ສະຕິຮູ້ສຶກຜິດຊອບຂອງເຈົ້າເປັນສິ່ງຊີ້ນຳທີ່ໄວ້ໃຈໄດ້ບໍ?
“ຈຸດປະສົງຂອງຄຳສັ່ງນີ້ແມ່ນເພື່ອກໍ່ໃຫ້ເກີດຄວາມຮັກຈາກໃຈບໍລິສຸດ ຈາກໃຈສຳນຶກຜິດແລະຊອບອັນແຈ່ມໃສ.”—1 ຕີໂມເຕ 1:5, ທ.ປ.
ເພງ: 57, 48
1, 2. ໃຜທີ່ໃຫ້ເຮົາມີສະຕິຮູ້ສຶກຜິດຊອບ ແລະເປັນຫຍັງເຮົາຈຶ່ງຂອບໃຈທີ່ມີສິ່ງນີ້?
ພະເຢໂຫວາສ້າງມະນຸດໃຫ້ມີອິດສະລະໃນການເລືອກ. ເພື່ອຊ່ວຍເຮົາໃຫ້ເລືອກຢ່າງຖືກຕ້ອງ ພະເຢໂຫວາໄດ້ໃຫ້ສິ່ງທີ່ຊີ້ນຳເຮົາ. ສິ່ງນີ້ເອີ້ນວ່າ ສະຕິຮູ້ສຶກຜິດຊອບ ເຊິ່ງໝາຍເຖິງຄວາມສຳນຶກທີ່ມີຢູ່ໃນຕົວເຮົາກ່ຽວກັບສິ່ງທີ່ຖືກແລະສິ່ງທີ່ຜິດ. ເມື່ອໃຊ້ສະຕິຮູ້ສຶກຜິດຊອບໃນທາງທີ່ຖືກຕ້ອງ ມັນສາມາດຊ່ວຍເຮົາໃຫ້ເຮັດໃນສິ່ງທີ່ດີແລະຫຼີກລ່ຽງການເຮັດສິ່ງທີ່ບໍ່ດີ. ສະຕິຮູ້ສຶກຜິດຊອບຂອງເຮົາເປັນສິ່ງທີ່ພິສູດວ່າພະເຢໂຫວາຮັກເຮົາແລະຕ້ອງການໃຫ້ເຮົາປະສົບຜົນສຳເລັດ.
2 ໃນທຸກມື້ນີ້ ເຖິງວ່າບາງຄົນບໍ່ຮູ້ຈັກມາດຕະຖານໃນຄຳພີໄບເບິນ ແຕ່ເຂົາເຈົ້າກໍເຮັດສິ່ງທີ່ດີແລະກຽດຊັງສິ່ງທີ່ຊົ່ວ. (ອ່ານໂລມ 2:14, 15) ເປັນຫຍັງຈຶ່ງເປັນແນວນັ້ນ? ຍ້ອນວ່າເຂົາເຈົ້າມີສະຕິຮູ້ສຶກຜິດຊອບ. ສິ່ງນີ້ປ້ອງກັນຫຼາຍຄົນບໍ່ໃຫ້ເຮັດສິ່ງຕ່າງໆທີ່ຊົ່ວຮ້າຍ. ລອງນຶກພາບເບິ່ງວ່າໂລກນີ້ຈະເປັນແນວໃດຖ້າທຸກຄົນບໍ່ມີສະຕິຮູ້ສຶກຜິດຊອບ! ເຮົາຄົງຈະໄດ້ຍິນກ່ຽວກັບສິ່ງທີ່ຊົ່ວຮ້າຍຫຼາຍກວ່ານີ້. ດັ່ງນັ້ນ ເຮົາຄວນຂອບໃຈທີ່ພະເຢໂຫວາໄດ້ໃຫ້ມະນຸດມີສະຕິຮູ້ສຶກຜິດຊອບ!
ສະຕິຮູ້ສຶກຜິດຊອບທີ່ໄດ້ຮັບການຝຶກຝົນເປັນຢ່າງດີຈະຊ່ວຍເຮົາແນວໃດເມື່ອຕ້ອງຕັດສິນໃຈ
3. ສະຕິຮູ້ສຶກຜິດຊອບສາມາດຊ່ວຍເຮົາແນວໃດໃນປະຊາຄົມ?
