ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ2 ບົດທີ 24 ໜ້າ 199-207
  • ຖ້າ​ພໍ່​ແມ່​ຜິດ​ກັນ​ຈະ​ເຮັດ​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຖ້າ​ພໍ່​ແມ່​ຜິດ​ກັນ​ຈະ​ເຮັດ​ແນວ​ໃດ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເປັນ​ຫຍັງ​ພໍ່​ແມ່​ຈຶ່ງ​ຜິດ​ກັນ?
  • ສິ່ງ​ທີ່​ເຈົ້າ​ຄວນ​ເຮັດ
  • ສິ່ງ​ທີ່​ບໍ່​ຄວນ​ເຮັດ
  • ລູກຈະຮູ້ຈັກພໍ່ແມ່ໃຫ້ຫຼາຍຂຶ້ນໄດ້ແນວໃດ?
    ບົດຄວາມຈາກ “ຕື່ນເຖີດ!” ປີ 2009 ພາສາອັງກິດ
  • ເປັນ​ຫຍັງ​ຕ້ອງ​ມີ​ກົດ​ຫຼາຍ​ຂະໜາດ​ນີ້?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ເປັນ​ຫຍັງ​ພໍ່​ແມ່​ບໍ່​ປ່ອຍ​ໃຫ້​ຂ້ອຍ​ມີ​ຄວາມ​ມ່ວນ​ຊື່ນ​ແດ່?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ເປັນ​ຫຍັງ​ພໍ່​ແມ່​ຈຶ່ງ​ຢ່າ​ຮ້າງ​ກັນ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
ໜສ2 ບົດທີ 24 ໜ້າ 199-207

ບົດ​ທີ 24

ຖ້າ​ພໍ່​ແມ່​ຜິດ​ກັນ​ຈະ​ເຮັດ​ແນວ​ໃດ?

ພໍ່​ແມ່​ເຄີຍ​ຜິດ​ກັນ​ຕໍ່​ໜ້າ​ເຈົ້າ​ບໍ? ເຂົາເຈົ້າ​ຖຽງ​ກັນ​ເລື່ອງ​ໃດ​ຫຼາຍ​ທີ່​ສຸດ?

□ ເງິນ

□ ວຽກ​ເຮືອນ

□ ຍາດ​ພີ່ນ້ອງ

□ ເຈົ້າ

ການ​ທີ່​ພໍ່​ແມ່​ຜິດ​ກັນ​ມີ​ຜົນ​ຕໍ່​ເຈົ້າ​ແນວ​ໃດ? ຖ້າ​ເຮັດ​ໄດ້ ເຈົ້າ​ຈະ​ບອກ​ເຂົາເຈົ້າ​ແນວ​ໃດ?

․․․․․

ເປັນ​ເລື່ອງ​ປົກກະຕິ​ທີ່​ເຈົ້າ​ຈະ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ທີ່​ພໍ່​ແມ່​ຜິດ​ກັນ. ນີ້​ເປັນ​ຍ້ອນ​ເຈົ້າ​ຮັກ​ພໍ່​ແມ່​ແລະ​ຈຳເປັນ​ຕ້ອງ​ໃຫ້​ເຂົາເຈົ້າ​ເບິ່ງແຍງ. ແຕ່​ເຈົ້າ​ອາດ​ຮູ້ສຶກ​ທຸກໃຈ​ຫຼາຍ​ເມື່ອ​ໄດ້​ຍິນ​ເຂົາເຈົ້າ​ຜິດ​ກັນ. ເຈົ້າ​ອາດ​ຮູ້ສຶກ​ຄື​ກັບ​ຜູ້​ຍິງ​ຊື່​ມາຣີ​ທີ່​ບອກ​ວ່າ: “ມັນ​ຍາກ​ທີ່​ຂ້ອຍ​ຈະ​ນັບຖື​ພໍ່​ແມ່​ເມື່ອ​ເຫັນ​ວ່າ​ເຂົາເຈົ້າ​ກໍ​ຍັງ​ບໍ່​ນັບຖື​ກັນ.”

ການ​ເຫັນ​ພໍ່​ແມ່​ຜິດ​ກັນ​ເຮັດ​ໃຫ້​ເຈົ້າ​ຕ້ອງ​ຍອມຮັບ​ຄວາມ​ຈິງ​ທີ່​ເຈັບ​ປວດ​ໃຈ​ທີ່​ວ່າ ເຂົາເຈົ້າ​ບໍ່​ໄດ້​ສົມບູນແບບ​ຄື​ທີ່​ເຈົ້າ​ຄິດ. ຄວາມ​ຈິງ​ເລື່ອງ​ນີ້​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ຢ້ານ​ໄປ​ໝົດ. ຖ້າ​ການ​ຜິດ​ຖຽງ​ກັນ​ເກີດຂຶ້ນ​ຫຼາຍ​ເທື່ອ​ຫຼື​ຮຸນແຮງ ເຈົ້າ​ອາດ​ຢ້ານ​ວ່າ​ເຂົາເຈົ້າ​ຈະ​ປະກັນ. ມາຣີ​ບອກ​ວ່າ: “ເມື່ອ​ຂ້ອຍ​ໄດ້​ຍິນ​ພໍ່​ແມ່​ຖຽງ​ກັນ ຂ້ອຍ​ເລີ່ມ​ຄິດ​ວ່າ​ເຂົາເຈົ້າ​ຈະ​ຢ່າຮ້າງ​ກັນ​ແລະ​ຂ້ອຍ​ຕ້ອງ​ເລືອກ​ວ່າ​ຈະ​ຢູ່​ກັບ​ໃຜ. ຂ້ອຍ​ບໍ່​ຢາກ​ແຍກ​ຈາກ​ນ້ອງໆ​ຂອງ​ຂ້ອຍ​ເລີຍ.”

