ບົດທີ 8
ເປັນຫຍັງຂ້ອຍຕ້ອງປ່ວຍແບບນີ້?
“ຕອນຂ້ອຍຍັງນ້ອຍ ຂ້ອຍຄິດວ່າໂຕເອງແຂງແຮງຫຼາຍແລະຄືຊິເປັນແບບນີ້ໄປຕະຫຼອດ. ແຕ່ຢູ່ດີໆຂ້ອຍກໍເຈັບປ່ວຍໜັກ ຂ້ອຍເລີຍຕື່ນຈາກຝັນ. ຂ້ອຍຮູ້ສຶກວ່າແປັບດຽວໂຕເອງກໍເຖົ້າແລ້ວ.”—ເຈສັນ
ຕອນທີ່ເຈສັນອາຍຸ 18 ປີ ລາວກໍໄດ້ຮູ້ວ່າໂຕເອງເປັນໂລກໂຄຣນ ເຊິ່ງເປັນໂລກທີ່ມີຄວາມຜິດປົກກະຕິທາງລຳໄສ້ ແລະຈະເຮັດໃຫ້ຮ່າງກາຍເຈັບປວດແລະອ່ອນແຮງ. ໂລກນີ້ອາດເຮັດໃຫ້ເຈົ້າປ່ວຍຊຳເຮື້ອຫຼືພິການໄດ້. ສິ່ງທີ່ເປັນເລື່ອງທຳມະດາ ເຊັ່ນ ການແຕ່ງໂຕ ກິນເຂົ້າ ຫຼືໄປໂຮງຮຽນ ກໍອາດກາຍເປັນເລື່ອງທີ່ລຳບາກຫຼາຍສຳລັບເຈົ້າ.
ບັນຫາສຸຂະພາບຊຳເຮື້ອອາດເຮັດໃຫ້ເຈົ້າຮູ້ສຶກຄືກັບວ່າໂຕເອງຖືກຂັງຄຸກ ບໍ່ມີອິດສະຫຼະ ແລະເຮັດຫຍັງບໍ່ໄດ້. ເຈົ້າອາດຈະຮູ້ສຶກເຫງົາ ແລະເລີ່ມສົງໄສວ່າເຈົ້າຄືຊິເຮັດຫຍັງບາງຢ່າງທີ່ເຮັດໃຫ້ພະເຈົ້າບໍ່ພໍໃຈ ຫຼືພະເຈົ້າຄືຊິຢາກທົດສອບຄວາມສັດຊື່ຂອງເຈົ້າເປັນພິເສດ. ແນວໃດກໍຕາມ ຄຳພີໄບເບິນບອກວ່າ: “ເພິ່ນບໍ່ເຄີຍເຮັດຊົ່ວເພື່ອທົດສອບຜູ້ໃດ ແລະບໍ່ມີຜູ້ໃດໃຊ້ຄວາມຊົ່ວເພື່ອທົດສອບເພິ່ນໄດ້.” (ຢາໂກໂບ 1:13) ໃນທຸກມື້ນີ້ ມະນຸດທຸກຄົນຕ່າງກໍຕ້ອງເຈັບປ່ວຍແລະຕ້ອງເຈິກັບ “ເວລາແລະເຫດການທີ່ບໍ່ຄາດຄິດ.”—ປັນຍາຈານ 9:11
ເຮົາດີໃຈຫຼາຍທີ່ພະເຢໂຫວາພະເຈົ້າສັນຍາວ່າຈະມີໂລກໃໝ່ເຊິ່ງ “ຢູ່ແຜ່ນດິນນັ້ນຈະບໍ່ມີໃຜເວົ້າວ່າ: ‘ຂ້ອຍບໍ່ສະບາຍ.’” (ເອຊາຢາ 33:24) ແມ່ນແຕ່ຄົນທີ່ຕາຍໄປແລ້ວກໍຈະຟື້ນຄືນມາແລະໄດ້ຢູ່ໃນໂລກໃໝ່ນຳ. (ໂຢຮັນ 5:28, 29) ແຕ່ກ່ອນຈະຮອດມື້ນັ້ນ ເຈົ້າຈະຍອມຮັບສະພາບການຂອງເຈົ້າແລະຢູ່ຢ່າງມີຄວາມສຸກໄດ້ແນວໃດ?
