ຄົນອື່ນຈະຊ່ວຍໄດ້ຢ່າງໃດ?
“ຫາກວ່າມີສິ່ງໃດທີ່ຂ້ອຍຊ່ວຍໄດ້ ບອກຂ້ອຍເດີ.” ເຮົາຫຼາຍຄົນເວົ້າແບບນີ້ກັບເພື່ອນຫຼືຍາດຕິພີ່ນ້ອງທີ່ຫາກໍສູນເສຍຄົນທີ່ຮັກໄປ. ແມ່ນແລ້ວເຮົາໝາຍຄວາມແບບນັ້ນແທ້ໆ. ເຮົາຢາກເຮັດສິ່ງໃດກໍໄດ້ ເພື່ອຊ່ວຍ. ແຕ່ວ່າຄົນທີ່ສູນເສຍຈະບອກເຮົາບໍວ່າ “ຂ້ອຍຄິດວ່າມີບາງສິ່ງທີ່ເຈົ້າຊ່ວຍຂ້ອຍໄດ້”? ຕາມປົກກະຕິແລ້ວ ບໍ່ເປັນແບບນັ້ນ. ທີ່ຈິງເຮົາຕ້ອງເປັນຝ່າຍລິເລີ່ມ ຖ້າວ່າເຮົາຢາກຊ່ວຍເຫຼືອແລະປອບໃຈຄົນທີ່ກຳລັງໂສກເສົ້າຢູ່.
ສຸພາສິດຂໍ້ໜຶ່ງໃນພະຄຳພີໄບເບິນກ່າວວ່າ “ຖ້ອຍຄຳຂໍ້ໜຶ່ງທີ່ກ່າວຖືກເວລາສົມຄວນກໍເປັນຄືໝາກທະພູອາ [“ແອັບເປິນ,” ລ.ມ.] ທຳດ້ວຍຄຳຢູ່ໃນກະຕ່າທຳດ້ວຍເງິນ.” (ສຸພາສິດ 15:23; 25:11) ເປັນຄວາມສຸຂຸມທີ່ຮູ້ວ່າສິ່ງໃດຄວນຈະເວົ້າແລະສິ່ງໃດບໍ່ຄວນ ຈະເວົ້າ ສິ່ງໃດຄວນຈະເຮັດແລະສິ່ງໃດບໍ່ຄວນ ຈະເຮັດ. ນີ້ແມ່ນຄຳແນະນຳບາງຢ່າງຈາກພະຄຳພີເຊິ່ງຜູ້ທີ່ສູນເສຍຄົນທີ່ຮັກພົບວ່າຊ່ວຍໄດ້ຫຼາຍ.
ສິ່ງທີ່ຄວນຈະເຮັດ . . .
ຟັງ: ຢາໂກໂບ 1:19 ກ່າວວ່າ ໃຫ້ “ວ່ອງໄວໆຈະຟັງ.” ສິ່ງໜຶ່ງທີ່ຊ່ວຍໄດ້ຫຼາຍທີ່ສຸດເຊິ່ງເຈົ້າເຮັດໄດ້ແມ່ນການຮ່ວມຄວາມທຸກໂສກກັບຜູ້ທີ່ສູນເສຍໂດຍການຟັງ. ຄົນທີ່ປະສົບກັບການສູນເສຍອາດຢາກເວົ້າເຖິງຜູ້ທີ່ລາວຮັກເຊິ່ງເສຍຊີວິດໄປ ເວົ້າເລື່ອງອຸບັດເຫດຫຼືຄວາມເຈັບປ່ວຍເຊິ່ງເປັນສາເຫດຂອງການເສຍຊີວິດ ຫຼືເວົ້າເຖິງຄວາມຮູ້ສຶກທີ່ລາວມີເນື່ອງຈາກການເສຍຊີວິດນັ້ນ. ດັ່ງນັ້ນ ໃຫ້ຖາມວ່າ “ເຈົ້າຢາກເວົ້າເຖິງເລື່ອງນັ້ນບໍ?” ໃຫ້ລາວຕັດສິນໃຈເອງ. ເມື່ອຫວນຄິດຮອດຕອນທີ່ພໍ່ຕາຍ ຊາຍຫນຸ່ມຄົນໜຶ່ງກ່າວວ່າ “ມັນຊ່ວຍຂ້ອຍໄດ້ຫຼາຍແທ້ໆເມື່ອຄົນອື່ນຖາມເຖິງສິ່ງທີ່ເກີດຂຶ້ນແລະຕັ້ງໃຈຟັງ.” ຟັງດ້ວຍຄວາມອົດທົນແລະດ້ວຍຄວາມເຫັນອົກເຫັນໃຈ ບໍ່ຕ້ອງຮູ້ສຶກວ່າເຈົ້າຕ້ອງໃຫ້ຄຳຕອບແລະບອກວິທີແກ້ໄຂ. ໃຫ້ລາວເວົ້າສິ່ງໃດກໍຕາມທີ່ລາວຢາກເວົ້າອອກມາ.
