ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບສ ບົດທີ 8 ໜ້າ 76-85
  • ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?
  • ຄຳພີໄບເບິນສອນແນວໃດແທ້ໆ?
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?
  • ລາຊະອານາຈັກ​ຂອງ​ພະເຈົ້າ ຈະ​ເຮັດ​ສິ່ງ​ໃດ?
  • ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ລົງ​ມື​ຈັດການ​ເມື່ອ​ໃດ?
  • ການ​ປົກຄອງ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?
    ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
  • ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?
    ຂ່າວດີຈາກພະເຈົ້າ!
  • ການ​ປົກຄອງ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ເບິ່ງຕື່ມ
ຄຳພີໄບເບິນສອນແນວໃດແທ້ໆ?
ບສ ບົດທີ 8 ໜ້າ 76-85

ບົດ​ທີ​ແປດ

ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?

  • ຄຳພີ​ໄບເບິນ​ບອກ​ຫຍັງ​ເຮົາ​ກ່ຽວ​ກັບ ລາຊະອານາຈັກ​ຂອງ​ພະເຈົ້າ?

  • ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ເຮັດ​ສິ່ງ​ໃດ?

  • ລາຊະອານາຈັກ​ຈະ​ເຮັດ​ໃຫ້​ໃຈ​ປະສົງ​ຂອງ​ພະເຈົ້າ ສຳລັບ​ແຜ່ນດິນ​ໂລກ​ສຳເລັດ​ເປັນ​ຈິງ​ເມື່ອ​ໃດ?

1. ຕອນ​ນີ້​ຈະ​ພິຈາລະນາ​ຄຳ​ອະທິດຖານ​ອັນ​ໃດ​ທີ່​ມີ​ຊື່ສຽງ?

ຫຼາຍ​ລ້ານ​ຄົນ​ທົ່ວ​ໂລກ​ຄຸ້ນ​ເຄີຍ​ດີ​ກັບ​ຄຳ​ອະທິດຖານ​ເຊິ່ງ​ເອີ້ນ​ກັນ​ວ່າ​ບົດ​ສວດ​ຂ້າ​ແຕ່​ພະ​ບິດາ ຫຼື​ຄຳ​ອະທິດຖານ​ຂອງ​ພະອົງ​ເຈົ້າ. ຄຳ​ເອີ້ນ​ທັງ​ສອງ​ຢ່າງ​ພາດ​ພິງ​ເຖິງ​ຄຳ​ອະທິດຖານ​ທີ່​ຮູ້ຈັກ​ດີ​ເຊິ່ງ​ພະ​ເຍຊູ​ຄລິດ​ເອງ​ໃຫ້​ໄວ້​ເປັນ​ແບບ​ຢ່າງ. ຄຳ​ອະທິດຖານ​ນີ້​ມີ​ຄວາມໝາຍ​ເລິກ​ເຊິ່ງ ແລະ​ການ​ພິຈາລະນາ​ກ່ຽວ​ກັບ​ສາມ​ຄຳ​ຂໍ​ທຳອິດ​ຂອງ​ຄຳ​ອະທິດຖານ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຮຽນ​ຮູ້​ຕື່ມ​ກ່ຽວ​ກັບ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ແທ້ໆ.

2. ສາມ​ສິ່ງ​ທີ່​ພະ​ເຍຊູ​ສອນ​ພວກ​ລູກ​ສິດ​ໃຫ້​ອະທິດຖານ​ຂໍ​ມີ​ຫຍັງ​ແດ່?

2 ໃນ​ຕອນ​ຕົ້ນ​ຂອງ​ຄຳ​ອະທິດຖານ​ທີ່​ເປັນ​ແບບ​ຢ່າງ​ນີ້ ພະ​ເຍຊູ​ສອນ​ຜູ້​ຟັງ​ວ່າ “ທ່ານ​ທັງ​ຫຼາຍ​ຈົ່ງ​ອ້ອນ​ວອນ​ຕາມ​ຢ່າງ​ນີ້​ວ່າ ‘ພະ​ບິດາ​ຂອງ​ຂ້າພະເຈົ້າ​ທັງ​ຫຼາຍ​ຜູ້​ຢູ່​ໃນ​ສະຫວັນ ຂໍ​ໃຫ້​ນາມ​ຊື່​ຂອງ​ພະອົງ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ. ຂໍ​ໃຫ້​ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ຂອງ​ພະອົງ​ມາ​ຕັ້ງ​ຢູ່. ນ້ຳໃຈ​ຂອງ​ພະອົງ​ສຳເລັດ​ແລ້ວ​ໃນ​ສະຫວັນ​ຢ່າງ​ໃດ ຂໍ​ໃຫ້​ສຳເລັດ​ທີ່​ແຜ່ນດິນ​ໂລກ​ຢ່າງ​ນັ້ນ.’” (ມັດທາຍ 6:9-13) ຄຳ​ຂໍ​ທັງ​ສາມ​ຢ່າງ​ນີ້​ມີ​ຄວາມໝາຍ​ແນວ​ໃດ?

3. ພວກ​ເຮົາ​ຕ້ອງ​ຮູ້​ອັນ​ໃດ​ກ່ຽວ​ກັບ​ລາຊະອານາຈັກ​ຂອງ​ພະເຈົ້າ?

3 ເຮົາ​ໄດ້​ຮຽນ​ມາ​ຫຼາຍ​ແລ້ວ​ກ່ຽວ​ກັບ​ຊື່​ຂອງ​ພະເຈົ້າ​ຄື​ເຢໂຫວາ. ພ້ອມ​ນີ້​ເຮົາ​ກໍ​ໄດ້​ພິຈາລະນາ​ໄປ​ແດ່​ແລ້ວ​ກ່ຽວ​ກັບ​ໃຈ​ປະສົງ​ຂອງ​ພະເຈົ້າ​ເຊິ່ງ​ໄດ້​ແກ່​ສິ່ງ​ທີ່​ພະອົງ​ໄດ້​ເຮັດ​ແລ້ວ​ແລະ​ສິ່ງ​ທີ່​ພະອົງ​ຍັງ​ຈະ​ເຮັດ​ອີກ​ເພື່ອ​ມະນຸດ. ແຕ່​ພະ​ເຍຊູ​ກ່າວ​ເຖິງ​ຫຍັງ​ເມື່ອ​ສອນ​ໃຫ້​ອະທິດຖານ​ວ່າ “ຂໍ​ໃຫ້​ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ຂອງ​ພະອົງ​ມາ​ຕັ້ງ​ຢູ່”? ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ? ການ​ມາ​ຕັ້ງ​ຢູ່​ຂອງ​ລາຊະອານາຈັກ​ນີ້​ຈະ​ເຮັດ​ໃຫ້​ຊື່​ຂອງ​ພະເຈົ້າ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ​ແລະ​ເຮັດ​ໃຫ້​ຊື່​ນັ້ນ​ສັກສິດ​ໄດ້​ໂດຍ​ວິທີ​ໃດ? ແລະ​ການ​ມາ​ຕັ້ງ​ຢູ່​ຂອງ​ລາຊະອານາຈັກ​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ການ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ?

ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?

4. ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ ແລະ​ໃຜ​ເປັນ​ກະສັດ​ໃນ​ລາຊະອານາຈັກ​ນັ້ນ?

