ບົດທີ 25
ຂ້ອຍຈະມີຄວາມສຸກໄດ້ບໍຖ້າຢູ່ໃນຄອບຄົວທີ່ມີແຕ່ພໍ່ຫຼືແມ່ຝ່າຍດຽວ?
“ເດັກນ້ອຍທີ່ມີທັງພໍ່ແລະແມ່ສາມາດມີຫ້ອງນອນສ່ວນໂຕແລະຊື້ເຄື່ອງນຸ່ງໃໝ່ໄດ້. ແຕ່ຂ້ອຍບໍ່ມີຫ້ອງນອນເປັນຂອງໂຕເອງ ແລະເຄື່ອງນຸ່ງທີ່ຂ້ອຍຢາກໄດ້ກໍບໍ່ໄດ້ເພາະແມ່ບໍ່ມີເງິນຊື້ໃຫ້. ເນື່ອງຈາກຂ້ອຍຕ້ອງເຮັດວຽກເຮືອນຫຼາຍຢ່າງໃນຂະນະທີ່ແມ່ໄປເຮັດວຽກຫາເງິນ ຂ້ອຍຈຶ່ງຮູ້ສຶກຄືເປັນຄົນຮັບໃຊ້ແລະບໍ່ມີເວລາໄປຫຼິ້ນໄປທ່ຽວຄືໄວລຸ້ນຄົນອື່ນໆ.”—ຊາລອນດາ ອາຍຸ 13 ປີ
ແນ່ນອນວ່າ ຄອບຄົວທີ່ສົມບູນແບບແມ່ນຄອບຄົວທີ່ມີທັງພໍ່ແລະແມ່ທີ່ຮັກກັນ. ພໍ່ແມ່ທີ່ຢູ່ນຳກັນຈະຊ່ວຍກັນໃຫ້ຄຳແນະນຳ ການປົກປ້ອງແລະເບິ່ງແຍງລູກໄດ້ດີກວ່າ. ຄຳພີໄບເບິນບອກວ່າ: “ສອງຄົນກໍດີກວ່າຄົນດຽວ ເພາະເຂົາເຈົ້າຈະໄດ້ຮັບລາງວັນທີ່ດີໆສຳລັບວຽກໜັກຂອງເຂົາເຈົ້າ.”—ປັນຍາຈານ 4:9
ແຕ່ຄອບຄົວທີ່ມີທັງພໍ່ແລະແມ່ນັ້ນນັບມື້ນັບຫາຍາກຫຼາຍຂຶ້ນເລື້ອຍໆ. ຕົວຢ່າງເຊັ່ນ ເດັກນ້ອຍທີ່ອາຍຸຕ່ຳກວ່າ 18 ປີຫຼາຍກວ່າເຄິ່ງໜຶ່ງໃນອາເມຣິກາຈະຢູ່ໃນຄອບຄົວທີ່ມີແຕ່ພໍ່ຫຼືແມ່ຝ່າຍດຽວ.
ເຖິງວ່າຄອບຄົວທີ່ມີແຕ່ພໍ່ຫຼືແມ່ຝ່າຍດຽວຈະພົບເຫັນໄດ້ທົ່ວໄປ ແຕ່ໜຸ່ມສາວບາງຄົນທີ່ຢູ່ໃນຄອບຄົວທີ່ມີແຕ່ແມ່ກໍຮູ້ສຶກອາຍກັບສະພາບການຂອງໂຕເອງ.a ບາງຄົນຮູ້ສຶກວ່າຕ້ອງຮັບມືກັບບັນຫາແລະຄວາມກົດດັນໃນຊີວິດຫຼາຍຢ່າງຈົນຈະທົນບໍ່ໄຫວ. ຖ້າເຈົ້າຢູ່ໃນຄອບຄົວແບບນີ້ ເຈົ້າຕ້ອງເຈິກັບຄວາມກົດດັນຫຍັງແດ່? ໃຫ້ຂຽນໃສ່ທາງລຸ່ມວ່າ ບັນຫາໃດໜັກທີ່ສຸດ?