ໃຫ້ຄວາມໝັ້ນໃຈ: ເຮັດໃຫ້ລາວແນ່ໃຈວ່າລາວໄດ້ເຮັດທຸກສິ່ງເທົ່າທີ່ເຮັດໄດ້ແລ້ວ (ຫຼືສິ່ງໃດກໍຕາມທີ່ເຈົ້າຮູ້ວ່າເປັນຄວາມຈິງແລະໃນທາງທີ່ດີ). ໃຫ້ລາວໝັ້ນໃຈວ່າ ສິ່ງທີ່ລາວຮູ້ສຶກບໍ່ວ່າຄວາມເສົ້າ ຄວາມໂມໂຫ ຄວາມຮູ້ສຶກຜິດ ຫຼືຄວາມຮູ້ສຶກອື່ນໆບໍ່ແມ່ນສິ່ງຜິດປົກກະຕິເລີຍ. ເລົ່າເລື່ອງຄົນອື່ນທີ່ເຈົ້າຮູ້ຈັກເຊິ່ງຟື້ນເປັນປົກກະຕິໄດ້ຈາກການສູນເສຍທີ່ຄ້າຍກັນ. ດັ່ງໃນສຸພາສິດ 16:24 ກ່າວວ່າ “ຖ້ອຍຄຳທັງຫຼາຍທີ່ມ່ວນແກ່ຫູ” ເປັນສິ່ງທີ່ “ໃຫ້ກະດູກທັງຫຼາຍສຳບາຍຢູ່.”—1 ເທຊະໂລນີກ 5:11, 14.
ພ້ອມທີ່ຈະຊ່ວຍ: ໃຫ້ຕົວເຈົ້າພ້ອມທີ່ຈະຊ່ວຍ ບໍ່ພຽງແຕ່ໃນຕອນທຳອິດບໍ່ຈັກມື້ທີ່ມີຫມູ່ເພື່ອນແລະຍາດຕິພີ່ນ້ອງຫຼາຍຄົນຢູ່ນຳເທົ່ານັ້ນ ແຕ່ໃນເດືອນຕໍ່ໆມາເມື່ອຄົນອື່ນກັບໄປເຮັດວຽກງານຕາມປົກກະຕິແລ້ວ. ດ້ວຍວິທີນີ້ເຈົ້າກໍໄດ້ພິສູດຕົວເອງເປັນ “ສ່ຽວຮັກ” ຫມູ່ຊະນິດທີ່ຢືນຄຽງຂ້າງໃນເວລາ “ຂັດສົນ” ຫຼືທຸກຍາກ. (ສຸພາສິດ 17:17) ເທເຣເຊຍຜູ້ທີ່ລູກຕາຍໃນອຸບັດເຫດລົດຍົນເລົ່າວ່າ “ເພື່ອນຂອງເຮົາຈະເບິ່ງໃຫ້ແນ່ໃຈວ່າເຮົາຈະບໍ່ຢູ່ລ້າໆໃນຕອນແລງເພື່ອຈະບໍ່ຕ້ອງຢູ່ໃນເຮືອນຄົນດຽວດົນເກີນໄປ ເຊິ່ງຊ່ວຍເຮົາໃຫ້ຮັບມືກັບຄວາມຮູ້ສຶກໂດດດ່ຽວ” ຫຼາຍປີຫຼັງຈາກນັ້ນ ໃນວັນຄົບຮອບຕ່າງໆເຊັ່ນ ວັນຄົບຮອບແຕ່ງງານຫຼືວັນທີ່ມີການຕາຍ ອາດຈະເປັນຊ່ວງເວລາທີ່ເຄັ່ງຕຶງຂອງຜູ້ທີ່ຍັງມີຊີວິດຢູ່. ເຈົ້າອາດຈະໝາຍມື້ນັ້ນໃນປະຕິທິນຂອງເຈົ້າໄວ້ ແລະເມື່ອເຖິງມື້ນັ້ນ ເຈົ້າຈະຢູ່ພ້ອມໃຫ້ການຊ່ວຍເຫຼືອດ້ວຍຄວາມເຫັນອົກເຫັນໃຈໄດ້ຫາກຈຳເປັນ.
