ບົດທີ 2
ເຈົ້າຈະຮັກສາສະຕິຮູ້ສຶກຜິດຊອບທີ່ດີໄວ້ໄດ້ແນວໃດ?
“ຈົ່ງມີໃຈຮູ້ຜິດແລະຊອບເປັນອັນດີ.”—1 ເປໂຕ 3:16.
1, 2. ເປັນຫຍັງເຂັມທິດຈຶ່ງເປັນເຄື່ອງມືທີ່ສຳຄັນ ແລະມັນອາດສົມທຽບໄດ້ແນວໃດກັບສະຕິຮູ້ສຶກຜິດຊອບ?
ນັກເດີນເຮືອບັງຄັບເຮືອໃຫ້ແລ່ນຝ່າຄື້ນຜ່ານມະຫາສະຫມຸດອັນກວ້າງໃຫຍ່ໄພສານ; ນັກເດີນທາງດ້ວຍການຍ່າງທ່ອງທ່ຽວໃນປ່າປ່ຽວ; ນັກບິນຂັບເຮືອບິນເຊິ່ງບິນສູງຢູ່ເທິງຂີ້ເຝື້ອທີ່ແຜ່ເຕັມທ້ອງຟ້າ. ເຈົ້າຮູ້ບໍວ່າຄົນເຫລົ່ານີ້ມີອັນໃດທີ່ຄືກັນ? ໃນເສັ້ນທາງຂອງແຕ່ລະຄົນອາດປະສົບບັນຫາຮ້າຍແຮງຖ້າບໍ່ມີເຂັມທິດ—ໂດຍສະເພາະຖ້າບໍ່ສາມາດນຳໃຊ້ເຕັກໂນໂລຊີອື່ນໆທີ່ທັນສະໄຫມເພື່ອນຳທາງ.
2 ເຂັມທິດເປັນເຄື່ອງມືທຳມະດາເຊິ່ງມີແຕ່ຫນ້າປັດແລະເຂັມແມ່ເຫລັກທີ່ຊີ້ໄປທາງທິດເຫນືອ. ເມື່ອເຂັມທິດເຮັດວຽກຢ່າງຖືກຕ້ອງແລະໂດຍສະເພາະຖ້າໃຊ້ກັບແຜນທີ່ທີ່ດີກໍອາດຊ່ວຍຊີວິດໄດ້. ໃນບາງທາງ ເຂັມທິດອາດທຽບໄດ້ກັບຂອງປະທານອັນລ້ຳຄ່າທີ່ພະເຢໂຫວາມອບໃຫ້ເຮົາ ນັ້ນຄືສະຕິຮູ້ສຶກຜິດຊອບ. (ຢາໂກໂບ 1:17) ຖ້າບໍ່ມີສະຕິຮູ້ສຶກຜິດຊອບ ເຮົາຈະບໍ່ມີເຄື່ອງຊີ້ນຳໃດໆເລີຍ. ເມື່ອສະຕິຮູ້ສຶກຜິດຊອບຖືກໃຊ້ຢ່າງຖືກຕ້ອງກໍສາມາດຊ່ວຍພາເຮົາໄປໃນທາງທີ່ຖືກຕ້ອງແລະຍຶດຫມັ້ນກັບແນວທາງນັ້ນ. ດັ່ງນັ້ນ ຂໍໃຫ້ພິຈາລະນາວ່າສະຕິຮູ້ສຶກຜິດຊອບແມ່ນຫຍັງແລະມັນເຮັດວຽກແນວໃດ. ຈາກນັ້ນຈະພິຈາລະນາຈຸດຕ່າງໆຕໍ່ໄປນີ້ (1) ເຮົາຈະຝຶກຝົນສະຕິຮູ້ສຶກຜິດຊອບຂອງເຮົາໂດຍວິທີໃດ? (2) ເປັນຫຍັງເຮົາຄວນຄິດເຖິງສະຕິຮູ້ສຶກຜິດຊອບຂອງຄົນອື່ນ? ແລະ (3) ສະຕິຮູ້ສຶກຜິດຊອບທີ່ດີມີປະໂຫຍດແນວໃດ?
ສະຕິຮູ້ສຶກຜິດຊອບແມ່ນຫຍັງແລະເຮັດວຽກແນວໃດ?
3. ຄຳພາສາກະເລັກທີ່ແປວ່າ “ສະຕິຮູ້ສຶກຜິດຊອບ” ມີຄວາມຫມາຍຕາມໂຕວ່າແນວໃດ ແລະນີ້ຊ່ວຍອະທິບາຍຄວາມຫມາຍອັນໃດທີ່ບໍ່ຄືໃຜເຊິ່ງຢູ່ໃນຕົວມະນຸດ?
3 ໃນຄຳພີໄບເບິນ ພາສາກະເລັກທີ່ແປວ່າ “ສະຕິຮູ້ສຶກຜິດຊອບ” ມີຄວາມຫມາຍຕາມໂຕວ່າ “ຄວາມຮູ້ທີ່ຢູ່ຄູ່ກັບເຮົາຫລືຄວາມຮູ້ຮ່ວມກັບໂຕເອງ.” ຕ່າງຈາກສິ່ງມີຊີວິດອື່ນໆທັງຫມົດທີ່ຢູ່ແຜ່ນດິນໂລກ ເຮົາມີຄວາມສາມາດທີ່ພະເຈົ້າປະທານໃຫ້ເພື່ອຈະຮູ້ຈັກໂຕເຮົາເອງ. ໃນແງ່ຫນຶ່ງ ເຮົາສາມາດພິຈາລະນາເບິ່ງໂຕເອງ ແລະຕີລາຄາເບິ່ງວ່າເຮົາເປັນຄົນສັດຊື່ທາງສິນລະທຳຫລືບໍ່. ໂດຍເຮັດຫນ້າທີ່ເປັນຜູ້ຕັດສິນທີ່ຢູ່ພາຍໃນ ສະຕິຮູ້ສຶກຜິດຊອບສາມາດພິຈາລະນາການກະທຳ ທັດສະນະ ແລະການເລືອກຂອງເຮົາ. ສະຕິຮູ້ສຶກຜິດຊອບອາດຊີ້ນຳເຮົາໃຫ້ຕັດສິນໃຈຢ່າງຖືກຕ້ອງຫລືເຕືອນເຮົາໃຫ້ລະວັງການຕັດສິນໃຈທີ່ບໍ່ດີ. ຈາກນັ້ນ ສະຕິຮູ້ສຶກຜິດຊອບອາດເຮັດໃຫ້ເຮົາສະບາຍໃຈທີ່ເລືອກຢ່າງຖືກຕ້ອງ ຫລືລົງໂທດໂດຍສຽບແທງເຮົາຢ່າງຮຸນແຮງເນື່ອງຈາກການເລືອກທີ່ບໍ່ດີ.
