ບົດທີ 6
ເກີດຫຍັງຂຶ້ນກັບໂຕຂ້ອຍ?
“ຂ້ອຍສູງໄວຫຼາຍ. ເຖິງຂ້ອຍຈະຮູ້ສຶກຕື່ນເຕັ້ນທີ່ສູງຂຶ້ນ ແຕ່ຂ້ອຍກໍເປັນຕະຄິວຢູ່ຂາແລະຕີນຕະຫຼອດ. ມັນທໍລະມານຫຼາຍ ຂ້ອຍບໍ່ມັກເລີຍ!”—ພໍລ໌
“ຂ້ອຍຮູ້ວ່າຮ່າງກາຍຂ້ອຍກຳລັງປ່ຽນແປງແລະຫວັງວ່າຈະບໍ່ມີໃຜສັງເກດ. ແຕ່ແລ້ວກໍມີຄົນມາບອກວ່າ ‘ສະໂພກເຈົ້າເລີ່ມໃຫຍ່ຂຶ້ນລະໄດ໋’ ຂ້ອຍຢາກຈະມຸດດິນໜີໄປເລີຍ!”—ແຊນແນ໋ວ
ຄອບຄົວຂອງເຈົ້າເຄີຍຍ້າຍບ້ານບໍ? ການຍ້າຍບ້ານບໍ່ງ່າຍເລີຍແມ່ນບໍ? ເຈົ້າຕ້ອງຖິ້ມທຸກສິ່ງທຸກຢ່າງທີ່ເຈົ້າຄຸ້ນເຄີຍເຊັ່ນ ເຮືອນ ໂຮງຮຽນ ແລະໝູ່ຄູ່. ອາດຕ້ອງໃຊ້ເວລາຈັກໄລຍະໜຶ່ງເພື່ອຈະປັບໂຕໃຫ້ເຂົ້າກັບສະພາບແວດລ້ອມໃໝ່ໄດ້.
ຊ່ວງຂຶ້ນບ່າວຂຶ້ນສາວເປັນຊ່ວງທີ່ເຈົ້າກຳລັງເຂົ້າສູ່ການເປັນຜູ້ໃຫຍ່ແລະມີການປ່ຽນແປງຫຼາຍໃນຊີວິດ. ອາດປຽບຄືກັບວ່າ ເຈົ້າກຳລັງຍ້າຍບ້ານໄປຢູ່ບ່ອນໃໝ່. ມັນໜ້າຕື່ນເຕັ້ນແທ້ໆ! ແຕ່ກໍຕ້ອງໃຊ້ເວລາປັບໂຕແລະອາດເຮັດໃຫ້ຮູ້ສຶກສັບສົນ. ແລ້ວໃນຊ່ວງເວລາທີ່ໜ້າຕື່ນເຕັ້ນນີ້ຈະມີຫຍັງເກີດຂຶ້ນແດ່?
ການປ່ຽນແປງຂອງຜູ້ຍິງ
ຊ່ວງໄວລຸ້ນເປັນຊ່ວງທີ່ມີການປ່ຽນແປງຫຼາຍຈົນຕົກໃຈ. ການປ່ຽນແປງບາງຢ່າງເຫັນໄດ້ຊັດເຈນ. ຕົວຢ່າງເຊັ່ນ ຮໍໂມນເຮັດໃຫ້ມີຂົນເລີ່ມປົ່ງຢູ່ບໍລິເວນອະໄວຍະວະເພດ. ນອກຈາກນັ້ນ ເຈົ້າຈະສັງເກດເຫັນວ່າໜ້າເອິກ ສະໂພກ ຕົ້ນຂາ ແລະກົ້ນໃຫຍ່ຂຶ້ນ. ຮູບຮ່າງຂອງເຈົ້າທີ່ເຄີຍເປັນແບບເດັກນ້ອຍຄ່ອຍໆປ່ຽນມາເປັນຮູບຮ່າງທີ່ມີສັດສ່ວນແບບຜູ້ສາວ. ເຈົ້າບໍ່ຕ້ອງຕົກໃຈ ເພາະນີ້ເປັນເລື່ອງປົກກະຕິແລະເປັນຫຼັກຖານວ່າຮ່າງກາຍຂອງເຈົ້າພ້ອມທີ່ຈະມີລູກໄດ້!
