ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບສ ໜ້າ 221-ໜ້າ 222 ຂໍ້ 2
  • ພະ​ເຍຊູ​ເກີດ​ໃນ​ເດືອນ​ທັນວາ​ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຍຊູ​ເກີດ​ໃນ​ເດືອນ​ທັນວາ​ບໍ?
  • ຄຳພີໄບເບິນສອນແນວໃດແທ້ໆ?
  • ເລື່ອງທີ່ຄ້າຍກັນ
  • ການ​ປະສູດ​ຂອງ​ພະ​ເຍຊູ—ບ່ອນ​ໃດ​ແລະ​ເມື່ອ​ໃດ?
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ທູດສະຫວັນ​ປະກາດ​ວ່າ​ພະ​ເຢຊູ​ມາ​ເກີດ​ແລ້ວ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ຄຳພີໄບເບິນສອນແນວໃດແທ້ໆ?
ບສ ໜ້າ 221-ໜ້າ 222 ຂໍ້ 2

ພາກ​ຜະໜວກ

ພະ​ເຍຊູ​ເກີດ​ໃນ​ເດືອນ​ທັນວາ​ບໍ?

ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ເຮົາ​ວ່າ​ພະ​ເຍຊູ​ເກີດ​ເມື່ອ​ໃດ. ແຕ່​ຄຳພີ​ໄບເບິນ​ມີ​ເຫດຜົນ​ທີ່​ໜັກ​ແໜ້ນ​ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ລົງ​ຄວາມ​ເຫັນ​ວ່າ​ພະອົງ​ບໍ່​ໄດ້​ເກີດ​ໃນ​ເດືອນ​ທັນວາ.

ຂໍ​ໃຫ້​ພິຈາລະນາ​ສະພາບ​ອາກາດ​ໃນ​ລະຫວ່າງ​ເດືອນ​ທັນວາ​ໃນ​ເມືອງ​ເບດເລເຫມ​ເຊິ່ງ​ເປັນ​ບ່ອນ​ທີ່​ພະ​ເຍຊູ​ເກີດ. ເດືອນ​ຊິ​ສະ​ເລັບ​ຂອງ​ຊາວ​ຢິວ (ກົງ​ກັບ​ເດືອນ​ພະຈິກ/ເດືອນ​ທັນວາ) ເປັນ​ເດືອນ​ທີ່​ມີ​ອາກາດ​ໜາວ​ເຢັນ​ແລະ​ມີ​ຝົນ​ຕົກ​ຫຼາຍ. ຫຼັງ​ຈາກ​ເດືອນ​ນັ້ນ​ກໍ​ແມ່ນ​ເດືອນ​ເຕເບດ (ເດືອນ​ທັນວາ/ເດືອນ​ມັງກອນ). ເດືອນ​ຊິ​ສະ​ເລັບ​ເປັນ​ເດືອນ​ທີ່​ມີ​ອຸນຫະພູມ​ຕ່ຳ​ສຸດ​ໃນ​ຮອບ​ປີ ບາງ​ຄັ້ງ​ມີ​ຫິມະ​ຕົກ​ໃນ​ແຖບ​ພູເຂົາ. ຂໍ​ໃຫ້​ເຮົາ​ພິຈາລະນາ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ກ່ຽວ​ກັບ​ອາກາດ​ໃນ​ແຖບ​ນັ້ນ.

ເອເຊດຣາເຊ​ຜູ້​ທີ່​ຂຽນ​ສ່ວນ​ໜຶ່ງ​ຂອງ​ຄຳພີ​ໄບເບິນ​ຊີ້​ໃຫ້​ເຫັນ​ວ່າ​ເດືອນ​ຊິ​ສະ​ເລັບ​ເປັນ​ເດືອນ​ທີ່​ຮູ້​ກັນ​ດີ​ວ່າ​ມີ​ອາກາດ​ໜາວ​ແລະ​ຝົນ​ຕົກ​ຫຼາຍ. ຫຼັງ​ຈາກ​ທີ່​ກ່າວ​ວ່າ​ຄົນ​ເປັນ​ອັນ​ມາກ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ເມືອງ​ເຢຣຶຊາເລມ “ໃນ​ເດືອນ 9 [ຊິ​ສະ​ເລັບ] ໃນ​ວັນ​ທີ 20 ເດືອນ​ນັ້ນ” ເອເຊດຣາເຊ​ຂຽນ​ວ່າ​ປະຊາຊົນ “ຕົວ​ສັ່ນ . . . ຍ້ອນ​ຝົນ​ຕົກ.” ຜູ້​ຄົນ​ທີ່​ມາ​ຊຸມນຸມ​ກັນ​ໄດ້​ເວົ້າ​ເຖິງ​ສະພາບ​ອາກາດ​ໃນ​ລະຫວ່າງ​ນັ້ນ​ວ່າ “ເປັນ​ຍາມ​ຝົນ​ຈຶ່ງ​ຢູ່​ນອກ​ເຮືອນ​ບໍ່​ໄດ້.” (ເອເຊດຣາເຊ 10:9, 13; ເຢເຣມີ 36:22) ບໍ່​ເປັນ​ຕາ​ແປກ​ໃຈ​ທີ່​ຜູ້​ລ້ຽງ​ແກະ​ເຊິ່ງ​ຢູ່​ບໍລິເວນ​ອ້ອມໆເມືອງ​ເບດເລເຫມ​ຈະ​ບໍ່​ພາ​ຝູງ​ແກະ​ໄປ​ທາງ​ນອກ​ໃນ​ຕອນ​ກາງຄືນ​ຂອງ​ເດືອນ​ທັນວາ!