4, 5. (ກ) ເຈົ້າຮູ້ໄດ້ແນວໃດວ່າອາດາມແລະເອວາມີສະຕິຮູ້ສຶກຜິດຊອບ ແລະຜົນເປັນແນວໃດເມື່ອເຂົາເຈົ້າລະເລີຍກົດຫມາຍຂອງພະເຈົ້າ? (ຂ) ຕົວຢ່າງອັນໃດແດ່ສະແດງໃຫ້ເຫັນວ່າສະຕິຮູ້ສຶກຜິດຊອບດຳເນີນການໃນໂຕຜູ້ສັດຊື່ກ່ອນຍຸກຄລິດສະຕຽນ?
4 ຄວາມສາມາດທີ່ຕິດໂຕມາແຕ່ກຳເນີດນີ້ຖືກໃສ່ໄວ້ໃນໂຕຊາຍແລະຍິງຕັ້ງແຕ່ຕອນເລີ່ມຕົ້ນ. ອາດາມແລະເອວາເຜີຍໃຫ້ເຫັນວ່າເຂົາເຈົ້າມີສະຕິຮູ້ສຶກຜິດຊອບ. ເຮົາເຫັນຫລັກຖານນີ້ເມື່ອເຂົາເຈົ້າຮູ້ສຶກລະອາຍໃຈພາຍຫລັງທີ່ເຮັດຜິດ. (ຕົ້ນເດີມ 3:7, 8) ຫນ້າເສົ້າ ສະຕິຮູ້ສຶກຜິດຊອບທີ່ລົບກວນໃຈເຂົາເຈົ້າບໍ່ໄດ້ກໍ່ປະໂຫຍດຫຍັງເລີຍໃນຕອນນັ້ນ. ເຂົາເຈົ້າຕັ້ງໃຈລະເລີຍກົດຫມາຍຂອງພະເຈົ້າ. ໂດຍການເຮັດແນວນີ້ ເຂົາເຈົ້າເປັນຜູ້ກະບົດໂດຍເຈຕະນາ ເປັນຝ່າຍທີ່ຕໍ່ຕ້ານພະເຢໂຫວາພະເຈົ້າ. ໃນຖານະເປັນມະນຸດສົມບູນແບບ ເຂົາເຈົ້າຮູ້ວ່າຕົນເອງກຳລັງເຮັດຫຍັງແລະບໍ່ໄດ້ຄິດຈະຫັນກັບມາຫາພະເຈົ້າ.
5 ບໍ່ຄືກັບອາດາມແລະເອວາ ມະນຸດທີ່ບໍ່ສົມບູນແບບຫລາຍຄົນໃສ່ໃຈຟັງສະຕິຮູ້ສຶກຜິດຊອບຂອງຕົນ. ຕົວຢ່າງ ໂຢບຊາຍຜູ້ສັດຊື່ສາມາດກ່າວວ່າ “ຂ້ອຍຈະຖືຄວາມຊອບທຳຂອງຂ້ອຍຫມັ້ນຄົງແລະບໍ່ປະມັນ ໃຈຂ້ອຍບໍ່ຕິຕຽນເອງດ້ວຍການຂ້ອຍໃນສັກວັນດຽວ.”a (ໂຢບ 27:6) ໂຢບເປັນຄົນທີ່ໃສ່ໃຈຟັງສະຕິຮູ້ສຶກຜິດຊອບຂອງຕົນເອງ ຍອມໃຫ້ສະຕິຮູ້ສຶກຜິດຊອບຊີ້ນຳການກະທຳແລະການຕັດສິນໃຈ. ດັ່ງນັ້ນ ລາວຈຶ່ງເວົ້າດ້ວຍຄວາມພໍໃຈແທ້ໆວ່າສະຕິຮູ້ສຶກຜິດຊອບບໍ່ໄດ້ຕິຕຽນລາວ ຫລືເຮັດໃຫ້ເກີດຄວາມລະອາຍໃຈແລະຄວາມຮູ້ສຶກຜິດ. ຂໍໃຫ້ສັງເກດຄວາມແຕກຕ່າງລະຫວ່າງໂຢບແລະດາວິດ. ເມື່ອດາວິດບໍ່ໄດ້ສະແດງຄວາມນັບຖືຕໍ່ຊາອຶລເຊິ່ງເປັນກະສັດທີ່ພະເຢໂຫວາເຈີມ “ພາຍຫລັງນັ້ນທ້າວດາວິດໄດ້ກິນແຫນງ.” (1 ຊາເມືອນ 24:5) ແນ່ນອນວ່າການສຽບແທງແບບນັ້ນຂອງສະຕິຮູ້ສຶກຜິດຊອບເປັນປະໂຫຍດຕໍ່ດາວິດ ສອນລາວໃຫ້ຫລີກລ່ຽງການສະແດງຄວາມບໍ່ນັບຖືແບບນັ້ນໃນພາຍຫລັງ.
6. ອັນໃດສະແດງໃຫ້ເຫັນວ່າສະຕິຮູ້ສຶກຜິດຊອບເປັນຂອງປະທານໃຫ້ມະນຸດທຸກຄົນ?
6 ສະເພາະຜູ້ຮັບໃຊ້ຂອງພະເຢໂຫວາເທົ່ານັ້ນບໍທີ່ມີຂອງປະທານນີ້ເຊິ່ງເປັນສະຕິຮູ້ສຶກຜິດຊອບ? ຂໍໃຫ້ພິຈາລະນາຖ້ອຍຄຳຂອງອັກຄະສາວົກໂປໂລທີ່ຂຽນໂດຍການດົນໃຈທີ່ວ່າ “ເມື່ອພວກຕ່າງປະເທດທີ່ບໍ່ມີພະບັນຍັດກໍກະທຳຕາມພະບັນຍັດດ້ວຍທຳມະດາ ຄົນນັ້ນທີ່ບໍ່ມີພະບັນຍັດກໍເປັນບັນຍັດແກ່ຕົວເອງ. ແລະເຂົາສຳແດງກິດຈະການຂອງພະບັນຍັດທີ່ຂຽນໄວ້ໃນໃຈຂອງເຂົາ ໃຈຮູ້ຜິດແລະຊອບຂອງເຂົາກໍເປັນພິຍານແກ່ເຂົາດ້ວຍແລະຄວາມຄຶດຂອງເຂົາກໍຟ້ອງກັນແລະກັນ ຫລືແກ້ຕົວກັນແລະກັນ.” (ໂລມ 2:14, 15) ແມ່ນແຕ່ຜູ້ທີ່ບໍ່ຄຸ້ນເຄີຍເລີຍກັບກົດຫມາຍຂອງພະເຢໂຫວາກໍອາດຖືກກະຕຸ້ນຈາກສະຕິຮູ້ສຶກຜິດຊອບນີ້ໃຫ້ປະຕິບັດສອດຄ່ອງກັບຫລັກການຂອງພະເຈົ້າ.