․․․․․
ການຂາດຄວາມຮັກແລະຄວາມເອົາໃຈໃສ່ຈາກພໍ່ເຮັດໃຫ້ເຈົ້າອົມທຸກແລະບໍ່ມີຄວາມສຸກເລີຍບໍ? ບໍ່ເລີຍ! ມັນຂຶ້ນຢູ່ກັບວ່າເຈົ້າມີມຸມມອງຕໍ່ສະພາບການນັ້ນແນວໃດ. ສຸພາສິດ 15:15 ບອກວ່າ: “ຄົນທີ່ມີຄວາມທຸກຄິດວ່າທຸກມື້ເປັນມື້ທີ່ບໍ່ດີ ແຕ່ຄົນທີ່ມີຄວາມສຸກໃນໃຈກໍຄືກັບວ່າລາວຢູ່ໃນງານລ້ຽງຕະຫຼອດເວລາ.” ສຸພາສິດຂໍ້ນີ້ເຮັດໃຫ້ຮູ້ວ່າຄວາມສຸກຂອງເຮົາບໍ່ໄດ້ຂຶ້ນຢູ່ກັບສະພາບການທີ່ເກີດຂຶ້ນ ແຕ່ຂຶ້ນຢູ່ກັບວິທີທີ່ເຮົາເບິ່ງສະພາບການນັ້ນ. ແລ້ວເຈົ້າຈະເຮັດແນວໃດເພື່ອຈະ “ມີຄວາມສຸກໃນໃຈ” ເຖິງວ່າຈະຢູ່ໃນຄອບຄົວທີ່ມີແຕ່ພໍ່ຫຼືແມ່ຝ່າຍດຽວ?
ສິ່ງທີ່ເຈົ້າເຮັດໄດ້ເມື່ອຮູ້ສຶກເສົ້າແລະຫົດຫູ່
ທຳອິດ ຢ່າປ່ອຍໃຫ້ຄຳເວົ້າໃນແງ່ລົບຂອງຄົນອື່ນເຮັດໃຫ້ເຈົ້າຮູ້ສຶກເສົ້າແລະຫົດຫູ່. ຕົວຢ່າງເຊັ່ນ ຄູບາງຄົນເວົ້າແລະເຮັດສິ່ງທີ່ບໍ່ຄິດເຖິງຄວາມຮູ້ສຶກຂອງນັກຮຽນທີ່ມີແຕ່ພໍ່ຫຼືແມ່ຝ່າຍດຽວ. ບາງຄົນເຖິງຂັ້ນສະຫຼຸບວ່າການປະພຶດທີ່ບໍ່ດີຂອງນັກຮຽນມາຈາກສະພາບຄອບຄົວທີ່ບໍ່ສົມບູນແບບ. ແຕ່ລອງຄິດເບິ່ງວ່າ ຄົນທີ່ເວົ້າແບບນີ້ຮູ້ຈັກເຈົ້າແລະຄອບຄົວຂອງເຈົ້າດີແທ້ໆບໍ? ຫຼືເຂົາເຈົ້າມີແຕ່ເວົ້າຕາມຄົນອື່ນໂດຍບໍ່ຄິດ?
ເຮົາເຫັນຄຳວ່າ “ລູກກຳພ້າ” ມີຢູ່ໃນຄຳພີໄບເບິນຫຼາຍເທື່ອ ແຕ່ບໍ່ມີຈັກເທື່ອທີ່ເວົ້າເຖິງຄຳນີ້ໃນລັກສະນະດູຖູກ. ທີ່ຈິງ ແຕ່ລະເທື່ອທີ່ເວົ້າເຖິງ “ລູກກຳພ້າ” ພະເຢໂຫວາກໍສະແດງໃຫ້ເຫັນວ່າເພິ່ນສົນໃຈເດັກນ້ອຍກຸ່ມນີ້ເປັນພິເສດ.b
ກົງກັນຂ້າມ ຄົນທີ່ມີຄວາມຕັ້ງໃຈດີອາດລະມັດລະວັງຫຼາຍເກີນໄປເມື່ອເວົ້າກັບເຈົ້າ. ຕົວຢ່າງເຊັ່ນ ເຂົາເຈົ້າອາດບໍ່ກ້າເວົ້າຄຳວ່າ “ພໍ່” “ຢ່າຮ້າງ” ຫຼື “ຕາຍ” ຍ້ອນຢ້ານວ່າຈະເຮັດໃຫ້ເຈົ້າບໍ່ສະບາຍໃຈຫຼືເຮັດໃຫ້ເຈົ້າອັບອາຍ. ແຕ່ເຈົ້າອາດຈະບໍ່ຢາກໃຫ້ເຂົາເຈົ້າເຮັດແບບນີ້ແມ່ນບໍ? ຖ້າເປັນແນວນັ້ນ ກໍໃຫ້ບອກເຂົາເຈົ້າວ່າບໍ່ຕ້ອງຄິດຫຼາຍເກີນໄປທີ່ຈະເວົ້າຄຳແບບນັ້ນ. ໂທນີ້ອາຍຸ 14 ປີ ບໍ່ເຄີຍຮູ້ຈັກພໍ່ແທ້ໆຂອງລາວ. ລາວບອກວ່າບາງຄົນລັງເລທີ່ຈະໃຊ້ຄຳແບບນັ້ນເມື່ອລົມກັບລາວ. ແຕ່ລາວພັດຕັ້ງໃຈໃຊ້ຄຳເວົ້າແບບນັ້ນ ລາວບອກວ່າ: “ຂ້ອຍຢາກໃຫ້ເຂົາເຈົ້າຮູ້ວ່າຂ້ອຍບໍ່ອາຍທີ່ບໍ່ມີພໍ່.”
