ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຄ ບົດທີ 10 ໜ້າ 57-61
  • ພະ​ເຍຊູ​ມີ​ລິດເດດ​ເໜືອ​ຜີ​ປີ​ສາດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຍຊູ​ມີ​ລິດເດດ​ເໜືອ​ຜີ​ປີ​ສາດ
  • ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເລື່ອງທີ່ຄ້າຍກັນ
  • ຄວາມ​ຈິງ​ກ່ຽວ​ກັບ​ທູດ​ສະຫວັນ​ແລະ​ປີສາດ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ທູດສະຫວັນ​ແມ່ນ​ໃຜ​ແລະ​ເຂົາເຈົ້າ​ເຮັດ​ຫຍັງ​ແດ່?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ພວກ​ກາຍ​ວິນຍານ—ວິທີ​ທີ່​ເຂົາ​ເຈົ້າ​ມີ​ຜົນ​ກະທົບ​ຕໍ່​ເຮົາ
    ຄຳພີໄບເບິນສອນແນວໃດແທ້ໆ?
  • ອະນາຄົດ​ທີ່​ເປັນ​ຕາ​ງຶດງໍ້
    ວິນຍານຂອງຄົນຕາຍ—ຊ່ວຍເຈົ້າໄດ້ບໍຫຼືເປັນອັນຕະລາຍຕໍ່ເຈົ້າ? ວິນຍານຂອງຄົນຕາຍມີແທ້ໆບໍ?
ເບິ່ງຕື່ມ
ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຄ ບົດທີ 10 ໜ້າ 57-61

ບົດ​ທີ 10

ພະ​ເຍຊູ​ມີ​ລິດເດດ​ເໜືອ​ຜີ​ປີ​ສາດ

ລູກ​ຈື່​ໄດ້​ບໍ​ວ່າ​ເປັນ​ຫຍັງ​ທູດ​ສະຫວັນ​ອົງ​ໜຶ່ງ​ຂອງ​ພະເຈົ້າ​ຈຶ່ງ​ກາຍ​ເປັນ​ຊາຕານ​ພະຍາມານ?— ຄວາມ​ປາຖະໜາ​ທີ່​ເຫັນ​ແກ່​ຕົວ​ເຊິ່ງ​ຢາກ​ໄດ້​ການ​ນະມັດສະການ​ເປັນ​ເຫດ​ໃຫ້​ມັນ​ຕໍ່​ຕ້ານ​ພະເຈົ້າ. ທູດ​ສະຫວັນ​ອົງ​ອື່ນໆ​ໄດ້​ຕິດ​ຕາມ​ຊາຕານ​ບໍ?— ແມ່ນ​ແລ້ວ ພວກ​ທູດ​ສະຫວັນ​ໄດ້​ເຮັດ​ເຊັ່ນ​ນັ້ນ. ຄຳພີ​ໄບເບິນ​ເອີ້ນ​ພວກ​ມັນ​ວ່າ ‘ເຫຼົ່າ​ທູດ​ສະຫວັນ​ຂອງ​ຊາຕານ’ ຫຼື​ຜີ​ປີ​ສາດ.—ຄຳປາກົດ 12:9.

ທູດ​ສະຫວັນ​ຫຼື​ຜີ​ປີ​ສາດ​ເຫຼົ່າ​ນີ້​ເຊື່ອ​ວ່າ​ມີ​ພະເຈົ້າ​ບໍ?— ຄຳພີ​ໄບເບິນ​ບອກ​ວ່າ ‘ພວກ​ຜີ​ປີ​ສາດ​ເຊື່ອ​ວ່າ​ພະເຈົ້າ​ມີ​ແທ້.’ (ຢາໂກໂບ 2:19) ແຕ່​ເວລາ​ນີ້​ພວກ​ມັນ​ຢ້ານ. ເພາະ​ພວກ​ມັນ​ຮູ້​ວ່າ​ພະເຈົ້າ​ຈະ​ລົງໂທດ​ພວກ​ມັນ​ສຳລັບ​ສິ່ງ​ຊົ່ວ​ຮ້າຍ​ຕ່າງໆ​ທີ່​ພວກ​ມັນ​ໄດ້​ເຮັດ. ພວກ​ມັນ​ໄດ້​ເຮັດ​ຜິດ​ຫຍັງ​ແດ່?—