4 ລາຊະອານາຈັກ​ຂອງ​ພະເຈົ້າ​ຄື​ລັດຖະບານ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຕັ້ງ​ຂຶ້ນ​ທີ່​ມີ​ກະສັດ​ເຊິ່ງ​ພະອົງ​ເລືອກ​ໄວ້. ໃຜ​ເປັນ​ກະສັດ​ໃນ​ລາຊະອານາຈັກ​ຂອງ​ພະເຈົ້າ? ພະ​ເຍຊູ​ຄລິດ​ນັ້ນ​ເອງ. ພະ​ເຍຊູ​ເປັນ​ກະສັດ​ທີ່​ຍິ່ງໃຫຍ່​ກວ່າ​ບັນດາ​ມະນຸດ​ທີ່​ເຄີຍ​ປົກຄອງ ແລະ​ພະອົງ​ເປັນ​ທີ່​ເອີ້ນ​ວ່າ “ພະ​ມະຫາ​ກະສັດ​ແຫ່ງ​ກະສັດ​ທັງ​ປວງ ແລະ​ພະ​ຜູ້​ເປັນ​ເຈົ້ານາຍ​ແຫ່ງ​ເຈົ້ານາຍ​ທັງ​ປວງ.” (1 ຕີໂມເຕ 6:15) ພະອົງ​ມີ​ອຳນາດ​ຈະ​ເຮັດ​ສິ່ງ​ດີໆໄດ້​ຫຼາຍ​ກວ່າ​ຜູ້​ປົກຄອງ​ຄົນ​ໃດໆ​ທີ່​ເປັນ​ມະນຸດ ແມ່ນ​ແຕ່​ຄົນ​ທີ່​ດີ​ທີ່​ສຸດ​ໃນ​ພວກ​ເຂົາ.

5. ລາຊະອານາຈັກ​ຂອງ​ພະເຈົ້າ​ປົກຄອງ​ຈາກ​ໃສ ແລະ​ປົກຄອງ​ຫຍັງ?

5 ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ປົກຄອງ​ຈາກ​ໃສ? ຄິດ​ເບິ່ງ​ດູ​ພະ​ເຍຊູ​ຢູ່​ໃສ? ເຮົາ​ຄົງ​ຈື່​ເລື່ອງ​ທີ່​ໄດ້​ຮຽນ​ໄປ​ແລ້ວ​ທີ່​ວ່າ ພະອົງ​ຖືກ​ປະຫານ​ຢູ່​ເທິງ​ເສົາ​ທໍລະມານ​ແລະ​ຈາກ​ນັ້ນ​ກໍ​ຖືກ​ປຸກ​ໃຫ້​ຄືນ​ມາ​ມີ​ຊີວິດ​ອີກ. ຫຼັງ​ຈາກ​ນັ້ນ​ບໍ່​ດົນ​ພະອົງ​ກໍ​ຂຶ້ນ​ໄປ​ສະຫວັນ. (ກິດຈະການ 2:33) ດັ່ງ​ນັ້ນ ລາຊະອານາຈັກ​ຂອງ​ພະເຈົ້າ​ຈຶ່ງ​ຢູ່​ໃນ​ສະຫວັນ. ດ້ວຍ​ເຫດ​ນີ້​ຄຳພີ​ໄບເບິນ​ຈຶ່ງ​ເອີ້ນ​ລາຊະອານາຈັກ​ນີ້​ວ່າ “ອານາຈັກ​ສະຫວັນ.” (2 ຕີໂມເຕ 4:18, ທ.ປ.) ເຖິງ​ແມ່ນ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ຢູ່​ໃນ​ສະຫວັນ ແຕ່​ວ່າ​ລາຊະອານາຈັກ​ນີ້​ຈະ​ປົກຄອງ​ແຜ່ນດິນ​ໂລກ.—ຄຳປາກົດ 11:15.

6, 7. ອັນ​ໃດ​ເຮັດ​ໃຫ້​ພະ​ເຍຊູ​ເປັນ​ກະສັດ​ທີ່​ເດັ່ນ?

6 ອັນ​ໃດ​ເຮັດ​ໃຫ້​ພະ​ເຍຊູ​ເປັນ​ກະສັດ​ທີ່​ເດັ່ນ? ເຫດຜົນ​ໜຶ່ງ​ກໍ​ຄື​ພະອົງ​ຈະ​ບໍ່​ມີ​ວັນ​ສິ້ນ​ຊີວິດ. ເມື່ອ​ສົມ​ທຽບ​ພະ​ເຍຊູ​ກັບ​ບັນດາ​ກະສັດ​ທີ່​ເປັນ​ມະນຸດ ຄຳພີ​ໄບເບິນ​ເອີ້ນ​ພະອົງ​ວ່າ “ພະອົງ​ຜູ້​ດຽວ​ຕາຍ​ບໍ່​ເປັນ ພະອົງ​ຢູ່​ໃນ​ຄວາມ​ສະຫວ່າງ​ເຊິ່ງ​ບໍ່​ມີ​ຜູ້​ໃດ​ເຂົ້າ​ໄປ​ເຖິງ​ໄດ້.” (1 ຕີໂມເຕ 6:16, ທ.ປ.) ນີ້​ໝາຍ​ຄວາມ​ວ່າ​ສິ່ງ​ດີໆທັງ​ໝົດ​ທີ່​ພະ​ເຍຊູ​ເຮັດ​ນັ້ນ​ຈະ​ຢັ້ງຢືນ​ຕໍ່ໆໄປ. ແລະ​ພະອົງ​ຈະ ເຮັດ​ສິ່ງ​ທີ່​ດີ​ເລີດ​ອີກ​ຫຼາຍ​ຢ່າງ​ເຊິ່ງ​ເປັນ​ປະໂຫຍດ​ຢ່າງ​ແທ້​ຈິງ​ຕໍ່​ປະຊາຊົນ​ຂອງ​ພະອົງ.

7 ຂໍ​ໃຫ້​ພິຈາລະນາ​ຄຳ​ພະຍາກອນ​ກ່ຽວ​ກັບ​ພະ​ເຍຊູ​ໃນ​ຄຳພີ​ໄບເບິນ​ທີ່​ວ່າ “ພະ​ວິນຍານ​ຂອງ​ພະ​ເຢໂຫວາ​ຈະ​ສະຖິດ​ຢູ່​ເທິງ​ພະອົງ ແມ່ນ​ວິນຍານ​ແຫ່ງ​ຄວາມ​ປັນຍາ​ແລະ​ຄວາມ​ເຂົ້າ​ໃຈ ແມ່ນ​ວິນຍານ​ແຫ່ງ​ຄວາມ​ປຶກສາ​ແລະ​ລິດເດດ ແມ່ນ​ວິນຍານ​ແຫ່ງ​ຄວາມ​ຮູ້​ແລະ​ຄວາມ​ຢ້ານຢຳ​ພະ​ເຢໂຫວາ ແລະ​ຄວາມ​ສະຫນຸກ​ຂອງ​ພະອົງ​ຈະ​ເປັນ​ຄວາມ​ຢ້ານຢຳ​ພະ​ເຢໂຫວາ. ແລະ​ພະອົງ​ຈະ​ບໍ່​ຕັດສິນ​ຕາມ​ຕາ​ເຫັນ​ແລະ​ຈະ​ບໍ່​ຕິຕຽນ​ຕາມ​ຫູ​ໄດ້​ຍິນ. ແຕ່​ວ່າ​ພະອົງ​ຈະ​ຕັດສິນ​ຄົນ​ທຸກ​ຍາກ​ທັງ​ຫຼາຍ​ຕາມ​ຍຸຕິທຳ ແລະ​ຈະ​ຕິຕຽນ​ຕາມ​ຄວາມ​ສັດ​ຊື່​ແກ່​ຄົນ​ທັງ​ຫຼາຍ​ທີ່​ມີ​ໃຈ​ອ່ອນ​ຫວານ​ເທິງ​ແຜ່ນດິນ.” (ເອຊາອີ 11:2-4) ຖ້ອຍຄຳ​ເຫຼົ່າ​ນີ້​ສະແດງ​ວ່າ​ພະ​ເຍຊູ​ຈະ​ເປັນ​ກະສັດ​ທີ່​ຊອບທຳ​ແລະ​ເຫັນ​ອົກ​ເຫັນ​ໃຈ​ປະຊາຊົນ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ. ເຮົາ​ຢາກ​ມີ​ຜູ້​ປົກຄອງ​ແບບ​ນີ້​ບໍ?

8. ໃຜ​ຈະ​ປົກຄອງ​ຮ່ວມ​ກັບ​ພະ​ເຍຊູ?