ຫຼັງຈາກເຂົ້າສູ່ຊ່ວງຂຶ້ນສາວໄດ້ໄລຍະໜຶ່ງ ເຈົ້າກໍຈະເລີ່ມເປັນປະຈຳເດືອນ. ຖ້າບໍ່ໄດ້ກຽມໂຕກ່ອນ ເຈົ້າກໍອາດຈະຕົກໃຈ. ຊາແມນທາເລົ່າວ່າ: “ຂ້ອຍຕົກໃຈຫຼາຍຕອນທີ່ເລີ່ມເປັນປະຈຳເດືອນ. ຂ້ອຍຮູ້ສຶກວ່າໂຕເອງບໍ່ສະອາດ. ຂ້ອຍອາບນ້ຳແລະຂັດຜິວບັກຫຼາຍໆຮອບ ແລະຄິດໄປນຳວ່າ ‘ຂ້ອຍເປັນຕາຂີ້ດຽດຫຼາຍ.’ ເມື່ອຄິດວ່າຈະຕ້ອງເປັນປະຈຳເດືອນແບບນີ້ທຸກເດືອນໄປອີກຫຼາຍປີ ຂ້ອຍກໍຮູ້ສຶກຮັບບໍ່ໄດ້!”
ແຕ່ຈື່ໄວ້ວ່າ ການເປັນປະຈຳເດືອນເປັນຂໍ້ພິສູດວ່າເຈົ້າສາມາດມີລູກໄດ້. ເຖິງຕອນນີ້ເຈົ້າຈະຍັງບໍ່ພ້ອມທີ່ຈະເປັນແມ່ ແຕ່ເຈົ້າກໍເລີ່ມເປັນສາວເຕັມໂຕແລ້ວ. ການເປັນປະຈຳເດືອນອາດເຮັດໃຫ້ເຈົ້າຫງຸດຫງິດໄດ້. ເຄລີ້ເວົ້າວ່າ: “ສິ່ງທີ່ບໍ່ດີທີ່ສຸດຂ້ອຍຕ້ອງຮັບມືແມ່ນອາລົມທີ່ຂຶ້ນໆລົງໆ. ຂ້ອຍບໍ່ເຂົ້າໃຈເລີຍວ່າເປັນຫຍັງທັງໆທີ່ຂ້ອຍຮູ້ສຶກດີມາໝົດມື້ ແຕ່ພໍຮອດຕອນແລງຢູ່ດີໆຂ້ອຍກໍຮູ້ສຶກເສົ້າແລະຮ້ອງໄຫ້ຈົນຕາບວມ.”
ຖ້າເຈົ້າຮູ້ສຶກແບບນີ້ ກໍຂໍໃຫ້ອົດທົນ. ອີກຈັກໜ້ອຍ ເຈົ້າກໍຈະປັບໂຕໄດ້. ແອນເນັດອາຍຸ 20 ປີເວົ້າວ່າ: “ຕ້ອງໃຊ້ເວລາດົນພໍສົມຄວນຊົ່ວຊິຍອມຮັບວ່າຂ້ອຍກຳລັງໃຫຍ່ເປັນສາວ ແລະນີ້ເປັນສິ່ງທີ່ພະເຢໂຫວາມອບໃຫ້ຂ້ອຍເພື່ອຂ້ອຍຈະມີລູກໄດ້. ບາງຄົນອາດຕ້ອງໃຊ້ເວລາດົນກວ່ານີ້ ແຕ່ໃນທີ່ສຸດກໍຍອມຮັບໄດ້.”
ຮ່າງກາຍຂອງເຈົ້າມີການປ່ຽນແປງແບບນີ້ບໍ? ຖ້າເຈົ້າສົງໄສເລື່ອງຫຍັງກໍໃຫ້ຂຽນລົງໄປ.
․․․․․
ການປ່ຽນແປງຂອງຜູ້ຊາຍ
ຖ້າເຈົ້າເປັນຜູ້ຊາຍ ການເຂົ້າສູ່ຊ່ວງຂຶ້ນບ່າວຈະສົ່ງຜົນຕໍ່ຮູບຮ່າງໜ້າຕາຂອງເຈົ້າຫຼາຍອີ່ຫຼີ. ຕົວຢ່າງເຊັ່ນ ຜິວຂອງເຈົ້າອາດຈະມັນຂຶ້ນແລະເຮັດໃຫ້ເກີດສິວ.a ແມັດອາຍຸ 18 ປີເວົ້າວ່າ: “ຂ້ອຍຮູ້ສຶກຫງຸດຫງິດແລະລຳຄານຂະໜາດຕອນທີ່ມີສິວ. ຂ້ອຍຕ້ອງຕໍ່ສູ້ກັບມັນຢູ່ຕະຫຼອດບໍ່ຮູ້ວ່າມັນຊິເຊົາຕອນໃດ. ມັນຈະເປັນຮອຍແປ້ວບໍ ຫຼືຄົນອື່ນຈະຂີ້ດຽດຂ້ອຍບໍ.”
