ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພຈ ບົດຮຽນ 14 ໜ້າ 22-23
  • ເພື່ອນ​ຂອງ​ພະເຈົ້າ​ຫຼີກ​ລ່ຽງ​ສິ່ງ​ທີ່​ບໍ່​ດີ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເພື່ອນ​ຂອງ​ພະເຈົ້າ​ຫຼີກ​ລ່ຽງ​ສິ່ງ​ທີ່​ບໍ່​ດີ
  • ທ່ານສາມາດເປັນເພື່ອນຂອງພະເຈົ້າ!
  • ເລື່ອງທີ່ຄ້າຍກັນ
  • ກິດ​ປະຕິບັດ​ຕ່າງໆ​ທີ່​ພະ​ຜູ້​ສ້າງ​ກຽດ​ຊັງ
    ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
  • ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຈະ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ?
    ເຊື່ອຟັງພະເຈົ້າແລ້ວຈະມີຊີວິດຕະຫຼອດໄປ
  • ບົດ​ທີ 13
    ເຊື່ອຟັງພະເຈົ້າ
  • ພະເຈົ້າຈະທຳລາຍຄົນບໍ່ດີອີກບໍ?
    ເພີດເພີນນຳຊີວິດເທິງແຜ່ນດິນໂລກຕະຫຼອດໄປ!
ເບິ່ງຕື່ມ
ທ່ານສາມາດເປັນເພື່ອນຂອງພະເຈົ້າ!
ພຈ ບົດຮຽນ 14 ໜ້າ 22-23

ບົດຮຽນ 14

ເພື່ອນ​ຂອງ​ພະເຈົ້າ​ຫຼີກ​ລ່ຽງ​ສິ່ງ​ທີ່​ບໍ່​ດີ

ຊາຕານ​ຊັກຊວນ​ຜູ້​ຄົນ​ໃຫ້​ເຮັດ​ສິ່ງ​ທີ່​ບໍ່​ດີ. ທຸກ​ຄົນ​ທີ່​ຢາກ​ເປັນ​ເພື່ອນ​ຂອງ​ພະເຈົ້າ​ຕ້ອງ​ກຽດ​ຊັງ​ສິ່ງ​ທີ່​ພະ​ເຢໂຫວາ​ກຽດ​ຊັງ. (ຄຳເພງ 97:10) ຕໍ່​ໄປ​ນີ້​ແມ່ນ​ບາງ​ສິ່ງ​ທີ່​ເພື່ອນ​ຂອງ​ພະເຈົ້າ​ຫຼີກ​ລ່ຽງ:

Things that Jehovah hates include sexual sins, drunkenness, abortion, thievery, lying, uncontrolled anger, and gambling

ການ​ເຮັດ​ຜິດ​ທາງ​ເພດ. “ຢ່າ​ຫຼິ້ນ​ຊູ້​ສູ່​ຜົວ​ເມຍ​ທ່ານ.” (ອຸປະຍົກໜີ 20:14) ການ​ມີ​ເພດ​ສຳພັນ​ກ່ອນ​ແຕ່ງ​ດອງ​ກໍ​ຜິດ​ເຊັ່ນ​ກັນ.—1 ໂກລິນໂທ 6:18.

ການ​ເມົາ​ເຫຼົ້າ. “ຄົນ​ຂີ້​ເຫຼົ້າ . . . ຈະ​ບໍ່​ຮັບ​ແຜ່ນດິນ​ຂອງ​ພະເຈົ້າ​ເປັນ​ມູນ.”—1 ໂກລິນໂທ 6:10

ການ​ຄາຕະກຳ, ການ​ເອົາ​ລູກ​ອອກ. “ຢ່າ​ຂ້າ​ຄົນ.”—ອຸປະຍົກໜີ 20:13.

ການ​ລັກ. “ຢ່າ​ລັກ​ເອົາ​ຂອງ.”—ອຸປະຍົກໜີ 20:15.

ການ​ຕົວະ. ພະ​ເຢໂຫວາ​ກຽດ​ຊັງ “ລີ້ນ​ທີ່​ເວົ້າ​ບໍ່​ຈິງ.”—ສຸພາສິດ 6:17.

ຄວາມ​ຮຸນແຮງ​ແລະ​ຄວາມ​ໃຈ​ຮ້າຍ​ທີ່​ບໍ່​ມີ​ການ​ຄວບຄຸມ. “ຄົນ​ໃດ​ທີ່​ຮັກ​ຄວາມ​ຮຸນແຮງ [ພະ​ເຢໂຫວາ] ກຽດ​ຊັງ​ຢ່າງ​ແນ່ນອນ.” (ຄຳເພງ 11:5, ລ.ມ.) “ການ​ທັງ​ຫຼາຍ​ຂອງ​ເນື້ອ​ໜັງ [ຮ່ວມ​ທັງ] ຄວາມ​ຄຽດ​ກັນ.”—ຄາລາຊີ 5:19, 20.

ການ​ພະນັນ. “ຄົນ​ໂລບ . . . ຢ່າ​ຄົບ​ກັນ​ກັບ​ຄົນ​ຢ່າງ​ນັ້ນ.”—1 ໂກລິນໂທ 5:11, ລ.ມ.

ຄວາມ​ກຽດ​ຊັງ​ທາງ​ເຊື້ອ​ຊາດ​ແລະ​ເຜົ່າ​ພັນ. “ຈົ່ງ​ຮັກ​ສັດຕູ​ທັງ​ຫຼາຍ​ຂອງ​ທ່ານ . . . ແລະ​ອ້ອນ​ວອນ​ສຳລັບ​ຄົນ​ທັງ​ຫຼາຍ​ທີ່​ກະທຳ​ຮ້າຍ​ແລະ​ຂົ່ມເຫງ​ທ່ານ.”—ມັດທາຍ 5:43, 44.

ສິ່ງ​ທີ່​ພະເຈົ້າ​ບອກ​ເຮົາ​ແມ່ນ​ເພື່ອ​ເປັນ​ປະໂຫຍດ​ສຳລັບ​ພວກ​ເຮົາ. ມັນ​ບໍ່​ແມ່ນ​ເລື່ອງ​ງ່າຍ​ສະເໝີ​ໄປ​ທີ່​ຈະ​ຫຼີກ​ລ່ຽງ​ການ​ເຮັດ​ສິ່ງ​ທີ່​ບໍ່​ດີ. ແຕ່​ໂດຍ​ການ​ຊ່ວຍ​ເຫຼືອ​ຂອງ​ພະ​ເຢໂຫວາ​ແລະ​ໂດຍ​ການ​ຊ່ວຍ​ເຫຼືອ​ຂອງ​ເຫຼົ່າ​ພະຍານ​ຂອງ​ພະອົງ ທ່ານ​ສາມາດ​ຫຼີກ​ລ່ຽງ​ການ​ກະທຳ​ໃນ​ສິ່ງ​ທີ່​ພະເຈົ້າ​ບໍ່​ພໍ​ພະໄທ​ໄດ້.—ເອຊາອີ 48:17; ຟີລິບ 4:13; ເຫບເລິ 10:24, 25.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