ບົດສິບ
ເມື່ອສະມາຊິກໃນຄອບຄົວປ່ວຍ
1, 2. ຊາຕານໄດ້ໃຊ້ໂສກນາດຕະກຳແລະຄວາມເຈັບປ່ວຍຢ່າງໃດເພື່ອພະຍາຍາມທຳລາຍຄວາມສັດຊື່ໝັ້ນຄົງຂອງໂຢບ?
ບຸລຸດຊື່ໂຢບຄົງຕ້ອງຖືກນັບຢ່າງແນ່ນອນວ່າຢູ່ໃນຈຳນວນຄົນເຫຼົ່ານັ້ນຊຶ່ງມີຊີວິດຄອບຄົວທີ່ມີຄວາມສຸກ. ຄຳພີໄບເບິນຮຽກທ່ານວ່າ “ໃຫຍ່ກວ່າລູກທິດບົວລະພາທັງປວງ.” ທ່ານມີລູກຊາຍເຈັດຄົນແລະລູກສາວສາມຄົນ ລວມທັງໝົດສິບຄົນ. ທ່ານຍັງມີຊັບສິນທີ່ຈະລ້ຽງດູຄອບຄົວເປັນຢ່າງດີ. ສຳຄັນທີ່ສຸດ ທ່ານນຳໜ້າໃນກິດຈະກຳຝ່າຍວິນຍານແລະເປັນຫ່ວງເລື່ອງຖານະຂອງລູກໆ ຕໍ່ໜ້າພະເຢໂຫວາ. ທັງໝົດນີ້ຍັງຜົນດ້ວຍຄວາມຜູກພັນທີ່ໃກ້ຊິດແລະມີຄວາມສຸກໃນຄອບຄົວ.—ໂຢບ 1:1-5.
2 ສະພາບການຂອງໂຢບບໍ່ໄດ້ພົ້ນຈາກການສັງເກດຂອງຊາຕານສັດຕູຕົວສຳຄັນຂອງພະເຢໂຫວາພະເຈົ້າ. ຊາຕານ ຜູ້ຊຶ່ງຫາທາງຢ່າງບໍ່ລົດຢ່ອນທີ່ຈະທຳລາຍຄວາມສັດຊື່ໝັ້ນຄົງຂອງຜູ້ຮັບໃຊ້ຂອງພະເຈົ້າ ໄດ້ໂຈມຕີໂຢບໂດຍການທຳລາຍຄອບຄົວທີ່ມີຄວາມສຸກຂອງທ່ານ. ຄັນແລ້ວ ມັນ “ໄດ້ຕີທ່ານໂຢບໃຫ້ເປັນບາດຮ້າຍເຕັມຕົວຕັ້ງແຕ່ຝາຕີນຈົນເຖິງຍອດຫົວ.” ໂດຍວິທີນີ້ຊາຕານຫວັງຈະໃຊ້ໂສກນາດຕະກຳແລະຄວາມເຈັບປ່ວຍທຳລາຍຄວາມສັດຊື່ໝັ້ນຄົງຂອງໂຢບ.—ໂຢບ 2:6, 7.
3. ອາການຂອງໂລກທີ່ໂຢບເປັນມີອັນໃດແດ່?
3 ຄຳພີໄບເບິນບໍ່ໄດ້ລະບຸຊື່ທາງການແພດຂອງໂລກທີ່ໂຢບເປັນ. ແຕ່ ພະຄຳພີໃຫ້ເຮົາຮູ້ອາການຂອງໂລກ. ເນື້ອໜັງຂອງເຂົາເຕັມໄປດ້ວຍໜອນ ແລະຜິວໜັງກໍຕົກເກັດແລະເປື່ອຍເນົ່າ. ລົມຫັນໃຈຂອງໂຢບເໝັນ ແລະຮ່າງກາຍມີກິ່ນເນົ່າ. ທ່ານຖືກທໍລະມານດ້ວຍຄວາມເຈັບປວດ. (ໂຢບ 7:5; 19:17; 30:17, 30) ໂຢບນັ່ງຢູ່ໃນກອງຂີ້ເທົ່າດ້ວຍຄວາມເຈັບປວດແລະຂູດຕົວເອງກັບເສດໝໍ້ດິນເຜົາແຕກ. (ໂຢບ 2:8) ເປັນພາບທີ່ໜ້າສັງເວດແທ້ໆ!
4. ທຸກຄອບຄົວປະສົບກັບສິ່ງໃດເປັນຄັ້ງຄາວ?
4 ເຈົ້າຈະມີປະຕິກິລິຍາຢ່າງໃດຫາກເຈົ້າປະສົບຄວາມເຈັບປວດດ້ວຍໂລກທີ່ຮ້າຍແຮງເຊັ່ນນັ້ນ? ທຸກມື້ນີ້ ຊາຕານບໍ່ໂຈມຕີຜູ້ຮັບໃຊ້ຂອງພະເຈົ້າດ້ວຍຄວາມເຈັບປ່ວຍເຊັ່ນທີ່ມັນເຄີຍເຮັດກັບໂຢບ. ແຕ່ເນື່ອງຈາກຄວາມບໍ່ສົມບູນຂອງມະນຸດ, ຄວາມຕຶງຄຽດໃນຊີວິດປະຈຳວັນ, ແລະສິ່ງແວດລ້ອມທີ່ເຮົາຢູ່ນັ້ນເສື່ອມລົງ, ບາງຄັ້ງບາງຄາວຈຶ່ງຄາດໝາຍໄດ້ວ່າ ສະມາຊິກໃນຄອບຄົວອາດຈະເຈັບໄຂ້. ທັງໆ ທີ່ເຮົາໄດ້ຈັດການປ້ອງກັນ ເຮົາທຸກຄົນກໍຍັງເຈັບໄຂ້ໄດ້ງ່າຍ ເຖິງແມ່ນນ້ອຍຄົນທົນທຸກເຖິງຂະໜາດທີ່ໂຢບປະສົບກໍຕາມ. ເມື່ອຄວາມເຈັບໄຂ້ຮຸກຮານຄອບຄົວຂອງເຮົາ ນັ້ນອາດເປັນການທ້າທາຍທີ່ແທ້ຈິງ. ເພາະສະນັ້ນ ຂໍໃຫ້ເຮົາພິຈາລະນາເບິ່ງວ່າຄຳພີໄບເບິນຊ່ວຍເຮົາຢ່າງໃດໃນການຮັບມືກັບສັດຕູຂອງມະນຸດຊາດຕົວນີ້ທີ່ມີຢູ່ເລື້ອຍມາ.—ຜູ້ເທສນາປ່າວປະກາດ 9:11; 2 ຕີໂມເຕ 3:16.