ພະຍາຍາມເບິ່ງໃນແງ່ບວກ. ຄຳພີໄບເບິນບອກວ່າ: “ໃຈທີ່ຊື່ນບານເປັນຢາທີ່ດີຫຼາຍ.” (ສຸພາສິດ 17:22) ບາງຄົນອາດຮູ້ສຶກວ່າຕອນທີ່ເຈັບປ່ວຍໜັກ ລາວບໍ່ຄວນຫົວຫຼືມີໜ້າຕາຍິ້ມແຍ້ມແຈ່ມໃສ. ແຕ່ການມີອາລົມດີແລະມີໝູ່ທີ່ດີຈະຊ່ວຍເຈົ້າໃຫ້ຮູ້ສຶກສົດຊື່ນແລະຢາກມີຊີວິດຢູ່ຕໍ່ໄປໄດ້. ດັ່ງນັ້ນ ໃຫ້ຄິດເບິ່ງວ່າເຈົ້າຈະເຮັດຫຍັງໄດ້ແດ່ເພື່ອໃຫ້ໂຕເອງຮູ້ສຶກດີຂຶ້ນ. ຈື່ໄວ້ວ່າ ຄວາມຍິນດີເປັນຜົນທີ່ເກີດຈາກພະລັງຂອງພະເຈົ້າ. (ຄາລາເຕຍ 5:22) ພະລັງນີ້ຈະຊ່ວຍໃຫ້ເຈົ້າອົດທົນຕໍ່ຄວາມເຈັບປ່ວຍໄດ້ຢ່າງມີຄວາມສຸກ.—ເພງສັນລະເສີນ 41:3
ຕັ້ງເປົ້າໝາຍທີ່ເຮັດໄດ້. ຄຳພີໄບເບິນບອກວ່າ: “ສະຕິປັນຍາຢູ່ກັບຄົນທີ່ຖ່ອມໂຕ.” (ສຸພາສິດ 11:2) ຄວາມຖ່ອມໂຕຈະຊ່ວຍໃຫ້ເຈົ້າບໍ່ປະໝາດ ຫຼືລະມັດລະວັງໂຕຫຼາຍເກີນໄປ. ຕົວຢ່າງເຊັ່ນ ຖ້າສຸຂະພາບຂອງເຈົ້າເອື້ອອຳນວຍ ການອອກກຳລັງກາຍທີ່ເໝາະສົມຈະຊ່ວຍໃຫ້ເຈົ້າຮູ້ສຶກດີຂຶ້ນໄດ້. ນີ້ເປັນເຫດຜົນທີ່ໂຮງໝໍມັກຈັດໃຫ້ຜູ້ປ່ວຍທີ່ຍັງໜຸ່ມເຮັດກາຍະພາບບຳບັດ. ການອອກກຳລັງກາຍຢ່າງເໝາະສົມບໍ່ພຽງແຕ່ຊ່ວຍໃຫ້ສຸຂະພາບດີ ແຕ່ຍັງຊ່ວຍໃຫ້ອາລົມດີນຳອີກ. ດັ່ງນັ້ນ ໃຫ້ຕັ້ງເປົ້າໝາຍຕາມທີ່ສະພາບຮ່າງກາຍຂອງເຈົ້າເຮັດໄດ້.
ຮຽນຮູ້ທີ່ຈະຮັບມືກັບຄຳເວົ້າຂອງຄົນອື່ນ. ຈະເປັນແນວໃດຖ້າບາງຄົນເວົ້າແບບບໍ່ຄິດເຖິງຄວາມຮູ້ສຶກຂອງເຈົ້າ? ຄຳພີໄບເບິນບອກວ່າ: “ຢ່າໄປໃສ່ໃຈທຸກຄຳທີ່ຄົນອື່ນເວົ້າ.” (ປັນຍາຈານ 7:21) ບາງເທື່ອວິທີທີ່ດີທີ່ສຸດກໍຄື ບໍ່ຕ້ອງສົນໃຈຄຳເວົ້ານັ້ນ. ຫຼືເຈົ້າອາດເວົ້າເຖິງສະພາບຂອງເຈົ້າກ່ອນ ເຊັ່ນ ຖ້າຄົນອື່ນເບິ່ງຄືອຶດອັດທີ່ເຫັນເຈົ້າຕ້ອງນັ່ງຢູ່ລໍ້ຍູ້ ກໍລອງເວົ້າໃຫ້ລາວສະບາຍໃຈເບິ່ງ. ເຈົ້າອາດເວົ້າວ່າ: “ເຈົ້າຄືຊິຢາກຮູ້ແມ່ນບໍວ່າເປັນຫຍັງຂ້ອຍຈຶ່ງຕ້ອງນັ່ງລໍ້ຍູ້?”
