ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມສ ຄຳຖາມ 2 ໜ້າ 6-8
  • ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ກັງວົນ​ກ່ຽວ​ກັບ​ຮູບ​ຮ່າງ​ໜ້າ​ຕາ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ກັງວົນ​ກ່ຽວ​ກັບ​ຮູບ​ຮ່າງ​ໜ້າ​ຕາ?
  • ຄຳຕອບຂອງ 10 ຄຳຖາມທີ່ໜຸ່ມສາວຖາມ
  • ເລື່ອງທີ່ຄ້າຍກັນ
  • ຈະ​ເປັນ​ແນວ​ໃດ​ຖ້າ​ຂ້ອຍ​ບໍ່​ມັກ​ຮູບ​ຮ່າງ​ໜ້າ​ຕາ​ໂຕເອງ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
ຄຳຕອບຂອງ 10 ຄຳຖາມທີ່ໜຸ່ມສາວຖາມ
ຄມສ ຄຳຖາມ 2 ໜ້າ 6-8
ຜູ້​ຍິງ​ໄວໜຸ່ມ​ກຳລັງ​ເບິ່ງ​ປຶ້ມ​ວາລະສານ​ແຟຊັນ

ຄຳຖາມ​ທີ 2

ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ກັງວົນ​ກ່ຽວ​ກັບ​ຮູບ​ຮ່າງ​ໜ້າ​ຕາ?

ເປັນ​ຫຍັງ​ຈຶ່ງ​ສຳຄັນ?

ເພາະ​ມີ​ບາງ​ສິ່ງ​ສຳຄັນ​ກວ່າ​ສິ່ງ​ທີ່​ເຈົ້າ​ເຫັນ​ຢູ່​ໃນ​ແວ່ນ.

ເຈົ້າ ຈະ​ເຮັດ​ແນວ​ໃດ?

ໃຫ້​ນຶກ​ພາບ​ເຫດການ​ນີ້: ເມື່ອ​ຈູເລຍ​ແຍງ​ແວ່ນ ລາວ​ກໍ​ເຫັນ​ແຕ່​ຄວາມ​ຕຸ້ຍ​ຂອງ​ຕົວ​ເອງ​ແລະ​ເວົ້າ​ວ່າ: “ຂ້ອຍ​ຕ້ອງ​ລົດ​ນ້ຳ​ໜັກ” ແຕ່​ພໍ່​ແມ່​ແລະ​ໝູ່​ບອກ​ຈູເລຍ​ວ່າ ລາວ​ຈ່ອຍ​ຄື “ໄມ້​ຈີ້ມ​ແຂ້ວ.”

ເມື່ອ​ບໍ່​ດົນ​ມາ​ນີ້ ຈູເລຍ​ຄິດ​ວ່າ​ຈະ​ລົດ​ນ້ຳ​ໜັກ​ໃຫ້​ໄດ້ “2-3 ກິໂລ.” ສິ່ງ​ທີ່​ລາວ​ຈະ​ເຮັດ​ກໍ​ຄື​ອົດ​ເຂົ້າ​ຈັກ 2-3 ມື້ . . .

ຖ້າ​ເຈົ້າ​ຮູ້ສຶກ​ຄື​ກັບ​ຈູເລຍ ເຈົ້າ​ຈະ​ເຮັດ​ແນວ​ໃດ?

ຢຸດ​ແລະ​ຄິດ!