ເຈົ້າຮູ້ສຶກຢ່າງໃດໃນເລື່ອງນັ້ນ?
5. ຕາມປົກກະຕິສະມາຊິກຄອບຄົວມີປະຕິກິລິຍາຢ່າງໃດໃນກໍລະນີທີ່ມີຄວາມເຈັບປ່ວຍຊົ່ວຄາວ?
5 ການຂັດຈັງຫວະກິດຈະວັດປົກກະຕິໃນຊີວິດ ບໍ່ວ່າມາຈາກສາເຫດອັນໃດກໍຕາມ ມັກຈະຫຍຸ້ງຍາກສະເໝີ ແລະນີ້ເປັນຄວາມຈິງໂດຍສະເພາະຢ່າງຍິ່ງຫາກວ່າການຂັດຈັງຫວະນັ້ນເກີດຈາກການເຈັບປ່ວຍເປັນເວລານານ. ແມ່ນແຕ່ການເຈັບປ່ວຍໄລຍະສັ້ນໆ ກໍຮຽກຮ້ອງໃຫ້ມີການປັບຕົວ, ການໂອນອ່ອນ, ແລະການເສຍສະລະ. ສະມາຊິກຄອບຄົວທີ່ມີສຸຂະພາບແຂງແຮງຕ້ອງຢູ່ມິດໆ ເພື່ອໃຫ້ຄົນໄຂ້ໄດ້ພັກຜ່ອນ. ເຂົາອາດຕ້ອງງົດກິດຈະກຳບາງຢ່າງ. ແຕ່ໃນຄອບຄົວສ່ວນຫຼາຍແລ້ວ ແມ່ນແຕ່ເດັກນ້ອຍກໍຍັງຮູ້ສຶກສົງສານພີ່ນ້ອງຫຼືພໍ່ແມ່ທີ່ເຈັບປ່ວຍ ແມ່ນວ່າເຂົາອາດຕ້ອງໄດ້ຮັບການເຕືອນເປັນຄັ້ງຄາວໃຫ້ຄຳນຶງເຖິງຄົນອື່ນ. (ໂກໂລດ 3:12) ໃນກໍລະນີຂອງການເຈັບປ່ວຍຊົ່ວຄາວ ຕາມປົກກະຕິຄອບຄົວພ້ອມສະເໝີທີ່ຈະເຮັດສິ່ງຊຶ່ງຈຳເປັນ. ນອກຈາກນັ້ນ ສະມາຊິກແຕ່ລະຄົນໃນຄອບຄົວຄົງຫວັງຈະໄດ້ຮັບການຄຳນຶງເຖິງເຊັ່ນດຽວກັນຫາກເຂົາເກີດເຈັບປ່ວຍຂຶ້ນມາ.—ມັດທາຽ 7:12.
6. ມີປະຕິກິລິຍາອັນໃດແດ່ປາກົດໃຫ້ເຫັນໃນບາງຄັ້ງຫາກສະມາຊິກຄອບຄົວຖືກໂຈມຕີດ້ວຍຄວາມເຈັບປ່ວຍຮ້າຍແຮງແບບຍືດຍາວ?
6 ແຕ່ຈະວ່າຢ່າງໃດຫາກຄວາມເຈັບປ່ວຍນັ້ນຮ້າຍແຮງຫຼາຍແລະການຂັດຈັງຫວະນັ້ນຮຸນແຮງແລະຍືດຍາວ? ຕົວຢ່າງເຊັ່ນ ຈະວ່າຢ່າງໃດຫາກມີຄົນໃນຄອບຄົວເປັນອຳມະພາດເນື່ອງຈາກເປັນໂລກເສັ້ນເລືອດສະໝອງ, ໄຮ້ສະມັດຖະພາບເນື່ອງຈາກໂລກອັລໄຊເມີຣ໌, ຫຼືອ່ອນເພຍເນື່ອງດ້ວຍໂລກອື່ນໆ ບາງຢ່າງ? ຫຼືຈະວ່າຢ່າງໃດຫາກວ່າສະມາຊິກໃນຄອບຄົວເປັນໂລກທາງຈິດ ເຊັ່ນ ຈິດຕະເພດ? ປະຕິກິລິຍາຕອນຕົ້ນໂດຍທົ່ວໄປແມ່ນຄວາມສົງສານ—ເສົ້າໃຈທີ່ຜູ້ເປັນທີ່ຮັກທຸກທໍລະມານຫຼາຍຂະໜາດນັ້ນ. ຢ່າງໃດກໍຕາມ ຄວາມສົງສານອາດຕິດຕາມດ້ວຍປະຕິກິລິຍາອື່ນໆ. ຂະນະທີ່ສະມາຊິກໃນຄອບຄົວພົບວ່າຕົນໄດ້ຮັບຜົນກະທົບຫຼາຍແທ້ໆ ແລະເສລີພາບຂອງເຂົາຖືກຈຳກັດເນື່ອງຈາກຄວາມເຈັບປ່ວຍຂອງຄົນໜຶ່ງແລ້ວ ເຂົາອາດເລີ່ມຮູ້ສຶກຂຸ່ນເຄືອງໃຈ. ເຂົາອາດນຶກສົງໄສວ່າ “ເປັນຫຍັງເລື່ອງນີ້ຕ້ອງເກີດຂຶ້ນກັບຂ້ອຍ?”
7. ພັນລະຍາຂອງໂຢບມີປະຕິກິລິຍາຢ່າງໃດຕໍ່ຄວາມເຈັບປ່ວຍຂອງທ່ານ ແລະເຫັນໄດ້ຊັດວ່ານາງລືມອັນໃດໄປ?
7 ສິ່ງຄ້າຍໆ ກັນເບິ່ງຄືໄດ້ຜ່ານເຂົ້າມາໃນຄວາມຄຶດຂອງພັນລະຍາໂຢບ. ຢ່າລືມວ່າ ນາງປະສົບກັບການສູນເສຍລູກໆ ມາແລ້ວ. ຂະນະທີ່ເຫດການໜ້າເສົ້າສະຫຼົດເຫຼົ່ານັ້ນເກີດຂຶ້ນ ນາງຄົງເກືອບຄຸມສະຕິບໍ່ຢູ່ຫຼາຍຂຶ້ນເລື້ອຍໆ ຢ່າງບໍ່ຕ້ອງສົງໄສ. ສຸດທ້າຍ ເມື່ອນາງເຫັນສາມີຂອງນາງຊຶ່ງເຄີຍວ່ອງໄວແລະແຂງແຮງຕ້ອງທໍລະມານຢ່າງເຈັບປວດດ້ວຍໂລກທີ່ໜ້າລັງກຽດ ນາງເບິ່ງຄືວ່າລືມປັດໄຈສຳຄັນຍິ່ງເໜືອກວ່າໂສກນາດຕະກຳທັງສິ້ນ ນັ້ນແມ່ນຄວາມສຳພັນທີ່ນາງແລະສາມີຂອງນາງມີຕໍ່ພະເຈົ້າ. ຄຳພີໄບເບິນບອກວ່າ “ແລ້ວເມຍຂອງໂຢບໄດ້ເວົ້າຕໍ່ລາວວ່າ ‘ເຈົ້າຍັງຈະຍຶດໝັ້ນໃນຄວາມສັດຊື່ຢູ່ຕໍ່ໄປຫຼື ເປັນຫຍັງເຈົ້າຈຶ່ງບໍ່ດ່າພະເຈົ້າແລ້ວຕາຍເສຍ.’”—ໂຢບ 2:9, ປ.ມ.