ຫາກເຈົ້າສັງເກດເຫັນຄວາມຈຳເປັນທີ່ແທ້ຈິງ ຢ່າຖ້າໃນເຂົາເຈົ້າຂໍ—ໃຫ້ເປັນຜູ້ລິເລີ່ມຊ່າງເໝາະສົມ
ເປັນຝ່າຍລິເລີ່ມຢ່າງເໝາະສົມ: ມີວຽກທີ່ຕ້ອງເອົາໃຈໃສ່ບໍ? ເຂົາເຈົ້າຕ້ອງການຄົນເບິ່ງແຍງລູກບໍ? ເພື່ອນແລະຍາດຕິພີ່ນ້ອງທີ່ມາຢາມຕ້ອງການບ່ອນພັກເຊົາບໍ? ຄົນທີ່ຫາກໍປະສົບກັບການສູນເສຍມັກຈະມຶນງົງຫຼາຍຈົນເຂົາເຈົ້າ ບໍ່ຮູ້ວ່າຈະເຮັດຫຍັງ ການທີ່ຈະຂໍໃຫ້ຄົນອື່ນຊ່ວຍແຮ່ງບໍ່ຕ້ອງເວົ້າເຖິງ. ດັ່ງນັ້ນຫາກເຈົ້າສັງເກດເຂົ້າໃຈເຖິງຄວາມຈຳເປັນແທ້ໆແລ້ວກໍບໍ່ຕ້ອງຖ້າຈົນລາວຂໍໃຫ້ຊ່ວຍ ຈົ່ງເປັນຝ່າຍລິເລີ່ມ. (1 ໂກລິນໂທ 10:24; ທຽບກັບ 1 ໂຢຮັນ 3:17, 18.) ຍິງຄົນໜຶ່ງທີ່ຜົວເສຍຊີວິດເລົ່າຄືນວ່າ “ຫຼາຍຄົນບອກວ່າ ‘ຖ້າມີສິ່ງໃດທີ່ຂ້ອຍຊ່ວຍໄດ້ ບອກຂ້ອຍເດີ.’ ແຕ່ມີເພື່ອນຄົນໜຶ່ງລາວບໍ່ໄດ້ຖາມ. ລາວຍ່າງເຂົ້າໄປໃນຫ້ອງນອນໂລດ ຮື້ເສື່ອ ດຶງຜ້າປູບ່ອນທີ່ມີຮອຍເປື້ອນຈາກຜູ້ຕາຍອອກມາຊັກ. ອີກຄົນໜຶ່ງຈັບເອົາຄຸນ້ຳແລະເຄື່ອງມືທຳຄວາມສະອາດແລ້ວຂັດຖູພື້ນພົມທີ່ເປື້ອນຮາກຂອງຜົວຂ້ອຍ. ອີກສອງສາມອາທິດຕໍ່ມາ ຜູ້ເຖົ້າແກ່ຄົນໜຶ່ງຂອງປະຊາຄົມ ມາໃນຊຸດອອກແຮງງານພ້ອມກັບເຄື່ອງມືກ່າວວ່າ ‘ຂ້ອຍຮູ້ວ່າມີສິ່ງທີ່ຕ້ອງແປງ. ມີຫຍັງແດ່?’ ລາວໜ້າຮັກແທ້ໆທີ່ແປງປະຕູເຊິ່ງຕິດຢູ່ກັບບານພັບອັນດຽວ ແລະແປງເຄື່ອງໃຊ້ໄຟຟ້າ!”—ທຽບກັບຢາໂກໂບ 1:27.