ເປັນ​ຫຍັງ​ພໍ່​ແມ່​ຈຶ່ງ​ຜິດ​ກັນ ແລະ​ເຈົ້າ​ຄວນ​ເຮັດ​ແນວ​ໃດ?

ເປັນ​ຫຍັງ​ພໍ່​ແມ່​ຈຶ່ງ​ຜິດ​ກັນ?

ຕາມ​ປົກກະຕິ​ແລ້ວ ພໍ່​ແມ່​ໜ້າ​ຈະ “ອົດທົນ​ຕໍ່​ກັນ​ແລະ​ກັນ​ດ້ວຍ​ຄວາມ​ຮັກ.” (ເອເຟໂຊ 4:2) ແຕ່​ຄຳພີ​ໄບເບິນ​ບອກ​ວ່າ: “ທຸກ​ຄົນ​ເປັນ​ຄົນ​ບາບ​ແລະ​ບໍ່​ໄດ້​ສະແດງ​ຄຸນລັກສະນະ​ທີ່​ດີໆ​ຂອງ​ພະເຈົ້າ​ຢ່າງ​ຄົບ​ຖ້ວນ.” (ໂຣມ 3:23) ພໍ່​ແມ່​ຂອງ​ເຈົ້າ​ບໍ່​ໄດ້​ສົມບູນແບບ. ດັ່ງນັ້ນ ຈຶ່ງ​ບໍ່​ແປກ​ທີ່​ບາງ​ເທື່ອ​ເຂົາເຈົ້າ​ຈະ​ຫງຸດຫງິດ​ແລະ​ຖຽງ​ກັນ​ໃຫ້​ເຈົ້າ​ເຫັນ.

ຢ່າ​ລືມ​ວ່າ ເຮົາ​ຢູ່​ໃນ “ໄລຍະ​ທີ່​ມີ​ແຕ່​ຄວາມ​ຫຍຸ້ງ​ຍາກ​ລຳບາກ​ແລະ​ອັນຕະລາຍ.” (2 ຕີໂມທຽວ 3:1) ຄວາມ​ກົດ​ດັນ​ໃນ​ການ​ຫາ​ລ້ຽງ​ຄອບຄົວ ບັນຫາ​ຢູ່​ບ່ອນ​ເຮັດ​ວຽກ​ແລະ​ການ​ຫາ​ເງິນ​ບໍ່​ພໍ​ໃຊ້ ທັງໝົດ​ນີ້​ເຮັດ​ໃຫ້​ຊີວິດ​ຄູ່​ເຄັ່ງ​ຕຶງ​ຫຼາຍ​ແທ້ໆ. ແລະ​ຖ້າ​ທັງ​ພໍ່​ແລະ​ແມ່​ມີ​ວຽກ​ອາຊີບ ເຂົາເຈົ້າ​ອາດ​ຈະ​ຖຽງ​ກັນ​ເລື່ອງ​ວຽກ​ເຮືອນ​ວ່າ​ໃຜ​ຈະ​ຕ້ອງ​ເຮັດ​ຫຍັງ.

ຂໍ​ໃຫ້​ໝັ້ນໃຈ​ວ່າ​ຖ້າ​ພໍ່​ແມ່​ຂອງ​ເຈົ້າ​ມີ​ເລື່ອງ​ຂັດແຍ່ງ​ກັນ​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຂົາເຈົ້າ​ຕ້ອງ​ຢ່າຮ້າງ​ກັນ. ເປັນ​ໄປ​ໄດ້​ວ່າ​ພໍ່​ແມ່​ຂອງ​ເຈົ້າ​ຍັງ​ຮັກ​ກັນ​ຢູ່ ເຖິງ​ວ່າ​ເຂົາເຈົ້າ​ຈະ​ບໍ່​ເຫັນດີ​ນຳ​ກັນ​ໃນ​ບາງ​ເລື່ອງ​ກໍ​ຕາມ.

ຕົວຢ່າງ​ເຊັ່ນ ເຈົ້າ​ເຄີຍ​ໄປ​ເບິ່ງ​ໜັງ​ກັບ​ໝູ່​ສະໜິດ​ແລ້ວ​ມີ​ຄວາມ​ຄິດ​ເຫັນ​ທີ່​ບໍ່​ກົງ​ກັນ​ບໍ? ນັ້ນ​ເປັນ​ເລື່ອງ​ປົກກະຕິ. ແມ່ນ​ແຕ່​ຄົນ​ທີ່​ສະໜິດ​ກັນ​ກໍ​ອາດ​ຈະ​ມີ​ມຸມມອງ​ເລື່ອງ​ຕ່າງໆ​ບໍ່​ຄື​ກັນ. ຄ້າຍ​ກັບ​ພໍ່​ແມ່​ຂອງ​ເຈົ້າ. ບາງ​ທີ​ເຂົາເຈົ້າ​ອາດ​ກັງວົນ​ເລື່ອງ​ການ​ເງິນ​ຂອງ​ຄອບຄົວ​ຄື​ກັນ ແຕ່​ກໍ​ອາດ​ມີ​ວິທີ​ປະຢັດ​ເງິນ​ຕ່າງ​ກັນ. ທັງ​ສອງ​ຢາກ​ພາ​ຄອບຄົວ​ໄປ​ທ່ຽວ ແຕ່​ກໍ​ຄິດ​ເລື່ອງ​ການ​ພັກຜ່ອນ​ຕ່າງ​ກັນ ຫຼື​ທັງ​ສອງ​ຢາກ​ໃຫ້​ເຈົ້າ​ຮຽນ​ເກັ່ງ ແຕ່​ກໍ​ມີ​ວິທີ​ຊ່ວຍ​ເຈົ້າ​ບໍ່​ຄື​ກັນ.