ຄຳພີ​ໄບເບິນ​ບອກ​ວ່າ ທູດ​ສະຫວັນ​ເຫຼົ່າ​ນັ້ນ​ໄດ້​ຖິ້ມ​ທີ່​ຢູ່​ທີ່​ເໝາະ​ສົມ​ຂອງ​ຕົນ​ໃນ​ສະຫວັນ ແລ້ວ​ລົງ​ມາ​ທີ່​ແຜ່ນດິນ​ໂລກ​ເພື່ອ​ໃຊ້​ຊີວິດ​ແບບ​ມະນຸດ. ພວກ​ທູດ​ສະຫວັນ​ເຮັດ​ແບບ​ນີ້​ກໍ​ເພາະ​ຕ້ອງການ​ມີ​ເພດ​ສຳພັນ​ກັບ​ຜູ້​ຍິງ​ງາມ​ເທິງ​ໂລກ​ນີ້. (ຕົ້ນເດີມ 6:1, 2; ຢູເດ 6) ລູກ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ເພດ​ສຳພັນ?—

ເມື່ອ​ຊາຍ​ແລະ​ຍິງ​ມາ​ຢູ່​ໃກ້​ຊິດ​ກັນ​ໃນ​ວິທີ​ພິເສດ​ນັ້ນ​ແມ່ນ​ເພດ​ສຳພັນ. ຫຼັງ​ຈາກ​ນັ້ນ ລູກ​ອ່ອນ​ກໍ​ເຕີບໂຕ​ຂຶ້ນ​ໃນ​ທ້ອງ​ແມ່. ແຕ່​ວ່າ​ບໍ່​ຖືກຕ້ອງ​ທີ່​ທູດ​ສະຫວັນ​ຈະ​ມີ​ເພດ​ສຳພັນ. ພະເຈົ້າ​ຕ້ອງການ​ໃຫ້​ມະນຸດ​ຊາຍ​ຍິງ​ທີ່​ໄດ້​ແຕ່ງ​ດອງ​ກັນ​ເທົ່າ​ນັ້ນ​ມີ​ເພດ​ສຳພັນ​ກັນ. ໂດຍ​ວິທີ​ນັ້ນ ເມື່ອ​ລູກ​ເກີດ​ມາ​ຜົວ​ແລະ​ເມຍ​ກໍ​ຈະ​ເອົາໃຈໃສ່​ເບິ່ງ​ແຍງ.

Bad angels look down from heaven at pretty women

ທູດ​ສະຫວັນ​ເຫຼົ່າ​ນີ້​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ແນວ​ໃດ?

