ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຄ ບົດທີ 46 ໜ້າ 238-243
  • ນ້ຳ​ຖ້ວມ​ໃຫຍ່​ທຳລາຍ​ໂລກ—ມັນ​ຈະ​ເກີດ​ຂຶ້ນ​ອີກ​ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ນ້ຳ​ຖ້ວມ​ໃຫຍ່​ທຳລາຍ​ໂລກ—ມັນ​ຈະ​ເກີດ​ຂຶ້ນ​ອີກ​ບໍ?
  • ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເລື່ອງທີ່ຄ້າຍກັນ
  • ເຮືອ​ໂນອາ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ຄຳ​ເຕືອນ​ຈາກ​ເຫດການ​ໃນ​ອະດີດ
    ທ່ານສາມາດເປັນເພື່ອນຂອງພະເຈົ້າ!
  • ເມື່ອ​ນ້ຳ​ໄດ້​ຖ້ວມ​ໂລກ—ໃຜ​ໄດ້​ເຊື່ອ​ຟັງ? ໃຜ​ບໍ່​ໄດ້​ເຊື່ອ​ຟັງ?
    ເຊື່ອຟັງພະເຈົ້າແລ້ວຈະມີຊີວິດຕະຫຼອດໄປ
  • ໂນເອສ້າງນາວາຫຼືຫີບມະຫຶມາ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ເບິ່ງຕື່ມ
ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຄ ບົດທີ 46 ໜ້າ 238-243

ບົດ​ທີ 46

ນ້ຳ​ຖ້ວມ​ໃຫຍ່​ທຳລາຍ​ໂລກ—ມັນ​ຈະ​ເກີດ​ຂຶ້ນ​ອີກ​ບໍ?

ລູກ​ເຄີຍ​ໄດ້​ຍິນ​ຜູ້​ໃດ​ຜູ້​ໜຶ່ງ​ເວົ້າ​ເຖິງ​ອະວະສານ​ຂອງ​ໂລກ​ບໍ?— ສະໄໝ​ນີ້​ຜູ້​ຄົນ​ເວົ້າ​ເຖິງ​ເລື່ອງ​ນີ້. ບາງ​ຄົນ​ຄິດ​ວ່າ​ໂລກ​ຈະ​ຖືກ​ທຳລາຍ​ໃນ​ສົງຄາມ​ທີ່​ມະນຸດ​ໃຊ້​ລູກ​ລະເບີດ​ນິວເຄລຍ. ລູກ​ຄິດ​ວ່າ​ພະເຈົ້າ​ຈະ​ທຳລາຍ​ແຜ່ນດິນ​ໂລກ​ທີ່​ສວຍ​ງາມ​ຂອງ​ເຮົາ ລວມ​ທັງ​ຟ້າ​ສະຫວັນ​ທີ່​ງົດງາມ​ແລະ​ດວງ​ດາວ​ທີ່​ເຫຼື້ອມ​ຍິບ​ຍັບ​ບໍ?—

ດັ່ງ​ທີ່​ເຮົາ​ໄດ້​ຮຽນ​ແລ້ວ ຄຳພີ​ໄບເບິນ​ເວົ້າ​ເຖິງ​ອະວະສານ​ຂອງ​ໂລກ. ຄຳພີ​ໄບເບິນ​ກ່າວ​ວ່າ “ໂລກ​ນີ້​ກັບ​ຄວາມ​ຄຶດ​ຢາກ​ໄດ້​ຂອງ​ໂລກ​ພວມ​ໄປ​ເສຍ.” (1 ໂຢຮັນ 2:17) ລູກ​ຄິດ​ວ່າ​ອະວະສານ​ຂອງ​ໂລກ​ຈະ​ໝາຍ​ເຖິງ​ອະວະສານ​ຂອງ​ແຜ່ນດິນ​ໂລກ​ບໍ?— ບໍ່​ແມ່ນ ຄຳພີ​ໄບເບິນ​ບອກ​ວ່າ ພະເຈົ້າ​ສ້າງ​ໂລກ​ເພື່ອ “ໃຫ້​ມີ​ຊາວ​ຊົນ” ແມ່ນ​ແລ້ວ ເພື່ອ​ໃຫ້​ຜູ້​ຄົນ​ອາໄສ​ຢູ່​ເທິງ​ແຜ່ນດິນ​ໂລກ​ຢ່າງ​ມີ​ຄວາມ​ສຸກ. (ເອຊາອີ 45:18) ຄຳເພງ 37:29 ກ່າວ​ວ່າ “ຄົນ​ຊອບທຳ​ທັງ​ຫຼາຍ​ຈະ​ມີ​ແຜ່ນດິນ​ໄວ້​ແລະ​ເຂົາ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ​ສືບໆ​ໄປ​ເປັນ​ນິດ.” ດ້ວຍ​ເຫດ​ນີ້​ຄຳພີ​ໄບເບິນ​ຍັງ​ກ່າວ​ອີກ​ວ່າ​ແຜ່ນດິນ​ໂລກ​ຈະ​ຕັ້ງ​ຢູ່​ຕະຫຼອດ​ໄປ​ເປັນ​ນິດ.—ຄຳເພງ 104:5; ຜູ້ເທສະໜາປ່າວປະກາດ 1:4.

