ບົດທີ 6
ຂ້ອຍຈະເຂົ້າກັບອ້າຍເອື້ອຍນ້ອງໄດ້ແນວໃດ?
ຄະແນນວັດແທກ 1 ຫາ 5, ຄະແນນ 1 ແມ່ນ “ເຫີນຫ່າງ” ແລະຄະແນນ 5 ແມ່ນ “ໃກ້ຊິດ” ເຈົ້າຈະໃຫ້ຄະແນນວັດແທກສາຍສຳພັນຂອງເຈົ້າກັບພວກອ້າຍເອື້ອຍນ້ອງວ່າຢູ່ບ່ອນໃດ? ․․․․․
ອ້າຍເອື້ອຍນ້ອງບາງຄອບຄົວສະໜິດກັນຫຼາຍ. ຕົວຢ່າງເຊັ່ນ ນາງເຟລິເຊຍອາຍຸ 19 ປີ ບອກວ່າ: “ອີຣີນານ້ອງສາວຂອງຂ້ອຍເຊິ່ງອາຍຸ 16 ປີ ເປັນໝູ່ທີ່ດີທີ່ສຸດຂອງຂ້ອຍ.” ແລະຄາລີອາຍຸ 17 ປີ ເວົ້າເຖິງເອຣິກອ້າຍຂອງລາວທີ່ອາຍຸ 20 ປີ ດັ່ງນີ້ວ່າ: “ພວກເຮົາເຂົ້າກັນດີແທ້ໆ. ພວກເຮົາບໍ່ເຄີຍຖຽງກັນ.”
ໃນທາງກົງກັນຂ້າມ ສາຍສຳພັນຂອງອ້າຍເອື້ອຍນ້ອງຫຼາຍຄົນອາດຄ້າຍຄືກັບກໍລະນີຂອງນາງລໍເຣນແລະນ້ອງສາວທີ່ຊື່ມາລາ. ລໍເຣນເວົ້າວ່າ: “ພວກເຮົາຖຽງກັນທຸກໆເລື່ອງ. ບໍ່ວ່າເລື່ອງນັ້ນຈະໄຮ້ສາລະພຽງໃດກໍຕາມ.” ຫຼືບາງເທື່ອເຈົ້າອາດຮູ້ສຶກແບບດຽວກັບນາງອາລິດສອາຍຸ 12 ປີ ເຊິ່ງເວົ້າເຖິງທ້າວເດັນນິດສອ້າຍຂອງລາວທີ່ອາຍຸ 14 ປີ ວ່າ: “ລາວເຮັດໃຫ້ຂ້ອຍໃຈຮ້າຍ! ລາວເປີດປະຕູພວດພາດເຂົ້າມາໃນຫ້ອງຂອງຂ້ອຍແລະຈັບເອົາເຄື່ອງຂອງໄປໂດຍບໍ່ຄອບເລີຍ. ເດັນນິດສຈັ່ງແມ່ນເຮັດຄືເດັກນ້ອຍ!”
ເຈົ້າມີອ້າຍເອື້ອຍນ້ອງທີ່ເຮັດໃຫ້ເຈົ້າໃຈຮ້າຍບໍ? ແມ່ນຢູ່ພໍ່ແມ່ຂອງເຈົ້າມີຄວາມຮັບຜິດຊອບທີ່ຈະຮັກສາກົດລະບຽບພາຍໃນຄອບຄົວ. ແຕ່ບໍ່ຊ້າກໍໄວ ເຈົ້າຈຳເປັນຕ້ອງຮຽນຮູ້ທີ່ຈະເຂົ້າກັນໄດ້ກັບຄົນອື່ນ. ເຈົ້າສາມາດຮຽນຮູ້ເລື່ອງນີ້ໄດ້ໃນຂະນະທີ່ຍັງຢູ່ເຮືອນນຳພໍ່ແມ່.