ຢ່າໝົດຫວັງ. ຕອນທີ່ພະເຢຊູຕ້ອງທົນທຸກທໍລະມານແສນສາຫັດ ເພິ່ນບໍ່ໄດ້ຄິດເຖິງແຕ່ຄວາມເຈັບປວດ ແຕ່ເພິ່ນອະທິດຖານ ໄວ້ວາງໃຈພະເຈົ້າ ແລະສົນໃຈໄປທີ່ອະນາຄົດທີ່ໜ້າຍິນດີ. (ເຮັບເຣີ 12:2) ພະເຢຊູຮຽນຮູ້ຈາກປະສົບການທີ່ຍາກລຳບາກຂອງເພິ່ນ. (ເຮັບເຣີ 4:15, 16; 5:7-9) ເພິ່ນຍອມຮັບຄວາມຊ່ວຍເຫຼືອແລະກຳລັງໃຈຈາກຄົນອື່ນ. (ລູກາ 22:43) ເພິ່ນຄິດເຖິງຜົນປະໂຫຍດຂອງຄົນອື່ນຫຼາຍກວ່າຄວາມສະບາຍຂອງໂຕເອງ.—ລູກາ 23:39-43; ໂຢຮັນ 19:26, 27
ພະເຢໂຫວາ ‘ເປັນຫ່ວງເຈົ້າ’
ບໍ່ວ່າເຈົ້າຈະເຈັບປ່ວຍຫຍັງ ຫຼືປ່ວຍໜັກສ່ຳໃດ ກໍຢ່າຄິດວ່າພະເຈົ້າບໍ່ສົນໃຈຫຼືເບິ່ງວ່າເຈົ້າບໍ່ມີຄ່າ. ກົງກັນຂ້າມ ພະເຢໂຫວາເບິ່ງວ່າຄົນທີ່ພະຍາຍາມເຮັດໃຫ້ເພິ່ນພໍໃຈເປັນຄົນທີ່ມີຄ່າຫຼາຍ. (ລູກາ 12:7) ‘ເພິ່ນເປັນຫ່ວງເຈົ້າ’ ເປັນສ່ວນໂຕ ແລະຢາກໃຫ້ເຈົ້າເຮັດວຽກຮັບໃຊ້ເພິ່ນເຖິງວ່າເຈົ້າຈະເຈັບປ່ວຍຫຼືພິການກໍຕາມ.—1 ເປໂຕ 5:7
ດັ່ງນັ້ນ ຖ້າເຈົ້າຢາກເຮັດຫຍັງກໍໃຫ້ເຮັດໂລດ ຢ່າຄິດແຕ່ຢ້ານຫຼືບໍ່ໝັ້ນໃຈ. ໃຫ້ໝາຍເພິ່ງພະເຢໂຫວາສະເໝີ. ເພິ່ນເຂົ້າໃຈຄວາມຮູ້ສຶກຂອງເຈົ້າແລະຮູ້ວ່າເຈົ້າຕ້ອງການຫຍັງ. ນອກຈາກນັ້ນ ເພິ່ນຍັງສາມາດໃຫ້ “ກຳລັງທີ່ຫຼາຍກວ່າປົກກະຕິ” ກັບເຈົ້າເພື່ອຊ່ວຍເຈົ້າໃຫ້ອົດທົນໄດ້. (2 ໂກຣິນໂທ 4:7) ເຈົ້າອາດຈະຄິດໃນແງ່ບວກຄືກັບທິໂມທີເຊິ່ງໄດ້ຮັບການກວດພົບວ່າເປັນໂລກອ່ອນເພຍຊຳເຮື້ອຕອນອາຍຸ 17 ປີ. ລາວບອກວ່າ: “ຕາມທີ່ບອກໃນ 1 ໂກຣິນໂທ 10:13 ພະເຢໂຫວາຈະບໍ່ປ່ອຍໃຫ້ເຮົາຖືກທົດສອບເກີນກວ່າທີ່ເຮົາຈະທົນໄດ້. ຂ້ອຍຈຶ່ງຄິດວ່າຖ້າພະເຈົ້າທີ່ເປັນຜູ້ສ້າງໝັ້ນໃຈວ່າຂ້ອຍຈະທົນຕໍ່ການທົດສອບນີ້ໄດ້ ຂ້ອຍກໍຕ້ອງທົນໄດ້. ຂ້ອຍຈະຮູ້ດີກວ່າເພິ່ນໄດ້ແນວໃດ?”
