທີ່ຊັດເຈນເລື່ອງສະພາບຂອງຄົນຕາຍຈາກຄຳພີໄບເບິນ. ແຕ່ຄລິດສະຕຽນແທ້ເຖິງແມ່ນວ່າເຂົາເຈົ້າຈະມີຄວາມຫວັງເລື່ອງການຄືນມາຈາກຕາຍ ແຕ່ໃນຖານະມະນຸດທີ່ມີຄວາມຮູ້ສຶກຕາມປົກກະຕິ ກໍຮ່ຳໄຫ້ແລະອາໄລອາວອນກັບການສູນເສຍຜູ້ທີ່ເຂົາເຈົ້າຮັກ.—1 ເທຊະໂລນີກ 4:13, 14.
ຈະຮ້ອງໄຫ້ຫຼືບໍ່ຮ້ອງໄຫ້
ທຸກມື້ນີ້ຄົນເຮົາເດເປັນແນວໃດ? ເຈົ້າເຫັນວ່າເປັນການຍາກຫຼືໜ້າອາຍບໍທີ່ຈະສະແດງຄວາມຮູ້ສຶກ? ຜູ້ເປັນທີ່ປຶກສາແນະນຳຢ່າງໃດ? ຫຼາຍເທື່ອຄວາມຄິດສະໄໝໃໝ່ຂອງເຂົາເຈົ້າພຽງແຕ່ສະທ້ອນເຖິງສະຕິປັນຍາບູຮານໃນຄຳພີໄບເບິນເຊິ່ງໄດ້ຮັບການດົນໃຈ. ເຂົາເຈົ້າກ່າວວ່າເຮົາຄວນຈະສະແດງຄວາມໂສກເສົ້າອອກມາ ບໍ່ແມ່ນກົດເຕັງເອົາໄວ້. ສິ່ງນີ້ເຮັດໃຫ້ເຮົາຄິດເຖິງຜູ້ສັດຊື່ໃນສະໄໝບູຮານ ເຊັ່ນ ໂຢບ ດາວິດ ແລະເຢເຣມີ ເຊິ່ງການສະແດງຄວາມທຸກໂສກຂອງເຂົາເຈົ້າໄດ້ກ່າວໄວ້ໃນຄຳພີໄບເບິນ. ແນ່ນອນເຂົາເຈົ້າບໍ່ເກັບຄວາມຮູ້ສຶກເອົາໄວ້ໃນໃຈ. ດັ່ງນັ້ນ ການແຍກຕົວຢູ່ຄົນດຽວກໍບໍ່ແມ່ນວິທີທີ່ສະຫຼາດ. (ສຸພາສິດ 18:1) ແມ່ນແລ້ວ ໃນວັດທະນະທຳທີ່ຕ່າງກັນການສະແດງຄວາມໂສກເສົ້າອາໄລກໍຕ່າງກັນ ນອກຈາກນີ້ຍັງຂຶ້ນຢູ່ກັບຄວາມເຊື່ອຖືທົ່ວໄປທາງສາສະໜາດ້ວຍ.a
ຈະວ່າຢ່າງໃດຫາກເຈົ້າຢາກຮ້ອງໄຫ້? ນັ້ນເປັນທຳມະຊາດຢ່າງໜຶ່ງຂອງຄົນເຮົາ. ລອງຄິດອີກເທື່ອໜຶ່ງກ່ຽວກັບຕອນທີ່ລາຊະໂລຕາຍ ພະເຍຊູໄດ້ “ສັ່ນໃນຈິດວິນຍານ . . . ຮ້ອງໄຫ້ນ້ຳຕາໄຫຼອອກ.” (ໂຢຮັນ 11:33, 35) ໂດຍວິທີນີ້ພະອົງສະແດງໃຫ້ເຫັນວ່າການຮ້ອງໄຫ້ເມື່ອຜູ້ທີ່ເຮົາຮັກເສຍຊີວິດໄປນັ້ນເປັນອາການທີ່ປົກກະຕິ.