ຂໍໃຫ້ຄິດເຖິງຄວາມຂັດແຍ່ງທີ່ເຈົ້າມີກັບອ້າຍເອື້ອຍນ້ອງ. ພວກເຈົ້າຜິດກັນໃນເລື່ອງໃດຫຼາຍທີ່ສຸດ? ຂໍໃຫ້ເບິ່ງລາຍການທາງລຸ່ມນີ້ ແລະໃຫ້ໝາຍ ✔ ໃສ່ໃນປ່ອງທີ່ກົງກັບກໍລະນີຂອງເຈົ້າຫຼືຂຽນສະພາບການທີ່ເຮັດໃຫ້ເຈົ້າໃຈຮ້າຍ!
◻ ເຄື່ອງໃຊ້ສ່ວນຕົວ. ອ້າຍເອື້ອຍນ້ອງຈັບເອົາເຄື່ອງຂອງໄປໂດຍບໍ່ໄດ້ຄອບກ່ອນ.
◻ ເລື່ອງນິດໄສໃຈຄໍທີ່ບໍ່ເຂົ້າກັນ. ອ້າຍເອື້ອຍນ້ອງຂອງຂ້ອຍເຮັດແບບເຫັນແກ່ຕົວ ຫຼືບໍ່ເກງໃຈ ຫຼືພະຍາຍາມຄວບຄຸມຊີວິດຂ້ອຍ.
◻ ເລື່ອງຄວາມເປັນສ່ວນຕົວ. ອ້າຍເອື້ອຍນ້ອງເຂົ້າມາໃນຫ້ອງຂອງຂ້ອຍໂດຍບໍ່ເຄາະປະຕູກ່ອນຫຼືອ່ານອີເມວຫຼືຂໍ້ຄວາມໃນໂທລະສັບຂອງຂ້ອຍໂດຍບໍ່ຂໍອະນຸຍາດກ່ອນ.
◻ ເລື່ອງອື່ນໆ ․․․․․
ຖ້າອ້າຍເອື້ອຍນ້ອງລົບກວນໃຈເຈົ້າຕະຫຼອດເວລາເຊັ່ນ ສັ່ງເຈົ້າໃຫ້ເຮັດອັນນັ້ນອັນນີ້ ຫຼືບໍ່ນັບຖືຄວາມເປັນສ່ວນຕົວຂອງເຈົ້າ ມັນອາດເປັນເລື່ອງຍາກທີ່ຈະບໍ່ເຄືອງໃຈ. ແຕ່ສຸພາສິດໃນຄຳພີໄບເບິນກ່າວວ່າ: “ເມື່ອເຕັງດັງເລືອດໄຫຼອອກ ແລະເມື່ອຍົວະຄວາມຄຽດກໍໃຫ້ບັງເກີດຄວາມຜິດກັນ.” (ສຸພາສິດ 30:33) ຖ້າເກັບຄວາມເຄືອງໃຈໄວ້ ມັນອາດເຮັດໃຫ້ເຈົ້າລະເບີດອາລົມອອກມາເຊິ່ງເປັນຄືກັບການບີບດັງຈະເຮັດໃຫ້ເລືອດໄຫຼອອກ. ຈາກນັ້ນບັນຫາກໍຈະມີແຕ່ຮ້າຍແຮງຂຶ້ນ. (ສຸພາສິດ 26:21) ເຈົ້າສາມາດປ້ອງກັນຄວາມເຄືອງໃຈບໍ່ໃຫ້ກາຍເປັນການຜິດຖຽງກັນທີ່ຮ້າຍແຮງໄດ້ແນວໃດ? ຂັ້ນຕອນທຳອິດຄືການຮູ້ບັນຫາທີ່ແທ້ຈິງ.