8 ຄວາມ​ຈິງ​ອີກ​ຢ່າງ​ໜຶ່ງ​ກ່ຽວ​ກັບ​ລາຊະອານາຈັກ​ຂອງ​ພະເຈົ້າ​ຄື​ພະ​ເຍຊູ​ຈະ​ບໍ່​ປົກຄອງ​ພຽງ​ຄົນ​ດຽວ. ພະອົງ​ຈະ​ມີ​ຜູ້​ຮ່ວມ​ປົກຄອງ​ນຳ. ເພື່ອ​ເປັນ​ຕົວຢ່າງ ອັກຄະສາວົກ​ໂປໂລ​ບອກ​ຕີໂມເຕ​ວ່າ “ຖ້າ​ເຮົາ​ທັງ​ຫຼາຍ​ອົດ​ທົນ ເຮົາ​ທັງ​ຫຼາຍ​ຈະ​ຄຸ້ມຄອງ [“ເປັນ​ກະສັດ,” ລ.ມ.] ດ້ວຍ​ກັນ​ກັບ​ພະອົງ.” (2 ຕີໂມເຕ 2:12) ແມ່ນ​ແລ້ວ ໂປໂລ ຕີໂມເຕ ແລະ​ຜູ້​ສັດ​ຊື່​ຄົນ​ອື່ນໆເຊິ່ງ​ພະເຈົ້າ​ໄດ້​ເລືອກ​ໄວ້​ຈະ​ປົກຄອງ​ຮ່ວມ​ກັບ​ພະ​ເຍຊູ​ໃນ​ລາຊະອານາຈັກ​ທີ່​ຢູ່​ທາງ​ພາກ​ສະຫວັນ. ມີ​ຈັກ​ຄົນ​ຈະ​ໄດ້​ຮັບ​ໂອກາດ​ພິເສດ​ແບບ​ນັ້ນ?

9. ມີ​ຈັກ​ຄົນ​ຈະ​ຮ່ວມ​ປົກຄອງ​ກັບ​ພະ​ເຍຊູ ແລະ​ພະເຈົ້າ​ເລີ່ມ​ຕົ້ນ​ເລືອກ​ເຂົາ​ເຈົ້າ​ຕັ້ງ​ແຕ່​ຕອນ​ໃດ?

9 ດັ່ງ​ທີ່​ບອກ​ໄວ້​ໃນ​ບົດ​ທີ 7 ຂອງ​ປຶ້ມ​ນີ້ ອັກຄະສາວົກ​ໂຢຮັນ​ໄດ້​ເຫັນ​ນິມິດ​ທີ່​ມີ “ລູກ​ແກະ [ພະ​ເຍຊູ​ຄລິດ] ຢືນ​ຢູ່​ເທິງ​ພູເຂົາ​ຊີໂອນ [ບ່ອນ​ຢູ່​ຂອງ​ພະອົງ​ໃນ​ສະຫວັນ] ແລະ​ກັບ​ພະອົງ​ມີ​ຄົນ 144.000 ຄົນ​ທີ່​ມີ​ນາມ​ຊື່​ຂອງ​ພະອົງ​ແລະ​ນາມ​ຊື່​ພະ​ບິດາ​ຂອງ​ພະອົງ​ຂຽນ​ໄວ້​ທີ່​ໜ້າຜາກ​ຂອງ​ເຂົາ.” 144.000 ຄົນ​ນີ້​ແມ່ນ​ໃຜ? ໂຢຮັນ​ເອງ​ບອກ​ເຮົາ​ວ່າ “ລູກ​ແກະ​ສະເດັດ​ໄປ​ທາງ​ໃດ ຄົນ​ທັງ​ຫຼາຍ​ນີ້​ກໍ​ຕາມ​ພະອົງ​ໄປ​ທາງ​ນັ້ນ. ຄົນ​ທັງ​ຫຼາຍ​ນີ້​ເປັນ​ທີ່​ຊື້​ເອົາ​ມາ​ຈາກ​ທ່າມກາງ​ມະນຸດ ເປັນ​ໝາກ​ເດີມ​ຖວາຍ​ແກ່​ພະເຈົ້າ​ແລະ​ແກ່​ລູກ​ແກະ.” (ຄຳປາກົດ 14:1, 4) ແມ່ນ​ແລ້ວ ຄົນ​ເຫຼົ່າ​ນັ້ນ​ເປັນ​ລູກ​ສິດ​ທີ່​ສັດ​ຊື່​ຂອງ​ພະ​ເຍຊູ​ຄລິດ ເຊິ່ງ​ຖືກ​ເລືອກ​ເປັນ​ພິເສດ​ໃຫ້​ປົກຄອງ​ຮ່ວມ​ກັບ​ພະອົງ​ໃນ​ສະຫວັນ. ພາຍ​ຫຼັງ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ເພື່ອ​ມີ​ຊີວິດ​ຢູ່​ພາກ​ສະຫວັນ ພວກ​ເຂົາ​ຈະ “ເປັນ​ກະສັດ . . . ຄຸ້ມຄອງ​ແຜ່ນດິນ​ໂລກ” ພ້ອມ​ກັບ​ພະ​ເຍຊູ. (ຄຳປາກົດ 5:10) ນັບ​ຕັ້ງ​ແຕ່​ສະໄໝ​ຂອງ​ພວກ​ອັກຄະສາວົກ​ພຸ້ນ ພະເຈົ້າ​ໄດ້​ເລືອກ​ເອົາ​ຄລິດສະຕຽນ​ທີ່​ສັດ​ຊື່​ເພື່ອ​ເຮັດ​ໃຫ້​ຈຳນວນ 144.000 ຄົນ​ຄົບ​ຖ້ວນ.

10. ເປັນ​ຫຍັງ​ການ​ໃຫ້​ພະ​ເຍຊູ​ແລະ 144.000 ຄົນ​ປົກຄອງ​ມະນຸດ​ຈຶ່ງ​ເປັນ​ການ​ຈັດ​ຕຽມ​ທີ່​ປ່ຽມ​ລົ້ນ​ດ້ວຍ​ຄວາມ​ຮັກ?

10 ການ​ໃຫ້​ພະ​ເຍຊູ​ແລະ 144.000 ຄົນ​ປົກຄອງ​ມະນຸດ​ນັ້ນ​ເປັນ​ການ​ຈັດ​ຕຽມ​ທີ່​ປ່ຽມ​ລົ້ນ​ດ້ວຍ​ຄວາມ​ຮັກ​ແທ້ໆ. ເຫດຜົນ​ໜຶ່ງ​ກໍ​ຄື ພະ​ເຍຊູ​ຮູ້​ວ່າ​ການ​ເປັນ​ມະນຸດ​ແລະ​ການ​ທີ່​ຕ້ອງ​ປະສົບ​ຄວາມ​ທຸກ​ທໍລະມານ​ນັ້ນ​ເປັນ​ຈັ່ງ​ໃດ. ໂປໂລ​ເວົ້າ​ວ່າ ພະ​ເຍຊູ “ບໍ່​ແມ່ນ​ຜູ້​ທີ່​ບໍ່​ສາມາດ​ເຫັນ​ອົກ​ເຫັນ​ໃຈ​ສຳລັບ​ຄວາມ​ອ່ອນແອ​ຂອງ​ພວກ​ເຮົາ​ໄດ້. ກົງ​ກັນ​ຂ້າມ ພວກ​ເຮົາ​ມີ​ປະໂລຫິດ​ໃຫຍ່​ທີ່​ໄດ້​ຖືກ​ທົດລອງ​ທຸກ​ປະການ​ຢ່າງ​ພວກ​ເຮົາ ແຕ່​ພະອົງ​ບໍ່​ໄດ້​ເຮັດ​ບາບ.” (ເຫບເລີ 4:15, ທ.ປ.; 5:8) ຜູ້​ຮ່ວມ​ປົກຄອງ​ກັບ​ພະອົງ​ກໍ​ປະສົບ​ກັບ​ຄວາມ​ທຸກ​ທໍລະມານ​ແລະ​ຕ້ອງ​ອົດ​ທົນ​ເຊັ່ນ​ກັນ​ເມື່ອ​ເປັນ​ມະນຸດ. ນອກ​ຈາກ​ນີ້ ເຂົາ​ເຈົ້າ​ໄດ້​ຕໍ່​ສູ້​ກັບ​ຄວາມ​ບໍ່​ສົມບູນ​ແບບ ແລະ​ຕ້ອງ​ອົດ​ທົນ​ກັບ​ຄວາມ​ເຈັບ​ປ່ວຍ​ທຸກ​ຊະນິດ. ເຂົາ​ເຈົ້າ​ຈະ​ເຂົ້າ​ໃຈ​ແທ້ໆຕໍ່​ກັບ​ບັນຫາ​ຕ່າງໆທີ່​ມະນຸດ​ປະສົບ!