ເປັນເລື່ອງປົກກະຕິທີ່ຈະໂສກເສົ້າແລະຮ້ອງໄຫ້ເມື່ອຄົນທີ່ຮັກເສຍຊີວິດ
ເລື່ອງນີ້ໄດ້ຮັບການສະໜັບສະຫນູນຈາກກໍລະນີຂອງນາງແອນ ແມ່ຄົນໜຶ່ງທີ່ສູນເສຍລູກນ້ອຍຣາເຊນດ້ວຍໂລກ SIDS (ການຕາຍກະທັນຫັນຂອງເດັກອ່ອນ). ຜົວຂອງລາວໃຫ້ຄວາມເຫັນວ່າ “ເປັນເລື່ອງແປກທີ່ທັງແອນແລະຂ້ອຍຕ່າງກໍບໍ່ຮ້ອງໄຫ້ໃນງານຝັງສົບລູກ. ຄົນອື່ນຮ້ອງໄຫ້ກັນໝົດ.” ກ່ຽວກັບເລື່ອງນີ້ແອນຕອບວ່າ “ແມ່ນແລ້ວ ແຕ່ຫຼັງຈາກນັ້ນຂ້ອຍໄດ້ຮ້ອງໄຫ້ຫຼາຍແທ້ໆ. ຂ້ອຍຄິດວ່າເລື່ອງນີ້ເຮັດໃຫ້ຂ້ອຍສະເທືອນໃຈຫຼາຍໆໃນໄລຍະບໍ່ເທົ່າໃດອາທິດຫຼັງຈາກເຫດການທີ່ເສົ້າສະຫຼົດນັ້ນ ໃນທີ່ສຸດມື້ໜຶ່ງເມື່ອຂ້ອຍຢູ່ເຮືອນຄົນດຽວ ຂ້ອຍໄດ້ຮ້ອງໄຫ້ໝົດມື້. ແຕ່ຂ້ອຍເຊື່ອວ່າການເຮັດແບບນີ້ໄດ້ຊ່ວຍຂ້ອຍ. ຂ້ອຍຮູ້ສຶກດີຂຶ້ນ. ຂ້ອຍຕ້ອງເສົ້າເສຍໃຈກັບການສູນເສຍລູກນ້ອຍ. ຂ້ອຍເຊື່ອແທ້ໆວ່າເຮົາຄວນຈະປ່ອຍໃຫ້ຄົນທີ່ມີຄວາມໂສກເສົ້ານັ້ນຮ້ອງໄຫ້. ແມ່ນວ່າຕາມທຳມະດາແລ້ວບາງຄົນອາດຈະກ່າວວ່າ ‘ເຊົາສາ ຢ່າຮ້ອງໄຫ້‘ ການເວົ້າແບບນັ້ນບໍ່ໄດ້ຊ່ວຍປານໃດ.”
ລາງຄົນມີອາການແນວໃດ
ລາງຄົນມີອາການແນວໃດເມື່ອເສົ້າເສຍໃຈຍ້ອນຄົນທີ່ຕົນຮັກຕາຍຈາກ? ເຊັ່ນຕົວຢ່າງຂອງນາງຄວານີຕາ ລາວຮູ້ວ່າການສູນເສຍລູກມີຄວາມຮູ້ສຶກຢ່າງໃດ. ລາວເຄີຍຫລຸລູກຕັ້ງຫ້າເທື່ອ. ຕອນນີ້ລາວກຳລັງຖືພາອີກ. ດັ່ງນັ້ນເມື່ອອຸບັດເຫດທາງລົດເຮັດໃຫ້ລາວຕ້ອງເຂົ້າໂຮງໝໍ ລາວຈຶ່ງເປັນທຸກກັງວົນໃຈຫຼາຍ. ສອງອາທິດຕໍ່ມາລາວເຈັບທ້ອງອອກລູກກ່ອນກຳນົດ. ບໍ່ດົນລູກນ້ອຍວາເນດຊາກໍເກີດ ມີນ້ຳໜັກພຽງ 0,9 ກິໂລກລາມເທົ່ານັ້ນ. ຄວານີຕາເລົ່າວ່າ “ຂ້ອຍຮູ້ສຶກຕື່ນເຕັ້ນຫຼາຍ ເພາະໃນທີ່ສຸດຂ້ອຍກໍໄດ້ເປັນແມ່ຄົນແລ້ວ!”
ແຕ່ວ່າລາວມີຄວາມສຸກຢູ່ບໍ່ດົນ. ອີກສີ່ມື້ຕໍ່ມາລູກນ້ອຍວາເນດຊາກໍຕາຍ. ຄວານີຕາເລົ່າວ່າ “ຂ້ອຍຮູ້ສຶກວ່າງເປົ່າ ຂ້ອຍບໍ່ໄດ້ເປັນແມ່ອີກແລ້ວ. ຂ້ອຍຮູ້ສຶກວ່າຊີວິດຂາດສິ່ງໃດໄປ. ຕອນທີ່ເຂົ້າເຮືອນແລ້ວເຫັນຫ້ອງເຊິ່ງກຽມໄວ້ແລະເສື້ອຜ້າໂຕນ້ອຍໆທີ່ໄດ້ຊື້ໄວ້ໃຫ້ກັບວາເນດຊາກໍເຮັດໃຫ້ເຈັບປວດໃນໃຈອີກ. ຈາກນັ້ນອີກສອງເດືອນ ຂ້ອຍຫວນຄິດເຖິງມື້ທີ່ລູກເກີດ. ຂ້ອຍບໍ່ຢາກກ່ຽວຂ້ອງກັບຜູ້ໃດເລີຍ.”
