ບົດເກົ້າ
ຄອບຄົວທີ່ມີພໍ່ຫຼືແມ່ຂາດຄູ່ສາມາດປະສົບຜົນສຳເລັດໄດ້!
1-3. ອັນໃດເຮັດໃຫ້ຈຳນວນຄອບຄົວທີ່ມີພໍ່ຫຼືແມ່ຂາດຄູ່ມີເພີ່ມຂຶ້ນ ແລະຄົນເຫຼົ່ານັ້ນທີ່ພົວພັນດ້ວຍໄດ້ຮັບຜົນກະທົບຢ່າງໃດ?
ຄອບຄົວທີ່ມີພໍ່ຫຼືແມ່ຝ່າຍດຽວຖືກຮຽກວ່າ “ຮູບແບບຄອບຄົວທີ່ພວມເພີ່ມຂຶ້ນໄວທີ່ສຸດ” ໃນສະຫະລັດ. ສະພາບການຄ້າຍກັນໃນປະເທດອື່ນໆ ຫຼາຍປະເທດ. ຈຳນວນການປະຮ້າງ, ການທອດຖິ້ມ, ການແຍກກັນຢູ່, ແລະການມີລູກນອກກົດໝາຍຊຶ່ງມີຫຼາຍເປັນປະຫວັດຕິການສົ່ງຜົນກະທົບກວ້າງຂວາງຕໍ່ພໍ່ແມ່ແລະລູກຫຼາຍລ້ານຄົນ.
2 ແມ່ທີ່ຂາດຄູ່ຜູ້ໜຶ່ງຂຽນວ່າ “ຂ້ອຍເປັນແມ່ໝ້າຍອາຍຸ 28 ປີມີລູກສອງຄົນ. ຂ້ອຍຫໍ່ຫ່ຽວໃຈຫຼາຍເພາະບໍ່ຢາກລ້ຽງລູກໂດຍບໍ່ມີພໍ່. ຄືກັບວ່າບໍ່ມີໃຜໃສ່ໃຈຂ້ອຍດ້ວຍຊ້ຳ. ລູກໆ ເຫັນຂ້ອຍຮ້ອງໄຫ້ຢູ່ເລື້ອຍໆ ແລະນັ້ນສົ່ງຜົນກະທົບຕໍ່ພວກເຂົາ.” ນອກນັ້ນການປ້ຳສູ້ກັບຄວາມຮູ້ສຶກ ເຊັ່ນ ຄວາມຄຽດ, ຄວາມຮູ້ສຶກຜິດ, ແລະຄວາມຫງອຍເຫງົາແລ້ວ ພໍ່ຫຼືແມ່ທີ່ຂາດຄູ່ສ່ວນຫຼາຍຜະເຊີນການທ້າທາຍທັງການເຮັດວຽກນອກບ້ານແລະການປະຕິບັດໜ້າທີ່ວຽກໃນບ້ານ. ຄົນໜຶ່ງບອກວ່າ “ການເປັນພໍ່ຫຼືແມ່ທີ່ຂາດຄູ່ຄືກັບເປັນນັກກາຍະກຳ. ຫຼັງຈາກຝຶກຫັດຫົກເດືອນ ໃນທີ່ສຸດເຈົ້າກໍສາມາດໂຍນບານສີ່ໜ່ວຍໃນເວລາດຽວໄດ້. ແຕ່ທັນທີທີ່ເຈົ້າເຮັດເຊັ່ນນັ້ນໄດ້ ກໍມີຄົນຄວ່າງບານໜ່ວຍໃໝ່ໃຫ້ເຈົ້າອີກ!”
3 ເດັກຫນຸ່ມສາວໃນຄອບຄົວທີ່ມີພໍ່ຫຼືແມ່ຂາດຄູ່ມັກມີສິ່ງທີ່ພວກເຂົາເອງຕ້ອງຝ່າຟັນ. ເຂົາອາດຕ້ອງຕໍ່ສູ້ກັບອາລົມຕຶງຄຽດອັນເປັນຜົນຈາກການທີ່ພໍ່ຫຼືແມ່ຈາກໄປຫຼືເສຍຊີວິດໂດຍປັດຈຸບັນທັນດ່ວນ. ສຳລັບຫນຸ່ມສາວຫຼາຍຄົນແລ້ວ ການຂາດພໍ່ຫຼືແມ່ເບິ່ງຄືຈະເກີດຜົນກະທົບໃນດ້ານລົບຢ່າງເລິກເຊິ່ງ.
4. ເຮົາຮູ້ຢ່າງໃດວ່າພະເຢໂຫວາເປັນຫ່ວງໃຍຄອບຄົວທີ່ມີພໍ່ຫຼືແມ່ຂາດຄູ່?
4 ຄອບຄົວທີ່ມີພໍ່ຫຼືແມ່ຝ່າຍດຽວເຄີຍມີຢູ່ໃນສະໄໝຄຳພີໄບເບິນ. ພະຄຳພີກ່າວຫຼາຍເທື່ອເຖິງ “ລູກກຳພ້າ [“ເດັກຊາຍກຳພ້າພໍ່,” ລ.ມ.]” ແລະ “ຍິງໝ້າຍ.” (ອຸປະຍົກໜີ 22:22; ພະບັນຍັດຕິທີ2 24:19-21; ໂຢບ 31:16-22) ພະເຢໂຫວາພະເຈົ້າບໍ່ເສີຍເມີຍກັບສະພາບທຸກຮ້ອນຂອງພວກເຂົາ. ຜູ້ປະພັນຄຳເພງຮຽກພະເຈົ້າວ່າ “ພະບິດາຂອງເດັກຊາຍກຳພ້າພໍ່ແລະຜູ້ພິພາກສາຂອງຍິງໝ້າຍ.” (ຄຳເພງ 68:5, ລ.ມ.) ແນ່ນອນ ພະເຢໂຫວາມີຄວາມຫ່ວງໃຍເຊັ່ນດຽວກັນຕໍ່ຄອບຄົວທີ່ມີພໍ່ຫຼືແມ່ຝ່າຍດຽວໃນທຸກມື້ນີ້! ທີ່ຈິງ ພະຄຳຂອງພະອົງສະເໜີຫຼັກການທີ່ສາມາດຊ່ວຍພວກເຂົາໃຫ້ປະສົບຄວາມສຳເລັດໄດ້.
ການເບິ່ງແຍງເລື່ອງກິດຈະວັດປະຈຳວັນໃນບ້ານ
5. ພໍ່ແມ່ທີ່ຂາດຄູ່ຕ້ອງຜະເຊີນບັນຫາອັນໃດໃນຕອນຕົ້ນ?