ຢ່າມົວແຕ່ຄິດວ່າ “ຖ້າ . . . ”
ຖ້າພໍ່ແມ່ຢ່າຮ້າງກັນຫຼືຖ້າພໍ່ຫຼືແມ່ເສຍຊີວິດ ກໍເປັນເລື່ອງປົກກະຕິທີ່ເຮົາຈະຮູ້ສຶກເສົ້າ. ເຖິງຈະເປັນແນວນັ້ນ ເຮົາກໍຕ້ອງຍອມຮັບຄວາມຈິງໃນເລື່ອງນີ້. ຄຳພີໄບເບິນແນະນຳວ່າ: “ຢ່າຖາມວ່າ: ‘ເປັນຫຍັງແຕ່ກີ້ຄືດີກວ່າຕອນນີ້?’” (ປັນຍາຈານ 7:10) ພໍ່ແມ່ຂອງຊາຣາຢ່າຮ້າງກັນຕອນທີ່ລາວອາຍຸ 10 ປີ ຕອນນີ້ລາວອາຍຸ 13 ປີແລ້ວ ລາວບອກວ່າ: “ຢ່າມົວແຕ່ຄິດວ່າ ‘ຖ້າ . . . ກໍຈະດີ’ ຫຼືຄິດວ່າບັນຫາທີ່ເກີດຂຶ້ນເປັນຍ້ອນເຈົ້າຂາດພໍ່ຫຼືແມ່. ຢ່າມົວແຕ່ອິດສາຄົນອື່ນທີ່ມີທັງພໍ່ແລະແມ່ເຊິ່ງມີຊີວິດທີ່ສະດວກສະບາຍ.” ນີ້ເປັນຄຳແນະນຳທີ່ດີ. ທີ່ຈິງແລ້ວ ຄອບຄົວທີ່ມີທັງພໍ່ແລະແມ່ກໍເຈິບັນຫາຄືກັນ.
ລອງນຶກພາບວ່າທຸກຄົນໃນຄອບຄົວຂອງເຈົ້າເປັນທີມພາຍເຮືອ. ຖ້າຈະໃຫ້ດີກໍຕ້ອງມີຄົນພາຍເຮືອຄົບ. ໃນຄອບຄົວທີ່ມີແຕ່ພໍ່ຫຼືແມ່ຝ່າຍດຽວເປັນຄືກັບວ່າໄດ້ຂາດຄົນພາຍເຮືອໄປຄົນໜຶ່ງ ແລະຄົນທີ່ເຫຼືອໃນທີມກໍຕ້ອງພະຍາຍາມຊ່ວຍກັນເຮັດວຽກໜັກຂຶ້ນ. ແຕ່ນີ້ໝາຍຄວາມວ່າຄອບຄົວລົ້ມເຫຼວບໍ? ບໍ່! ຕາບໃດທີ່ຄົນໃນທີມຍັງຮ່ວມມືກັນ ເຮືອກໍຈະບໍ່ລົ້ມແລະໄປຮອດຈຸດໝາຍປາຍທາງໄດ້ຢ່າງແນ່ນອນ.
ເຈົ້າເຮັດສ່ວນຂອງໂຕເອງບໍ?
