ບົດທີ 5
“ນີ້ເປັນພະບຸດທີ່ຮັກຂອງເຮົາ”
ເມື່ອເດັກນ້ອຍເຮັດສິ່ງທີ່ດີ ຜູ້ເບິ່ງແຍງເຂົາເຈົ້າກໍຍິນດີ. ເມື່ອເດັກຍິງເຮັດສິ່ງທີ່ດີ ພໍ່ຈະພູມໃຈທີ່ບອກກັບຄົນອື່ນໄດ້ວ່າ: “ນີ້ແມ່ນລູກສາວຂອງຂ້ອຍ.” ຫຼືຖ້າເດັກຊາຍເຮັດສິ່ງທີ່ດີ ຜູ້ທີ່ເປັນພໍ່ຈະດີໃຈບອກວ່າ: “ນີ້ແມ່ນລູກຊາຍຂອງຂ້ອຍ.”
ພະເຍຊູເຮັດສິ່ງທີ່ໃຫ້ພໍ່ພໍໃຈສະເໝີ. ດັ່ງນັ້ນ ພໍ່ຈຶ່ງພູມໃຈໃນຕົວພະເຍຊູ. ລູກຈື່ສິ່ງທີ່ພໍ່ຂອງພະເຍຊູໄດ້ເຮັດຕອນທີ່ພະເຍຊູຢູ່ກັບສາວົກສາມຄົນບໍ?— ແມ່ນແລ້ວ ພະເຈົ້າເວົ້າກັບເຂົາເຈົ້າຈາກສະຫວັນວ່າ: “ພະອົງນີ້ເປັນພະບຸດທີ່ຮັກຂອງເຮົາ ເຮົາຊອບໃຈຫຼາຍໃນພະອົງ.”—ມັດທາຍ 17:5.
ພະເຍຊູຍິນດີສະເໝີທີ່ຈະເຮັດສິ່ງເຊິ່ງເຮັດໃຫ້ພໍ່ຂອງພະອົງພໍໃຈດີ. ລູກຮູ້ບໍເປັນຫຍັງຈຶ່ງເປັນແນວນັ້ນ? ເພາະວ່າພະອົງຮັກພໍ່ຂອງພະອົງແທ້ໆ. ຖ້າຄົນເຮົາເຮັດສິ່ງຕ່າງໆເພາະຈຳຕ້ອງເຮັດທໍ່ນັ້ນ ນັ້ນກໍຈະເປັນເລື່ອງຍາກ. ແຕ່ຖ້າວ່າເຮົາເຕັມໃຈເຮັດມັນຈະງ່າຍຂຶ້ນ. ລູກຮູ້ບໍວ່າຄວາມເຕັມໃຈໝາຍຄວາມວ່າແນວໃດ?— ໝາຍຄວາມວ່າຢາກເຮັດສິ່ງໃດສິ່ງໜຶ່ງຢ່າງແທ້ຈິງ.
ແມ່ນແຕ່ກ່ອນທີ່ພະເຍຊູຈະມາທີ່ແຜ່ນດິນໂລກ ພະອົງເຕັມໃຈເຮັດສິ່ງໃດກໍຕາມທີ່ພໍ່ຂອງພະອົງບອກໃຫ້ເຮັດ. ຍ້ອນວ່າພະອົງຮັກພະເຈົ້າພະເຢໂຫວາ ພໍ່ຂອງພະອົງ. ພະເຍຊູມີຕຳແໜ່ງທີ່ດີເລີດໃນສະຫວັນກັບພໍ່ພະອົງ. ແຕ່ວ່າພະເຈົ້າມີວຽກພິເສດໃຫ້ພະເຍຊູເຮັດ. ເພື່ອເຮັດວຽກນັ້ນ ພະເຍຊູຕ້ອງອອກຈາກສະຫວັນ. ພະອົງຕ້ອງມາເກີດເປັນແອນ້ອຍເທິງແຜ່ນດິນໂລກ. ພະເຍຊູເຕັມໃຈເຮັດວຽກນີ້ເພາະພະເຢໂຫວາຕ້ອງການໃຫ້ພະອົງເຮັດ.
ທູດສະຫວັນຄາບລຽນບອກເລື່ອງໃດກັບມາລີ?