3 ຄົນສ່ວນຫຼາຍບໍ່ໄດ້ຄິດທີ່ຈະຝຶກຝົນສະຕິຮູ້ສຶກຜິດຊອບຂອງຕົນເອງ. ແຕ່ປະຊາຊົນຂອງພະເຢໂຫວາຕ້ອງການໃຫ້ສະຕິຮູ້ສຶກຜິດຊອບຂອງເຂົາເຈົ້າເຮັດວຽກຢ່າງຖືກຕ້ອງ ເພາະວ່າສິ່ງນີ້ມີພະລັງໃນການສົ່ງເສີມໃຫ້ມີຄວາມສາມັກຄີພາຍໃນປະຊາຄົມ. ເຮົາຕ້ອງການໃຫ້ສະຕິຮູ້ສຶກຜິດຊອບເຕືອນເຮົາເລື່ອງມາດຕະຖານຕ່າງໆໃນຄຳພີໄບເບິນກ່ຽວກັບສິ່ງທີ່ຖືກແລະສິ່ງທີ່ຜິດ ສິ່ງທີ່ດີແລະສິ່ງທີ່ຊົ່ວ. ເພື່ອຈະຝຶກຝົນແລະໃຊ້ສະຕິຮູ້ສຶກຜິດຊອບຂອງເຮົາ ເຮົາບໍ່ພຽງແຕ່ຮຽນຮູ້ໃນສິ່ງທີ່ຄຳພີໄບເບິນບອກເທົ່ານັ້ນ. ເຮົາຕ້ອງຮັກມາດຕະຖານຂອງພະເຢໂຫວາແລະເຊື່ອວ່າມາດຕະຖານເຫຼົ່ານັ້ນເປັນປະໂຫຍດສຳລັບເຮົາ. ໂປໂລຂຽນວ່າ: “ທີ່ສຸດແຫ່ງຄຳສັ່ງນັ້ນເປັນຄວາມຮັກທີ່ມາແຕ່ໃຈບໍລິສຸດແລະແຕ່ໃຈຮູ້ຜິດແລະຊອບເປັນອັນດີແລະແຕ່ຄວາມເຊື່ອອັນສັດຊື່.” (1 ຕີໂມເຕ 1:5) ເມື່ອເຮົາຝຶກຝົນສະຕິຮູ້ສຶກຜິດຊອບແລະເຮັດຕາມທີ່ສິ່ງນັ້ນຊີ້ນຳ ຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາແລະຄວາມເຊື່ອໃນພະອົງກໍຈະມີຫຼາຍຂຶ້ນ. ວິທີທີ່ເຮົາໃຊ້ສະຕິຮູ້ສຶກຜິດຊອບພິສູດໃຫ້ເຫັນວ່າເຮົາມີສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາຫຼາຍສ່ຳໃດ ແລະເຮົາຕ້ອງການເຮັດໃຫ້ພະອົງພໍໃຈຫຼາຍສ່ຳໃດ. ນອກຈາກນັ້ນ ສະຕິຮູ້ສຶກຜິດຊອບຂອງເຮົາຍັງເປີດເຜີຍໃຫ້ຮູ້ວ່າເຮົາເປັນຄົນແບບໃດແທ້ໆ.
4. ເຮົາຈະຝຶກຝົນສະຕິຮູ້ສຶກຜິດຊອບຂອງເຮົາແນວໃດ?
4 ແຕ່ເຮົາຈະຝຶກຝົນສະຕິຮູ້ສຶກຜິດຊອບຂອງເຮົາແນວໃດ? ເຮົາຕ້ອງສຶກສາຄຳພີໄບເບິນເປັນປະຈຳ ຄິດຕຶກຕອງໃນສິ່ງທີ່ອ່ານ ແລະຂໍພະເຢໂຫວາຊ່ວຍເຮົາໃຫ້ນຳໃຊ້ສິ່ງທີ່ໄດ້ຮຽນຮູ້. ນັ້ນໝາຍຄວາມວ່າເຮົາບໍ່ພຽງແຕ່ຮຽນຮູ້ຂໍ້ມູນທີ່ເປັນຈິງແລະຂໍ້ກຳນົດຕ່າງໆເທົ່ານັ້ນ ເມື່ອສຶກສາຄຳພີໄບເບິນ ເຮົາມີເປົ້າໝາຍທີ່ຈະຮູ້ຈັກພະເຢໂຫວາຫຼາຍຂຶ້ນ. ເຮົາໄດ້ຮູ້ວ່າພະເຢໂຫວາເປັນຄົນແບບໃດ ແລະພະອົງມັກຫຍັງແລະບໍ່ມັກຫຍັງ. ເມື່ອເຮົາຮຽນຮູ້ກ່ຽວກັບພະອົງຫຼາຍຂຶ້ນ ໃນທີ່ສຸດສະຕິຮູ້ສຶກຜິດຊອບຂອງເຮົາຈະສຳນຶກໄດ້ໄວໃນສິ່ງທີ່ພະອົງຖືວ່າຖືກແລະຜິດ. ແຮ່ງເຮົາຝຶກຝົນສະຕິຮູ້ສຶກຜິດຊອບຂອງເຮົາຫຼາຍເທົ່າໃດ ເຮົາກໍແຮ່ງຈະເລີ່ມຄິດຄືກັບພະເຢໂຫວາຫຼາຍເທົ່ານັ້ນ.
5. ເຮົາຈະພິຈາລະນາຫຍັງໃນບົດຄວາມນີ້?