ເຫດການທີ່ເກີດຂຶ້ນຫຼືສາເຫດຂອງບັນຫາ
ບັນຫາລະຫວ່າງອ້າຍເອື້ອຍນ້ອງເປັນຄືກັບສິວທີ່ຢູ່ໜ້າ. ສິວທີ່ປາກົດຢູ່ຜິວໜັງພາໃຫ້ເບິ່ງບໍ່ງາມ ແຕ່ຕົ້ນເຫດແມ່ນມາຈາກການຕິດເຊື້ອຢູ່ທາງໃນ. ຄ້າຍກັນ ການຜິດກັນລະຫວ່າງອ້າຍເອື້ອຍນ້ອງຫຼາຍຄັ້ງເປັນປາກົດການທາງນອກທີ່ບົ່ງບອກເຖິງບັນຫາທີ່ເຊື່ອງຢູ່ທາງໃນ.
ເຈົ້າສາມາດປິ່ນປົວສິວດ້ວຍການບີບຫົວສິວ ແຕ່ນັ້ນເປັນພຽງການປິ່ນປົວອາການທາງນອກ ແລະນັ້ນອາດເຮັດໃຫ້ເປັນແປ້ວຫຼືເປັນແຜຕິດເຊື້ອທີ່ຮ້າຍແຮງຂຶ້ນ. ວິທີການຮັກສາທີ່ດີກວ່າແມ່ນການປິ່ນປົວການຕິດເຊື້ອແລະດ້ວຍເຫດນີ້ຈຶ່ງເປັນການປ້ອງກັນບໍ່ໃຫ້ເປັນສິວຫຼາຍຂຶ້ນ. ການມີບັນຫາກັບອ້າຍເອື້ອຍນ້ອງກໍຄ້າຍໆກັນ. ຈົ່ງຮຽນຮູ້ທີ່ຈະລະບຸສາເຫດຂອງບັນຫາໃຫ້ຊັດເຈນ ແລະເຈົ້າຈະບໍ່ເບິ່ງແຕ່ເຫດການທີ່ເກີດຂຶ້ນເທົ່ານັ້ນແຕ່ຈະເຂົ້າເຖິງຕົ້ນເຫດຂອງບັນຫານັ້ນ. ນອກຈາກນັ້ນ ເຈົ້າຍັງສາມາດໃຊ້ຄຳແນະນຳຂອງກະສັດຊາໂລໂມນຜູ້ສະຫຼາດສຸຂຸມເຊິ່ງຂຽນວ່າ: “ຄວາມປັນຍາຂອງຄົນໃຫ້ຕົນຊ້ານານຈະຮ້າຍ.”—ສຸພາສິດ 19:11.
ຕົວຢ່າງ ນາງອາລິດສທີ່ກ່າວເຖິງກ່ອນໜ້ານີ້ໄດ້ເວົ້າເຖິງເດັນນິດສອ້າຍຂອງຕົນວ່າ: “ລາວເປີດປະຕູພວດພາດເຂົ້າມາໃນຫ້ອງຂອງຂ້ອຍແລະຈັບເອົາເຄື່ອງຂອງໂດຍບໍ່ຄອບກ່ອນ.” ນັ້ນແມ່ນເຫດການທີ່ເກີດຂຶ້ນ. ແຕ່ເຈົ້າຄິດວ່າອັນໃດທີ່ແມ່ນບັນຫາແທ້ໆ? ເປັນໄປໄດ້ທີ່ເລື່ອງນີ້ກ່ຽວຂ້ອງກັບການນັບຖືສິດຂອງຄົນອື່ນ. ອາລິດສອາດພະຍາຍາມແກ້ບັນຫາດ້ວຍການບອກເດັນນິດສວ່າບໍ່ ໃຫ້ເຂົ້າມາໃນຫ້ອງຫຼືຈັບເອົາເຄື່ອງຂອງໄປ. ແຕ່ວິທີນີ້ເປັນພຽງການຈັດການກັບອາການພາຍນອກເທົ່ານັ້ນແລະອາດພາໄປສູ່ຄວາມຂັດແຍ່ງຕື່ມອີກ. ແຕ່ຖ້າອາລິດສສາມາດເຮັດໃຫ້ເດັນນິດສເຊື່ອວ່າລາວຄວນສະແດງຄວາມນັບຖືຕໍ່ຄວາມເປັນສ່ວນຕົວແລະຊັບສິນຂອງອາລິດສ ແນ່ນອນວ່າສາຍສຳພັນຂອງເຂົາເຈົ້າຈະດີຂຶ້ນ.