ໃຫ້ການຕ້ອນຮັບຢ່າງດີ: ຄຳພີໄບເບິນເຕືອນເຮົາວ່າ “ການຮັບລ້ຽງແຂກບ້ານຢ່າລືມເສຍ.” (ເຫບເລີ 13:2) ໂດຍສະເພາະເຮົາບໍ່ຄວນລືມການມີນ້ຳໃຈຕ້ອນຮັບຜູ້ທີ່ກຳລັງທຸກໂສກຢູ່. ແທນທີ່ຈະວ່າ “ເຊີນມາຕອນໃດກໍໄດ້” ໃຫ້ກຳນົດວັນແລະເວລາໄວ້. ຫາກເຂົາເຈົ້າປະຕິເສດ ບໍ່ຕ້ອງຟ້າວເຊົາງ່າຍໆ. ການໃຫ້ກຳລັງໃຈຢ່າງອ່ອນໂຍນອາດຈະຈຳເປັນ. ບາງທີການທີ່ເຂົາເຈົ້າບໍ່ຮັບເຊີນອາດຈະເປັນເພາະຢ້ານວ່າຕົນຈະຄວບຄຸມອາລົມບໍ່ໄດ້ເມື່ອຢູ່ຕໍ່ໜ້າຄົນອື່ນ. ຫຼືເຂົາເຈົ້າອາດຈະຮູ້ສຶກຜິດທີ່ຈະຮ່ວມຮັບປະທານອາຫານແລະຄົບຫາກັນຢ່າງມ່ວນຊື່ນໃນໄລຍະທີ່ທຸກໂສກຢູ່. ຄິດເຖິງລີດີຜູ້ຍິງທີ່ມີນ້ຳໃຈຕອນຮັບເຊິ່ງຄຳພີໄບເບິນກ່າວເຖິງ. ຫຼັງຈາກລືກາໄດ້ຮັບເຊີນໄປທີ່ເຮືອນຂອງລາວແລ້ວ ລືກາກ່າວວ່າລາວ “ໄດ້ວອນຂໍຈົນຫມູ່ເຮົາຂັດບໍ່ໄດ້.”—ກິດຈະການ 16:15, ທ.ປ.
ອົດທົນແລະເຂົ້າໃຈ: ຢ່າປະຫຼາດໃຈໃນສິ່ງທີ່ຜູ້ສູນເສຍອາດຈະກ່າວອອກມາໃນຕອນທຳອິດ. ຈື່ໄວ້ວ່າ ເຂົາເຈົ້າອາດຈະຮູ້ສຶກໃຈຮ້າຍແລະຮູ້ສຶກຜິດຢູ່. ຖ້າເຂົາເຈົ້າລະເບີດອາລົມໃສ່ເຈົ້າ ເຈົ້າຈະຕ້ອງມີຄວາມຢັ່ງເຫັນເຂົ້າໃຈແລະຄວາມອົດທົນ ບໍ່ຕອບໂຕ້ດ້ວຍຄວາມໂມໂຫ. ຄຳພີໄບເບິນແນະນຳວ່າ “ຈົ່ງເອົາຄວາມອີ່ດູ ຄວາມດີ ຄວາມຖ່ອມຕົວລົງ ຄວາມອ່ອນຫວານ ຄວາມອົດທົນໄວ້ມາຫົ່ມຕົວໄວ້.”—ໂກໂລດ 3:12, 13.
ການຂຽນຈົດໝາຍ: ຫຼາຍເທື່ອມັກມີການມອງຂ້າມຄຸນຄ່າຂອງຈົດໝາຍທີ່ໃຫ້ການປອບໃຈແລະບັດສະແດງຄວາມເສຍໃຈຕໍ່ຜູ້ສູນເສຍ. ມັນມີປະໂຫຍດຢ່າງໃດ? ຊີນດີເຊິ່ງແມ່ລາວຕາຍດ້ວຍໂລກມະເຮັງຕອບວ່າ “ເພື່ອນຄົນໜຶ່ງໄດ້ຂຽນຈົດໝາຍທີ່ດີຫຼາຍເຖິງຂ້ອຍ. ຈົດໝາຍສະບັບນັ້ນຊ່ວຍໄດ້ແທ້ໆເພາະວ່າຂ້ອຍໄດ້ອ່ານແລ້ວອ່ານອີກ.” ຈົດໝາຍຫຼືບັດທີ່ຫນູນໃຈແບບນີ້ອາດມີ “ໜ້ອຍຄຳ” ແຕ່ວ່າຄວນຈະມາຈາກໃຈ. (ເຫບເລີ 13:22) ຈົດໝາຍອາດຈະບອກວ່າເຈົ້າເປັນຫ່ວງແລະຮ່ວມລະນຶກເຖິງຜູ້ຕາຍຈາກເປັນພິເສດ ຫຼືອາດຂຽນເຖິງຄວາມຮູ້ສຶກຊາບຊຶ້ງຂອງເຈົ້າຕໍ່ຜູ້ຕາຍກໍໄດ້.