ຖ້າຄົນທີ່ເຈົ້າຮູ້ຈັກປ່ວຍ
ຖ້າເຈົ້າມີສຸຂະພາບແຂງແຮງດີ ແຕ່ຄົນທີ່ເຈົ້າຮູ້ຈັກປ່ວຍຫຼືພິການເດ ຈະເຮັດແນວໃດ? ເຈົ້າຈະຊ່ວຍຄົນນັ້ນໄດ້ແນວໃດ? ສິ່ງທີ່ສຳຄັນທີ່ສຸດຄືການສະແດງຄວາມ “ເຫັນອົກເຫັນໃຈກັນ” ແລະ “ອີ່ຕົນກັນ.” (1 ເປໂຕ 3:8) ໃຫ້ພະຍາຍາມເຂົ້າໃຈວ່າຄົນນັ້ນຕ້ອງທົນກັບເລື່ອງຫຍັງແດ່. ເບິ່ງບັນຫາແບບທີ່ລາວເບິ່ງ. ນີນ໋າເຊິ່ງເກີດມາພ້ອມກັບໂລກກະດູກສັນຫຼັງຜິດປົກກະຕິເລົ່າວ່າ: “ຍ້ອນຂ້ອຍໂຕນ້ອຍແລະຕ້ອງນັ່ງລໍ້ຍູ້ ບາງຄົນຈຶ່ງເວົ້າກັບຂ້ອຍຄືກັບວ່າຂ້ອຍຍັງເປັນເດັກນ້ອຍຢູ່ ຂ້ອຍເລີຍຮູ້ສຶກທໍ້ໃຈ. ແຕ່ຂ້ອຍມັກແທ້ໆທີ່ບາງຄົນພະຍາຍາມຫຍໍ້ໂຕລົງເພື່ອລົມກັບຂ້ອຍ.”
ທີ່ຈິງແລ້ວ ຄົນທີ່ເຈັບປ່ວຍກໍຮູ້ສຶກແບບດຽວກັບເຈົ້ານັ້ນແຫຼະຕ່າງແຕ່ວ່າເຂົ້າເຈົ້າມີບັນຫາສຸຂະພາບ. ເຈົ້າເວົ້າໃຫ້ກຳລັງໃຈເຂົາເຈົ້າໄດ້ຄືກັບທີ່ອັກຄະສາວົກໂປໂລບອກວ່າເປັນການໃຫ້ ‘ກຳລັງໃຈທີ່ມາຈາກພະເຈົ້າ.’ ເມື່ອເຮັດແບບນັ້ນ ເຈົ້າເອງກໍຈະໄດ້ຮັບປະໂຫຍດຄືກັນ ເພາະ “ພວກເຮົາຈະໄດ້ໃຫ້ກຳລັງໃຈກັນແລະກັນ.”—ໂຣມ 1:11, 12
ອ່ານເພີ່ມເຕີມກ່ຽວກັບຫົວຂໍ້ນີ້ໃນເຫຼັ້ມທີ 1 ບົດທີ 13
ຂໍ້ຄຳພີຫຼັກ
“ໃນຕອນນັ້ນ . . . ຈະບໍ່ມີໃຜເວົ້າວ່າ: ‘ຂ້ອຍບໍ່ສະບາຍ.’”—ເອຊາຢາ 33:23, 24
ຄຳແນະນຳ
ໃຫ້ສຶກສາຫາຄວາມຮູ້ກ່ຽວກັບໂລກພະຍາດທີ່ເຈົ້າເປັນ. ຖ້າເຈົ້າຍັງບໍ່ເຂົ້າໃຈ ເຈົ້າອາດຈະກັງວົນໄດ້. ດັ່ງນັ້ນ ຖ້າເລື່ອງໃດຍັງບໍ່ເຂົ້າໃຈຊັດເຈນ ກໍໃຫ້ຖາມໝໍທີ່ປິ່ນປົວເຈົ້າ.
ເຈົ້າຮູ້ບໍ . . . ?
ການທີ່ເຈົ້າເຈັບປ່ວຍຫຼືພິການບໍ່ແມ່ນການລົງໂທດຈາກພະເຈົ້າ. ແຕ່ຍ້ອນເຮົາທຸກຄົນໄດ້ຮັບຄວາມບໍ່ສົມບູນແບບທີ່ສືບທອດມາຈາກອາດາມ.—ໂຣມ 5:12
ແຜນພາກປະຕິບັດ!
ເຖິງວ່າຂ້ອຍຈະເຈັບປ່ວຍຫຼືພິການ ຂ້ອຍຈະຄິດໃນແງ່ບວກໄດ້ໂດຍ ․․․․․
ເປົ້າໝາຍຢ່າງໜຶ່ງທີ່ຂ້ອຍເຮັດໄດ້ແມ່ນ ․․․․․
ຖ້າມີຄົນເວົ້າບໍ່ດີກ່ຽວກັບອາການທີ່ຂ້ອຍເປັນ ຂ້ອຍຈະເບິ່ງຂ້າມເລື່ອງນີ້ໂດຍ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ແມ່ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດແນວໃດ?
