ບົດທີ 70
ທູດສະຫວັນປະກາດວ່າພະເຢຊູມາເກີດແລ້ວ
ກາຍຊາໂອຄຸດໂຕ ຜູ້ປົກຄອງຈັກກະພັດໂຣມໄດ້ອອກຄຳສັ່ງໃຫ້ຄົນຢິວທຸກຄົນໄປຈົດທະບຽນສຳມະໂນຄົວ. ໂຢເຊັບກັບມາຣິອາຈຶ່ງເດີນທາງໄປເມືອງເບັດເລເຮັມທີ່ເປັນບ້ານເກີດຂອງໂຢເຊັບ. ຕອນນັ້ນ ມາຣິອາກໍໃກ້ຈະເກີດລູກແລ້ວ.
ເມື່ອເຂົາເຈົ້າໄປຮອດເມືອງເບັດເລເຮັມ ມີບ່ອນດຽວທີ່ເຂົາເຈົ້າຈະພັກໄດ້ກໍຄືຄອກສັດ. ມາຣິອາເກີດພະເຢຊູຢູ່ຫັ້ນ. ລາວເອົາຜ້ານຸ້ມໆຫໍ່ລູກໄວ້ແລ້ວຄ່ອຍໆວາງລົງຮາງຫຍ້າ.
ຢູ່ໃກ້ເມືອງເບັດເລເຮັມ ມີຄົນລ້ຽງແກະກຸ່ມໜຶ່ງກຳລັງເຝົ້າຝູງແກະຂອງເຂົາເຈົ້າຢູ່ທົ່ງຫຍ້າໃນຕອນກາງຄືນ. ທັນໃດນັ້ນ ທູດສະຫວັນອົງໜຶ່ງກໍມາຢືນຢູ່ຕໍ່ໜ້າເຂົາເຈົ້າ. ແລ້ວແສງລັດສະໝີຂອງພະເຢໂຫວາກໍສ່ອງແສງສະຫວ່າງອ້ອມຮອບຄົນລ້ຽງແກະເຊິ່ງເຮັດໃຫ້ເຂົາເຈົ້າຕົກໃຈຢ້ານຫຼາຍ. ແຕ່ທູດສະຫວັນບອກເຂົາເຈົ້າວ່າ: ‘ບໍ່ຕ້ອງຢ້ານ ຂ້ອຍມີຂ່າວທີ່ໜ້າຕື່ນເຕັ້ນມາບອກ. ມື້ນີ້ເມຊີອາມາເກີດແລ້ວຢູ່ເບັດເລເຮັມ.’ ທັນໃດນັ້ນກໍມີທູດສະຫວັນບັກຫຼາຍໆອົງມາປາກົດຢູ່ເທິງຟ້າແລະເວົ້າວ່າ: ‘ຂໍໃຫ້ພະເຈົ້າໄດ້ຮັບການສັນລະເສີນໃນສະຫວັນ ແລະຂໍໃຫ້ໂລກນີ້ມີຄວາມສະຫງົບສຸກ.’ ຈາກນັ້ນ ທູດສະຫວັນກໍຫາຍໂຕໄປ. ແລ້ວພວກຄົນລ້ຽງແກະເຮັດແນວໃດ?
ພວກຄົນລ້ຽງແກະລົມກັນວ່າ: ‘ໄປ໋ ໃຫ້ພວກເຮົາຟ້າວໄປເມືອງເບັດເລເຮັມ.’ ເມື່ອໄປຮອດ ເຂົາເຈົ້າກໍເຈິໂຢເຊັບກັບມາຣິອາແລະແອນ້ອຍທີ່ຫາກໍເກີດຢູ່ຄອກສັດ.
ເມື່ອທຸກຄົນໄດ້ຍິນເລື່ອງທີ່ທູດສະຫວັນບອກພວກຄົນລ້ຽງແກະ ເຂົາເຈົ້າກໍຮູ້ສຶກແປກໃຈຫຼາຍ. ມາຣິອາຈື່ຄຳເວົ້າຂອງທູດສະຫວັນໄວ້ແລະຄິດຕຶກຕອງວ່າເລື່ອງນັ້ນໝາຍເຖິງຫຍັງ. ພວກຄົນລ້ຽງແກະກັບໄປຫາຝູງແກະແລະຂອບໃຈພະເຢໂຫວາສຳລັບທຸກສິ່ງທີ່ເຂົາເຈົ້າໄດ້ເຫັນແລະໄດ້ຍິນ.
“ຂ້ອຍມາຈາກພະເຈົ້າແລະມາຢູ່ນີ້ແລ້ວ. ຂ້ອຍບໍ່ໄດ້ມາເອງ ແຕ່ເພິ່ນໃຊ້ຂ້ອຍມາ.”—ໂຢຮັນ 8:42