ເປັນອາການຮຸນແຮງເກີນໄປບໍ? ອາດຈະເປັນເລື່ອງທີ່ຄົນອື່ນເຂົ້າໃຈຍາກ ແຕ່ສຳລັບຄົນທີ່ເຄີຍຢູ່ໃນສະພາບແບບດຽວກັນກັບນາງຄວານີຕາ ເຂົາເຈົ້າບອກວ່າການທຸກໂສກຄິດເຖິງລູກນ້ອຍກໍຄືກັນກັບເຂົາເຈົ້າທຸກໂສກຄິດເຖິງຄົນທີ່ເຄີຍມີຊີວິດຢູ່ໄລຍະໜຶ່ງ ເຂົາເຈົ້າບອກວ່າກ່ອນລູກຈະເກີດມາ ພໍ່ແມ່ກໍຮັກເຂົາແລ້ວ ຈຶ່ງມີຄວາມຜູກພັນເປັນພິເສດກັບແມ່. ສະນັ້ນເມື່ອລູກຕາຍ ແມ່ຈະຮູ້ສຶກຄືກັບສູນເສຍລູກຜູ້ໜຶ່ງ. ນັ້ນເປັນເລື່ອງທີ່ຄົນອື່ນຄວນຈະເຂົ້າໃຈ.
ວິທີທີ່ຄວາມໂມໂຫແລະການຮູ້ສຶກຜິດອາດຈະກະທົບເຈົ້າ
ແມ່ອີກຄົນໜຶ່ງອະທິບາຍຄວາມຮູ້ສຶກຂອງລາວເມື່ອຮູ້ວ່າລູກຊາຍອາຍຸຫົກປີຕາຍກະທັນຫັນຍ້ອນເປັນໂລກຫົວໃຈຕັ້ງແຕ່ເກີດ. “ຂ້ອຍມີອາການຫຼາຍຢ່າງ—ມຶນ ບໍ່ຢາກເຊື່ອ ຮູ້ສຶກຜິດ ແລະໂມໂຫໃຫ້ຜົວແລະໝໍ ເພາະເຂົາເຈົ້າບໍ່ສຳນຶກວ່າສະພາບຂອງລູກຮ້າຍແຮງສ່ຳໃດ.”
ຄວາມໂມໂຫເປັນອາການອີກແນວໜຶ່ງຂອງຄວາມໂສກເສົ້າ. ອາດຈະໂມໂຫແພດແລະພະຍາບານ ຄິດວ່າເຂົາເຈົ້າໜ້າຈະໃສ່ໃຈຕໍ່ຜູ້ຕາຍຫຼາຍກວ່ານີ້. ຫຼືໂມໂຫໃສ່ຫມູ່ເພື່ອນແລະຍາດພີ່ນ້ອງເຊິ່ງຄິດວ່າເຂົາເຈົ້າເວົ້າຫຼືເຮັດຜິດ. ລາງຄົນໂມໂຫຜູ້ທີ່ຕາຍຈາກເພາະບໍ່ເອົາໃຈໃສ່ສຸຂະພາບຂອງຕົນ. ສະເຕນລາເລົ່າວ່າ “ຂ້ອຍຈື່ໄດ້ວ່າໂມໂຫໃຫ້ຜົວເພາະມັນບໍ່ໜ້າຈະເປັນແບບນັ້ນ. ລາວປ່ວຍໜັກຫຼາຍ ແຕ່ກໍຍັງບໍ່ຫົວຊາຕໍ່ຄຳເຕືອນຂອງແພດ.” ແລະລາງເທື່ອໂມໂຫກັບຜູ້ທີ່ຈາກໄປເນື່ອງດ້ວຍພາລະໜັກເຊິ່ງຄວາມຕາຍຂອງເຂົາເຈົ້ານຳມາໃຫ້ກັບຄົນທີ່ຍັງມີຊີວິດຢູ່.
