ຕອນ 6
ບັນຫາກັບພໍ່ແມ່
ພໍ່ແມ່ເຄີຍເປັນໄວລຸ້ນມາກ່ອນ. ເຂົາເຈົ້າໄດ້ຜ່ານມາໝົດແລ້ວບໍ່ວ່າຈະເປັນການປ່ຽນແປງທາງຮ່າງກາຍຫຼືອາລົມ. ພໍ່ແມ່ຈຶ່ງເໝາະສົມທີ່ສຸດທີ່ຈະຊ່ວຍເຈົ້າໃຫ້ຜ່ານຊ່ວງໄວລຸ້ນໄປໄດ້. ແຕ່ບາງເທື່ອແທນທີ່ຈະຊ່ວຍ ພໍ່ແມ່ພັດອາດສ້າງບັນຫາໃຫ້ເຈົ້າ. ຕົວຢ່າງເຊັ່ນ:
□ ພໍ່ແມ່ມັກຕິຂ້ອຍຕະຫຼອດ.
□ ພໍ່ຫຼືແມ່ຕິດເຫຼົ້າຫຼືຕິດຢາເສບຕິດ.
□ ພໍ່ແມ່ມັກຈະຜິດຖຽງກັນເປັນປະຈຳ.
□ ພໍ່ແມ່ແຍກທາງກັນ.
ບົດທີ 21-25 ຈະຊ່ວຍເຈົ້າໃຫ້ຈັດການກັບບັນຫາເຫຼົ່ານີ້ແລະບັນຫາອື່ນໆ.
[ຮູບພາບເຕັມໜ້າ 172, 173]