ເມື່ອເຈົ້າກັບຄອບຄົວລົງເຮືອລຳດຽວກັນ ເຈົ້າໄດ້ຊ່ວຍເຂົາເຈົ້າພາຍເຮືອບໍ? ຈະຊ່ວຍໄດ້ແນວໃດ? ໃຫ້ເຮົາມາເບິ່ງຄຳແນະນຳສາມຢ່າງຕໍ່ໄປນີ້:
ຮຽນຮູ້ທີ່ຈະປະຢັດ. ເງິນເປັນບັນຫາໃຫຍ່ໃນຄອບຄົວທີ່ມີແຕ່ພໍ່ຫຼືແມ່ຝ່າຍດຽວ. ເຈົ້າສາມາດຊ່ວຍຫຍັງໄດ້ແດ່? ໂທນີ້ເຊິ່ງເວົ້າເຖິງຕອນຕົ້ນບອກວ່າ: “ໝູ່ຢູ່ໂຮງຮຽນມັກຮຽກຮ້ອງໃຫ້ພໍ່ແມ່ຊື້ເກີບແລະເຄື່ອງນຸ່ງທີ່ມີຍີ່ຫໍ້ດັງແລະລາຄາແພງໃຫ້ເຂົາເຈົ້າ. ຖ້າພໍ່ແມ່ບໍ່ຊື້ໃຫ້ ເຂົາເຈົ້າກໍຈະບໍ່ຍອມມາຮຽນ. ເຄື່ອງທີ່ຂ້ອຍນຸ່ງບໍ່ໄດ້ມີລາຄາແພງ ແຕ່ກໍສະອາດຮຽບຮ້ອຍຍ້ອນຂ້ອຍເບິ່ງແຍງດີ. ແມ່ພະຍາຍາມເອົາໃຈໃສ່ຂ້ອຍເຕັມທີຢູ່ແລ້ວ ຂ້ອຍຈຶ່ງບໍ່ຢາກເພີ່ມພາລະໃຫ້ແມ່ຫຍຸ້ງຍາກ.” ຖ້າເຈົ້າພະຍາຍາມຄິດຈັກໜ້ອຍໜຶ່ງ ເຈົ້າກໍຈະຮຽນແບບອັກຄະສາວົກໂປໂລໄດ້ ລາວບອກວ່າ: “ຂ້ອຍໄດ້ຮຽນຮູ້ທີ່ຈະພໍໃຈໃນສິ່ງທີ່ມີຢູ່ບໍ່ວ່າຈະຢູ່ໃນສະພາບໃດກໍຕາມ.”—ຟີລິບປອຍ 4:11, 12
ອີກວິທີໜຶ່ງທີ່ຈະປະຢັດໄດ້ແມ່ນບໍ່ໃຫ້ສິ່ງທີ່ເຈົ້າມີເສຍຖິ້ມໄປລ້າໆ. (ໂຢຮັນ 6:12) ໄວລຸ້ນຊື່ຣອດນີເວົ້າວ່າ: “ຂ້ອຍພະຍາຍາມທີ່ຈະບໍ່ເຮັດໃຫ້ສິ່ງຂອງໃນເຮືອນແຕກຫຼືເພ ເພາະຖ້າຕ້ອງແປງຫຼືຊື້ໃໝ່ກໍຕ້ອງເສຍເງິນ. ຂ້ອຍພະຍາຍາມປິດເຄື່ອງໃຊ້ໄຟຟ້າຫຼືປິດໄຟທີ່ບໍ່ໄດ້ໃຊ້ເພື່ອຊ່ວຍຫຼຸດຄ່າໄຟໃນເຮືອນ.”
ເປັນຄົນລິເລີ່ມ. ແມ່ທີ່ລ້ຽງລູກຝ່າຍດຽວມັກຈະບໍ່ຕັ້ງກົດເກນໃນເຮືອນຫຼືຂໍໃຫ້ລູກຊ່ວຍເຮັດວຽກເຮືອນ. ຍ້ອນຫຍັງ? ບາງຄົນຮູ້ສຶກວ່າຍ້ອນລູກຂາດພໍ່ ຈຶ່ງຢາກຊົດເຊີຍໃຫ້ລູກໄດ້ຢູ່ສະບາຍ. ລາວອາດຫາເຫດຜົນວ່າ ‘ຂ້ອຍຢາກໃຫ້ລູກມີຄວາມສຸກຄືກັບເດັກນ້ອຍຄົນອື່ນໆ.’