ແຕ່ໃນອີກດ້ານໜຶ່ງ ເຈົ້າອາດສັງເກດວ່າເຈົ້າໂຕໃຫຍ່ຂຶ້ນ ແຂງແຮງຂຶ້ນ ແລະບ່າກໍເລີ່ມກວ້າງອອກ. ໃນຊ່ວງຂຶ້ນບ່າວ ເຈົ້າອາດເລີ່ມມີໜວດ ມີຂົນຂຶ້ນຕາມແຂນຂາ ໜ້າເອິກ ໃບໜ້າ ແລະຂີ້ແຮ້. ຂົນທີ່ຢູ່ຕາມຮ່າງກາຍຈະຫຼາຍຫຼືໜ້ອຍກໍຂຶ້ນຢູ່ກັບກຳມະພັນ ບໍ່ໄດ້ກ່ຽວກັບວ່າເຈົ້າເປັນຜູ້ຊາຍແທ້ຫຼືບໍ່.
ເນື່ອງຈາກສ່ວນຕ່າງໆຂອງຮ່າງກາຍບໍ່ໄດ້ເຕີບໃຫຍ່ໃນລະດັບດຽວກັນ ເຈົ້າຈຶ່ງອາດຮູ້ສຶກອຶດອັດໄດ້ໃນໄລຍະນີ້. ດູເວັນເລົ່າວ່າ: “ຂ້ອຍຮູ້ສຶກວ່າໂຕເອງເປັນຄືກັບຈີຣາບຟ໌ຫຼິ້ນສະເກັດ. ເບິ່ງຄືວ່າສະໝອງຂອງຂ້ອຍສັ່ງການໄປໄດ້ອາທິດໜຶ່ງແລ້ວ ແຕ່ແຂນຂາຫາກໍມາຮັບຮູ້!”
ໃນຊ່ວງໄວລຸ້ນ ສຽງຂອງເຈົ້າກໍຈະຄ່ອຍໆທຸ້ມຂຶ້ນ. ແຕ່ບາງເທື່ອ ສຽງເຈົ້າກໍອາດຈະແຫຼມແລະແຕກຈົນເຈົ້າຮູ້ສຶກອາຍ. ແຕ່ບໍ່ຕ້ອງຄິດຫຼາຍ ເພາະອີກບໍ່ດົນສຽງເຈົ້າກໍຈະດີຂຶ້ນ. ດັ່ງນັ້ນ ໃນຊ່ວງນີ້ໃຫ້ຄິດວ່າສຽງນັ້ນມັນຕະຫຼົກແລະຫົວໃຫ້ໂຕເອງເພື່ອເຈົ້າຈະບໍ່ເຂີນອາຍຫຼາຍເກີນໄປ.
ເມື່ອລະບົບສືບພັນຂອງເຈົ້າເຕີບໃຫຍ່ເຕັມທີ ອະໄວຍະວະເພດຂອງເຈົ້າກໍຈະໃຫຍ່ຂຶ້ນແລະມີຂົນຢູ່ອ້ອມຮອບ. ມັນຈະເລີ່ມຜະລິດນ້ຳອະສຸຈິທີ່ປະກອບດ້ວຍເຊື້ອອະສຸຈິຂະໜາດນ້ອຍໆຈຳນວນຫຼາຍລ້ານໂຕເຊິ່ງຈະປ່ອຍອອກມາຕອນທີ່ມີເພດສຳພັນ. ເຊື້ອອະສຸຈິນີ້ແຫຼະທີ່ຈະໄປປະຕິສົນທິກັບໄຂ່ຂອງຜູ້ຍິງແລ້ວເຮັດໃຫ້ມີລູກໄດ້.