ດັ່ງ​ນັ້ນ ຖ້າ​ອະວະສານ​ຂອງ​ໂລກ​ບໍ່​ໄດ້​ໝາຍ​ເຖິງ​ອະວະສານ​ຂອງ​ແຜ່ນດິນ​ໂລກ ນັ້ນ​ຈະ​ໝາຍ​ຄວາມ​ວ່າ​ແນວ​ໃດ?— ເຮົາ​ຈະ​ພົບ​ຄຳຕອບ​ຖ້າ​ເຮົາ​ພິຈາລະນາ​ໃຫ້​ດີ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ສະໄໝ​ຂອງ​ທ່ານ​ໂນເອ. ຄຳພີ​ໄບເບິນ​ອະທິບາຍ​ວ່າ “ໂລກ​ທີ່​ຢູ່​ໃນ​ເວລາ​ນັ້ນ​ໄດ້​ຈິບຫາຍ​ດ້ວຍ​ນ້ຳ​ຖ້ວມ.”—2 ເປໂຕ 3:6.

ມີ​ໃຜ​ບໍ​ທີ່​ລອດ​ຊີວິດ​ຜ່ານ​ອະວະສານ​ຂອງ​ໂລກ​ໃນ​ລະຫວ່າງ​ນ້ຳ​ຖ້ວມ​ໃຫຍ່​ໃນ​ສະໄໝ​ຂອງ​ທ່ານ​ໂນເອ?— ຄຳພີ​ໄບເບິນ​ບອກ​ວ່າ​ພະເຈົ້າ “ໄດ້​ຮັກສາ​ທ່ານ​ໂນເອ​ຜູ້​ທີ 8 ຜູ້​ເປັນ​ຄົນ​ປ່າວ​ປະກາດ​ຄວາມ​ຊອບທຳ ເມື່ອ​ພະອົງ​ໄດ້​ໃຫ້​ນ້ຳ​ຖ້ວມ . . . ໂລກ​ແຫ່ງ​ຄົນ​ຊົ່ວ​ຮ້າຍ​ທັງ​ປວງ.”—2 ເປໂຕ 2:5.

After Noah, his family, and the animals come out of the ark, a rainbow appears in the sky

ໂລກ​ແບບ​ໃດ​ທີ່​ຖືກ​ທຳລາຍ​ໃນ​ສະໄໝ​ຂອງ​ທ່ານ​ໂນເອ?

ເມື່ອ​ເປັນ​ດັ່ງ​ນັ້ນ ໂລກ​ອັນ​ໃດ​ທີ່​ເຖິງ​ແກ່​ອະວະສານ? ແມ່ນ​ແຜ່ນດິນ​ໂລກ​ບໍ ຫຼື​ຄົນ​ຊົ່ວ?— ຄຳພີ​ໄບເບິນ​ບອກ​ວ່າ​ມັນ​ແມ່ນ “ໂລກ​ແຫ່ງ​ຄົນ​ຊົ່ວ​ຮ້າຍ​ທັງ​ປວງ.” ແລະ​ຂໍ​ໃຫ້​ສັງເກດ​ວ່າ​ທ່ານ​ໂນເອ​ຖືກ​ເອີ້ນ​ວ່າ​ເປັນ “ຜູ້ . . . ປ່າວ​ປະກາດ.” ລູກ​ຄິດ​ວ່າ​ລາວ​ປະກາດ​ກ່ຽວ​ກັບ​ເລື່ອງ​ຫຍັງ?— ທ່ານ​ໂນເອ​ເຕືອນ​ຜູ້​ຄົນ​ກ່ຽວ​ກັບ​ອະວະສານ​ຂອງ “ໂລກ​ທີ່​ຢູ່​ໃນ​ເວລາ​ນັ້ນ.”