5 ລອງພິຈາລະນາເຖິງພາລະໃນການດູແລບ້ານ. ຍິງຄົນໜຶ່ງທີ່ປະຮ້າງກັບສາມີຍອມຮັບວ່າ “ມີຫຼາຍໂອກາດທີ່ເຮົາຢາກໃຫ້ຜູ້ຊາຍຢູ່ໃກ້ໆ ເຊັ່ນ ເມື່ອລົດຍົນເລີ່ມມີສຽງດັງບໍ່ປົກກະຕິແລ້ວເຈົ້າບໍ່ຮູ້ວ່າສຽງນັ້ນມາຈາກໃສ.” ພວກຜູ້ຊາຍທີ່ຫາກໍປະຮ້າງຫຼືເປັນໝ້າຍອາດຈະງົງງັນເຊັ່ນກັນກັບວຽກບ້ານມາກມາຍຊຶ່ງເຂົາຕ້ອງເຮັດເອງໃນຕອນນີ້. ສຳລັບລູກໆ ຄວາມຫຍຸ້ງເຫຍີງໃນເຮືອນຍິ່ງເຮັດໃຫ້ຮູ້ສຶກບໍ່ໝັ້ນຄົງແລະບໍ່ປອດໄພເພີ່ມຂຶ້ນ.
6, 7. (ກ) “ພັນລະຍາທີ່ມີຄວາມສາມາດ” ໃນພະທຳສຸພາສິດວາງຕົວຢ່າງທີ່ດີອັນໃດໄວ້? (ຂ) ການຂະຫຍັນຂັນແຂງໃນໜ້າທີ່ຮັບຜິດຊອບພາຍໃນບ້ານຊ່ວຍຄອບຄົວທີ່ມີພໍ່ແມ່ຂາດຄູ່ຢ່າງໃດ?
6 ອັນໃດຈະຊ່ວຍໄດ້? ເຊີນສັງເກດຕົວຢ່າງທີ່ວາງໄວ້ໂດຍ “ພັນລະຍາທີ່ມີຄວາມສາມາດ” ຊຶ່ງຖະແຫຼງໄວ້ໃນສຸພາສິດ 31:10-31 (ລ.ມ.). ຂອບເຂດແຫ່ງຄວາມສຳເລັດຂອງນາງນັບວ່າເດັ່ນ—ບໍ່ວ່າໃນດ້ານການຊື້, ການຂາຍ, ການຫຍິບປັກ, ການຄົວກິນ, ການລົງທຶນຊື້ທີ່ດິນ, ເຮັດໄຮ່, ແລະດຳເນີນທຸລະກິດ. ເຄັດລັບຂອງນາງແມ່ນຫຍັງ? ນາງເປັນຄົນຂະຫຍັນຂັນແຂງເຮັດວຽກຈົນເດິກແລ້ວຕື່ນແຕ່ເຊົ້າມືດເພື່ອເລີ່ມກິດຈະການຂອງນາງອີກ. ນາງມີການຈັດລະບຽບຢ່າງດີ ມອບວຽກບາງຢ່າງໃຫ້ຄົນອື່ນເຮັດແທນແລະລົງມືເຮັດວຽກອື່ນເອງ. ບໍ່ແປກທີ່ນາງໄດ້ຮັບການຊົມເຊີຍ!
7 ຫາກເຈົ້າເປັນພໍ່ຫຼືແມ່ທີ່ຂາດຄູ່ ຈົ່ງສຳນຶກເຖິງໜ້າທີ່ຮັບຜິດຊອບໃນເຮືອນ. ຈົ່ງມີຄວາມພໍໃຈກັບວຽກນັ້ນ ເພາະສິ່ງນີ້ຊ່ວຍເພີ່ມຄວາມສຸກຫຼາຍໃຫ້ກັບລູກຂອງເຈົ້າ. ຢ່າງໃດກໍຕາມ ການວາງແຜນແລະການຈັດລະບຽບທີ່ເໝາະສົມເປັນສິ່ງຈຳເປັນ. ຄຳພີໄບເບິນກ່າວວ່າ “ຄວາມຄຶດ [“ແຜນງານ,” ລ.ມ.] ຂອງຄົນອຸດສາກໍນຳໄປເຖິງຄວາມບໍລິບູນ.” (ສຸພາສິດ 21:5) ບິດາໄຮ້ຄູ່ຄົນໜຶ່ງຍອມຮັບວ່າ “ຂ້ອຍມັກບໍ່ຄຶດເຖິງອາຫານຈົນກວ່າຈະຫິວ.” ແຕ່ອາຫານທີ່ມີການກະກຽມໄວ້ກ່ອນມັກຈະເປັນອາຫານທີ່ມີຄຸນຄ່າແລະໜ້າກິນຫຼາຍກວ່າອາຫານທີ່ຮີບເຮັດ. ເຈົ້າອາດຈະຕ້ອງຮຽນຮູ້ທັກສະໃໝ່ໆ ເລື່ອງວຽກເຮືອນດ້ວຍ. ໂດຍການຂໍຄຳແນະນຳຈາກຫມູ່ທີ່ມີຄວາມຮູ້, ຈາກໜັງສືຄູ່ມືຕ່າງໆ, ແລະຊ່າງທີ່ຍິນດີໃຫ້ຄວາມຊ່ວຍເຫຼືອ, ແມ່ໄຮ້ຄູ່ບາງຄົນສາມາດລົງມືທາສີເຮືອນ, ແປງທໍ່ນ້ຳ, ແລະແປງລົດແບບງ່າຍໆ ໄດ້.
8. ລູກໆ ຂອງພໍ່ຫຼືແມ່ທີ່ຂາດຄູ່ສາມາດໃຫ້ການຊ່ວຍເຫຼືອໃນບ້ານໄດ້ຢ່າງໃດ?
8 ເປັນການເໝາະສົມບໍທີ່ຈະຂໍໃຫ້ລູກໆ ຊ່ວຍ? ແມ່ທີ່ຂາດຄູ່ຄົນໜຶ່ງຫາເຫດຜົນວ່າ “ເຮົາຕ້ອງການຊົດເຊີຍໃຫ້ກັບການຂາດພໍ່ຫຼືຂາດແມ່ໂດຍໃຫ້ລູກຢູ່ສະບາຍໆ.” ນັ້ນອາດເປັນເລື່ອງທີ່ເຂົ້າໃຈໄດ້ ແຕ່ບາງທີບໍ່ໄດ້ກໍ່ປະໂຫຍດອັນດີທີ່ສຸດແກ່ລູກສະເໝີໄປ. ຫນຸ່ມສາວຜູ້ຢ້ານຢຳພະເຈົ້າໃນສະໄໝຄຳພີໄບເບິນໄດ້ຮັບມອບໝາຍວຽກປະຈຳວັນທີ່ເໝາະສົມ. (ຕົ້ນເດິມ 37:2; ບົດລຳເພງ 1:6) ດັ່ງນັ້ນ ແມ່ນຈະລະວັງບໍ່ໃຫ້ລູກຂອງເຈົ້າແບກພາລະໜັກເກີນໄປ ເປັນການສຸຂຸມຫາກເຈົ້າຈະມອບວຽກໃຫ້ລູກເຮັດ ເຊັ່ນ ການລ້າງຖ້ວຍຊາມແລະຮັກສາຫ້ອງຂອງເຂົາໃຫ້ສະອາດ. ເປັນຫຍັງບໍ່ເຮັດວຽກບາງຢ່າງນຳກັນ? ການເຮັດດັ່ງນັ້ນອາດເຮັດໃຫ້ເພີດເພີນຫຼາຍແທ້.