ຜູ້​ຍິງ​ໄວໜຸ່ມ​ແຍງ​ແວ່ນ ແລະ​ເຫັນ​ພາບ​ທີ່​ບິດ​ບ້ຽວ​ໄປ​ເປັນ​ພາບ​ຕົວ​ເອງ​ຕຸ້ຍ

ເມື່ອ​ແຍງ​ແວ່ນ​ທີ່​ລວງ​ຕາ ພາບ​ທີ່​ເຫັນ​ຈະ​ບິດ​ບ້ຽວ​ໄປ

ບໍ່​ຜິດ​ທີ່​ຈະ​ກັງວົນ​ກ່ຽວ​ກັບ​ຮູບ​ຮ່າງ​ໜ້າ​ຕາ​ຕົວ​ເອງ. ຄຳພີ​ໄບເບິນ​ເວົ້າ​ເຖິງ​ຊາຍ​ຍິງ​ຫຼາຍ​ຄົນ​ທີ່​ມີ​ຮູບ​ຮ່າງ​ໜ້າ​ຕາ​ດີ ເຊັ່ນ: ຊາລາ ລາເຊນ ອາບີຄາລີ ໂຢເຊບ ແລະ​ດາວິດ. ຄຳພີ​ໄບເບິນ​ຍັງ​ເວົ້າ​ອີກ​ວ່າ​ອາບີຊາກ​ເປັນ​ຜູ້​ຍິງ​ທີ່ “ງາມ​ເຫຼືອ​ເກີນ.”—1 ກະສັດ 1:4

ແຕ່​ໄວໜຸ່ມ​ຫຼາຍ​ຄົນ​ເປັນ​ຫ່ວງ​ເລື່ອງ​ຮູບ​ຮ່າງ​ໜ້າ​ຕາ​ຕົວ​ເອງ. ເລື່ອງ​ນີ້​ສາມາດ​ກາຍ​ເປັນ​ບັນຫາ​ທີ່​ຮ້າຍແຮງ​ໄດ້. ຂໍ​ໃຫ້​ພິຈາລະນາ​ເບິ່ງ:

  • ຈາກ​ການ​ສຳຫຼວດ​ຢູ່​ປະເທດ​ອາເມລິກາ ຍິງ​ສາວ 58% ຄິດ​ວ່າ​ຕົວ​ເອງ​ຕຸ້ຍ​ຫຼາຍ ແຕ່​ທີ່​ຈິງ​ມີ​ພຽງ 17% ທີ່​ເປັນ​ແບບ​ນັ້ນ.

  • ຈາກ​ການ​ສຳຫຼວດ​ໜຶ່ງ​ອີກ​ຢູ່​ປະເທດ​ອາເມລິກາ ຜູ້​ຍິງ 45% ທີ່​ຄິດ​ວ່າ​ຕົວ​ເອງ​ຕຸ້ຍ​ຫຼາຍ ແຕ່​ທີ່​ຈິງ​ເຂົາ​ເຈົ້າ​ມີ​ນ້ຳ​ໜັກ​ຕ່ຳ​ກວ່າ​ມາດຕະຖານ!

  • ເມື່ອ​ພະຍາຍາມ​ລົດ​ນ້ຳ​ໜັກ ໄວໜຸ່ມ​ບາງ​ຄົນ​ກາຍ​ເປັນ​ພະຍາດ​ອະໂນເຣກເຊຍ (Anorexia) ຫຼື​ມີ​ອາການ​ຜິດ​ປົກກະຕິ​ດ້ານ​ການ​ກິນ ເຊິ່ງ​ຈະ​ກິນ​ເຂົ້າ​ໜ້ອຍ​ຈົນ​ເຮັດ​ໃຫ້​ເຖິງ​ຕາຍ​ໄດ້.

ຖ້າ​ເຈົ້າ​ມີ​ອາການ​ແບບ​ນີ້​ຫຼື​ມີ​ຄວາມ​ຜິດ​ປົກກະຕິ​ຢ່າງ​ອື່ນ​ໃນ​ດ້ານ​ການ​ກິນ ເຈົ້າ​ຕ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ. ໃຫ້​ບອກ​ພໍ່​ແມ່​ຫຼື​ຜູ້​ໃຫຍ່​ຄົນ​ອື່ນໆທີ່​ເຈົ້າ​ໄວ້​ໃຈ​ໄດ້. ຄຳພີ​ໄບເບິນ​ບອກ​ວ່າ: ‘ສ່ຽວ​ຮັກ​ຢູ່​ທຸກ​ເວລາ​ແລະ​ເປັນ​ເໝືອນ​ອ້າຍ​ນ້ອງ​ໄດ້​ເກີດ​ມາ​ເພື່ອ​ຈະ​ຊ່ອຍ​ໃນ​ເວລາ​ຂັດສົນ​ຫຼາຍ.’—ສຸພາສິດ 17:17

ວິທີ​ປ່ຽນ​ຮູບ​ຮ່າງ​ໜ້າ​ຕາ​ທີ່​ດີ​ທີ່​ສຸດ!