8. ເມື່ອຜູ້ໜຶ່ງປ່ວຍໜັກ ຂໍ້ພະຄຳພີອັນໃດຈະຊ່ວຍສະມາຊິກຄົນອື່ນໆ ໃນຄອບຄົວໃຫ້ຮັກສາທັດສະນະທີ່ເໝາະສົມ?
8 ຫຼາຍຄົນຮູ້ສຶກຂ້ອງຂັດໃຈ ຊ້ຳກັບຍັງໃຈຮ້າຍອີກ ເມື່ອຊີວິດຂອງເຂົາປ່ຽນຈາກໜ້າມືເປັນຫຼັງມືເນື່ອງດ້ວຍຄວາມເຈັບໄຂ້ຂອງອີກຄົນໜຶ່ງ. ແຕ່ຄລິດສະຕຽນຜູ້ທີ່ຄຶດຫາເຫດຜົນໃນສະພາບການນັ້ນຄວນຈະເຂົ້າໃຈໃນທີ່ສຸດວ່າ ນີ້ເປີດໂອກາດໃຫ້ເຂົາສະແດງວ່າເຂົາມີຄວາມຮັກເລິກເຊິ່ງຊ່ຳໃດ. ຄວາມຮັກແທ້ “ອົດທົນດົນນານແລະສະແດງຄວາມກະລຸນາ . . . [ແລະ] ບໍ່ສະແຫວງຫາຜົນປະໂຫຍດສຳລັບຕົນເອງ . . . ຄວາມຮັກທົນຮັບເອົາທຸກສິ່ງ, ເຊື່ອທຸກສິ່ງ, ຫວັງທຸກສິ່ງ, ອົດທົນທຸກສິ່ງ.” (1 ໂກລິນໂທ 13:4-7, ລ.ມ.) ແທນທີ່ຈະຍອມໃຫ້ຄວາມຮູ້ສຶກຕ່າງໆ ໃນດ້ານລົບເຂົ້າຄອບງຳ ດັ່ງນັ້ນ ນັບວ່າສຳຄັນທີ່ເຮົາໃຊ້ຄວາມພະຍາຍາມຢ່າງສຸດຄວາມສາມາດທີ່ຈະຄວບຄຸມຄວາມຮູ້ສຶກເຫຼົ່ານັ້ນໄວ້.—ສຸພາສິດ 3:21.
9. ຄຳຮັບຮອງອັນໃດສາມາດຊ່ວຍສະມາຊິກໃນຄອບຄົວໃນດ້ານວິນຍານແລະຄວາມຮູ້ສຶກໄດ້ເມື່ອມີຜູ້ໜຶ່ງປ່ວຍຮ້າຍແຮງ?
9 ຈະເຮັດຢ່າງໃດໄດ້ແດ່ເພື່ອປ້ອງກັນສະຫວັດດີພາບຝ່າຍວິນຍານແລະຄວາມຮູ້ສຶກຂອງຄອບຄົວໄວ້ເມື່ອສະມາຊິກຄົນໜຶ່ງເຈັບປ່ວຍຮ້າຍແຮງ? ແນ່ລະ ແຕ່ລະໂລກຈຳຕ້ອງມີວິທີດູແລແລະການປິ່ນປົວສະເພາະຢ່າງ ແລະຄົງຈະບໍ່ເໝາະທີ່ໜັງສືນີ້ຈະສະເໜີແນະວິທີໃດໆ ທາງການແພດຫຼືການເບິ່ງແຍງຄົນໄຂ້ທີ່ບ້ານ. ຢ່າງໃດກໍຕາມ ໃນດ້ານວິນຍານ ພະເຢໂຫວາ “ຍົກບັນດາຄົນທີ່ຕົກອັບໃຫ້ລຸກຂຶ້ນ.” (ຄຳເພງ 145:14, ລ.ມ.) ກະສັດດາວິດຂຽນວ່າ “ຜູ້ທີ່ເຂົ້າໃຈ [“ໃສ່ໃຈ,” ລ.ມ.] ຄົນຈົນກໍເປັນສຸກຫຼາຍ ໃນວັນບໍ່ດີພະເຢໂຫວາຈະຊ່ອຍຜູ້ນັ້ນໃຫ້ພົ້ນ. ພະເຢໂຫວາຈະປົກປ້ອງກັ້ນແລະຮັກສາຊີວິດຂອງເພິ່ນໄວ້. . . . ພະເຢໂຫວາຈະອຸດຫນູນເພິ່ນເວລານອນປ່ວຍຢູ່.” (ຄຳເພງ 41:1-3) ພະເຢໂຫວາປົກປັກຮັກສາຜູ້ຮັບໃຊ້ຂອງພະອົງໃຫ້ມີຊີວິດຢູ່ທາງດ້ານຝ່າຍວິນຍານ. ແມ່ນແຕ່ເມື່ອເຂົາຖືກທົດລອງດ້ານຄວາມຮູ້ສຶກທີ່ເກີນກຳລັງຂອງເຂົາເອງ. (2 ໂກລິນໂທ 4:7) ສະມາຊິກຄອບຄົວຫຼາຍຄົນທີ່ຜະເຊີນກັບຄວາມເຈັບໄຂ້ຮ້າຍແຮງໃນຄອບຄົວຂອງເຂົາໄດ້ກ່າວຊ້ຳຄຳຂອງຜູ້ປະພັນຄຳເພງທີ່ວ່າ “ຂ້ານ້ອຍມີຄວາມທຸກເຫຼືອເກີນ ຂໍໂຜດໃຫ້ຂ້ານ້ອຍມີຊີວິດຢູ່ຕາມພະຄຳແຫ່ງພະອົງ.”—ຄຳເພງ 119:107.