ຂໍ້ທ້າທາຍໃນການຫາລ້ຽງຊີບ
9. ເຫດໃດແມ່ທີ່ຂາດຄູ່ມັກຈະຜະເຊີນຄວາມລຳບາກດ້ານການເງິນ?
9 ພໍ່ຫຼືແມ່ທີ່ຂາດຄູ່ສ່ວນຫຼາຍພົບວ່າຍາກທີ່ຈະຮັບມືກັບຄວາມຈຳເປັນທາງການເງິນ ແລະແມ່ໄວຮຸ່ນທີ່ບໍ່ໄດ້ສົມລົດມັກຈະຢູ່ຢ່າງຍາກລຳບາກເປັນພິເສດ.a ໃນປະເທດທີ່ມີສະຫວັດດີການສັງຄົມ ອາດຈະເປັນການສະຫຼາດທີ່ເຂົາຈະໃຊ້ການຊ່ວຍເຫຼືອນັ້ນໃຫ້ເປັນປະໂຫຍດ ຢ່າງນ້ອຍທີ່ສຸດຈົນກວ່າເຂົາຈະຊອກຫາວຽກເຮັດໄດ້. ຄຳພີໄບເບິນຍອມໃຫ້ຄລິດສະຕຽນໃຊ້ການຈັດກຽມເຊັ່ນນີ້ໃຫ້ເປັນປະໂຫຍດເມື່ອມີຄວາມຈຳເປັນ. (ໂລມ 13:1, 6) ແມ່ໝ້າຍແລະຍິງທີ່ຮ້າງຈາກສາມີຜະເຊີນຂໍ້ທ້າທາຍຄ້າຍກັນ. ຫຼາຍຄົນ ຊຶ່ງຝືນໃຈກັບເຂົ້າສູ່ຕະຫຼາດແຮງງານຫຼັງຈາກເຮັດວຽກບ້ານມາຫຼາຍປີ ມັກໄດ້ແຕ່ວຽກທີ່ມີຄ່າຈ້າງຕ່ຳ. ບາງຄົນອົດສາປັບປຸງສະພາບຊີວິດຂອງຕົນດ້ວຍການສະໝັກເຂົ້າໃນໂຄງການຝຶກງານຫຼືຮຽນຫຼັກສູດໄລຍະສັ້ນ.
10. ແມ່ທີ່ຂາດຄູ່ຈະອະທິບາຍແກ່ລູກຂອງນາງໄດ້ຢ່າງໃດເຖິງສາເຫດທີ່ນາງຕ້ອງເຮັດວຽກອາຊີບ?
10 ຢ່າຊູປະຫຼາດໃຈຫາກລູກຂອງເຈົ້າບໍ່ສະບາຍໃຈເມື່ອເຈົ້າພະຍາຍາມຫາວຽກເຮັດ ແລະຢ່າຮູ້ສຶກຜິດ. ແທນທີ່ຈະເປັນເຊັ່ນນັ້ນ ຈົ່ງອະທິບາຍໃຫ້ລູກຟັງວ່າ ເປັນຫຍັງເຈົ້າຕ້ອງຫາວຽກເຮັດ ແລະຊ່ວຍເຂົາໃຫ້ເຂົ້າໃຈວ່າ ພະເຢໂຫວາຮຽກຮ້ອງໃຫ້ເຈົ້າຈັດຫາມາລ້ຽງດູພວກເຂົາ. (1 ຕີໂມເຕ 5:8) ໃນທີ່ສຸດ ເດັກສ່ວນຫຼາຍຈະປັບຕົວໄດ້. ຢ່າງໃດກໍດີ ຈົ່ງພະຍາຍາມໃຊ້ເວລາຢູ່ນຳເຂົາໃຫ້ຫຼາຍເທົ່າທີ່ຕາລາງຊຶ່ງເຕັມໄປດ້ວຍວຽກງານຂອງເຈົ້າອຳນວຍໃຫ້. ການເອົາໃຈໃສ່ດ້ວຍຄວາມຮັກເຊັ່ນນັ້ນອາດຈະຊ່ວຍລົດຜົນກະທົບຈາກພາວະຈຳກັດດ້ານການເງິນໃດໆ ທີ່ຄອບຄົວອາດປະສົບ.—ສຸພາສິດ 15:16, 17.
ໃຜເປັນຝ່າຍເອົາໃຈໃສ່ເບິ່ງແຍງ?
11, 12. ພໍ່ແມ່ທີ່ຂາດຄູ່ຕ້ອງຮັກສາເສັ້ນແບ່ງເຂດອັນໃດໄວ້ ແລະເຂົາຈະເຮັດດັ່ງນັ້ນໄດ້ຢ່າງໃດ?
11 ເປັນເລື່ອງທຳມະດາຊຶ່ງພໍ່ຫຼືແມ່ທີ່ຂາດຄູ່ຈະໃກ້ຊິດກັບລູກເປັນພິເສດ ດັ່ງນັ້ນ ຕ້ອງລະວັງບໍ່ໃຫ້ເສັ້ນແບ່ງເຂດທີ່ພະເຈົ້າກຳນົດໄວ້ລະຫວ່າງພໍ່ແມ່ກັບລູກຖືກທຳລາຍ. ຕົວຢ່າງເຊັ່ນ ຄວາມຫຍຸ້ງຍາກຮ້າຍແຮງອາດຈະເກີດຂຶ້ນໄດ້ຫາກແມ່ທີ່ຂາດຄູ່ຄາດໝາຍໃຫ້ລູກຊາຍຮັບພາລະຜູ້ນຳໃນບ້ານ ຫຼືປະຕິບັດກັບລູກສາວຄືກັບຜູ້ທີ່ຕົນຈະປັບທຸກໄດ້ ໂດຍໃຫ້ລູກສາວແບກພາລະທີ່ເປັນບັນຫາເລິກເຊິ່ງສ່ວນຕົວ. ການເຮັດແບບນັ້ນເປັນສິ່ງທີ່ບໍ່ເໝາະ, ສ້າງແຮງກົດດັນ, ແລະບາງທີເຮັດໃຫ້ລູກສັບສົນ.