ເມື່ອ​ພະ​ເຍຊູ​ເວົ້າ​ເຖິງ​ເລື່ອງ​ນ້ຳ​ຖ້ວມ​ໃຫຍ່ ພະອົງ​ບອກ​ພວກ​ສາວົກ​ກ່ຽວ​ກັບ​ສິ່ງ​ທີ່​ຄົນ​ເຮົາ​ພວມ​ພາ​ກັນ​ເຮັດ​ກ່ອນ​ທີ່​ອະວະສານ​ມາ​ເຖິງ. ນີ້​ແມ່ນ​ສິ່ງ​ທີ່​ພະອົງ​ບອກ​ເຂົາ​ເຈົ້າ “ໃນ​ຄາວ​ວັນ​ກ່ອນ​ນ້ຳ​ຖ້ວມ​ໂລກ​ທັງ​ສິ້ນ​ນັ້ນ ເຂົາ​ໄດ້​ກິນ​ແລະ​ດື່ມ ແລະ​ເອົາ​ຜົວ​ເອົາ​ເມຍ​ແລະ​ມອບ​ໃຫ້​ເປັນ​ຜົວ​ເປັນ​ເມຍ​ຈົນ​ເຖິງ​ວັນ​ນັ້ນ​ທີ່​ທ່ານ​ໂນເອ​ໄດ້​ເຂົ້າ​ໄປ​ໃນ​ນາວາ ແລະ​ເຂົາ​ບໍ່​ທັນ​ຮູ້ຈັກ​ອີ່​ສັງ [“ສົນ​ໃຈ,” ລ.ມ.] ຈົນ​ເຖິງ​ນ້ຳ​ມາ​ຖ້ວມ​ແລະ​ກວາດ​ເຂົາ​ໄປ​ເສຍ​ທັງ​ໝົດ.” ຈາກ​ນັ້ນ​ພະ​ເຍຊູ​ກ່າວ​ວ່າ​ຜູ້​ຄົນ​ຈະ​ເຮັດ​ແບບ​ດຽວ​ກັນ​ນັ້ນ​ກ່ອນ​ທີ່​ໂລກ​ຈະ​ເຖິງ​ການ​ອະວະສານ.—ມັດທາຍ 24:37-39.

ຖ້ອຍຄຳ​ຂອງ​ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ສາມາດ​ໄດ້​ບົດຮຽນ​ຈາກ​ສິ່ງ​ທີ່​ຄົນ​ທົ່ວໄປ​ເຮັດ​ກ່ອນ​ນ້ຳ​ຖ້ວມ​ໃຫຍ່. ຈາກ​ການ​ອ່ານ​ບົດ​ທີ 10 ຂອງ​ປຶ້ມ​ຫົວ​ນີ້ ລູກ​ຈື່​ໄດ້​ບໍ​ວ່າ​ຄົນ​ເຫຼົ່າ​ນັ້ນ​ໄດ້​ເຮັດ​ຫຍັງ?— ບາງ​ຄົນ​ໄດ້​ທຳ​ຮ້າຍ​ຜູ້​ທີ່​ອ່ອນແອ​ກວ່າ​ແລະ​ເຮັດ​ສິ່ງ​ທີ່​ຮຸນແຮງ. ພະ​ເຍຊູ​ບອກ​ວ່າ ມີ​ຄົນ​ອື່ນໆ​ອີກ​ຫຼາຍ​ຄົນ​ຊ້ຳ​ພັດ​ບໍ່​ຍອມ​ຮັບ​ຟັງ​ເມື່ອ​ພະເຈົ້າ​ສົ່ງ​ທ່ານ​ໂນເອ​ໃຫ້​ປະກາດ​ກັບ​ເຂົາ​ເຈົ້າ.

