ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຮ ບົດຮຽນ 10 ໜ້າ 20-21
  • ກິດ​ປະຕິບັດ​ຕ່າງໆ​ທີ່​ພະ​ຜູ້​ສ້າງ​ກຽດ​ຊັງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ກິດ​ປະຕິບັດ​ຕ່າງໆ​ທີ່​ພະ​ຜູ້​ສ້າງ​ກຽດ​ຊັງ
  • ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
  • ເລື່ອງທີ່ຄ້າຍກັນ
  • ເພື່ອນ​ຂອງ​ພະເຈົ້າ​ຫຼີກ​ລ່ຽງ​ສິ່ງ​ທີ່​ບໍ່​ດີ
    ທ່ານສາມາດເປັນເພື່ອນຂອງພະເຈົ້າ!
  • ການ​ພະນັນ
    ຕື່ນເຖີດ!—2015
ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
ຮຮ ບົດຮຽນ 10 ໜ້າ 20-21

ບົດຮຽນ 10

ກິດ​ປະຕິບັດ​ຕ່າງໆ​ທີ່​ພະ​ຜູ້​ສ້າງ​ກຽດ​ຊັງ

ທ່ານ​ຄວນ​ຮູ້ສຶກ​ຢ່າງ​ໃດ​ກ່ຽວ​ກັບ​ສິ່ງ​ທີ່​ພະເຈົ້າ​ຕັດ​ວ່າ​ບໍ່​ດີ? (1)

ການ​ປະພຶດ​ທາງ​ເພດ​ແບບ​ໃດ​ທີ່​ນັບ​ວ່າ​ຜິດ? (2)

ຄລິດສະຕຽນ​ຄວນ​ມີ​ທັດສະນະ​ຢ່າງ​ໃດ​ຕໍ່​ການ​ຕົວະ? (3) ການ​ຫຼິ້ນ​ການ​ພະນັນ? (3) ການ​ລັກ​ຂະໂມຍ? (3) ຄວາມ​ຮຸນແຮງ? (4) ລັດທິ​ພູດ​ຜີສາດ? (5) ການ​ເມົາ​ເຫຼົ້າ? (6)

ຄົນ​ເຮົາ​ຈະ​ຫລຸດ​ພົ້ນ​ຈາກ​ນິດໄສ​ແລະ​ການ​ປະຕິບັດ​ທີ່​ບໍ່​ດີ​ໄດ້​ຢ່າງ​ໃດ? (7)

1. ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຮັກ​ສິ່ງ​ທີ່​ດີ. ແຕ່​ພວກ​ເຂົາ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ກຽດ​ຊັງ​ສິ່ງ​ທີ່​ຊົ່ວ​ດ້ວຍ. (ຄຳເພງ 97:10) ນັ້ນ​ໝາຍ​ເຖິງ​ການ​ຫຼີກ​ລ້ຽງ​ກິດ​ປະຕິບັດ​ບາງ​ຢ່າງ​ທີ່​ພະເຈົ້າ​ກຽດ​ຊັງ. ກິດ​ປະຕິບັດ​ເຫຼົ່າ​ນັ້ນ​ມີ​ຫຍັງ​ແດ່?

2. ການ​ລ່ວງ​ປະເວນີ: ການ​ຮ່ວມ​ເພດ​ກ່ອນ​ການ​ແຕ່ງ​ດອງ ການ​ຫຼິ້ນ​ຊູ້ ການ​ຮ່ວມ​ເພດ​ກັບ​ສັດ ການ​ຮ່ວມ​ເພດ​ກັບ​ລູກໆ ຫຼື​ຍາດ​ໃກ້​ຊິດ ແລະ​ການ​ຮັກ​ຮ່ວມ​ເພດ​ດຽວ​ກັນ ທັງ​ໝົດ​ນີ້​ເປັນ​ການ​ເຮັດ​ບາບ​ຮ້າຍແຮງ​ຕໍ່​ພະເຈົ້າ. (ລະບຽບການພວກເລວີ 18:6; ໂລມ 1:26, 27; 1 ໂກລິນໂທ 6:9, 10) ຖ້າ​ຊາຍ​ຍິງ​ບໍ່​ໄດ້​ແຕ່ງ​ດອງ​ກັນ​ແຕ່​ຢູ່​ກິນ​ດ້ວຍ​ກັນ ພວກ​ເຂົາ​ຄວນ​ແຍກ​ກັນ​ຢູ່​ຫຼື​ບໍ່​ຢ່າງ​ນັ້ນ​ກໍ່​ໃຫ້​ແຕ່ງ​ດອງ​ຖືກ​ຕ້ອງ​ຕາມ​ກົດໝາຍ.—ເຫບເລິ 13:4.