7. ເປັນຫຍັງບາງຄັ້ງສະຕິຮູ້ສຶກຜິດຊອບຂອງເຮົາອາດຊີ້ນຳໄປຜິດທາງ?
7 ແນວໃດກໍຕາມ ບາງຄັ້ງສະຕິຮູ້ສຶກຜິດຊອບອາດຊີ້ນຳເຮົາໄປຜິດທາງ. ຍ້ອນຫຍັງ? ຖ້າເຂັມທິດວາງໄວ້ໃກ້ສິ່ງຂອງທີ່ເປັນໂລຫະ ມັນອາດຊີ້ໄປທາງອື່ນທີ່ບໍ່ແມ່ນທິດເຫນືອ. ແລະຖ້າໃຊ້ເຂັມທິດໂດຍບໍ່ມີແຜນທີ່ທີ່ຖືກຕ້ອງ ເຂັມທິດກໍເກືອບຈະບໍ່ມີປະໂຫຍດຫຍັງເລີຍ. ຄ້າຍກັນ ຖ້າສະຕິຮູ້ສຶກຜິດຊອບຂອງເຮົາໄດ້ຮັບອິດທິພົນຫລາຍເກີນໄປຈາກຄວາມປາຖະຫນາທີ່ເຫັນແກ່ຕົວຂອງຫົວໃຈເຮົາ ມັນກໍອາດນຳເຮົາໄປຜິດທາງໄດ້. ແລະຖ້າໃຊ້ສະຕິຮູ້ສຶກຜິດຊອບໂດຍບໍ່ມີການຊີ້ນຳຈາກພະຄຳຂອງພະເຈົ້າ ເຮົາອາດບໍ່ສາມາດໄຈ້ແຍກວ່າອັນໃດຖືກອັນໃດຜິດໃນສິ່ງທີ່ສຳຄັນຫລາຍເລື່ອງ. ທີ່ຈິງ ເພື່ອສະຕິຮູ້ສຶກຜິດຊອບຈະເຮັດວຽກຢ່າງຖືກຕ້ອງ ເຮົາຈຳເປັນຕ້ອງໄດ້ຮັບການຊີ້ນຳຈາກພະວິນຍານບໍລິສຸດຂອງພະເຢໂຫວາ. ໂປໂລຂຽນວ່າ “ໃຈຮູ້ຜິດແລະຊອບຂອງເຮົາເປັນພິຍານຝ່າຍເຮົາດ້ວຍພະວິນຍານບໍລິສຸດ.” (ໂລມ 9:1) ແຕ່ເຮົາຈະຮູ້ໄດ້ແນວໃດວ່າສະຕິຮູ້ສຶກຜິດຊອບຂອງເຮົາສອດຄ່ອງກັບພະວິນຍານບໍລິສຸດຂອງພະເຢໂຫວາ? ມັນຂຶ້ນກັບການຝຶກຝົນ.
ເຮົາຈະຝຶກຝົນສະຕິຮູ້ສຶກຜິດຊອບຂອງເຮົາໄດ້ແນວໃດ?
8. (ກ) ໃຈອາດຈະມີຜົນກະທົບແນວໃດຕໍ່ສະຕິຮູ້ສຶກຜິດຊອບ ແລະເຮົາຄວນເປັນຫ່ວງອັນໃດຫລາຍທີ່ສຸດໃນການຕັດສິນໃຈຂອງເຮົາ? (ຂ) ເປັນຫຍັງການມີສະຕິຮູ້ສຶກຜິດຊອບທີ່ບໍ່ລົບກວນຍັງບໍ່ພຽງພໍສຳລັບຄລິດສະຕຽນ? (ເບິ່ງຂໍ້ຄວາມໄຂເງື່ອນ.)
8 ເຮົາຈະເຮັດການຕັດສິນໃຈທີ່ອາໄສສະຕິຮູ້ສຶກຜິດຊອບໄດ້ແນວໃດ? ເບິ່ງຄືວ່າບາງຄົນພຽງແຕ່ພິຈາລະນາຕາມຄວາມຄຶດແລະຄວາມຮູ້ສຶກຂອງຕົນ ແລ້ວຕັດສິນໃຈເຮັດ. ເຂົາເຈົ້າອາດເວົ້າພາຍຫລັງວ່າ “ມັນບໍ່ໄດ້ລົບກວນສະຕິຮູ້ສຶກຜິດຊອບຂອງຂ້ອຍ.” ຄວາມປາຖະຫນາໃນຫົວໃຈອາດຮຸນແຮງຫລາຍຈົນເຖິງຂັ້ນກະທົບໃສ່ສະຕິຮູ້ສຶກຜິດຊອບ. ຄຳພີໄບເບິນກ່າວວ່າ “ໃຈມະນຸດຮູ້ລໍ້ລວງເກີນກວ່າສິ່ງທັງປວງແລະມັນຊົ່ວຮ້າຍຈຶ່ງໄດ້ດີບໍ່ໄດ້. ໃຜຮູ້ຈັກໃຈນັ້ນຄັກ?” (ເຢເຣມີ 17:9) ດັ່ງນັ້ນ ເຮົາບໍ່ຄວນຖືວ່າສິ່ງທີ່ໃຈເຮົາປາຖະຫນານັ້ນເປັນສິ່ງສຳຄັນທີ່ສຸດ. ແທນທີ່ຈະເປັນແນວນັ້ນ ສິ່ງທຳອິດທີ່ເຮົາຕ້ອງຄຳນຶງເຖິງຄືສິ່ງທີ່ຈະເຮັດໃຫ້ພະເຢໂຫວາພະເຈົ້າພໍໃຈ.b
9. ຄວາມຢ້ານຢຳພະເຈົ້າແມ່ນຫຍັງ ແລະຄວາມຢ້ານຢຳພະເຈົ້າຄວນມີຜົນກະທົບແນວໃດຕໍ່ສະຕິຮູ້ສຶກຜິດຊອບຂອງເຮົາ?