ແລ້ວ​ກໍ​ມາ​ຮອດ​ມື້​ທີ່​ພະ​ເຢໂຫວາ​ໄດ້​ກ່າວ​ແກ່​ທ່ານ​ໂນເອ​ວ່າ​ພະອົງ​ຈະ​ທຳລາຍ​ຄົນ​ຊົ່ວ​ໂດຍ​ໃຫ້​ນ້ຳ​ຖ້ວມ. ນ້ຳ​ຈະ​ຖ້ວມ​ທົ່ວ​ແຜ່ນດິນ​ໂລກ​ຈົນ​ກະທັ່ງ​ຖ້ວມ​ພູເຂົາ. ພະ​ເຢໂຫວາ​ບອກ​ທ່ານ​ໂນເອ​ໃຫ້​ສ້າງ​ນາວາ​ໃຫຍ່. ນາວາ​ນີ້​ເປັນ​ຄື​ຫີບ​ທີ່​ໃຫຍ່​ແລະ​ຍາວ ດັ່ງ​ທີ່​ລູກ​ຈະ​ເຫັນ​ຖ້າ​ເປີດ​ກັບ​ໄປ​ເບິ່ງ​ຮູບ​ພາບ​ຢູ່​ໜ້າ 238.

ພະເຈົ້າ​ບອກ​ໃຫ້​ທ່ານ​ໂນເອ​ສ້າງ​ນາວາ​ໃຫ້​ໃຫຍ່​ພໍ​ທີ່​ລາວ​ກັບ​ຄອບຄົວ​ກັບ​ສັດ​ຈຳນວນ​ຫຼາຍ​ຈະ​ຢູ່​ໃນ​ນັ້ນ​ໄດ້​ຢ່າງ​ປອດໄພ. ທ່ານ​ໂນເອ​ແລະ​ຄອບຄົວ​ຂອງ​ລາວ​ເຮັດ​ວຽກ​ໜັກ​ຫຼາຍ. ເຂົາ​ເຈົ້າ​ຕັດ​ຕົ້ນ​ໄມ້​ໃຫຍ່ ແລະ​ໃຊ້​ໄມ້​ນັ້ນ​ສ້າງ​ນາວາ. ວຽກ​ນີ້​ໃຊ້​ເວລາ​ຫຼາຍ​ປີ​ເພາະ​ນາວາ​ມີ​ຂະໜາດ​ໃຫຍ່​ຫຼາຍ.

ລູກ​ຈື່​ໄດ້​ບໍ​ວ່າ​ທ່ານ​ໂນເອ​ເຮັດ​ຫຍັງ​ອີກ​ຕະຫຼອດ​ໄລຍະ​ເວລາ​ທີ່​ລາວ​ສ້າງ​ນາວາ?— ລາວ​ໄດ້​ປະກາດ ເຕືອນ​ຜູ້​ຄົນ​ເຖິງ​ເລື່ອງ​ນ້ຳ​ຖ້ວມ​ໃຫຍ່​ທີ່​ກຳລັງ​ຈະ​ເກີດ​ຂຶ້ນ. ມີ​ໃຜ​ສົນ​ໃຈ​ຟັງ​ລາວ​ບໍ? ບໍ່​ມີ​ໃຜ​ຟັງ​ເລີຍ​ນອກ​ຈາກ​ຄອບຄົວ​ຂອງ​ທ່ານ​ໂນເອ. ຄົນ​ອື່ນໆ​ຫຍຸ້ງ​ກັບ​ການ​ເຮັດ​ສິ່ງ​ອື່ນ​ຫຼາຍ​ເກີນ​ໄປ. ລູກ​ຈື່​ໄດ້​ບໍ​ພະ​ເຍຊູ​ເວົ້າ​ວ່າ​ເຂົາ​ເຈົ້າ​ພວມ​ເຮັດ​ຫຍັງ?— ເຂົາ​ເຈົ້າ​ຫຍຸ້ງ​ກັບ​ການ​ກິນ​ດື່ມ​ແລະ​ການ​ເອົາ​ຜົວ​ເອົາ​ເມຍ. ເຂົາ​ເຈົ້າ​ຄິດ​ວ່າ​ຕົນ​ບໍ່​ແມ່ນ​ຄົນ​ຊົ່ວ​ຮ້າຍ​ຂະໜາດ​ນັ້ນ ແລະ​ເຂົາ​ເຈົ້າ​ບໍ່​ໄດ້​ຈັດ​ເວລາ​ຟັງ​ທ່ານ​ໂນເອ. ດັ່ງ​ນັ້ນ​ຂໍ​ໃຫ້​ມາ​ເບິ່ງ​ວ່າ​ເກີດ​ຫຍັງ​ຂຶ້ນ​ກັບ​ເຂົາ​ເຈົ້າ.