ນ້ຳໃຈທີ່ສະໝານຢຽວຢາ
10, 11. (ກ) ອັນໃດເປັນສິ່ງຈຳເປັນເພື່ອຄອບຄົວຈະຈັດການກັບຄວາມເຈັບປ່ວຍຢ່າງມີຜົນສຳເລັດໄດ້? (ຂ) ຍິງຄົນໜຶ່ງຈັດການກັບຄວາມເຈັບປ່ວຍຂອງສາມີຢ່າງໃດ?
10 ສຸພາສິດຂໍ້ໜຶ່ງໃນຄຳພີໄບເບິນບອກວ່າ “ຈິດໃຈຂອງຄົນທົນຕໍ່ຄວາມເຈັບປ່ວຍໄດ້ ແຕ່ຜູ້ທີ່ມີຈິດໃຈຊອກຊ້ຳຈະທົນໄດ້ຢ່າງໃດ?” (ສຸພາສິດ 18:14, ສະບັບແປ 97) ຄວາມຊອກຊ້ຳໃຈອາດມີຜົນກະທົບຕໍ່ນ້ຳໃຈຂອງຄອບຄົວແລະ “ຈິດໃຈຂອງຄົນ” ດ້ວຍ. ແຕ່ “ມີສັນຕິສຸກໃນຈິດໃຈໃຫ້ມີສຸຂະພາບດີ.” (ສຸພາສິດ 14:30, ສະບັບແປ 97) ຄອບຄົວຈະຮັບມືກັບຄວາມເຈັບປ່ວຍຮ້າຍແຮງໄດ້ຢ່າງມີຜົນສຳເລັດຫຼືບໍ່ນັ້ນສ່ວນຫຼາຍຂຶ້ນຢູ່ກັບເຈຕະຄະຕິ ຫຼືນ້ຳໃຈຂອງສະມາຊິກຂອງຄອບຄົວ.—ທຽບກັບສຸພາສິດ 17:22.
11 ຍິງຄລິດສະຕຽນຄົນໜຶ່ງຕ້ອງທົນເບິ່ງສາມີຂອງນາງພິການຍ້ອນເປັນໂລກເສັ້ນເລືອດສະໝອງຫຼັງຈາກແຕ່ງດອງກັນໄດ້ພຽງແຕ່ຫົກປີ. ນາງເລົ່າວ່າ “ຄວາມສາມາດໃນການເວົ້າຂອງສາມີຂ້ອຍໄດ້ຮັບຜົນກະທົບຢ່າງຮ້າຍແຮງ ແລະເກືອບຈະເປັນໄປບໍ່ໄດ້ທີ່ຈະສົນທະນານຳເຂົາ. ຄວາມຕຶງຄຽດທາງຈິດໃຈໃນການພະຍາຍາມເຂົ້າໃຈສິ່ງທີ່ເຂົາພະຍາຍາມເວົ້ານັ້ນຮຸນແຮງເຫຼືອເກີນ.” ລອງຄຶດເຖິງຄວາມເຈັບປວດແລະຄວາມຜິດຫວັງທີ່ສາມີຕ້ອງປະສົບເຊັ່ນກັນ. ສາມີພັນລະຍາຄູ່ນັ້ນເຮັດຢ່າງໃດ? ແມ່ນແຕ່ຢູ່ຫ່າງໄກຈາກປະຊາຄົມຄລິດສະຕຽນກໍຕາມ ພີ່ນ້ອງຍິງຜູ້ນີ້ພະຍາຍາມສຸດຄວາມສາມາດທີ່ຈະຮັກສາຄວາມເຂັ້ມແຂງຝ່າຍວິນຍານໄວ້ໂດຍການຕາມໃຫ້ທັນກັບຄວາມຮູ້ທ້າຍສຸດທັງໝົດຂອງອົງການແລະທັນກັບການແຈກຈ່າຍອາຫານຝ່າຍວິນຍານຕໍ່ເນື່ອງໃນວາລະສານຫໍສັງເກດການ ແລະຕື່ນເຖີດ! (ພາສາໄທ) ການເຮັດແບບນີ້ເຮັດໃຫ້ນາງມີກຳລັງຝ່າຍວິນຍານທີ່ຈະເບິ່ງແຍງສາມີຜູ້ເປັນທີ່ຮັກຂອງນາງຈົນກະທັ່ງເຂົາເສຍຊີວິດໃນອີກສີ່ປີຫຼັງຈາກນັ້ນ.
12. ດັ່ງທີ່ປາກົດໃນກໍລະນີຂອງໂຢບ ລາງເທື່ອຜູ້ປ່ວຍມີສ່ວນຊ່ວຍເຫຼືອອັນໃດ?
12 ໃນກໍລະນີຂອງໂຢບ ທ່ານເອງຊຶ່ງເປັນຄົນເຈັບທໍລະມານ ເປັນຝ່າຍທີ່ຄົງຄວາມແຂງແຮງໄວ້. ທ່ານຖາມພັນລະຍາຂອງທ່ານວ່າ “ເຮົາໄດ້ຮັບຂອງດີມາແຕ່ພະເຈົ້າທັງມວນ ແລະການອັນຕະລາຍພວກເຮົາຈະບໍ່ຮັບຫຼື?” (ໂຢບ 2:9) ບໍ່ແປກທີ່ສາວົກຍາໂກໂບໄດ້ອ້າງເຖິງໂຢບໃນຕອນຫຼັງວ່າເປັນຕົວຢ່າງທີ່ເດັ່ນໃນຄວາມອົດທົນແລະອົດກັ້ນ! ທີ່ຍາໂກໂບ 5:11 (ລ.ມ.) ເຮົາອ່ານວ່າ “ທ່ານທັງຫຼາຍເຄີຍໄດ້ຍິນເຖິງຄວາມອົດທົນຂອງໂຢບແລະໄດ້ເຫັນຜົນທີ່ພະເຢໂຫວາປະທານແລ້ວວ່າ ພະເຢໂຫວາປ່ຽມໄປດ້ວຍຄວາມຮັກແພງອັນອ່ອນລະມຸນແລະເມດຕາ.” ຄ້າຍກັນໃນທຸກມື້ນີ້ ມີຫຼາຍກໍລະນີທີ່ທັດສະນະຄະຕິທີ່ປ່ຽມດ້ວຍຄວາມກ້າຫານຂອງສະມາຊິກທີ່ປ່ວຍໃນຄອບຄົວໄດ້ຊ່ວຍໃຫ້ຄົນອື່ນໃນບ້ານໃຫ້ຮັກສາໄວ້ຊຶ່ງທັດສະນະໃນແງ່ບວກ.