ຮຽນຮູ້ທີ່ຈະແກ້ໄຂຫຼືຫຼີກລ່ຽງຄວາມຂັດແຍ່ງ
ແມ່ນຢູ່ ການລະບຸສາເຫດທີ່ແທ້ຈິງຂອງບັນຫາທີ່ເຈົ້າມີກັບອ້າຍເອື້ອຍນ້ອງເປັນພຽງສ່ວນໜຶ່ງຂອງການແກ້ບັນຫາ. ແຕ່ເຈົ້າສາມາດເຮັດຫຍັງໄດ້ແດ່ເພື່ອແກ້ບັນຫາແລະຫຼີກລ່ຽງການຜິດກັນໃນເທື່ອຕໍ່ໄປ? ລອງປະຕິບັດຕາມຫົກຂັ້ນຕອນຕໍ່ໄປນີ້.
1. ຕົກລົງກັນຕັ້ງກົດພື້ນຖານບາງຢ່າງ. ໃຫ້ຄິດຄືນໃນສິ່ງທີ່ເຈົ້າເຫັນວ່າເປັນສາເຫດຂອງຄວາມຂັດແຍ່ງລະຫວ່າງເຈົ້າກັບອ້າຍເອື້ອຍນ້ອງ. ແລ້ວໃຫ້ລອງຕັ້ງກົດພື້ນຖານບາງຢ່າງເພື່ອແກ້ໄຂສາເຫດຂອງຄວາມຂັດແຍ່ງນັ້ນ. ຕົວຢ່າງເຊັ່ນ ຖ້າຜິດກັນໃນເລື່ອງຂອງໃຊ້ສ່ວນຕົວ ກົດຂໍ້ທີ 1 ອາດຈະເປັນ “ໃຫ້ຂໍອະນຸດຍາດທຸກຄັ້ງກ່ອນຈະເອົາເຄື່ອງຂອງທີ່ເປັນຂອງອີກຄົນໜຶ່ງໄປ.” ກົດຂໍ້ທີ 2 ອາດຈະເປັນ “ໃຫ້ສະແດງຄວາມນັບຖືຕໍ່ກັບສິດຂອງອີກຝ່າຍໜຶ່ງເມື່ອລາວເວົ້າວ່າ ‘ບໍ່ ເຈົ້າເອົາເຄື່ອງນັ້ນໄປບໍ່ໄດ້.’” ເມື່ອຕັ້ງກົດເຫຼົ່ານີ້ ຂໍໃຫ້ຄິດເຖິງຄຳສັ່ງຂອງພະເຍຊູທີ່ວ່າ: “ເຫດສັນນີ້ທ່ານທັງຫຼາຍຢາກໄດ້ໃຫ້ຄົນກະທຳສິ່ງໃດສຳລັບທ່ານ ທ່ານຈົ່ງກະທຳສິ່ງນັ້ນສຳລັບເຂົາທຸກປະການເໝືອນກັນດ້ວຍ.” (ມັດທາຍ 7:12) ດ້ວຍເຫດນີ້ ທັງເຈົ້າແລະອ້າຍເອື້ອຍນ້ອງສາມາດຕັ້ງກົດຕ່າງໆທີ່ສາມາດປະຕິບັດໄດ້. ຈາກນັ້ນ ໃຫ້ປຶກສາກັບພໍ່ແມ່ໃນສິ່ງທີ່ພວກເຈົ້າຕັດສິນໃຈຈະເຮັດເພື່ອເຮັດໃຫ້ແນ່ໃຈວ່າພວກເພິ່ນເຫັນດີໃນເລື່ອງກົດຂອງພວກເຈົ້າ.—ເອເຟດ 6:1.