ພາຍ​ຫຼັງ​ທີ່​ທ່ານ​ໂນເອ​ແລະ​ຄອບຄົວ​ເຂົ້າ​ໄປ​ໃນ​ນາວາ​ແລ້ວ ພະ​ເຢໂຫວາ​ກໍ​ປິດ​ປະຕູ. ຄົນ​ເຫຼົ່າ​ນັ້ນ​ທີ່​ຢູ່​ຂ້າງ​ນອກ​ຍັງ​ບໍ່​ໄດ້​ເຊື່ອ​ວ່າ​ຈະ​ເກີດ​ນ້ຳ​ຖ້ວມ​ໃຫຍ່. ແຕ່​ໃນ​ທັນທີ​ທັນໃດ​ນັ້ນ ນ້ຳ​ກໍ​ເລີ່ມ​ຕົກ​ລົງ​ມາ​ຈາກ​ຟ້າ! ມັນ​ບໍ່​ແມ່ນ​ຝົນ​ຕົກ​ທຳມະດາ. ມັນ​ແມ່ນ​ຝົນ​ຕົກ​ຫ່າ​ໃຫຍ່​ທີ່​ເທ​ລົງ​ມາ​ຢ່າງ​ໜັກ! ບໍ່​ດົນ​ນ້ຳ​ນັ້ນ​ກໍ​ກາຍ​ເປັນ​ແມ່ນ້ຳ​ສາຍ​ໃຫຍ່​ທີ່​ເຮັດ​ໃຫ້​ເກີດ​ສຽງ​ດັງ​ຫຼາຍ. ນ້ຳ​ຊັດ​ໃສ່​ຕົ້ນ​ໄມ້​ໃຫຍ່​ຈົນ​ຫັກ​ລົ້ມ​ລົງ​ແລະ​ດັນ​ກ້ອນ​ຫີນ​ໃຫຍ່​ໃຫ້​ກິ້ງ​ໄປ​ຄື​ກັບ​ຫີນ​ແຮ່. ແລະ​ຄົນ​ທີ່​ຢູ່​ນອກ​ນາວາ​ເດ?— ພະ​ເຍຊູ​ກ່າວ​ວ່າ “ນ້ຳ​ມາ​ຖ້ວມ​ແລະ​ກວາດ​ເຂົາ​ໄປ​ເສຍ​ທັງ​ໝົດ.” ຜູ້​ຄົນ​ທັງ​ໝົດ​ທີ່​ຢູ່​ນອກ​ນາວາ​ໄດ້​ເສຍ​ຊີວິດ. ເພາະ​ເຫດ​ໃດ?— ດັ່ງ​ທີ່​ພະ​ເຍຊູ​ກ່າວ “ພວກ​ເຂົາ​ບໍ່​ສົນ​ໃຈ.” ພວກ​ເຂົາ​ເຈົ້າ​ບໍ່​ຟັງ!—ມັດທາຍ 24:39, ລ.ມ.; ຕົ້ນເດີມ 6:5-7.

[ຮູບ​ພາບ​ໜ້າ 241]

ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຄິດ​ເຖິງ​ແຕ່​ເລື່ອງ​ຄວາມ​ສະຫນຸກສະໜານ?

ບັດ​ນີ້ ຂໍ​ໃຫ້​ຈື່​ໄວ້​ວ່າ ພະ​ເຍຊູ​ບອກ​ວ່າ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຄົນ​ເຫຼົ່າ​ນັ້ນ​ເປັນ​ບົດ​ຮຽນ​ສຳລັບ​ພວກ​ເຮົາ​ໃນ​ທຸກ​ມື້​ນີ້. ເຮົາ​ໄດ້​ບົດຮຽນ​ຫຍັງ?— ຄົນ​ຖືກ​ທຳລາຍ​ບໍ່​ແມ່ນ​ຍ້ອນ​ເຂົາ​ເຈົ້າ​ເປັນ​ຄົນ​ບໍ່​ດີ​ເທົ່າ​ນັ້ນ ແຕ່​ຍ້ອນ​ຫຼາຍ​ຄົນ​ມີ​ວຽກ​ຫຍຸ້ງ​ໂພດ​ຈົນ​ບໍ່​ໄດ້​ໃຫ້​ເວລາ​ທີ່​ຈະ​ຮຽນ​ຮູ້​ເລື່ອງ​ພະເຈົ້າ​ແລະ​ສິ່ງ​ທີ່​ພະອົງ​ພວມ​ຈະ​ເຮັດ. ເຮົາ​ຕ້ອງ​ລະ​ມັດ​ລະວັງ​ທີ່​ຈະ​ບໍ່​ເປັນ​ຄື​ກັບ​ເຂົາ​ເຈົ້າ​ແມ່ນ​ບໍ?—