13. ຄອບຄົວທີ່ປະສົບຄວາມເຈັບປ່ວຍຮ້າຍແຮງບໍ່ຄວນເຮັດການປຽບທຽບອັນໃດ?
13 ຄົນສ່ວນຫຼາຍທີ່ຕ້ອງຈັດການກັບຄວາມເຈັບປ່ວຍໃນຄອບຄົວຍອມຮັບວ່າ ໃນຕອນຕົ້ນນັ້ນ ບໍ່ແມ່ນເລື່ອງຜິດປົກກະຕິທີ່ສະມາຊິກໃນຄອບຄົວຈະປະສົບໄລຍະທີ່ລຳບາກໃນການຜະເຊີນກັບຄວາມເປັນຈິງຂອງບັນຫານັ້ນ. ພວກເຂົາຍັງຊີ້ໃຫ້ເຫັນດ້ວຍວ່າ ທ່າທີຊຶ່ງຄົນເຮົາມອງເບິ່ງສະຖານະການນັ້ນຖືວ່າສຳຄັນທີ່ສຸດ. ການປ່ຽນແປງແລະການປັບຕົວໃນດ້ານກິດຈະວັດຂອງຄອບຄົວອາດຫຍຸ້ງຍາກໃນຕອນຕົ້ນ. ແຕ່ຫາກຄົນເຮົາໃຊ້ຄວາມພະຍາຍາມແທ້ໆ ແລ້ວ ເຂົາຈະສາມາດປັບຕົວໃຫ້ເຂົ້າກັບສະພາບການໃໝ່ໄດ້. ໃນການເຮັດດັ່ງນັ້ນ ນັບວ່າສຳຄັນທີ່ເຮົາຈະບໍ່ທຽບສະຖານະການຂອງເຮົາກັບຂອງຜູ້ອື່ນຊຶ່ງບໍ່ມີໃຜປ່ວຍໃນບ້ານ ໂດຍຄຶດວ່າ ຊີວິດຂອງເຂົາສະບາຍກວ່າແລະ ‘ນັ້ນບໍ່ຍຸຕິທຳ!’ ຕາມຄວາມຈິງ ບໍ່ມີໃຜຮູ້ແທ້ໆ ດອກວ່າຄົນອື່ນຕ້ອງແບກພາລະອັນໃດ. ຄລິດສະຕຽນທຸກຄົນພົບການຊູໃຈໃນຄຳຕັດຂອງພະເຍຊູທີ່ວ່າ “ບັນດາຜູ້ທີ່ເຮັດວຽກໜັກແລະມີພາລະຫຼາຍ ຈົ່ງມາຫາເຮົາ ແລະເຮົາຈະເຮັດໃຫ້ເຈົ້າທັງຫຼາຍສົດຊື່ນ.”—ມັດທາຽ 11:28, ລ.ມ.
ການຈັດລຳດັບຄວາມສຳຄັນ
14. ຈະຈັດລຳດັບຄວາມສຳຄັນຢ່າງເໝາະສົມໄດ້ຢ່າງໃດ?
14 ໃນການຜະເຊີນກັບຄວາມເຈັບປ່ວຍຮ້າຍແຮງ ຄອບຄົວຄວນຈື່ຖ້ອຍຄຳຊຶ່ງມີຂຶ້ນໂດຍການດົນໃຈທີ່ວ່າ “ດ້ວຍພວກປຶກສາຫຼາຍຄົນກໍຊະນະໄດ້.” (ສຸພາສິດ 15:22) ສະມາຊິກຄອບຄົວຈະມາພ້ອມໜ້າແລະຫາລືກັນກ່ຽວກັບສະຖານະການທີ່ເກີດຂຶ້ນເນື່ອງຈາກຄວາມເຈັບປ່ວຍໄດ້ບໍ? ຄົງຈະເໝາະສົມຢ່າງແນ່ນອນທີ່ຈະເຮັດເຊັ່ນນັ້ນດ້ວຍການອະທິດຖານແລະໝາຍພຶ່ງການຊີ້ນຳຈາກພະຄຳຂອງພະເຈົ້າ. (ຄຳເພງ 25:4) ຄວນພິຈາລະນາສິ່ງໃດໃນການປຶກສາກັນນັ້ນ? ກໍມີເລື່ອງການປິ່ນປົວ, ການເງິນ, ແລະດ້ານຄອບຄົວທີ່ຈະຕ້ອງຕັດສິນໃຈ. ໃຜຈະເປັນຫຼັກໃນການເບິ່ງແຍງ? ຄອບຄົວຈະໃຫ້ຄວາມຮ່ວມມືກັນຢ່າງໃດເພື່ອຊ່ວຍເຫຼືອກັນໃນການດູແລເອົາໃຈໃສ່ນັ້ນ? ການຈັດກຽມເຫຼົ່ານີ້ຈະມີຜົນກະທົບຢ່າງໃດກັບສະມາຊິກແຕ່ລະຄົນໃນຄອບຄົວ? ຈະເອົາໃຈໃສ່ຕໍ່ຄວາມຈຳເປັນຝ່າຍວິນຍານແລະດ້ານອື່ນໆ ຂອງຜູ້ເປັນຫຼັກຊຶ່ງຄອຍໃຫ້ການເບິ່ງແຍງນັ້ນຢ່າງໃດ?
15. ພະເຢໂຫວາກະກຽມການຄ້ຳຈູນອັນໃດໄວ້ໃຫ້ແກ່ຄອບຄົວທີ່ປະສົບຄວາມເຈັບປ່ວຍຮ້າຍແຮງ?
15 ການອະທິດຖານຢ່າງຈິງຈັງເພື່ອຂໍການຊີ້ນຳຈາກພະເຢໂຫວາ, ການຄຶດຮ່ຳເພິງໃນພະຄຳຂອງພະອົງ, ແລະການປະຕິບັດຢ່າງກ້າຫານຕາມແນວທາງທີ່ຄຳພີໄບເບິນຊີ້ແຈງນັ້ນ ມັກຈະໃຫ້ຜົນເປັນພະພອນເກີນຄວາມຄາດໝາຍຂອງເຮົາເລື້ອຍໆ. ໂລກຂອງສະມາຊິກໃນຄອບຄົວທີ່ປ່ວຍຢູ່ນັ້ນອາດບໍ່ທຸເລົາລົງສະເໝີໄປ. ແຕ່ການໝາຍພຶ່ງພະເຢໂຫວານຳໄປສູ່ຜົນດີທີ່ສຸດບໍ່ວ່າຢູ່ໃນສະພາບການໃດໆ. (ຄຳເພງ 55:22) ຜູ້ປະພັນຄຳເພງກ່າວວ່າ “ໂອ້ພະເຢໂຫວາຄວາມດີຂອງພະອົງຊູແຮງຂ້ານ້ອຍ. ໃນຄວາມຄຶດອັນມາກຫຼາຍຢູ່ພາຍໃນຂ້ານ້ອຍ ຄວາມເລົ້າໂລມຂອງພະອົງໄດ້ໃຫ້ຈິດໃຈຂ້ານ້ອຍມີຄວາມສະຫນຸກ.”—ຄຳເພງ 94:18, 19; ເຊີນເບິ່ງຄຳເພງ 63:6-8 ດ້ວຍ.