12 ຈົ່ງເຮັດໃຫ້ລູກຂອງເຈົ້າໝັ້ນໃຈວ່າ ໃນຖານະພໍ່ຫຼືແມ່ ເຈົ້າຈະເອົາໃຈໃສ່ເບິ່ງແຍງເຂົາ—ບໍ່ແມ່ນປ່ຽນຜ່ຽນກັນ. (ທຽບກັບ 2 ໂກລິນໂທ 12:14.) ບາງຄັ້ງ ເຈົ້າອາດຕ້ອງການຄຳແນະນຳຫຼືການຫນູນກຳລັງໃຈ. ຈົ່ງສະແຫວງຫາສິ່ງນັ້ນຈາກຜູ້ເຖົ້າແກ່ຄລິດສະຕຽນຫຼືບາງທີຈາກສະຕີຄລິດສະຕຽນທີ່ອາວຸໂສ ບໍ່ແມ່ນຈາກລູກທີ່ເຍົາໄວຂອງເຈົ້າ.—ຕິໂຕ 2:3.
ການຮັກສາລະບຽບວິໄນໄວ້
13. ແມ່ທີ່ຂາດຄູ່ອາດຈະຜະເຊີນບັນຫາອັນໃດກ່ຽວກັບການຕີສອນ?
13 ຜູ້ຊາຍອາດບໍ່ຄ່ອຍມີບັນຫາເທົ່າໃດທີ່ຖືກເບິ່ງຢ່າງຈິງຈັງວ່າເປັນຜູ້ຕີສອນ ແຕ່ຜູ້ຍິງອາດມີບັນຫາໃນເລື່ອງນີ້. ແມ່ທີ່ຂາດຄູ່ຄົນໜຶ່ງບອກວ່າ “ພວກລູກຊາຍຂອງຂ້ອຍຕົວກໍໃຫຍ່ແລະສຽງກໍຫ້າວ. ບາງເທື່ອເປັນເລື່ອງຍາກທີ່ຈະເຮັດໃຫ້ສຽງຂອງຂ້ອຍຟັງດູເດັດຂາດຫຼືເຂັ້ມແຂງເມື່ອທຽບກັບສຽງລູກຊາຍ.” ນອກຈາກນີ້ ເຈົ້າອາດຍັງທຸກໂສກກັບຄວາມຕາຍຂອງຄູ່ຊີວິດຜູ້ເປັນທີ່ຮັກ ຫຼືບາງທີເຈົ້າອາດຈະຮູ້ສຶກວ່າຜິດຫຼືຄຽດແຄ້ນກັບເລື່ອງຄວາມແຕກຫັກໃນຊີວິດສົມລົດ. ຖ້າຕ້ອງລ້ຽງດູລູກຮ່ວມກັນ ເຈົ້າອາດຢ້ານວ່າລູກຈະມັກຢູ່ກັບອະດີດຄູ່ຄອງຂອງເຈົ້າຫຼາຍກວ່າ. ສະພາບການເຊັ່ນນີ້ອາດເຮັດໃຫ້ເປັນເລື່ອງຍາກທີ່ຈະດຳເນີນການຕີສອນຢ່າງສົມດຸນ.
14. ພໍ່ແມ່ທີ່ຂາດຄູ່ອາດຈະຮັກສາທັດສະນະທີ່ສົມດຸນໃນການຕີສອນໄດ້ຢ່າງໃດ?
14 ພະຄຳພີບອກວ່າ “ເດັກທີ່ຖືກປ່ອຍຕາມໃຈຈະເປັນເຫດໃຫ້ມານດາຂອງຕົນອັບອາຍ.” (ສຸພາສິດ 29:15, ລ.ມ.) ເຈົ້າໄດ້ຮັບການຫນູນຫຼັງຈາກພະເຢໂຫວາພະເຈົ້າໃນການຕັ້ງແລະບັງຄັບໃຊ້ກົດຂອງຄອບຄົວ. ດັ່ງນັ້ນ ຢ່າອ່ອນຍອມຕໍ່ຄວາມຮູ້ສຶກຜິດ, ຄວາມເສຍໃຈ, ຫຼືຄວາມຢ້ານກົວ. (ສຸພາສິດ 1:8) ຢ່າອະລຸ້ມອະລ່ວຍຫຼັກການໃນຄຳພີໄບເບິນ. (ສຸພາສິດ 13:24) ພະຍາຍາມເປັນຄົນມີເຫດຜົນ, ສະເໝີຕົ້ນສະເໝີປາຍ, ແລະເດັດດ່ຽວ. ໃນທີ່ສຸດ ເດັກສ່ວນໃຫຍ່ຈະຕອບຮັບ. ແຕ່ເຈົ້າຄົງຈະຕ້ອງການຄຳນຶງເຖິງຄວາມຮູ້ສຶກຂອງລູກໆ. ພໍ່ທີ່ຂາດຄູ່ຄົນໜຶ່ງບອກວ່າ “ຂ້ອຍຕ້ອງເຮັດໃຫ້ການຕີສອນຂອງຂ້ອຍຜ່ອນລົງດ້ວຍການສະແດງຄວາມເຫັນອົກເຫັນໃຈເນື່ອງຈາກການຕົກຕະລຶງທີ່ສູນເສຍແມ່ຂອງເຂົາໄປ. ຂ້ອຍເວົ້າກັບລູກໆ ໃນທຸກໂອກາດ. ເຮົາມີ ‘ເວລາຢູ່ໃກ້ຊິດກັນ’ ຕອນກຽມອາຫານແລງ. ແລ້ວຕອນນັ້ນແຫຼະທີ່ພວກເຂົາເຜີຍຄວາມໃນໃຈໃຫ້ຂ້ອຍຮູ້ແທ້ໆ.”
15. ພໍ່ແມ່ທີ່ປະຮ້າງກັນຄວນຫຼີກເວັ້ນອັນໃດເມື່ອກ່າວເຖິງຄູ່ຄອງເກົ່າ?
15 ຫາກເຈົ້າປະຮ້າງແລ້ວ ຈະບໍ່ປະສົບຜົນດີອັນໃດໃນການລອບທຳລາຍຄວາມນັບຖືຕໍ່ຄູ່ຄອງເກົ່າຂອງເຈົ້າ. ການຜິດຖຽງກັນຂອງພໍ່ແມ່ເຮັດໃຫ້ລູກເຈັບປວດແລະຈະເຮັດໃຫ້ຄວາມນັບຖືຂອງເຂົາທີ່ມີຕໍ່ເຈົ້າທັງສອງນັ້ນເສື່ອມລົງໃນທີ່ສຸດ. ສະນັ້ນ ຈົ່ງຫຼີກເວັ້ນຄຳເວົ້າທີ່ເຮັດໃຫ້ເຈັບປວດ ເຊັ່ນ “ເຈົ້າກໍຄືກັບພໍ່ຂອງເຈົ້ານັ້ນລະ!” ບໍ່ວ່າຄວາມເຈັບປວດໃດໆ ທີ່ອະດີດຄູ່ຄອງອາດໄດ້ເຮັດຕໍ່ເຈົ້າເຂົາກໍຍັງເປັນພໍ່ຫຼືແມ່ຂອງລູກເຈົ້າ ຊຶ່ງຕ້ອງການຄວາມຮັກ, ຄວາມເອົາໃຈໃສ່, ແລະການຕີສອນຈາກທັງພໍ່ແລະແມ່.b
16. ການຈັດກຽມອັນໃດຝ່າຍວິນຍານທີ່ຄວນເປັນສ່ວນແຫ່ງການຕີສອນເປັນປະຈຳໃນບ້ານຂອງພໍ່ຫຼືແມ່ທີ່ຂາດຄູ່?
