ບົດທີ 23
ຖ້າພໍ່ແມ່ຕິດເຫຼົ້າຕິດຢາຈະເຮັດແນວໃດ?
“ພໍ່ບອກວ່າຈະໄປແປງລົດຕູ້ ແຕ່ກໍຫາຍໄປໝົດມື້. ແມ່ພະຍາຍາມໂທຫາ ແຕ່ລາວກໍບໍ່ຮັບໂທລະສັບ. ຈາກນັ້ນ ຂ້ອຍສັງເກດເຫັນວ່າແມ່ເບິ່ງຄືກັງວົນຫຼາຍຍ້ອນເປັນຫ່ວງພໍ່. ແມ່ບອກວ່າ ‘ດຽວແມ່ຈະອອກໄປຊອກຫາພໍ່ເດີ້.’
“ຈາກນັ້ນ ແມ່ກໍກັບມາຄົນດຽວ. ຂ້ອຍຖາມວ່າ ‘ບໍ່ເຈິພໍ່ແມ່ນບໍ?’ ແມ່ຕອບວ່າ ‘ແມ່ນ.’’
“ຕອນນັ້ນຂ້ອຍເລີຍຮູ້ວ່າພໍ່ກັບໄປຕິດຢາອີກແລ້ວ. ຊົ່ວພໍ່ຊິກັບມາເຮືອນ ຂ້ອຍກັບແມ່ກໍເປັນຫ່ວງເອົາແທ້ເອົາວ່າ. ເຊົ້າມື້ຕໍ່ມາຂ້ອຍສະແດງທ່າທາງບໍ່ພໍໃຈແລະເຮັດເປັນບໍ່ສົນໃຈພໍ່ໝົດມື້ ແລ້ວຂ້ອຍກໍຮູ້ສຶກບໍ່ດີທີ່ເຮັດແບບນັ້ນ.’—ຄາເຣັນ ອາຍຸ 14 ປີ
ໜຸ່ມສາວຫຼາຍລ້ານຄົນຕ້ອງອົດທົນກັບພໍ່ແມ່ທີ່ຕິດເຫຼົ້າຕິດຢາ. ຖ້າພໍ່ຫຼືແມ່ຂອງເຈົ້າເປັນທາດຂອງຢາເສບຕິດຫຼືສິ່ງມຶນເມົາ ລາວອາດຈະເຮັດໃຫ້ເຈົ້າອັບອາຍ ກັງວົນ ແລະເຖິງຂັ້ນລະບາຍອາລົມໃສ່ເຈົ້າ.
ຕົວຢ່າງເຊັ່ນ ພໍ່ຂອງແມຣີ້ທີ່ເບິ່ງຄືຈະໃຈດີເມື່ອຢູ່ຕໍ່ໜ້າຄົນອື່ນ. ແຕ່ບໍ່ມີໃຜຮູ້ວ່າລາວຕິດເຫຼົ້າ ລາວມັກຈະດ່າແລະທຳຮ້າຍຄົນໃນຄອບຄົວຕອນທີ່ຢູ່ເຮືອນ. ແມຣີ້ເລົ່າດ້ວຍຄວາມທຸກໃຈວ່າ: “ຜູ້ໃດກໍມັກບອກເຮົາວ່າ ‘ມັນດີຫຼາຍສ່ຳໃດທີ່ພວກເຈົ້າມີພໍ່ດີຂະໜາດນີ້.’”a
ຖ້າພໍ່ຫຼືແມ່ຂອງເຈົ້າຕິດເຫຼົ້າຫຼືຕິດຢາ ເຈົ້າຈະຮັບມືແນວໃດ?
ເຂົ້າໃຈສາເຫດທີ່ຕິດ
ກ່ອນອື່ນ ໃຫ້ພະຍາຍາມເຂົ້າໃຈບັນຫາຂອງພໍ່ແມ່. ສຸພາສິດ 1:5 ບອກວ່າ: “ຄົນຮູ້ຈັກຄິດກໍມັກຮັບເອົາຄຳແນະນຳ.” ດັ່ງນັ້ນ ມັນຈຶ່ງດີທີ່ເຈົ້າຈະຮູ້ວ່າການເສບຕິດແມ່ນຫຍັງ ຄົນແບບໃດທີ່ຕິດ ແລະເປັນຫຍັງຈຶ່ງຕິດ.