9 ຖ້າການຕັດສິນໃຈອາໄສສະຕິຮູ້ສຶກຜິດຊອບທີ່ໄດ້ຮັບການຝຶກຝົນມາເປັນຢ່າງດີ ການຕັດສິນໃຈນັ້ນຈະສະທ້ອນເຖິງຄວາມຢ້ານຢຳພະເຈົ້າບໍ່ແມ່ນຄວາມປາຖະຫນາຂອງເຮົາເອງ. ຂໍໃຫ້ພິຈາລະນາຕົວຢ່າງຫນຶ່ງທີ່ເຫມາະກັບເລື່ອງນີ້. ເນເຫມີຜູ້ປົກຄອງທີ່ສັດຊື່ມີສິດທີ່ຈະຮຽກຮ້ອງເງິນແລະພາສີຈາກປະຊາຊົນໃນເມືອງເຢຣຶຊາເລມ. ແຕ່ລາວບໍ່ໄດ້ເຮັດເຊັ່ນນັ້ນ. ຍ້ອນຫຍັງ? ລາວກຽດຊັງຄວາມຄິດທີ່ເປັນການກົດຂີ່ປະຊາຊົນຂອງພະເຈົ້າເຊິ່ງສ່ຽງຕໍ່ການເຮັດໃຫ້ພະເຢໂຫວາບໍ່ພໍໃຈ. ລາວກ່າວວ່າ “ຂ້ອຍບໍ່ໄດ້ເຮັດຢ່າງນັ້ນຍ້ອນຄວາມຢ້ານຢຳພະເຈົ້າ.” (ເນເຫມີ 5:15) ການຢ້ານຢຳພະເຈົ້າຈາກໃຈຈິງ ຄວາມຢ້ານຢ່າງສຸດຫົວໃຈວ່າຈະເຮັດໃຫ້ພໍ່ທີ່ຢູ່ໃນສະຫວັນບໍ່ພໍໃຈ ນັ້ນເປັນສິ່ງສຳຄັນ. ການຢ້ານຢຳດ້ວຍຄວາມເຄົາລົບນັບຖືແບບນັ້ນຈະກະຕຸ້ນເຮົາໃຫ້ສະແຫວງຫາການຊີ້ນຳຈາກພະຄຳຂອງພະເຈົ້າເມື່ອເຮົາຕ້ອງເຮັດການຕັດສິນໃຈ.
10, 11. ມີຫລັກການອັນໃດແດ່ໃນຄຳພີໄບເບິນທີ່ກ່ຽວຂ້ອງກັບການໃຊ້ເຄື່ອງດື່ມປະເພດເຫລົ້າ ແລະເຮົາຈະໄດ້ຮັບການຊີ້ນຳຈາກພະເຈົ້າໃຫ້ນຳໃຊ້ຫລັກການເຫລົ່ານີ້ໄດ້ໂດຍວິທີໃດ?
10 ຕົວຢ່າງ ຂໍໃຫ້ພິຈາລະນາເລື່ອງເຄື່ອງດື່ມປະເພດເຫລົ້າ. ໃນການລ້ຽງສັງສັນພວກເຮົາຫລາຍຄົນປະເຊີນການຕັດສິນໃຈທີ່ວ່າ ຂ້ອຍຈະດື່ມເຄື່ອງດື່ມປະເພດເຫລົ້າຫລືບໍ່? ທຳອິດ ເຮົາຕ້ອງຝຶກຝົນສະຕິຮູ້ສຶກຜິດຊອບຂອງເຮົາເອງກ່ອນ. ຫລັກການຂໍ້ໃດແດ່ໃນພະຄຳພີທີ່ເອົາມາໃຊ້ກັບເລື່ອງນີ້? ທີ່ຈິງ ຄຳພີໄບເບິນບໍ່ໄດ້ຕຳຫນິການໃຊ້ເຄື່ອງດື່ມປະເພດເຫລົ້າແບບພໍດີພໍງາມ. ພະຄຳພີສັນລະເສີນພະເຢໂຫວາທີ່ປະທານເຫລົ້າແວງ. (ຄຳເພງ 104:14, 15, ທ.ປ.) ແນວໃດກໍຕາມ ຄຳພີໄບເບິນຕຳຫນິການດື່ມຫລາຍໂພດແລະການລ້ຽງເຮຮາແບບເກີນຂອບເຂດ. (ລືກາ 21:34; ໂລມ 13:13) ຍິ່ງກວ່ານັ້ນ ການເມົາເຫລົ້າຖືກຈັດຢູ່ໃນບັນຊີການເຮັດບາບທີ່ຮ້າຍແຮງອື່ນໆເຊັ່ນ ການຜິດປະເວນີແລະການຫລິ້ນຊູ້.c—1 ໂກລິນໂທ 6:9, 10.
11 ຫລັກການດັ່ງກ່າວຈະຊ່ວຍຄລິດສະຕຽນໃຫ້ຝຶກຝົນສະຕິຮູ້ສຶກຜິດຊອບແລະຈະຊ່ວຍສະຕິຮູ້ສຶກຜິດຊອບເຮັດວຽກໄວຂຶ້ນ. ດັ່ງນັ້ນ ຖ້າເຮົາປະເຊີນການຕັດສິນໃຈເລື່ອງການດື່ມໃນງານສັງສັນ ເຮົາຄວນຖາມຕົວເອງດັ່ງຕໍ່ໄປນີ້ ‘ງານສັງສັນທີ່ຈັດຂຶ້ນເປັນງານແບບໃດ? ເບິ່ງຄືວ່າຈະເປັນງານລ້ຽງທີ່ຄວບຄຸມບໍ່ໄດ້ຈົນເກີນຂອບເຂດບໍ? ທ່າອ່ຽງຂອງຂ້ອຍເປັນແນວໃດ? ຂ້ອຍຢາກດື່ມເຄື່ອງດື່ມປະເພດເຫລົ້າເອົາແທ້ເອົາວ່າ ຮູ້ສຶກວ່ານີ້ເປັນສິ່ງທີ່ຂາດບໍ່ໄດ້ຈົນຕ້ອງໃຊ້ເຄື່ອງດື່ມນີ້ເພື່ອຄວບຄຸມອາລົມແລະການປະພຶດຂອງຂ້ອຍບໍ? ຂ້ອຍສາມາດຄວບຄຸມຕົນເອງເພື່ອຈຳກັດປະລິມານການດື່ມຂອງຂ້ອຍບໍ?’ ຂະນະທີ່ຄຶດຕຶກຕອງຫລັກການໃນຄຳພີໄບເບິນແລະຄຳຖາມຕ່າງໆທີ່ເກີດຈາກການຄຶດຕຶກຕອງຫລັກການເຫລົ່ານັ້ນ ເຮົາຄວນອະທິດຖານຂໍການຊີ້ນຳຈາກພະເຢໂຫວາ. (ຄຳເພງ 139:23, 24) ໂດຍການເຮັດແນວນີ້ ເຮົາເຊີນໃຫ້ພະເຢໂຫວາຊີ້ນຳເຮົາໂດຍທາງພະວິນຍານບໍລິສຸດ. ເຮົາຍັງຝຶກຝົນສະຕິຮູ້ສຶກຜິດຊອບຂອງເຮົາໃຫ້ສອດຄ່ອງກັບຫລັກການຂອງພະເຈົ້າ. ແຕ່ຍັງມີອີກປັດໄຈຫນຶ່ງທີ່ເຮົາຄວນຊັ່ງຊາຢ່າງຈິງຈັງໃນການຕັດສິນໃຈຂອງເຮົາ.
