ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ1 ບົດທີ 2 ໜ້າ 14-20
  • ເປັນ​ຫຍັງ​ຂ້ອຍ​ກັບ​ພໍ່​ແມ່​ຈຶ່ງ​ຖຽງ​ກັນ​ຕະຫຼອດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເປັນ​ຫຍັງ​ຂ້ອຍ​ກັບ​ພໍ່​ແມ່​ຈຶ່ງ​ຖຽງ​ກັນ​ຕະຫຼອດ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ເລື່ອງທີ່ຄ້າຍກັນ
  • ເປັນ​ຫຍັງ​ພໍ່​ແມ່​ຈຶ່ງ​ຢ່າ​ຮ້າງ​ກັນ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ຖ້າ​ພໍ່​ແມ່​ຜິດ​ກັນ​ຈະ​ເຮັດ​ແນວ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ເປັນ​ເລື່ອງ​ປົກກະຕິ​ບໍ​ທີ່​ຈະ​ໂສກ​ເສົ້າ​ແບບ​ທີ່​ຂ້ອຍ​ເປັນ​ຢູ່?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ຂ້ອຍ​ຈະ​ໃສ່​ເຄື່ອງ​ນຸ່ງ​ແບບ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ເບິ່ງຕື່ມ
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ໜສ1 ບົດທີ 2 ໜ້າ 14-20

ບົດ​ທີ 2

ເປັນ​ຫຍັງ​ຂ້ອຍ​ກັບ​ພໍ່​ແມ່​ຈຶ່ງ​ຖຽງ​ກັນ​ຕະຫຼອດ?

ໃນ​ຕອນ​ເລີ່ມ​ຕົ້ນ​ສາກ​ເຫດການ​ຂອງ​ບົດ​ນີ້ ຣາເຊວ​ມີ​ສ່ວນ​ໃນ​ການ​ກໍ່​ໃຫ້​ເກີດ​ການ​ຖຽງ​ກັນ​ໃນ​ສາມ​ແງ່. ເຈົ້າ​ລະບຸ​ໄດ້​ບໍ? ຂໍ​ໃຫ້​ຂຽນ​ຄຳຕອບ​ຂອງ​ເຈົ້າ​ໃສ່​ທາງ​ລຸ່ມ​ນີ້ ແລະ​ຈາກ​ນັ້ນ​ໃຫ້​ສົມ​ທຽບ​ກັບ​ຄຳຕອບ​ທີ່​ຢູ່​ໃນ​ຂອບ​ທີ່​ຊື່​ວ່າ “ຄຳຕອບ” ໃນ​ໜ້າ​ທີ 20.

․․․․․

ເປັນ​ຄືນ​ວັນ​ພຸດ. ນາງ ຣາເຊວ ອາຍຸ 17 ປີ ຫາ​ກໍ​ເຮັດ​ວຽກ​ເຮືອນ​ແລ້ວ​ແລະ​ຢາກ​ພັກຜ່ອນ​ໃຫ້​ເຊົາ​ເມື່ອຍ! ລາວ​ເປີດ​ໂທລະພາບ​ແລະ​ນັ່ງ​ຕັ່ງ​ທີ່​ມັກ​ທີ່​ສຸດ.

ຕອນ​ນັ້ນ​ແມ່​ກໍ​ຍ່າງ​ເຂົ້າ​ມາ ແລະ​ເບິ່ງ​ຄື​ວ່າ​ແມ່​ອາລົມ​ບໍ່​ດີ. “ຣາເຊວ! ເປັນ​ຫຍັງ​ເສຍ​ເວລາ​ກັບ​ການ​ເບິ່ງ​ໂທລະພາບ ແທນ​ທີ່​ຈະ​ຊ່ວຍ​ນ້ອງ​ສາວ​ເຮັດ​ວຽກ​ບ້ານ? ເຈົ້າ​ບໍ່​ເຄີຍ​ເຮັດ​ໃນ​ສິ່ງ​ທີ່​ແມ່​ບອກ​ເລີຍ!”

ຣາເຊວ​ຈົ່ມ​ສຽງ​ດັງ​ພໍ​ທີ່​ແມ່​ຈະ​ໄດ້​ຍິນ​ວ່າ: “ອີກ​ແລ້ວ.”

ແມ່​ເນີ້ງ​ໂຕ​ລົງ​ມາ​ພ້ອມ​ກັບ​ເວົ້າ​ວ່າ: “ເວົ້າ​ຫຍັງ​ເກາະ ອີ່​ຫຼ້າ?”

ຣາເຊວ​ຕອບ​ວ່າ: “ບໍ່​ມີ​ຫຍັງ​ດອກ​ແມ່” ພ້ອມ​ທັງ​ຖອນ​ຫາຍ​ໃຈ​ແລະ​ເຫຼືອກ​ຕາ​ຂຶ້ນ.