ຄວາມ​ຈິງ​ຄື ຄົນ​ສອງ​ຄົນ​ທີ່​ຮັກ​ກັນ​ອາດ​ເບິ່ງ​ເລື່ອງ​ດຽວ​ກັນ​ໃນ​ມຸມມອງ​ທີ່​ຕ່າງ​ກັນ. ແຕ່​ເຈົ້າ​ອາດ​ຍັງ​ຮູ້ສຶກ​ຮັບ​ບໍ່​ໄດ້​ທີ່​ເຫັນ​ພໍ່​ແມ່​ຜິດ​ຖຽງ​ກັນ​ແມ່ນ​ບໍ? ຖ້າ​ເປັນ​ແນວ​ນັ້ນ ອັນ​ໃດ​ຈະ​ຊ່ວຍ​ໃຫ້​ເຈົ້າ​ອົດທົນ​ໄດ້?

ສິ່ງ​ທີ່​ເຈົ້າ​ຄວນ​ເຮັດ

ສະແດງ​ຄວາມ​ນັບຖື. ເຈົ້າ​ຄື​ຊິ​ລຳຄານ​ພໍ່​ແມ່​ທີ່​ຜິດ​ກັນ​ຕະຫຼອດ​ເວລາ ທັງໆ​ທີ່​ເຂົາເຈົ້າ​ຄວນ​ຈະ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ເຈົ້າ. ແຕ່​ການ​ດູຖູກ​ພໍ່​ແມ່​ມີ​ແຕ່​ຈະ​ເຮັດ​ໃຫ້​ບັນຍາກາດ​ໃນ​ຄອບຄົວ​ເຄັ່ງ​ຕຶງ​ຫຼາຍ​ຂຶ້ນ. ແລະ​ທີ່​ສຳຄັນ​ກວ່າ​ນັ້ນ ພະ​ເຢໂຫວາ​ພະເຈົ້າ​ສັ່ງ​ໃຫ້​ເຈົ້າ​ນັບຖື​ແລະ​ເຊື່ອຟັງ​ພໍ່​ແມ່​ເຖິງ​ວ່າ​ມັນ​ຈະ​ບໍ່​ງ່າຍ​ກໍ​ຕາມ.—ອົບພະຍົບ 20:12; ສຸພາສິດ 30:17

ແຕ່​ຖ້າ​ເລື່ອງ​ທີ່​ພໍ່​ແມ່​ຜິດ​ຖຽງ​ກັນ​ກ່ຽວ​ຂ້ອງ​ກັບ​ເຈົ້າ​ເດ​ຈະ​ເຮັດ​ແນວ​ໃດ? ຕົວຢ່າງ​ເຊັ່ນ ສົມມຸດ​ວ່າ​ພໍ່​ແມ່​ຂອງ​ເຈົ້າ​ຄົນ​ໜຶ່ງ​ເປັນ​ພະຍານ​ພະ​ເຢໂຫວາ​ແລະ​ອີກ​ຄົນ​ໜຶ່ງ​ບໍ່​ໄດ້​ເປັນ. ເມື່ອ​ມີ​ບັນຫາ​ເລື່ອງ​ສາສະໜາ ເຈົ້າ​ກັບ​ພໍ່​ຫຼື​ແມ່​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ຕ້ອງ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະເຈົ້າ. ຖ້າ​ເປັນ​ແບບ​ນັ້ນ​ຈະ​ເຮັດ​ແນວ​ໃດ? (ມັດທາຍ 10:34-37) ຂໍ​ໃຫ້​ເຈົ້າ​ເວົ້າ​ແລະ​ເຮັດ “ແບບ​ສຸພາບ​ແລະ​ດ້ວຍ​ຄວາມ​ນັບຖື” ສະເໝີ. ເພາະ​ມື້​ໜຶ່ງ​ຕົວຢ່າງ​ທີ່​ດີ​ຂອງ​ເຈົ້າ​ອາດ​ຊ່ວຍ​ໃຫ້​ຊະນະ​ໃຈ​ພໍ່​ຫຼື​ແມ່​ທີ່​ບໍ່​ມີ​ຄວາມ​ເຊື່ອ​ກໍ​ໄດ້.—1 ເປໂຕ 3:15

ວາງ​ໂຕ​ເປັນ​ກາງ. ຖ້າ​ເປັນ​ເລື່ອງ​ທີ່​ບໍ່​ໄດ້​ກ່ຽວ​ຂ້ອງ​ກັບ​ເຈົ້າ​ໂດຍ​ກົງ ແລ້ວ​ພໍ່​ຫຼື​ແມ່​ຢາກ​ໃຫ້​ເຈົ້າ​ເຂົ້າ​ຂ້າງ​ເດ​ເຈົ້າ​ຈະ​ເຮັດ​ແນວ​ໃດ? ໃຫ້​ພະຍາຍາມ​ວາງ​ໂຕ​ເປັນ​ກາງ. ເຈົ້າ​ອາດ​ເວົ້າ​ແບບ​ນີ້: “ພໍ່​ເອີ້ຍ ແມ່​ເອີ້ຍ ລູກ​ຮັກ​ທັງ​ພໍ່​ທັງ​ແມ່​ເດີ້. ຢ່າ​ໃຫ້​ລູກ​ຕ້ອງ​ເລືອກ​ເຂົ້າ​ຂ້າງ​ໃຜ​ເລີຍ. ຄ່ອຍໆ​ລົມ​ກັນ​ດີ​ບໍ. ລູກ​ບໍ່​ຢາກ​ໃຫ້​ພໍ່​ແມ່​ຜິດ​ຖຽງ​ກັນ.”