ອະທິດຖານກັບເຂົາເຈົ້າ: ຢ່າປະເມີນຄ່າການອະທິດຖານກັບຜູ້ທີ່ສູນເສຍຜູ້ເປັນທີ່ຮັກແລະການອະທິດຖານເພື່ອເຂົາເຈົ້າຕ່ຳເກີນໄປ. ຄຳພີໄບເບິນບອກວ່າ “ຄຳອ້ອນວອນ . . . ແຫ່ງຜູ້ຊອບທຳກໍມີອຳນາດຫຼາຍ.” (ຢາໂກໂບ 5:16) ຕົວຢ່າງເຊັ່ນ ການທີ່ໄດ້ຍິນເຈົ້າອະທິດຖານເພື່ອເຂົາເຈົ້າຈະຊ່ວຍໃຫ້ຄວາມຮູ້ສຶກຕ່າງໆໃນທາງລົບ ເຊັ່ນຄວາມຮູ້ສຶກຜິດຫລຸດໜ້ອຍລົງ.—ທຽບກັບ ຢາໂກໂບ 5:13-15.
ສິ່ງທີ່ບໍ່ຄວນເຮັດ . . .
ການທີ່ເຈົ້າມາໂຮງໝໍກໍໜູນໃຈຜູ້ທີ່ສູນເສຍໄດ້
ຢ່າຫຼົບໜີຍ້ອນເຈົ້າບໍ່ຮູ້ວ່າຈະເວົ້າຫຼືຈະເຮັດຢ່າງໃດ: ເຮົາອາດບອກກັບຕົນເອງວ່າ ‘ຂ້ອຍແນ່ໃຈວ່າຕອນນີ້ເຂົາເຈົ້າຄົງຢາກຈະຢູ່ຄົນດຽວ.’ ແຕ່ວ່າຄວາມຈິງແລ້ວການທີ່ເຮົາບໍ່ເຂົ້າໄປວົນກັບເຂົາເຈົ້າກໍຍ້ອນຢ້ານວ່າຈະເວົ້າຫຼືເຮັດຜິດ. ຢ່າງໃດກໍຕາມ ການທີ່ຫມູ່ເພື່ອນ ຍາດຕິພີ່ນ້ອງຫຼືເພື່ອນຮ່ວມຄວາມເຊື່ອຫຼີກລ່ຽງບໍ່ເຂົ້າຫາມີແຕ່ຈະເຮັດໃຫ້ຜູ້ທີ່ສູນເສຍຮູ້ສຶກເປົ່າປ່ຽວຫຼາຍຂຶ້ນ ແລະເພີ່ມຄວາມເຈັບປວດຫຼາຍຂຶ້ນ. ຈື່ໄວ້ວ່າ ຄຳເວົ້າຫຼືການກະທຳທີ່ສະແດງຄວາມກະລຸນາຫຼາຍທີ່ສຸດມັກຈະເປັນຄຳເວົ້າທີ່ງ່າຍໆບໍ່ຊັບຊ້ອນ. (ເອເຟດ 4:32) ພຽງແຕ່ເຈົ້າຢູ່ນຳລາວເທົ່ານັ້ນກໍເປັນການຫນູນໃຈຢູ່ແລ້ວ. (ທຽບກັບກິດຈະການ 28:15.) ເມື່ອນຶກເຖິງມື້ທີ່ລູກສາວຂອງລາວຕາຍ ເທເຣເຊຍກ່າວວ່າ “ພາຍໃນຊົ່ວໂມງດຽວ ເພື່ອນຂອງເຮົາກໍມາເຕັມຫ້ອງນັ່ງພັກທີ່ໂຮງໝໍ ຜູ້ເຖົ້າແກ່ທັງໝົດແລະເມຍຂອງເຂົາເຈົ້າກໍຢູ່ຫັ້ນ. ພີ່ນ້ອງຍິງລາງຄົນມີກໍ້ມ້ວນຜົມຕິດຫົວມານຳ ບາງຄົນມາທັງຊຸດເຮັດວຽກຄາຄີງ. ເຂົາເຈົ້າປະທຸກສິ່ງທີ່ເຮັດຢູ່ ແລ້ວມາທັນທີ. ຫຼາຍຄົນບອກວ່າບໍ່ຮູ້ຈະເວົ້າຫຍັງ ແຕ່ບໍ່ເປັນຫຍັງເພາະວ່າເຖິງແນວໃດກໍຕາມເຂົາເຈົ້າກໍຢູ່ຫັ້ນແລ້ວ.”