ແຕ່​ຄຳພີ​ໄບເບິນ​ບອກ​ວ່າ​ມີ​ຄົນ​ລ້ຽງ​ແກະ​ເຝົ້າ​ຝູງ​ແກະ​ຂອງ​ຕົນ​ຢູ່​ທົ່ງ​ນາ​ໃນ​ຄືນ​ທີ່​ພະ​ເຍຊູ​ເກີດ. ທີ່​ຈິງ ລືກາ​ຜູ້​ທີ່​ຂຽນ​ສ່ວນ​ໜຶ່ງ​ຂອງ​ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ວ່າ​ໃນ​ຄືນ​ນັ້ນ​ຄົນ​ລ້ຽງ​ແກະ “ອາໄສ​ຢູ່​ໃນ​ທົ່ງ​ນາ​ແລະ​ລ້ຽງ​ຝູງ​ສັດ​ຂອງ​ເຂົາ​ໃນ​ເວລາ​ກາງຄືນ” ໃກ້​ເມືອງ​ເບດເລເຫມ. (ລືກາ 2:8-12) ຂໍ​ໃຫ້​ສັງເກດ​ວ່າ​ຄົນ​ລ້ຽງ​ແກະ​ຢູ່ ນອກ​ເຮືອນ​ແທ້ໆບໍ່​ແມ່ນ​ພຽງ​ແຕ່​ຍ່າງ​ຫຼິ້ນ​ຢູ່​ທາງ​ນອກ​ໃນ​ຕອນ​ກາງເວັນ. ເຂົາ​ເຈົ້າ​ໃຫ້​ຝູງ​ແກະ​ຢູ່​ທົ່ງ​ນາ​ໃນ​ຕອນ​ກາງຄືນ. ການ​ພັນລະນາ​ກ່ຽວ​ກັບ​ການ​ຢູ່​ນອກ​ເຮືອນ​ແບບ​ນັ້ນ​ເຂົ້າ​ກັບ​ສະພາບ​ອາກາດ​ທີ່​ໜາວ​ເຢັນ​ແລະ​ມີ​ຝົນ​ຕົກ​ແຮງ​ໃນ​ເມືອງ​ເບດເລເຫມ​ໃນ​ລະຫວ່າງ​ເດືອນ​ທັນວາ​ບໍ? ບໍ່​ແມ່ນ. ດັ່ງ​ນັ້ນ ສະພາບ​ແວດ​ລ້ອມ​ຕອນ​ທີ່​ພະ​ເຍຊູ​ເກີດ​ຊີ້​ບອກ​ວ່າ​ພະອົງ​ບໍ່​ໄດ້​ເກີດ​ໃນ​ເດືອນ​ທັນວາ.a

ພະ​ຄຳ​ຂອງ​ພະເຈົ້າ​ບອກ​ເຮົາ​ຈະ​ແຈ້ງ​ວ່າ​ພະ​ເຍຊູ​ສິ້ນ​ຊີວິດ​ເມື່ອ​ໃດ ແຕ່​ພັດ​ໃຫ້​ລາຍ​ລະອຽດ​ພຽງ​ເລັກ​ໜ້ອຍ​ທີ່​ຊີ້​ບອກ​ວ່າ​ພະອົງ​ເກີດ​ເມື່ອ​ໃດ. ເລື່ອງ​ນີ້​ເຮັດ​ໃຫ້​ຄິດ​ເຖິງ​ຄຳ​ກ່າວ​ຂອງ​ຊາໂລໂມນ​ທີ່​ວ່າ “ຊື່ສຽງ​ດີ​ກໍ​ປະເສີດ​ກວ່າ​ເຄື່ອງ​ຫອມ ແລະ​ວັນ​ຕາຍ​ດີ​ກວ່າ​ວັນ​ເກີດ.” (ຜູ້​ເທສະໜາ​ປ່າວ​ປະກາດ 7:1) ດັ່ງ​ນັ້ນ ຈຶ່ງ​ບໍ່​ແມ່ນ​ເລື່ອງ​ແປກ​ທີ່​ຄຳພີ​ໄບເບິນ​ໃຫ້​ຂໍ້​ມູນ​ຫຼາຍ​ຢ່າງ​ກ່ຽວ​ກັບ​ວຽກ​ຮັບໃຊ້​ແລະ​ການ​ສິ້ນ​ຊີວິດ​ຂອງ​ພະ​ເຍຊູ ແຕ່​ມີ​ຂໍ້​ມູນ​ໜ້ອຍ​ດຽວ​ກ່ຽວ​ກັບ​ເວລາ​ເກີດ​ຂອງ​ພະອົງ.

ຄົນລ້ຽງແກະຢູ່ກັບແກະໃນທົ່ງຫຍ້າຕອນກາງຄືນໃກ້ໆກັບເມືອງເບດເລເຫມ

ຕອນ​ທີ່​ພະ​ເຍຊູ​ເກີດ ຄົນ​ລ້ຽງ​ແກະ​ແລະ​ຝູງ​ແກະ​ຂອງ​ເຂົາ​ເຈົ້າ​ຢູ່​ທົ່ງ​ນາ​ໃນ​ຕອນ​ກາງຄືນ

a ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ຂໍ​ໃຫ້​ເບິ່ງ​ປຶ້ມ​ການ​ຫາ​ເຫດຜົນ​ຈາກ​ພະ​ຄຳພີ (ພາສາ​ອັງກິດ) ໜ້າ 176-179 ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