● ເຈົ້າຈະໃຊ້ຄວາມຮູ້ໃນບົດນີ້ຊ່ວຍຄົນພິການຫຼືຄົນທີ່ເຈັບປ່ວຍຊຳເຮື້ອໄດ້ແນວໃດ?
● ຖ້າເຈົ້າເຈັບປ່ວຍຊຳເຮື້ອ ເຈົ້າຈະຄິດເຖິງສິ່ງດີໆຫຍັງແດ່ເພື່ອຊ່ວຍໃຫ້ຮັບມືກັບສະພາບຂອງເຈົ້າໄດ້?
● ເຈົ້າຮູ້ໄດ້ແນວໃດວ່າການທີ່ເຈົ້າເຈັບປ່ວຍບໍ່ໄດ້ສະແດງວ່າພະເຈົ້າບໍ່ພໍໃຈເຈົ້າ?
[ຂອບ/ຮູບພາບໜ້າ 75]
ດັດສ໌ຕິນ ອາຍຸ 22 ປີ
“ຂ້ອຍຈື່ໄດ້ວ່າຂ້ອຍຮ້ອງໄຫ້ໃນອ້ອມແຂນແມ່ເມື່ອຮູ້ວ່າຈະຕ້ອງນັ່ງລໍ້ຍູ້ໄປຕະຫຼອດຊີວິດ. ຕອນນັ້ນຂ້ອຍອາຍຸພຽງແຕ່ 8 ປີ.
ຂ້ອຍເປັນໂລກກ້າມເນື້ອເສື່ອມ. ຂ້ອຍແຕ່ງໂຕ ອາບນ້ຳ ແລະກິນເຂົ້າເອງບໍ່ໄດ້ ຕ້ອງມີຄົນຊ່ວຍຕະຫຼອດ. ພຽງແຕ່ຈະຍົກແຂນຂຶ້ນ ຂ້ອຍກໍຍັງເຮັດບໍ່ໄດ້ເລີຍ. ແຕ່ຂ້ອຍກໍບໍ່ໄດ້ຢູ່ລ້າໆ ມີຫຼາຍຢ່າງທີ່ເຮັດໃຫ້ຂ້ອຍມີຄວາມສຸກ. ຂ້ອຍອອກໄປປະກາດເປັນປະຈຳແລະເຮັດໜ້າທີ່ເປັນຜູ້ຊ່ວຍວຽກຮັບໃຊ້ໃນປະຊາຄົມ. ຖາມວ່າຂ້ອຍ ‘ລຳບາກ’ ບໍ? ບໍ່ເລີຍ. ຂ້ອຍມີຄວາມຫວັງສະເໝີແລະມີວຽກຫຼາຍຢ່າງທີ່ຂ້ອຍເຮັດໄດ້ເພື່ອຮັບໃຊ້ພະເຢໂຫວາ. ໃນໂລກໃໝ່ຂອງພະເຈົ້າ ຂ້ອຍຫວັງວ່າຂ້ອຍຈະ ‘ໂດດໄດ້ຄືກວາງ.’”—ເອຊາຢາ 35:6
[ຂອບ/ຮູບພາບໜ້າ 75]
ໂທໂມໂກະ ອາຍຸ 21 ປີ
“ຕອນທີ່ຂ້ອຍອາຍຸ 4 ປີ ໝໍບອກຂ້ອຍວ່າ: ‘ເຈົ້າຕ້ອງໄດ້ສັກອິນຊູລິນໄປຕະຫຼອດຊີວິດເດີ້.’