ຕອນ​ນີ້​ແມ່​ໃຈ​ຮ້າຍ​ແທ້ໆ. ແມ່​ເວົ້າ​ວ່າ: “ຢ່າ​ໃຊ້​ນ້ຳ​ສຽງ​ແບບ​ນັ້ນ​ກັບ​ແມ່​ໄດ໋!”

ຣາເຊວ​ຕອບ​ຄືນ​ທັນທີ​ວ່າ: “ແລ້ວ​ຊັ້ນ​ນ້ຳ​ສຽງ​ທີ່​ແມ່​ກຳລັງ​ໃຊ້​ກັບ​ລູກ​ເດ?”

ໝົດ​ເວລາ​ພັກຜ່ອນ . . . ການ​ຖຽງ​ກັນ​ກໍ​ເລີ່ມ​ຂຶ້ນ.

ເຫດການ​ຂ້າງ​ເທິງ​ນີ້​ຟັງ​ເບິ່ງ​ລຶ້ງ​ຫູ​ບໍ? ເຈົ້າ​ແລະ​ພໍ່​ແມ່​ຖຽງ​ກັນ​ຕະຫຼອດ​ບໍ? ຖ້າ​ເປັນ​ດັ່ງ​ນັ້ນ ຂໍ​ໃຫ້​ວິເຄາະ​ສະພາບການ​ຈັກ​ບຶດ​ໜຶ່ງ. ເລື່ອງ​ໃດ​ທີ່​ພາ​ໃຫ້​ເກີດ​ການ​ຂັດ​ແຍ່ງ​ກັນ​ຫຼາຍ​ທີ່​ສຸດ? ໃຫ້​ໝາຍ ✔ ໃສ່​ໃນ​ປ່ອງ​ທີ່​ກົງ​ກັບ​ກໍລະນີ​ຂອງ​ເຈົ້າ​ທີ່​ສຸດ ຫຼື​ຂຽນ​ເລື່ອງ​ຂອງ​ເຈົ້າ​ໃນ​ປ່ອງ “ອື່ນໆ.”

◻ ທັດສະນະ

◻ ວຽກ​ເຮືອນ

◻ ເຄື່ອງ​ນຸ່ງ

◻ ການ​ເມືອ​ເຮືອນ​ຕາມ​ເວລາ​ທີ່​ກຳນົດ

◻ ຄວາມ​ບັນເທີງ

◻ ໝູ່​ເພື່ອນ

◻ ເພດ​ກົງ​ກັນ​ຂ້າມ

◻ ອື່ນໆ ․․․․․

ບໍ່​ວ່າ​ຈະ​ເປັນ​ເລື່ອງ​ໃດ ການ​ຖຽງ​ກັນ​ພາ​ໃຫ້​ເຈົ້າ​ແລະ ​ພໍ່​ແມ່​ຮູ້ສຶກ​ບໍ່​ສະບາຍ​ໃຈ. ແນ່ນອນ​ວ່າ​ເຈົ້າ​ອາດ​ມິດ​ງຽບ​ແລະ​ເຮັດ​ທຳ​ທ່າ​ວ່າ​ເຫັນ​ດີ​ກັບ​ທຸກ​ສິ່ງ​ທີ່​ພໍ່​ແມ່​ເວົ້າ. ແຕ່​ພະເຈົ້າ​ຄາດ​ໝາຍ​ໃຫ້​ເຈົ້າ​ເຮັດ​ແນວ​ນັ້ນ​ບໍ? ບໍ່. ແມ່ນ​ຢູ່​ຄຳພີ​ໄບເບິນ​ບອກ​ວ່າ​ໃຫ້ “ນັບຖື​ພໍ່​ແມ່​ຂອງ​ເຈົ້າ.” (ເອເຟດ 6:2, 3) ແຕ່​ຄຳພີ​ໄບເບິນ​ຍັງ​ສະໜັບສະໜູນ​ເຈົ້າ​ໃຫ້​ພັດທະນາ “ຄວາມ​ສາມາດ​ໃນ​ການ​ຄຶດ” ແລະ​ໃຫ້​ໃຊ້ “ຄວາມ​ສາມາດ​ໃນ​ການ​ໃຊ້​ເຫດຜົນ.” (ສຸພາສິດ 1:1-4, ລ.ມ.; ໂລມ 12:1) ເມື່ອ​ເຮັດ​ເຊັ່ນ​ນັ້ນ ເປັນ​ສິ່ງ​ທີ່​ແນ່ນອນ​ວ່າ​ເຈົ້າ​ຈະ​ມີ​ຄວາມ​ເຊື່ອ​ໝັ້ນ​ທີ່​ແຂງ​ແກ່ນ ເຊິ່ງ​ບາງ​ຢ່າງ​ກໍ​ອາດ​ແຕກຕ່າງ​ຈາກ​ພໍ່​ແມ່. ແນວ​ໃດ​ກໍ​ຕາມ ໃນ​ຄອບຄົວ​ທີ່​ນຳ​ໃຊ້​ຫຼັກ​ການ​ຕ່າງໆໃນ​ຄຳພີ​ໄບເບິນ ພໍ່​ແມ່​ກັບ​ລູກ​ໄວຮຸ່ນ​ສາມາດ​ສື່​ຄວາມ​ກັນ​ໄດ້​ຢ່າງ​ສັນຕິ ເຖິງ​ແມ່ນ​ວ່າ​ບໍ່ ​ເຫັນ​ດີ​ນຳ​ກັນ​ໃນ​ທຸກ​ເລື່ອງ.—ໂກໂລດ 3:13.