2. ເຈົ້າເອງຕ້ອງປະຕິບັດຕາມກົດນັ້ນ. ອັກຄະສາວົກໂປໂລຂຽນວ່າ: “ທ່ານທີ່ສັ່ງສອນຄົນອື່ນກໍບໍ່ສັ່ງສອນຕົວເອງຫຼື ທ່ານທີ່ປ່າວປະກາດວ່າ: “ຢ່າລັກຂອງ” ທ່ານເອງລັກຫຼື?” (ໂລມ 2:21) ເຈົ້າຈະເອົາຫຼັກການຂໍ້ນີ້ໄປໃຊ້ແນວໃດ? ຕົວຢ່າງເຊັ່ນ ຖ້າເຈົ້າຕ້ອງການໃຫ້ອ້າຍເອື້ອຍນ້ອງສະແດງຄວາມນັບຖືຕໍ່ຄວາມເປັນສ່ວນຕົວຂອງເຈົ້າ ເຈົ້າກໍເຊັ່ນດຽວກັນຕ້ອງເຄາະປະຕູກ່ອນຈະເຂົ້າໄປໃນຫ້ອງຂອງເຂົາເຈົ້າ ຫຼືຂໍອະນຸຍາດກ່ອນທີ່ຈະອ່ານອີເມວຫຼືຂໍ້ຄວາມໃນໂທລະສັບຂອງເຂົາເຈົ້າ.
3. ຢ່າຟ້າວຄຽດ. ເປັນຫຍັງຂໍ້ນີ້ຈຶ່ງເປັນຄຳແນະນຳທີ່ດີ? ເພາະສຸພາສິດໃນຄຳພີໄບເບິນກ່າວວ່າ: “ຢ່າຊູ່ຟ້າວເຄືອງໃຈ ເຫດວ່າຄວາມເຄືອງໃຈຢູ່ໃນອົກຂອງພວກຄົນໂງ່.” (ຜູ້ເທສະໜາປ່າວປະກາດ 7:9) ຖ້າເຈົ້າເຄືອງໃຈງ່າຍ ເຈົ້າຈະບໍ່ມີຄວາມສຸກໃນຊີວິດ. ແມ່ນແທ້ອ້າຍເອື້ອຍນ້ອງອາດຈະເວົ້າຫຼືເຮັດບາງຢ່າງໃຫ້ເຈົ້າເຄືອງໃຈ. ແຕ່ຂໍໃຫ້ຖາມຕົວເອງວ່າ ‘ຜ່ານມາຂ້ອຍເຮັດສິ່ງທີ່ຄ້າຍໆກັນນີ້ບໍຕໍ່ເຂົາເຈົ້າ?’ (ມັດທາຍ 7:1-5) ນາງເຈັນນີ ກ່າວວ່າ: “ຕອນອາຍຸ 13 ປີ ຂ້ອຍຄິດວ່າຄວາມເຫັນຂອງຂ້ອຍສຳຄັນທີ່ສຸດແລະຕ້ອງ ມີຄົນຟັງ.” ຕອນນີ້ນ້ອງສາວຂ້ອຍກຳລັງຢູ່ໃນໄວທີ່ມີຄວາມຄິດຄ້າຍໆກັນ. ດັ່ງນັ້ນຂ້ອຍພະຍາຍາມທີ່ຈະບໍ່ເຄືອງໃຈກັບສິ່ງທີ່ລາວເວົ້າ.”