ຕົວຢ່າງເຊັ່ນ ຄົນຕິດເຫຼົ້າບໍ່ແມ່ນຄົນທີ່ກິນເຫຼົ້າຫຼາຍເປັນບາງເທື່ອ ແຕ່ແມ່ນຄົນທີ່ກິນເປັນປະຈຳແລະຢຸດບໍ່ໄດ້.b ລາວຖືກເຫຼົ້າຄອບງຳ. ເມື່ອລາວເລີ່ມກິນແລ້ວ ເຖິງຈະຢາກຢຸດແຕ່ລາວກໍຢຸດບໍ່ໄດ້. ການຕິດເຫຼົ້າເຮັດໃຫ້ຄອບຄົວມີບັນຫາ ສົ່ງຜົນກະທົບຕໍ່ວຽກ ແລະສຸຂະພາບຂອງລາວນຳ.
ເຖິງວ່າບາງຄົນອາດມີແນວໂນ້ມທີ່ຈະຕິດເຫຼົ້າໄດ້ງ່າຍກວ່າຄົນອື່ນ ແຕ່ບັນຫາທາງອາລົມກໍມີສ່ວນເຮັດໃຫ້ຄົນເຮົາຕິດເຫຼົ້າໄດ້. ຄົນທີ່ຕິດເຫຼົ້າສ່ວນຫຼາຍມັກເບິ່ງໂຕເອງໃນແງ່ລົບ. (ສຸພາສິດ 14:13) ທີ່ຈິງ ບາງຄົນໃຫຍ່ມາໃນຄອບຄົວທີ່ພໍ່ແມ່ຕິດເຫຼົ້າ. ສຳລັບຄົນແບບນີ້ ເຂົາເຈົ້າມັກກິນເຫຼົ້າເພື່ອລືມຄວາມເຈັບປວດທີ່ເຂົາເຈົ້າເຈິຕອນເປັນເດັກນ້ອຍ. ຄົນທີ່ຕິດຢາເສບຕິດກໍອາດມີສາເຫດແບບດຽວກັນ.
ແນ່ນອນວ່າ ການກິນເຫຼົ້າຫຼືເສບຢາມີແຕ່ຈະເຮັດໃຫ້ບັນຫາຮ້າຍແຮງຂຶ້ນ ຍ້ອນເຄື່ອງດື່ມມຶນເມົາຫຼືຢາເສບຕິດເຮັດໃຫ້ຄວາມຄິດແລະອາລົມຂອງຄົນເຮົາຜິດພ້ຽນໄປ. ດັ່ງນັ້ນ ພໍ່ແມ່ຂອງເຈົ້າຄວນໄດ້ຮັບການຊ່ວຍເຫຼືອເພື່ອຈະປິ່ນປົວໃຫ້ເຊົາຈາກການຕິດເຫຼົ້າຕິດຢາ.
ບໍ່ຄາດໝາຍຫຼາຍເກີນໄປ
ແມ່ນຢູ່ ການເຂົ້າໃຈວ່າເປັນຫຍັງພໍ່ແມ່ຈຶ່ງເຮັດສິ່ງທີ່ໜ້າອັບອາຍບໍ່ໄດ້ເຮັດໃຫ້ບັນຫາຫາຍໄປ. ແຕ່ການເຂົ້າໃຈສາເຫດຈະຊ່ວຍເຈົ້າໃຫ້ເຫັນອົກເຫັນໃຈເຂົາເຈົ້າຫຼາຍຂຶ້ນ.
ຕົວຢ່າງເຊັ່ນ ເຈົ້າຈະຄາດໝາຍໃຫ້ພໍ່ແມ່ທີ່ຂາຫັກມາຫຼິ້ນເຕະບານກັບເຈົ້າບໍ? ຖ້າເຈົ້າຮູ້ວ່າພໍ່ແມ່ຂາຫັກຍ້ອນເຮັດສິ່ງທີ່ບໍ່ສະຫຼາດ ເຈົ້າຈະຮູ້ສຶກແນວໃດ? ແນ່ນອນວ່າເຈົ້າຄືຊິຜິດຫວັງ. ແຕ່ເຈົ້າກໍຮູ້ວ່າຖ້າພໍ່ແມ່ຍັງບໍ່ເຊົາເຈັບຂາ ເຂົາເຈົ້າກໍຈະຫຼິ້ນເຕະບານກັບເຈົ້າບໍ່ໄດ້. ການເຂົ້າໃຈເລື່ອງນີ້ຈະຊ່ວຍໃຫ້ເຈົ້າບໍ່ຄາດໝາຍກັບເຂົາເຈົ້າຫຼາຍເກີນໄປ.
