ບົດ 85
ພະເຍຊູປະສູດໃນຄອກສັດ
ທາລົກຄົນນີ້ແມ່ນໃຜເຈົ້າຮູ້ບໍ? ແມ່ນແລ້ວ ທາລົກນີ້ຄືພະເຍຊູ. ພະອົງຫາກໍ່ປະສູດໃນຄອກສັດ. ຄອກສັດເປັນບ່ອນຢູ່ຂອງສັດ. ມາລີພວມເອົາພະເຍຊູວາງໃນຮາງຫຍ້າຊຶ່ງເປັນບ່ອນໃສ່ອາຫານໃຫ້ລາແລະສັດອື່ນໆກິນ. ແຕ່ເປັນຫຍັງມາລີແລະໂຍເຊບຈຶ່ງໄດ້ມາຢູ່ກັບພວກສັດທີ່ນີ້. ນີ້ເປັນບ່ອນບໍ່ສົມຄວນສຳລັບຄອດລູກ ແມ່ນບໍ?
ບໍ່ ບໍ່ແມ່ນອີ່ຫຼີ. ແຕ່ເຂົາມາທີ່ນີ້ກໍ່ເພາະວ່າ ເຊຊາໂອກຶດຜູ້ປົກຄອງແຫ່ງນະຄອນໂລມອອກກົດໝາຍວ່າ ທຸກຄົນຕ້ອງກັບໄປບ້ານເກີດເພື່ອຈົດຊື່ໃນທະບຽນ. ເອົາລະໂຍເຊບໄດ້ເກີດທີ່ນີ້ໃນເບດເລເຫມ. ແຕ່ເມື່ອໂຍເຊບແລະມາລີມາເຖິງ ບໍ່ມີຫ້ອງວ່າງສຳລັບເຂົາ. ດັ່ງນັ້ນເຂົາຈຶ່ງໄດ້ມາຢູ່ທີ່ນີ້ກັບພວກສັດ ແລະໃນວັນນີ້ເອງມາລີໃຫ້ກຳເນີດພະເຍຊູ! ແຕ່ວ່າ ເດັກອ່ອນນັ້ນກໍ່ສົມບູນດີ ຢ່າງທີ່ເຈົ້າເຫັນ.
ເຈົ້າເຫັນຄົນລ້ຽງແກະພວມມາຫາພະເຍຊູບໍ? ເຂົາຢູ່ທົ່ງນາເຝົ້າຝູງແກະຂອງເຂົາໃນຕອນກາງຄືນ ແລະມີແສງຈ້າສ່ອງອ້ອມຮອບເຂົາ. ນັ້ນຄືທູດສະຫວັນອົງນຶ່ງ! ພວກຄົນລ້ຽງແກະຕົກໃຈຢ້ານຫຼາຍ! ແຕ່ທູດສະຫວັນກ່າວວ່າ: ‘ຢ່າຊູ່ຢ້ານ! ເຮົາມີຂ່າວດີສຳລັບພວກທ່ານ. ມື້ນີ້ພະຄລິດພະອົງເຈົ້າມາປະສູດແລ້ວທີ່ເມືອງເບດເລເຫມ. ພະອົງຈະຊ່ວຍຊີວິດຜູ້ຄົນໃຫ້ລອດ! ພວກທ່ານຈະພົບພະອົງມີຜ້າອ້ອມພັນໄວ້ແລະນອນຢູ່ໃນຮາງຫຍ້າ.’ ທັນທີນັ້ນໄດ້ມີທູດສະຫວັນຫຼາຍອົງມາ ແລະເລີ່ມສັນລະເສີນພະເຈົ້າ. ຄົນລ້ຽງແກະເຫຼົ່ານີ້ກໍ່ຮີບໄປຊອກຫາພະເຍຊູທັນທີ ແລະບັດນີ້ພວກເຂົາໄດ້ພົບພະອົງ.
ເຈົ້າຮູ້ບໍວ່າເປັນຫຍັງພະເຍຊູຈຶ່ງເປັນຜູ້ພິເສດຢ່າງນີ້? ເຈົ້າຮູ້ບໍວ່າພະອົງນັ້ນເປັນຜູ້ໃດແທ້ໆ? ເຈົ້າຄົງຈື່ໄດ້ວ່າໃນເລື່ອງທຳອິດຂອງໜັງສືເຫຼັ້ມນີ້ ເຮົາໄດ້ບອກເຖິງພະບຸດຫົວປີຂອງພະເຈົ້າ. ພະບຸດອົງນີ້ໄດ້ທຳງານຮ່ວມກັນກັບພະເຢໂຫວາໃນການສ້າງຟ້າສະຫວັນແລະແຜ່ນດິນໂລກແລະສິ່ງອື່ນໆທັງໝົດ. ເອົາລະ ພະເຍຊູກໍ່ຄືຜູ້ນີ້ແຫຼະ!
ແມ່ນແລ້ວ ພະເຢໂຫວາໄດ້ເອົາຊີວິດພະບຸດຂອງພະອົງຈາກສະຫວັນແລະຈັດໃສ່ພາຍໃນຕົວມາລີ. ທັນໃດນັ້ນທາລົກກໍ່ເລີ່ມເຕີບໂຕຂຶ້ນພາຍໃນນາງຄືກັບທາລົກອື່ນໆທີ່ເຕີບໂຕຂຶ້ນພາຍໃນແມ່ຂອງເຂົາ. ແຕ່ເດັກອ່ອນຄົນນີ້ເປັນພະບຸດຂອງພະເຈົ້າ. ໃນທີ່ສຸດພະເຍຊູໄດ້ປະສູດໃນຄອກສັດທີ່ນີ້ໃນເມືອງເບດເລເຫມ. ຕອນນີ້ເຈົ້າເຂົ້າໃຈບໍວ່າເປັນຫຍັງບັນດາທູດສະຫວັນມີຄວາມຍິນດີຫຼາຍທີ່ສາມາດບອກຜູ້ຄົນໄດ້ວ່າພະເຍຊູມາປະສູດແລ້ວ.