ຢ່າຊູ່ບັງຄັບໃຫ້ເຂົາເຈົ້າເຊົາທຸກໂສກ: ເຮົາອາດຢາກບອກເຂົາເຈົ້າວ່າ ‘ພໍແລ້ວ ພໍແລ້ວ ເຊົາໄຫ້ສາ.’ ແຕ່ຈະດີກວ່າຖ້າປ່ອຍໃຫ້ລາວໄຫ້. ເມື່ອນຶກເຖິງຕອນທີ່ຜົວຂອງລາວຕາຍ ກາເຕີຣິນບອກວ່າ “ຂ້ອຍຄິດວ່າເປັນເລື່ອງສຳຄັນທີ່ຈະປ່ອຍໃຫ້ຜູ້ທີ່ສູນເສຍສະແດງຄວາມຮູ້ສຶກແລະລະບາຍຄວາມຮູ້ສຶກຂອງເຂົາເຈົ້າອອກມາແທ້ໆ.” ຍັບຢັ້ງແນວໂນ້ມທີ່ຈະບອກຄົນອື່ນວ່າເຂົາເຈົ້າຄວນຈະຮູ້ສຶກຢ່າງໃດ. ແລະຢ່າຄິດວ່າເຈົ້າຕ້ອງລະງັບຄວາມຮູ້ສຶກຂອງເຈົ້າເພື່ອຈະປົກປ້ອງຄວາມຮູ້ສຶກຂອງເຂົາເຈົ້າ. ແທນທີ່ຈະເປັນເຊັ່ນນັ້ນ ຄຳພີໄບເບິນແນະນຳວ່າ “ຈົ່ງຮ້ອງໄຫ້ດ້ວຍກັນກັບຜູ້ທີ່ຮ້ອງໄຫ້.”—ໂລມ 12:15.
ຢ່າຟ້າວຊີ້ແນະເຂົາເຈົ້າໃຫ້ຖິ້ມເສື້ອຜ້າຫຼືເຄື່ອງຂອງໃຊ້ສ່ວນຕົວຂອງຜູ້ຕາຍກ່ອນເຂົາເຈົ້າຈະພ້ອມ: ເຮົາອາດຮູ້ສຶກວ່າຖ້າເອົາສິ່ງຂອງຕ່າງໆທີ່ກະຕຸ້ນໃຫ້ຄິດເຖິງຄວາມຫຼັງຖິ້ມຈະດີກວ່າເພາະຄວາມໂສກເສົ້າຈະຍືດຍາວຍ້ອນສິ່ງຂອງເຫຼົ່ານັ້ນ. ແຕ່ຄຳທີ່ວ່າ “ບໍ່ເຫັນ ກໍບໍ່ຄິດ” ອາດຈະໃຊ້ກັບເລື່ອງນີ້ບໍ່ໄດ້. ຜູ້ທີ່ສູນເສຍຄົນຮັກອາດຢາກຈະປ່ອຍຕົວເອງໃຫ້ເຊົາຄິດຮອດຜູ້ຕາຍຢ່າງຊ້າໆ. ລອງນຶກເຖິງຄຳພັນລະນາໃນຄຳພີໄບເບິນກ່ຽວກັບອາການຂອງຢາໂຄບບຸລຸດຕົ້ນຕະກູນທີ່ຖືກເຮັດໃຫ້ເຊື່ອວ່າສັດຮ້າຍໄດ້ຂ້າໂຢເຊບລູກຊາຍຂອງລາວແລ້ວ. ຫຼັງຈາກເຂົາເຈົ້າໄດ້ຍື່ນເສື້ອຍາວທີ່ເປື້ອນເລືອດຂອງໂຢເຊບໃຫ້ກັບຢາໂຄບ ລາວກໍໄດ້ “ຮ້ອງໄຫ້ໂສກເສົ້າຍ້ອນລູກຊາຍຢູ່ຫຼາຍວັນ. ແລະລູກຊາຍຍິງທັງປວງຂອງທ່ານໄດ້ພາກັນລຸກຂຶ້ນມາອອຍໃຈທ່ານ ແຕ່ວ່າທ່ານບໍ່ໄດ້ຍອມຮັບຄວາມອອຍໃຈ.”—ຕົ້ນເດີມ 37:31-35.