ຄ້າຍຄືກັນ ພໍ່ຫຼືແມ່ທີ່ຕິດເຫຼົ້າຕິດຢາກໍພິການທາງອາລົມແລະຈິດໃຈ. ແມ່ນຢູ່ວ່າ ເຂົາເຈົ້າເປັນຄົນກໍ່ບັນຫາຂຶ້ນເອງແລະເຈົ້າກໍມີເຫດຜົນທີ່ຈະບໍ່ພໍໃຈກັບການກະທຳທີ່ບໍ່ສະຫຼາດຂອງເຂົາເຈົ້າ. ແຕ່ຖ້າພໍ່ຫຼືແມ່ຍັງບໍ່ໄດ້ຮັບການປິ່ນປົວໃຫ້ເຊົາຈາກການຕິດເຫຼົ້າຕິດຢາ ເຂົາເຈົ້າກໍບໍ່ສາມາດເບິ່ງແຍງເຈົ້າໄດ້ຢ່າງເຕັມທີ. ຖ້າເຈົ້າເບິ່ງວ່າການທີ່ພໍ່ແມ່ຕິດເຫຼົ້າຕິດຢາເປັນອາການບາດເຈັບຫຼືພິການ ເຈົ້າກໍຈະບໍ່ຄາດໝາຍຈາກເຂົາເຈົ້າຫຼາຍເກີນໄປ.
ເຈົ້າຄວນເຮັດຫຍັງ?
ເຈົ້າຕ້ອງຮູ້ໄວ້ວ່າຕາບໃດທີ່ພໍ່ຫຼືແມ່ຂອງເຈົ້າຍັງບໍ່ປ່ຽນພຶດຕິກຳ ເຈົ້າຈະຕ້ອງໄດ້ຮັບຜົນກະທົບແນ່ນອນ. ໃນລະຫວ່າງນີ້ ເຈົ້າສາມາດເຮັດຫຍັງໄດ້ແດ່?
ບໍ່ຕ້ອງຮັບຜິດຊອບ. ຜູ້ທີ່ຕ້ອງຮັບຜິດຊອບຕໍ່ການເສບຕິດແມ່ນພໍ່ແມ່ ບໍ່ແມ່ນເຈົ້າ. ຄາລາເຕຍ 6:5 ບອກວ່າ “ແຕ່ລະຄົນຕ້ອງແບກຄວາມຮັບຜິດຊອບຂອງໂຕເອງ.” ດັ່ງນັ້ນ ບໍ່ວ່າພໍ່ແມ່ຂອງເຈົ້າຈະເຊົາຕິດເຫຼົ້າຕິດຢາໄດ້ຫຼືບໍ່ ມັນກໍບໍ່ແມ່ນໜ້າທີ່ເຈົ້າ ແລະເຈົ້າບໍ່ຈຳເປັນຕ້ອງແກ້ໄຂຜົນຈາກການກະທຳຂອງເຂົາເຈົ້າ. ເຊັ່ນ ເຈົ້າບໍ່ຈຳເປັນຕ້ອງຊ່ວຍເວົ້າຕົວະເຈົ້ານາຍຂອງລາວ ຫຼືອູ້ມລາວເຂົ້າເຮືອນເມື່ອລາວເມົາແລ້ວໝົດສະຕິຢູ່ທາງນອກ.