ການຊ່ວຍລູກໆ
16, 17. ອາດຈະຊີ້ໃຫ້ເຫັນຈຸດສຳຄັນອັນໃດເມື່ອສົນທະນາກັບລູກຜູ້ນ້ອຍເລື່ອງຄວາມເຈັບໄຂ້ຂອງອ້າຍເອື້ອຍຫຼືນ້ອງ?
16 ຄວາມເຈັບປ່ວຍຮ້າຍແຮງອາດກໍ່ບັນຫາກັບລູກໆ ໃນຄອບຄົວ. ນັບວ່າສຳຄັນທີ່ພໍ່ແມ່ຈະຊ່ວຍລູກໆ ໃຫ້ເຂົ້າໃຈຄວາມຈຳເປັນທີ່ເກີດຂຶ້ນແລະສິ່ງທີ່ພວກເຂົາອາດເຮັດໄດ້ເພື່ອຊ່ວຍເຫຼືອ. ຫາກວ່າຜູ້ປ່ວຍນັ້ນເປັນລູກ, ກໍຕ້ອງຊ່ວຍພີ່ໆ ນ້ອງໆ ໃຫ້ເຂົ້າໃຈວ່າ ຄວາມເອົາໃຈໃສ່ແລະການເບິ່ງແຍງເພີ່ມຂຶ້ນທີ່ຜູ້ປ່ວຍໄດ້ຮັບນັ້ນບໍ່ໄດ້ໝາຍຄວາມວ່າລູກຄົນອື່ນໆ ໄດ້ຮັບຄວາມຮັກນ້ອຍກວ່າແຕ່ຢ່າງໃດ. ແທນທີ່ຈະປ່ອຍໃຫ້ຄວາມຂຸ່ນເຄືອງໃຈຫຼືການຊີງດີຂະຫຍາຍຕົວຂຶ້ນ ພໍ່ແມ່ສາມາດຊ່ວຍລູກຄົນອື່ນໆ ໃຫ້ກໍ່ຄວາມຜູກພັນທີ່ໃກ້ຊິດຕໍ່ກັນຫຼາຍຂຶ້ນແລະມີຄວາມຮັກແທ້ຂະນະທີ່ເຂົາຮ່ວມກັນຈັດການກັບສະພາບການທີ່ເກີດຈາກຄວາມເຈັບປ່ວຍນັ້ນ.
17 ຕາມທຳມະດາລູກໆ ຈະຕອບຮັບງ່າຍກວ່າຫາກພໍ່ແມ່ເຂົ້າເຖິງຄວາມຮູ້ສຶກຂອງເຂົາ ແທນທີ່ຈະອະທິບາຍຍືດຍາວຫຼືຊັບຊ້ອນກ່ຽວກັບອາການປ່ວຍແລະການຮັກສາ. ດັ່ງນັ້ນ ອາດຈະບອກຫຍໍ້ໆ ເຖິງສິ່ງທີ່ສະມາຊິກຄອບຄົວຜູ້ປ່ວຍນັ້ນພວມຟັນຝ່າຢູ່. ຫາກລູກທີ່ມີສຸຂະພາບດີເຫັນວ່າໂລກນັ້ນກີດກັ້ນຄົນປ່ວຍໄວ້ຈາກການເຮັດຫຼາຍສິ່ງຊຶ່ງຕົວເຂົາເອງຖືວ່າເປັນເລື່ອງທຳມະດາແລ້ວ ເຂົາກໍຄົງຈະມີ “ຄວາມຮັກແພງສັນພີ່ນ້ອງ” ຫຼາຍຂຶ້ນ ແລະມີ “ຄວາມເມດຕາຮັກແພງອັນອ່ອນລະມຸນ.”—1 ເປໂຕ 3:8, ລ.ມ.
18. ຈະຊ່ວຍລູກທີ່ໃຫຍ່ກວ່າໃຫ້ເຂົ້າໃຈບັນຫາທີ່ເກີດຂຶ້ນຈາກຄວາມເຈັບປ່ວຍໄດ້ຢ່າງໃດ? ແລະເລື່ອງນີ້ອາດເປັນປະໂຫຍດກັບເຂົາຢ່າງໃດ?
18 ຄວນຊ່ວຍລູກທີ່ໃຫຍ່ກວ່າໃຫ້ສຳນຶກວ່າມີສະພາບການລຳບາກເກີດຂຶ້ນແລະເຮັດໃຫ້ທຸກຄົນໃນຄອບຄົວຕ້ອງເສຍສະລະ. ເມື່ອມີຄ່າໃຊ້ຈ່າຍໃນການຮັກສາພະຍາບານທີ່ຕ້ອງຊຳລະ ອາດຈະເປັນໄປບໍ່ໄດ້ທີ່ພໍ່ແມ່ຈະຈັດຫາໃຫ້ກັບລູກຄົນອື່ນໆ ຕາມທີ່ເຂົາຕ້ອງການ. ລູກໆ ຈະແຄ້ນໃຈໃນເລື່ອງນີ້ແລະຮູ້ສຶກວ່າຕົນພວມຖືກຕັດສິດບໍ? ຫຼືເຂົາຈະເຂົ້າໃຈສະພາບການແລະເຕັມໃຈເຮັດການເສຍສະລະທີ່ຈຳເປັນບໍ? ສ່ວນຫຼາຍຂຶ້ນຢູ່ທີ່ວິທີຫາລືໃນເລື່ອງນັ້ນແລະນ້ຳໃຈທີ່ເສີມສ້າງກັນຂຶ້ນໃນຄອບຄົວ. ທີ່ຈິງ ໃນຫຼາຍຄອບຄົວ ຄວາມເຈັບປ່ວຍຂອງສະມາຊິກໄດ້ຊ່ວຍອົບຮົມລູກໃຫ້ປະຕິບັດຕາມຄຳແນະນຳຂອງໂປໂລທີ່ວ່າ “ຢ່າກະທຳສິ່ງໜຶ່ງສິ່ງໃດດ້ວຍການຖຽງກັນ ຫຼືດ້ວຍການອວດຕົວອັນເປົ່າໆ ແຕ່ວ່າດ້ວຍໃຈຖ່ອມຕົວລົງໃຫ້ຜູ້ນີ້ຖືຜູ້ນັ້ນດີກວ່າຕົວເອງ. ຢ່າໃຫ້ຜູ້ໜຶ່ງຜູ້ໃດເບິ່ງແຕ່ສິ່ງທັງຫຼາຍຂອງຕົນເອງເທົ່ານັ້ນ ແຕ່ວ່າໃຫ້ເບິ່ງສິ່ງທັງຫຼາຍຂອງຜູ້ອື່ນດ້ວຍ.”—ຟີລິບ 2:3, 4.