ລູກ​ຄິດ​ວ່າ​ພະເຈົ້າ​ຈະ​ທຳລາຍ​ໂລກ​ໂດຍ​ໃຊ້​ນ້ຳ​ຖ້ວມ​ອີກ​ບໍ?— ບໍ່ ພະເຈົ້າ​ສັນຍາ​ວ່າ​ພະອົງ​ຈະ​ບໍ່​ເຮັດ​ແບບ​ນັ້ນ​ອີກ. ພະອົງ​ກ່າວ​ວ່າ “ເຮົາ​ຈະ​ຕັ້ງ​ຮຸງ​ກິນ​ນ້ຳ​ຂອງ​ເຮົາ​ໄວ້​ທີ່​ເມກ ແລະ​ຮຸງ​ນັ້ນ​ຈະ​ເປັນ​ຂອງ​ສຳຄັນ​ແຫ່ງ​ຄຳ​ສັນຍາ.” ພະ​ເຢໂຫວາ​ກ່າວ​ວ່າ​ຮຸງ​ກິນ​ນ້ຳ​ຈະ​ເປັນ​ຄຳ​ສັນຍາ​ວ່າ “ນ້ຳ​ທັງ​ຫຼາຍ​ຈະ​ບໍ່​ຖ້ວມ​ທຳລາຍ​ເນື້ອ​ໜັງ​ທຸກ​ຢ່າງ​ອີກ​ຕໍ່​ໄປ.”—ຕົ້ນເດີມ 9:11-17.

ດັ່ງ​ນັ້ນ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ​ພະເຈົ້າ​ຈະ​ບໍ່​ທຳລາຍ​ໂລກ​ໂດຍ​ໃຫ້​ນ້ຳ​ຖ້ວມ​ອີກ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ດັ່ງ​ທີ່​ເຮົາ​ໄດ້​ເຫັນ​ແລ້ວ ຄຳພີ​ໄບເບິນ​ບອກ​ເຮົາ​ເຖິງ​ເລື່ອງ​ອະວະສານ​ຂອງ​ໂລກ. ເມື່ອ​ພະເຈົ້າ​ມາ​ທຳລາຍ​ລ້າງ​ໂລກ​ນີ້ ພະອົງ​ຈະ​ປົກ​ປ້ອງ​ໃຜ​ໃຫ້​ລອດ​ຊີວິດ?— ຈະ​ແມ່ນ​ຄົນ​ທີ່​ສົນ​ໃຈ​ສິ່ງ​ອື່ນໆ​ຈົນ​ບໍ່​ຕ້ອງການ​ທີ່​ຈະ​ຮຽນ​ຮູ້​ເລື່ອງ​ພະເຈົ້າ​ບໍ? ຈະ​ແມ່ນ​ຄົນ​ທີ່​ມີ​ວຽກ​ຫຍຸ້ງ​ໂພດ​ຈົນ​ບໍ່​ມີ​ເວລາ​ສຶກສາ​ຄຳພີ​ໄບເບິນ​ບໍ? ລູກ​ຄິດ​ແນວ​ໃດ?—