ລົມ​ກັນ. ບອກ​ໃຫ້​ພໍ່​ແມ່​ຮູ້​ວ່າ​ເຈົ້າ​ຮູ້ສຶກ​ແນວ​ໃດ​ທີ່​ເຂົາເຈົ້າ​ຖຽງ​ກັນ. ເລືອກ​ເວລາ​ທີ່​ເຈົ້າ​ຄິດ​ວ່າ​ເຂົາເຈົ້າ​ຈະ​ຟັງ​ເຈົ້າ ແລ້ວ​ບອກ​ເຂົາເຈົ້າ​ດ້ວຍ​ຄວາມ​ນັບຖື​ວ່າ​ການ​ທີ່​ເຂົາເຈົ້າ​ຜິດ​ກັນ​ເຮັດ​ໃຫ້​ເຈົ້າ​ເສົ້າໃຈ ໃຈ​ຮ້າຍ ຫຼື​ເຖິງຂັ້ນ​ເຮັດ​ໃຫ້​ເຈົ້າ​ຢ້ານ​ແນວ​ໃດ.—ສຸພາສິດ 15:23; ໂກໂລຊາຍ 4:6

ສິ່ງ​ທີ່​ບໍ່​ຄວນ​ເຮັດ

ຢ່າ​ເຮັດ​ໂຕ​ເປັນ​ທີ່​ປຶກສາ​ເລື່ອງ​ຊີວິດ​ຄູ່. ໃນ​ຖານະ​ທີ່​ເຈົ້າ​ຍັງ​ນ້ອຍ ຈຶ່ງ​ບໍ່​ເໝາະ​ທີ່​ຈະ​ແກ້ໄຂ​ບັນຫາ​ທີ່​ພໍ່​ແມ່​ຜິດ​ຖຽງ​ກັນ. ເພື່ອ​ເປັນ​ຕົວຢ່າງ ລອງ​ນຶກພາບ​ວ່າ​ເຈົ້າ​ເປັນ​ຜູ້​ໂດຍ​ສານ​ໃນ​ຍົນ​ລຳ​ນ້ອຍໆ​ແລະ​ໄດ້​ຍິນ​ນັກ​ບິນ​ກັບ​ຜູ້​ຊ່ວຍ​ນັກ​ບິນ​ຜິດ​ຖຽງ​ກັນ ເຈົ້າ​ອາດ​ຈະ​ກັງວົນ. ແຕ່​ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ເຈົ້າ​ແນະນຳ​ນັກ​ບິນ​ວ່າ​ຈະ​ຂັບ​ຍົນ​ແນວ​ໃດ​ຫຼື​ເຖິງຂັ້ນ​ໄປ​ຂັບ​ຍົນ​ດ້ວຍ​ໂຕເອງ?

ຄ້າຍຄື​ກັນ ການ​ພະຍາຍາມ​ຈັດການ​ບັນຫາ​ຊີວິດ​ຄູ່​ຂອງ​ພໍ່​ແມ່​ມີ​ແຕ່​ຈະ​ເຮັດ​ໃຫ້​ສິ່ງ​ຕ່າງໆ​ຮ້າຍ​ແຮງ​ຂຶ້ນ. ຄຳພີ​ໄບເບິນ​ບອກ​ວ່າ: “ການ​ເຮັດ​ເກີນ​ສິດ​ມີ​ແຕ່​ຈະ​ເຮັດ​ໃຫ້​ຜິດ​ຖຽງ​ກັນ ແຕ່​ສະຕິ​ປັນຍາ​ເປັນ​ຂອງ​ຄົນ​ທີ່​ຊອກ​ຫາ​ຄຳ​ແນະນຳ.” (ສຸພາສິດ 13:10) ພໍ່​ແມ່​ຂອງ​ເຈົ້າ​ໜ້າ​ຈະ​ປຶກສາ​ກັນ​ແລະ​ຫາ​ທາງ​ແກ້​ບັນຫາ​ເອງ.—ສຸພາສິດ 25:9