ເມື່ອ​ທູດ​ສະຫວັນ​ແປງ​ກາຍ​ເປັນ​ມະນຸດ​ແລະ​ມີ​ເພດ​ສຳພັນ​ກັບ​ຍິງ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ ລູກ​ຂອງ​ເຂົາ​ເຈົ້າ​ເຕີບໂຕ​ຂຶ້ນ​ກາຍ​ເປັນ​ຄົນ​ຮ່າງ​ຍັກ. ເຂົາ​ເຈົ້າ​ເປັນ​ຄົນ​ໂຫດ​ຮ້າຍ​ຫຼາຍ ແລະ​ທຳ​ຮ້າຍ​ຄົນ​ອື່ນ. ດັ່ງ​ນັ້ນ ພະເຈົ້າ​ຈຶ່ງ​ໃຫ້​ນ້ຳ​ຖ້ວມ​ໃຫຍ່​ມາ​ທຳລາຍ​ຄົນ​ຮ່າງ​ຍັກ​ແລະ​ຄົນ​ຊົ່ວ​ທັງ​ໝົດ. ແຕ່​ພະອົງ​ສັ່ງ​ໂນເອ​ໃຫ້​ສ້າງ​ນາວາ​ຫຼື​ເຮືອ​ໃຫຍ່​ລຳ​ໜຶ່ງ​ເພື່ອ​ຈະ​ຊ່ອຍ​ຊີວິດ​ບາງ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ຄູ​ຜູ້​ຍິ່ງໃຫຍ່​ບອກ​ວ່າ​ສິ່ງ​ທີ່​ເກີດ​ຂຶ້ນ​ຕອນ​ທີ່​ນ້ຳ​ຖ້ວມ​ໃຫຍ່​ນັ້ນ​ເປັນ​ສິ່ງ​ສຳຄັນ​ເຊິ່ງ​ຄວນ​ຈະ​ຈົດ​ຈຳ​ເອົາ​ໄວ້.—ຕົ້ນເດີມ 6:3, 4, 13, 14; ລືກາ 17:26, 27.

ເມື່ອ​ເກີດ​ນ້ຳ​ຖ້ວມ​ໃຫຍ່ ລູກ​ຮູ້​ບໍ​ວ່າ​ທູດ​ສະຫວັນ​ຊົ່ວ​ເຫຼົ່າ​ນັ້ນ​ເປັນ​ແນວ​ໃດ?— ພວກ​ມັນ​ຖິ້ມ​ຮ່າງກາຍ​ມະນຸດ​ທີ່​ມັນ​ເຮັດ​ຂຶ້ນ​ມາ​ແລະ​ກັບ​ໄປ​ໃນ​ສະຫວັນ. ແຕ່​ພວກ​ມັນ​ບໍ່​ໄດ້​ເປັນ​ທູດ​ສະຫວັນ​ຂອງ​ພະເຈົ້າ​ອີກ ດັ່ງ​ນັ້ນ​ພວກ​ມັນ​ໄດ້​ກາຍ​ເປັນ​ທູດ​ສະຫວັນ​ຂອງ​ຊາຕານ​ຫຼື​ຜີ​ປີ​ສາດ. ແລະ​ຄົນ​ຮ່າງ​ຍັກ​ທີ່​ເປັນ​ລູກ​ຂອງ​ທູດ​ສະຫວັນ​ຊົ່ວ​ເປັນ​ແນວ​ໃດ?— ພວກ​ມັນ​ຕາຍ​ໃນ​ນ້ຳ​ຖ້ວມ​ໃຫຍ່. ແລະ​ຄົນ​ອື່ນໆ​ທີ່​ບໍ່​ເຊື່ອ​ຟັງ​ພະເຈົ້າ​ກໍ​ຕາຍ​ໝົດ​ຄື​ກັນ.

[ຮູບ​ພາບ​ໜ້າ 58]

ເປັນ​ຫຍັງ​ທຸກ​ມື້​ນີ້​ຈຶ່ງ​ມີ​ຄວາມ​ເດືອດຮ້ອນ​ຫຼາຍ​ກວ່າ​ແຕ່​ກ່ອນ?

ຕັ້ງ​ແຕ່​ສະໄໝ​ນ້ຳ​ຖ້ວມ​ໃຫຍ່​ມາ ພະເຈົ້າ​ບໍ່​ໃຫ້​ພວກ​ຜີ​ປີ​ສາດ​ແປງ​ກາຍ​ເປັນ​ມະນຸດ​ອີກ. ເຖິງ​ວ່າ​ເຮົາ​ຈະ​ບໍ່​ເຫັນ​ພວກ​ມັນ ຜີ​ປີ​ສາດ​ກໍ​ຍັງ​ພະຍາຍາມ​ເຮັດ​ໃຫ້​ຄົນ​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ຫຼາຍ. ພວກ​ມັນ​ກໍ່​ໃຫ້​ເກີດ​ຄວາມ​ເດືອດຮ້ອນ​ຫຼາຍ​ກວ່າ​ແຕ່​ກ່ອນ ຍ້ອນ​ວ່າ​ພວກ​ມັນ​ຖືກ​ຖິ້ມ​ຈາກ​ສະຫວັນ​ມາ​ຢູ່​ເທິງ​ແຜ່ນດິນ​ໂລກ.