ລາຊະອານາຈັກ​ຂອງ​ພະເຈົ້າ ຈະ​ເຮັດ​ສິ່ງ​ໃດ?

11. ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ກ່າວ​ວ່າ​ພວກ​ສາວົກ​ຂອງ​ພະອົງ​ຄວນ​ອະທິດຖານ​ຂໍ​ໃຫ້​ໃຈ​ປະສົງ​ຂອງ​ພະເຈົ້າ​ສຳເລັດ​ໃນ​ສະຫວັນ?

11 ເມື່ອ​ພະ​ເຍຊູ​ກ່າວ​ວ່າ​ພວກ​ສາວົກ​ຂອງ​ພະອົງ​ຄວນ​ອະທິດຖານ​ຂໍ​ໃຫ້​ລາຊະອານາຈັກ​ຂອງ​ພະເຈົ້າ​ມາ​ຕັ້ງ​ຢູ່ ພະອົງ​ຍັງ​ກ່າວ​ອີກ​ວ່າ​ເຂົາ​ເຈົ້າ​ຄວນ​ອະທິດຖານ​ຂໍ​ໃຫ້​ໃຈ​ປະສົງ​ຂອງ​ພະເຈົ້າ​ທີ່​ສຳເລັດ​ແລ້ວ​ໃນ “ສະຫວັນ​ຢ່າງ​ໃດ ຂໍ​ໃຫ້​ສຳເລັດ​ທີ່​ແຜ່ນດິນ​ໂລກ​ຢ່າງ​ນັ້ນ.” ພະເຈົ້າ​ຢູ່​ໃນ​ສະຫວັນ ແລະ​ພວກ​ທູດ​ສະຫວັນ​ທີ່​ສັດ​ຊື່​ໄດ້​ເຮັດ​ໃຫ້​ໃຈ​ປະສົງ​ຂອງ​ພະອົງ​ສຳເລັດ​ຢູ່​ສະເໝີ. ແນວ​ໃດ​ກໍ​ຕາມ ໃນ​ບົດ​ທີ 3 ຂອງ​ປຶ້ມ​ນີ້​ເຮົາ​ໄດ້​ຮຽນ​ຮູ້​ວ່າ​ທູດ​ສະຫວັນ​ຊົ່ວ​ຕົນ​ໜຶ່ງ​ໄດ້​ເຊົາ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ ແລະ​ມັນ​ເປັນ​ຕົ້ນ​ເຫດ​ໃຫ້​ອາດາມ​ແລະ​ເອວາ​ເຮັດ​ບາບ. ໃນ​ບົດ​ທີ 10 ເຮົາ​ຈະ​ຮຽນ​ຮູ້​ຕື່ມ​ວ່າ​ຄຳພີ​ໄບເບິນ​ສອນ​ແນວ​ໃດ​ກ່ຽວ​ກັບ​ທູດ​ສະຫວັນ​ຊົ່ວ​ຕົນ​ນັ້ນ ເຊິ່ງ​ຮູ້​ວ່າ​ແມ່ນ​ຊາຕານ​ພະຍາມານ. ຊາຕານ​ກັບ​ພວກ​ທູດ​ສະຫວັນ​ທີ່​ຕິດ​ຕາມ​ມັນ​ຖືກ​ເອີ້ນ​ວ່າ​ພວກ​ຜີ​ປີ​ສາດ ພວກ​ມັນ​ທັງ​ໝົດ​ໄດ້​ຮັບ​ອະນຸຍາດ​ໃຫ້​ຢູ່​ໃນ​ສະຫວັນ​ໄລຍະ​ໜຶ່ງ. ດ້ວຍ​ເຫດ​ນີ້ ຈຶ່ງ​ບໍ່​ແມ່ນ​ຜູ້​ທີ່​ຢູ່​ໃນ​ສະຫວັນ​ທັງ​ໝົດ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ. ແຕ່​ສະພາບການ​ຈະ​ປ່ຽນ​ໄປ​ເມື່ອ​ລາຊະອານາຈັກ​ຂອງ​ພະເຈົ້າ​ເລີ່ມ​ປົກຄອງ. ພະ​ເຍຊູ​ຄລິດ ກະສັດ​ທີ່​ຫາ​ກໍ​ຂຶ້ນ​ຄອງ​ບັນລັງ​ຈະ​ເຮັດ​ສົງຄາມ​ກັບ​ຊາຕານ.—ຄຳປາກົດ 12:7-9.

12. ໃນ​ຄຳປາກົດ 12:10 ມີ​ການ​ກ່າວ​ເຖິງ​ເຫດການ​ສອງ​ຢ່າງ​ທີ່​ສຳຄັນ​ອັນ​ໃດ​ແດ່?

12 ຄຳ​ພະຍາກອນ​ຕໍ່​ມາ​ອະທິບາຍ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໄວ້​ວ່າ “ເຮົາ​ໄດ້​ຍິນ​ສຽງ​ປາກ​ດັງ​ໃນ​ຟ້າ​ສະຫວັນ​ຮ້ອງ​ວ່າ ‘ບັດ​ນີ້​ຄວາມ​ພົ້ນ​ແລະ​ລິດເດດ​ແລະ​ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ແຫ່ງ​ພະເຈົ້າ​ຂອງ​ເຮົາ​ທັງ​ຫຼາຍ​ໄດ້​ມາ​ແລ້ວ ແລະ​ອຳນາດ​ແຫ່ງ​ພະ​ຄລິດ​ຂອງ​ພະອົງ ເພາະ​ວ່າ​ຜູ້​ທີ່​ຟ້ອງ [ຊາຕານ] ພວກ​ພີ່​ນ້ອງ​ຂອງ​ເຮົາ​ທັງ​ຫຼາຍ ທີ່​ໄດ້​ຟ້ອງ​ເຂົາ​ຕໍ່​ໜ້າ​ພະເຈົ້າ​ທັງ​ກາງເວັນ​ທັງ​ກາງຄືນ​ເປັນ​ທີ່​ຖິ້ມ​ລົງ​ເສຍ​ແລ້ວ.’” (ຄຳປາກົດ 12:10) ເຈົ້າ​ສັງເກດ​ເຫັນ​ບໍ​ວ່າ​ມີ​ການ​ກ່າວ​ເຖິງ​ເຫດການ​ສອງ​ຢ່າງ​ທີ່​ສຳຄັນ​ໃນ​ຂໍ້​ຄຳພີ​ນີ້? ເຫດການ​ທຳອິດ ລາຊະອານາຈັກ​ຂອງ​ພະເຈົ້າ​ທີ່​ມີ​ພະ​ເຍຊູ​ເປັນ​ກະສັດ​ເລີ່ມ​ຕົ້ນ​ປົກຄອງ​ແລ້ວ. ເຫດການ​ທີ​ສອງ​ແມ່ນ​ຊາຕານ​ຖືກ​ໄລ່​ອອກ​ຈາກ​ສະຫວັນ​ໃຫ້​ມາ​ຢູ່​ແຜ່ນດິນ​ໂລກ.