ເປັນຫຍັງເຮົາຄວນຄຳນຶງເຖິງສະຕິຮູ້ສຶກຜິດຊອບຂອງຄົນອື່ນ?
ສະຕິຮູ້ສຶກຜິດຊອບທີ່ໄດ້ຮັບການຝຶກຝົນຕາມຫລັກການໃນຄຳພີໄບເບິນສາມາດຊ່ວຍເຈົ້າໃຫ້ຕັດສິນໃຈວ່າຈະດື່ມເຄື່ອງດື່ມປະເພດເຫລົ້າຫລືບໍ່
12, 13. ມີເຫດຜົນອັນໃດແດ່ທີ່ສະຕິຮູ້ສຶກຜິດຊອບຂອງຄລິດສະຕຽນຕ່າງກັນ ແລະເຮົາຄວນສະແດງທ່າທີແນວໃດຕໍ່ຄວາມແຕກຕ່າງດັ່ງກ່າວ?
12 ບາງຄັ້ງເຈົ້າອາດແປກໃຈທີ່ສະຕິຮູ້ສຶກຜິດຊອບຂອງຄລິດສະຕຽນບໍ່ຄືກັນ. ຄົນຫນຶ່ງຮູ້ສຶກວ່າກິດປະຕິບັດຫລືທຳນຽມບາງຢ່າງເປັນຕາຫນ້າລັງກຽດ; ອີກຄົນຫນຶ່ງຊ້ຳພັດມັກແລະເຫັນວ່າບໍ່ມີສາເຫດທີ່ຈະຕຳຫນິສິ່ງດັ່ງກ່າວ. ຕົວຢ່າງ ການດື່ມເຄື່ອງດື່ມປະເພດເຫລົ້າໃນການສັງສັນກັນ ຄົນຫນຶ່ງຮູ້ສຶກມ່ວນໃນການດື່ມກັບຫມູ່ເພື່ອນເມື່ອພັກຜ່ອນນຳກັນຕອນແລງ; ອີກຄົນຫນຶ່ງຮູ້ສຶກບໍ່ສະບາຍໃຈກັບການປະຕິບັດແບບນັ້ນ. ເປັນຫຍັງຄືມາຕ່າງກັນແບບນັ້ນ ແລະຄວາມແຕກຕ່າງນີ້ຄວນສົ່ງຜົນແນວໃດຕໍ່ການຕັດສິນໃຈຂອງເຮົາ?
13 ຜູ້ຄົນແຕກຕ່າງກັນຍ້ອນເຫດຜົນຫລາຍຢ່າງ. ພູມຫລັງຂອງຄົນເຮົາແຕກຕ່າງກັນຫລາຍ. ຕົວຢ່າງ ບາງຄົນຮູ້ດີເຖິງຈຸດອ່ອນທີ່ຕົນໄດ້ພະຍາຍາມຕໍ່ສູ້ໃນອະດີດ—ບາງເທື່ອກໍບໍ່ໄດ້ສຳເລັດທຸກຄັ້ງ. (1 ກະສັດ 8:38, 39) ເມື່ອມາເຖິງເລື່ອງເຄື່ອງດື່ມປະເພດເຫລົ້າ ຄົນແບບນັ້ນຄົງຈະມີຄວາມຮູ້ສຶກໄວແລະລະວັງເປັນພິເສດ. ຖ້າຄົນແບບນັ້ນມາຢາມເຈົ້າຢູ່ເຮືອນ ສະຕິຮູ້ສຶກຜິດຊອບຂອງລາວອາດກະຕຸ້ນລາວຢ່າງເຫມາະສົມໃຫ້ປະຕິເສດເຄື່ອງດື່ມປະເພດເຫລົ້າທີ່ເຈົ້າສະຫນີໃຫ້. ເຈົ້າຈະບໍ່ພໍໃຈບໍ? ເຈົ້າຈະຊູຊີໃຫ້ລາວດື່ມບໍ? ບໍ່ຄວນເລີຍ. ບໍ່ວ່າເຈົ້າຈະຮູ້ເຫດຜົນຂອງລາວຫລືບໍ່ກໍຕາມ—ລາວອາດມີເຫດຜົນທີ່ບໍ່ຢາກບອກເຈົ້າໃນຕອນນັ້ນ—ຄວາມຮັກແບບພີ່ນ້ອງຈະກະຕຸ້ນເຈົ້າໃຫ້ຄຳນຶງເຖິງຄວາມຮູ້ສຶກຂອງລາວ.
14, 15. ຄົນເຫລົ່ານັ້ນໃນປະຊາຄົມໃນສະຕະວັດທຳອິດມີສະຕິຮູ້ສຶກຜິດຊອບທີ່ຕ່າງກັນໃນປະເດັນອັນໃດ ແລະໂປໂລໄດ້ແນະນຳແນວໃດ?
14 ອັກຄະສາວົກໂປໂລເຫັນວ່າຫລາຍຄັ້ງສະຕິຮູ້ສຶກຜິດຊອບທ່າມກາງຄລິດສະຕຽນໃນສະຕະວັດທຳອິດແມ່ນຕ່າງກັນຫລາຍ. ໃນຕອນນັ້ນ ຄລິດສະຕຽນບາງຄົນບໍ່ສະບາຍໃຈໃນເລື່ອງອາຫານບາງຢ່າງທີ່ໄດ້ບູຊາແກ່ຮູບປັ້ນ. (1 ໂກລິນໂທ 10:25) ສະຕິຮູ້ສຶກຜິດຊອບຂອງໂປໂລບໍ່ໄດ້ຄັດຄ້ານການກິນອາຫານດັ່ງກ່າວເຊິ່ງພາຍຫລັງໄດ້ເອົາມາຂາຍຢູ່ຕະຫລາດ. ສຳລັບລາວ ຮູບປັ້ນບໍ່ມີຊີວິດຈຶ່ງບໍ່ສາມາດເປັນເຈົ້າຂອງອາຫານທີ່ພະເຢໂຫວາສ້າງຂຶ້ນແລະແນວໃດກໍຕາມພະອົງກໍຍັງເປັນເຈົ້າຂອງຢູ່. ເຖິງຢ່າງນັ້ນ ໂປໂລເຂົ້າໃຈວ່າຄົນອື່ນບໍ່ໄດ້ມີທັດສະນະແບບດຽວກັບລາວໃນເລື່ອງນີ້. ບາງຄົນອາດເຄີຍເຂົ້າໄປພົວພັນຢ່າງເລິກເຊິ່ງກັບການບູຊາຮູບປັ້ນກ່ອນເຂົ້າມາເປັນຄລິດສະຕຽນ. ສຳລັບເຂົາເຈົ້າ ສິ່ງໃດກໍຕາມທີ່ເອົາໄປກ່ຽວຂ້ອງກັບການບູຊາຮູບປັ້ນກ່ອນແມ່ນຫນ້າລັງກຽດ. ໂປໂລແກ້ໄຂປະເດັນນີ້ແນວໃດ?
