ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ1 ບົດທີ 15 ໜ້າ 105-110
  • ຜິດ​ບໍ​ຖ້າ​ຢາກ​ມີ​ຄວາມ​ເປັນ​ສ່ວນ​ຕົວ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຜິດ​ບໍ​ຖ້າ​ຢາກ​ມີ​ຄວາມ​ເປັນ​ສ່ວນ​ຕົວ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເມື່ອ​ເຈົ້າ​ຕ້ອງການ​ຢູ່​ຕາມ​ລຳພັງ
  • ເມື່ອ​ເຈົ້າ​ຄົບ​ໝູ່​ເພື່ອນ
  • ຄວາມ​ເປັນ​ສ່ວນ​ຕົວ​ແລະ​ຕົວ​ເຈົ້າ​ເອງ
  • ເປັນ​ຫຍັງ​ຕ້ອງ​ມີ​ກົດ​ຫຼາຍ​ຂະໜາດ​ນີ້?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ຂ້ອຍ​ຈະ​ມີ​ອິດສະຫຼະ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ຖ້າ​ພໍ່​ແມ່​ຜິດ​ກັນ​ຈະ​ເຮັດ​ແນວ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ເປັນ​ຫຍັງ​ພໍ່​ແມ່​ບໍ່​ປ່ອຍ​ໃຫ້​ຂ້ອຍ​ມີ​ຄວາມ​ມ່ວນ​ຊື່ນ​ແດ່?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ເບິ່ງຕື່ມ
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ໜສ1 ບົດທີ 15 ໜ້າ 105-110

ບົດ​ທີ 15

ຜິດ​ບໍ​ຖ້າ​ຢາກ​ມີ​ຄວາມ​ເປັນ​ສ່ວນ​ຕົວ?

ໃຫ້​ໝາຍ ✔ ໃສ່​ທາງ​ໜ້າ​ຂໍ້​ທີ່​ໃກ້​ຄຽງ​ກັບ​ປະຕິກິລິຍາ​ຂອງ​ເຈົ້າ​ຫຼາຍ​ທີ່​ສຸດ​ໃນ​ສາກ​ເຫດການ​ແຕ່​ລະ​ຢ່າງ​ຕໍ່​ໄປ​ນີ້.

1. ເຈົ້າ​ຢູ່​ໃນ​ຫ້ອງ​ນອນ​ທີ່​ປິດ​ປະຕູ ແລະ​ອ້າຍ​ເອື້ອຍ​ຫຼື​ນ້ອງ​ກໍ​ພວດພາດ​ເຂົ້າ​ມາ​ໃນ​ຫ້ອງ​ໂດຍ​ບໍ່​ເຄາະ​ປະຕູ​ກ່ອນ.

◻ ‘ບໍ່​ເປັນ​ຫຍັງ. ບາງ​ຄັ້ງ​ຂ້ອຍ​ກໍ​ເຮັດ​ແບບ​ນັ້ນ​ກັບ​ອ້າຍ​ເອື້ອຍ​ນ້ອງ​ຄື​ກັນ.’

◻ ‘ຈັ່ງ​ແມ່ນ​ບໍ່​ມີ​ມາລະຍາດ! ຈະ​ເປັນ​ແນວ​ໃດ​ຖ້າ​ຂ້ອຍ​ກຳລັງ​ນຸ່ງ​ເຄື່ອງ?’

2. ເຈົ້າ​ຫາ​ກໍ​ກັບ​ມາ​ຮອດ​ເຮືອນ ແລະ​ຕອນ​ນີ້​ທັງ​ພໍ່​ແລະ​ແມ່​ກໍ​ເລີ່ມ​ສໍ້​ຖາມ​ເຈົ້າ​ຫຼາຍ​ເລື່ອງ. “ລູກ​ໄປ​ໃສ​ມາ? ລູກ​ເຮັດ​ຫຍັງ​ແດ່? ລູກ​ໄປ​ກັບ​ໃຜ?”