5 ຢ່າງໃດກໍຕາມ ເຮົາອາດມີຄຳຖາມວ່າ: ສະຕິຮູ້ສຶກຜິດຊອບທີ່ໄດ້ຮັບການຝຶກຝົນເປັນຢ່າງດີຈະຊ່ວຍຂ້ອຍແນວໃດເມື່ອຕ້ອງຕັດສິນໃຈ? ເຮົາຈະສະແດງຄວາມນັບຖືຕໍ່ສະຕິຮູ້ສຶກຜິດຊອບຂອງເພື່ອນຮ່ວມຄວາມເຊື່ອໄດ້ແນວໃດ? ແລະສະຕິຮູ້ສຶກຜິດຊອບຈະກະຕຸ້ນເຮົາແນວໃດໃຫ້ເຮັດສິ່ງທີ່ດີ? ຂໍໃຫ້ເຮົາພິຈາລະນາສາມຂອບເຂດທີ່ເຮົາຕ້ອງມີສະຕິຮູ້ສຶກຜິດຊອບທີ່ໄດ້ຮັບການຝຶກຝົນເປັນຢ່າງດີ ຄື: (1) ການປິ່ນປົວສຸຂະພາບ (2) ການພັກຜ່ອນຢ່ອນອາລົມ ແລະ (3) ການປະກາດ.
ເປັນຄົນມີເຫດຜົນ
6. ເຮົາອາດຕ້ອງຕັດສິນໃຈຫຍັງໃນເລື່ອງການປິ່ນປົວ?
6 ຄຳພີໄບເບິນບອກເຮົາໃຫ້ຫຼີກລ່ຽງສິ່ງຕ່າງໆທີ່ຈະເຮັດໃຫ້ເຮົາເຈັບປວດ ແລະໃຫ້ເຮົາເປັນຄົນມີເຫດມີຜົນໃນເລື່ອງນິດໄສຕ່າງໆ ເຊັ່ນ: ເລື່ອງການກິນແລະການດື່ມ. (ສຸພາສິດ 23:20; 2 ໂກລິນໂທ 7:1) ເມື່ອເຮັດຕາມຄຳແນະນຳໃນຄຳພີໄບເບິນ ສິ່ງນັ້ນສາມາດຊ່ວຍເຮົາເພື່ອປົກປ້ອງສຸຂະພາບຂອງເຮົາ. ເຖິງຢ່າງນັ້ນກໍຕາມ ເຮົາຍັງເຈັບປ່ວຍແລະເລີ່ມເຖົ້າລົງ. ເຮົາອາດຕ້ອງຕັດສິນໃຈໃນເລື່ອງໃດ? ໃນບາງປະເທດ ມີທັງການປິ່ນປົວດ້ວຍຢາພື້ນເມືອງແລະຢາຫຼວງ. ສຳນັກງານສາຂາໄດ້ຮັບຈົດໝາຍເປັນປະຈຳຈາກພີ່ນ້ອງຊາຍຍິງທີ່ຖາມກ່ຽວກັບເລື່ອງການປິ່ນປົວໃນແບບຕ່າງໆ. ຫຼາຍຄົນຖາມວ່າ: “ຜູ້ຮັບໃຊ້ຂອງພະເຢໂຫວາຍອມຮັບເອົາການປິ່ນປົວແບບນີ້ຫຼືແບບນັ້ນໄດ້ບໍ?”
7. ເຮົາຈະຕັດສິນໃຈຢ່າງສຸຂຸມໄດ້ແນວໃດໃນເລື່ອງເລືອດ?
7 ສຳນັກງານສາຂາຫຼືຜູ້ເຖົ້າແກ່ໃນປະຊາຄົມທ້ອງຖິ່ນບໍ່ມີສິດທີ່ຈະຕັດສິນໃຈໃນເລື່ອງການປິ່ນປົວສຳລັບຄລິດສະຕຽນ ເຖິງວ່າຈະມີການຂໍໃຫ້ເຂົາເຈົ້າເຮັດສິ່ງນັ້ນກໍຕາມ. (ຄາລາຊີ 6:5) ແຕ່ຜູ້ເຖົ້າແກ່ສາມາດບອກໃຫ້ຮູ້ໃນສິ່ງທີ່ພະເຢໂຫວາກ່າວໄວ້ເຊິ່ງຈະຊ່ວຍໃຫ້ຄລິດສະຕຽນຕັດສິນໃຈໄດ້ຢ່າງສຸຂຸມ. ຕົວຢ່າງເຊັ່ນ: ພະເຢໂຫວາສັ່ງໃຫ້ເຮົາລະເວັ້ນຈາກເລືອດ. (ກິດຈະການ 15:29) ຄຳສັ່ງທີ່ຈະແຈ້ງນີ້ຊ່ວຍຄລິດສະຕຽນໃຫ້ເຂົ້າໃຈວ່າລາວບໍ່ສາມາດຍອມຮັບການປິ່ນປົວທີ່ກ່ຽວຂ້ອງກັບການໃສ່ເລືອດຫຼືແມ່ນແຕ່ສ່ວນປະກອບຫຼັກສີ່ຢ່າງທີ່ມີຢູ່ໃນເລືອດ. ຂໍ້ມູນນີ້ສາມາດມີຜົນກະທົບຕໍ່ສະຕິຮູ້ສຶກຜິດຊອບຂອງຄລິດສະຕຽນເມື່ອຕ້ອງຕັດສິນໃຈວ່າຈະຍອມຮັບເອົາສ່ວນປະກອບຍ່ອຍຕ່າງໆຫຼືບໍ່ ເຊິ່ງເປັນສ່ວນທີ່ນ້ອຍກວ່າທີ່ມາຈາກສ່ວນປະກອບຫຼັກສີ່ຢ່າງທີ່ມີຢູ່ໃນເລືອດ.a ມີຄຳແນະນຳອັນໃດອີກໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໃຫ້ຕັດສິນໃຈຢ່າງສຸຂຸມໃນເລື່ອງການປິ່ນປົວ?