ເຈົ້າ​ຈະ​ເວົ້າ​ເຖິງ​ຄວາມ​ຮູ້ສຶກ​ໄດ້​ແນວ​ໃດ​ໂດຍ​ທີ່​ບໍ່​ປ່ຽນ​ໃຫ້​ການ​ສົນທະນາ​ແບບ​ທຳມະດາ​ກາຍ​ເປັນ​ການ​ຖຽງ​ກັນ​ແບບ​ຮຸນແຮງ? ມັນ​ງ່າຍ​ທີ່​ຈະ​ເວົ້າ​ວ່າ: “ບັນຫາ​ຢູ່​ກັບ​ພໍ່​ແມ່. ຖ້າ​ຈະ​ເວົ້າ​ແລ້ວ ພໍ່​ແມ່​ຕ່າງ​ຫາກ​ທີ່​ເປັນ​ຝ່າຍ​ຈູ້ຈີ້​ກັບ​ຂ້ອຍ​ຕະຫຼອດ!” ແຕ່​ຄິດ​ເບິ່ງ​ດູ ເຈົ້າ​ສາມາດ​ຄວບຄຸມ​ຄົນ​ອື່ນ​ລວມ​ທັງ​ພໍ່​ແມ່​ໄດ້​ຫຼາຍ​ໜ້ອຍ​ສ່ຳ​ໃດ? ທີ່​ຈິງ ຄົນ​ດຽວ​ທີ່​ເຈົ້າ​ປ່ຽນ​ໄດ້​ແມ່ນ​ຕົວ​ເຈົ້າ​ເອງ. ແລະ​ສິ່ງ​ທີ່​ໜ້າ​ຍິນດີ​ກໍ​ຄື​ຖ້າ​ເຈົ້າ​ເຮັດ​ໃນ​ສ່ວນ​ຂອງ​ຕົວ​ເອງ​ເພື່ອ​ຈະ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ເປັນ​ໄປ​ໄດ້​ຫຼາຍ​ຂຶ້ນ​ທີ່​ພໍ່​ແມ່​ຈະ​ບໍ່​ໃຈ​ຮ້າຍ​ແລະ​ຟັງ​ເມື່ອ​ເຈົ້າ​ຢາກ​ເວົ້າ.

ດັ່ງ​ນັ້ນ ຂໍ​ໃຫ້​ມາ​ເບິ່ງ​ນຳ​ກັນ​ວ່າ​ເຈົ້າ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ລະງັບ​ການ​ຖຽງ​ກັນ​ກັບ​ພໍ່​ແມ່. ລອງ​ໃຊ້​ຄຳ​ແນະນຳ​ຕໍ່​ໄປ​ນີ້ ແລະ​ເຈົ້າ​ອາດ​ເຮັດ​ໃຫ້​ພໍ່​ແມ່​ແລະ​ຕົວ​ເຈົ້າ​ເອງ ​ປະຫຼາດ​ໃຈ​ທີ່​ເຈົ້າ​ໄດ້​ຮຽນ​ຮູ້​ທັກສະ​ການ​ສື່​ຄວາມ​ແບບ​ໃໝ່.