◻ ‘ບໍ່​ເປັນ​ຫຍັງ. ປົກກະຕິ​ຂ້ອຍ​ກໍ​ເລົ່າ​ໃຫ້​ພໍ່​ແມ່​ຟັງ​ໝົດ​ທຸກ​ເລື່ອງ​ຢູ່​ແລ້ວ.’

◻ ‘ເປັນ​ຕາ​ໝຸດໝິດ! ພໍ່​ແມ່​ບໍ່​ໄວ້​ໃຈ​ຂ້ອຍ​ເລີຍ!’

ຕອນ​ຍັງ​ນ້ອຍ​ກວ່າ​ນີ້ ຄວາມ​ເປັນ​ສ່ວນ​ຕົວ​ອາດ​ເບິ່ງ​ຄື​ວ່າ​ບໍ່​ແມ່ນ​ເລື່ອງ​ສຳຄັນ​ປານ​ໃດ. ຖ້າ​ອ້າຍ​ເອື້ອຍ​ຫຼື​ນ້ອງ​ພວດ​ພາດ​ເຂົ້າ​ມາ​ໃນ​ຫ້ອງ​ນອນ​ຂອງ​ເຈົ້າ ເຈົ້າ​ກໍ​ຍິນດີ​ໃຫ້​ເຂົ້າ​ມາ. ຖ້າ​ພໍ່​ແມ່​ຖາມ​ຄຳຖາມ ເຈົ້າ​ກໍ​ຕອບ​ໂດຍ​ບໍ່​ໄດ້​ລໍ​ຊ້າ. ໃນ​ຕອນ​ນັ້ນ ຊີວິດ​ຂອງ​ເຈົ້າ​ບໍ່​ມີ​ຫຍັງ​ປິດ​ລັບ. ແຕ່​ມາ​ຮອດ​ຕອນ​ນີ້ ເຈົ້າ​ອາດ​ບໍ່​ຢາກ​ໃຫ້​ຄົນ​ອື່ນ​ຮູ້​ທຸກ​ເລື່ອງ​ໃນ​ຊີວິດ​ຂອງ​ເຈົ້າ. ທ້າວ​ຄໍຣີ​ອາຍຸ 14 ປີ​ເວົ້າ​ວ່າ: “ຂ້ອຍ​ຢາກ​ເກັບ​ບາງ​ເລື່ອງ​ໄວ້​ບໍ່​ໃຫ້​ໃຜ​ຮູ້.” ຂໍ​ໃຫ້​ເບິ່ງ​ໃນ​ສອງ​ຂອບ​ເຂດ​ເຊິ່ງ​ການ​ພະຍາຍາມ​ໄດ້​ຄວາມ​ເປັນ​ສ່ວນ​ຕົວ​ອາດ​ເປັນ​ເລື່ອງ​ຍາກ.

ເມື່ອ​ເຈົ້າ​ຕ້ອງການ​ຢູ່​ຕາມ​ລຳພັງ

ມີ​ເຫດຜົນ​ສົມຄວນ​ຫຼາຍ​ຢ່າງ​ທີ່​ເຈົ້າ​ຈະ​ຕ້ອງການ​ຢູ່​ຕາມ​ລຳພັງ. ເຈົ້າ​ອາດ​ຕ້ອງການ “ພັກຜ່ອນ​ຈັກ​ຄາວ​ໜຶ່ງ.” (ມາລະໂກ 6:31, ທ.ປ.) ຫຼື​ເຈົ້າ​ອາດ​ຕ້ອງການ​ອະທິດຖານ ເຈົ້າ​ອາດ​ເຮັດ​ແບບ​ທີ່​ພະ​ເຍຊູ​ໄດ້​ແນະນຳ​ເຫຼົ່າ​ສາວົກ​ວ່າ: “ຈົ່ງ​ເຂົ້າ​ໄປ​ໃນ​ສ້ວມ [ຫ້ອງ​ນອນ] ຂອງ​ທ່ານ ແລະ​ຄັນ​ອັດ​ປະຕູ​ແລ້ວ​ຈົ່ງ​ອ້ອນ​ວອນ​ພະ​ບິດາ​ຂອງ​ທ່ານ.” (ມັດທາຍ 6:6; ມາລະໂກ 1:35) ບັນຫາ​ກໍ​ຄື ເມື່ອ​ປິດ​ປະຕູ​ຢູ່​ໃນ​ຫ້ອງ​ສ່ວນ​ຕົວ​ຂອງ​ເຈົ້າ (ຖ້າ​ມີ) ພໍ່​ແມ່​ອາດ​ບໍ່​ໄດ້​ຄິດ​ວ່າ​ເຈົ້າ​ກຳລັງ​ອະທິດຖານ! ແລະ​ອ້າຍ​ເອື້ອຍ​ນ້ອງ​ອາດ​ບໍ່​ເຂົ້າ​ໃຈ​ວ່າ​ເຈົ້າ​ຕ້ອງການ​ຢູ່​ຄົນ​ດຽວ.