8. ຟິລິບ 4:5 ຊ່ວຍເຮົາແນວໃດໃຫ້ເລືອກຢ່າງສຸຂຸມໃນເລື່ອງການເບິ່ງແຍງສຸຂະພາບ?
8 ໃນສຸພາສິດ 14:15 ກ່າວວ່າ: “ຄົນຊື່ກໍເຊື່ອຖ້ອຍຄຳທຸກຂໍ້ ແຕ່ວ່າຄົນຮູ້ກໍຄອຍລະວັງບາດຕີນແຫ່ງຕົນ.” ໃນທຸກມື້ນີ້ ພະຍາດບາງຊະນິດອາດຍັງບໍ່ທັນມີວິທີປິ່ນປົວ. ດັ່ງນັ້ນ ເຮົາຕ້ອງລະວັງກ່ຽວກັບການປິ່ນປົວໃນຮູບແບບຕ່າງໆທີ່ອ້າງວ່າຈະເຮັດໃຫ້ເຮົາເຊົາເຈັບປ່ວຍໄດ້ ແຕ່ຍັງບໍ່ມີສິ່ງທີ່ພິສູດວ່າເຮັດໄດ້ສຳເລັດ. ໂປໂລຂຽນວ່າ: “ຄວາມອ່ອນຫວານ [ຄວາມມີເຫດຜົນ] ຂອງທ່ານທັງຫຼາຍຈົ່ງໃຫ້ປາກົດແກ່ຄົນທັງປວງ.” (ຟິລິບ 4:5) ການເປັນຄົນມີເຫດຜົນຊ່ວຍເຮົາໃຫ້ຈົດຈໍ່ຢູ່ສະເໝີໃນການນະມັດສະການພະເຢໂຫວາແທນທີ່ເຮົາຈະຈົດຈໍ່ຢູ່ກັບເລື່ອງສຸຂະພາບ. ຖ້າການເບິ່ງແຍງສຸຂະພາບກາຍເປັນເລື່ອງສຳຄັນທີ່ສຸດໃນຊີວິດ ເຮົາອາດກາຍເປັນຄົນທີ່ຄິດເຖິງແຕ່ຕົວເອງ. (ຟີລິບ 2:4) ເຮົາຮູ້ວ່າເຮົາບໍ່ສາມາດມີສຸຂະພາບທີ່ສົມບູນໄດ້ໃນລະບົບນີ້. ດັ່ງນັ້ນ ເຈົ້າຕ້ອງເຮັດໃຫ້ແນ່ໃຈວ່າການຮັບໃຊ້ພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດຂອງເຈົ້າ.—ອ່ານຟີລິບ 1:10
ເຈົ້າພະຍາຍາມບັງຄັບຄົນອື່ນໃຫ້ເຮັດຕາມຄວາມຄິດເຫັນຂອງເຈົ້າບໍ? (ເບິ່ງຂໍ້ 9)
9. ໂລມ 14:13, 19 ມີຜົນກະທົບແນວໃດຕໍ່ການຕັດສິນໃຈຂອງເຮົາໃນເລື່ອງສຸຂະພາບ ແລະຄວາມສາມັກຄີໃນປະຊາຄົມອາດຖືກທຳລາຍໄດ້ແນວໃດ?