16 ດັ່ງທີ່ພິຈາລະນາໃນບົດກ່ອນໆ ແລ້ວ ການຕີສອນກ່ຽວຂ້ອງກັບການຝຶກອົບຮົມແລະການສັ່ງສອນ ບໍ່ພຽງແຕ່ການລົງໂທດ. ບັນຫາຫຼາຍຢ່າງອາດຫຼີກເວັ້ນໄດ້ໂດຍມີກຳນົດການທີ່ດີກ່ຽວກັບການຝຶກອົບຮົມຝ່າຍວິນຍານ. (ຟີລິບ 3:16) ການເຂົ້າຮ່ວມການປະຊຸມຄລິດສະຕຽນເປັນປະຈຳເປັນເລື່ອງສຳຄັນ. (ເຫບເລິ 10:24, 25) ການສຶກສາຄຳພີໄບເບິນປະຈຳຄອບຄົວທຸກສັບປະດາເປັນສິ່ງສຳຄັນດ້ວຍ. ຈິງຢູ່ ບໍ່ແມ່ນເລື່ອງງ່າຍທີ່ຈະນຳການສຶກສາເຊັ່ນນັ້ນເປັນປະຈຳ. ແມ່ຜູ້ສຳນຶກໃນໜ້າທີ່ຄົນໜຶ່ງກ່າວວ່າ “ຫຼັງຈາກເຮັດວຽກມາໝົດມື້ ເຈົ້າຢາກຈະພັກຜ່ອນແທ້ໆ. ແຕ່ຂ້ອຍກຽມໃຈໄວ້ທີ່ຈະສຶກສາກັບລູກສາວ ເພາະຮູ້ວ່າເປັນສິ່ງທີ່ຈຳເປັນຕ້ອງເຮັດ ລູກມັກການສຶກສາປະຈຳຄອບຄົວຂອງເຮົາແທ້ໆ!”
17. ເຮົາສາມາດຮຽນຮູ້ອັນໃດຈາກການອົບຮົມທີ່ດີຊຶ່ງຕີໂມເຕສະຫາຍຂອງໂປໂລໄດ້ຮັບ?
17 ເຫັນໄດ້ຊັດວ່າຕີໂມເຕສະຫາຍຂອງອັກຄະສາວົກໂປໂລໄດ້ຮັບການຝຶກອົບຮົມຕາມຫຼັກການໃນພະຄຳພີຈາກແມ່ແລະແມ່ເຖົ້າຂອງເຂົາ—ແຕ່ເບິ່ງຄືວ່າບໍ່ແມ່ນຈາກພໍ່ຂອງເຂົາ. ແຕ່ຕີໂມເຕໄດ້ກາຍເປັນຄລິດສະຕຽນທີ່ໂດດເດັ່ນແທ້ໆ! (ກິດຈະການ 16:1, 2; 2 ຕີໂມເຕ 1:5; 3:14, 15) ເຈົ້າສາມາດຫວັງຜົນໃນທາງດີເຊັ່ນກັນຂະນະທີ່ເຈົ້າຝ່າຟັນທີ່ຈະອົບຮົມລູກຂອງເຈົ້າ “ດ້ວຍການຕີສອນແລະການປັບຄວາມຄຶດຈິດໃຈຕາມຫຼັກການຂອງພະເຢໂຫວາ.”—ເອເຟດ 6:4, ລ.ມ.
ເອົາຊະນະໃນການຕໍ່ສູ້ກັບຄວາມເປົ່າປ່ຽວ
18, 19. (ກ) ສຳລັບພໍ່ຫຼືແມ່ທີ່ຂາດຄູ່ ຄວາມເປົ່າປ່ຽວອາດຈະປາກົດອອກມາຢ່າງໃດ? (ຂ) ມີການໃຫ້ຄຳແນະນຳອັນໃດເພື່ອຊ່ວຍຄວບຄຸມຄວາມປາຖະໜາຝ່າຍເນື້ອໜັງໄດ້?
18 ແມ່ທີ່ຂາດຄູ່ຜູ້ໜຶ່ງເວົ້າຢ່າງທອດຫຸ່ຍວ່າ “ເມື່ອຂ້ອຍກັບເຮືອນແລະຮູ້ສຶກວ່າຕົນຢູ່ຄົນດຽວ ແລະໂດຍສະເພາະຫຼັງຈາກລູກໆ ເຂົ້ານອນແລ້ວຄວາມເປົ່າປ່ຽວໄດ້ອ້ອມລ້ອມຂ້ອຍ.” ຖືກແລ້ວ ຄວາມເປົ່າປ່ຽວມັກຈະເປັນບັນຫາໃຫຍ່ທີ່ສຸດຊຶ່ງພໍ່ຫຼືແມ່ທີ່ຂາດຄູ່ຕ້ອງຜະເຊີນຢູ່ເລື້ອຍໆ. ເປັນເລື່ອງທຳມະດາທີ່ຈະປາຖະໜາເພື່ອນຄູ່ຄຶດແລະຄົນສະໜິດສະໜົມຢ່າງອົບອຸ່ນໃນຊີວິດສົມລົດ. ແຕ່ຄວນບໍທີ່ຄົນເຮົາຈະພະຍາຍາມແກ້ບັນຫານີ້ບໍ່ວ່າຈະເສຍອັນໃດໄປກໍຕາມ? ໃນສະໄໝຂອງອັກຄະສາວົກໂປໂລ ຍິງໝ້າຍທີ່ຍັງສາວບາງຄົນປ່ອຍໃຫ້ “ແຮງກະຕຸ້ນທາງເພດຂອງເຂົາເຮັດໃຫ້ເຂົາເຫີນຫ່າງຈາກພະຄລິດ.” (1 ຕີໂມເຕ 5:11, 12, ລ.ມ.) ການຍອມໃຫ້ຄວາມປາຖະໜາຝ່າຍເນື້ອໜັງປົກຄຸມຜົນປະໂຫຍດຝ່າຍວິນຍານຈະເຮັດໃຫ້ເສຍຫາຍ.—1 ຕີໂມເຕ 5:6.