ເຮົາ​ຢາກ​ຢູ່​ໃນ​ທ່າມກາງ​ຄົນ​ເຫຼົ່າ​ນັ້ນ​ທີ່​ພະເຈົ້າ​ຈະ​ປົກ​ປ້ອງ​ໃຫ້​ລອດ​ຊີວິດ​ແມ່ນ​ບໍ?— ຄົງ​ຈະ​ດີ​ເລີດ​ແມ່ນ​ບໍ​ຖ້າ​ຄອບຄົວ​ຂອງ​ເຮົາ​ຈະ​ເປັນ​ຄື​ກັບ​ຄອບຄົວ​ຂອງ​ທ່ານ​ໂນເອ​ເພື່ອ​ພະເຈົ້າ​ຈະ​ປົກ​ປ້ອງ​ຊີວິດ​ຂອງ​ພວກ​ເຮົາ​ທຸກ​ຄົນ?— ຖ້າ​ເຮົາ​ຈະ​ລອດ​ຊີວິດ​ຜ່ານ​ອະວະສານ​ຂອງ​ໂລກ​ນີ້ ເຮົາ​ຕ້ອງ​ເຂົ້າ​ໃຈ​ວ່າ​ພະເຈົ້າ​ຈະ​ທຳລາຍ​ໂລກ​ແລະ​ເຮັດ​ໃຫ້​ເກີດ​ໂລກ​ໃໝ່​ອັນ​ຊອບທຳ​ໂດຍ​ວິທີ​ໃດ. ຂໍ​ໃຫ້​ມາ​ເບິ່ງ​ວ່າ​ພະອົງ​ຈະ​ເຮັດ​ແນວ​ໃດ​ໃນ​ເລື່ອງ​ນີ້.

ຄຳພີ​ໄບເບິນ​ໃຫ້​ຄຳຕອບ​ໃນ​ພະທຳ​ດາ​ນຽນ​ບົດ​ທີ 2 ຂໍ້ 44. ພະ​ຄຳພີ​ຂໍ້​ນີ້​ເວົ້າ​ເຖິງ​ສະໄໝ​ຂອງ​ເຮົາ​ເມື່ອ​ກ່າວ​ວ່າ “ໃນ​ຄາວ​ກະສັດ​ທັງ​ຫຼາຍ​ນັ້ນ​ພະເຈົ້າ​ແຫ່ງ​ຟ້າ​ສະຫວັນ​ຈະ​ຕັ້ງ​ພະ​ລາຊະອານາຈັກ [ຫຼື ລັດຖະບານ]​ອັນ​ໜຶ່ງ​ໄວ້​ທີ່​ຈະ​ບໍ່​ຈິບຫາຍ​ສັກ​ເທື່ອ. ແລະ​ພະ​ລາຊະອານາຈັກ​ນີ້​ຈະ​ບໍ່​ກາຍ​ເປັນ​ຂອງ​ຊາວ​ປະເທດ​ອື່ນ. ມັນ​ຈະ​ໃຫ້​ລາຊະອານາຈັກ​ທັງ​ປວງ​ນີ້​ຫັກ​ແຕກ​ຈິບຫາຍ ແຕ່​ວ່າ​ຕົວ​ເອງ​ຈະ​ຕັ້ງ​ຢູ່​ສືບໆ​ໄປ​ເປັນ​ນິດ.”

ລູກ​ເຂົ້າ​ໃຈ​ພະ​ຄຳພີ​ຂໍ້​ນີ້​ບໍ?— ຄຳພີ​ໄບເບິນ​ບອກ​ວ່າ​ລັດຖະບານ​ຂອງ​ພະເຈົ້າ​ຈະ​ທຳລາຍ​ລັດຖະບານ​ທັງ​ໝົດ​ຂອງ​ໂລກ​ນີ້. ເພາະ​ເຫດ​ໃດ?— ເພາະ​ເຂົາ​ເຈົ້າ​ບໍ່​ເຊື່ອ​ຟັງ​ຜູ້​ທີ່​ພະເຈົ້າ​ແຕ່ງ​ຕັ້ງ​ໃຫ້​ເປັນ​ກະສັດ. ຜູ້​ນັ້ນ​ແມ່ນ​ໃຜ?— ແມ່ນ​ແລ້ວ ພະ​ເຍຊູ​ຄລິດ!