13. ເມື່ອ​ຊາຕານ​ຖືກ​ໄລ່​ອອກ​ຈາກ​ສະຫວັນ ຜົນ​ທີ່​ຕາມ​ມາ​ເປັນ​ແນວ​ໃດ?

13 ອັນ​ໃດ​ຄື​ຜົນ​ຈາກ​ເຫດການ​ສອງ​ຢ່າງ​ນີ້? ເຮົາ​ອ່ານ​ກ່ຽວ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ສະຫວັນ​ດັ່ງ​ນີ້ “ຟ້າ​ສະຫວັນ​ທັງ​ຫຼາຍ​ກັບ​ທັງ​ຜູ້​ທີ່​ຢູ່​ໃນ​ສະຫວັນ​ນັ້ນ ຈົ່ງ​ຊົມຊື່ນ​ຍິນດີ​ເຖີ້ນ.” (ຄຳປາກົດ 12:12) ແມ່ນ​ແລ້ວ ພວກ​ທູດ​ສະຫວັນ​ທີ່​ສັດ​ຊື່​ເຊິ່ງ​ຢູ່​ໃນ​ສະຫວັນ​ຊົມຊື່ນ​ຍິນດີ​ເພາະ​ວ່າ​ຊາຕານ​ແລະ​ພວກ​ຜີ​ປີ​ສາດ​ຂອງ​ມັນ​ຖືກ​ໄລ່​ອອກ​ຈາກ​ສະຫວັນ ແລະ​ທູດ​ສະຫວັນ​ທຸກໆອົງ​ທີ່​ຢູ່​ໃນ​ສະຫວັນ​ລ້ວນ​ແຕ່​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ພະເຈົ້າ. ດັ່ງ​ນັ້ນ ໃນ​ສະຫວັນ​ຈຶ່ງ​ມີ​ຄວາມ​ສະຫງົບ​ສຸກ​ແລະ​ມີ​ຄວາມ​ສາມັກຄີ​ກັນ​ຢ່າງ​ທີ່​ບໍ່​ມີ​ໃຜ​ທຳລາຍ​ໄດ້. ຕອນ​ນີ້​ມີ​ການ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ​ແລ້ວ​ໃນ​ສະຫວັນ.

ຮູບພາບຂອງຄົນທຸກຍາກ ສົງຄາມ ອາດຊະຍາກຳ ແລະມົນລະພິດ

ການ​ຂັບ​ໄລ່​ຊາຕານ​ແລະ​ພວກ​ຜີ​ປີ​ສາດ ຂອງ​ມັນ​ອອກ​ຈາກ​ສະຫວັນ ເຮັດ​ໃຫ້​ເກີດ ວິບາກ​ແກ່​ແຜ່ນດິນ​ໂລກ. ອີກ​ບໍ່​ດົນ​ຄວາມ​ລຳບາກ​ເຊັ່ນ​ນັ້ນ​ຈະ​ຈົບ​ສິ້ນ​ລົງ

14. ເກີດ​ຫຍັງ​ຂຶ້ນ​ເນື່ອງ​ຈາກ​ວ່າ​ຊາຕານ​ຖືກ​ໄລ່​ລົງ​ມາ​ຢູ່​ແຜ່ນດິນ​ໂລກ?

14 ກ່ຽວ​ກັບ​ແຜ່ນດິນ​ໂລກ​ເດ? ຄຳພີ​ໄບເບິນ​ບອກ​ວ່າ “ວິບາກ​ແກ່​ແຜ່ນດິນ​ໂລກ​ແລະ​ແກ່​ນ້ຳ​ທະເລ ເຫດ​ວ່າ​ພະຍາມານ​ໄດ້​ລົງ​ມາ​ເຖິງ​ທ່ານ​ທັງ​ຫຼາຍ​ມີ​ຄວາມ​ຄຽດ​ຮ້າຍ​ນັກ ເພາະ​ຮູ້ຈັກ​ວ່າ​ເວລາ​ແຫ່ງ​ຕົນ​ຍັງ​ແຕ່​ໜ້ອຍ​ດຽວ.” (ຄຳປາກົດ 12:12) ຊາຕານ​ຄຽດ​ເພາະ​ມັນ​ຖືກ​ໄລ່​ອອກ​ຈາກ​ສະຫວັນ​ແລະ​ມີ​ເວລາ​ເຫຼືອ​ພຽງ​ໜ້ອຍ​ດຽວ. ດ້ວຍ​ຄວາມ​ຄຽດ ມັນ​ເຮັດ​ໃຫ້​ເກີດ​ຄວາມ​ຍາກ​ລຳບາກ ຫຼື “ວິບາກ” ຢູ່​ເທິງ​ແຜ່ນດິນ​ໂລກ. ເຮົາ​ຈະ​ຮຽນ​ຮູ້​ຕື່ມ​ກ່ຽວ​ກັບ “ວິບາກ” ນັ້ນ​ໃນ​ບົດ​ຕໍ່​ໄປ. ແຕ່​ເມື່ອ​ຄິດ​ເຖິງ​ເລື່ອງ​ນີ້ ເຮົາ​ອາດ​ຖາມ​ວ່າ ລາຊະອານາຈັກ​ຈະ​ເຮັດ​ໃຫ້​ໃຈ​ປະສົງ​ຂອງ​ພະເຈົ້າ​ສຳເລັດ​ຢູ່​ເທິງ​ແຜ່ນດິນ​ໂລກ​ໄດ້​ແນວ​ໃດ?

15. ພະເຈົ້າ​ມີ​ໃຈ​ປະສົງ​ແນວ​ໃດ​ສຳລັບ​ແຜ່ນດິນ​ໂລກ?

15 ຂໍ​ໃຫ້​ນຶກ​ເຖິງ​ໃຈ​ປະສົງ​ຂອງ​ພະເຈົ້າ​ສຳລັບ​ແຜ່ນດິນ​ໂລກ. ເຮົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ເລື່ອງ​ນີ້​ໃນ​ບົດ​ທີ 3. ໃນ​ສວນ​ເອເດນ​ພະເຈົ້າ​ໄດ້​ສະແດງ​ວ່າ​ຢາກ​ໃຫ້​ແຜ່ນດິນ​ໂລກ​ເປັນ​ອຸທິຍານ ເຊິ່ງ​ເຕັມ​ໄປ​ດ້ວຍ​ມະນຸດ​ທີ່​ຊອບທຳ​ແລະ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ. ຊາຕານ​ພາ​ໃຫ້​ອາດາມ​ແລະ​ເອວາ​ເຮັດ​ບາບ ແລະ​ເລື່ອງ​ນີ້​ກະທົບ​ໃສ່​ຄວາມ​ສຳເລັດ​ກ່ຽວ​ກັບ​ໃຈ​ປະສົງ​ຂອງ​ພະເຈົ້າ​ຕໍ່​ແຜ່ນດິນ​ໂລກ​ໃນ​ໄລຍະ​ໜຶ່ງ ແຕ່​ກໍ​ບໍ່​ໄດ້​ເຮັດ​ໃຫ້​ໃຈ​ປະສົງ​ຂອງ​ພະເຈົ້າ​ປ່ຽນ​ແປງ. ພະ​ເຢໂຫວາ​ຍັງ​ມີ​ໃຈ​ປະສົງ​ໃຫ້ “ຄົນ​ຊອບທຳ​ທັງ​ຫຼາຍ​ຈະ​ມີ​ແຜ່ນດິນ​ໄວ້​ແລະ​ເຂົາ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ​ສືບໆໄປ​ເປັນ​ນິດ.” (ຄຳເພງ 37:29) ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ເລື່ອງ​ນີ້​ສຳເລັດ​ເປັນ​ຈິງ. ໂດຍ​ວິທີ​ໃດ?

16, 17. ດານຽນ 2:44 ບອກ​ຫຍັງ​ເຮົາ​ກ່ຽວ​ກັບ​ລາຊະອານາຈັກ​ຂອງ​ພະເຈົ້າ?