ເມື່ອຮ່າງກາຍຂອງເຈົ້າຜະລິດນ້ຳອະສຸຈິ. ບາງສ່ວນຖືກດູດຊຶມ ແຕ່ບາງສ່ວນອາດຖືກປ່ອຍອອກມາຕອນທີ່ເຈົ້ານອນຫຼັບຢູ່ເຊິ່ງເອີ້ນວ່າ ຝັນປຽກ. ການປ່ອຍນ້ຳອະສຸຈິແບບນັ້ນເປັນເລື່ອງປົກກະຕິ. ແມ່ນແຕ່ຄຳພີໄບເບິນກໍຍັງເວົ້າເຖິງເລື່ອງນີ້ນຳ. (ລະບຽບພວກເລວີ 15:16, 17) ນີ້ສະແດງວ່າລະບົບສືບພັນຂອງເຈົ້າເລີ່ມເຮັດວຽກແລ້ວ ແລະເຈົ້າກຳລັງຈະເປັນຜູ້ໃຫຍ່ເຕັມໂຕ.
ຮ່າງກາຍຂອງເຈົ້າເລີ່ມມີການປ່ຽນແປງແບບທີ່ເວົ້າມາແລ້ວບໍ? ຖ້າເຈົ້າສົງໄສຫຍັງອີກ ກໍໃຫ້ຂຽນລົງໄປໃນນີ້.
․․․․․
ຮັບມືກັບຄວາມຮູ້ສຶກໃໝ່ໆ
ເມື່ອລະບົບສືບພັນເຕີບໃຫຍ່ເຕັມທີ ທັງຜູ້ຊາຍແລະຜູ້ຍິງກໍຈະເລີ່ມສົນໃຈເພດກົງກັນຂ້າມຫຼາຍຂຶ້ນ. ແມັດເວົ້າວ່າ: “ຕອນທີ່ຂ້ອຍຢູ່ໃນຊ່ວງຂຶ້ນບ່າວ ຂ້ອຍຮູ້ສຶກວ່າແນມໄປທາງໃດກໍມີແຕ່ຜູ້ຍິງງາມໆເຕັມໄປໝົດ. ແຕ່ຂ້ອຍກໍຮູ້ສຶກຫງຸດຫງິດຫຼາຍເພາະຮູ້ວ່າຕອນນີ້ເຮັດຫຍັງບໍ່ໄດ້ ຕ້ອງຖ້າໃຫ້ອາຍຸຫຼາຍກວ່ານີ້ກ່ອນ.” ບົດທີ 29 ຂອງປຶ້ມຫົວນີ້ຈະເວົ້າເຖິງລາຍລະອຽດຫຼາຍຂຶ້ນກ່ຽວກັບການເຕີບໃຫຍ່. ແຕ່ໃນຕອນນີ້ສິ່ງສຳຄັນທີ່ສຸດທີ່ເຈົ້າຄວນເຮັດແມ່ນ ການຮຽນຮູ້ທີ່ຈະຄວບຄຸມຄວາມຕ້ອງການທາງເພດ. (ໂກໂລຊາຍ 3:5) ເຖິງວ່າຈະຍາກ ແຕ່ເຈົ້າກໍຄວບຄຸມມັນໄດ້!
ໃນຊ່ວງຂຶ້ນບ່າວຂຶ້ນສາວ ເຈົ້າອາດຕ້ອງຮັບມືກັບຄວາມຮູ້ສຶກອື່ນໆອີກເຊັ່ນ ເບື່ອໂຕເອງ ຮູ້ສຶກເຫງົາ ແລະເສົ້າເປັນບາງເທື່ອ. ຖ້າເຈົ້າຮູ້ສຶກແບບນີ້ ກໍໃຫ້ລົມກັບພໍ່ແມ່ຫຼືຜູ້ໃຫຍ່ທີ່ເຈົ້າໄວ້ໃຈ. ຂຽນຊື່ຜູ້ໃຫຍ່ທີ່ເຈົ້າຢາກຈະລະບາຍຄວາມຮູ້ສຶກໃຫ້ຟັງ.