15 ໂປໂລກ່າວວ່າ “ຝ່າຍເຮົາທັງຫລາຍທີ່ມີແຮງ ສົມຄວນຈະອົດທົນຄົນທີ່ມີແຮງຫນ້ອຍແລະບໍ່ໃຊ່ກະທຳຕາມຊອບໃຈຂອງຕົນເອງ. ເພາະວ່າພະຄລິດບໍ່ໄດ້ກະທຳຕາມຊອບໃຈຂອງພະອົງເອງ.” (ໂລມ 15:1, 3) ໂປໂລໃຫ້ເຫດຜົນວ່າເຮົາຄວນເອົາຄວາມຈຳເປັນຂອງພີ່ນ້ອງມາກ່ອນຂອງເຮົາເອງ ຄືກັບທີ່ພະຄລິດໄດ້ເຮັດ. ໃນການພິຈາລະນາທີ່ກ່ຽວຂ້ອງກັນ ໂປໂລເວົ້າວ່າບໍ່ກິນຊີ້ນເລີຍກໍດີກວ່າຈະເຮັດໃຫ້ແກະທີ່ມີຄ່າເຊິ່ງພະຄລິດໄດ້ສະລະຊີວິດໃຫ້ນັ້ນສະດຸດໃຈ.—1 ໂກລິນໂທ 8:13; 10:23, 24, 31-33.
16. ເປັນຫຍັງຜູ້ທີ່ມີສະຕິຮູ້ສຶກຜິດຊອບທີ່ເຂັ້ມງວດກວ່າຄວນຫລີກລ່ຽງການຕັດສິນຜູ້ທີ່ມີສະຕິຮູ້ສຶກຜິດຊອບທີ່ຕ່າງຈາກຕົນ?
16 ໃນອີກດ້ານຫນຶ່ງ ຜູ້ທີ່ມີສະຕິຮູ້ສຶກຜິດຊອບທີ່ເຂັ້ມງວດກວ່າກໍບໍ່ຄວນວິຈານຄົນອື່ນ ໂດຍຮຽກຮ້ອງໃຫ້ທຸກຄົນເບິ່ງເລື່ອງສະຕິຮູ້ສຶກຜິດຊອບຄືກັບທີ່ຕົນເອງເບິ່ງ. (ໂລມ 14:10) ທີ່ຈິງ ສະຕິຮູ້ສຶກຜິດຊອບຂອງເຮົາຄວນຈະໃຊ້ເພື່ອຕັດສິນເຮົາເອງ ບໍ່ແມ່ນໃຊ້ເພື່ອຕັດສິນຄົນອື່ນ. ຂໍໃຫ້ຄິດເຖິງຄຳເວົ້າຂອງພະເຍຊູທີ່ວ່າ “ຢ່າຊູ່ຕັດສິນ ເພື່ອທ່ານທັງຫລາຍຈະບໍ່ຖືກຕັດສິນ.” (ມັດທາຍ 7:1) ທຸກຄົນໃນປະຊາຄົມຕ້ອງການຫລີກລ່ຽງການໂຕ້ຖຽງກັນໃນປະເດັນທີ່ເປັນເລື່ອງສະຕິຮູ້ສຶກຜິດຊອບສ່ວນຕົວ. ແທນທີ່ຈະໂຕ້ຖຽງກັນ ເຮົາຊອກຫາວິທີທີ່ຈະສົ່ງເສີມຄວາມຮັກແລະຄວາມເປັນເອກະພາບ ເສີມສ້າງກັນແລະກັນ ບໍ່ຮື້ທຳລາຍກັນ.—ໂລມ 14:19.
ສະຕິຮູ້ສຶກຜິດຊອບທີ່ດີເປັນປະໂຫຍດ
ສະຕິຮູ້ສຶກຜິດຊອບທີ່ດີສາມາດຊີ້ນຳຊີວິດເຮົາ ພາໃຫ້ຍິນດີແລະມີສັນຕິສຸກພາຍໃນໃຈ
17. ໃນທຸກມື້ນີ້ມີຫຍັງເກີດຂຶ້ນກັບສະຕິຮູ້ສຶກຜິດຊອບຂອງຫລາຍຄົນ?
17 ອັກຄະສາວົກເປໂຕຂຽນວ່າ “ຈົ່ງມີໃຈຮູ້ຜິດແລະຊອບເປັນອັນດີ.” (1 ເປໂຕ 3:16) ສະຕິຮູ້ສຶກຜິດຊອບທີ່ສະອາດໃນສາຍຕາຂອງພະເຢໂຫວາພະເຈົ້າເປັນຂອງປະທານອັນດີເລີດ. ສະຕິຮູ້ສຶກຜິດຊອບດັ່ງກ່າວຕ່າງຈາກສະຕິຮູ້ສຶກຜິດຊອບຂອງຫລາຍຄົນໃນທຸກມື້ນີ້. ໂປໂລພັນລະນາເຖິງຜູ້ທີ່ “ໃຈຮູ້ຜິດແລະຊອບຂອງເຂົາເຫມືອນໄຫມ້ແລ້ວດ້ວຍເຫລັກຮ້ອນແດງ.” (1 ຕີໂມເຕ 4:2) ເຫລັກຮ້ອນແດງເຮັດໃຫ້ເນື້ອຫນັງໄຫມ້ ເປັນແປ້ວແລະຕາຍດ້ານ. ຫລາຍຄົນມີສະຕິຮູ້ສຶກຜິດຊອບຄືກັບຕາຍແລ້ວ ຄືຮອຍແປ້ວທີ່ຕາຍດ້ານແລະໄຮ້ຄວາມຮູ້ສຶກ ຈົນເຖິງຂັ້ນວ່າບໍ່ເຕືອນ ບໍ່ຄັດຄ້ານ ຫລືບໍ່ສຽບແທງດ້ວຍຄວາມລະອາຍໃຈຫລືຄວາມຮູ້ສຶກຜິດຕໍ່ການກະທຳທີ່ບໍ່ຖືກຕ້ອງ. ຫລາຍຄົນໃນທຸກມື້ນີ້ຍິນດີທີ່ຈະບໍ່ໃສ່ໃຈຕໍ່ຄວາມຮູ້ສຶກຜິດຂອງຕົນເອງ.