19 ຊາຍຄລິດສະຕຽນຄົນໜຶ່ງບອກວ່າ “ແຮງກະຕຸ້ນທາງເພດນັບວ່າຮຸນແຮງຫຼາຍ ແຕ່ເຈົ້າສາມາດຄວບຄຸມມັນໄດ້. ເມື່ອຄວາມຄຶດນັ້ນຜຸດຂຶ້ນໃນຈິດໃຈ ກໍຢ່າໄປໝົກມຸ່ນກັບມັນ. ຕ້ອງສະຫຼັດຄວາມຄຶດນັ້ນອອກໄປ. ການຄຶດຮອດລູກກໍຊ່ວຍໄດ້.” ພະຄຳຂອງພະເຈົ້າແນະນຳວ່າ ‘ຈົ່ງປະຫານອະໄວຍະວະແຫ່ງຮ່າງກາຍຂອງທ່ານໃນເລື່ອງລາຄະຕັນຫາ.’ (ໂກໂລດ 3:5, ລ.ມ.) ຖ້າວ່າເຈົ້າພະຍາຍາມລະງັບຄວາມຢາກອາຫານ ເຈົ້າຈະອ່ານນິດຕະຍະສານທີ່ມີພາບອາຫານແຊບໆ ບໍ ຫຼືວ່າເຈົ້າຈະຄົບຫາກັບຄົນທີ່ເວົ້າແຕ່ເລື່ອງອາຫານຢູ່ເລື້ອຍໆ ບໍ? ຄົງບໍ່ເຮັດຢ່າງນັ້ນແນ່ນອນ! ເປັນເຊັ່ນດຽວກັນກັບຄວາມປາຖະໜາຝ່າຍເນື້ອໜັງ.
20. (ກ) ມີອັນຕະລາຍອັນໃດແຝງຢູ່ສຳລັບຄົນທີ່ຕິດຕໍ່ຝາກຮັກກັບຜູ້ບໍ່ມີຄວາມເຊື່ອ? (ຂ) ຜູ້ທີ່ຢູ່ຄົນດຽວທັງໃນສະຕະວັດທຳອິດແລະທຸກມື້ນີ້ເອົາຊະນະຄວາມເປົ່າປ່ຽວໄດ້ໂດຍວິທີໃດ?
20 ຄລິດສະຕຽນບາງຄົນໄດ້ເຂົ້າໄປສູ່ການຕິດຕໍ່ຝາກຮັກກັບຄົນທີ່ບໍ່ມີຄວາມເຊື່ອ. (1 ໂກລິນໂທ 7:39) ການເຮັດດັ່ງນັ້ນແກ້ບັນຫາຂອງເຂົາບໍ? ບໍ່ເລີຍ. ຍິງຄລິດສະຕຽນທີ່ປະຮ້າງຜູ້ໜຶ່ງເຕືອນວ່າ “ມີສິ່ງໜຶ່ງທີ່ຮ້າຍແຮງຍິ່ງກວ່າການຢູ່ຄົນດຽວ. ນັ້ນແມ່ນການເລືອກແຕ່ງງານຜິດຄົນ!” ແມ່ໝ້າຍຄລິດສະຕຽນໃນສະຕະວັດທຳອິດປະສົບຄວາມເປົ່າປ່ຽວເປັນໄລຍະໆ ຢ່າງບໍ່ຕ້ອງສົງໄສ ແຕ່ຄົນທີ່ສະຫຼາດງ່ວນຢູ່ກັບ ‘ການຮັບແຂກ, ລ້າງຕີນຄົນບໍລິສຸດ, ສົງເຄາະຄົນທີ່ໄດ້ຮັບຄວາມທຸກລຳບາກ.’ (1 ຕີໂມເຕ 5:10) ຄລິດສະຕຽນຜູ້ສັດຊື່ໃນທຸກມື້ນີ້ກໍໄດ້ງ່ວນຢູ່ນຳວຽກຄ້າຍໆ ກັນ. ແມ່ໝ້າຍຄລິດສະຕຽນອາຍຸ 68 ປີຄົນໜຶ່ງເລີ່ມໄປຢາມແມ່ໝ້າຍຄົນອື່ນເມື່ອໃດກໍຕາມທີ່ນາງຮູ້ສຶກເປົ່າປ່ຽວ. ນາງບອກວ່າ “ຂ້ອຍພົບວ່າ ໂດຍການໄປຢາມແບບນີ້ ການດູແລວຽກບ້ານແລະການເອົາໃຈໃສ່ຕໍ່ສະພາບຝ່າຍວິນຍານຂອງຕົວເອງ ຂ້ອຍຈຶ່ງບໍ່ມີເວລາທີ່ຈະຮູ້ສຶກເປົ່າປ່ຽວ.” ການສອນຄົນອື່ນເລື່ອງລາຊະອານາຈັກຂອງພະເຈົ້າເປັນວຽກດີຊຶ່ງມີປະໂຫຍດເປັນພິເສດ.—ມັດທາຽ 28:19, 20.
21. ການອະທິດຖານແລະການຄົບຫາສະມາຄົມທີ່ດີອາດຊ່ວຍໃຫ້ເອົາຊະນະຄວາມເປົ່າປ່ຽວໄດ້ໃນທາງໃດ?
21 ເປັນທີ່ຍອມຮັບກັນວ່າ ບໍ່ມີວິທີປິ່ນປົວແບບເຮ່ງດ່ວນສຳລັບຄວາມເປົ່າປ່ຽວ. ແຕ່ກໍສາມາດທົນຄວາມເປົ່າປ່ຽວໄດ້ດ້ວຍກຳລັງຈາກພະເຢໂຫວາ. ກຳລັງເຊັ່ນນັ້ນຈະໄດ້ມາເມື່ອຄລິດສະຕຽນ “ມຸ່ງໜ້າບໍ່ລົດລະໃນການອ້ອນວອນ ແລະອະທິດຖານທັງກາງເວັນແລະການຄືນ.” (1 ຕີໂມເຕ 5:5, ລ.ມ.) ການອ້ອນວອນແມ່ນການວິ່ງວອນຢ່າງຈິງຈັງ ຖືກແລ້ວ ເປັນການຂໍຄວາມຊ່ວຍເຫຼືອ ບາງທີດ້ວຍສຽງດັງແລະນ້ຳຕາໄຫຼ. (ທຽບກັບເຫບເລິ 5:7.) ການເຜີຍຄວາມໃນໃຈຂອງເຈົ້າໃຫ້ກັບພະເຢໂຫວາ “ທັງກາງເວັນແລະກາງຄືນ” ສາມາດຊ່ວຍໄດ້ແທ້ໆ. ນອກນັ້ນ ການຄົບຫາສະມາຄົມທີ່ເປັນປະໂຫຍດຊ່ວຍໄດ້ຫຼາຍໃນການເຂົ້າມາແທນທີ່ຄວາມເປົ່າປ່ຽວ. ໂດຍການຄົບຫາທີ່ດີ ຄົນເຮົາອາດໄດ້ຮັບ “ຖ້ອຍຄຳດີ” ທີ່ຫນູນກຳລັງໃຈດັ່ງທີ່ພັນລະນາໄວ້ໃນສຸພາສິດ 12:25.