3. ການ​ເວົ້າ​ຕົວະ ການ​ຫຼິ້ນ​ການ​ພະນັນ ການ​ລັກ​ຂະໂມຍ: ພະ​ເຢໂຫວາ​ພະເຈົ້າ​ເວົ້າ​ຄຳ​ຕົວະ​ບໍ່​ໄດ້. (ຕິໂຕ 1:2) ຄົນ​ໃດ​ທີ່​ຕ້ອງການ​ຄວາມ​ເຫັນ​ຊອບ​ຈາກ​ພະອົງ​ຕ້ອງ​ຫຼີກ​ລ້ຽງ​ການ​ເວົ້າ​ຕົວະ. (ສຸພາສິດ 6:16-19; ໂກໂລດ 3:9, 10) ການ​ຫຼິ້ນ​ການ​ພະນັນ​ທຸກ​ຮູບ​ແບບ​ກ່ຽວ​ຂ້ອງ​ກັບ​ຄວາມ​ໂລບ. ດັ່ງ​ນັ້ນ ຄລິດສະຕຽນ​ບໍ່​ເຂົ້າ​ໄປ​ມີ​ສ່ວນ​ຮ່ວມ​ໃນ​ການ​ຫຼິ້ນ​ການ​ພະນັນ​ແມ່ນ​ວ່າ​ເປັນ​ຊະນິດ​ໃດ ເຊັ່ນ​ການ​ຫຼິ້ນ​ຫວຍ​ລອດເຕິລີ ການ​ແຂ່ງ​ມ້າ ແລະ​ການຫຼິ້ນ​ບິງໂກ. (ເອເຟດ 5:3-5) ແລະ​ຄລິດສະຕຽນ​ບໍ່​ລັກ​ຂະໂມຍ. ພວກ​ເຂົາ​ບໍ່​ຊື້​ເຄື່ອງ​ຂອງ​ທີ່​ຮູ້​ຢູ່​ວ່າ​ຖືກ​ຂະໂມຍ​ມາ​ຫຼື​ບໍ່​ເອົາ​ເຄື່ອງ​ຂອງ​ໃດໆ ໄປ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ.—ອຸປະຍົກໜີ 20:15; ເອເຟດ 4:28.

4. ຄວາມ​ໂມໂຫ​ຮ້າຍ, ຄວາມ​ຮຸນແຮງ: ຄວາມ​ໂມໂຫ​ຮ້າຍ​ຢ່າງ​ບໍ່​ບັງຄັບ​ຕົນ​ສາມາດ​ນຳ​ໄປ​ສູ່​ການ​ເຮັດ​ຮຸນແຮງ​ໄດ້. (ຕົ້ນເດິມ 4:5-8) ຄົນ​ທີ່​ມັກ​ຄວາມ​ຮຸນແຮງ​ຈະ​ເປັນ​ເພື່ອນ​ກັບ​ພະເຈົ້າ​ບໍ່​ໄດ້. (ຄຳເພງ 11:5; ສຸພາສິດ 22:24, 25) ເປັນ​ການ​ຜິດ​ທີ່​ຈະ​ແກ້ແຄ້ນ​ຫຼື​ເຮັດ​ຊົ່ວ​ຕອບ​ແທນ​ຄວາມ​ຊົ່ວ​ທີ່​ຄົນ​ອື່ນ​ອາດ​ເຮັດ​ຕໍ່​ເຮົາ.—ສຸພາສິດ 24:29; ໂລມ 12:17-21.

5. ເວດ​ມົນ​ຄາຖາ ແລະ​ລັດທິ​ພູດ​ຜີສາດ: ບາງ​ຄົນ​ຮ້ອງ​ຂໍ​ອຳນາດ​ພູດ​ຜີສາດ​ເພື່ອ​ພະຍາຍາມ​ປິ່ນປົວ​ຄວາມ​ເຈັບ​ປ່ວຍ​ໃຫ້​ຫາຍ. ຄົນ​ອື່ນ​ໃຊ້​ເວດ​ມົນ​ຄາຖາ​ສາບ​ແຊ່ງ​ສັດຕູ​ຂອງ​ຕົນ​ເພື່ອ​ເຮັດ​ໃຫ້​ເຂົາ​ເຈັບ​ປ່ວຍ​ຫຼື​ເຖິງ​ກັບ​ຂ້າ​ເຂົາ. ຜູ້​ມີ​ອຳນາດ​ຊຶ່ງ​ຢູ່​ເບື້ອງ​ຫຼັງ​ກິດ​ປະຕິບັດ​ເຫຼົ່າ​ນີ້​ແມ່ນ​ຊາຕານ. ດັ່ງ​ນັ້ນ ຄລິດສະຕຽນ​ຕ້ອງ​ບໍ່​ເຂົ້າ​ໄປ​ມີ​ສ່ວນ​ຮ່ວມ​ໃນ​ສິ່ງ​ເຫຼົ່າ​ນີ້​ບໍ່​ວ່າ​ຊະນິດ​ໃດ. (ພະບັນຍັດຕິທີ2 18:9-13) ການ​ຢູ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ສະເໝີ​ເປັນ​ການ​ປົກ​ປ້ອງ​ທີ່​ດີ​ທີ່​ສຸດ​ເພື່ອ​ບໍ່​ໃຫ້​ຖືກ​ເວດ​ມົນ​ຄາຖາ​ທີ່​ຄົນ​ອື່ນ​ອາດ​ໃຊ້​ທຳ​ຮ້າຍ​ເຮົາ.—ສຸພາສິດ 18:10.