ລູກ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ເບິ່ງ​ບໍ່​ເຫັນ​ຜີ​ປີ​ສາດ?— ເພາະ​ວ່າ​ຮ່າງກາຍ​ຂອງ​ພວກ​ມັນ​ບໍ່​ຄື​ຮ່າງກາຍ​ມະນຸດ. ແຕ່​ເຮົາ​ແນ່​ໃຈ​ວ່າ​ພວກ​ມັນ​ມີ​ຊີວິດ​ຢູ່. ຄຳພີ​ໄບເບິນ​ບອກ​ວ່າ​ຊາຕານ​ກຳລັງ ‘ຊັກ​ນຳ​ຄົນ​ທົ່ວ​ໂລກ​ໃຫ້​ຫຼົງ​ຜິດ’ ພວກ​ຜີ​ປີ​ສາດ​ທີ່​ເປັນ​ພັກ​ພວກ​ຂອງ​ມັນ​ກໍ​ຊ່ອຍ​ເຫຼືອ​ມັນ​ຢູ່.—ຄຳປາກົດ 12:9, 12.

ພະຍາມານ​ແລະ​ພວກ​ຜີ​ປີ​ສາດ​ຂອງ​ມັນ​ຊັກ​ນຳ​ເຮົາ​ໃຫ້​ໄປ​ໃນ​ທາງ​ຜິດ​ຫຼື​ຫຼອກ​ລວງ​ເຮົາ​ນຳ​ບໍ?— ແມ່ນ​ແລ້ວ ພວກ​ມັນ​ເຮັດ​ໄດ້​ຖ້າ​ເຮົາ​ບໍ່​ລະວັງ​ຕົວ. ແຕ່​ເຮົາ​ບໍ່​ຕ້ອງ​ຢ້ານ​ມັນ. ຄູ​ຜູ້​ຍິ່ງໃຫຍ່​ບອກ​ວ່າ: ‘ພະຍາມານ​ບໍ່​ມີ​ອຳນາດ​ເໜືອ​ເຮົາ’ ຖ້າ​ເຮົາ​ໃກ້​ຊິດ​ກັບ​ພະເຈົ້າ ພະອົງ​ຈະ​ປົກ​ປ້ອງ​ເຮົາ​ຈາກ​ພະຍາມານ​ແລະ​ຜີ​ປີ​ສາດ​ຂອງ​ມັນ.—ໂຢຮັນ 14:30.

ເປັນ​ສິ່ງ​ສຳຄັນ​ທີ່​ພວກ​ເຮົາ​ຮູ້​ວ່າ​ຜີ​ປີ​ສາດ​ພະຍາຍາມ​ໃຫ້​ເຮົາ​ເຮັດ​ສິ່ງ​ຊົ່ວ​ຮ້າຍ​ແນວ​ໃດ​ແດ່. ດັ່ງ​ນັ້ນ ລອງ​ຄິດ​ເຖິງ​ເລື່ອງ​ນັ້ນ. ພວກ​ຜີ​ປີ​ສາດ​ໄດ້​ເຮັດ​ສິ່ງ​ຊົ່ວ​ຮ້າຍ​ແບບ​ໃດ​ແດ່​ເມື່ອ​ພວກ​ມັນ​ມາ​ທີ່​ແຜ່ນດິນ​ໂລກ?— ກ່ອນ​ນ້ຳ​ຖ້ວມ​ໃຫຍ່ ພວກ​ມັນ​ມີ​ເພດ​ສຳພັນ​ກັບ​ຜູ້​ຍິງ ເຊິ່ງ​ເປັນ​ສິ່ງ​ທີ່​ທູດ​ສະຫວັນ​ບໍ່​ຄວນ​ເຮັດ. ທຸກ​ມື້​ນີ້​ພວກ​ຜີ​ປີ​ສາດ​ມັກ​ເມື່ອ​ຄົນ​ເຮົາ​ບໍ່​ເຊື່ອ​ຟັງ​ກົດໝາຍ​ຂອງ​ພະເຈົ້າ​ໃນ​ເລື່ອງ​ເພດ​ສຳພັນ. ພໍ່ (ແມ່) ຢາກ​ຖາມ​ລູກ​ວ່າ ໃຜ​ເທົ່າ​ນັ້ນ​ທີ່​ມີ​ເພດ​ສຳພັນ​ໄດ້?— ລູກ​ຕອບ​ຖືກ​ແລ້ວ ສະເພາະ​ຄົນ​ທີ່​ໄດ້​ແຕ່ງ​ດອງ​ກັນ​ແລ້ວ​ເທົ່າ​ນັ້ນ.