ຂໍຮ້ອງໃຫ້ພໍ່ແມ່ໄປປິ່ນປົວ. ສິ່ງທີ່ຍາກທີ່ສຸດແມ່ນໃຫ້ພໍ່ແມ່ຍອມຮັບວ່າລາວມີບັນຫາ. ຕອນທີ່ລາວບໍ່ເມົາແລະອາລົມດີ ບາງທີພໍ່ຫຼືແມ່ທີ່ບໍ່ຕິດເຫຼົ້າຕິດຢາກັບລູກທີ່ໃຫຍ່ແລ້ວກໍຄວນບອກລາວວ່າພຶດຕິກຳຂອງລາວສົ່ງຜົນຕໍ່ຄອບຄົວແນວໃດ ແລະລາວຕ້ອງເຮັດແນວໃດກັບເລື່ອງນີ້.
ນອກຈາກນັ້ນ ພໍ່ຫຼືແມ່ທີ່ຕິດເຫຼົ້າຕິດຢາອາດໄດ້ປະໂຫຍດຖ້າລາວຂຽນຄຳຕອບຂອງຄຳຖາມຕໍ່ໄປນີ້: ຖ້າຂ້ອຍຍັງດື່ມເຫຼົ້າຫຼືເສບຢາຕໍ່ ຂ້ອຍແລະຄອບຄົວຈະເປັນແນວໃດ? ແລະຈະເປັນແນວໃດຖ້າຂ້ອຍເຊົາຕິດເຫຼົ້າຕິດຢາໄດ້? ຂ້ອຍຈະຫາຄວາມຊ່ວຍເຫຼືອໄດ້ຈາກບ່ອນໃດແດ່?
ຖ້າເຫັນທ່າທີວ່າຈະເກີດບັນຫາ ໃຫ້ອອກຈາກບ່ອນນັ້ນ. ສຸພາສິດ 17:14 ບອກວ່າ: “ໃຫ້ເຈົ້າອອກໄປຈາກບ່ອນນັ້ນກ່ອນທີ່ຈະຜິດຖຽງກັນຢ່າງຮຸນແຮງ.” ຖ້າພໍ່ແມ່ທີ່ຕິດເຫຼົ້າຕິດຢາຖຽງກັບຄົນອື່ນ ຢ່າເຂົ້າໄປຫຍຸ້ງ. ໃຫ້ຮີບອອກຈາກບ່ອນນັ້ນຫຼືໄປເຮືອນໝູ່. ຖ້າເບິ່ງຄືວ່າບັນຫາຈະຮຸນແຮງຂຶ້ນ ກໍໃຫ້ໄປຂໍຄວາມຊ່ວຍເຫຼືອຈາກຄົນອື່ນ.
ຍອມຮັບຄວາມຮູ້ສຶກຂອງໂຕເອງ. ໜຸ່ມສາວບາງຄົນໃຈຮ້າຍໃຫ້ພໍ່ແມ່ທີ່ຕິດເຫຼົ້າຕິດຢາ ໂດຍສະເພາະຖ້າພໍ່ແມ່ບໍ່ໄດ້ໃຫ້ຄວາມຮັກແລະການເອົາໃຈໃສ່ເຂົາເຈົ້າພຽງພໍ ເຊິ່ງມັນກໍບໍ່ຜິດທີ່ຈະຮູ້ສຶກແບບນັ້ນ. ແມ່ນຢູ່ ຄຳພີໄບເບິນສັ່ງເຈົ້າໃຫ້ນັບຖືພໍ່ແມ່. (ເອເຟໂຊ 6:2, 3) ແຕ່ຄຳວ່າ “ນັບຖື” ໝາຍເຖິງການຍອມຮັບອຳນາດຂອງພໍ່ແມ່ຄືກັບທີ່ເຈົ້າຍອມຮັບອຳນາດຂອງຕຳຫຼວດຫຼືຜູ້ພິພາກສາ ບໍ່ໄດ້ໝາຍຄວາມວ່າເຈົ້າຈະເຫັນດີກັບການຕິດເຫຼົ້າຕິດຢາຂອງພໍ່ແມ່. (ໂຣມ 12:9) ແລະຖ້າເຈົ້າລັງກຽດທີ່ພໍ່ແມ່ເປັນແບບນັ້ນກໍບໍ່ໄດ້ໝາຍຄວາມວ່າເຈົ້າເປັນຄົນບໍ່ດີ ເພາະພຶດຕິກຳເຫຼົ່ານັ້ນເປັນສິ່ງທີ່ໜ້າລັງກຽດແທ້ໆ!—ສຸພາສິດ 23:29-35