“ສຳລັບຄົນທີ່ເປັນໂລກເບົາຫວານ ການຄວບຄຸມລະດັບນ້ຳຕານໃນເລືອດເປັນເລື່ອງຍາກ. ບາງເທື່ອຂ້ອຍຢາກກິນ ແຕ່ກິນບໍ່ໄດ້ ແລະບາງເທື່ອກໍຕ້ອງກິນທັງໆທີ່ບໍ່ຢາກກິນ. ຂ້ອຍສັກອິນຊູລິນໄປແລ້ວປະມານ 25.000 ເຂັມ ທັງແຂນແລະຂາຂອງຂ້ອຍຈຶ່ງມີບາດແຜເຕັມໄປໝົດ. ພໍ່ແມ່ຂ້ອຍເບິ່ງໂລກໃນແງ່ດີແລະຍິ້ມແຍ້ມຢູ່ຕະຫຼອດ ນີ້ຊ່ວຍຂ້ອຍໃຫ້ຮັບມືກັບສະພາບການຂອງໂຕເອງໄດ້. ພໍ່ແມ່ຍັງຊ່ວຍຂ້ອຍໃຫ້ເຫັນວ່າສາຍສຳພັນກັບພະເຈົ້າເປັນສິ່ງສຳຄັນ. ພະເຢໂຫວາດີຕໍ່ຂ້ອຍສະເໝີ. ຕອນໃດທີ່ສຸຂະພາບຂອງຂ້ອຍດີຂຶ້ນ ຂ້ອຍກໍຈະຮັບໃຊ້ເຕັມເວລາເພື່ອສະແດງວ່າຂ້ອຍຂອບໃຈເພິ່ນ.”
[ຂອບ/ຮູບພາບໜ້າ 76]
ເຈມສ໌ ອາຍຸ 18 ປີ
“ຜູ້ຄົນບໍ່ຮູ້ວ່າຈະປະຕິບັດກັບຂ້ອຍແນວໃດເພາະຂ້ອຍບໍ່ຄືຄົນອື່ນ.
ຂ້ອຍເປັນໂລກຄົນແຄະຊະນິດທີ່ບໍ່ຄ່ອຍມີໃຜເປັນ. ຄົນເຮົາມັກຕັດສິນຄົນອື່ນຈາກຮູບຮ່າງພາຍນອກ. ຍ້ອນວ່າຂ້ອຍໂຕນ້ອຍ ຫຼາຍຄົນຈຶ່ງຄິດວ່າຂ້ອຍເປັນເດັກນ້ອຍທີ່ມີສຽງໃຫຍ່ ດັ່ງນັ້ນ ຂ້ອຍຈຶ່ງມັກຈະພະຍາຍາມພິສູດວ່າຂ້ອຍບໍ່ແມ່ນເດັກນ້ອຍ. ເຖິງຈະບໍ່ຄືຄົນອື່ນ ແຕ່ຂ້ອຍກໍບໍ່ຄິດຫຼາຍ ຍ້ອນຂ້ອຍຮູ້ວ່າໂຕເອງກໍມີດີຄືກັນ. ຊີວິດຂ້ອຍມີຄວາມສຸກດີ. ຂ້ອຍສຶກສາຄຳພີໄບເບິນແລະອະທິດຖານຂໍກຳລັງຈາກພະເຢໂຫວາ. ຄອບຄົວກໍໃຫ້ກຳລັງໃຈຂ້ອຍຢູ່ສະເໝີ. ຂ້ອຍລໍຖ້າເວລາທີ່ພະເຈົ້າຈະກຳຈັດຄວາມເຈັບປ່ວຍທັງໝົດອອກໄປ. ເຖິງຕອນນີ້ ຂ້ອຍຈະບໍ່ຄືຄົນອື່ນ ແຕ່ຂ້ອຍກໍບໍ່ຍອມໃຫ້ເລື່ອງນັ້ນມາທຳລາຍຄວາມສຸກໃນຊີວິດຂ້ອຍ.”
[ຂອບ/ຮູບພາບໜ້າ 76]
ດານິເທຣຍ ອາຍຸ 16 ປີ
“ຕອນທີ່ຂ້ອຍຍົກຈອກນ້ຳຂຶ້ນມາແລ້ວຮູ້ສຶກເຈັບປວດຫຼາຍ ຂ້ອຍຮູ້ເລີຍວ່າຕ້ອງມີຫຍັງຜິດປົກກະຕິແທ້ໆລະ.
ການເປັນໂລກປວດກ້າມເນື້ອຊຳເຮື້ອເຮັດໃຫ້ຂ້ອຍລຳບາກແລະເຈັບປວດຫຼາຍແທ້ໆ. ຂ້ອຍຢາກຈະເຮັດທຸກຢ່າງຄືກັບໄວລຸ້ນຄົນອື່ນໆ ແຕ່ກໍເຮັດບໍ່ໄດ້ຄືແຕ່ກ່ອນ. ຂະໜາດນອນຫຼັບຊື່ໆກໍຍັງຍາກ! ຍ້ອນພະເຢໂຫວາຊ່ວຍ ຂ້ອຍຈຶ່ງເຮັດສິ່ງຕ່າງໆໄດ້. ຂ້ອຍເຄີຍເປັນໄພໂອເນຍສົມທົບໄດ້ດ້ວຍຊ້ຳ. ມັນຍາກແທ້ໆແຕ່ຂ້ອຍກໍເຮັດໄດ້. ຕອນນີ້ຂ້ອຍພະຍາຍາມເຮັດໃຫ້ດີທີ່ສຸດເທົ່າທີ່ເຮັດໄດ້. ຂ້ອຍຕ້ອງໝັ່ນສັງເກດເບິ່ງໂຕເອງແລະບໍ່ເຮັດເກີນຂີດຈຳກັດຂອງຂ້ອຍ. ຖ້າຂ້ອຍລືມ ແມ່ກໍຈະເຕືອນຂ້ອຍສະເໝີ!”