ຄວາມ​ຈິງ​ແລ້ວ​ຄົນ​ເຮົາ​ຈະ​ງາມ​ຫຼື​ບໍ່​ກໍ​ຂຶ້ນ​ຢູ່​ກັບ​ນິດໄສ​ໃຈ​ຄໍ. ໃຫ້​ເບິ່ງ​ຕົວຢ່າງ​ຂອງ​ອາບຊາໂລມ​ລູກ​ຊາຍ​ຂອງ​ກະສັດ​ດາວິດ. ຄຳພີ​ໄບເບິນ​ບອກ​ວ່າ:

‘ບໍ່​ມີ​ຄົນ​ໃດ​ທີ່​ມີ​ຊື່ສຽງ​ເປັນ​ຄົນ​ຮູບ​ງາມ​ທໍ່​ກັບ​ທ້າວ​ອາບຊາໂລມ . . . ບໍ່​ມີ​ບ່ອນ​ຕິຕຽນ​ໄດ້.’—2 ຊາເມືອນ 14:25

ແຕ່​ລາວ​ເປັນ​ຄົນ​ຍິ່ງ​ຈອງຫອງ ມັກ​ໃຫຍ່​ໃຝ່​ສູງ ແລະ​ທໍລະຍົດ. ດັ່ງ​ນັ້ນ ຄຳພີ​ໄບເບິນ​ຈຶ່ງ​ເວົ້າ​ເຖິງ​ລາວ​ວ່າ​ເປັນ​ຄົນ​ຊົ່ວ ບໍ່​ສັດ​ຊື່ ແລະ​ກຽດ​ຊັງ​ຄົນ​ອື່ນ​ຈົນ​ລົງ​ມື​ຂ້າ.

ດ້ວຍ​ເຫດ​ນີ້ ຄຳພີ​ໄບເບິນ​ຈຶ່ງ​ໃຫ້​ຄຳ​ແນະນຳ​ນີ້​ກັບ​ເຮົາ:

“ປູກ​ຝັງ​ລັກສະນະ​ນິດໄສ​ໃໝ່.”—ໂກໂລດ 3:10, ລ.ມ.

“ການ​ຕົກແຕ່ງ​ຕົວ​ນັ້ນ ຢ່າ​ໃຫ້​ສວຍ​ງາມ​ແຕ່​ພາຍ​ນອກ . . . ແຕ່​ໃຫ້​ຄວາມ​ງາມ​ຂອງ​ເຈົ້າ​ປະກອບ​ດ້ວຍ​ການ​ປະດັບ​ທີ່​ມີ​ຢູ່​ພາຍ​ໃນ.”—1 ເປໂຕ 3:3, 4, ທ.ປ.

ການ​ຢາກ​ມີ​ຮູບ​ຮ່າງ​ໜ້າ​ຕາ​ດີ​ບໍ່​ແມ່ນ​ເລື່ອງ​ຜິດ ແຕ່​ສິ່ງ​ທີ່​ສຳຄັນ​ກວ່າ​ແມ່ນ​ນິດໄສ​ໃຈ​ຄໍ. ໃນ​ຄວາມ​ເປັນ​ຈິງ ການ​ມີ​ຄຸນ​ລັກສະນະ​ທີ່​ໜ້າ​ຍົກ​ຍ່ອງ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ມັກ​ເຈົ້າ​ຫຼາຍ​ກວ່າ​ການ​ມີ​ຮ່າງກາຍ​ທີ່​ແຂງແຮງ​ຫຼື​ຮູບ​ຮ່າງ​ທີ່​ງາມ! ຟິລີເຊຍ​ເວົ້າ​ວ່າ: “ຜູ້​ຄົນ​ມັກ​ສັງເກດ​ເຫັນ​ຄວາມ​ງາມ​ໄດ້​ທັນທີ ແຕ່​ສິ່ງ​ທີ່​ເຂົາ​ເຈົ້າ​ຈະ​ຈື່​ຈຳ​ກໍ​ຄື​ນິດໄສ​ໃຈ​ຄໍ​ແລະ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ຄົນ​ນັ້ນ.”