ຄົບຫາກັບຄົນທີ່ເສີມສ້າງເຈົ້າ. ເມື່ອຊີວິດຢູ່ເຮືອນສັບສົນວຸ່ນວາຍ ເຈົ້າອາດນຶກພາບບໍ່ອອກວ່າຊີວິດປົກກະຕິຈະເປັນແນວໃດ. ດັ່ງນັ້ນ ຈຶ່ງສຳຄັນທີ່ເຈົ້າຈະຕ້ອງຄົບຫາກັບຄົນທີ່ມີສຸຂະພາບຈິດດີແລະມີສາຍສຳພັນທີ່ດີກັບພະເຢໂຫວາ. ພີ່ນ້ອງໃນປະຊາຄົມສາມາດຊ່ວຍແລະໃຫ້ກຳລັງໃຈເຈົ້າ ເຊິ່ງຈະຊ່ວຍເຈົ້າໃຫ້ບັນເທົາຄວາມເຄັ່ງຕຶງຈາກບັນຫາຄອບຄົວໄດ້. (ສຸພາສິດ 17:17) ການຄົບຫາກັບຄອບຄົວອື່ນໆໃນປະຊາຄົມຈະເຮັດໃຫ້ເຈົ້າເຫັນວ່າຊີວິດຄອບຄົວທີ່ດີຄວນເປັນແນວໃດ ບໍ່ແມ່ນແບບທີ່ເຈົ້າເຫັນຢູ່ເຮືອນ.
ໃຫ້ຂໍຄວາມຊ່ວຍເຫຼືອ. ການລະບາຍຄວາມຮູ້ສຶກກັບຜູ້ໃຫຍ່ທີ່ເຈົ້າໄວ້ໃຈຊ່ວຍໄດ້ແທ້ໆ. ຜູ້ເບິ່ງແຍງໃນປະຊາຄົມພ້ອມຈະຊ່ວຍເຫຼືອເຈົ້າເມື່ອເຈົ້າຕ້ອງການ. ຄຳພີໄບເບິນບອກວ່າຄົນເຫຼົ່ານີ້ “ເປັນຄືກັບບ່ອນທີ່ບັງລົມ ເປັນຄືກັບບ່ອນທີ່ປົກປ້ອງຈາກພາຍຸຝົນ ເປັນຄືກັບແມ່ນ້ຳໃນແຜ່ນດິນທີ່ບໍ່ມີນ້ຳ ແລະເປັນຄືກັບເງົາຂອງຫີນຜາໃຫຍ່ໃນແຜ່ນດິນທີ່ແຫ້ງແລ້ງ.” (ເອຊາຢາ 32:2) ດັ່ງນັ້ນ ຢ່າຢ້ານຫຼືອາຍທີ່ຈະໄປຂໍຄຳແນະນຳແລະກຳລັງໃຈຈາກຜູ້ເບິ່ງແຍງ.
ໃນ 6 ຂັ້ນຕອນນີ້ ເຈົ້າຢາກລອງເຮັດຂັ້ນຕອນໃດກ່ອນ. ․․․․․
ເຈົ້າອາດບໍ່ສາມາດປ່ຽນແປງສະຖານະການຢູ່ເຮືອນໄດ້ ແຕ່ເຈົ້າສາມາດປ່ຽນວິທີຮັບມືໄດ້. ຢ່າພະຍາຍາມບັງຄັບພໍ່ແມ່ ແຕ່ໃຫ້ບັງຄັບໂຕເຈົ້າເອງ ເຊິ່ງເປັນຄົນດຽວທີ່ເຈົ້າບັງຄັບໄດ້. ອັກຄະສາວົກໂປໂລຂຽນວ່າ: “ຂໍໃຫ້ເຮັດທຸກຢ່າງ . . . ເພື່ອຈະໄດ້ຮັບຄວາມລອດ.” (ຟີລິບປອຍ 2:12) ການເຮັດແບບນີ້ຈະຊ່ວຍໃຫ້ເຈົ້າມີທັດສະນະໃນແງ່ບວກ ແລະອາດກະຕຸ້ນພໍ່ແມ່ໃຫ້ໄປຂໍຄວາມຊ່ວຍເຫຼືອເພື່ອຈະເຊົາຕິດເຫຼົ້າຕິດຢາໄດ້ນຳ.