ທຸກ​ມື້​ນີ້ ຄົນ​ຫນຸ່ມ​ສາວ​ບາງ​ຄົນ​ມີ​ເພດ​ສຳພັນ​ກັນ ການ​ເຮັດ​ແບບ​ນັ້ນ​ຜິດ. ຄຳພີ​ໄບເບິນ​ເວົ້າ​ເຖິງ “ອະໄວຍະວະ​ລັບ” ຂອງ​ຜູ້​ຊາຍ. (ພວກເລວີ 15:1-3, ທ.ປ.) ອະໄວຍະວະ​ສືບພັນ​ຂອງ​ຜູ້​ຍິງ​ເອີ້ນ​ວ່າ​ຊ່ອງ​ຄອດ. ພະ​ເຢໂຫວາ​ສ້າງ​ອະໄວຍະວະ​ເຫຼົ່າ​ນີ້​ເພື່ອ​ຈຸດ​ປະສົງ​ພິເສດ​ສຳລັບ​ຄົນ​ທີ່​ແຕ່ງ​ດອງ​ກັນ​ແລ້ວ​ເທົ່າ​ນັ້ນ. ຜີ​ປີ​ສາດ​ຈະ​ຍິນດີ​ເມື່ອ​ຄົນ​ເຮົາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ຫ້າມ. ຕົວຢ່າງ​ເຊັ່ນ ຜີ​ປີ​ສາດ​ມັກ​ເມື່ອ​ເດັກ​ຍິງ​ແລະ​ເດັກ​ຊາຍ​ຫຼິ້ນ​ອະໄວຍະວະ​ເພດ​ຂອງ​ກັນ. ເຮົາ​ບໍ່​ຢາກ​ເຮັດ​ໃຫ້​ຜີ​ປີ​ສາດ​ດີ​ໃຈ​ແມ່ນ​ບໍ?—

ຍັງ​ມີ​ອີກ​ສິ່ງ​ໜຶ່ງ​ທີ່​ຜີ​ປີ​ສາດ​ມັກ​ແຕ່​ພະ​ເຢໂຫວາ​ກຽດ​ຊັງ. ລູກ​ຮູ້​ບໍ​ວ່າ​ສິ່ງ​ນັ້ນ​ແມ່ນ​ຫຍັງ?— ນັ້ນ​ແມ່ນ​ຄວາມ​ຮຸນແຮງ. (ຄຳເພງ 11:5) ຄວາມ​ຮຸນແຮງ​ແມ່ນ​ການ​ທີ່​ຄົນ​ເຮົາ​ເຮັດ​ສິ່ງ​ທີ່​ໂຫດ​ຮ້າຍ​ແລະ​ເຮັດ​ໃຫ້​ຄົນ​ອື່ນ​ບາດເຈັບ. ຢ່າ​ລືມ ນັ້ນ​ແມ່ນ​ສິ່ງ​ທີ່​ຄົນ​ຮ່າງ​ຍັກ​ລູກ​ຂອງ​ຜີ​ປີ​ສາດ​ເຄີຍ​ເຮັດ.