ຄວນມີທັດສະນະຢ່າງໃດຕໍ່ການຮັກສາທາງການແພດ
19, 20. (ກ) ຫົວໜ້າຄອບຄົວແບກໜ້າທີ່ຮັບຜິດຊອບອັນໃດເມື່ອສະມາຊິກຄອບຄົວເຈັບປ່ວຍ? (ຂ) ເຖິງແມ່ນວ່າບໍ່ເປັນຕຳລາແພດ ຄຳພີໄບເບິນຈັດໃຫ້ມີເຄື່ອງນຳທາງເພື່ອຮັບມືກັບຄວາມເຈັບປ່ວຍໃນທາງໃດ?
19 ຄລິດສະຕຽນທີ່ສົມດຸນບໍ່ຄັດຄ້ານການຮັກສາທາງການແພດຕາບເທົ່າທີ່ການຮັກສານັ້ນບໍ່ຂັດກັບກົດໝາຍຂອງພະເຈົ້າ. ເມື່ອສະມາຊິກໃນຄອບຄົວປ່ວຍ ເຂົາຮ້ອນຮົນຫາທາງຊ່ວຍເຫຼືອເພື່ອບັນເທົາຄວາມທຸກທໍລະມານຂອງຜູ້ທີ່ປ່ວຍ. ແຕ່ອາດຈະມີຄວາມເຫັນທາງການແພດທີ່ແຕກຕ່າງກັນຊຶ່ງຕ້ອງພິຈາລະນາເບິ່ງຜົນໄດ້ຜົນເສຍ. ນອກຈາກນັ້ນ ເມື່ອບໍ່ຫຼາຍປີມານີ້ມີໂລກແລະຄວາມຜິດປົກກະຕິທີ່ແປກອັນໃໝ່ເກີດຂຶ້ນຢ່າງຄາດບໍ່ເຖິງ ແລະສຳລັບໂລກເຫຼົ່ານີ້ຫຼາຍໂລກ ບໍ່ມີວິທີການຮັກສາອັນເປັນທີ່ຍອມຮັບໂດຍທົ່ວໄປ. ແມ່ນແຕ່ການວິນິດໄສໂລກຢ່າງຖືກຕ້ອງບາງເທື່ອກໍຍັງເຮັດໄດ້ຍາກ. ດັ່ງນັ້ນແລ້ວ ຄລິດສະຕຽນຄວນເຮັດປະການໃດ?
20 ເຖິງແມ່ນວ່າຜູ້ຂຽນຄຳພີໄບເບິນຜູ້ໜຶ່ງເປັນແພດແລະອັກຄະສາວົກໂປໂລເຄີຍໃຫ້ຄຳແນະນຳການຮັກສາທີ່ມີປະໂຫຍດແກ່ຕີໂມເຕເພື່ອນຂອງທ່ານກໍຕາມ ພະຄຳພີເປັນເຄື່ອງຊີ້ນຳທາງດ້ານສິນທຳແລະຝ່າຍວິນຍານ ບໍ່ແມ່ນຕຳລາແພດ. (ໂກໂລດ 4:14; 1 ຕີໂມເຕ 5:23) ດັ່ງນັ້ນ ໃນເລື່ອງການຮັກສາທາງການແພດ ຫົວໜ້າຄອບຄົວຄລິດສະຕຽນຕ້ອງເຮັດການຕັດສິນໃຈຢ່າງສົມດຸນດ້ວຍຕົນເອງ. ບາງທີເຂົາອາດຮູ້ສຶກວ່າຕ້ອງການໄດ້ຄວາມຄຶດເຫັນທາງການແພດຫຼາຍກວ່າໜຶ່ງຢ່າງ. (ທຽບກັບສຸພາສິດ 18:17.) ແນ່ນອນ ເຂົາຄົງຢາກໄດ້ຄວາມຊ່ວຍເຫຼືອດີທີ່ສຸດຊຶ່ງຫາໄດ້ໃຫ້ກັບສະມາຊິກທີ່ປ່ວຍຢູ່ ແລະຄົນສ່ວນຫຼາຍສະແຫວງຫາຄວາມຊ່ວຍເຫຼືອນີ້ໃນທ່າມກາງອາຍຸລະແພດທົ່ວໄປ. ບາງຄົນຮູ້ສຶກສະບາຍໃຈກວ່າກັບການເລືອກວິທີປິ່ນປົວແບບອື່ນ. ນີ້ກໍຄືກັນເປັນການຕັດສິນໃຈສ່ວນຕົວ. ແຕ່ເມື່ອຈັດການກັບບັນຫາສຸຂະພາບ ຄລິດສະຕຽນບໍ່ຍັບຢັ້ງໃນການໃຫ້ ‘ພະຄຳຂອງພະເຈົ້າເປັນໂຄມໄຟສຳລັບຕີນຂອງເຂົາແລະເປັນແສງສະຫວ່າງຕາມທາງຂອງເຂົາ.’ (ຄຳເພງ 119:105) ພວກເຂົາຍັງປະຕິບັດຕາມແນວຊີ້ນຳທີ່ຈັດໄວ້ໃນຄຳພີໄບເບິນ. (ເອຊາອີ 55:8, 9) ດ້ວຍເຫດນີ້ ເຂົາຫຼີກເວັ້ນເຕັກນິກການວິນິດໄສໂລກແບບທຳນອງຂອງລັດທິພູດຜີສາດ ແລະຫຼີກເວັ້ນວິທີການຮັກສາທີ່ຂັດກັບຫຼັກການຂອງຄຳພີໄບເບິນ.—ຄຳເພງ 36:9; ກິດຈະການ 15:28, 29; ຄຳປາກົດ 21:8.
21, 22. ຍິງຊາວເອເຊຍຄົນໜຶ່ງຫາເຫດຜົນຢ່າງໃດກ່ຽວກັບຫຼັກການຂໍ້ໜຶ່ງຂອງຄຳພີໄບເບິນ ແລະການຕັດສິນໃຈຂອງນາງປາກົດວ່າຖືກຕ້ອງຢ່າງໃດໃນສະຖານະການຂອງນາງ?