ຖ້າພໍ່ແມ່ຜິດກັນຕະຫຼອດ ເຈົ້າຈະຮັບມືກັບບັນຫາທາງອາລົມໄດ້ແນວໃດ?
[ຂໍ້ຄວາມໄຂເງື່ອນ]
a ຖ້າເຈົ້າຖືກພໍ່ແມ່ທີ່ຕິດເຫຼົ້າທຳຮ້າຍ ເຈົ້າຄວນຂໍຄວາມຊ່ວຍເຫຼືອ. ເລົ່າໃຫ້ຜູ້ໃຫຍ່ທີ່ເຈົ້າໄວ້ໃຈຟັງ. ຖ້າເຈົ້າເປັນພະຍານພະເຢໂຫວາ ເຈົ້າສາມາດໄປຫາຜູ້ເບິ່ງແຍງໃນປະຊາຄົມຫຼືພີ່ນ້ອງທີ່ເປັນຜູ້ໃຫຍ່ຄົນອື່ນໆໄດ້.
b ເຖິງວ່າຄົນທີ່ຕິດເຫຼົ້າຕິດຢາທີ່ເຮົາເວົ້າເຖິງຈະເປັນຜູ້ຊາຍ ແຕ່ຫຼັກການໃນບົດນີ້ກໍໃຊ້ໄດ້ກັບຜູ້ຍິງນຳ.
ຂໍ້ຄຳພີຫຼັກ
“ຄົນທີ່ມີຄວາມເຂົ້າໃຈຈະບໍ່ໃຈຮ້າຍງ່າຍ.”—ສຸພາສິດ 19:11
ຄຳແນະນຳ
ຢ່າຊັງພໍ່ແມ່ ແຕ່ໃຫ້ຊັງການປະພຶດທີ່ບໍ່ດີຂອງເຂົາເຈົ້າ.—ສຸພາສິດ 8:13; ຢູດາ 23
ເຈົ້າຮູ້ບໍ . . . ?
ໃນຄຳພີໄບເບິນຄຳວ່າ “ນັບຖື” ອາດໝາຍເຖິງການຍອມຮັບອຳນາດ. (ເອເຟໂຊ 6:1, 2) ດັ່ງນັ້ນ ການນັບຖືພໍ່ແມ່ຈຶ່ງບໍ່ຈຳເປັນຕ້ອງເຫັນດີກັບການປະພຶດຂອງລາວສະເໝີໄປ.
ແຜນພາກປະຕິບັດ!
ຖ້າພໍ່ແມ່ດ່າຫຼືທຳຮ້າຍຮ່າງກາຍຂ້ອຍ ຂ້ອຍຈະ ․․․․․
ຂ້ອຍຈະຂໍຮ້ອງພໍ່ແມ່ໃຫ້ໄປປິ່ນປົວໂດຍ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ແມ່ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດແນວໃດ?
● ອັນໃດເຮັດໃຫ້ບາງຄົນຕິດເຫຼົ້າຕິດຢາ?
● ຖ້າພໍ່ແມ່ຕິດເຫຼົ້າຕິດຢາ ເປັນຫຍັງເຈົ້າຈຶ່ງບໍ່ຕ້ອງຮັບຜິດຊອບ?
● ເຈົ້າຈະເຮັດຫຍັງໄດ້ແດ່ໃນເລື່ອງນີ້ ແລະເຈົ້າຈະເຮັດແນວໃດ?
[ຖ້ອຍຄຳທີ່ຍົກມາໜ້າ 192]
“ຂ້ອຍຮູ້ວ່າພໍ່ແມ່ຄືຊິເຮັດໃຫ້ຂ້ອຍອັບອາຍອີກ ແຕ່ຖ້າຂ້ອຍໄວ້ໃຈພະເຢໂຫວາ ເພິ່ນກໍຈະຊ່ວຍຂ້ອຍໃຫ້ອົດທົນໄດ້.”—ແມັກຊ໌ເວວ
[ຂອບໜ້າ 198]
ຖ້າພໍ່ແມ່ເຊົາຮັບໃຊ້ພະເຢໂຫວາ
ຖ້າພໍ່ແມ່ຂອງເຈົ້າຄົນໃດຄົນໜຶ່ງເຊົາໃຊ້ຊີວິດຕາມມາດຕະຖານຂອງຄຳພີໄບເບິນ ບາງທີເຖິງຂັ້ນບອກວ່າລາວບໍ່ຢາກເປັນພະຍານພະເຢໂຫວາອີກຕໍ່ໄປ ເຈົ້າຈະເຮັດແນວໃດ?