4. ໃຫ້ອະໄພແລ້ວກໍໃຫ້ລືມເລື່ອງນັ້ນພ້ອມ. ບັນຫາຕ່າງໆທີ່ຮ້າຍແຮງຈຳເປັນຕ້ອງໄດ້ມີການເວົ້າລົມກັນແລະແກ້ໄຂ. ແຕ່ເຈົ້າຈຳເປັນຕ້ອງເອີ້ນນ້ອງມາຊີ້ແຈງຂໍ້ຜິດພາດທຸກເລື່ອງທີ່ລາວເຮັດຜິດບໍ? ພະເຢໂຫວາພະເຈົ້າພໍໃຈເມື່ອເຈົ້າເຕັມໃຈທີ່ຈະໃຫ້ ‘ການຜິດລ່ວງກາຍໄປ.’ (ສຸພາສິດ 19:11) ນາງອາລິສັນອາຍຸ 19 ປີ ກ່າວວ່າ: “ຂ້ອຍກັບຣາເຊວນ້ອງສາວຂອງຂ້ອຍສາມາດແກ້ໄຂຄວາມຜິດໃຈກັນລະຫວ່າງພວກເຮົາໄດ້. ພວກເຮົາທັງສອງພ້ອມທີ່ຈະຂໍໂທດແລະອະທິບາຍສິ່ງທີ່ເຮົາຄິດວ່າເປັນສາເຫດຂອງຄວາມຂັດແຍ່ງ. ບາງເທື່ອຂ້ອຍຈະນອນຄິດກ່ຽວກັບເລື່ອງນັ້ນກ່ອນຍົກມັນຂຶ້ນມາເວົ້າ. ຫຼາຍຄັ້ງໃນມື້ຕໍ່ມາມັນງ່າຍຂຶ້ນທີ່ຈະໃຫ້ອະໄພແລ້ວກໍລືມເລື່ອງນັ້ນພ້ອມ ແລະຂ້ອຍກໍບໍ່ຈຳເປັນຍົກມັນຂຶ້ນມາເວົ້າເລີຍ.”
5. ຂໍໃຫ້ພໍ່ແມ່ເປັນຜູ້ໄກ່ເກ່ຍ. ຖ້າເຈົ້າແລະອ້າຍເອື້ອຍນ້ອງບໍ່ສາມາດແກ້ໄຂບັນຫາທີ່ສຳຄັນໄດ້ ບາງເທື່ອພໍ່ແມ່ສາມາດຊ່ວຍສ້າງສັນຕິໄດ້. (ໂລມ 14:19) ແຕ່ຂໍໃຫ້ຈື່ໄວ້ວ່າຄວາມສາມາດທີ່ຈະແກ້ໄຂຂໍ້ຂັດແຍ່ງໂດຍທີ່ບໍ່ຕ້ອງໃຫ້ພໍ່ແມ່ມາໄກ່ເກ່ຍປຽບຄືໄມ້ຫຼາວັດແທກທີ່ສະແດງເຖິງຄວາມເປັນຜູ້ໃຫຍ່ຢ່າງແທ້ຈິງ.
6. ເຫັນຄຸນຄ່າຄຸນລັກສະນະທີ່ດີຂອງອ້າຍເອື້ອຍນ້ອງ. ເປັນໄປໄດ້ທີ່ອ້າຍເອື້ອຍນ້ອງຂອງເຈົ້າມີຄຸນລັກສະນະດີໆຫຼາຍຢ່າງທີ່ເຈົ້າມັກ. ຂໍໃຫ້ຂຽນຄຸນລັກສະນະໜຶ່ງຢ່າງທີ່ເຈົ້າມັກໃນຕົວອ້າຍເອື້ອຍນ້ອງແຕ່ລະຄົນ.
ຊື່ ສິ່ງທີ່ເຈົ້າມັກ
․․․․․ ․․․․․
ແທນທີ່ຈະຄິດເຖິງແຕ່ຂໍ້ຜິດພາດຂອງອ້າຍເອື້ອຍນ້ອງ ເປັນຫຍັງຈຶ່ງບໍ່ຊອກຫາໂອກາດທີ່ຈະບອກໃຫ້ເຂົາເຈົ້າຮູ້ເຖິງສິ່ງທີ່ເຈົ້ານິຍົມຊົມຊອບໃນຕົວເຂົາເຈົ້າ?—ຄຳເພງ 130:3; ສຸພາສິດ 15:23.