ເພື່ອຈະເກີດເທິງແຜ່ນດິນໂລກ ພະເຍຊູຕ້ອງມີແມ່. ລູກຮູ້ບໍວ່າແມ່ລາວແມ່ນໃຜ?— ແມ່ລາວຊື່ມາລີ. ພະເຢໂຫວາສົ່ງຄາບລຽນທູດຂອງພະອົງຈາກສະຫວັນມາບອກມາລີ. ຄາບລຽນບອກວ່າລາວຈະມີລູກຊາຍ. ແອນ້ອຍນີ້ຈະຊື່ວ່າເຍຊູ. ແລະໃຜເປັນພໍ່ຂອງແອນ້ອຍນີ້?— ທູດສະຫວັນບອກວ່າພໍ່ຂອງແອນ້ອຍຜູ້ນີ້ແມ່ນພະເຈົ້າເຢໂຫວາ. ເພາະເຫດນັ້ນຈຶ່ງໄດ້ເອີ້ນພະເຍຊູວ່າລູກຂອງພະເຈົ້າ.
ລູກຄິດວ່າມາລີຈະຮູ້ສຶກແນວໃດກ່ຽວກັບເລື່ອງນີ້?— ລາວຈະບອກບໍວ່າ “ຂ້ອຍບໍ່ຕ້ອງການເປັນແມ່ຂອງພະເຍຊູ”? ບໍ່ແມ່ນດອກ ມາລີພ້ອມທີ່ຈະເຮັດສິ່ງທີ່ພະເຈົ້າຕ້ອງການ. ແຕ່ລູກຂອງພະເຈົ້າຈະມາເກີດເປັນແອນ້ອຍຢູ່ເທິງແຜ່ນດິນໂລກນີ້ໄດ້ແນວໃດ? ການເກີດຂອງພະເຍຊູແຕກຕ່າງຈາກການເກີດຂອງແອນ້ອຍຄົນອື່ນທັງໝົດແນວໃດ? ລູກຮູ້ບໍ?—
ເອົາລະ ພະເຈົ້າໄດ້ສ້າງອາດາມແລະເອວາ ພໍ່ແມ່ຄູ່ທຳອິດຂອງພວກເຮົາເພື່ອເຂົາເຈົ້າຈະສາມາດຢູ່ນຳກັນໃນວິທີທີ່ພິເສດ. ຫຼັງຈາກນັ້ນ ໜໍ່ລູກເລີ່ມເກີດຂຶ້ນໃນທ້ອງຂອງແມ່. ເຮົາເວົ້າກັນວ່າເປັນຕາອັດສະຈັນແທ້ໆ! ພໍ່ (ແມ່) ເຊື່ອວ່າລູກກໍຈະຄິດແບບນັ້ນ.
ເທື່ອນີ້ພະເຈົ້າເຮັດສິ່ງທີ່ອັດສະຈັນຍິ່ງກວ່ານັ້ນອີກ. ພະອົງຍ້າຍເອົາຊີວິດລູກຊາຍຂອງພະອົງຈາກສະຫວັນແລະໃສ່ໄວ້ໃນທ້ອງຂອງມາລີ. ພະເຈົ້າບໍ່ເຄີຍເຮັດແບບນັ້ນມາກ່ອນແລະພະອົງກໍຈະບໍ່ເຮັດອີກ. ການອັດສະຈັນນັ້ນເຮັດໃຫ້ພະເຍຊູເລີ່ມເຕີບໂຕໃນທ້ອງຂອງມາລີເຊັ່ນດຽວກັບລູກອ່ອນຄົນອື່ນໆເຕີບໂຕຂຶ້ນໃນທ້ອງແມ່. ຫຼັງຈາກນັ້ນມາລີຈຶ່ງແຕ່ງດອງກັບໂຢເຊບ.
ເມື່ອເຖິງເວລາທີ່ພະເຍຊູຈະເກີດ ມາລີແລະໂຢເຊບກຳລັງຢາມຢູ່ເມືອງເບດເລເຫມ. ແຕ່ຄົນເຕັມເມືອງນັ້ນແລ້ວ. ບໍ່ມີຫ້ອງຫວ່າງຈັກຫ້ອງໃຫ້ມາລີແລະໂຢເຊບພັກແຮມໄດ້ ດັ່ງນັ້ນເຂົາເຈົ້າຕ້ອງຢູ່ໃນຄອກສັດ. ມາລີໄດ້ອອກລູກຢູ່ຫັ້ນ ແລະພະເຍຊູຖືກວາງໄວ້ໃນຮາງຫຍ້າ ດັ່ງທີ່ລູກເຫັນໃນພາບນີ້. ຮາງຫຍ້າເປັນແນວທີ່ໃສ່ອາຫານໃຫ້ງົວແລະສັດອື່ນໆກິນ.