․․․․․
ການເຕີບໃຫຍ່ທີ່ສຳຄັນທີ່ສຸດ
ນອກຈາກຈະເຕີບໃຫຍ່ໃນເລື່ອງຮູບຮ່າງໜ້າຕາແລະຄວາມສູງແລ້ວ ເຈົ້າເອງຍັງຕ້ອງເຕີບໃຫຍ່ໃນດ້ານບຸກຄະລິກ ຄວາມຄິດຈິດໃຈແລະອາລົມຄວາມຮູ້ສຶກນຳ ແລະທີ່ສຳຄັນທີ່ສຸດແມ່ນ ສາຍສຳພັນຂອງເຈົ້າກັບພະເຈົ້າ. ອັກຄະສາວົກໂປໂລບອກວ່າ: “ຕອນທີ່ເປັນເດັກນ້ອຍ ຂ້ອຍເວົ້າຄືເດັກນ້ອຍ ຄິດຄືເດັກນ້ອຍ ຫາເຫດຜົນຄືເດັກນ້ອຍ ແຕ່ເມື່ອເປັນຜູ້ໃຫຍ່ແລ້ວ ຂ້ອຍກໍບໍ່ເຮັດຄືເດັກນ້ອຍອີກຕໍ່ໄປ.” (1 ໂກຣິນໂທ 13:11) ເຫັນໄດ້ແຈ້ງວ່າການເປັນຜູ້ໃຫຍ່ແຕ່ດ້ານຮູບຮ່າງໜ້າຕາຍັງບໍ່ພໍ. ເຈົ້າຕ້ອງຄິດ ເວົ້າ ແລະເຮັດສິ່ງຕ່າງໆແບບຜູ້ໃຫຍ່ນຳ. ຢ່າເປັນຫ່ວງແຕ່ເລື່ອງຮູບຮ່າງໜ້າຕາຈົນລືມພັດທະນານິດໄສໃຈຄໍ!
ຂໍໃຫ້ຈື່ໄວ້ວ່າ ພະເຈົ້າ ‘ເບິ່ງທີ່ຫົວໃຈ.’ (1 ຊາມູເອນ 16:7) ຄຳພີໄບເບິນເວົ້າເຖິງກະສັດຊາອູນວ່າ ລາວມີຮູບຮ່າງສູງສະຫງ່າແລະຫຼໍ່ຫຼາຍ ແຕ່ລາວເປັນກະສັດທີ່ບໍ່ດີແລະເປັນຜູ້ຊາຍທີ່ໃຊ້ບໍ່ໄດ້. (1 ຊາມູເອນ 9:2) ກົງກັນຂ້າມກັບຊັກຂ່າຍ ເຖິງລາວຈະເປັນຄົນ “ເຕ້ຍ” ແຕ່ລາວກໍມີຈິດໃຈເຂັ້ມແຂງຈົນເຖິງຂັ້ນປ່ຽນແປງຊີວິດແລະມາເປັນລູກສິດຂອງພະເຢຊູ. (ລູກາ 19:2-10) ເຫັນໄດ້ແຈ້ງວ່າ ນິດໄສໃຈຄໍນີ້ແຫຼະທີ່ສຳຄັນທີ່ສຸດ.
ແນ່ນອນວ່າ ເຈົ້າບໍ່ສາມາດເລັ່ງຫຼືຊະລໍການຈະເລີນເຕີບໃຫຍ່ຂອງຮ່າງກາຍໄດ້. ດັ່ງນັ້ນ ແທນທີ່ຈະຢ້ານຫຼືບໍ່ມັກການປ່ຽນແປງນີ້ ໃຫ້ພະຍາຍາມຍອມຮັບຢ່າງມີຄວາມສຸກແລະມ່ວນໄປກັບມັນ. ການຂຶ້ນບ່າວຂຶ້ນສາວບໍ່ແມ່ນການເປັນພະຍາດ ແລະເຈົ້າກໍບໍ່ແມ່ນຄົນທຳອິດທີ່ເປັນແບບນີ້. ເຈົ້າໝັ້ນໃຈໄດ້ເລີຍວ່າເຈົ້າຈະຜ່ານຊ່ວງເວລານີ້ໄປໄດ້ ແລ້ວເຈົ້າກໍຈະເປັນຜູ້ໃຫຍ່ເຕັມໂຕ!
ຈະເຮັດແນວໃດຖ້າເຈົ້າແຍງແວ່ນແລ້ວບໍ່ມັກໜ້າຕາໂຕເອງ? ເຈົ້າຈະມີມຸມມອງທີ່ສົມດຸນກ່ຽວກັບຮູບຮ່າງໜ້າຕາໄດ້ແນວໃດ?
[ຂໍ້ຄວາມໄຂເງື່ອນ]
a ຜູ້ຍິງກໍເຈິກັບບັນຫານີ້ຄືກັນ. ການເບິ່ງແຍງຜິວຢ່າງດີຈະແກ້ບັນຫານີ້ໄດ້.