• ຄິດ​ກ່ອນ​ແລ້ວ​ຈຶ່ງ​ຕອບ. ເມື່ອ​ຮູ້ສຶກ​ຖືກ​ຕຳໜິ ຢ່າ​ເວົ້າ​ໂປ້ງ​ອອກ​ມາ​ໂລດ​ກັບ​ສິ່ງ​ທຳອິດ​ທີ່​ຜຸດ​ຂຶ້ນ​ມາ​ໃນ​ຄວາມ​ຄິດ. ຕົວຢ່າງ​ເຊັ່ນ ສົມມຸດ​ແມ່​ເວົ້າ​ວ່າ: “ເປັນ​ຫຍັງ​ຈຶ່ງ​ບໍ່​ລ້າງ​ຖ້ວຍ? ເຈົ້າ​ບໍ່​ເຄີຍ ​ເຮັດ​ໃນ​ສິ່ງ​ທີ່​ແມ່​ບອກ​ເລີຍ!” ຄຳຕອບ​ທີ່​ຜຸດ​ຂຶ້ນ​ມາ​ອາດ​ຈະ​ເປັນ “ເປັນ​ຫຍັງ​ແມ່​ຄື​ມາ​ຈູ້ຈີ້​ຈຸກ​ຈິກ​ກັບ​ລູກ​ແທ້?” ແຕ່​ຈົ່ງ​ໃຊ້​ຄວາມ​ສາມາດ​ໃນ​ການ​ຄິດ. ພະຍາຍາມ​ເຂົ້າ​ໃຈ​ວ່າ​ທີ່​ຈິງ​ແລ້ວ​ແມ່​ເວົ້າ​ແບບ​ນັ້ນ ແຕ່​ໃນ​ໃຈ ​ແມ່​ຮູ້ສຶກ​ແນວ​ໃດ. ຕາມ​ປົກກະຕິ​ແລ້ວ ຄຳ​ເວົ້າ​ດັ່ງ​ເຊັ່ນ “ຕະຫຼອດ” ແລະ “ບໍ່​ເຄີຍ” ບໍ່​ໄດ້​ມີ​ຄວາມ​ໝາຍ​ຕາມ​ຕົວ​ອັກສອນ. ແນວ​ໃດ​ກໍ​ຕາມ ຄຳ​ເວົ້າ​ເຫຼົ່າ​ນີ້​ສະແດງ​ເຖິງ​ຄວາມ​ຮູ້ສຶກ​ໃນ​ໃຈ​ຂອງ​ແມ່. ຄວາມ​ຮູ້ສຶກ​ແບບ​ໃດ?

ບາງ​ເທື່ອ​ແມ່​ເຈົ້າ​ອາດ​ຮູ້ສຶກ​ໝຸດໝິດ ເພາະ​ຮູ້ສຶກ​ວ່າ​ຕ້ອງ​ແບກ​ຫາບ​ພາລະ​ວຽກ​ເຮືອນ​ຫຼາຍ​ໂພດ. ອາດ​ເປັນ​ໄປ​ໄດ້​ທີ່​ແມ່​ຕ້ອງການ​ຄວາມ​ໝັ້ນ​ໃຈ​ວ່າ​ເຈົ້າ​ຈະ​ຊ່ວຍ​ເພິ່ນ. ຖ້າ​ເປັນ​ເຊັ່ນ​ນັ້ນ ການ​ເວົ້າ​ວ່າ: “ເປັນ​ຫຍັງ​ແມ່​ຄື​ມາ​ຈູ້ຈີ້​ຈຸກ​ຈິກ​ກັບ​ລູກ​ແທ້?” ຈະ​ບໍ່​ໄດ້​ຊ່ວຍ​ໃຫ້​ອັນ​ໃດ​ດີ​ຂຶ້ນ​ເລີຍ ນອກ​ຈາກ​ຈະ​ພາ​ໃຫ້​ເກີດ​ການ​ຖຽງ​ກັນ! ແທນ​ທີ່​ຈະ​ເວົ້າ​ແນວ​ນັ້ນ ເຈົ້າ​ຄວນ​ຈະ​ເຮັດ​ໃຫ້​ແມ່​ສະບາຍ​ໃຈ​ແມ່ນ​ບໍ? ຕົວຢ່າງ​ເຊັ່ນ ເຈົ້າ​ອາດ​ເວົ້າ​ວ່າ: “ລູກ​ເຂົ້າ​ໃຈ​ວ່າ​ແມ່​ອາລົມ​ບໍ່​ດີ. ລູກ​ຈະ​ໄປ​ລ້າງ​ຖ້ວຍ​ດຽວ​ນີ້​ແຫຼະ.” ຂໍ້​ຄວນ​ລະວັງ ຢ່າ ​ໃຊ້​ນ້ຳ​ສຽງ​ແບບ​ເວົ້າ​ໃສ່. ໃຫ້​ຕອບ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ​ຈະ​ເປັນ​ໄປ​ໄດ້​ທີ່​ແມ່​ຈະ​ອ່ອນ​ລົງ​ແລະ​ບອກ​ເຈົ້າ​ກ່ຽວ​ກັບ​ບັນຫາ​ທີ່​ແທ້​ຈິງ.a

ທາງ​ລຸ່ມ​ນີ້​ໃຫ້​ຂຽນ​ສິ່ງ​ທີ່​ພໍ່​ຫຼື​ແມ່​ເວົ້າ​ເຊິ່ງ​ອາດ​ເຮັດ​ໃຫ້​ເຈົ້າ ​ຄຽດ​ທັນທີ​ໂລດ ຖ້າ​ເຈົ້າ​ບໍ່​ໄດ້​ຄວບຄຸມ​ຕົວ​ເອງ.