ການ​ພິຈາລະນາ​ເບິ່ງ​ຮູບ​ຮ່າງ​ໜ້າ​ຕາ

ເຈົ້າ​ບໍ່​ມັກ​ຮູບ​ຮ່າງ​ໜ້າ​ຕາ​ຂອງ​ຕົວ​ເອງ​ບໍ?

ເຈົ້າ​ເຄີຍ​ຄິດ​ຈະ​ແກ້ໄຂ​ຂໍ້​ບົກ​ພ່ອງ​ເຫຼົ່າ​ນັ້ນ​ດ້ວຍ​ການ​ອົດ​ເຂົ້າ​ຫຼື​ເຮັດ​ສັນ​ຍະ​ກຳ​ບໍ?

ຖ້າ​ເຮັດ​ໄດ້ ເຈົ້າ​ຢາກ​ແກ້ໄຂ​ສ່ວນ​ໃດ​ຂອງ​ຮ່າງກາຍ? (ໃຫ້​ໝາຍ​ວົງ​ມົນ​ໃສ່​ຂໍ້​ນັ້ນ)

  • ຄວາມ​ສູງ

  • ນ້ຳ​ໜັກ

  • ຜົມ

  • ຮູບ​ຮ່າງ

  • ໃບ​ໜ້າ

  • ສີ​ຜິວ

ຖ້າ​ເຈົ້າ​ຕອບ​ວ່າ​ແມ່ນ​ສຳລັບ​ຄຳຖາມ​ສອງ​ຂໍ້​ທຳອິດ​ແລະ​ໃນ​ຂໍ້​ສາມ​ເຈົ້າ​ໝາຍ​ວົງ​ມົນ​ຫຼາຍ​ກວ່າ​ສາມ​ຢ່າງ ເຈົ້າ​ອາດ​ຄິດ​ວ່າ​ຕົວ​ເອງ​ຂີ້​ຮ້າຍ ແຕ່​ຄົນ​ອື່ນ​ບໍ່​ໄດ້​ຄິດ​ແບບ​ນັ້ນ. ເຈົ້າ​ອາດ​ຄິດ​ຫຼາຍ​ເກີນ​ໄປ​ກ່ຽວ​ກັບ​ຮູບ​ຮ່າງ​ໜ້າ​ຕາ​ຂອງ​ຕົວ​ເອງ.—1 ຊາເມືອນ 16:7

ແຜນ​ພາກ​ປະຕິບັດ

  • ຂ້ອຍ​ຈະ​ເບິ່ງ​ແຍງ​ສຸຂະພາບ​ໃຫ້​ດີ​ຂຶ້ນ​ໄດ້ແນວໃດ?

  • ການ​ອອກ​ກຳລັງ​ກາຍ​ອັນໃດທີ່​ເໝາະ​ກັບ​ຂ້ອຍ?​

  • ຖ້າ​ໝູ່​ລັກ​ບອກ​ຂ້ອຍ​ວ່າ​ລາວ​ກຳລັງ​ເຄັ່ງ​ຄັດ​ກັບ​ຕົວ​ເອງ​ເພື່ອ​ລົດ​ນ້ຳ​ໜັກ ຂ້ອຍ​ຈະເຮັດແນວໃດ?

ເບິ່ງ​ເພີ່ມ​ເຕີມ!

ໝູ່​ເພື່ອນ​ຂອງ​ເຈົ້າ​ເວົ້າ​ແນວ​ໃດ​ໃນ​ເລື່ອງ​ຮູບ​ຮ່າງ​ໜ້າ​ຕາ

ເບິ່ງ​ວິດີໂອ​ເພື່ອນ​ຂອງ​ເຈົ້າ​ຄິດ​ຢ່າງ​ໃດ—ຮູບ​ຮ່າງ​ໜ້າ​ຕາ ໃນ www.jw.org/th (ເບິ່ງ​ຫົວ​ຂໍ້​ຄຳ​ສອນ​ຂອງ​ຄຳພີ​ໄບເບິນ > ໄວລຸ້ນ)

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