ຂໍ້ຄຳພີຫຼັກ
“ລູກສັນລະເສີນພະອົງຍ້ອນລູກຖືກສ້າງໃນວິທີທີ່ເປັນຕາງຶດແທ້ໆ.”—ເພງສັນລະເສີນ 139:14
ຄຳແນະນຳ
ຕອນທີ່ເຈົ້າເລີ່ມຂຶ້ນບ່າວຂຶ້ນສາວ ເຈົ້າຕ້ອງລະວັງທີ່ຈະບໍ່ແຕ່ງໂຕແບບເຊັກຊີ. ແຕ່ໃຫ້ແຕ່ງໂຕ “ແບບທີ່ສຸພາບຮຽບຮ້ອຍແລະແບບຄົນທີ່ມີສະຕິດີ” ສະເໝີ.—1 ຕີໂມທຽວ 2:9
ເຈົ້າຮູ້ບໍ . . . ?
ຊ່ວງຂຶ້ນບ່າວຂຶ້ນສາວເລີ່ມຕັ້ງແຕ່ອາຍຸ 8 ຫາ 15 ປີ. ບາງຄົນອາດໄວຫຼືຊ້າກວ່ານັ້ນ.
ແຜນພາກປະຕິບັດ!
ໃນຊ່ວງໄວລຸ້ນນີ້ ນິດໄສທີ່ຂ້ອຍຕ້ອງປັບປຸງຫຼາຍທີ່ສຸດແມ່ນ ․․․․․
ເພື່ອຈະມີສາຍສຳພັນທີ່ໃກ້ຊິດກັບພະເຈົ້າ ຂ້ອຍຈະ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ແມ່ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດແນວໃດ?
● ເປັນຫຍັງການປ່ຽນແປງທາງຮ່າງກາຍແລະອາລົມຂອງຊ່ວງຂຶ້ນບ່າວຂຶ້ນສາວຈຶ່ງຮັບມືໄດ້ຍາກ?
● ເຈົ້າຄິດວ່າການປ່ຽນແປງຫຍັງທີ່ຮັບມືໄດ້ຍາກທີ່ສຸດ?
● ເປັນຫຍັງເຈົ້າຈຶ່ງມີໂອກາດທີ່ຈະຫ່າງຈາກພະເຈົ້າໃນຊ່ວງຂຶ້ນບ່າວຂຶ້ນສາວ ແລະຖ້າບໍ່ຢາກໃຫ້ເປັນແບບນັ້ນ ເຈົ້າຕ້ອງເຮັດຫຍັງ?
[ຖ້ອຍຄຳທີ່ຍົກມາໜ້າ 61]
“ຊ່ວງໄວລຸ້ນມີການປ່ຽນແປງຫຼາຍຢ່າງ. ເຈົ້າບໍ່ມີທາງຮູ້ວ່າຮ່າງກາຍຈະປ່ຽນໄປແນວໃດ. ແຕ່ເຈົ້າຕ້ອງປັບໂຕແລະຍອມຮັບໃຫ້ໄດ້.”—ແອນເນັດ
[ຂອບໜ້າ 63, 64]
ຂ້ອຍຈະລົມກັບພໍ່ແມ່ເລື່ອງເພດໄດ້ແນວໃດ?
“ຖ້າຂ້ອຍມີຄຳຖາມເລື່ອງເພດ ຂ້ອຍຈະບໍ່ຖາມພໍ່ແມ່.”—ເບດ
“ຂ້ອຍບໍ່ກ້າເວົ້າເລື່ອງນີ້.”—ເດັນນິສ໌
ຖ້າເຈົ້າຮູ້ສຶກຄືກັບເບດຫຼືເດັນນິສ໌ ເຈົ້າກໍຄືຊິໜັກໃຈວ່າຈະເຮັດແນວໃດ. ເຈົ້າຢາກຮູ້ເລື່ອງເພດ ແລະພໍ່ແມ່ໜ້າຈະເປັນຄົນທີ່ຕອບຄຳຖາມເຈົ້າໄດ້ດີທີ່ສຸດ ແຕ່ເຈົ້າບໍ່ກ້າຖາມຍ້ອນບໍ່ຮູ້ວ່າ:
ພໍ່ແມ່ຈະຄິດແນວໃດກັບຂ້ອຍ?