․․․․․

ບັດ​ນີ້​ໃຫ້​ຄິດ​ວ່າ​ເຈົ້າ​ຈະ​ຕອບ​ແນວ​ໃດ​ເພື່ອ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ເຊິ່ງ​ເປັນ​ການ​ຄຳນຶງ​ເຖິງ​ຄວາມ​ຮູ້ສຶກ​ທີ່​ແຝງ​ຢູ່​ໃນ​ຄຳ​ເວົ້າ​ຂອງ​ພໍ່​ແມ່.

․․․․․

• ເວົ້າ​ດ້ວຍ​ຄວາມ​ນັບຖື. ຍິງ​ສາວ​ຊື່​ມິແຊນ ອາຍຸ 16 ປີ​ໄດ້​ຮຽນ​ຮູ້​ຈາກ​ປະສົບການ​ເຖິງ​ຄວາມ​ສຳຄັນ​ຂອງ​ວິທີ ​ທີ່​ລາວ​ເວົ້າ​ກັບ​ແມ່. ລາວ​ບອກ​ວ່າ: “ບໍ່​ວ່າ​ຈະ​ເປັນ​ບັນຫາ​ໃດ​ກໍ​ຕາມ ໃນ​ທີ່​ສຸດ​ກໍ​ເປັນ​ຍ້ອນ​ແມ່​ບໍ່​ມັກ​ນ້ຳ​ສຽງ​ທີ່​ຂ້ອຍ​ຕອບ​ເພິ່ນ.” ຖ້າ​ເປັນ​ເຊັ່ນ​ນັ້ນ​ເລື້ອຍ​ໃນ​ກໍລະນີ​ຂອງ​ເຈົ້າ ຈົ່ງ​ແອບ​ເວົ້າ​ດ້ວຍ​ນ້ຳ​ສຽງ​ທີ່​ນຸ່ມ​ນວນ​ແລະ​ຊ້າໆ ຢ່າ​ສະແດງ​ສີ​ໜ້າ​ຫຼື​ທ່າທີ​ທີ່​ວ່າ​ຮູ້ສຶກ​ລຳຄານ. (ສຸພາສິດ 30:17) ຖ້າ​ຮູ້ສຶກ​ວ່າ​ກຳລັງ​ຄວບຄຸມ​ອາລົມ​ບໍ່​ໄດ້ ໃຫ້​ອະທິດຖານ​ສັ້ນໆໃນ​ໃຈ. (ເນເຫມີ 2:4) ແນ່ນອນ​ວ່າ​ຈຸດ​ປະສົງ​ຂອງ​ເຈົ້າ​ບໍ່​ແມ່ນ​ເພື່ອ​ຈະ​ຂໍ​ພະເຈົ້າ​ຊ່ວຍ ‘ໃຫ້​ພໍ່​ແມ່​ເຊົາ​ຈູ້ຈີ້​ຈຸກ​ຈິກ​ນຳ​ເຈົ້າ’ ແຕ່​ເພື່ອ​ເຈົ້າ​ຈະ​ຄວບຄຸມ​ອາລົມ​ໄດ້​ເພື່ອ​ບໍ່​ໃຫ້​ເລື່ອງ​ຕ່າງໆຮ້າຍແຮງ​ໄປ​ຕື່ມ​ອີກ.—ຢາໂກໂບ 1:26.

ໃນ​ບ່ອນ​ວ່າງ​ທາງ​ລຸ່ມ​ນີ້ ໃຫ້​ຂຽນ​ສິ່ງ​ທີ່​ເຈົ້າ​ບໍ່​ຄວນ​ເວົ້າ​ຫຼື​ເຮັດ.