[ຂອບ/ຮູບພາບໜ້າ 77]
ເອລີເຊຍ ອາຍຸ 20 ປີ
“ຕອນທີ່ຮຽນໜັງສື ຂ້ອຍເຄີຍໄດ້ຄະແນນດີຫຼາຍ. ແຕ່ຕອນນີ້ຈະອ່ານປະໂຫຍກງ່າຍໆກໍຍັງຍາກແລ້ວ ບາງເທື່ອຂ້ອຍເລີຍຮູ້ສຶກທໍ້ໃຈ.
ໂລກອ່ອນເພຍຊຳເຮື້ອເຮັດໃຫ້ກິດຈະກຳງ່າຍໆກາຍເປັນເລື່ອງຍາກ. ບາງເທື່ອແມ່ນແຕ່ຈະລຸກຈາກຕຽງຂ້ອຍກໍຍັງເຮັດບໍ່ໄດ້. ເຖິງຈະເປັນແນວນັ້ນ ຂ້ອຍກໍບໍ່ເຄີຍຍອມໃຫ້ມັນມາຄວບຄຸມຊີວິດຂອງຂ້ອຍ. ຂ້ອຍອ່ານຄຳພີໄບເບິນທຸກມື້ ເຖິງວ່າຈະອ່ານໄດ້ພຽງບໍ່ເທົ່າໃດຂໍ້ຫຼືຕ້ອງໃຫ້ຄົນໃນຄອບຄົວມາອ່ານໃຫ້ຟັງກໍຕາມ. ຂ້ອຍຮູ້ສຶກຂອບໃຈຄອບຄົວຂອງຂ້ອຍຫຼາຍແທ້ໆ. ພໍ່ເຖິງຂັ້ນຍອມສະລະສິດທິພິເສດໃນການປະຊຸມພາກເພື່ອຈະຊ່ວຍຂ້ອຍໃຫ້ເຂົ້າຮ່ວມການປະຊຸມໄດ້. ລາວບໍ່ເຄີຍຈົ່ມຈັກຄຳ. ລາວບອກວ່າການເບິ່ງແຍງຄອບຄົວນີ້ແຫຼະເປັນສິດທິພິເສດທີ່ຍິ່ງໃຫຍ່.”
[ຂອບ/ຮູບພາບໜ້າ 77]
ຄັດສຶໂຕຊິ ອາຍຸ 20 ປີ
“ຢູ່ດີໆຂ້ອຍກໍຕົກໃຈເອົາແທ້ເອົາວ່າ ຂ້ອຍຮ້ອງແລ້ວກໍຊັກ ເຖິງຂັ້ນດຶກແລະທຳລາຍສິ່ງຂອງຕ່າງໆທີ່ຢູ່ອ້ອມຂ້າງ.
ຂ້ອຍເປັນພະຍາດບ້າໝູຕັ້ງແຕ່ອາຍຸ 5 ປີ. ຂ້ອຍຊັກເຈັດເທື່ອຕໍ່ເດືອນ. ຂ້ອຍຕ້ອງກິນຢາທຸກມື້ ຈຶ່ງເຮັດໃຫ້ຂ້ອຍເມື່ອຍງ່າຍ. ແຕ່ຂ້ອຍພະຍາຍາມຄິດເຖິງຄົນອື່ນ ບໍ່ແມ່ນແຕ່ໂຕຂ້ອຍເອງ. ໃນປະຊາຄົມຂອງຂ້ອຍ ມີພີ່ນ້ອງຊາຍສອງຄົນທີ່ອາຍຸສ່ຳຂ້ອຍແລະຮັບໃຊ້ເຕັມເວລາ ເຂົາເຈົ້າຊ່ວຍຂ້ອຍໄດ້ຫຼາຍອີ່ຫຼີ. ເມື່ອຂ້ອຍຮຽນຈົບ ຂ້ອຍກໍຮັບໃຊ້ຫຼາຍຂຶ້ນ. ຂ້ອຍຕ້ອງຕໍ່ສູ້ກັບພະຍາດບ້າໝູທຸກມື້. ຖ້າມື້ໃດຂ້ອຍຮູ້ສຶກເສົ້າ ຂ້ອຍກໍຈະພັກຜ່ອນເພື່ອມື້ຕໍ່ໄປຈະຮູ້ສຶກດີຂຶ້ນ.”