Jesus Christ and his heavenly armies destroy the wicked world at Armageddon

ພະ​ເຍຊູ​ຄລິດ​ກະສັດ​ທີ່​ພະເຈົ້າ​ເລືອກ​ໄວ້​ຈະ​ທຳລາຍ​ໂລກ​ນີ້​ໃນ​ອະລະມະເຄໂດນ

ພະ​ເຢໂຫວາ​ພະເຈົ້າ​ມີ​ສິດ​ທີ່​ຈະ​ຕັດສິນ​ໃຈ​ວ່າ​ລັດຖະບານ​ແບບ​ໃດ​ທີ່​ຄວນ​ປົກຄອງ ແລະ​ພະອົງ​ໄດ້​ເລືອກ​ພະ​ເຍຊູ​ຜູ້​ເປັນ​ລູກ​ຊາຍ​ໃຫ້​ເປັນ​ກະສັດ. ໃນ​ອີກ​ບໍ່​ດົນ ພະ​ເຍຊູ​ຄລິດ​ຜູ້​ປົກຄອງ​ຂອງ​ພະເຈົ້າ​ຈະ​ນຳ​ໜ້າ​ໃນ​ການ​ທຳລາຍ​ລັດຖະບານ​ທັງ​ໝົດ​ຂອງ​ໂລກ​ນີ້. ໃນ​ພະທຳ​ຄຳ​ປາກົດ​ບົດ​ທີ 19 ຂໍ້ 11 ເຖິງ 16 ໃນ​ຄຳພີ​ໄບເບິນ​ພັນລະນາ​ເຖິງ​ພະ​ເຍຊູ​ວ່າ​ພະ​ອົງ​ເຮັດ​ເຊັ່ນ​ນັ້ນ ດັ່ງ​ທີ່​ຮູບ​ພາບ​ນີ້​ສະແດງ​ໃຫ້​ເຫັນ. ໃນ​ຄຳພີ​ໄບເບິນ ສົງຄາມ​ຂອງ​ພະເຈົ້າ​ທີ່​ຈະ​ທຳລາຍ​ລັດຖະບານ​ທັງ​ໝົດ​ຂອງ​ໂລກ​ເອີ້ນ​ວ່າ ຮາ-ມາ​ເກດ​ໂອນ ຫຼື​ອະລະມະເຄໂດນ.

ພະເຈົ້າ​ກ່າວ​ວ່າ​ລັດຖະບານ​ຂອງ​ພະອົງ​ຈະ​ທຳລາຍ​ລັດຖະບານ​ຂອງ​ມະນຸດ. ແຕ່​ພະອົງ​ບອກ​ໃຫ້​ເຮົາ​ເປັນ​ຜູ້​ທຳລາຍ​ບໍ?—ບໍ່​ແມ່ນ ໃນ​ຄຳພີ​ໄບເບິນ ອະລະມະເຄໂດນ​ຖືກ​ເອີ້ນ​ວ່າ​ເປັນ “ການ​ເສິກ​ໃນ​ວັນ​ອັນ​ໃຫຍ່​ຂອງ​ພະເຈົ້າ​ຜູ້​ມີ​ລິດເດດ​ອັນ​ໃຫຍ່​ທີ່​ສຸດ.” (ຄຳປາກົດ 16:14, 16) ແມ່ນ​ແລ້ວ ອະລະມະເຄໂດນ​ເປັນ​ສົງຄາມ​ຂອງ​ພະເຈົ້າ ແລະ​ພະອົງ​ໃຊ້​ພະ​ເຍຊູ​ຄລິດ​ໃຫ້​ນຳ​ພາ​ກອງທັບ​ທາງ​ພາກ​ສະຫວັນ​ໃນ​ການ​ສູ້​ຮົບ. ສົງຄາມ​ອະລະມະເຄໂດນ​ໃກ້​ເຂົ້າ​ມາ​ແລ້ວ​ບໍ? ໃຫ້​ມາ​ເບິ່ງ​ວ່າ​ເຮົາ​ຈະ​ໄດ້​ຄຳຕອບ​ແນວ​ໃດ.

ໃຫ້​ເຮົາ​ມາ​ອ່ານ​ນຳ​ກັນ​ກ່ຽວ​ກັບ​ເວລາ​ທີ່​ພະເຈົ້າ​ຈະ​ກຳຈັດ​ຄວາມ​ຊົ່ວ​ທັງ​ໝົດ​ໃຫ້​ໝົດ​ສິ້ນ​ໄປ​ແລະ​ປົກ​ປ້ອງ​ຄົນ​ທີ່​ຮັບໃຊ້​ພະອົງ ຢູ່​ສຸພາສິດ 2:21, 22; ເອຊາອີ 26:20, 21; ເຢເຣມີ 25:31-33; ແລະ​ມັດທາຍ 24:21, 22.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