ແນວໃດກໍຕາມ ຄຳພີໄບເບິນຍອມຮັບວ່າອ້າຍເອື້ອຍນ້ອງອາດບໍ່ແມ່ນໝູ່ສະໜິດທີ່ສຸດທີ່ເຈົ້າມີ. (ສຸພາສິດ 18:24) ແຕ່ເຈົ້າສາມາດເສີມສ້າງສາຍສຳພັນກັບອ້າຍເອື້ອຍນ້ອງໄດ້ຖ້າເຈົ້າ “ອົດກັ້ນໄວ້ກັນແລະກັນ” ເຖິງແມ່ນເມື່ອມີເຫດຜົນທີ່ຈະຟ້ອງຫຼືຈົ່ມໃຫ້ກັນ. (ໂກໂລດ 3:13) ຖ້າເຈົ້າເຮັດເຊັ່ນນັ້ນ ເປັນໄປໄດ້ທີ່ອ້າຍເອື້ອຍນ້ອງຈະເຮັດໃຫ້ເຈົ້າ ໃຈຮ້າຍໜ້ອຍລົງ. ແລະແມ່ນແຕ່ເຈົ້າ ກໍອາດເຮັດໃຫ້ເຂົາເຈົ້າ ໃຈຮ້າຍໜ້ອຍລົງເຊັ່ນກັນ!
ເຈົ້າຈະຮູ້ໄດ້ແນວໃດວ່າຕົນເອງພ້ອມແລ້ວແທ້ໆທີ່ຈະຍ້າຍອອກຈາກເຮືອນ?
ຂໍ້ພະຄຳພີຫຼັກ
“ໃຫ້ຄົນທັງປວງເຫັນວ່າທ່ານທັງຫຼາຍເປັນຄົນມີເຫດຜົນ.”—ຟີລິບ 4:5, ລ.ມ.
ຄຳແນະນຳ
ຖ້າເຈົ້າມີອ້າຍເອື້ອຍນ້ອງທີ່ເຈົ້າຮູ້ສຶກວ່າເຂົ້າກັນໄດ້ຍາກ ຂໍໃຫ້ມີທັດສະນະໃນແງ່ບວກ ນັ້ນຄືອ້າຍເອື້ອຍນ້ອງຜູ້ນັ້ນກຳລັງຊ່ວຍເຈົ້າໃຫ້ພັດທະນາຄຸນລັກສະນະທີ່ມີຄ່າ!
ເຈົ້າຮູ້ບໍ . . .?
ເມື່ອເຈົ້າຍ້າຍອອກຈາກເຮືອນ ໃນບາງຄັ້ງຄາວເຈົ້າຈະຖືກຫ້ອມລ້ອມດ້ວຍຜູ້ຄົນທີ່ເຮັດໃຫ້ເຈົ້າໃຈຮ້າຍເຊັ່ນ ເພື່ອນຮ່ວມງານແລະຄົນອື່ນໆທີ່ຂ້ອນຂ້າງຫຍາບຄາຍ ບໍ່ຈຽມໃຈຄົນອື່ນ ແລະເຫັນແກ່ຕົວ. ເຮືອນເປັນສະຖານທີ່ທີ່ຈະຮຽນຮູ້ວິທີຈັດການຢ່າງສັນຕິກັບສິ່ງທ້າທາຍຕ່າງໆແບບນັ້ນ.
ແຜນພາກປະຕິບັດ!
ກົດການປະພຶດບາງຢ່າງທີ່ຂ້ອຍສາມາດຕົກລົງກັບອ້າຍເອື້ອຍນ້ອງຂອງຂ້ອຍແມ່ນ ․․․․․
ຂ້ອຍສາມາດເຮັດໃຫ້ອ້າຍເອື້ອຍນ້ອງໃຈຮ້າຍໜ້ອຍລົງຕໍ່ຂ້ອຍ ຖ້າຂ້ອຍ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ (ແມ່) ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດວ່າແນວໃດ?
• ເປັນຫຍັງຈຶ່ງເປັນເລື່ອງສຳຄັນທີ່ຈະພິຈາລະນາຄວາມແຕກຕ່າງລະຫວ່າງເຫດການທີ່ເກີດຂຶ້ນແລະຕົ້ນເຫດຂອງບັນຫາ?