ສິ່ງ​ທີ່​ເຮັດ​ໄດ້. ແທນ​ທີ່​ຈະ​ເຮັດ​ໃຫ້​ປະເດັນ​ເລື່ອງ​ຄວາມ​ເປັນ​ສ່ວນ​ຕົວ​ກາຍ​ເປັນ​ການ​ຜິດ​ຖຽງ​ກັນ ຂໍ​ໃຫ້​ເຮັດ​ຕາມ​ຄຳ​ແນະນຳ​ຕໍ່​ໄປ​ນີ້.

• ຖ້າ​ເປັນ​ອ້າຍ​ເອື້ອຍ ຫຼື​ນ້ອງ​ຂອງ​ເຈົ້າ ລອງ​ວາງ​ກົດ​ທີ່​ສົມ​ເຫດຜົນ​ສອງ​ສາມ​ຂໍ້ ເພື່ອ​ເຈົ້າ​ຈະ​ມີ​ເວລາ​ເປັນ​ສ່ວນ​ຕົວ​ແດ່. ຖ້າ​ຈຳເປັນ ພໍ່​ແມ່​ອາດ​ຊ່ວຍ​ໄດ້​ໃນ​ເລື່ອງ​ນີ້.a

• ຖ້າ​ເປັນ​ພໍ່​ແມ່​ຂອງ​ເຈົ້າ ຈົ່ງ​ພະຍາຍາມ​ເຂົ້າ​ໃຈ​ຄວາມ​ຄິດ​ຂອງ​ພວກ​ເພິ່ນ. ນາງ​ເຣເບກາ​ອາຍຸ 16 ປີ​ກ່າວ​ວ່າ: “ບາງ​ເທື່ອ​ພໍ່​ແມ່​ຈະ​ເຂົ້າ​ມາ​ສ່ອງ​ເບິ່ງ​ວ່າ​ຂ້ອຍ​ພວມ​ເຮັດ​ຫຍັງ​ຢູ່. ແຕ່​ທີ່​ຈິງ​ແລ້ວ ຖ້າ​ຂ້ອຍ​ມີ​ລູກ​ໄວຮຸ່ນ​ຂ້ອຍ​ກໍ​ອາດ​ເຮັດ​ແບບ​ດຽວ​ກັນ ໂດຍ​ສະເພາະ​ເມື່ອ​ຂ້ອຍ​ຮູ້​ວ່າ​ຄົນ​ໜຸ່ມ​ສາວ​ໃນ​ທຸກ​ມື້​ນີ້​ຕ້ອງ​ປະເຊີນ​ການ​ລໍ້​ໃຈ​ຫຼາຍໆຢ່າງ!” ເຊັ່ນ​ດຽວ​ກັບ​ເຣເບກາ ເຈົ້າ​ຈະ​ເຂົ້າ​ໃຈ​ຄວາມ​ຫ່ວງໃຍ​ຂອງ​ພໍ່​ແມ່​ໄດ້​ບໍ?—ສຸພາສິດ 19:11.