ຢ່າ​ເຂົ້າ​ໄປ​ຫຍຸ້ງ. ສອງ​ສຽງ​ທີ່​ຜິດ​ຖຽງ​ກັນ​ນັ້ນ​ກໍ​ໜັກ​ພໍ​ແຮງ​ຢູ່​ແລ້ວ. ເປັນ​ຫຍັງ​ຕ້ອງ​ເພີ່ມ​ສຽງ​ທີ​ສາມ​ເຂົ້າ​ໄປ​ອີກ? ເຖິງ​ວ່າ​ເຈົ້າ​ຢາກ​ຈະ​ຊ່ວຍ​ແກ້​ບັນຫາ​ຫຼາຍ​ສ່ຳ​ໃດ​ກໍ​ຕາມ ແຕ່​ນັ້ນ​ເປັນ​ເລື່ອງ​ຂອງ​ພໍ່​ແມ່ ບໍ່​ແມ່ນ​ຂອງ​ເຈົ້າ. ຂໍ​ໃຫ້​ພະຍາຍາມ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ຄຳພີ​ໄບເບິນ​ທີ່​ວ່າ: “ຢ່າ​ໄປ​ຫຍຸ້ງ​ກັບ​ເລື່ອງ​ຂອງ​ຄົນ​ອື່ນ.” (1 ເທຊະໂລນິກ 4:11) ດັ່ງນັ້ນ ເຈົ້າ​ບໍ່​ຄວນ​ເຂົ້າ​ໄປ​ມີ​ສ່ວນ​ຜິດ​ຖຽງ​ກັນ​ກັບ​ພໍ່​ແມ່.

ຢ່າ​ຫາ​ເລື່ອງ​ໃຫ້​ພໍ່​ແມ່​ຜິດ​ກັນ. ໜຸ່ມ​ສາວ​ບາງ​ຄົນ​ຫາ​ເລື່ອງ​ໃຫ້​ພໍ່​ແມ່​ຜິດ​ຖຽງ​ກັນ​ໂດຍ​ຍົວະ​ຝ່າຍ​ໜຶ່ງ​ໃຫ້​ບໍ່​ພໍໃຈ​ອີກ​ຝ່າຍ​ໜຶ່ງ. ຖ້າ​ລາວ​ຂໍ​ອະນຸຍາດ​ແມ່​ບໍ່​ໄດ້ ລາວ​ກໍ​ຈະ​ໄປ​ຂັດ​ພໍ່​ຫຼື​ພະຍາຍາມ​ເຮັດ​ໃຫ້​ພໍ່​ອີ່ຕົນ​ລາວ​ແລ້ວ​ອະນຸຍາດ. ການ​ໃຊ້​ເລ່ລ່ຽມ​ເພື່ອ​ໃຫ້​ພໍ່​ແມ່​ຕາມ​ໃຈ​ອາດ​ເຮັດ​ໃຫ້​ເຈົ້າ​ໄດ້​ສິ່ງ​ທີ່​ຕ້ອງການ ແຕ່​ຜົນ​ທີ່​ຕາມ​ມາ​ແມ່ນ​ຄວາມ​ຂັດແຍ່ງ​ໃນ​ຄອບຄົວ.

ຢ່າ​ເຮັດ​ໃສ່. ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຊື່​ປີເຕີ້​ຍອມຮັບ​ວ່າ​ລາວ​ເຄີຍ​ເຮັດ​ສິ່ງ​ທີ່​ບໍ່​ດີ​ເພື່ອ​ຈະ​ເຮັດ​ໃສ່​ພໍ່​ທີ່​ໃຊ້​ຄວາມ​ຮຸນແຮງ. ລາວ​ບອກ​ວ່າ: “ເມື່ອ​ພໍ່​ເຮັດ​ບໍ່​ດີ​ຕໍ່​ແມ່ ຕໍ່​ຂ້ອຍ​ແລະ​ນ້ອງ​ສາວ ຂ້ອຍ​ກໍ​ໃຈ​ຮ້າຍ​ຫຼາຍ​ແລະ​ຢາກ​ເຮັດ​ໃຫ້​ລາວ​ເຈັບ​ແດ່.” ແຕ່​ບໍ່​ດົນ ປີເຕີ້​ກໍ​ໄດ້​ຮັບ​ຜົນ​ຈາກ​ການ​ກະທຳ​ຂອງ​ໂຕເອງ. ບົດ​ຮຽນ​ສຳລັບ​ເຮົາ​ແມ່ນ​ຫຍັງ? ການ​ເຮັດ​ສິ່ງ​ທີ່​ບໍ່​ດີ​ບໍ່​ໄດ້​ຊ່ວຍ​ແກ້​ບັນຫາ ມີ​ແຕ່​ຈະ​ເຮັດ​ໃຫ້​ຫຍຸ້ງ​ຍາກ​ຫຼາຍ​ກວ່າ​ເກົ່າ.—ຄາລາເຕຍ 6:7

ໃນ​ບົດ​ນີ້​ມີ​ຈຸດ​ໃດ​ທີ່​ເຈົ້າ​ຕ້ອງ​ປັບປຸງ​ເປັນ​ພິເສດ. ․․․․․

ເຫັນ​ໄດ້​ແຈ້ງ​ວ່າ ເຈົ້າ​ບໍ່​ສາມາດ​ເຮັດ​ໃຫ້​ພໍ່​ແມ່​ເຊົາ​ຜິດ​ຖຽງ​ກັນ​ໄດ້. ແຕ່​ເຈົ້າ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ອົດທົນ​ໄດ້.—ຟີລິບປອຍ 4:6, 7; 1 ເປໂຕ 5:7

ໃຫ້​ເຈົ້າ​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ເວົ້າ​ເຖິງ​ໃນ​ບົດ​ນີ້. ເມື່ອ​ເວລາ​ຜ່ານ​ໄປ ພໍ່​ແມ່​ຂອງ​ເຈົ້າ​ອາດ​ພະຍາຍາມ​ແກ້​ບັນຫາ​ຂອງ​ເຂົາເຈົ້າ​ກໍ​ໄດ້ ແລະ​ເປັນ​ໄປ​ໄດ້​ວ່າ​ຈັກ​ມື້​ໜຶ່ງ​ເຂົາເຈົ້າ​ອາດ​ຈະ​ເຊົາ​ຜິດ​ຖຽງ​ກັນ.