ການ​ສະແດງ​ອອກ​ທາງ​ຄຳ​ເວົ້າ

․․․․․

ການ​ສະແດງ​ອອກ​ທາງ​ສີ​ໜ້າ​ແລະ​ທ່າ​ທາງ

․․․․․

• ຟັງ. ຄຳພີ​ໄບເບິນ​ກ່າວ​ວ່າ: “ໃນ​ຄວາມ​ເວົ້າ​ດຸ​ມີ​ຄວາມ​ຜິດ​ລ່ວງ​ແທ້.” (ສຸພາສິດ 10:19) ດັ່ງ​ນັ້ນ ຈົ່ງ​ໃຫ້​ໂອກາດ​ພໍ່​ຫຼື​ແມ່​ໄດ້​ເວົ້າ ແລະ​ເຈົ້າ​ກໍ​ຕັ້ງ​ໃຈ​ຟັງ​ເພິ່ນ. ຢ່າ​ເວົ້າ​ແຊກ​ຂຶ້ນ​ເພື່ອ​ແກ້​ຕົວ. ໃຫ້​ຟັງ​ຢ່າງ​ດຽວ. ຫຼັງ​ຈາກ​ທີ່​ພໍ່​ແມ່​ເວົ້າ​ຈົບ​ແລ້ວ ເຈົ້າ​ກໍ​ມີ​ໂອກາດ​ຫຼາຍ​ທີ່​ຈະ​ຖາມ​ຫຼື​ອະທິບາຍ​ຄວາມ​ເຫັນ​ຂອງ​ເຈົ້າ. ໃນ​ອີກ​ດ້ານ​ໜຶ່ງ ຖ້າ​ເຈົ້າ​ຢືນຢັນ​ທີ່​ຈະ​ສະແດງ​ຄວາມ​ຄິດ​ເຫັນ​ຂອງ​ຕົນ​ໃນ​ຕອນ​ນີ້ ເຈົ້າ​ອາດ​ຈະ​ມີ​ແຕ່​ເຮັດ​ໃຫ້​ສະຖານະການ​ຮ້າຍແຮງ​ຂຶ້ນ. ເຖິງ​ແມ່ນ​ວ່າ​ມີ​ບາງ​ສິ່ງ​ທີ່​ເຈົ້າ​ຢາກ​ເວົ້າ ແຕ່​ໃນ​ຕອນ​ນີ້​ຄົງ​ຈະ​ເປັນ “ເວລາ​ມິດ​ປາກ.”—ຜູ້​ເທສະໜາ​ປ່າວ​ປະກາດ 3:7.

• ເຕັມ​ໃຈ​ທີ່​ຈະ​ຂໍ​ໂທດ. ເປັນ​ສິ່ງ​ທີ່​ເໝາະ​ສົມ​ສະເໝີ​ທີ່​ຈະ​ເວົ້າ​ວ່າ: “ລູກ​ຂໍ​ໂທດ” ສຳລັບ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຈົ້າ​ເຮັດ​ເຊິ່ງ​ມີ​ສ່ວນ​ໃນ​ການ​ເຮັດ​ໃຫ້​ເກີດ​ຄວາມ​ຂັດ​ແຍ່ງ​ກັນ. (ໂລມ 14:19) ເຈົ້າ​ແມ່ນ​ແຕ່​ອາດ​ເວົ້າ​ວ່າ​ລູກ​ຂໍ​ໂທດ​ທີ່​ພາ​ໃຫ້​ເກີດ​ຄວາມ​ຂັດ​ແຍ່ງ. ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເວົ້າ​ຄຳ​ວ່າ​ຂໍ​ໂທດ​ຕໍ່​ໜ້າ​ພໍ່​ແມ່ ລອງ​ຂຽນ​ຄຳ​ຂໍ​ໂທດ​ໃຫ້​ເພິ່ນ​ອ່ານ. ຈາກ​ນັ້ນ ‘ກ້າວ​ໄປ​ອີກ​ໂຢກ​ໜຶ່ງ’ ໂດຍ​ການ​ປ່ຽນ​ແປງ​ນິດໄສ​ໃຈ​ຄໍ​ບາງ​ຢ່າງ​ທີ່​ອາດ​ມີ​ສ່ວນ​ເຮັດ​ໃຫ້​ເກີດ​ການ​ຂັດ​ແຍ່ງ. (ມັດທາຍ 5:41) ຕົວຢ່າງ​ເຊັ່ນ ຖ້າ​ການ​ບໍ່​ເອົາໃຈໃສ່​ວຽກ​ເຮືອນ​ແລະ​ນັ້ນ​ເປັນ​ຕົ້ນ​ເຫດ​ຂອງ​ການ​ຖຽງ​ກັນ ລອງ​ເຮັດ​ໃຫ້​ພໍ່​ແມ່​ປະຫຼາດ​ໃຈ​ດ້ວຍ​ການ​ເຮັດ​ວຽກ​ເຮືອນ​ນັ້ນ​ເບິ່ງ​ດູ. ເຖິງ​ແມ່ນ​ວ່າ​ເຈົ້າ​ບໍ່​ມັກ​ວຽກ​ນັ້ນ ແຕ່​ດີ​ກວ່າ​ບໍ່​ແມ່ນ​ບໍ​ຖ້າ​ເຈົ້າ​ໄດ້​ເຮັດ​ວຽກ​ນັ້ນ​ໃຫ້​ຮຽບຮ້ອຍ​ແທນ​ທີ່​ຈະ​ຖືກ​ເວົ້າ​ໃຫ້​ເມື່ອ​ພໍ່​ແມ່​ເຫັນ​ວ່າ​ວຽກ​ນັ້ນ​ຍັງ​ບໍ່​ທັນ​ເຮັດ​ແລ້ວ​ເທື່ອ? (ມັດທາຍ 21:28-31) ຂໍ​ໃຫ້​ຄິດ​ເຖິງ​ຜົນ​ປະໂຫຍດ​ທີ່​ຈະ​ໄດ້​ຮັບ​ໂດຍ​ການ​ເຮັດ​ສ່ວນ​ຂອງ​ເຈົ້າ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ເຈົ້າ​ກັບ​ພໍ່​ແມ່.