18, 19. (ກ) ຄວາມຮູ້ສຶກຜິດຫລືຄວາມລະອາຍໃຈອາດມີປະໂຫຍດແນວໃດ? (ຂ) ເຮົາອາດເຮັດແນວໃດຖ້າສະຕິຮູ້ສຶກຜິດຊອບຕຳຫນິເຮົາຕໍ່ໆໄປເນື່ອງຈາກການເຮັດຜິດທີ່ເຮົາໄດ້ກັບໃຈແລ້ວ?
18 ຄວາມຈິງແລ້ວ ຄວາມຮູ້ສຶກຜິດອາດເປັນວິທີທີ່ສະຕິຮູ້ສຶກຜິດຊອບບອກວ່າເຮົາໄດ້ເຮັດຜິດ. ເມື່ອຄວາມຮູ້ສຶກແບບນັ້ນກະຕຸ້ນຜູ້ເຮັດຜິດໃຫ້ກັບໃຈ ແມ່ນແຕ່ບາບທີ່ຮ້າຍແຮງທີ່ສຸດກໍອາດໃຫ້ອະໄພໄດ້. ຕົວຢ່າງ ກະສັດດາວິດຮູ້ສຶກຜິດເນື່ອງຈາກການເຮັດຜິດທີ່ຮ້າຍແຮງ ແຕ່ໄດ້ຮັບການໃຫ້ອະໄພຍ້ອນລາວກັບໃຈຢ່າງແທ້ຈິງ. ການທີ່ລາວກຽດຊັງແນວທາງທີ່ໄດ້ເຮັດຜິດນັ້ນ ແລະມີຄວາມຕັ້ງໃຈທີ່ຈະເຊື່ອຟັງກົດຫມາຍຂອງພະເຢໂຫວາຕັ້ງແຕ່ນັ້ນມາເຮັດໃຫ້ລາວປະສົບດ້ວຍຕົວເອງວ່າພະເຢໂຫວາ “ດີ . . . ມີໃຈພ້ອມຈະຍົກຜິດ.” (ຄຳເພງ 51:1-19; 86:5) ແຕ່ພາຍຫລັງທີ່ການກັບໃຈໄດ້ຮັບການໃຫ້ອະໄພແລ້ວ ຈະວ່າແນວໃດຖ້າເຮົາຍັງມີຄວາມຮູ້ສຶກຜິດຫລາຍຢູ່ແລະມີຄວາມລະອາຍໃຈຢູ່ບໍ່ເຊົາ?
19 ບາງຄັ້ງສະຕິຮູ້ສຶກຜິດຊອບອາດຕຳຫນິຈົນເກີນຄວນ ເຮັດໃຫ້ຜູ້ເຮັດຜິດເປັນທຸກດ້ວຍຄວາມຮູ້ສຶກຜິດດົນນານ ຫລັງຈາກທີ່ຄວາມຮູ້ສຶກນັ້ນບໍ່ໄດ້ເປັນປະໂຫຍດແລ້ວ. ໃນກໍລະນີແບບນີ້ ເຮົາຕ້ອງເຮັດໃຫ້ຫົວໃຈທີ່ຕຳຫນິຕົນເອງເຊື່ອຫມັ້ນວ່າພະເຢໂຫວາເປັນໃຫຍ່ກວ່າຄວາມຮູ້ສຶກຂອງມະນຸດທຸກຄົນ. ເຮົາຕ້ອງເຊື່ອແລະຍອມຮັບໃນຄວາມຮັກແລະການໃຫ້ອະໄພຂອງພະອົງແບບດຽວກັບທີ່ເຮົາສະຫນັບສະຫນູນຄົນອື່ນໃຫ້ເຮັດ. (1 ໂຢຮັນ 3:19, 20) ສະຕິຮູ້ສຶກຜິດຊອບທີ່ສະອາດພາໃຫ້ມີສັນຕິສຸກພາຍໃນ ມີໃຈສະຫງົບ ແລະມີຄວາມຍິນດີຢ່າງສຸດຊຶ້ງເຊິ່ງຫາໄດ້ຍາກໃນໂລກທຸກມື້ນີ້. ຫລາຍຄົນທີ່ຄັ້ງຫນຶ່ງເຄີຍພົວພັນກັບການເຮັດຜິດຮ້າຍແຮງ ໄດ້ປະສົບກັບການບັນເທົາທຸກທີ່ດີເລີດແບບນີ້ ແລະໃນປັດຈຸບັນສາມາດມີສະຕິຮູ້ຜິດຊອບທີ່ດີໃນຂະນະທີ່ຮັບໃຊ້ພະເຢໂຫວາພະເຈົ້າ.—1 ໂກລິນໂທ 6:11.
20, 21. (ກ) ປຶ້ມນີ້ອອກແບບມາເພື່ອຊ່ວຍເຈົ້າໃຫ້ເຮັດຫຍັງ? (ຂ) ໃນຖານະເປັນຄລິດສະຕຽນເຮົາມີເສລີພາບອັນໃດ ແຕ່ເຮົາຄວນໃຊ້ມັນແນວໃດ?
20 ປຶ້ມຫົວນີ້ອອກແບບມາເພື່ອຊ່ວຍເຈົ້າໃຫ້ພົບຄວາມຍິນດີດັ່ງກ່າວ ແລະເພື່ອຮັກສາສະຕິຮູ້ສຶກຜິດຊອບທີ່ດີຕະຫລອດໄລຍະທີ່ເຫລືອຂອງສະໄຫມສຸດທ້າຍອັນຫຍຸ້ງຍາກໃນລະບົບຂອງຊາຕານ. ແນ່ນອນວ່າປຶ້ມນີ້ບໍ່ໄດ້ກວມເອົາກົດຫມາຍແລະຫລັກການທັງຫມົດໃນຄຳພີໄບເບິນທີ່ເຈົ້າຕ້ອງຄຳນຶງເຖິງແລະເອົາໄປໃຊ້ໃນສະຖານະການຕ່າງໆທີ່ເກີດຂຶ້ນແຕ່ລະວັນ. ຍິ່ງກວ່ານັ້ນ ຢ່າຄາດຫມາຍວ່າຈະມີກົດງ່າຍໆທີ່ບອກຊັດເຈນວ່າທຳໄດ້ຫລືບໍ່ໄດ້ໃນເລື່ອງສະຕິຮູ້ສຶກຜິດຊອບ. ຈຸດປະສົງຂອງປຶ້ມນີ້ແມ່ນເພື່ອຊ່ວຍເຈົ້າໃຫ້ຝຶກຝົນສະຕິຮູ້ສຶກຜິດຊອບແລະເພື່ອໃຫ້ເກີດມີສະຕິຮູ້ສຶກຜິດຊອບທີ່ໄວໂດຍການສຶກສາວິທີທີ່ຈະໃຊ້ພະຄຳຂອງພະເຈົ້າໃນຊີວິດປະຈຳວັນ. ບໍ່ຄືກັບກົດຫມາຍຂອງໂມເຊ “ພະບັນຍັດຂອງພະຄລິດ” ສະຫນັບສະຫນູນຜູ້ທີ່ຍຶດຫມັ້ນກັບພະບັນຍັດນີ້ໃຫ້ດຳເນີນຊີວິດໂດຍອາໄສສະຕິຮູ້ສຶກຜິດຊອບແລະຫລັກການຫລາຍກວ່າອາໄສກົດທີ່ເປັນລາຍລັກອັກສອນ. (ຄາລາຊີ 6:2) ໂດຍວິທີນີ້ພະເຢໂຫວາໃຫ້ເສລີພາບອັນດີເລີດແກ່ຄລິດສະຕຽນ. ແນວໃດກໍຕາມ ພະຄຳຂອງພະອົງເຕືອນເຮົາບໍ່ໃຫ້ໃຊ້ເສລີພາບນັ້ນເພື່ອ “ປົກປິດຄວາມຊົ່ວ.” (1 ເປໂຕ 2:16, ທ.ປ.) ແທນທີ່ຈະໃຊ້ແນວນັ້ນ ເສລີພາບດັ່ງກ່າວເຮັດໃຫ້ເຮົາມີໂອກາດອັນດີເລີດເພື່ອສະແດງຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາ..