ໃນ​ບົດ​ຕໍ່​ໄປ

ຖ້າ​ເຈົ້າ​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ມີ​ແຕ່​ພໍ່​ຫຼື​ແມ່​ຝ່າຍ​ດຽວ ເຈົ້າ​ຈະ​ເຮັດ​ແນວ​ໃດ?

ຂໍ້​ຄຳພີ​ຫຼັກ

“ໃຫ້​ຄຳເວົ້າ​ຂອງ​ພວກ​ເຈົ້າ​ເປັນ​ຄຳເວົ້າ​ທີ່​ກະລຸນາ​ສະເໝີ.”—ໂກໂລຊາຍ 4:6

ຄຳ​ແນະນຳ

ຖ້າ​ພໍ່​ແມ່​ຜິດ​ຖຽງ​ກັນ​ຕະຫຼອດ​ແລະ​ຮຸນແຮງ ເຈົ້າ​ໜ້າ​ຈະ​ຂໍຮ້ອງ​ເຂົາເຈົ້າ​ໃຫ້​ລອງ​ໄປ​ປຶກສາ​ຄົນ​ອື່ນ.

ເຈົ້າ​ຮູ້​ບໍ . . . ?

ຄົນ​ທີ່​ຮັກ​ກັນ​ອາດ​ຈະ​ຍັງ​ບໍ່​ເຫັນດີ​ນຳ​ກັນ​ໃນ​ບາງ​ເທື່ອ.

ແຜນ​ພາກ​ປະຕິບັດ!

ເມື່ອ​ພໍ່​ແມ່​ເລີ່ມ​ຜິດ​ຖຽງ​ກັນ ຂ້ອຍ​ຈະ ․․․․․

ເມື່ອ​ຂ້ອຍ​ຕ້ອງ​ເລືອກ​ວ່າ​ຈະ​ເຂົ້າ​ຂ້າງ​ພໍ່​ຫຼື​ແມ່ ຂ້ອຍ​ຈະ​ເວົ້າ​ວ່າ ․․․․․

ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່​ແມ່​ກ່ຽວກັບ​ເລື່ອງ​ນີ້​ແມ່ນ ․․․․․

ເຈົ້າ​ຄິດ​ແນວ​ໃດ?

● ເປັນ​ຫຍັງ​ພໍ່​ແມ່​ບາງ​ຄົນ​ຈຶ່ງ​ຜິດ​ຖຽງ​ກັນ?

● ເປັນ​ຫຍັງ​ຈຶ່ງ​ບໍ່​ແມ່ນ​ຄວາມ​ຜິດ​ຂອງ​ເຈົ້າ​ທີ່​ພໍ່​ແມ່​ມີ​ບັນຫາ​ກັນ?

● ເຈົ້າ​ຮຽນ​ຮູ້​ຫຍັງ​ໄດ້​ແດ່​ຈາກ​ການ​ສັງເກດ​ພຶດຕິກຳ​ຂອງ​ພໍ່​ແມ່?

[ຖ້ອຍ​ຄຳ​ທີ່​ຍົກ​ມາ​ໜ້າ 201]

“ການ​ເບິ່ງ​ວ່າ​ພໍ່​ແມ່​ບໍ່​ໄດ້​ສົມບູນແບບ​ແລະ​ເຂົາເຈົ້າ​ກໍ​ມີ​ບັນຫາ​ຄື​ກັນ​ກັບ​ຂ້ອຍ​ຊ່ວຍ​ໃຫ້​ຂ້ອຍ​ອົດທົນ​ໄດ້​ຕອນ​ທີ່​ເຂົາເຈົ້າ​ຜິດ​ຖຽງ​ກັນ.”—ແຄທີ້

[ຂອບ/ຮູບ​ພາບ​ໜ້າ 206]

ເມື່ອ​ພໍ່​ແມ່​ແຍກ​ທາງ​ກັນ?

ຖ້າ​ພໍ່​ແມ່​ຂອງ​ເຈົ້າ​ແຍກ​ທາງ​ກັນ ເຈົ້າ​ອາດ​ຮູ້ສຶກ​ເສຍໃຈ​ຫຼາຍ​ແລະ​ໝົດ​ກຳລັງ​ໃຈ. ແລ້ວ​ເຈົ້າ​ຄວນ​ເຮັດ​ແນວ​ໃດ? ລອງ​ເບິ່ງ​ຄຳ​ແນະນຳ​ຕໍ່​ໄປ​ນີ້:

● ຢ່າ​ຄາດ​ຫວັງ​ແບບ​ຜິດໆ. ຕອນ​ທຳອິດ​ເຈົ້າ​ຄື​ຊິ​ພະຍາຍາມ​ເຮັດ​ໃຫ້​ພໍ່​ແມ່​ຄືນດີ​ກັນ. ແອນ​ເລົ່າ​ວ່າ: “ຫຼັງ​ຈາກ​ທີ່​ພໍ່​ແມ່​ຂອງ​ຂ້ອຍ​ແຍກ​ທາງ​ກັນ ເຂົາເຈົ້າ​ກໍ​ຍັງ​ພາ​ເຮົາ​ໄປ​ທ່ຽວ ບາງ​ເທື່ອ​ຂ້ອຍ​ກັບ​ເອື້ອຍ​ຈຶ່ງ​ຊິ່ມ​ໃສ່​ກັນ​ວ່າ ‘ເຮົາ​ລັກ​ໜີ​ໄປ​ບ່ອນ​ອື່ນ​ປ໋ະ ເພື່ອ​ພໍ່​ແມ່​ຈະ​ໄດ້​ຢູ່​ນຳ​ກັນ​ເປັນ​ສ່ວນ​ໂຕ.’ ແຕ່​ເບິ່ງ​ຄື​ວ່າ​ມັນ​ບໍ່​ໄດ້​ຜົນ. ເຂົາເຈົ້າ​ບໍ່​ກັບ​ມາ​ຄືນດີ​ກັນ​ເລີຍ.”