22. ການພິຈາລະນາເຖິງເລື່ອງອັນໃດແດ່ຈະຊ່ວຍໄດ້ເມື່ອຄວາມຮູ້ສຶກເປົ່າປ່ຽວຜຸດຂຶ້ນມາເປັນຄັ້ງຄາວ?
22 ຫາກຄວາມຮູ້ສຶກເປົ່າປ່ຽວຜຸດຂຶ້ນມາເປັນຄັ້ງຄາວ—ຊຶ່ງມັກຈະເປັນເຊັ່ນນັ້ນ—ກໍຂໍໃຫ້ຈື່ໄວ້ວ່າ ບໍ່ມີໃຜມີສະພາບຊີວິດທີ່ສົມບູນພ້ອມ. ທີ່ຈິງ “ສັງຄົມພີ່ນ້ອງທັງສິ້ນຂອງທ່ານທັງຫຼາຍ” ປະສົບຄວາມທຸກຍາກບໍ່ທາງໃດກໍທາງໜຶ່ງ. (1 ເປໂຕ 5:9, ລ.ມ.) ຈົ່ງຫຼີກເວັ້ນການໝົກມຸ່ນຢູ່ກັບອະດີດ. (ຜູ້ເທສນາປ່າວປະກາດ 7:10) ທົບທວນເບິ່ງຂໍ້ໄດ້ປຽບທີ່ເຈົ້າມີຢູ່. ສຳຄັນທີ່ສຸດ ຈົ່ງຕັ້ງໃຈແນ່ວແນ່ທີ່ຈະຮັກສາຄວາມສັດຊື່ໝັ້ນຄົງຂອງເຈົ້າໄວ້ແລະເຮັດໃຫ້ຫົວໃຈຂອງພະເຢໂຫວາຍິນດີ.—ສຸພາສິດ 27:11.
ວິທີທີ່ຄົນອື່ນຊ່ວຍໄດ້
23. ເພື່ອນຄລິດສະຕຽນມີໜ້າທີ່ຮັບຜິດຊອບອັນໃດຕໍ່ພໍ່ຫຼືແມ່ທີ່ຂາດຄູ່ໃນປະຊາຄົມ?
23 ການສະໜັບສະຫນູນແລະການຊ່ວຍເຫຼືອຂອງເພື່ອນຄລິດສະຕຽນເປັນສິ່ງທີ່ປະມານຄ່າບໍ່ໄດ້. ຍາໂກໂບ 1:27 (ລ.ມ.) ບອກວ່າ “ແບບແຫ່ງການນະມັດສະການທີ່ສະອາດແລະປັດສະຈາກມົນທິນຈາກທັດສະນະຂອງພະເຈົ້າແລະພະບິດາຂອງເຮົາເປັນດັ່ງນີ້: ໃຫ້ເອົາໃຈໃສ່ດູແລລູກກຳພ້າແລະຍິງໝ້າຍໃນຄວາມທຸກລຳບາກຂອງເຂົາ.” ຖືກແລ້ວ ຄລິດສະຕຽນມີໜ້າທີ່ຊ່ວຍຄອບຄົວທີ່ມີພໍ່ຫຼືແມ່ທີ່ຂາດຄູ່. ມີວິທີໃດແດ່ທີ່ໃຊ້ໄດ້ແທ້ຊຶ່ງອາດເຮັດເຊັ່ນນີ້ໄດ້?
24. ຄອບຄົວທີ່ມີພໍ່ຫຼືແມ່ຂາດຄູ່ທີ່ຂັດສົນອາດຈະໄດ້ຮັບການຊ່ວຍເຫຼືອໃນທາງໃດແດ່?
24 ອາດໃຫ້ຄວາມຊ່ວຍເຫຼືອທາງດ້ານວັດຖຸໄດ້. ຄຳພີໄບເບິນກ່າວວ່າ “ໃຜກໍຕາມທີ່ມີສິ່ງຈຳເປັນຂອງໂລກນີ້ເພື່ອບຳລຸງຊີວິດແລະເຫັນພີ່ນ້ອງຂອງຕົນຂາດແຄນແຕ່ກໍຍັງປິດປະຕູແຫ່ງຄວາມເມດຕາຮັກແພງອັນອ່ອນລະມຸນຂອງຕົນຕໍ່ເຂົາ ຄວາມຮັກຂອງພະເຈົ້າຈະຢູ່ໃນຄົນນັ້ນຢ່າງໃດໄດ້?” (1 ໂຍຮັນ 3:17, ລ.ມ.) ຄຳພາສາກຣີກເດີມທີ່ໄດ້ຮັບການແປວ່າ “ເຫັນ” ໝາຍເຖິງບໍ່ພຽງແຄ່ການເຫຼືອບເບິ່ງໂດຍບັງເອີນ ແຕ່ໝາຍເຖິງການຈ້ອງເບິ່ງຢ່າງຕັ້ງໃຈ. ນີ້ສະແດງວ່າ ຄລິດສະຕຽນທີ່ກະລຸນາຈະຕ້ອງລຶ້ງເຄີຍກັບສະພາບແວດລ້ອມແລະຄວາມຈຳເປັນຂອງຄອບຄົວນັ້ນກ່ອນ. ບາງທີເຂົາອາດຂາດເງິນ. ບາງຄົນອາດຕ້ອງການຄວາມຊ່ວຍເຫຼືອກ່ຽວກັບການສ້ອມແປງພາຍໃນບ້ານ. ຫຼືເຂົາຈະຢັ່ງຮູ້ຄ່າແທ້ໆ ທີ່ໄດ້ຮັບເຊີນໄປກິນເຂົ້າຫຼືການສັງສັນກັນ.
25. ເພື່ອນຄລິດສະຕຽນອາດສະແດງຄວາມເຫັນອົກເຫັນໃຈຕໍ່ພໍ່ຫຼືແມ່ທີ່ຂາດຄູ່ໄດ້ໂດຍວິທີໃດແດ່?