ນອກ​ຈາກ​ນັ້ນ ຜີ​ປີ​ສາດ​ມັກ​ຫຼອກ​ຄົນ​ໃຫ້​ຢ້ານ. ລາງ​ເທື່ອ​ມັນ​ອ້າງ​ວ່າ​ເປັນ​ຜູ້​ທີ່​ຕາຍ​ໄປ​ແລ້ວ. ພວກ​ມັນ​ຍັງ​ເຮັດ​ຄື​ສຽງ​ຂອງ​ຜູ້​ທີ່​ຕາຍ​ໄປ. ໂດຍ​ວິທີ​ນີ້ ຜີ​ປີ​ສາດ​ລໍ້​ລວງ​ຫຼາຍ​ຄົນ​ໃຫ້​ເຊື່ອ​ວ່າ​ຄົນ​ຕາຍ​ແລ້ວ​ຍັງ​ມີ​ຊີວິດ​ຢູ່​ແລະ​ເວົ້າ​ກັບ​ຄົນ​ເປັນ​ໄດ້. ແມ່ນ​ແລ້ວ ຜີ​ປີ​ສາດ​ເຮັດ​ໃຫ້​ຫຼາຍ​ຄົນ​ເຊື່ອ​ວ່າ​ຄົນ​ຕາຍ​ແລ້ວ​ກາຍ​ເປັນ​ຜີ.

ດັ່ງ​ນັ້ນ ເຮົາ​ຕ້ອງ​ລະວັງ​ຕົວ​ເພື່ອ​ຈະ​ບໍ່​ຖືກ​ຊາຕານ​ແລະ​ຜີ​ປີ​ສາດ​ຂອງ​ມັນ​ລໍ້​ລວງ. ຄຳພີ​ໄບເບິນ​ເຕືອນ​ວ່າ ‘ຊາຕານ​ພະຍາຍາມ​ປອມ​ຕົວ​ເປັນ​ທູດ​ສະຫວັນ​ດີ​ແລະ​ຜູ້​ຮັບໃຊ້​ຂອງ​ມັນ​ກໍ​ເຮັດ​ແບບ​ດຽວ​ຄື​ກັນ.’ (2 ໂກລິນໂທ 11:14, 15) ແຕ່​ທີ່​ຈິງ​ແລ້ວ ຜີ​ປີ​ສາດ​ຊົ່ວ​ຫຼາຍ. ໃຫ້​ເຮົາ​ເບິ່ງ​ວ່າ​ພວກ​ມັນ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເປັນ​ຄື​ພວກ​ມັນ​ແນວ​ໃດ.

ຄົນ​ເຮົາ​ຮຽນ​ຮູ້​ຫຼາຍ​ຢ່າງ​ກ່ຽວ​ກັບ​ຄວາມ​ຮຸນແຮງ ເພດ​ສຳພັນ​ທີ່​ບໍ່​ຖືກຕ້ອງ​ທັງ​ເລື່ອງ​ກາຍ​ວິນຍານ​ແລະ​ຜີ​ຈາກ​ບ່ອນ​ໃດ?— ຈາກ​ການ​ເບິ່ງ​ລາຍການ​ໂທລະພາບ​ແລະ​ຮູບ​ເງົາ ໃນ​ຄອມພິວເຕີ​ແລະ​ເກມ​ວິ​ດີ​ໂອ ໃນ​ອິນ​ເຕີ​ເນັດ ແລະ​ການ​ອ່ານ​ປຶ້ມ​ກາຕູນ​ຕ່າງໆ​ແມ່ນ​ບໍ? ການ​ເຮັດ​ສິ່ງ​ເຫຼົ່າ​ນີ້​ໃຫ້​ເຮົາ​ໃກ້​ຊິດ​ກັບ​ພະເຈົ້າ​ຫຼື​ໃກ້​ຊິດ​ກັບ​ພະຍາມານ​ແລະ​ຜີ​ປີ​ສາດ​ຂອງ​ມັນ? ລູກ​ຄິດ​ແນວ​ໃດ?—

Two boys watch a violent television show and then reenact it

ການ​ເບິ່ງ​ເລື່ອງ​ຮຸນແຮງ​ອາດ​ຈະ​ເກີດ​ອັນ​ໃດ​ຂຶ້ນ?