ສຸພາສິດ 13:12 ບອກ​ວ່າ: “ຄວາມ​ຫວັງ​ທີ່​ຖືກ​ເລື່ອນ​ອອກ​ໄປ​ເຮັດ​ໃຫ້​ເສຍໃຈ.” ເພື່ອ​ເຈົ້າ​ຈະ​ບໍ່​ທຸກໃຈ ຂໍ​ໃຫ້​ຈື່​ໄວ້​ວ່າ​ເຈົ້າ​ບັງຄັບ​ພໍ່​ແມ່​ບໍ່​ໄດ້. ເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ເຂົາເຈົ້າ​ແຍກ​ທາງ​ກັນ ແລະ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ກັບ​ມາ​ຄືນດີ​ກັນ​ກໍ​ບໍ່​ໄດ້.—ສຸພາສິດ 26:17

● ຢ່າ​ຄຽດແຄ້ນ. ການ​ຄຽດແຄ້ນ​ພໍ່​ແມ່​ມີ​ແຕ່​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເສຍຫາຍ. ທອມ​ຈື່​ຄວາມ​ຮູ້ສຶກ​ຂອງ​ລາວ​ຕອນ​ອາຍຸ 12 ປີ ລາວ​ບອກ​ວ່າ: “ຂ້ອຍ​ໃຈ​ຮ້າຍ​ໃຫ້​ພໍ່​ເອົາ​ແທ້​ເອົາ​ວ່າ. ຂ້ອຍ​ບໍ່​ຢາກ​ໃຊ້​ຄຳ​ວ່າ ‘ຄຽດແຄ້ນ’ ແຕ່​ຂ້ອຍ​ໃຈ​ຮ້າຍ​ສຸດໆ. ຂ້ອຍ​ບໍ່​ເຂົ້າໃຈ​ເລີຍ​ວ່າ​ພໍ່​ຖິ້ມ​ເຮົາ​ໄປ​ໄດ້​ແນວ​ໃດ​ຖ້າ​ລາວ​ຮັກ​ເຮົາ.”

ການ​ທີ່​ພໍ່​ແມ່​ແຍກ​ກັນ​ຢູ່​ຄື​ຊິ​ບໍ່​ແມ່ນ​ເປັນ​ຍ້ອນ​ວ່າ​ຄົນ​ໜຶ່ງ​ດີ​ໄປ​ໝົດ​ແລະ​ອີກ​ຄົນ​ໜຶ່ງ​ຊົ່ວ​ໄປ​ໝົດ. ພໍ່​ແມ່​ຄື​ຊິ​ບໍ່​ໄດ້​ບອກ​ທຸກ​ຢ່າງ​ກ່ຽວກັບ​ຊີວິດ​ຄູ່​ຂອງ​ເຂົາເຈົ້າ​ຫຼື​ເຫດຜົນ​ທີ່​ເຂົາເຈົ້າ​ແຍກ​ກັນ​ຢູ່. ໂຕ​ເຂົາເຈົ້າ​ເອງ​ອາດ​ບໍ່​ເຂົ້າໃຈ​ສາເຫດ​ແທ້ໆ​ດ້ວຍ​ຊ້ຳ. ດັ່ງນັ້ນ ຢ່າ​ຕັດສິນ​ເລື່ອງ​ທີ່​ເຈົ້າ​ບໍ່​ຮູ້​ຄວາມ​ຈິງ​ທັງໝົດ. (ສຸພາສິດ 18:13) ທີ່​ຈິງ​ມັນ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ບໍ່​ໃຈ​ຮ້າຍ ແລະ​ເປັນ​ເລື່ອງ​ທຳມະດາ​ທີ່​ເຈົ້າ​ຈະ​ອາລົມ​ເສຍ​ໃນ​ໄລຍະ​ໜຶ່ງ. ແຕ່​ການ​ເກັບ​ຄວາມ​ຄຽດແຄ້ນ​ໄວ້​ອາດ​ເຮັດ​ໃຫ້​ກາຍ​ເປັນ​ຄົນ​ທີ່​ນິດໄສ​ບໍ່​ດີ​ໄດ້. ດັ່ງນັ້ນ ເຈົ້າ​ໜ້າ​ຈະ​ເຮັດ​ຕາມ​ທີ່​ຄຳພີ​ໄບເບິນ​ບອກ​ໄວ້​ວ່າ: “ໃຫ້​ເຊົາ​ໃຈ​ຮ້າຍ​ແລະ​ເຊົາ​ຄຽດ​ໃຫ້​ຄົນ​ອື່ນ.”—ເພງ​ສັນລະເສີນ 37:8