9 ຄລິດສະຕຽນທີ່ມີເຫດຜົນຈະບໍ່ພະຍາຍາມບັງຄັບຄົນອື່ນໃຫ້ເຮັດໃນສິ່ງທີ່ຕົນເອງຄິດວ່າດີທີ່ສຸດ. ຕົວຢ່າງເຊັ່ນ: ໃນປະເທດໜຶ່ງ ມີຜົວເມຍຄູ່ໜຶ່ງໄດ້ກະຕຸ້ນຄົນອື່ນໃຫ້ກິນອາຫານເສີມແລະກິນຕາມລາຍການຄວບຄຸມອາຫານທີ່ກຳນົດໄວ້ສະເພາະ. ເຂົາເຈົ້າໂນ້ມນ້າວພີ່ນ້ອງບາງຄົນໃຫ້ເຮັດຄືກັນ ແຕ່ບາງຄົນກໍເລືອກທີ່ຈະບໍ່ເຮັດ. ແນວໃດກໍຕາມ ມີຫຼາຍຄົນເລືອກທີ່ຈະເຮັດ ແຕ່ເມື່ອເຮັດແລ້ວບໍ່ໄດ້ຜົນ ເຂົາເຈົ້າກໍຜິດຫວັງ. ຜົວເມຍຄູ່ນີ້ມີສິດທີ່ຈະເລືອກສຳລັບເຂົາເຈົ້າເອງວ່າຈະກິນຫຼືບໍ່. ແຕ່ມີເຫດຜົນບໍທີ່ຈະໃຫ້ປະເດັນເລື່ອງການເບິ່ງແຍງສຸຂະພາບມາທຳລາຍຄວາມສາມັກຄີໃນປະຊາຄົມ? ໃນໂລມສະໄໝບູຮານ ຄລິດສະຕຽນບາງຄົນມີຄວາມຄິດເຫັນທີ່ແຕກຕ່າງກັນໃນເລື່ອງອາຫານແລະການສະຫຼອງບາງຢ່າງ. ໂປໂລແນະນຳເຂົາເຈົ້າວ່າແນວໃດ? ລາວເວົ້າວ່າ: “ຄົນຜູ້ໜຶ່ງຖືວ່າວັນນີ້ປະເສີດກວ່າວັນນັ້ນ ແລະຜູ້ອື່ນຖືວ່າທຸກວັນສະເໝີກັນ ໃຫ້ທຸກຄົນປົງໃຈເປັນແນ່ໃນຈິດວິນຍານເອງ [ເຊື່ອໝັ້ນຕາມຄວາມຄິດເຫັນຂອງຕົນ, ລ.ມ.]” ຂໍໃຫ້ເຮົາລະວັງທີ່ຈະບໍ່ເຮັດໃຫ້ຄົນອື່ນສະດຸດ.—ອ່ານໂລມ 14:5, 13, 15, 19, 20
ຕ້ອງເຮັດໃຫ້ແນ່ໃຈວ່າການຮັບໃຊ້ພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດຂອງເຈົ້າ
10. ເປັນຫຍັງເຮົາຄວນນັບຖືການຕັດສິນໃຈທີ່ຄົນອື່ນເຮັດເປັນສ່ວນຕົວ? (ເບິ່ງຮູບທຳອິດ)
10 ບາງຄັ້ງ ເຮົາອາດບໍ່ເຂົ້າໃຈວ່າເປັນຫຍັງບາງຄົນໃນປະຊາຄົມຈຶ່ງຕັດສິນໃຈແບບນັ້ນໃນສິ່ງທີ່ເປັນເລື່ອງສ່ວນຕົວ. ເຮົາຄວນເຮັດແນວໃດ? ເຮົາບໍ່ຄວນຟ້າວຕັດສິນລາວຫຼືບັງຄັບໃຫ້ລາວປ່ຽນໃຈ. ບາງທີລາວອາດຈຳເປັນຕ້ອງໄດ້ຝຶກຝົນສະຕິຮູ້ສຶກຜິດຊອບຂອງລາວຫຼາຍຂຶ້ນ ຫຼືສະຕິຮູ້ສຶກຜິດຊອບຂອງລາວອາດອ່ອນໄຫວໂພດ. (1 ໂກລິນໂທ 8:11, 12) ບາງທີອາດແມ່ນຍ້ອນສະຕິຮູ້ສຶກຜິດຊອບຂອງເຮົາເອງທີ່ບໍ່ໄດ້ຮັບການຝຶກຝົນຢ່າງເຕັມທີ. ໃນເລື່ອງການປິ່ນປົວສຸຂະພາບແລະໃນເລື່ອງອື່ນໆ ເຮົາແຕ່ລະຄົນຕ້ອງຕັດສິນໃຈເອົາເອງແລະຕ້ອງຮັບຜິດຊອບຕໍ່ກັບການຕັດສິນໃຈນັ້ນ.
ມ່ວນຊື່ນກັບການພັກຜ່ອນຢ່ອນອາລົມ
11, 12. ເມື່ອເລືອກການພັກຜ່ອນຢ່ອນອາລົມ ຄຳພີໄບເບິນຊ່ວຍເຮົາແນວໃດ?
11 ພະເຢໂຫວາສ້າງເຮົາໃຫ້ມີຄວາມມ່ວນຊື່ນກັບການພັກຜ່ອນຢ່ອນມາລົມແລະໄດ້ຮັບປະໂຫຍດຈາກສິ່ງນັ້ນ. ຊາໂລໂມນຂຽນວ່າ: “ມີເວລາຫົວເລາະ” ແລະ “ມີເວລາເຕັ້ນຍິນດີ.” (ຜູ້ເທສະໜາປ່າວປະກາດ 3:4) ຢ່າງໃດກໍຕາມ ບໍ່ແມ່ນການພັກຜ່ອນຢ່ອນອາລົມທຸກຮູບແບບຈະເປັນປະໂຫຍດ ຜ່ອນຄາຍ ຫຼືເຮັດໃຫ້ສົດຊື່ນ. ນອກຈາກນັ້ນ ເຮົາຕ້ອງບໍ່ໃຊ້ເວລາຫຼາຍເກີນໄປກັບເລື່ອງນີ້. ສະຕິຮູ້ສຶກຜິດຊອບຈະຊ່ວຍເຮົາແນວໃດໃຫ້ມີຄວາມມ່ວນຊື່ນແລະໄດ້ຮັບປະໂຫຍດຈາກການພັກຜ່ອນຢ່ອນອາລົມໃນແບບທີ່ພະເຢໂຫວາຍອມຮັບ?