6. ການ​ເມົາ​ເຫຼົ້າ: ບໍ່​ຜິດ​ທີ່​ຈະ​ດື່ມ​ເຫຼົ້າ​ອະງຸ່ນ, ເຫຼົ້າ​ເບຍ, ຫຼື​ເຄື່ອງ​ດື່ມ​ອື່ນໆ ທີ່​ມີ​ເຫຼົ້າ​ນ້ອຍ​ນຶ່ງ. (ຄຳເພງ 104:15; 1 ຕີໂມເຕ 5:23) ແຕ່​ການ​ດື່ມ​ຈັດ ແລະ​ການ​ເມົາ​ເຫຼົ້າ​ເປັນ​ການ​ຜິດ​ໃນ​ສາຍ​ຕາ​ພະເຈົ້າ. (1 ໂກລິນໂທ 5:11-13; 1 ຕີໂມເຕ 3:8) ການ​ດື່ມ​ຫຼາຍ​ເກີນ​ໄປ​ສາມາດ​ທຳລາຍ​ສຸຂະພາບ​ແລະ​ເຮັດ​ໃຫ້​ຄອບຄົວ​ຂອງ​ທ່ານ​ແຕກ​ແຍກ​ໄດ້. ມັນ​ອາດ​ເຮັດ​ໃຫ້​ທ່ານ​ຍອມ​ແພ້​ຢ່າງ​ງ່າຍ​ເມື່ອ​ມີ​ການ​ຍົວະ​ຍວນ​ອື່ນໆ ເກີດ​ຂຶ້ນ.—ສຸພາສິດ 23:20, 21, 29-35.

7. ຜູ້​ຄົນ​ທີ່​ເຮັດ​ສິ່ງ​ທີ່​ພະເຈົ້າ​ຕັດ​ວ່າ​ຊົ່ວ​ຈະ “ບໍ່​ຮັບ​ລາຊະອານາຈັກ​ຂອງ​ພະເຈົ້າ​ເປັນ​ມໍລະດົກ.” (ຄາລາຊີ 5:19-21, ລ.ມ.) ຖ້າ​ທ່ານ​ຮັກ​ພະເຈົ້າ​ອີ່ຫຼີ​ແລະ​ຢາກ​ເຮັດ​ໃຫ້​ພະອົງ​ເຫັນ​ຊອບ ທ່ານ​ຈະ​ຫລຸດ​ພົ້ນ​ຈາກ​ກິດ​ປະຕິບັດ​ເຫຼົ່າ​ນີ້​ໄດ້. (1 ໂຍຮັນ 5:3) ຈົ່ງ​ຮຽນ​ຮູ້​ທີ່​ຈະ​ກຽດ​ຊັງ​ສິ່ງ​ທີ່​ພະເຈົ້າ​ກ່າວ​ວ່າ​ເປັນ​ສິ່ງ​ຊົ່ວ. (ໂລມ 12:9) ຈົ່ງ​ຄົບ​ຫາ​ສະມາຄົມ​ກັບ​ຜູ້​ຄົນ​ທີ່​ມີ​ນິດໄສ​ທີ່​ພະເຈົ້າ​ພໍ​ພະໄທ. (ສຸພາສິດ 13:20) ເພື່ອນ​ຄລິດສະຕຽນ​ຜູ້​ອາວຸໂສ​ອາດ​ເປັນ​ແຫຼ່ງ​ໃຫ້​ຄວາມ​ຊ່ວຍເຫຼືອ​ໄດ້. (ຍາໂກໂບ 5:14) ສຳຄັນ​ທີ່​ສຸດ​ຄື ຈົ່ງ​ໝາຍ​ເພິ່ງ​ຄວາມ​ຊ່ວຍເຫຼືອ​ຈາກ​ພະ​ເຢໂຫວາ​ໂດຍ​ການ​ອະທິດຖານ.—ຟີລິບ 4:6, 7, 13.

[ຮູບ​ພາບ​ໜ້າ 20, 21]

ພະເຈົ້າ​ກຽດ​ຊັງ ການ​ເມົາ​ເຫຼົ້າ ການ​ລັກ​ຂະໂມຍ ການ​ຫຼິ້ນ​ການ​ພະນັນ ແລະ​ການ​ກະທຳ​ທີ່​ຮຸນແຮງ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