ຄອບຄົວ​ທີ່​ປະສົບ​ຜົນ​ສຳເລັດ​ກໍ​ຍ່ອມ​ມີ​ຄວາມ​ຂັດ​ແຍ່ງ​ກັນ​ຢູ່​ແລ້ວ ແຕ່​ເຂົາ​ເຈົ້າ​ຮູ້​ວິທີ​ທີ່​ຈັດການ​ກັບ​ມັນ​ຢ່າງ​ສັນຕິ. ຈົ່ງ​ຝຶກ​ຝົນ​ທັກສະ​ຕາມ​ທີ່​ກ່າວ​ໄວ້​ໃນ​ບົດ​ນີ້ ເຈົ້າ​ຈະ​ປະສົບ​ວ່າ​ຕົນ​ເອງ​ສາມາດ​ເວົ້າ​ລົມ​ກັບ​ພໍ່​ແມ່​ແມ່ນ​ແຕ່​ເລື່ອງ​ທີ່​ລຳບາກ​ໃຈ ໂດຍ​ບໍ່​ຕ້ອງ​ຖຽງ​ກັນ!

ໃນ​ບົດ​ຕໍ່​ໄປ

ເຈົ້າ​ຮູ້ສຶກ​ວ່າ​ພໍ່​ແມ່​ຄວນ​ໃຫ້​ອິດສະຫຼະ​ເຈົ້າ​ຕື່ມ​ອີກ​ບໍ? ຖ້າ​ແມ່ນ ເຈົ້າ​ສາມາດ​ເຮັດ​ຫຍັງ​ໄດ້?

[ຂໍ້​ຄວາມ​ໄຂ​ເງື່ອນ]

a ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ຂໍ​ໃຫ້​ເບິ່ງ​ໃນ​ບົດ​ທີ 21 ຂອງ​ເຫຼັ້ມ​ທີ 2.

ຂໍ້​ພະ​ຄຳພີ​ຫຼັກ

“ຄົນ​ຊອບທຳ​ຄຶດ​ຕຶກຕອງ​ກ່ອນ​ຈຶ່ງ​ຕອບ.”—ສຸພາສິດ 15:28.

ຄຳ​ແນະນຳ

ເມື່ອ​ພໍ່​ແມ່​ເວົ້າ​ກັບ​ເຈົ້າ ໃຫ້​ມອດ​ສຽງ​ເພງ ວາງ​ປຶ້ມ​ຫຼື​ຈຸນລະສານ​ລົງ ແລະ​ໃຫ້​ຈັບ​ສາຍ​ຕາ​ເບິ່ງ​ທີ່​ພໍ່​ແມ່.

ເຈົ້າ​ຮູ້​ບໍ . . .?

ການ​ຫາ​ທາງ​ເພື່ອ​ຈະ​ແກ້​ບັນຫາ​ຫຼື​ປ້ອງກັນ​ບໍ່​ໃຫ້​ເກີດ​ຄວາມ​ຂັດ​ແຍ່ງ​ຈະ​ເຮັດ​ໃຫ້​ຊີວິດ​ງ່າຍ​ຂຶ້ນ​ສຳລັບ​ເຈົ້າ. ທີ່​ຈິງ​ຄຳພີ​ໄບເບິນ​ກ່າວ​ວ່າ ຄົນ “ທີ່​ມີ​ຄວາມ​ກະລຸນາ​ຮັກ​ໄຄ່​ປະຕິບັດ​ແບບ​ທີ່​ເປັນ​ປະໂຫຍດ​ກັບ​ຊີວິດ​ຂອງ​ຕົນ​ເອງ.”—ສຸພາສິດ 11:17, ລ.ມ.

ແຜນ​ພາກ​ປະຕິບັດ!

ຄຳ​ແນະນຳ​ໃນ​ບົດ​ນີ້​ທີ່​ຂ້ອຍ​ຈຳເປັນ​ຕ້ອງ​ພະຍາຍາມ ໃຊ້​ຫຼາຍ​ທີ່​ສຸດ​ແມ່ນ ․․․․․

ຂ້ອຍ​ຕັດສິນ​ໃຈ​ທີ່​ຈະ​ເລີ່ມ​ໃຊ້​ຄຳ​ແນະນຳ​ນີ້​ນັບ​ແຕ່ (ຂຽນ​ວັນ​ທີ​ໃສ່) ․․․․․

ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່ (ແມ່) ກ່ຽວ​ກັບ​ເລື່ອງ​ນີ້​ແມ່ນ ․․․․․

ເຈົ້າ​ຄິດ​ວ່າ​ແນວ​ໃດ?