• ເຈົ້າເຫັນວ່າການມີອ້າຍເອື້ອຍນ້ອງມີຜົນດີຄືແນວໃດ?
[ຈຸດເດັ່ນໜ້າ 46]
“ຖ້າຂ້ອຍບໍ່ມີພວກນ້ອງກໍຄົງບໍ່ມີຄວາມຊົງຈຳທີ່ໜ້າຊື່ນຊົມຍິນດີທີ່ສຸດເຫຼືອຢູ່. ສຳລັບຜູ້ທີ່ມີອ້າຍເອື້ອຍນ້ອງ ຂ້ອຍຢາກບອກວ່າ ‘ຂໍໃຫ້ເຫັນຄຸນຄ່າເຂົາເຈົ້າ.’”—ນາງ ມາຣິລີນ
[ກອບໜ້າ 42]
ແບບສອບຖາມ
ລະບຸສາເຫດທີ່ແທ້ຈິງ
ເຈົ້າຕ້ອງການພັດທະນາທັກສະການລະບຸສາເຫດທີ່ແທ້ຈິງລະຫວ່າງເຈົ້າກັບອ້າຍເອື້ອຍນ້ອງບໍ? ຖ້າຕ້ອງການ ຂໍໃຫ້ອ່ານອຸທາຫອນຂອງພະເຍຊູເລື່ອງລູກຊາຍທີ່ໜີອອກຈາກເຮືອນແລະຜານຊັບສົມບັດຂອງຕົນ. (ລືກາ 15:11-32) ຂໍໃຫ້ພິຈາລະນາດີໆເຖິງຄຳເວົ້າຂອງຜູ້ເປັນອ້າຍເມື່ອນ້ອງຊາຍກັບມາເຮືອນ. ຈາກນັ້ນຂໍໃຫ້ຕອບຄຳຖາມຕໍ່ໄປນີ້.
ອັນໃດເປັນເຫດການທີ່ພາໃຫ້ອ້າຍເວົ້າແບບນີ້? ․․․․․
ເຈົ້າຄິດວ່າອັນໃດແມ່ນສາເຫດທີ່ແທ້ຈິງ? ․․․․․
ພໍ່ພະຍາຍາມແກ້ໄຂບັນຫານັ້ນແນວໃດ? ․․․․․
ອ້າຍຕ້ອງເຮັດຫຍັງເພື່ອແກ້ໄຂບັນຫາ? ․․․․․
ບັດນີ້ຂໍໃຫ້ຄິດເຖິງຂໍ້ຂັດແຍ່ງທີ່ເຈົ້າຫາກໍມີກັບອ້າຍເອື້ອຍນ້ອງໃນມໍ່ໆນີ້. ຈາກນັ້ນໃຫ້ຂຽນຄຳຕອບໃສ່ທາງຂ້າງຄຳຖາມທີ່ຢູ່ທາງລຸ່ມນີ້.
ອັນໃດເຮັດໃຫ້ເກີດເຫດການນັ້ນ? ․․․․․
ເຈົ້າຄິດວ່າອັນໃດອາດເປັນສາເຫດທີ່ແທ້ຈິງ? ․․․․․
ເຈົ້າທັງສອງຝ່າຍອາດຕົກລົງຈະວາງກົດອັນໃດແດ່ເພື່ອແກ້ບັນຫາແລະປ້ອງກັນການຜິດກັນເທື່ອຕໍ່ໄປ? ․․․․․
[ຮູບພາບໜ້າ 43]
ບັນຫາທີ່ເກີດຂຶ້ນລະຫວ່າງອ້າຍເອື້ອຍນ້ອງເປັນຄືສິວ—ເພື່ອຈະໃຫ້ສິວເຊົາເຈົ້າຈຳເປັນຕ້ອງປິ່ນປົວທີ່ຕົ້ນເຫດ ບໍ່ແມ່ນພຽງແຕ່ອາການພາຍນອກ