ເປັນຫຍັງພະເຍຊູຈຶ່ງຖືກວາງໄວ້ໃນຮາງຫຍ້າ?
ມີເລື່ອງເປັນຕາຕື່ນເຕັ້ນເກີດຂຶ້ນໃນຄືນທີ່ພະເຍຊູເກີດ. ຢູ່ໃກ້ເມືອງເບດເລເຫມມີທູດສະຫວັນອົງໜຶ່ງມາປາກົດແກ່ຄົນລ້ຽງແກະບາງຄົນ. ທູດນັ້ນບອກເຂົາເຈົ້າວ່າພະເຍຊູເປັນບຸກຄົນສຳຄັນ. ທູດສະຫວັນນັ້ນກ່າວວ່າ: ‘ຈົ່ງເບິ່ງ! ເຮົານຳຂ່າວດີມາປະກາດແກ່ທ່ານທັງຫຼາຍເຊິ່ງຈະເຮັດໃຫ້ຜູ້ຄົນມີຄວາມຊື່ນຊົມຍິນດີ. ມື້ນີ້ຜູ້ຊ່ອຍໃຫ້ລອດອົງໜຶ່ງໄດ້ເກີດມາ.’—ລືກາ 2:10, 11.
ທູດສະຫວັນອົງໜຶ່ງໄດ້ບອກຂ່າວດີແນວໃດແກ່ຄົນລ້ຽງແກະ?
ທູດສະຫວັນບອກຄົນລ້ຽງແກະວ່າເຂົາເຈົ້າຈະພົບພະເຍຊູໃນເມືອງເບດເລເຫມນອນຢູ່ໃນຮາງຫຍ້າ. ແລ້ວໃນທັນໃດນັ້ນ ທູດສະຫວັນອົງອື່ນໆໃນສະຫວັນກັບທູດສະຫວັນອົງທຳອິດກໍພາກັນສັນລະເສີນພະເຈົ້າ. ທູດເຫຼົ່ານັ້ນຮ້ອງວ່າ “ລັດສະໝີຈົ່ງມີແກ່ພະເຈົ້າ . . . ແລະແຜ່ນດິນໂລກຈົ່ງມີຄວາມສຸກສຳລານແລະຄວາມຊອບໃຈແກ່ຄົນທັງຫຼາຍ.”—ລືກາ 2:12-14.
ເມື່ອທູດສະຫວັນຈາກໄປ ຄົນລ້ຽງແກະກໍໄປທີ່ເມືອງເບດເລເຫມແລະພົບພະເຍຊູ. ຢູ່ຫັ້ນເຂົາເຈົ້າເລົ່າເຖິງສິ່ງດີໆທີ່ເຂົາເຈົ້າໄດ້ຍິນໃຫ້ໂຢເຊບແລະມາລີຟັງ. ລູກຄິດອອກບໍວ່າມາລີມີຄວາມສຸກຫຼາຍສ່ຳໃດທີ່ລາວເຕັມໃຈເປັນແມ່ຂອງພະເຍຊູ?
ຕໍ່ມາໂຢເຊບແລະມາລີພາພະເຍຊູໄປທີ່ເມືອງນາຊາເລດ. ບ່ອນທີ່ພະເຍຊູເຕີບໃຫຍ່ຂຶ້ນ. ເມື່ອພະອົງເປັນຜູ້ໃຫຍ່ແລ້ວ ພະອົງເລີ່ມວຽກສັ່ງສອນທີ່ຍິ່ງໃຫຍ່ຂອງພະອົງ. ນີ້ເປັນວຽກສ່ວນໜຶ່ງທີ່ພະເຢໂຫວາພະເຈົ້າຕ້ອງການໃຫ້ລູກຂອງພະອົງເຮັດຢູ່ເທິງແຜ່ນດິນໂລກ. ພະເຍຊູເຕັມໃຈເຮັດວຽກນັ້ນເພາະພະເຍຊູຮັກພໍ່ຂອງພະອົງທີ່ຢູ່ທາງພາກສະຫວັນຫຼາຍ.