ຢ່າເວົ້າວ່າ ‘ເຈົ້າຈະມີລູກໄດ້ອີກ’: ແມ່ຜູ້ໜຶ່ງທີ່ສູນເສຍລູກໄປຈື່ວ່າ “ຂ້ອຍບໍ່ພໍໃຈກັບຄົນທີ່ບອກຂ້ອຍວ່າ ຂ້ອຍຈະມີລູກໄດ້ອີກ.” ເຂົາເຈົ້າອາດຈະມີເຈຕະນາດີຢູ່ ແຕ່ສຳລັບພໍ່ແມ່ທີ່ທຸກໂສກແລ້ວ ການທີ່ເວົ້າວ່າຈະມີລູກອີກຄົນໜຶ່ງມາແທນທີ່ຄົນທີ່ເສຍໄປແລ້ວນັ້ນ ມັນ “ແທງຄືດາບ.” (ສຸພາສິດ 12:18) ລູກຄົນໜຶ່ງຈະແທນລູກອີກຄົນໜຶ່ງບໍ່ໄດ້ເລີຍ. ເປັນຫຍັງ? ເພາະວ່າແຕ່ລະຄົນກໍມີລັກສະນະຂອງຕົນເອງ.
ບໍ່ຈຳເປັນຕ້ອງຫຼີກລ່ຽງການເວົ້າເຖິງຜູ້ທີ່ຕາຍຈາກໄປ: ແມ່ຄົນໜຶ່ງທີ່ສູນເສຍລູກຈື່ໄດ້ວ່າ “ຫຼາຍຄົນຈະບໍ່ກ່າວເຖິງຊື່ຂອງຈີມມີລູກຊາຍຂອງຂ້ອຍຫຼືບໍ່ລົມກັນເຖິງເລື່ອງຂອງລາວເລີຍ ຂ້ອຍຍອມຮັບວ່າ ເລິກໆແລ້ວຂ້ອຍຮູ້ສຶກເສຍໃຈຢູ່ເມື່ອຄົນອື່ນເຮັດແບບນັ້ນ.” ດັ່ງນັ້ນເມື່ອມີການກ່າວເຖິງຊື່ຂອງຜູ້ທີ່ຕາຍໄປແລ້ວຈຶ່ງບໍ່ຈຳເປັນຕ້ອງປ່ຽນເລື່ອງ. ລອງຖາມຄົນນັ້ນເບິ່ງວ່າລາວຕ້ອງການຈະເວົ້າເຖິງເລື່ອງຂອງຜູ້ທີ່ລາວຮັກບໍ. (ທຽບກັບໂຢບ 1:18, 19 ແລະ 10:1.) ຜູ້ທີ່ສູນເສຍຄົນທີ່ເຂົາເຈົ້າຮັກບາງຄົນຍິນດີທີ່ໄດ້ຍິນຫມູ່ເພື່ອນກ່າວເຖິງລັກສະນະພິເສດຂອງຜູ້ຕາຍເຊິ່ງເຮັດໃຫ້ເຂົາເຈົ້າຮັກຄົນທີ່ຈາກໄປ.—ທຽບກັບກິດຈະການ 9:36-39.
ຢ່າຟ້າວເວົ້າວ່າ ‘ເຂົາເຈົ້າໄປສະບາຍແລ້ວ’: ການພະຍາຍາມຫາແງ່ດີກ່ຽວກັບການຕາຍຂອງຄົນນັ້ນຊ່ວຍ “ເລົ້າໂລມຜູ້ທີ່ເສຍໃຈ” ເຊິ່ງກຳລັງທຸກໂສກບໍ່ໄດ້ສະເໝີ. (1 ເທຊະໂລນີກ 5:14) ເມື່ອນຶກເຖິງແມ່ທີ່ເສຍຊີວິດໄປ ຍິງສາວຄົນໜຶ່ງບອກວ່າ “ຄົນອື່ນຈະກ່າວວ່າ ‘ລາວບໍ່ທໍລະມານ ຫຼື ‘ຢ່າງໜ້ອຍລາວກໍໄປສູ່ສຸຄະຕິ.’ ແຕ່ວ່າຂ້ອຍບໍ່ຕ້ອງການໄດ້ຍິນສິ່ງນັ້ນ.” ຄວາມເຫັນເຊັ່ນນັ້ນອາດບອກເປັນໄນວ່າຜູ້ມີຊີວິດຢູ່ບໍ່ຄວນຮູ້ສຶກເສຍໃຈຫຼືການສູນເສຍນັ້ນບໍ່ມີຄວາມສຳຄັນເລີຍ. ຢ່າງໃດກໍຕາມ ເຂົາເຈົ້າອາດຈະຮູ້ສຶກເສຍໃຈຫຼາຍເພາະວ່າອາໄລອາວອນເຖິງຜູ້ທີ່ເຂົາເຈົ້າຮັກ.