• ໃຫ້​ຖາມ​ຕົວ​ເອງ​ດ້ວຍ​ຄວາມ​ຈິງ​ໃຈ​ວ່າ: ‘ຂ້ອຍ​ເຄີຍ​ເຮັດ​ໃຫ້​ພໍ່​ແມ່​ມີ​ເຫດຜົນ​ທີ່​ຈະ​ສົງໄສ​ບໍ​ວ່າ​ຂ້ອຍ​ເຮັດ​ແນວ​ບໍ່​ດີ​ເມື່ອ​ປິດ​ປະຕູ​ຢູ່​ໃນ​ຫ້ອງ? ຂ້ອຍ​ປິດ​ບັງ​ບໍ່​ໃຫ້​ພໍ່​ແມ່​ຮູ້​ເລື່ອງ​ຊີວິດ​ສ່ວນ​ຕົວ​ບໍ​ຈົນ​ພວກ​ເພິ່ນ​ຮູ້ສຶກ​ວ່າ​ຕ້ອງ​ລັກ​ເບິ່ງ​ລັກ​ຟັງ​ຂ້ອຍ?’ ຖ້າ​ຕົວ​ເຈົ້າ​ຕອບ​ຄຳຖາມ​ເຫຼົ່າ​ນັ້ນ​ວ່າ​ບໍ່​ແມ່ນ ແລະ​ເບິ່ງ​ຄື​ວ່າ​ພໍ່​ແມ່​ຍັງ​ບໍ່​ເຊື່ອ​ໃຈ​ເຈົ້າ ໃຫ້​ບອກ​ພໍ່​ແມ່​ຢ່າງ​ໃຈ​ເຢັນໆແລະ​ດ້ວຍ​ຄວາມ​ນັບຖື​ໃນ​ສິ່ງ​ທີ່​ເຈົ້າ​ຮູ້ສຶກ. ໃຫ້​ຕັ້ງ​ໃຈ​ຟັງ ​ຄວາມ​ເປັນ​ຫ່ວງ​ຂອງ​ພໍ່​ແມ່ ແລະ​ເຮັດ​ໃຫ້​ພໍ່​ແມ່​ໝັ້ນ​ໃຈ​ວ່າ​ສິ່ງ​ທີ່​ເຈົ້າ​ກຳລັງ​ເຮັດ​ບໍ່​ມີ​ອັນ​ໃດ​ທີ່​ກໍ່​ໃຫ້​ເກີດ​ບັນຫາ.—ຢາໂກໂບ 1:19.

ເມື່ອ​ເຈົ້າ​ຄົບ​ໝູ່​ເພື່ອນ

ໃນ​ລະຫວ່າງ​ທີ່​ເປັນ​ໜຸ່ມ​ສາວ ເປັນ​ເລື່ອງ​ປົກກະຕິ​ທີ່​ຈະ​ມີ​ໝູ່​ນອກ​ເໜືອ​ຈາກ​ຄົນ​ໃນ​ຄອບຄົວ. ເປັນ​ເລື່ອງ​ປົກກະຕິ​ເຊັ່ນ​ກັນ​ທີ່​ພໍ່​ແມ່​ຢາກ​ຮູ້​ວ່າ​ໃຜ​ເປັນ​ໝູ່​ຂອງ​ເຈົ້າ ແລະ​ເຈົ້າ​ເຮັດ​ຫຍັງ​ຮ່ວມ​ກັບ​ເຂົາ​ເຈົ້າ​ແດ່. ແຕ່​ບາງ​ຄັ້ງ​ເຈົ້າ​ອາດ​ຮູ້ສຶກ​ວ່າ​ຄວາມ​ເປັນ​ຫ່ວງ​ຂອງ​ພໍ່​ແມ່​ອາດ​ເບິ່ງ​ຄື​ເປັນ​ຄວາມ​ລະ​ແວງ​ສົງໄສ​ຫຼາຍ​ໂພດ. ນາງ​ເອມີ​ອາຍຸ 16 ປີ​ກ່າວ​ວ່າ: “ຂ້ອຍ​ພຽງ​ແຕ່​ຕ້ອງການ​ມີ​ໂທລະສັບ​ມື​ຖື​ແລະ​ອີເມວ ໂດຍ​ທີ່​ພໍ່​ແມ່​ບໍ່​ຕ້ອງ​ຍືດ​ຄໍ​ມາ​ເບິ່ງ​ທຸກໆສິບ​ນາທີ​ແລະ​ຖາມ​ວ່າ​ລູກ​ກຳລັງ​ລົມ​ກັບ​ໃຜ.”