ບາດນີ້ເຈົ້າເລີຍສວຍໂອກາດບໍ່ຊ່ວຍຫຍັງແມ່ເລີຍບໍ? ການເຮັດແບບນີ້ມີແຕ່ຈະເພີ່ມພາລະໃຫ້ແມ່. ເຈົ້າໜ້າຈະຄິດວ່າຈະຊ່ວຍແມ່ເຮັດຫຍັງໄດ້ແດ່? ໂທນີ້ເລົ່າວ່າ: “ແມ່ຂ້ອຍເຮັດວຽກຢູ່ໂຮງໝໍ ແລະຊຸດເຮັດວຽກຂອງລາວຕ້ອງລີດ ຂ້ອຍກໍເລີຍລີດໃຫ້ລາວ. ບາງຄົນອາດຄິດວ່າມັນເປັນວຽກຜູ້ຍິງ ແຕ່ຂ້ອຍກໍຍິນດີເຮັດທຸກຢ່າງເພື່ອຊ່ວຍແມ່.”
ສະແດງຄວາມສຳນຶກບຸນຄຸນ. ນອກຈາກຈະຊ່ວຍເຮັດວຽກເຮືອນແລ້ວ ເຈົ້າຍັງສາມາດໃຫ້ກຳລັງໃຈແມ່ໂດຍສະແດງວ່າເຈົ້າສຳນຶກບຸນຄຸນ. ແມ່ຄົນໜຶ່ງທີ່ລ້ຽງລູກຝ່າຍດຽວຂຽນວ່າ: “ມື້ໃດທີ່ຂ້ອຍເຮັດວຽກເມື່ອຍແລະອາລົມບໍ່ດີ ແຕ່ພໍກັບມາຮອດເຮືອນແລ້ວເຫັນວ່າລູກສາວກຳລັງກຽມອາຫານແລະລູກຊາຍກໍແລ່ນມາກອດ ຂ້ອຍກໍຈະເຊົາເມື່ອຍແລະອາລົມດີຂຶ້ນທັນທີ.”
ໃນສາມຈຸດນີ້ ມີຈຸດໃດທີ່ເຈົ້າຕ້ອງພະຍາຍາມເປັນພິເສດ? ․․․․․
ການຢູ່ໃນຄອບຄົວທີ່ມີແຕ່ພໍ່ຫຼືແມ່ຝ່າຍດຽວເປີດໂອກາດໃຫ້ເຈົ້າພັດທະນານິດໄສດີໆເຊັ່ນ ບໍ່ເປັນຄົນເຫັນແກ່ໂຕ ເຫັນອົກເຫັນໃຈຄົນອື່ນແລະຮັບຜິດຊອບໂຕເອງ. ນອກຈາກນັ້ນ ພະເຢຊູຍັງບອກວ່າ: “ການໃຫ້ເຮັດໃຫ້ມີຄວາມສຸກຫຼາຍກວ່າການຮັບ.” (ກິດຈະການ 20:35) ຖ້າເຈົ້າເປັນຝ່າຍ “ໃຫ້” ໂດຍເຮັດວຽກຊ່ວຍພໍ່ແມ່ ເຈົ້າກໍຈະມີຄວາມສຸກຫຼາຍຂຶ້ນ.
ແນ່ນອນ ບາງເທື່ອເຈົ້າອາດຄິດຢາກມີທັງພໍ່ແລະແມ່. ແຕ່ເຈົ້າກໍສາມາດມີຄວາມສຸກໄດ້ເຖິງຈະມີແຕ່ແມ່. ໄວລຸ້ນຍິງທີ່ຊື່ເນຍບອກວ່າ: “ຫຼັງຈາກພໍ່ເສຍຊີວິດ ມີຄົນບອກຂ້ອຍວ່າ ‘ຈະສຸກຫຼືທຸກກໍຂຶ້ນຢູ່ກັບໂຕເຈົ້າເອງ’ ຂ້ອຍຈື່ປະໂຫຍກນີ້ໄດ້ຂຶ້ນໃຈ ແລະມັນກໍເຕືອນຂ້ອຍບໍ່ໃຫ້ຈົມຢູ່ກັບຄວາມທຸກຕະຫຼອດເວລາ.” ເຈົ້າກໍຄວນຄິດແບບນີ້ຄືກັນ. ຂໍໃຫ້ຈື່ໄວ້ວ່າ ຈະສຸກຫຼືທຸກກໍບໍ່ໄດ້ຂຶ້ນຢູ່ກັບສະພາບການຂອງເຈົ້າ ແຕ່ຂຶ້ນຢູ່ກັບວິທີທີ່ເຈົ້າເບິ່ງແລະສິ່ງທີ່ເຈົ້າເຮັດເພື່ອຈະຮັບມືກັບສະພາບການນັ້ນ.