ຄົງຈະດີກວ່າທີ່ຈະບໍ່ເວົ້າວ່າ ‘ຂ້ອຍຮູ້ວ່າເຈົ້າຮູ້ສຶກແນວໃດ’: ເຈົ້າຮູ້ແທ້ໆບໍວ່າເຂົາເຈົ້າຈະຮູ້ສຶກຢ່າງໃດ? ຕົວຢ່າງເຊັ່ນ ເປັນໄປໄດ້ບໍທີ່ເຈົ້າຈະຮູ້ວ່າພໍ່ແມ່ຮູ້ສຶກຢ່າງໃດເມື່ອສູນເສຍລູກ ຫາກເຈົ້າເອງບໍ່ເຄີຍປະສົບກັບການສູນເສຍແບບນີ້? ແລະແມ່ນວ່າເຈົ້າເຄີຍປະສົບກໍຈົ່ງຈື່ໄວ້ວ່າຄົນອື່ນອາດຈະບໍ່ຮູ້ສຶກຄືກັນກັບເຈົ້າ. (ທຽບກັບບົດຄວາມເພງຮ່ຳໄຮ 1:12.) ໃນອີກດ້ານໜຶ່ງ ຖ້າຫາກວ່າເໝາະສົມ ຈະມີປະໂຫຍດຢູ່ຫາກເວົ້າເຖິງວິທີທີ່ເຈົ້າຟື້ນຕົວຈາກການສູນເສຍບຸກຄົນທີ່ເຈົ້າຮັກ. ຍິງທີ່ລູກສາວຂອງລາວຖືກຂ້າພົບຄວາມໝັ້ນໃຈເມື່ອແມ່ອີກຄົນໜຶ່ງເຊິ່ງລູກສາວຂອງລາວຕາຍໄປໄດ້ເລົ່າເຖິງເລື່ອງທີ່ຕົວເອງກັບສູ່ຊີວິດທີ່ປົກກະຕິ. ລາວໄດ້ກ່າວວ່າ “ແມ່ຂອງເດັກຜູ້ຍິງທີ່ຕາຍໄປບໍ່ໄດ້ເລີ່ມເລື່ອງຂອງລາວກັບຄຳທີ່ວ່າ ‘ຂ້ອຍຮູ້ວ່າເຈົ້າຮູ້ສຶກຢ່າງໃດ.’ ລາວພຽງແຕ່ບອກເຖິງສິ່ງຕ່າງໆເປັນແນວໃດສຳລັບລາວ ແລ້ວກໍໃຫ້ຂ້ອຍສະຫລຸບເອງ.”
ໃນການຊ່ວຍເຫຼືອບຸກຄົນທີ່ສູນເສຍຜູ້ທີ່ເຂົາເຈົ້າຮັກນັ້ນ ເຮົາຕ້ອງມີຄວາມເຫັນອົກເຫັນໃຈ ມີວິຈາລະນະຍານ ແລະມີຄວາມຮັກຫຼາຍ. ຢ່າຊູ່ຖ້າໃຫ້ຜູ້ທີ່ສູນເສຍເຂົ້າຫາເຈົ້າ. ຢ່າພຽງແຕ່ບອກວ່າ “ຖ້າມີສິ່ງໃດທີ່ຂ້ອຍເຮັດໄດ້ . . . ” ຊອກຫາເບິ່ງ “ສິ່ງໃດ” ນັ້ນດ້ວຍຕົວເຈົ້າເອງ ແລ້ວເປັນຜູ້ລິເລີ່ມເຮັດຢ່າງເໝາະສົມ.
ຍັງມີຄຳຖາມອີກສອງສາມຂໍ້ເຫຼືອຄ້າງຢູ່: ແລ້ວຈະວ່າແນວໃດເລື່ອງຄວາມຫວັງການຄືນມາຈາກຕາຍທີ່ຢູ່ໃນຄຳພີໄບເບິນ? ນັ້ນໝາຍຄວາມຢ່າງໃດສຳລັບເຈົ້າແລະຄົນທີ່ເຈົ້າຮັກເຊິ່ງເສຍຊີວິດໄປແລ້ວ? ເຮົາຈະແນ່ໃຈໄດ້ຢ່າງໃດວ່ານັ້ນເປັນຄວາມຫວັງທີ່ໄວ້ໃຈໄດ້?