● ເບິ່ງ​ຕາມ​ຄວາມ​ເປັນ​ຈິງ. ແທນ​ທີ່​ໜຸ່ມ​ສາວ​ບາງ​ຄົນ​ຈະ​ໃຈ​ຮ້າຍ​ໃຫ້​ພໍ່​ຫຼື​ແມ່​ທີ່​ຖິ້ມ​ເຂົາເຈົ້າ​ໄປ ແຕ່​ເຂົາເຈົ້າ​ພັດ​ໄປ​ສົນໃຈ​ແລະ​ຍົກຍ້ອງ​ຜູ້​ນັ້ນ. ຕົວຢ່າງ​ເຊັ່ນ ພໍ່​ຂອງ​ໄວລຸ້ນ​ຄົນ​ໜຶ່ງ​ເປັນ​ຄົນ​ຕິດ​ເຫຼົ້າ ມັກ​ຫຼິ້ນ​ສາວ ໜີ​ປະ​ຄອບຄົວ​ໄປ​ຫຼາຍ​ເທື່ອ ແລະ​ໃນ​ທີ່​ສຸດ​ກໍ​ຢ່າຮ້າງ​ກັບ​ແມ່ ແຕ່​ໄວລຸ້ນ​ຄົນ​ນີ້​ພັດ​ໄປ​ຍົກຍ້ອງ​ພໍ່!

ການ​ຍົກຍ້ອງ​ແບບ​ຜິດໆ​ນີ້​ບໍ່​ແມ່ນ​ເລື່ອງ​ແປກ. ໃນ​ປະເທດ​ໜຶ່ງ ເດັກນ້ອຍ​ປະມານ 90 ເປີເຊັນ​ທີ່​ພໍ່​ແມ່​ຢ່າຮ້າງ​ກັນ​ຈະ​ໃຊ້​ຊີວິດ​ຢູ່​ກັບ​ແມ່ ແຕ່​ຈະ​ທຽວ​ໄປ​ຢາມ​ພໍ່. ແມ່​ຕ້ອງ​ຮັບ​ຜິດ​ຊອບ​ໃນ​ການ​ເບິ່ງແຍງ​ແລະ​ສັ່ງ​ສອນ​ລູກ. ເຖິງ​ວ່າ​ພໍ່​ຈະ​ຊ່ວຍ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ລ້ຽງ​ລູກ​ຢູ່​ແດ່ ແຕ່​ສະພາບການ​ເງິນ​ຂອງ​ແມ່​ກໍ​ມັກ​ຈະ​ຫຼຸດ​ລົງ​ຫຼາຍ​ຫຼັງ​ຈາກ​ຢ່າຮ້າງ ສ່ວນ​ພໍ່​ພັດ​ດີ​ຂຶ້ນ. ຜົນ​ກໍ​ຄື ເມື່ອ​ພໍ່​ມາ​ຢາມ​ກໍ​ມັກ​ຈະ​ມີ​ຂອງຂວັນ​ມາ​ໃຫ້​ແລະ​ພາ​ລູກ​ໄປ​ທ່ຽວ! ແຕ່​ເມື່ອ​ຢູ່​ກັບ​ແມ່​ຕ້ອງ​ໄດ້​ປະຢັດ​ຕະຫຼອດ ແລະ​ແມ່​ກໍ​ມັກ​ຈະ​ສັ່ງ​ສອນ​ແລະ​ຫ້າມ​ນັ້ນ​ຫ້າມ​ນີ້. ໜ້າ​ເສຍດາຍ​ທີ່​ໜຸ່ມ​ສາວ​ບາງ​ຄົນ​ເຖິງຂັ້ນ​ປະຖິ້ມ​ແມ່​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ເພື່ອ​ໄປ​ຢູ່​ກັບ​ພໍ່​ທີ່​ບໍ່​ມີ​ຄວາມ​ເຊື່ອ​ເພາະ​ພໍ່​ລວຍ​ແລະ​ຍອມ​ຕາມ​ໃຈ​ຫຼາຍ​ກວ່າ.—ສຸພາສິດ 19:4

ຖ້າ​ເຈົ້າ​ເລືອກ​ຊີວິດ​ທີ່​ສະດວກ​ສະບາຍ​ແບບ​ນັ້ນ ກໍ​ຄິດ​ໃຫ້​ດີ​ວ່າ​ອັນ​ໃດ​ສຳຄັນ​ທີ່​ສຸດ. ຈື່​ໄວ້​ວ່າ​ເຈົ້າ​ຕ້ອງ​ມີ​ຄົນ​ມາ​ຊີ້ນຳ​ແລະ​ສັ່ງ​ສອນ​ເພື່ອ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ນິດໄສ​ທີ່​ດີ​ແລະ​ມີ​ຊີວິດ​ທີ່​ດີ​ໃນ​ອະນາຄົດ. ນີ້​ແຫຼະ​ເປັນ​ສິ່ງ​ທີ່​ມີ​ຄ່າ​ທີ່​ບໍ່​ມີ​ຫຍັງ​ມາ​ທຽບ​ໄດ້.—ສຸພາສິດ 4:13

[ຮູບ​ພາບ​ໜ້າ 202, 203]

ໜຸ່ມ​ສາວ​ທີ່​ແນະນຳ​ພໍ່​ແມ່​ວ່າ​ຈະ​ແກ້​ບັນຫາ​ແນວ​ໃດ​ກໍ​ຄື​ກັບ​ຜູ້​ໂດຍ​ສານ​ທີ່​ແນະນຳ​ນັກ​ບິນ​ກັບ​ຜູ້​ຊ່ວຍ​ນັກ​ບິນ​ວ່າ​ຈະ​ຂັບ​ຍົນ​ແນວ​ໃດ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