[ຂອບ/ຮູບພາບໜ້າ 78]
ແມັດທິວ ອາຍຸ 19 ປີ
“ຖ້າໝູ່ຄິດວ່າເຈົ້າບໍ່ ‘ປົກກະຕິ’ ລາວກໍຈະບໍ່ຄ່ອຍໃຫ້ກຽດເຈົ້າ.
ຂ້ອຍຢາກຫຼິ້ນກິລາ ແຕ່ເຮັດບໍ່ໄດ້. ຂ້ອຍເປັນໂລກສະໝອງພິການ ແລະແມ່ນແຕ່ຍ່າງກໍຍັງລຳບາກ. ຂ້ອຍຈະບໍ່ຄິດເຖິງສິ່ງທີ່ຂ້ອຍເຮັດບໍ່ໄດ້ ແຕ່ຂ້ອຍຈະສົນໃຈສິ່ງທີ່ຂ້ອຍເຮັດໄດ້ ເຊັ່ນ ການອ່ານປຶ້ມ. ຂ້ອຍມັກໄປຫໍປະຊຸມເພາະບໍ່ມີໃຜດູຖູກຂ້ອຍ. ຂ້ອຍດີໃຈທີ່ຮູ້ວ່າພະເຢໂຫວາບໍ່ໄດ້ເບິ່ງທີ່ພາຍນອກ ແຕ່ເພິ່ນຮັກໂຕຕົນທີ່ແທ້ຈິງຂອງຂ້ອຍ. ຂ້ອຍບໍ່ເຄີຍເບິ່ງວ່າໂຕເອງເປັນຄົນພິການພຽງແຕ່ຄິດວ່າຕ້ອງເອົາຊະນະອຸປະສັກຫຼາຍກວ່າຄົນອື່ນ.”
[ຂອບ/ຮູບພາບໜ້າ 78]
ມິກິ ອາຍຸ 25 ປີ
“ຂ້ອຍເຄີຍຫຼິ້ນກິລາໄດ້. ແຕ່ຢູ່ດີໆຂ້ອຍກໍຮູ້ສຶກຄືກັບວ່າໂຕເອງເຖົ້າລົງທັນທີທັງໆທີ່ຍັງເປັນໄວລຸ້ນຢູ່ເລີຍ.
ຕອນຂ້ອຍເກີດມາ ຫົວໃຈຂ້ອຍມີຮູເຊິ່ງກໍຄືເປັນພະຍາດຫົວໃຈຮົ່ວ. ອາການນີ້ເລີ່ມເກີດຂຶ້ນຕອນຂ້ອຍເປັນໄວລຸ້ນ. ຂ້ອຍເຂົ້າຮັບການຜ່າຕັດໄປແລ້ວ ແຕ່ຫົກປີຕໍ່ມາຂ້ອຍກໍຍັງເມື່ອຍງ່າຍຢູ່ແລະປວດຫົວເປັນປະຈຳ. ດັ່ງນັ້ນ ຂ້ອຍຈຶ່ງຕັ້ງເປົ້າໝາຍໄລຍະສັ້ນທີ່ຂ້ອຍສາມາດເຮັດໄດ້. ຕົວຢ່າງເຊັ່ນ ຮັບໃຊ້ເປັນຜູ້ປະກາດເຕັມເວລາ ເຊິ່ງສ່ວນຫຼາຍຂ້ອຍປະກາດໂດຍການຂຽນຈົດໝາຍແລະໂທລະສັບໃຫ້ຄຳພະຍານ. ນອກຈາກນັ້ນ ຄວາມເຈັບປ່ວຍຍັງຊ່ວຍໃຫ້ຂ້ອຍມີຄຸນລັກສະນະທີ່ຂ້ອຍຍັງຂາດຢູ່ເຊັ່ນ ຄວາມອົດທົນແລະຄວາມຖ່ອມ.”
[ຮູບພາບໜ້າ 74]
ບັນຫາສຸຂະພາບຊຳເຮື້ອອາດເຮັດໃຫ້ເຈົ້າຮູ້ສຶກຄືກັບຖືກຂັງຄຸກ ແຕ່ຄຳພີໄບເບິນໃຫ້ຄວາມຫວັງວ່າເຈົ້າຈະອອກມາໄດ້