21 ລອງມາພິຈາລະນາກໍລະນີຂອງຍິງສາວຊາວເອເຊຍຄົນໜຶ່ງ. ບໍ່ດົນຫຼັງຈາກນາງເລີ່ມຮຽນຮູ້ກ່ຽວກັບຄຳພີໄບເບິນອັນເປັນຜົນຈາກການສຶກສາກັບພະຍານພະເຢໂຫວາ ນາງຄອດລູກສາວກ່ອນກຳນົດຊຶ່ງມີນ້ຳໜັກພຽງ 1.47 ກິໂລກາມເທົ່ານັ້ນ. ຍິງຜູ້ນີ້ເສຍໃຈຫຼາຍເມື່ອແພດບອກນາງວ່າ ລູກນັ້ນຈະປັນຍາອ່ອນຢ່າງຮຸນແຮງແລະຈະຍ່າງບໍ່ໄດ້ເລີຍ. ແພດແນະນຳນາງໃຫ້ມອບລູກໃຫ້ກັບສະຖານສົງເຄາະ. ສາມີຂອງນາງກໍບໍ່ແນ່ໃຈກ່ຽວກັບເລື່ອງນີ້. ນາງຈະຫັນໜ້າໄປຫາໃຜ?
22 ນາງບອກວ່າ “ຂ້ອຍຈື່ໄດ້ຈາກການຮຽນຄຳພີໄບເບິນວ່າ ‘ລູກທັງຫຼາຍເປັນມໍລະດົກຈາກພະເຢໂຫວາ; ຜົນຈາກທ້ອງເປັນລາງວັນ.’” (ຄຳເພງ 127:3, ລ.ມ.) ນາງຕັດສິນໃຈຈະນຳເອົາ “ມໍລະດົກ” ນີ້ກັບບ້ານແລະລ້ຽງດູລູກຂອງນາງ. ສິ່ງຕ່າງໆ ຫຍຸ້ງຍາກໃນຕອນຕົ້ນ ແຕ່ດ້ວຍຄວາມຊ່ວຍເຫຼືອຂອງເພື່ອນຄລິດສະຕຽນໃນປະຊາຄົມທ້ອງຖິ່ນຂອງພະຍານພະເຢໂຫວາ ຍິງຄົນນີ້ສາມາດຈັດການແລະໃຫ້ການຊ່ວຍເຫຼືອເປັນພິເສດຊຶ່ງຈຳເປັນແກ່ລູກ. ສິບສອງປີຕໍ່ມາ ລູກຄົນນັ້ນໄປຍັງການປະຊຸມທີ່ຫໍປະຊຸມແລະເພີດເພີນກັບການຄົບຫາກັບພວກເດັກນ້ອຍທີ່ນັ້ນ. ຜູ້ເປັນແມ່ອອກຄວາມເຫັນວ່າ “ຂ້ອຍຮູ້ສຶກຂອບຄຸນຫຼາຍແທ້ໆ ທີ່ຫຼັກການໃນຄຳພີໄບເບິນໄດ້ກະຕຸ້ນໃຫ້ຂ້ອຍເຮັດສິ່ງທີ່ຖືກຕ້ອງ. ຄຳພີໄບເບິນຊ່ວຍຂ້ອຍໃຫ້ຮັກສາໄວ້ຊຶ່ງສະຕິຮູ້ສຶກຜິດຊອບທີ່ສະອາດຕໍ່ພະເຢໂຫວາພະເຈົ້າແລະບໍ່ຕ້ອງມານັ່ງຮູ້ສຶກເສຍໃຈຊຶ່ງອາດຈະມີໄປຕະຫຼອດຊີວິດ.”
23. ຄຳພີໄບເບິນໃຫ້ຄຳປອບໂຍນອັນໃດກັບຄົນປ່ວຍແລະຄົນເຫຼົ່ານັ້ນທີ່ເບິ່ງແຍງເຂົາ?
23 ຄວາມເຈັບປ່ວຍຈະບໍ່ຢູ່ກັບເຮົາຕະຫຼອດໄປ. ຜູ້ພະຍາກອນເອຊາອີຊີ້ໄປເຖິງອະນາຄົດເມື່ອ “ຊາວຊົນຈະບໍ່ກ່າວວ່າ ‘ຂ້ອຍບໍ່ສະບາຍ.’” (ເອຊາອີ 33:24) ຄຳສັນຍານັ້ນຈະສຳເລັດສົມຈິງໃນໂລກໃໝ່ທີ່ໃກ້ເຂົ້າມາຢ່າງວ່ອງໄວ. ຢ່າງໃດກໍດີ ຈົນຮອດຕອນນັ້ນ ເຮົາຕ້ອງຮັບມືກັບຄວາມເຈັບປ່ວຍແລະຄວາມຕາຍ. ໜ້າຍິນດີທີ່ ພະຄຳຂອງພະເຈົ້າໃຫ້ເຄື່ອງນຳທາງແລະການຊ່ວຍເຫຼືອແກ່ເຮົາ. ກົດພື້ນຖານກ່ຽວກັບຄວາມປະພຶດທີ່ຄຳພີໄບເບິນສະເໜີໃຫ້ນັ້ນຍືນນານ ແລະກົດເຫຼົ່ານັ້ນເໜືອກວ່າຄວາມຄຶດເຫັນທີ່ປ່ຽນແປງຢູ່ເລື້ອຍໆ ຂອງມະນຸດບໍ່ສົມບູນ. ສະນັ້ນ ຜູ້ທີ່ສຸຂຸມເຫັນພ້ອມກັບຜູ້ປະພັນຄຳເພງຊຶ່ງຂຽນວ່າ “ພະບັນຍັດຂອງພະເຢໂຫວາເປັນອັນດີທີ່ສຸດຈຶ່ງໃຫ້ມີແຮງໃນຈິດໃຈ ຄຳພີຍານຂອງພະເຢໂຫວາກໍທ່ຽງແທ້ຈຶ່ງໃຫ້ຄົນບໍ່ຮູ້ກາຍເປັນຄົນປັນຍາ . . . ຂໍ້ຕັດສິນທັງຫຼາຍຂອງພະເຢໂຫວາເປັນຄວາມຈິງແລະຊອບທຳທັງສິ້ນພ້ອມກັນ . . . ຜູ້ທີ່ຖືຮັກສາຂໍ້ທັງຫຼາຍນັ້ນກໍມີຄ່າບຳເໜັດອັນໃຫຍ່.”—ຄຳເພງ 19:7, 9, 11.