16 ຂໍ​ໃຫ້​ຄິດ​ກ່ຽວ​ກັບ​ຄຳ​ພະຍາກອນ​ທີ່​ຢູ່​ໃນ​ດານຽນ 2:44 ທີ່​ວ່າ “ໃນ​ຄາວ​ກະສັດ​ທັງ​ຫຼາຍ​ນັ້ນ​ພະເຈົ້າ​ແຫ່ງ​ຟ້າ​ສະຫວັນ​ຈະ​ຕັ້ງ​ພະ​ລາຊະອານາຈັກ​ອັນ​ໜຶ່ງ​ໄວ້​ທີ່​ຈະ​ບໍ່​ຈິບຫາຍ​ສັກ​ເທື່ອ. ແລະ​ພະ​ລາຊະອານາຈັກ​ນີ້​ຈະ​ບໍ່​ກາຍ​ເປັນ​ຂອງ​ຊາວ​ປະເທດ​ອື່ນ. ມັນ​ຈະ​ໃຫ້​ລາຊະອານາຈັກ​ທັງ​ປວງ​ນີ້​ຫັກ​ແຕກ​ຈິບຫາຍ ແຕ່​ວ່າ​ຕົວ​ເອງ​ຈະ​ຕັ້ງ​ຢູ່​ສືບໆໄປ​ເປັນ​ນິດ.” ຂໍ້​ນີ້​ບອກ​ຫຍັງ​ເຮົາ​ກ່ຽວ​ກັບ​ລາຊະອານາຈັກ​ຂອງ​ພະເຈົ້າ?

17 ອັນ​ທຳອິດ ຂໍ້​ນີ້​ບອກ​ເຮົາ​ວ່າ​ຈະ​ມີ​ການ​ຕັ້ງ​ລາຊະອານາຈັກ​ຂອງ​ພະເຈົ້າ “ໃນ​ຄາວ​ກະສັດ​ທັງ​ຫຼາຍ​ນັ້ນ” ຫຼື​ໃນ​ຂະນະ​ທີ່​ອານາຈັກ​ອື່ນໆຍັງ​ມີ​ຢູ່. ອັນ​ທີ​ສອງ ຂໍ້​ນີ້​ບອກ​ເຮົາ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ຢູ່​ຕະຫຼອດ​ໄປ. ຈະ​ບໍ່​ມີ​ລັດຖະບານ​ໃດ​ມາ​ໂຄ່ນ​ລົ້ມ​ຫຼື​ເຂົ້າ​ມາ​ແທນ​ທີ່​ລາຊະອານາຈັກ​ນີ້​ໄດ້. ອັນ​ທີ​ສາມ ເຮົາ​ເຫັນ​ວ່າ​ຈະ​ມີ​ສົງຄາມ​ລະຫວ່າງ​ລາຊະອານາຈັກ​ຂອງ​ພະເຈົ້າ​ກັບ​ອານາຈັກ​ອື່ນ​ຂອງ​ໂລກ​ນີ້. ແຕ່​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ໄດ້​ໄຊ​ຊະນະ. ໃນ​ທີ່​ສຸດ​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ເປັນ​ລັດຖະບານ​ດຽວ​ທີ່​ປົກຄອງ​ມະນຸດ. ຈາກ​ນັ້ນ​ມະນຸດ​ຈະ​ຍິນດີ​ກັບ​ການ​ປົກຄອງ​ທີ່​ດີ​ທີ່​ສຸດ​ເທົ່າ​ທີ່​ເຂົາ​ເຈົ້າ​ເຄີຍ​ຮູ້​ເຄີຍ​ເຫັນ​ຜ່ານ​ມາ.

18. ສົງຄາມ​ຂັ້ນ​ສຸດ​ທ້າຍ​ລະຫວ່າງ​ລາຊະອານາຈັກ​ຂອງ​ພະເຈົ້າ​ແລະ​ບັນດາ​ລັດຖະບານ​ຂອງ​ໂລກ​ນີ້​ມີ​ຊື່​ວ່າ​ແນວ​ໃດ?

18 ຄຳພີ​ໄບເບິນ​ໄດ້​ບອກ​ໄວ້​ຫຼາຍ​ສິ່ງ​ກ່ຽວ​ກັບ​ສົງຄາມ​ຂັ້ນ​ເດັດ​ຂາດ​ລະຫວ່າງ​ລາຊະອານາຈັກ​ຂອງ​ພະເຈົ້າ​ກັບ​ລັດຖະບານ​ຕ່າງໆຂອງ​ໂລກ​ນີ້. ຕົວຢ່າງ ຄຳພີ​ໄບເບິນ​ສອນ​ວ່າ ເມື່ອ​ອະວະສານ​ໃກ້​ເຂົ້າ​ມາ ພວກ​ກາຍ​ວິນຍານ​ຊົ່ວ​ຈະ​ກະຈາຍ​ຄຳ​ຕົວະ​ເພື່ອ​ລໍ້​ລວງ “ກະສັດ​ທັງ​ຫຼາຍ​ທົ່ວ​ແຜ່ນດິນ​ໂລກ​ທີ່​ຄົນ​ອາໄສ.” ເພື່ອ​ຈຸດ​ປະສົງ​ຫຍັງ? “ເພື່ອ​ຈະ​ໃຫ້​ເຂົາ [ບັນດາ​ກະສັດ] ມາ​ຊຸມນຸມ​ກັນ​ສຳລັບ​ການ​ເສິກ​ໃນ​ວັນ​ອັນ​ໃຫຍ່​ຂອງ​ພະເຈົ້າ​ຜູ້​ມີ​ລິດເດດ​ອັນ​ໃຫຍ່​ທີ່​ສຸດ.” ບັນດາ​ກະສັດ​ທັງ​ຫຼາຍ​ຂອງ​ແຜ່ນດິນ​ໂລກ​ຈະ​ຖືກ​ເຕົ້າ​ໂຮມ​ມາ “ທີ່​ບ່ອນ​ໜຶ່ງ​ເອີ້ນ​ຊື່​ໃນ​ພາສາ​ເຫບເລີ​ວ່າ ອະລະມະເຄໂດນ.” (ຄຳປາກົດ 16:14, 16) ເນື່ອງ​ຈາກ​ສິ່ງ​ທີ່​ກ່າວ​ເຖິງ​ໃນ​ພະ​ຄຳພີ​ສອງ​ຂໍ້​ນີ້ ຈຶ່ງ​ເອີ້ນ​ການ​ສູ້​ຮົບ​ຂັ້ນ​ເດັດ​ຂາດ​ລະຫວ່າງ​ບັນດາ​ລັດຖະບານ​ມະນຸດ​ແລະ​ລາຊະອານາຈັກ​ຂອງ​ພະເຈົ້າ​ວ່າ​ສົງຄາມ​ອະລະມະເຄໂດນ.

19, 20. ອັນ​ໃດ​ຂັດ​ຂວາງ​ບໍ່​ໃຫ້​ໃຈ​ປະສົງ​ຂອງ​ພະເຈົ້າ​ສຳເລັດ​ຢູ່​ເທິງ​ແຜ່ນດິນ​ໂລກ​ໃນ​ຕອນ​ນີ້?