‘ເມື່ອກຳລັງຖືກລໍ້ໃຈ ສະຕິຮູ້ສຶກຜິດຊອບເຕືອນຂ້ອຍບໍ?’
12 ຄຳພີໄບເບິນເຕືອນເຮົາໃຫ້ຕ້ານທານ “ການທັງຫຼາຍຂອງເນື້ອໜັງ.” ການທັງຫຼາຍນີ້ລວມເຖິງ ‘ການຜິດຊາຍຍິງ ການປະພຶດທີ່ບໍ່ສະອາດ ການປະພຶດທີ່ບໍ່ມີຢາງອາຍ ການນົບຮູບນົບຜີ ການໝໍຜີ ການເປັນສັດຕູກັນ ການຜິດກັນ ການຫຶງສາກັນ ຄວາມຄຽດກັນ ການຊີງດີຊີງເດັ່ນກັນ ຄວາມແຕກແຍກກັນ ຖືຮີດຄອງຕ່າງໆກັນ ຄວາມອິດສາກັນ ການເມົາເຫຼົ້າ ການກິນລ້ຽງເຮຮາແບບເລີຍເຖີດແລະເກີນຂອບເຂດ ແລະການຕ່າງໆຢ່າງອື່ນອີກ.’ ໂປໂລຂຽນວ່າ: “ຄົນທັງຫຼາຍທີ່ກະທຳການຢ່າງນັ້ນຈະຮັບແຜ່ນດິນ [ລາຊະອານາຈັກ] ຂອງພະເຈົ້າເປັນມູນກໍບໍ່ໄດ້.” (ຄາລາຊີ 5:19-21) ດັ່ງນັ້ນ ເຮົາຄວນຖາມຕົວເອງວ່າ: ‘ສະຕິຮູ້ສຶກຜິດຊອບຊ່ວຍຂ້ອຍບໍ ໃຫ້ຫຼີກລ່ຽງກິລາທີ່ຮຸນແຮງ ທີ່ກະຕຸ້ນໃຫ້ມີການຕໍ່ສູ້ກັນ ທີ່ຊີງດີຊີງເດັ່ນກັນ ຫຼືການຮັກຊາດ? ສະຕິຮູ້ສຶກຜິດຊອບເຕືອນຂ້ອຍບໍ ເມື່ອຖືກລໍ້ໃຈໃຫ້ເບິ່ງໜັງທີ່ມີສາກຕ່າງໆທີ່ເປັນພາບໂປ້ຫຼືໜັງທີ່ສົ່ງເສີມການຜິດສິນລະທຳທາງເພດ ການເມົາເຫຼົ້າ ຫຼືລັດທິຜີປີສາດ?’
13. ຄຳແນະນຳໃນ 1 ຕີໂມເຕ 4:8 ແລະສຸພາສິດ 13:20 ຊ່ວຍເຮົາແນວໃດໃນເລື່ອງການພັກຜ່ອນຢ່ອນອາລົມ?
13 ຫຼັກການຕ່າງໆທີ່ຢູ່ໃນຄຳພີໄບເບິນສາມາດຊ່ວຍເຮົາໃຫ້ຝຶກຝົນສະຕິຮູ້ສຶກຜິດຊອບຂອງເຮົາໃນເລື່ອງການພັກຜ່ອນຢ່ອນອາລົມ. ຕົວຢ່າງເຊັ່ນ: ຄຳພີໄບເບິນບອກວ່າ ‘ການຝຶກຫັດຮ່າງກາຍກໍມີປະໂຫຍດອັນໜ້ອຍ.’ (1 ຕີໂມເຕ 4:8) ຫຼາຍຄົນຮູ້ສຶກວ່າການອອກກຳລັງກາຍເປັນປະຈຳເຮັດໃຫ້ສົດຊື່ນແລະດີຕໍ່ສຸຂະພາບ. ແຕ່ຈະວ່າແນວໃດຖ້າເຮົາຕ້ອງການອອກກຳລັງກາຍເປັນກຸ່ມ? ຄົນທີ່ເຮົາອອກກຳລັງກາຍນຳເປັນປະເດັນສຳຄັນບໍ? ສຸພາສິດ 13:20 ບອກວ່າ: “ຜູ້ທີ່ທຽວໄປນຳພວກຄົນປັນຍາກໍເລີຍເປັນຄົນປັນຍາດ້ວຍ ແຕ່ວ່າຜູ້ສ່ຽວຂອງພວກຄົນໂງ່ກໍຈະໃຫ້ຕົວຊົ່ວໄປ.” ເຫັນໄດ້ແຈ້ງວ່າເມື່ອເລືອກການພັກຜ່ອນຢ່ອນອາລົມ ເປັນເລື່ອງສຳຄັນທີ່ເຮົາຈະໃຊ້ສະຕິຮູ້ສຶກຜິດຊອບທີ່ໄດ້ຮັບການຝຶກຝົນຕາມຫຼັກການໃນພະຄຳພີ.