ລູກ​ຄິດ​ວ່າ​ໃຜ​ຢາກ​ໃຫ້​ເຮົາ​ຟັງ​ແລະ​ເບິ່ງ​ສິ່ງ​ທີ່​ບໍ່​ດີ?— ແມ່ນ​ແລ້ວ ຊາຕານ​ແລະ​ຜີ​ປີ​ສາດ​ຂອງ​ມັນ. ດັ່ງ​ນັ້ນ ລູກ​ແລະ​ພໍ່ (ແມ່) ຕ້ອງ​ເຮັດ​ແນວ​ໃດ?— ເຮົາ​ຕ້ອງ​ອ່ານ ຟັງ​ແລະ​ເບິ່ງ​ສິ່ງ​ທີ່​ດີ​ເຊິ່ງ​ຈະ​ຊ່ອຍ​ເຮົາ​ໃຫ້​ຮັບໃຊ້​ພະ​ເຢໂຫວາ. ລູກ​ຄິດ​ອອກ​ບໍ​ວ່າ​ສິ່ງ​ດີ​ຕ່າງໆ​ທີ່​ເຮົາ​ເຮັດ​ໄດ້​ນັ້ນ​ມີ​ຫຍັງ​ແດ່?—

Two girls read a book together

ສິ່ງ​ດີ​ທີ່​ເຮົາ​ຄວນ​ເຮັດ​ແມ່ນ​ຫຍັງ?

ຖ້າ​ເຮົາ​ເຮັດ​ສິ່ງ​ທີ່​ດີ​ກໍ​ບໍ່​ມີ​ເຫດຜົນ​ທີ່​ຈະ​ຢ້ານ​ຜີ​ປີ​ສາດ. ພະ​ເຍຊູ​ມີ​ລິດເດດ​ຫຼາຍ​ກວ່າ​ພວກ​ມັນ ແລະ​ພວກ​ຜີ​ປີ​ສາດ​ຢ້ານ​ພະອົງ. ມື້​ໜຶ່ງ​ຜີ​ປີ​ສາດ​ຮ້ອງ​ໃສ່​ພະ​ເຍຊູ​ວ່າ “ພະອົງ​ໄດ້​ມາ​ເພື່ອ​ຈະ​ໃຫ້​ຂ້າພະເຈົ້າ​ທັງ​ຫຼາຍ​ຈິບຫາຍ​ຫຼື?” (ມາລະໂກ 1:24) ເຮົາ​ຄົງ​ຈະ​ມີ​ຄວາມ​ສຸກ​ແມ່ນ​ບໍ​ເມື່ອ​ຕອນ​ທີ່​ພະ​ເຍຊູ​ທຳລາຍ​ຊາຕານ​ແລະ​ຜີ​ປີ​ສາດ​ຂອງ​ມັນ?— ໃນ​ຂະນະ​ທີ່​ລໍ​ຖ້າ​ເວລາ​ນັ້ນ ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຍຊູ​ຈະ​ປົກ​ປ້ອງ​ເຮົາ​ຈາກ​ຜີ​ປີ​ສາດ​ຖ້າ​ເຮົາ​ໃກ້​ຊິດ​ກັບ​ພະອົງ​ແລະ​ພໍ່​ຝ່າຍ​ສະຫວັນ​ຂອງ​ພະອົງ​ສະເໝີ.

ໃຫ້​ເຮົາ​ອ່ານ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ ຢູ່​ທີ່​ພະທຳ 1 ເປໂຕ 5:8, 9 ແລະ​ຢາໂກໂບ 4:7, 8.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