19 ໂດຍ​ທາງ​ສົງຄາມ​ອະລະມະເຄໂດນ ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ອັນ​ໃດ​ສຳເລັດ? ຂໍ​ໃຫ້​ຄິດ​ຄືນ​ເລື່ອງ​ໃຈ​ປະສົງ​ຂອງ​ພະເຈົ້າ​ສຳລັບ​ແຜ່ນດິນ​ໂລກ. ພະ​ເຢໂຫວາ​ພະເຈົ້າ​ຢາກ​ໃຫ້​ແຜ່ນດິນ​ໂລກ​ເຕັມ​ໄປ​ດ້ວຍ​ມະນຸດ​ສົມບູນ​ແບບ​ແລະ​ຊອບທຳ​ເຊິ່ງ​ຮັບໃຊ້​ພະອົງ​ໃນ​ອຸທິຍານ. ໃນ​ຕອນ​ນີ້​ມີ​ຫຍັງ​ຂັດ​ຂວາງ​ບໍ່​ໃຫ້​ເປັນ​ໄປ​ຕາມ​ໃຈ​ປະສົງ​ນັ້ນ? ສິ່ງ​ທຳອິດ ເຮົາ​ເປັນ​ຄົນ​ບາບ ເຮົາ​ເຈັບ​ປ່ວຍ​ແລະ​ຕາຍ. ແນວ​ໃດ​ກໍ​ຕາມ ໃນ​ບົດ​ທີ 5 ເຮົາ​ໄດ້​ຮຽນ​ຮູ້​ວ່າ​ພະ​ເຍຊູ​ສິ້ນ​ຊີວິດ​ແທນ​ພວກ​ເຮົາ​ເພື່ອ​ພວກ​ເຮົາ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. ເຈົ້າ​ຄົງ​ຈະ​ຈື່​ຖ້ອຍຄຳ​ທີ່​ບັນທຶກ​ໄວ້​ໃນ​ພະທຳ​ກິດຕິຄຸນ​ຂອງ​ໂຢຮັນ​ທີ່​ວ່າ “ພະເຈົ້າ​ໄດ້​ຮັກ​ມະນຸດສະໂລກ​ຫຼາຍ​ປານ​ນັ້ນ​ຈົນ​ໄດ້​ປະທານ​ໃຫ້​ພະ​ບຸດ​ອົງ​ດຽວ​ຂອງ​ພະອົງ ເພື່ອ​ຄົນ​ທຸກ​ຄົນ​ທີ່​ເຊື່ອ​ໃນ​ພະ​ບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ວ່າ​ຈະ​ມີ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ.”—ໂຢຮັນ 3:16.

20 ບັນຫາ​ອີກ​ຢ່າງ​ໜຶ່ງ​ກໍ​ຄື ຫຼາຍ​ຄົນ​ເຮັດ​ສິ່ງ​ທີ່​ບໍ່​ດີ. ເຂົາ​ເຈົ້າ​ຂີ້​ຕົວະ ຫຼອກ​ຫຼວງ ແລະ​ຜິດ​ສິນລະທຳ. ເຂົາ​ເຈົ້າ​ບໍ່​ຢາກ ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ. ຄົນ​ທີ່​ເຮັດ​ສິ່ງ​ບໍ່​ດີ​ຈະ​ຖືກ​ທຳລາຍ​ໃນ​ສົງຄາມ​ອະລະມະເຄໂດນ​ຂອງ​ພະເຈົ້າ. (ຄຳເພງ 37:10) ຍັງ​ມີ​ເຫດຜົນ​ອີກ​ຢ່າງ​ໜຶ່ງ​ທີ່​ເຮັດ​ໃຫ້​ໃຈ​ປະສົງ​ຂອງ​ພະເຈົ້າ​ຍັງ​ບໍ່​ທັນ​ສຳເລັດ​ຢູ່​ເທິງ​ແຜ່ນດິນ​ໂລກ​ໃນ​ຕອນ​ນີ້ ນັ້ນ​ຄື​ລັດຖະບານ​ຕ່າງໆບໍ່​ໄດ້​ສະໜັບສະຫນູນ​ປະຊາຊົນ​ໃຫ້​ເຮັດ​ຕາມ​ໃຈ​ປະສົງ​ນັ້ນ. ຫຼາຍ​ລັດຖະບານ​ບໍ່​ເຂັ້ມແຂງ ໂຫດ​ຮ້າຍ​ແລະ​ສໍ້​ໂກງ. ຄຳພີ​ໄບເບິນ​ກ່າວ​ແບບ​ກົງ​ໄປ​ກົງ​ມາ​ວ່າ “ຄົນ​ທັງ​ຫຼາຍ​ຄຸ້ມຄອງ​ຄົນ​ທັງ​ຫຼາຍ​ໃຫ້​ເປັນ​ການ​ອັນຕະລາຍ​ແກ່​ເຂົາ.”—ຜູ້ເທສະໜາປ່າວປະກາດ 8:9.

21. ລາຊະອານາຈັກ​ຈະ​ເຮັດ​ໃຫ້​ໃຈ​ປະສົງ​ຂອງ​ພະເຈົ້າ​ສຳເລັດ​ຢູ່​ເທິງ​ແຜ່ນດິນ​ໂລກ​ໂດຍ​ວິທີ​ໃດ?

21 ຫຼັງ​ຈາກ​ອະລະມະເຄໂດນ ມະນຸດ​ຈະ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ລັດຖະບານ​ດຽວ ຄື​ລາຊະອານາຈັກ​ຂອງ​ພະເຈົ້າ. ລາຊະອານາຈັກ​ນີ້​ຈະ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ​ແລະ​ນຳ​ເອົາ​ຄວາມ​ຫວັງ​ອັນ​ເປັນ​ຄວາມ​ພອນ​ອັນ​ດີ​ເລີດ​ມາ​ໃຫ້​ເຮົາ. ຕົວຢ່າງ ລາຊະອານາຈັກ​ນີ້​ຈະ​ກຳຈັດ​ຊາຕານ​ແລະ​ພວກ​ຜີ​ປີ​ສາດ​ຂອງ​ມັນ. (ຄຳປາກົດ 20:1-3) ຈະ​ມີ​ການ​ນຳ​ໃຊ້​ຄຸນຄ່າ​ເຄື່ອງ​ບູຊາ​ຂອງ​ພະ​ເຍຊູ​ເພື່ອ​ເຮັດ​ໃຫ້​ມະນຸດ​ທີ່​ສັດ​ຊື່​ບໍ່​ຕ້ອງ​ເຈັບ​ປ່ວຍ​ຫຼື​ຕາຍ​ອີກ​ຕໍ່​ໄປ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ພາຍ​ໃຕ້​ການ​ປົກຄອງ​ຂອງ​ລາຊະອານາຈັກ ເຂົາ​ເຈົ້າ​ຈະ​ສາມາດ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ. (ຄຳປາກົດ 22:1-3) ແຜ່ນດິນ​ໂລກ​ຈະ​ໄດ້​ຮັບ​ການ​ຟື້ນຟູ​ໃຫ້​ເປັນ​ອຸທິຍານ. ໂດຍ​ວິທີ​ນີ້​ລາຊະອານາຈັກ​ຈະ​ເຮັດ​ໃຫ້​ໃຈ​ປະສົງ​ຂອງ​ພະເຈົ້າ​ສຳເລັດ​ເທິງ​ແຜ່ນດິນ​ໂລກ ແລະ​ຈະ​ເຮັດ​ໃຫ້​ຊື່​ຂອງ​ພະເຈົ້າ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ. ອັນ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ກໍ​ໝາຍ​ຄວາມ​ວ່າ​ໃນ​ທີ່​ສຸດ​ທຸກ​ຄົນ​ທີ່​ມີ​ຊີວິດ​ຢູ່​ພາຍ​ໃຕ້​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ຖວາຍ​ກຽດ​ແກ່​ຊື່​ຂອງ​ພະ​ເຢໂຫວາ.

ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ລົງ​ມື​ຈັດການ​ເມື່ອ​ໃດ?

22. ເປັນ​ຫຍັງ​ເຮົາ​ຈຶ່ງ​ຮູ້​ໄດ້​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ບໍ່​ທັນ​ຕັ້ງ​ຂຶ້ນ​ຕອນ​ທີ່​ພະ​ເຍຊູ​ຢູ່​ເທິງ​ແຜ່ນດິນ​ໂລກ ຫຼື​ບໍ່​ໄດ້​ຕັ້ງ​ຂຶ້ນ​ທັນທີ​ຫຼັງ​ຈາກ​ທີ່​ພະອົງ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ?