“ຖ້າຂ້ອຍຖາມ ດຽວພໍ່ແມ່ຈະສົງໄສຂ້ອຍ.”—ເຈດຊິກ້າ
“ພໍ່ແມ່ຢາກໃຫ້ຂ້ອຍເປັນເດັກນ້ອຍແລະໄຮ້ດຽງສາໄປຕະຫຼອດ. ຖ້າມື້ໃດຂ້ອຍເວົ້າເລື່ອງເພດ ເຂົາເຈົ້າຄືຊິຕົກໃຈແລະຄິດວ່າຂ້ອຍບໍ່ແມ່ນເດັກນ້ອຍອີກຕໍ່ໄປ.”—ເບດ
ພໍ່ແມ່ຈະມີປະຕິກິລິຍາແນວໃດ?
“ຂ້ອຍຢ້ານວ່າກ່ອນທີ່ຂ້ອຍຈະເວົ້າຈົບ ພໍ່ແມ່ຄືຊິຄິດໄປໄກແລ້ວວ່າເປັນຫຍັງຂ້ອຍຈຶ່ງຖາມເລື່ອງເພດ ແລະກໍເລີ່ມເທດຊຸດໃຫຍ່ໃສ່ຂ້ອຍ.”—ກຼໍເຣຍ
“ພໍ່ແມ່ຂອງຂ້ອຍເກັບຄວາມຮູ້ສຶກບໍ່ເກັ່ງ ຂ້ອຍບໍ່ຢາກເຫັນເຂົາເຈົ້າສະແດງສີໜ້າຜິດຫວັງ. ທີ່ຈິງ ພຽງແຕ່ຂ້ອຍເລີ່ມເລົ່າ ພໍ່ກໍຄືຊິກຽມເທດໃສ່ຂ້ອຍແລ້ວ.”—ແພມ
ເຂົາເຈົ້າຈະເຂົ້າໃຈຂ້ອຍຜິດບໍ?
“ພໍ່ແມ່ອາດເຮັດໃຫ້ເປັນເລື່ອງໃຫຍ່ ແລ້ວຖາມວ່າ ‘ເປັນຫຍັງລູກຈຶ່ງຢາກຮູ້ເລື່ອງນີ້?’ ຫຼື ‘ມີໃຜມາຊວນລູກໃຫ້ມີເພດສຳພັນບໍ?’ ແທ້ໆແລ້ວຂ້ອຍພຽງແຕ່ຢາກຮູ້ຊື່ໆ.”—ລີຊ້າ
“ເວລາຂ້ອຍເວົ້າເຖິງຜູ້ຊາຍ ພໍ່ມັກຈະສະແດງສີໜ້າເປັນຫ່ວງ ແລ້ວເລີ່ມແນະນຳຂ້ອຍກ່ຽວກັບເລື່ອງເພດ. ຂ້ອຍຄິດໃນໃຈວ່າ ‘ພໍ່ເອີ້ຍ ລູກມີແຕ່ບອກວ່າລາວຫຼໍ່ຊື່ໆ. ລູກບໍ່ໄດ້ຢາກແຕ່ງດອງຫຼືບໍ່ໄດ້ຢາກມີເພດສຳພັນກັບລາວເລີຍ!’”—ສະເຕຊີ້
ທີ່ຈິງ ພໍ່ແມ່ກໍອາດຮູ້ສຶກລຳບາກໃຈທີ່ຈະລົມເລື່ອງເພດກັບເຈົ້າຄືກັບທີ່ເຈົ້າຮູ້ສຶກ. ຈາກການສຳຫຼວດໜຶ່ງພົບວ່າ ມີພໍ່ແມ່ 65 ເປີເຊັນບອກວ່າໄດ້ລົມກັບລູກເລື່ອງເພດ ແຕ່ມີເດັກນ້ອຍພຽງແຕ່ 41 ເປີເຊັນເທົ່ານັ້ນທີ່ຈື່ໄດ້ວ່າພໍ່ແມ່ເຄີຍລົມເລື່ອງນີ້ກັບເຂົາເຈົ້າ.