14. ຄອບຄົວໜຶ່ງນຳໃຊ້ຫຼັກການໃນໂລມ 14:2-4 ແນວໃດ?
14 ຄລິດສະຕຽນແລະດານິເອລາມີລູກສາວສອງຄົນທີ່ເປັນໄວຮຸ່ນ. ຄລິດສະຕຽນເວົ້າວ່າ: “ໃນການນະມັດສະການປະຈຳຄອບຄົວ ພວກເຮົາໄດ້ພິຈາລະນາເລື່ອງການພັກຜ່ອນຢ່ອນອາລົມ. ພວກເຮົາເຫັນດີນຳກັນວ່າຄວາມມ່ວນຊື່ນບາງຢ່າງຍອມຮັບໄດ້ແລະບາງຢ່າງກໍຍອມຮັບບໍ່ໄດ້. ຄົນແບບໃດທີ່ເຮົາຖືວ່າເປັນການຄົບຫາທີ່ດີ? ລູກສາວຂອງເຮົາຄົນໜຶ່ງຈົ່ມວ່າໃນຊົ່ວໂມງພັກຜ່ອນຢູ່ໂຮງຮຽນ ພະຍານພະເຢໂຫວາບາງຄົນທີ່ເປັນໄວຮຸ່ນປະພຶດຕົວໃນແບບທີ່ລາວຄິດວ່າບໍ່ເໝາະສົມ. ລາວຮູ້ສຶກວ່າຖືກກົດດັນໃຫ້ປະພຶດແບບດຽວກັນນັ້ນ. ພວກເຮົາຫາເຫດຜົນກັບລາວວ່າ ແຕ່ລະຄົນມີສະຕິຮູ້ສຶກຜິດຊອບແລະທຸກຄົນຄວນໃຫ້ສິ່ງນີ້ຊີ້ນຳເມື່ອເລືອກວ່າຈະເຮັດສິ່ງໃດແລະເຮັດກັບໃຜ.”—ອ່ານໂລມ 14:2-4
ສະຕິຮູ້ສຶກຜິດຊອບທີ່ໄດ້ຮັບການຝຶກຝົນຕາມຫຼັກການໃນຄຳພີໄບເບິນສາມາດຊ່ວຍເຮົາໃຫ້ຫຼີກລ່ຽງອັນຕະລາຍ (ເບິ່ງຂໍ້ 14)
15. ມັດທາຍ 6:33 ຊ່ວຍເຮົາແນວໃດເມື່ອວາງແຜນເລື່ອງການພັກຜ່ອນຢ່ອນອາລົມ?
15 ເຈົ້າໃຊ້ເວລາຫຼາຍສ່ຳໃດກັບການພັກຜ່ອນຢ່ອນອາລົມ? ເຈົ້າຈັດໃຫ້ກິດຈະກຳຕ່າງໆເຊັ່ນ: ການປະຊຸມ ການປະກາດ ແລະການສຶກສາສ່ວນຕົວຢູ່ໃນອັນດັບທຳອິດຂອງຊີວິດເຈົ້າບໍ ຫຼືເຈົ້າຈັດໃຫ້ການພັກຜ່ອນຢ່ອນອາລົມມາເປັນອັນດັບທຳອິດ? ສິ່ງໃດສຳຄັນທີ່ສຸດສຳລັບເຈົ້າ? ພະເຍຊູບອກວ່າ: “ຈົ່ງຊອກຫາແຜ່ນດິນ [ລາຊະອານາຈັກ] ແຫ່ງພະເຈົ້າແລະຄວາມຊອບທຳແຫ່ງພະອົງກ່ອນ ແລະສິ່ງຂອງທັງປວງນີ້ຈະເປັນທີ່ຕື່ມໃຫ້ແກ່ທ່ານທັງຫຼາຍ.” (ມັດທາຍ 6:33) ເມື່ອຕັດສິນໃຈວ່າຈະໃຊ້ເວລາແນວໃດ ສະຕິຮູ້ສຶກຜິດຊອບເຕືອນເຈົ້າໃຫ້ເຮັດຕາມຄຳແນະນຳຂອງພະເຍຊູບໍ?
ເຮົາໄດ້ຮັບການກະຕຸ້ນໃຫ້ປະກາດ
16. ສະຕິຮູ້ສຶກຜິດຊອບກະຕຸ້ນເຮົາແນວໃດໃຫ້ປະກາດ?