• ເປັນ​ຫຍັງ​ໝູ່​ຄູ່​ຮຸ່ນ​ດຽວ​ກັນ​ກັບ​ເຈົ້າ​ຈຶ່ງ​ຮູ້ສຶກ​ວ່າ​ການ​ເອົາ​ຊະນະ​ການ​ຖຽງ​ກັນ​ຈຶ່ງ​ເປັນ​ສິ່ງ​ທີ່​ດີ?

• ເປັນ​ຫຍັງ​ພະ​ເຢໂຫວາ​ພະເຈົ້າ​ຈຶ່ງ​ຖື​ວ່າ​ຄົນ​ທີ່​ມັກ​ຖຽງ​ກັນ​ເປັນ​ຄື​ກັບ​ຄົນ​ໂງ່?—ສຸພາສິດ 20:3.

• ເຈົ້າ ​ຈະ​ໄດ້​ຮັບ​ປະໂຫຍດ​ອັນ​ໃດ​ຖ້າ​ເຈົ້າ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ເຈົ້າ​ກັບ​ພໍ່​ແມ່?

[ຈຸດເດັ່ນໜ້າ 18]

“ບາງ​ຄັ້ງ​ແມ່​ເວົ້າ​ວ່າ ‘ແມ່​ຂໍ​ໂທດ’ ແລ້ວ​ກໍ​ກອດ​ຂ້ອຍ ແລະ​ນັ້ນ​ຄັກ​ແທ້. ສະນັ້ນ​ເຮົາ​ສາມາດ​ລືມ​ສິ່ງ​ທີ່​ເກີດ​ຂຶ້ນ. ຂ້ອຍ​ພະຍາຍາມ​ເຮັດ​ແບບ​ດຽວ​ກັນ​ນັ້ນ. ການ​ເອົາ​ຄວາມ​ຍິ່ງ​ໄວ້​ຂ້າງ​ຫຼັງ​ແລະ​ເວົ້າ​ຢ່າງ​ຈິງ​ໃຈ​ວ່າ ‘ລູກ​ຂໍ​ໂທດ’ ເປັນ​ປະໂຫຍດ​ຫຼາຍ ແນວ​ໃດ​ກໍ​ຕາມ ຂ້ອຍ​ຍອມ​ຮັບ​ວ່າ​ມັນ​ບໍ່​ແມ່ນ​ເລື່ອງ​ງ່າຍ.”—ນາງ ລໍເຣັນ

[ກອບໜ້າ 20]

ຄຳຕອບ

1. ການ​ໃຊ້​ຄຳ​ເວົ້າ​ທີ່​ເປັນ​ການ​ເວົ້າ​ໃສ່ (“ອີກ​ແລ້ວ”) ມີ​ແຕ່​ເຮັດ​ໃຫ້​ແມ່​ຂອງ​ລາວ​ບໍ່​ພໍ​ໃຈ​ຫຼາຍ​ຂຶ້ນ​ຕື່ມ​ອີກ.

2. ການ​ສະແດງ​ອອກ​ທາງ​ສີ​ໜ້າ​ຂອງ​ຣາເຊວ (ການ​ເຫຼືອກ​ຕາ​ຂຶ້ນ) ເປັນ​ການ​ກໍ່​ໃຫ້​ເກີດ​ເລື່ອງ.

3. ການ​ຕອບ​ຄືນ​ແບບ​ບໍ່​ສະແດງ​ຄວາມ​ນັບຖື (“ແລ້ວ​ນ້ຳ​ສຽງ​ທີ່​ແມ່​ກຳລັງ​ໃຊ້​ກັບ​ລູກ ເດ໋?”) ເຮັດ​ໃຫ້​ເລື່ອງ​ຮ້າຍແຮງ​ກວ່າ​ເກົ່າ​ເກືອບ​ທຸກ​ຄັ້ງ.

[ຮູບ​ພາບ​ໜ້າ 19]

ການ​ຖຽງ​ກັນ​ກັບ​ພໍ່​ແມ່​ເປັນ​ຄື​ກັບ​ການ​ແລ່ນ​ຢູ່​ເທິງ​ເຄື່ອງ​ຍ່າງ​ອອກ​ກຳລັງ​ກາຍ ນັ້ນ​ຄື​ເຈົ້າ​ຈະ​ໃຊ້​ເຫື່ອ​ແຮງ​ຫຼາຍ​ແທ້​ຫຼາຍ​ວ່າ​ແຕ່​ບໍ່​ໄປ​ຮອດ​ໃສ​ຈັກ​ເທື່ອ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