ອ່ານເພີ່ມເຕີມກ່ຽວກັບຫົວຂໍ້ນີ້ໃນເຫຼັ້ມທີ 1 ບົດທີ 4
[ຂໍ້ຄວາມໄຂເງື່ອນ]
a ໃນບົດນີ້ເວົ້າເຖິງຄອບຄົວທີ່ມີແຕ່ແມ່ ແຕ່ຄຳແນະນຳນີ້ກໍໃຊ້ໄດ້ກັບຄອບຄົວທີ່ມີແຕ່ພໍ່ນຳ.
b ເບິ່ງຕົວຢ່າງໃນພະບັນຍັດ 24:19-21 ແລະເພງສັນລະເສີນ 68:5.
ຂໍ້ຄຳພີຫຼັກ
“ຢ່າຄິດເຖິງແຕ່ໂຕເອງ ໃຫ້ຄິດເຖິງຄົນອື່ນນຳ.”—ຟີລິບປອຍ 2:4
ຄຳແນະນຳ
ຖ້າເຈົ້າຮູ້ສຶກວ່າມີວຽກທີ່ຕ້ອງເຮັດຫຼາຍເກີນໄປ ກໍລອງສະເໜີໃຫ້ພໍ່ຫຼືແມ່ເຮັດສິ່ງຕໍ່ໄປນີ້:
● ໃຫ້ຂຽນອອກມາວ່າແຕ່ລະຄົນໃນຄອບຄົວຕ້ອງເຮັດວຽກເຮືອນຫຍັງແດ່.
● ເມື່ອຈຳເປັນກໍແບ່ງວຽກເຮືອນໃຫ້ລູກທີ່ໃຫຍ່ແລ້ວຊ່ວຍເຮັດນຳ.
ເຈົ້າຮູ້ບໍ . . . ?
ຖ້າເຈົ້າຢູ່ໃນຄອບຄົວທີ່ມີແຕ່ພໍ່ຫຼືແມ່ຝ່າຍດຽວແລະຕ້ອງຊ່ວຍເຮັດວຽກເຮືອນ ເຈົ້າກໍຈະຮູ້ຈັກຮັບຜິດຊອບຫຼາຍກວ່າໜຸ່ມສາວທີ່ມີທັງພໍ່ແລະແມ່ເຊິ່ງມັກຈະບໍ່ຄ່ອຍໄດ້ເຮັດຫຍັງ.
ແຜນພາກປະຕິບັດ!
ຖ້າຂ້ອຍມີຄວາມຮູ້ສຶກໃນແງ່ລົບ ຂ້ອຍຈະ ․․․․․
ຖ້າຄົນອ້ອມຂ້າງຂ້ອຍລະວັງຄຳເວົ້າຫຼາຍເກີນໄປ ຂ້ອຍຈະເວົ້າວ່າ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ແມ່ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດແນວໃດ?
● ເປັນຫຍັງບາງຄົນຈຶ່ງດູຖູກຄົນທີ່ມີແຕ່ພໍ່ຫຼືແມ່ຝ່າຍດຽວ?
● ເປັນຫຍັງພໍ່ຫຼືແມ່ຈຶ່ງບໍ່ຢາກໃຫ້ເຈົ້າຊ່ວຍເຮັດວຽກເຮືອນ?
● ເຈົ້າຈະສະແດງຄວາມສຳນຶກບຸນຄຸນຕໍ່ພໍ່ຫຼືແມ່ໄດ້ແນວໃດ?ຟ
[ຖ້ອຍຄຳທີ່ຍົກມາໜ້າ 211]
“ຕັ້ງແຕ່ພໍ່ແມ່ຢ່າຮ້າງກັນ ຂ້ອຍກໍສະໜິດກັບແມ່ຫຼາຍ. ພວກເຮົາມັກເປີດໃຈລົມກັນ.”—ເມລານີ
[ຮູບພາບໜ້າ 210, 211]
ຄອບຄົວທີ່ມີແຕ່ພໍ່ຫຼືແມ່ຝ່າຍດຽວເປັນຄືກັບການພາຍເຮືອທີ່ບໍ່ຄົບທີມ. ຄົນທີ່ເຫຼືອໃນທີມຈະຕ້ອງເຮັດວຽກໜັກຂຶ້ນ ແຕ່ຖ້າທຸກຄົນຮ່ວມມືກັນກໍຈະປະສົບຄວາມສຳເລັດໄດ້