16 ສະຕິຮູ້ສຶກຜິດຊອບທີ່ໄດ້ຮັບການຝຶກຝົນຈະເຕືອນເຮົາໃຫ້ຕ້ານທານການເຮັດສິ່ງທີ່ຜິດ ແລະກະຕຸ້ນເຮົາໃຫ້ເຮັດສິ່ງຕ່າງໆທີ່ດີ. ສິ່ງດີຢ່າງໜຶ່ງກໍຄືການປະກາດຕາມບ້ານເຮືອນແລະການປະກາດແບບບໍ່ເປັນທາງການ. ໂປໂລໄດ້ເຮັດແບບນັ້ນ ລາວຈຶ່ງຂຽນວ່າ: “ຈຳເປັນທີ່ເຮົາຈະກະທຳຢ່າງນັ້ນ. ເຫດວ່າວິບາກແກ່ເຮົາຖ້າເຮົາບໍ່ປ່າວປະກາດຄຳປະເສີດ [ຂ່າວດີ ].” (1 ໂກລິນໂທ 9:16) ເມື່ອຮຽນແບບໂປໂລ ເຮົາຈະມີສະຕິຮູ້ສຶກຜິດຊອບທີ່ດີເພາະຮູ້ວ່າເຮົາກຳລັງເຮັດໃນສິ່ງທີ່ຖືກຕ້ອງ. ເມື່ອປະກາດຂ່າວດີໃຫ້ຄົນອື່ນຮູ້ ເຮົາກໍກະຕຸ້ນສະຕິຮູ້ສຶກຜິດຊອບຂອງເຂົາເຈົ້າ. ໂປໂລບອກວ່າ: “ໂດຍການເຮັດໃຫ້ຄວາມຈິງປາກົດ ເຮົາຈຶ່ງເປັນແບບຢ່າງທີ່ດີແກ່ທຸກຄົນໃນສາຍຕາຂອງພະເຈົ້າ.”—2 ໂກລິນໂທ 4:2, ລ.ມ.
17. ແຈັກເຄີລິນເຮັດຕາມສະຕິຮູ້ສຶກຜິດຊອບແນວໃດທີ່ໄດ້ຮັບການຝຶກຝົນຕາມຫຼັກການໃນຄຳພີໄບເບິນ?
17 ຕອນອາຍຸ 16 ປີ ແຈັກເຄີລິນໄດ້ຮຽນວິຊາຊີວະສາດຢູ່ໂຮງຮຽນ. ພວກນັກຮຽນກຳລັງຮຽນກ່ຽວກັບທິດສະດີເລື່ອງວິວັດທະນາການ. ແຈັກເຄີລິນເວົ້າວ່າ: “ສະຕິຮູ້ສຶກຜິດຊອບບໍ່ຍອມໃຫ້ຂ້ອຍມີສ່ວນຮ່ວມຢ່າງເຕັມທີໃນການສົນທະນາກັບໝູ່ໃນຫ້ອງຄືດັ່ງທີ່ຜ່ານມາ. ເນື່ອງຈາກບໍ່ເຫັນດີກັບທິດສະດີເລື່ອງວິວັດທະນາການ ດັ່ງນັ້ນຂ້ອຍຈຶ່ງເຂົ້າໄປຫາອາຈານແລະອະທິບາຍຈຸດຢືນໃນເລື່ອງຄວາມເຊື່ອຂອງຂ້ອຍ. ຂ້ອຍແປກໃຈທີ່ເພິ່ນໃຈດີຫຼາຍແລະເປີດໂອກາດໃຫ້ຂ້ອຍໄດ້ເວົ້າໃຫ້ທຸກຄົນໃນຫ້ອງຟັງໃນຫົວເລື່ອງກ່ຽວກັບການສ້າງ.” ແຈັກເຄີລິນມີຄວາມສຸກທີ່ຮູ້ວ່າຕົນເອງໄດ້ຟັງແລະເຮັດຕາມສະຕິຮູ້ສຶກຜິດຊອບທີ່ໄດ້ຮັບການຝຶກຝົນຕາມຫຼັກການໃນຄຳພີໄບເບິນ. ສະຕິຮູ້ສຶກຜິດຊອບຂອງເຈົ້າກະຕຸ້ນເຈົ້າໃຫ້ເຮັດໃນສິ່ງທີ່ຖືກຕ້ອງບໍ?
18. ເປັນຫຍັງເຮົາຄວນມີສະຕິຮູ້ສຶກຜິດຊອບທີ່ດີແລະໄວ້ໃຈໄດ້?
18 ເຮົາມີເປົ້າໝາຍທີ່ຈະໃຊ້ຊີວິດໃຫ້ສອດຄ່ອງກັບຫຼັກການແລະມາດຕະຖານຕ່າງໆຂອງພະເຢໂຫວາ. ສະຕິຮູ້ສຶກຜິດຊອບສາມາດຊ່ວຍເຮົາໃຫ້ບັນລຸເປົ້າໝາຍນັ້ນໄດ້. ສະຕິຮູ້ສຶກຜິດຊອບຂອງເຮົາຈະໄດ້ຮັບການຝຶກຝົນ ເມື່ອເຮົາສຶກສາຄຳພີໄບເບິນເປັນປະຈຳ ຄິດຕຶກຕອງໃນສິ່ງນັ້ນ ແລະນຳໃຊ້ສິ່ງທີ່ໄດ້ຮຽນຮູ້. ຈາກນັ້ນ ຂອງຂວັນທີ່ດີເລີດນີ້ຈະເປັນສິ່ງຊີ້ນຳທີ່ໄວ້ໃຈໄດ້ໃນຊີວິດຂອງເຮົາ!
a ເບິ່ງ “ຄຳຖາມຈາກຜູ້ອ່ານ” ໃນຫໍສັງເກດການ 15 ມິຖຸນາ 2004 ໜ້າ 29-31.