25 ນອກຈາກນັ້ນ 1 ເປໂຕ 3:8 (ລ.ມ.) ກ່າວວ່າ “ທ່ານທັງຫຼາຍທຸກຄົນ ຈົ່ງມີຄວາມຄຶດຈິດໃຈຢ່າງດຽວກັນ, ສະແດງຄວາມເຫັນອົກເຫັນໃຈ, ມີຄວາມຮັກແພງສັນພີ່ນ້ອງ, ຄວາມເມດຕາຮັກແພງອັນອ່ອນລະມຸນ.” ແມ່ທີ່ຂາດຄູ່ຊຶ່ງມີລູກຫົກຄົນບອກວ່າ “ເປັນເລື່ອງຍາກທີ່ຈະທົນ ແລະບາງຄັ້ງຂ້ອຍຮູ້ສຶກຫໍ່ຫ່ຽວໃຈ. ຢ່າງໃດກໍຕາມ ບາງຄັ້ງບາງຄາວພີ່ນ້ອງຊາຍຫຼືຍິງບໍ່ຄົນໃດກໍຄົນໜຶ່ງຈະເວົ້າກັບຂ້ອຍວ່າ ‘ໂຈອັນ ເຈົ້າເຮັດໄດ້ດີແທ້ໆ. ເຈົ້າຈະໄດ້ຮັບຜົນຕອບແທນຄຸ້ມຄ່າ.’ ພຽງແຕ່ຮູ້ວ່າຄົນອື່ນຄຶດເຖິງເຮົາແລະເຂົາໃສ່ໃຈກໍຊ່ວຍໄດ້ຫຼາຍແທ້ໆ.” ຄລິດສະຕຽນຝ່າຍຍິງທີ່ສູງອາຍຸອາດບັງເກີດຜົນເປັນພິເສດໃນການຊ່ວຍຜູ້ຍິງສາວໆ ຊຶ່ງເປັນແມ່ທີ່ຂາດຄູ່ ໂດຍຮັບຟັງເມື່ອເຂົາມີບັນຫາຊຶ່ງອາດເຮັດໃຫ້ເກີ້ເຂີນຫາກປຶກສາກັບຜູ້ຊາຍ.
26. ຊາຍຄລິດສະຕຽນທີ່ອາວຸໂສສາມາດຊ່ວຍເດັກກຳພ້າພໍ່ໄດ້ຢ່າງໃດ?
26 ຜູ້ຊາຍຄລິດສະຕຽນອາດຊ່ວຍໄດ້ໃນວິທີອື່ນໆ. ໂຢບບຸລຸດຜູ້ຊອບທຳບອກວ່າ “ຂ້ອຍຈະຊ່ອຍ . . . ເດັກຊາຍກຳພ້າພໍ່ແລະໃຜໆ ທີ່ບໍ່ມີຄົນຊ່ອຍ.” (ໂຢບ 29:12, ລ.ມ.) ຜູ້ຊາຍຄລິດສະຕຽນລາງຄົນໃນທຸກມື້ນີ້ກໍສະແດງຄວາມສົນໃຈຢ່າງດີເຊັ່ນກັນຕໍ່ເດັກກຳພ້າພໍ່ແລະສະແດງ “ຄວາມຮັກທີ່ມາແຕ່ໃຈບໍລິສຸດ” ໂດຍບໍ່ມີເຈຕະນານອກນັ້ນ. (1 ຕີໂມເຕ 1:5) ໂດຍບໍ່ລະເລີຍຄອບຄົວຂອງຕົນເອງ ພວກເຂົາອາດຈັດເປັນຄັ້ງຄາວທີ່ຈະເຮັດວຽກຮ່ວມກັບເຍົາວະຊົນດັ່ງກ່າວໃນງານຮັບໃຊ້ຝ່າຍຄລິດສະຕຽນແລະອາດເຊີນເຂົາມາຮ່ວມສຶກສາປະຈຳຄອບຄົວຫຼືໃນການບັນເທີງດ້ວຍ. ຄວາມກະລຸນາດັ່ງນັ້ນອາດສາມາດຊ່ວຍເດັກກຳພ້າພໍ່ບໍ່ໃຫ້ອອກນອກຮ່ອງນອກຮອຍໄດ້.
27. ພໍ່ແມ່ທີ່ຂາດຄູ່ສາມາດໝັ້ນໃຈໄດ້ໃນການຄ້ຳຈູນອັນໃດ?
27 ແນ່ນອນ ໃນທີ່ສຸດ ພໍ່ຫຼືແມ່ທີ່ຂາດຄູ່ຕ້ອງ “ແບກພາລະຂອງຕົນເອງ” ໃນເລື່ອງໜ້າທີ່ຮັບຜິດຊອບ. (ຄາລາຊີ 6:5, ລ.ມ.) ເຖິງຢ່າງໃດກໍຕາມ ເຂົາສາມາດໄດ້ຮັບຄວາມຮັກຈາກພີ່ນ້ອງຊາຍຍິງຄລິດສະຕຽນແລະຈາກພະເຢໂຫວາພະເຈົ້າເອງ. ຄຳພີໄບເບິນກ່າວເຖິງພະອົງວ່າ “ພະອົງໃຫ້ລູກກຳພ້າ [“ເດັກຊາຍກຳພ້າພໍ່,” ລ.ມ.] ກັບແມ່ໝ້າຍຕັ້ງໝັ້ນຄົງຢູ່.” (ຄຳເພງ 146:9) ໂດຍການຄ້ຳຈູນດ້ວຍຄວາມຮັກຂອງພະອົງ ຄອບຄົວທີ່ຂາດຄູ່ສາມາດປະສົບຜົນສຳເລັດໄດ້!
a ຫາກຄລິດສະຕຽນໄວຮຸ່ນຕັ້ງທ້ອງເນື່ອງຈາກການປະພຶດຜິດສິນທຳ ປະຊາຄົມຄລິດສະຕຽນຍອມບໍ່ໄດ້ຢ່າງເດັດຂາດກັບສິ່ງທີ່ເຂົາເຮັດໄປນັ້ນ. ແຕ່ຖ້ານາງກັບໃຈ ຜູ້ເຖົ້າແກ່ແລະຄົນອື່ນໃນປະຊາຄົມອາດຢາກສະເໜີຄວາມຊ່ວຍເຫຼືອແກ່ນາງ.
b ເຮົາບໍ່ໄດ້ກ່າວເຖິງສະພາບການຊຶ່ງເດັກອາດຕ້ອງໄດ້ຮັບການປ້ອງກັນຈາກພໍ່ຫຼືແມ່ທີ່ກະທຳທາລຸນ. ນອກຈາກນີ້ ຫາກອີກຝ່າຍໜຶ່ງພະຍາຍາມບັ່ນທອນອຳນາດຂອງເຈົ້າ ບາງທີໂດຍມຸ່ງໝາຍຈະຊັກຊວນເດັກໃຫ້ຖິ້ມເຈົ້າອາດສົມຄວນທີ່ຈະເວົ້າກັບເພື່ອນທີ່ມີປະສົບການ ເຊັ່ນ ຜູ້ເຖົ້າແກ່ໃນປະຊາຄົມຄລິດສະຕຽນເພື່ອໄດ້ຄຳແນະນຳກ່ຽວກັບວິທີຈັດການກັບສະພາບການນັ້ນ.