ບົດ 5
ການປະສູດຂອງພະເຍຊູ—ບ່ອນໃດແລະເມື່ອໃດ?
ຊີຊາໂອກຶດມະຫາລາຊາແຫ່ງຈັກກະພັດໂລມັນໄດ້ອອກດຳລັດໃຫ້ທຸກຄົນໄປຈົດທະບຽນສຳມະໂນຄົວທີ່ບ້ານເກີດຂອງຕົນ. ດັ່ງນັ້ນ ໂຍເຊບຈຶ່ງເດີນທາງໄປບ້ານເກີດຂອງເຂົາທີ່ເບດເລເຫມ.
ເມືອງເບດເລເຫມເຕັມໄປດ້ວຍຜູ້ຄົນມາກມາຍທີ່ມາຈົດທະບຽນ ແລະໂຍເຊບກັບມາລີຫາບ່ອນພັກເຊົ່າໄດ້ແຕ່ບ່ອນດຽວເທົ່ານັ້ນແມ່ນໃນຄອກສັດ. ພະເຍຊູໄດ້ປະສູດຢູ່ບ່ອນທີ່ເຂົາຂັງລາແລະສັດອື່ນໆ. ມາລີເອົາຜ້າອ້ອມຫໍ່ກາຍທາລົກແລະວາງໄວ້ໃນຮາງຫຍ້າ ເຊິ່ງເປັນທີ່ໃສ່ອາຫານໃຫ້ສັດ.
ແນ່ນອນ ການທີ່ຊີຊາໂອກຶດອອກກົດໝາຍໃຫ້ຈົດທະບຽນເປັນໄປໂດຍການຊີ້ນຳຈາກພະເຈົ້າແທ້ໆ. ນັ້ນເປັນການເປີດຊ່ອງທາງໃຫ້ພະເຍຊູມາປະສູດໃນເມືອງເບດເລເຫມ ເມືອງທີ່ພະຄຳພີພະຍາກອນໄວ້ລ່ວງໜ້າດົນນານແລ້ວວ່າຈະເປັນບ້ານເກີດຂອງຜູ້ຄອບຄອງຕາມຄຳສັນຍາ.
ນັບວ່າເປັນຄ່ຳຄືນທີ່ມີຄວາມສຳຄັນອີ່ຫຼີ! ໃນທົ່ງຫຍ້ານອກເມືອງປາກົດແສງອັນສຸກໃສສ່ອງອ້ອມຮອບຄົນລ້ຽງແກະກຸ່ມໜຶ່ງ. ນັ້ນແມ່ນແສງລັດສະໝີຂອງພະເຢໂຫວາ! ແລະທູດສະຫວັນຂອງພະເຢໂຫວາບອກພວກເຂົາວ່າ “ຢ່າຊູຢ້ານເຫດວ່າ ຈົ່ງເບິ່ງ ເຮົາມາປະກາດແກ່ທ່ານທັງຫຼາຍ ຍັງຄວາມທີ່ຈະເປັນຍິນດີອັນໃຫຍ່ສຳລັບພວກທັງໝົດ. ເພາະວ່າຜູ້ຊ່ອຍໃຫ້ພົ້ນອົງໜຶ່ງໄດ້ເກີດວັນນີ້ໃນເມືອງຂອງກະສັດດາວິດ ສຳລັບທ່ານທັງຫຼາຍ ເປັນພະຄລິດ ພະອົງເຈົ້າ. ແລະອັນນີ້ເປັນສຳຄັນແກ່ທ່ານທັງຫຼາຍ ແມ່ນທ່ານທັງຫຼາຍຈະເຫັນລູກອ່ອນນັ້ນຫໍ່ໄວ້ ແລະນອນຢູ່ໃນຮາງຫຍ້າ.” ທັນໃດນັ້ນ ມີທູດສະຫວັນອີກມາກມາຍປາກົດມາແລະຮ້ອງວ່າ “ລັດສະໝີຈົ່ງມີແກ່ພະເຈົ້າໃນທີ່ສູງສຸດ ແລະທີ່ແຜ່ນດິນໂລກ ຈົ່ງມີຄວາມສຸກສຳລານ ແລະຄວາມຊອບໃຈແກ່ຄົນທັງຫຼາຍ.”
ເມື່ອທູດສະຫວັນເຫຼົ່ານັ້ນຈາກໄປແລ້ວ ຄົນລ້ຽງແກະເວົ້າກັນວ່າ “ຫມູ່ເຮົາຈົ່ງໄປເຖິງເມືອງເບດເລເຫມ ແລະເຫັນການນີ້ທີ່ໄດ້ບັງເກີດມາແລ້ວ ທີ່ພະເຢໂຫວາໄດ້ໂປດໃຫ້ຫມູ່ເຮົາຮູ້ຈັກ.” ພວກເຂົາຟ້າວໄປຫາແລະພົບພະເຍຊູຢູ່ບ່ອນຫັ້ນແທ້ໆ ຕາມທູດສະຫວັນໄດ້ບອກໄວ້. ເມື່ອຄົນລ້ຽງແກະເລົ່າສິ່ງທີ່ທູດສະຫວັນໄດ້ແຈ້ງແກ່ເຂົາ ຄົນທັງປວງທີ່ໄດ້ຍິນກໍປະຫຼາດໃຈ. ມາລີເກັບສິ່ງທີ່ທູດສະຫວັນບອກໄວ້ໃນໃຈແລະເຝົ້າຊົມຊື່ນຢູ່ໃນຫົວໃຈສະເໝີ.
ທຸກມື້ນີ້ ຫຼາຍໆ ຄົນເຊື່ອວ່າພະເຍຊູປະສູດວັນທີ 25 ທັນວາ. ໃນເບດເລເຫມເດືອນທັນວາເປັນລະດູຝົນ ແລ້ວກໍໜາວເຢັນ. ຄົນລ້ຽງແກະຈະບໍ່ເອົາສັດລ້ຽງຂອງເຂົາອອກໄປຄ້າງຄືນຕາມທົ່ງຫຍ້າໃນລະດູການນັ້ນ. ນອກນັ້ນຊີຊາແຫ່ງຈັກກະພັດໂລມັນຄົງຈະບໍ່ກຳນົດໃຫ້ປະຊາຊົນຜູ້ທີ່ມີແນວໂນ້ມຈະກະບົດຕໍ່ເຂົາຢູ່ແລ້ວໃຫ້ເດີນທາງໄປຈົດທະບຽນໃນລະດູໜາວຈັດແບບນັ້ນ. ປາກົດຊັດວ່າພະເຍຊູໄດ້ປະສູດໃນຕອນຕົ້ນໆ ຂອງລະດູໃບໄມ້ຫຼົ່ນ. ລຶກາ 2:1-20; ມີເກ 5:2.
▪ ເປັນຫຍັງໂຍເຊບແລະມາລີເດີນທາງໄປເມືອງເບດເລເຫມ?
▪ ໃນຄືນທີ່ພະເຍຊູປະສູດມີເຫດການອັດສະຈັນຫຍັງແດ່ໄດ້ເກີດຂຶ້ນ?
▪ ເຮົາຮູ້ໄດ້ຢ່າງໃດວ່າພະເຍຊູບໍ່ໄດ້ປະສູດໃນວັນທີ 25 ເດືອນທັນວາ?