ພໍ່ແມ່ຂອງເຈົ້າອາດບໍ່ຮູ້ວ່າຈະລົມເລື່ອງເພດກັບເຈົ້າແນວໃດ ຍ້ອນພໍ່ຕູ້ແມ່ຕູ້ຫຼືພໍ່ເຖົ້າແມ່ເຖົ້າກໍອາດຈະບໍ່ເຄີຍລົມເລື່ອງນີ້ກັບພໍ່ແມ່ຂອງເຈົ້າເລີຍ! ບໍ່ວ່າຈະຍ້ອນເຫດຜົນຫຍັງ ກໍຂໍໃຫ້ເຈົ້າພະຍາຍາມເຂົ້າໃຈພໍ່ແມ່. ຖ້າເຈົ້າລິເລີ່ມແລະກ້າລົມກັບພໍ່ແມ່ກ່ຽວກັບເລື່ອງນີ້ ມັນກໍຈະເປັນປະໂຫຍດຕໍ່ທັງເຈົ້າແລະພໍ່ແມ່ຂອງເຈົ້ານຳ. ແຕ່ຈະເວົ້າແນວໃດດີ?
ວິທີເລີ່ມລົມກ່ຽວກັບເລື່ອງເພດ
ພໍ່ແມ່ຮູ້ເລື່ອງເພດດີກວ່າເຈົ້າແລະມີຄຳແນະນຳດີໆຫຼາຍຢ່າງ. ເຈົ້າພຽງແຕ່ຕ້ອງຮູ້ວ່າຈະເລີ່ມເວົ້າເລື່ອງນີ້ແນວໃດ. ລອງເຮັດແບບນີ້ເບິ່ງ:
1 ບອກພໍ່ແມ່ຢ່າງກົງໄປກົງມາວ່າ ຊົ່ວເຈົ້າຊິກ້າເວົ້າເລື່ອງນີ້ໄດ້ມັນບໍ່ງ່າຍ. “ລູກບໍ່ຄ່ອຍກ້າເວົ້າເລື່ອງນີ້ ຍ້ອນຢ້ານພໍ່ແມ່ຈະຄິດວ່າ . . . ”
2 ແລ້ວບອກພໍ່ແມ່ວ່າເປັນຫຍັງເຈົ້າຈຶ່ງມາຫາເຂົາເຈົ້າ. “ລູກມີເລື່ອງສົງໄສທີ່ຢາກຖາມພໍ່ແມ່ບໍ່ຢາກຖາມຄົນອື່ນ.”
3 ແລ້ວເວົ້າເລື່ອງນັ້ນໃຫ້ຊັດເຈນ. “ລູກສົງໄສວ່າ . . . ”
4 ຢ່າລືມບອກວ່າ ຖ້າເທື່ອໜ້າມີເລື່ອງທີ່ສົງໄສກໍຈະມາຫາພໍ່ແມ່ອີກ. “ຖ້າລູກມີຄຳຖາມອື່ນ ລູກຈະມາລົມກັບພໍ່ແມ່ອີກໄດ້ບໍ?
ເຖິງເຈົ້າຈະຮູ້ຢູ່ແລ້ວວ່າ ພໍ່ແມ່ຈະຕອບວ່າໄດ້ ແຕ່ການໄດ້ຍິນຈາກປາກຂອງພໍ່ແມ່ເອງຈະເຮັດໃຫ້ເຈົ້າສະບາຍໃຈຫຼາຍຂຶ້ນແລະຢາກໄປລົມກັບເຂົາເຈົ້າອີກ. ດັ່ງນັ້ນ ລອງເອົາຄຳແນະນຳເຫຼົ່ານີ້ໄປໃຊ້ເບິ່ງເດີ້! ແລ້ວເຈົ້າຈະຮູ້ສຶກແບບທຣີນາ. ຕອນນີ້ລາວອາຍຸ 24 ປີແລ້ວ ລາວເລົ່າວ່າ: “ຕອນທີ່ລົມເລື່ອງນີ້ກັບແມ່ ຂ້ອຍຮູ້ສຶກອາຍຫຼາຍແລະບໍ່ຢາກລົມເລີຍ. ແຕ່ຕອນນີ້ຂ້ອຍດີໃຈທີ່ເຮົາໄດ້ລົມກັນ ແມ່ຂ້ອຍເປັນຄົນເປີດເຜີຍແລະເວົ້າກົງໄປກົງມາ. ການລົມກັນເທື່ອນັ້ນຊ່ວຍປົກປ້ອງຂ້ອຍໄດ້ຫຼາຍແທ້ໆ!”
[ຮູບພາບໜ້າ 59]
ການບອກລາໄວເດັກນ້ອຍກໍຄືກັບການຍ້າຍອອກຈາກເຮືອນ ແຕ່ເຈົ້າປັບໂຕໄດ້