● ຈື່ໄວ້ວ່າ ພະເຢໂຫວາບໍ່ໄດ້ໂທດເຈົ້າທີ່ພໍ່ແມ່ເຮັດແບບນັ້ນ. ຄຳພີໄບເບິນບອກວ່າ: “ພະເຈົ້າຈະເປັນຜູ້ຕັດສິນພວກເຮົາແຕ່ລະຄົນຕາມການກະທຳຂອງພວກເຮົາ.”—ໂຣມ 14:12
● ຢ່າປຽບທຽບໂຕເອງກັບໜຸ່ມສາວຄົນອື່ນໆທີ່ພໍ່ແມ່ຍັງຮັບໃຊ້ພະເຢໂຫວາ. (ຄາລາເຕຍ 5:26) ຊາຍໜຸ່ມຄົນໜຶ່ງເຊິ່ງພໍ່ປະຖິ້ມຄອບຄົວບອກວ່າ: “ຢ່າຈົມຢູ່ກັບຄວາມຄິດແບບນັ້ນ ແຕ່ໃຫ້ສົນໃຈວ່າຈະຮັບມືກັບບັນຫາແນວໃດດີກວ່າ.”
● ໃຫ້ນັບຖືພໍ່ແມ່ຕໍ່ໄປເຖິງລາວຈະປະພຶດໂຕບໍ່ດີ ແລະຖ້າຄຳສັ່ງຂອງເຂົາເຈົ້າບໍ່ຂັດກັບມາດຕະຖານຂອງພະເຈົ້າ ກໍໃຫ້ເຮັດຕາມ. ພະເຢໂຫວາສັ່ງລູກໃຫ້ນັບຖືພໍ່ແມ່ບໍ່ວ່າພໍ່ແມ່ຈະຮັບໃຊ້ເພິ່ນຫຼືບໍ່. (ເອເຟໂຊ 6:1-3) ເມື່ອເຈົ້ານັບຖືແລະເຊື່ອຟັງພໍ່ແມ່ທັງໆທີ່ລາວເຮັດຜິດກໍສະແດງວ່າເຈົ້າຮັກພະເຢໂຫວາ.—1 ໂຢຮັນ 5:3
● ໃຫ້ສະໜິດກັບພີ່ນ້ອງໃນປະຊາຄົມຄລິດສະຕຽນ. ເຈົ້າຈະຮູ້ສຶກອົບອຸ່ນທີ່ໄດ້ຢູ່ໃນຄອບຄົວໃຫຍ່ຂອງພະເຈົ້າ. (ມາຣະໂກ 10:30) ຊາຍໜຸ່ມຄົນໜຶ່ງຊື່ເດວິດຢ້ານວ່າພີ່ນ້ອງໃນປະຊາຄົມຈະບໍ່ຄົບກັບລາວແລະຄົນອື່ນໆໃນຄອບຄົວຍ້ອນພໍ່ຂອງລາວເຊົາຮັບໃຊ້ພະເຢໂຫວາ. ແຕ່ເດວິດຄິດຜິດ. ລາວບອກວ່າ: “ພີ່ນ້ອງບໍ່ເຄີຍສະແດງທ່າທາງລັງກຽດເຮົາ. ທຸກຄົນສະແດງຄວາມຮັກແລະເອົາໃຈໃສ່ພວກເຮົາແທ້ໆ.”
[ຮູບພາບໜ້າ 194]
ຖ້າເຈົ້າເບິ່ງວ່າການທີ່ພໍ່ແມ່ຕິດເຫຼົ້າຕິດຢາເປັນອາການບາດເຈັບຫຼືພິການ ເຈົ້າກໍຈະບໍ່ຄາດໝາຍຈາກເຂົາເຈົ້າຫຼາຍເກີນໄປ