ບາງຄົນຮູ້ສຶກຜິດເພາະຄວາມໂມໂຫ ນັ້ນແມ່ນການຕຳໜິຕົນເອງຍ້ອນຄວາມໂມໂຫ. ຄົນອື່ນໆໂທດຕົນເອງວ່າຄົນທີ່ເຂົາເຈົ້າຮັກຕາຍຍ້ອນເຂົາເຈົ້າ. ເຂົາເຈົ້າມັກຈະບອກກັບຕົນເອງວ່າ “ລາວຈະບໍ່ຕາຍ ຖ້າຂ້ອຍພາລາວໄປຫາໝໍໄວກວ່ານີ້ ຫຼືໃຫ້ລາວໄປຫາໝໍອີກຄົນໜຶ່ງ ຫຼືໃຫ້ລາວໃສ່ໃຈເບິ່ງແຍງສຸຂະພາບຕົນຫຼາຍກວ່ານັ້ນ.”
ການສູນເສຍລູກເປັນບາດແຜທີ່ຮ້າຍແຮງທາງໃຈ—ການສະແດງຄວາມເຫັນອົກເຫັນໃຈແລະຮ່ວມຄວາມຮູ້ສຶກຢ່າງແທ້ຈິງຈະຊ່ວຍຜູ້ທີ່ເປັນພໍ່ແມ່ໄດ້
ສ່ວນຄົນອື່ນໆຮູ້ສຶກຜິດຫຼາຍຍິ່ງກວ່ານັ້ນອີກ ໂດຍສະເພາະຫາກວ່າຄົນທີ່ເຂົາຮັກຕາຍກະທັນຫັນຢ່າງຄາດຄິດບໍ່ເຖິງ. ເຂົາເຈົ້າເລີ່ມຫວນຄິດເຖິງຕອນທີ່ໂມໂຫຫຼືຖຽງກັນກັບຜູ້ທີ່ຈາກໄປ. ຫຼືອາດຈະຮູ້ສຶກວ່າບໍ່ໄດ້ປະຕິບັດຢ່າງທີ່ຄວນຕໍ່ຜູ້ຕາຍ.
ຄວາມເສົ້າເສຍໃຈເປັນເວລາຍາວນານຂອງຄົນທີ່ເປັນແມ່ຈຳນວນຫຼາຍຢືນຢັນສິ່ງທີ່ຜູ້ຊ່ຽວຊານໄດ້ບອກໄວ້ວ່າ ການເສຍລູກເຮັດໃຫ້ເກີດການສູນເສຍຢ່າງຖາວອນໃນຊີວິດຂອງພໍ່ແມ່ ໂດຍສະເພາະຜູ້ທີ່ເປັນແມ່.
ເມື່ອສູນເສຍຄູ່ຊີວິດ
ການສູນເສຍຄູ່ແຕ່ງດອງເປັນຄວາມເຈັບປວດອີກຢ່າງໜຶ່ງ ໂດຍສະເພາະຫາກວ່າທັງສອງເຄີຍເຮັດສິ່ງຕ່າງໆນຳກັນເລື້ອຍມາ. ນັ້ນຈຶ່ງໝາຍຄວາມວ່າເປັນຈຸດຈົບຂອງແບບຊີວິດທັງໝົດທີ່ເຂົາເຈົ້າເຄີຍມີຮ່ວມກັນ ບໍ່ວ່າຈະເປັນການເດີນທາງ ວຽກງານ ຄວາມບັນເທີງ ແລະທັງການເພິ່ງພາອາໄສກັນ.
ຢູນີດຊີ້ແຈງສິ່ງທີ່ເກີດຂຶ້ນເມື່ອຜົວຂອງລາວຕາຍຢ່າງກະທັນຫັນດ້ວຍໂລກຫົວໃຈວາຍ. “ໃນອາທິດທຳອິດ ຂ້ອຍຢູ່ໃນສະພາບມຶນງົງ ຄືກັບຮ່າງກາຍບໍ່ເຄື່ອນໄຫວ. ຂ້ອຍບໍ່ຮູ້ກິ່ນແລະບໍ່ຮູ້ລົດ. ແຕ່ສະຕິຂອງຂ້ອຍກໍຍັງຫາເຫດຜົນຕໍ່ໄປຄືກັບວ່າແຍກຢູ່ຕ່າງຫາກ. ຍ້ອນຂ້ອຍໄດ້ຢູ່ນຳຜົວຕອນທີ່ເຂົາເຈົ້າພະຍາຍາມເຮັດໃຫ້ລາວມີອາການຄົງທີ່ ໂດຍການປ້ຳຫົວໃຈ ຜາຍປອດແລະໃຫ້ຢາ ຂ້ອຍບໍ່ໄດ້ຕົກໃນພາວະທີ່ບໍ່ຍອມຮັບສະພາບເປັນຈິງ. ຢ່າງໃດກໍຕາມ ກໍຍັງຮູ້ສຶກຂັດຂ້ອງໃຈ ຄືກັບຕົນເອງກຳລັງເຝົ້າເບິ່ງລົດແລ່ນລົງໜ້າຜາ ແລ້ວຂ້ອຍເອງເຮັດຫຍັງກໍບໍ່ໄດ້.”