21 ໂດຍການພິຈາລະນາພ້ອມທັງອະທິດຖານຢ່າງຈິງຈັງວ່າວິທີໃດດີທີ່ສຸດເພື່ອດຳເນີນຊີວິດໂດຍອາໄສຫລັກການໃນຄຳພີໄບເບິນ ແລ້ວໃຊ້ຫລັກການເຫລົ່ານັ້ນໃນການຕັດສິນໃຈ ເຈົ້າກໍຈະດຳເນີນຕໍ່ໄປໃນຂະບວນການທີ່ສຳຄັນເຊິ່ງໄດ້ເລີ່ມຕົ້ນຕອນທີ່ຮູ້ຈັກພະເຢໂຫວາໃຫມ່ໆ. ການ “ຮູ້ຈັກຜິດຮູ້ຈັກຊອບ” ຂອງເຈົ້າຈະຖືກຝຶກຝົນໂດຍການ “ໃຊ້ສອຍ.” (ເຫບເລີ 5:14) ສະຕິຮູ້ສຶກຜິດຊອບທີ່ໄດ້ຮັບການຝຶກຝົນຕາມຫລັກການໃນຄຳພີໄບເບິນຈະເປັນປະໂຫຍດຕໍ່ເຈົ້າໃນຊີວິດປະຈຳວັນ. ຄືກັບເຂັມທິດທີ່ຊີ້ນຳນັກເດີນທາງ ສະຕິຮູ້ສຶກຜິດຊອບຈະຊ່ວຍເຈົ້າຕັດສິນໃຈໃນແບບທີ່ເຮັດໃຫ້ພໍ່ທີ່ຢູ່ໃນສະຫວັນຍິນດີ. ນີ້ເປັນວິທີທີ່ແນ່ໃຈໄດ້ວ່າເຈົ້າຈະຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ.
a ບໍ່ມີຄຳໃດສະເພາະທີ່ແປວ່າ “ສະຕິຮູ້ສຶກຜິດຊອບ” ປາກົດໃນພະຄຳພີພາກພາສາເຫບເລີ. ແນວໃດກໍຕາມ ການໃຊ້ສະຕິຮູ້ສຶກຜິດຊອບປາກົດແຈ້ງໃນຕົວຢ່າງນີ້. ຄຳວ່າ “ໃຈ” ຫມາຍເຖິງບຸກຄົນພາຍໃນ. ໃນຕົວຢ່າງຂອງໂຢບນີ້ເບິ່ງຄືວ່າຊີ້ເຖິງສ່ວນຫນຶ່ງໂດຍສະເພາະຂອງບຸກຄົນພາຍໃນ ນັ້ນຄືສະຕິຮູ້ສຶກຜິດຊອບ. ໃນພະຄຳພີພາກພາສາກະເລັກສະບັບດັ້ງເດີມ ຄຳພາສາກະເລັກທີ່ແປວ່າ “ສະຕິຮູ້ສຶກຜິດຊອບ” ປາກົດປະມານ 30 ຄັ້ງ.
b ຄຳພີໄບເບິນສະແດງໃຫ້ເຫັນວ່າການມີສະຕິຮູ້ສຶກຜິດຊອບທີ່ບໍ່ລົບກວນ ນັ້ນຍັງບໍ່ພໍ. ຕົວຢ່າງ ໂປໂລກ່າວວ່າ “ເຮົາບໍ່ຮູ້ວ່າເຮົາໄດ້ເຮັດຜິດອັນໃດ ແຕ່ອັນນີ້ກໍບໍ່ໄດ້ຫມາຍຄວາມວ່າ ເຮົາເປັນຜູ້ບໍ່ມີຄວາມຜິດ. ຜູ້ທີ່ຈະພິພາກສາຕົວເຮົານັ້ນແມ່ນ [ພະເຢໂຫວາ].” (1 ໂກລິນໂທ 4:4, ທ.ປ.) ແມ່ນແຕ່ຜູ້ທີ່ຂົ່ມເຫງຄລິດສະຕຽນຄືກັບທີ່ໂປໂລເຮັດໃນອະດີດ ກໍອາດເຮັດເຊັ່ນນັ້ນດ້ວຍສະຕິຮູ້ສຶກຜິດຊອບທີ່ບໍ່ລົບກວນເພາະເຂົາເຈົ້າຄິດວ່າພະເຈົ້າພໍໃຈກັບການກະທຳນັ້ນ. ເປັນເລື່ອງສຳຄັນທີ່ສະຕິຮູ້ສຶກຜິດຊອບຂອງເຮົາຕ້ອງສະອາດທັງໃນສາຍຕາເຮົາແລະຂອງພະເຈົ້າ.—ກິດຈະການ 23:1; 2 ຕີໂມເຕ 1:3.
c ຂໍໃຫ້ສັງເກດແພດສ່ວນຫລາຍກ່າວວ່າ ການດື່ມແບບພໍດີພໍງາມແມ່ນເປັນໄປບໍ່ໄດ້ແທ້ໆສຳລັບຄົນຕິດເຫລົ້າ; ສຳລັບເຂົາເຈົ້າ “ພໍດີພໍງາມ” ຫມາຍເຖິງການງົດເລີຍ.