ກ່ອນພະເຍຊູເລີ່ມວຽກສັ່ງສອນໃນຖານະຄູຜູ້ຍິ່ງໃຫຍ່ ພະອົງຮັບບັບເຕມາໃນແມ່ນ້ຳຢູລະເດນໂດຍໂຢຮັນຜູ້ໃຫ້ບັບເຕມາ. ແລ້ວມີສິ່ງທີ່ປະຫຼາດໃຈໄດ້ເກີດຂຶ້ນ! ຕອນທີ່ພະເຍຊູຂຶ້ນມາຈາກນ້ຳ ພະເຢໂຫວາໄດ້ກ່າວຈາກສະຫວັນວ່າ: “ພະອົງນີ້ເປັນພະບຸດທີ່ຮັກຂອງເຮົາ ເຮົາຊອບໃຈຫຼາຍໃນພະອົງ.” (ມັດທາຍ 3:17) ລູກຮູ້ສຶກດີໃຈບໍເມື່ອພໍ່ແມ່ບອກວ່າຮັກລູກ?— ເຮົາໝັ້ນໃຈວ່າພະເຍຊູກໍຮູ້ສຶກແນວນັ້ນຄືກັນ.
ພະເຍຊູເຮັດສິ່ງທີ່ຖືກຕ້ອງຕະຫຼອດ ບໍ່ເຄີຍທຳທ່າວ່າເປັນຜູ້ທີ່ພະອົງບໍ່ໄດ້ເປັນ. ພະອົງບໍ່ໄດ້ບອກວ່າພະອົງເປັນພະເຈົ້າ. ທູດສະຫວັນຄາບລຽນບອກມາລີວ່າຈະມີການເອີ້ນພະເຍຊູວ່າລູກຂອງພະເຈົ້າ. ພະເຍຊູເອງກໍບອກວ່າພະອົງເປັນລູກຂອງພະເຈົ້າ. ແລະພະອົງບໍ່ໄດ້ບອກຄົນອື່ນວ່າພະອົງຮູ້ຫຼາຍກວ່າພໍ່. ພະອົງບອກວ່າ: “ພະບິດາຂອງເຮົາກໍໃຫຍ່ກວ່າເຮົາ.”—ໂຢຮັນ 14:28.
ແມ່ນແຕ່ຕອນທີ່ຢູ່ໃນສະຫວັນພໍ່ຂອງພະເຍຊູໃຫ້ພະອົງເຮັດວຽກ ພະເຍຊູກໍເຮັດວຽກນັ້ນ. ພະອົງບໍ່ໄດ້ບອກວ່າຈະເຮັດແລ້ວຫັນໄປເຮັດສິ່ງອື່ນແທນ. ພະອົງຮັກພໍ່. ດັ່ງນັ້ນ ພະອົງຈຶ່ງເຊື່ອຟັງສິ່ງທີ່ພໍ່ບອກ. ແລ້ວຕອນທີ່ພະເຍຊູມາໃນໂລກນີ້ ພະອົງກໍເຮັດສິ່ງທີ່ພໍ່ຝ່າຍສະຫວັນໃຊ້ພະອົງມາເຮັດ. ພະອົງບໍ່ເຮັດສິ່ງອື່ນ. ບໍ່ແປກທີ່ພະເຢໂຫວາພໍໃຈກັບລູກຂອງພະອົງ!
ເຮົາຢາກເຮັດໃຫ້ພະເຢໂຫວາຍິນດີຄືກັນແມ່ນບໍ?— ຖ້າເປັນເຊັ່ນນັ້ນ ເຮົາຕ້ອງສະແດງວ່າເຮົາເຊື່ອຟັງພະເຈົ້າແທ້ໆຄືກັບພະເຍຊູ. ພະເຈົ້າເວົ້າກັບເຮົາໂດຍທາງຄຳພີໄບເບິນ. ຈຶ່ງບໍ່ຖືກຕ້ອງທີ່ຈະທຳທ່າເຮັດວ່າເຊື່ອຟັງພະເຈົ້າແຕ່ຫັນໄປເຊື່ອແລະເຮັດສິ່ງຕ່າງໆທີ່ຂັດກັບຄຳພີໄບເບິນແມ່ນບໍ?— ໃຫ້ລູກຈື່ໄວ້ວ່າ ຖ້າເຮົາຮັກພະເຢໂຫວາຢ່າງແທ້ຈິງ ເຮົາກໍຍິນດີຈະເຮັດໃຫ້ພະອົງພໍໃຈ.
ລອງອ່ານຂໍ້ພະຄຳພີເຫຼົ່ານີ້ອີກທີ່ສະແດງວ່າເຮົາຄວນຈະຮູ້ແລະເຊື່ອສິ່ງໃດກ່ຽວກັບພະເຍຊູ: ມັດທາຍ 7:21-23; ໂຢຮັນ 4:25, 26; ແລະ 1 ຕີໂມເຕ 2:5, 6.