ລາວຮ້ອງໄຫ້ບໍ? “ແມ່ນແລ້ວຂ້ອຍຮ້ອງໄຫ້ ໂດຍສະເພາະເມື່ອຂ້ອຍໄດ້ອ່ານບັດສະແດງຄວາມເສຍໃຈນັບຮ້ອຍໆທີ່ໄດ້ຮັບ. ຂ້ອຍຮ້ອງໄຫ້ກັບບັດທຸກໃບ. ສິ່ງນັ້ນຊ່ວຍຂ້ອຍໃຫ້ປະເຊີນກັບວັນເວລາທີ່ເຫຼືອຢູ່ໄດ້. ແຕ່ວ່າເມື່ອຕ້ອງຖືກຖາມແລ້ວຖາມອີກວ່າຂ້ອຍຮູ້ສຶກຢ່າງໃດ ມັນບໍ່ມີຫຍັງຊ່ວຍໄດ້ເລີຍ. ແນ່ນອນ ຂ້ອຍຮູ້ສຶກເປັນທຸກຫຼາຍເຫຼືອເກີນ.”
ສິ່ງໃດຊ່ວຍຢູນີດໃຫ້ຜ່ານພົ້ນຄວາມທຸກໂສກນັ້ນ? ລາວບອກວ່າ “ໂດຍບໍ່ຮູ້ຕົວ ຂ້ອຍໄດ້ຕັດສິນໃຈດຳເນີນຊີວິດຕໍ່ໄປ. ແນວໃດກໍຕາມ ສິ່ງທີ່ຍັງເຮັດໃຫ້ຂ້ອຍທຸກໃຈຢູ່ກໍແມ່ນຕອນທີ່ຂ້ອຍຄິດເຖິງຜົວ ເຊິ່ງເປັນຜູ້ທີ່ຮັກຊີວິດຫຼາຍແຕ່ກໍບໍ່ໄດ້ຊື່ນຊົມນຳມັນຊີວິດຕໍ່ໄປແລ້ວ.”
“ຢ່າໃຫ້ຄົນອື່ນບົ່ງການ . . . ”
ຜູ້ແຕ່ງປຶ້ມທີ່ຊື່ການລາຈາກ—ເວລາແລະວິທີກ່າວອຳລາ (ພາສາອັງກິດ) ແນະນຳໄວ້ດັ່ງນີ້ “ຢ່າໃຫ້ຄົນອື່ນບົ່ງການວ່າ ເຈົ້າຄວນເຮັດແລະຄວນຮູ້ສຶກຢ່າງໃດ. ຂະບວນການຄວາມໂສກເສົ້າເສຍໃຈຂອງແຕ່ລະຄົນດຳເນີນການແຕກຕ່າງກັນ. ຄົນອື່ນອາດຈະຄິດແລະບອກເຈົ້າວ່າ ເຈົ້າເສຍໃຈຫຼາຍໂພດຫຼືເສຍໃຈໜ້ອຍເກີນໄປ. ອະໄພໃຫ້ເຂົາເຈົ້າແລະລືມມັນສາ. ການທີ່ເຈົ້າພະຍາຍາມຈະບັງຄັບຕົວເອງໃຫ້ເປັນຕາມແບບທີ່ຄົນອື່ນຫຼືສັງຄົມສ້າງປັ້ນຂຶ້ນມານັ້ນ ຈະຂັດຂວາງການຟື້ນຟູສຸຂະພາບທາງອາລົມຂອງເຈົ້າເອງ.”