22 ເມື່ອ​ພະ​ເຍຊູ​ບອກ​ພວກ​ລູກ​ສິດ​ໃຫ້​ອະທິດຖານ​ວ່າ “ຂໍ​ໃຫ້​ລາຊະອານາຈັກ​ຂອງ​ພະອົງ​ມາ​ຕັ້ງ​ຢູ່” ເຫັນ​ໄດ້​ຈະ​ແຈ້ງ​ວ່າ​ລາຊະອານາຈັກ​ຍັງ​ບໍ່​ທັນ​ຕັ້ງ​ຂຶ້ນ​ໃນ​ຕອນ​ນັ້ນ. ລາຊະອານາຈັກ​ຖືກ​ຕັ້ງ​ຂຶ້ນ​ຕອນ​ທີ່​ພະ​ເຍຊູ​ຂຶ້ນ​ໄປ​ສະຫວັນ​ບໍ? ບໍ່​ແມ່ນ ເພາະ​ທັງ​ເປໂຕ​ແລະ​ໂປໂລ​ບອກ​ວ່າ ຫຼັງ​ຈາກ​ທີ່​ພະ​ເຍຊູ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ ຄຳ​ພະຍາກອນ​ໃນ​ຄຳເພງ 110:1 ໄດ້​ສຳເລັດ​ເປັນ​ຈິງ​ໃນ​ພະອົງ​ທີ່​ວ່າ “ພະ​ເຢໂຫວາ​ໄດ້​ກ່າວ​ແກ່​ພະອົງ​ເຈົ້າ​ຂອງ​ຂ້ານ້ອຍ​ວ່າ ‘ຈົ່ງ​ນັ່ງ​ທີ່​ເບື້ອງ​ຂວາ​ມື​ຂອງ​ເຮົາ ຈົນ​ເຖິງ​ເຮົາ​ຈະ​ເອົາ​ສັດຕູ​ທັງ​ຫຼາຍ​ຂອງ​ພະອົງ​ລົງ​ມາ​ເປັນ​ມ້າ​ຮອງ​ຕີນ​ຂອງ​ພະອົງ.’” (ກິດຈະການ 2:32-35; ເຫບເລີ 10:12, 13) ນີ້​ສະແດງ​ວ່າ​ມີ​ໄລຍະ​ທີ່​ຕ້ອງ​ລໍ​ຖ້າ.

ພາຍ​ໃຕ້​ການ​ປົກຄອງ​ຂອງ​ລາຊະອານາຈັກ ໃຈ​ປະສົງ​ຂອງ​ພະເຈົ້າ​ຈະ​ສຳເລັດ​ຢູ່​ແຜ່ນດິນ​ໂລກ​ເຊັ່ນ​ດຽວ​ກັບ​ທີ່​ສຳເລັດ​ຢູ່​ສະຫວັນ

23. (ກ) ລາຊະອານາຈັກ​ຂອງ​ພະເຈົ້າ​ເລີ່ມ​ຕົ້ນ​ປົກຄອງ​ເມື່ອ​ໃດ? (ຂ) ບົດ​ຕໍ່​ໄປ​ເວົ້າ​ເລື່ອງ​ຫຍັງ?

23 ຕ້ອງ​ລໍ​ຖ້າ​ດົນ​ປານ​ໃດ? ໃນ​ລະຫວ່າງ​ທ້າຍ​ສະຕະວັດ​ທີ 19 ແລະ​ສະຕະວັດ​ທີ 20 ພວກ​ນັກ​ສຶກສາ​ຄຳພີ​ໄບເບິນ​ທີ່​ຈິງ​ໃຈ​ໄດ້​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ວ່າ​ເວລາ​ຂອງ​ການ​ລໍ​ຖ້າ​ຈະ​ສິ້ນ​ສຸດ​ລົງ​ໃນ​ປີ 1914. (ກ່ຽວ​ກັບ​ວັນ​ເວລາ​ນີ້ ຂໍ​ໃຫ້​ເບິ່ງ​ພາກ​ຜະໜວກ​ໜ້າ 215-218) ເຫດການ​ຕ່າງໆຂອງ​ໂລກ​ທີ່​ເລີ່ມ​ຕົ້ນ​ໃນ​ປີ 1914 ຢືນຢັນ​ວ່າ​ນັກ​ສຶກສາ​ຄຳພີ​ໄບເບິນ​ທີ່​ຈິງ​ໃຈ​ເຫຼົ່າ​ນີ້​ໄດ້​ເຂົ້າ​ໃຈ​ຖືກຕ້ອງ​ແລ້ວ. ຄວາມ​ສຳເລັດ​ເປັນ​ຈິງ​ຂອງ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ສະແດງ​ວ່າ​ພະ​ຄລິດ​ໄດ້​ກາຍ​ເປັນ​ກະສັດ​ໃນ​ປີ 1914 ແລະ​ລາຊະອານາຈັກ​ຂອງ​ພະເຈົ້າ​ທີ່​ຢູ່​ທາງ​ພາກ​ສະຫວັນ​ໄດ້​ເລີ່ມ​ຕົ້ນ​ປົກຄອງ​ແລ້ວ. ດ້ວຍ​ເຫດ​ນີ້ ເຮົາ​ພວມ​ມີ​ຊີວິດ​ຢູ່​ໃນ ‘ເວລາ​ແຕ່​ໜ້ອຍ​ດຽວ’ ທີ່​ຊາຕານ​ມີ​ເຫຼືອ​ຢູ່. (ຄຳປາກົດ 12:12; ຄຳເພງ 110:2) ນອກ​ຈາກ​ນີ້ ເຮົາ​ຍັງ​ເວົ້າ​ໄດ້​ດ້ວຍ​ຄວາມ​ໝັ້ນ​ໃຈ​ວ່າ​ອີກ​ບໍ່​ດົນ​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ລົງ​ມື​ຈັດການ​ເພື່ອ​ເຮັດ​ໃຫ້​ໃຈ​ປະສົງ​ຂອງ​ພະເຈົ້າ​ສຳເລັດ​ຢູ່​ແຜ່ນດິນ​ໂລກ. ເຈົ້າ​ຮູ້ສຶກ​ວ່າ​ນີ້​ເປັນ​ຂ່າວ​ທີ່​ດີ​ເລີດ​ບໍ? ເຈົ້າ​ເຊື່ອ​ວ່າ​ເລື່ອງ​ນີ້​ເປັນ​ຄວາມ​ຈິງ​ບໍ? ບົດ​ຕໍ່​ໄປ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຫັນ​ວ່າ​ຄຳພີ​ໄບເບິນ​ສອນ​ເລື່ອງ​ເຫຼົ່າ​ນີ້​ແທ້ໆ.

ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ

  • ລາຊະອານາຈັກ​ຂອງ​ພະເຈົ້າ​ເປັນ​ລັດຖະບານ​ທີ່​ຢູ່​ທາງ​ພາກ​ສະຫວັນ​ເຊິ່ງ​ມີ​ພະ​ເຍຊູ​ຄລິດ​ເປັນ​ກະສັດ ແລະ​ມີ​ການ​ເລືອກ​ເອົາ 144.000 ຄົນ​ຈາກ​ທ່າມກາງ​ມະນຸດ​ໄປ​ປົກຄອງ​ຮ່ວມ​ກັບ​ພະອົງ.—ຄຳປາກົດ 14:1, 4.

  • ລາຊະອານາຈັກ​ເລີ່ມ​ຕົ້ນ​ປົກຄອງ​ໃນ​ປີ 1914 ແລະ​ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ​ຊາຕານ​ຖືກ​ຂັບ​ໄລ່​ອອກ​ຈາກ​ສະຫວັນ​ໃຫ້​ລົງ​ມາ​ຢູ່​ແຜ່ນດິນ​ໂລກ.—ຄຳປາກົດ 12:9.

  • ອີກ​ບໍ່​ດົນ​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ທຳລາຍ​ການ​ປົກຄອງ​ຂອງ​ມະນຸດ ແລະ​ແຜ່ນດິນ​ໂລກ​ຈະ​ກາຍ​ເປັນ​ອຸທິຍານ.—ຄຳປາກົດ 16:14, 16.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