ແນ່ນອນ ຕ່າງຄົນຕ່າງກໍມີວິທີທີ່ຈະຮັບມືກັບຄວາມໂສກເສົ້າທີ່ຕ່າງກັນ. ເຮົາຈະບໍ່ແນະນຳວ່າວິທີໜຶ່ງດີກວ່າອີກວິທີໜຶ່ງສຳລັບທຸກຄົນ. ຢ່າງໃດກໍຕາມ ເມື່ອຜູ້ທີ່ປະສົບຄວາມທຸກໂສກບໍ່ຍອມຮັບຄວາມເປັນຈິງຂອງສະພາບການນັ້ນຈຶ່ງມີອັນຕະລາຍ. ເມື່ອເປັນເຊັ່ນນັ້ນ ຈຶ່ງອາດຈະຈຳເປັນຕ້ອງໄດ້ຮັບການຊ່ວຍເຫຼືອຈາກຫມູ່ເພື່ອນທີ່ມີຄວາມເຫັນອົກເຫັນໃຈ. ພະຄຳພີໄບເບິນກ່າວວ່າ “ສ່ຽວຮັກຢູ່ທຸກເວລາແລະອ້າຍນ້ອງຜູ້ໜຶ່ງໄດ້ເກີດເພື່ອຈະຊ່ອຍໃນເວລາຂັດສົນຫຼາຍ.” ດັ່ງນັ້ນ ຢ່າຊູ່ຢ້ານທີ່ຈະຂໍຄວາມຊ່ວຍເຫຼືອ ເວົ້າລົມກັນແລະຮ້ອງໄຫ້ນຳກັນ.—ສຸພາສິດ 17:17
ການທຸກໂສກຮ້ອງໄຫ້ເປັນອາການປົກກະຕິຕໍ່ການສູນເສຍ ແລະບໍ່ເປັນການຜິດທີ່ເຈົ້າຈະສະແດງຄວາມໂສກເສົ້າອອກມາຕໍ່ໜ້າຄົນອື່ນ. ແຕ່ຄຳຖາມຕໍ່ຈາກນີ້ທີ່ຕ້ອງຕອບແມ່ນ ‘ຂ້ອຍຈະທົນກັບຄວາມໂສກເສົ້າໄດ້ຢ່າງໃດ? ເປັນເລື່ອງປົກກະຕິບໍທີ່ຈະຮູ້ສຶກຜິດແລະໂມໂຫ? ຂ້ອຍຈະຮັບມືກັບອາການເຫຼົ່ານີ້ໄດ້ແນວໃດ? ແມ່ນຫຍັງຈະຊ່ວຍຂ້ອຍໃຫ້ທົນກັບການສູນເສຍແລະຄວາມໂສກເສົ້າໄດ້?’ ຕອນຕໍ່ໄປຈະຕອບຄຳຖາມເຫຼົ່ານີ້ແລະຄຳຖາມອື່ນໆ.
a ຕົວຢ່າງເຊັ່ນ ຊາວໂຢຣູບາໃນປະເທດນີເຊເຣຍ ເຂົາເຈົ້າມີຄວາມເຊື່ອຕາມປະເພນີເລື່ອງການເກີດໃໝ່ຂອງວິນຍານ. ດັ່ງນັ້ນເມື່ອແມ່ເສຍລູກໄປ ຈຶ່ງມີການໂສກເສົ້າຢ່າງໜັກແຕ່ຈະເປັນໄລຍະສັ້ນໆທໍ່ນັ້ນ ເພາະສຳນວນຂອງຊາວໂຢຣູບາບອກວ່າ “ມີແຕ່ນ້ຳທໍ່ນັ້ນທີ່ຊະອອກ ນ້ຳເຕົ້າກໍຍັງບໍ່ແຕກ.” ເພງຊາວໂຢຣູບານີ້ໝາຍຄວາມວ່າ ນ້ຳເຕົ້າທີ່ໃສ່ນ້ຳໝາຍເຖິງແມ່ ແມ່ສາມາດເກີດລູກໄດ້ອີກ—ລາງເທື່ອລູກທີ່ຕາຍໄປອາດຈະກັບມາເກີດນຳແມ່ຜູ້ນີ້ອີກ. ພະຍານພະເຢໂຫວາບໍ່ປະຕິບັດຕາມປະເພນີທີ່ມາຈາກຄວາມເຊື່ອໂຊກລາງເຊິ່ງເປັນຄວາມຄິດຜິດໆເລື່ອງຈິດວິນຍານອະມະຕະແລະການກັບຊາດມາເກີດເຊິ່ງບໍ່ມີໃນຄຳພີໄບເບິນ.—ຜູ້ເທສະໜາປ່າວປະກາດ 9:5, 10; ເອເຊກຽນ 18:4, 20.