ສິ່ງ​ທີ່​ເຮັດ​ໄດ້. ແທນ​ທີ່​ຈະ​ປ່ອຍ​ໃຫ້​ມິດຕະພາບ​ເປັນ​ສິ່ງ​ກີດ​ຂວາງ​ລະຫວ່າງ​ເຈົ້າ​ກັບ​ພໍ່​ແມ່ ໃຫ້​ລອງ​ເຮັດ​ຕາມ​ຄຳ​ແນະນຳ​ຕໍ່​ໄປ​ນີ້

• ພາ​ໝູ່​ໃຫ້​ມາ​ຮູ້ຈັກ​ກັບ​ພໍ່​ແມ່ ແລະ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ພໍ່​ແມ່​ລຶ້ງ​ເຄີຍ​ກັບ​ໝູ່. ທີ່​ຈິງ ເຈົ້າ​ອາດ​ບໍ່​ມັກ​ທີ່​ພໍ່​ແມ່​ເຮັດ​ໂຕ​ເປັນ​ນັກ​ສືບ ແຕ່​ພວກ​ເພິ່ນ​ກໍ​ບໍ່​ມີ​ທາງ​ເລືອກ​ອື່ນ​ຖ້າ​ໝູ່​ຂອງ​ເຈົ້າ​ເປັນ​ຄົນ​ທີ່​ເພິ່ນ​ບໍ່​ຮູ້ຈັກ. ຂໍ​ໃຫ້​ຈື່​ໄວ້​ວ່າ ແຮ່ງ​ພໍ່​ແມ່​ຮູ້ຈັກ​ຄົນ​ທີ່​ເຈົ້າ​ໃຊ້​ເວລາ​ຄົບຫາ​ນຳ​ຫຼາຍ​ເທົ່າ​ໃດ ພວກ​ເພິ່ນ​ກໍ​ແຮ່ງ​ຈະ​ສະບາຍ​ໃຈ​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ​ກັບ​ໝູ່​ທີ່​ເຈົ້າ​ເລືອກ​ຄົບ.

• ຈົ່ງ​ສັດ​ຊື່​ຕໍ່​ຕົວ​ເອງ ນີ້​ເປັນ​ເລື່ອງ​ສ່ວນ​ຕົວ​ຫຼື​ຄວາມ​ລັບ? ນາງ​ບິດທານີ​ອາຍຸ 22 ປີ​ກ່າວ​ວ່າ: “ຖ້າ​ເຈົ້າ​ຍັງ​ຢູ່​ເຮືອນ​ນຳ​ພໍ່​ແມ່​ແລະ​ພວກ​ເພິ່ນ​ເປັນ​ຫ່ວງ​ບາງ​ເລື່ອງ ເຈົ້າ​ຄວນ​ຄິດ​ວ່າ ‘ຂ້ອຍ​ບໍ່​ໄດ້​ເຮັດ​ແນວ​ບໍ່​ດີ ດັ່ງ​ນັ້ນ​ຈະ​ປິດ​ບັງ​ເຮັດ​ຫຍັງ?’ ໃນ​ທາງ​ກົງ​ກັນ​ຂ້າມ ຖ້າ​ເຈົ້າ​ຈຳເປັນ​ຕ້ອງ ​ປິດ​ບັງ​ເປັນ​ຄວາມ​ລັບ ກໍ​ສະແດງ​ວ່າ​ມີ​ບາງ​ສິ່ງ​ທີ່​ຜິດ​ປົກກະຕິ.”

ຄວາມ​ເປັນ​ສ່ວນ​ຕົວ​ແລະ​ຕົວ​ເຈົ້າ​ເອງ

ຕອນ​ນີ້​ເຈົ້າ​ມີ​ໂອກາດ​ຈະ​ຄິດ​ຫາ​ແນວ​ທາງ​ການ​ແກ້​ບັນຫາ​ບາງ​ຢ່າງ​ກ່ຽວ​ກັບ​ຄວາມ​ເປັນ​ສ່ວນ​ຕົວ​ດ້ານ​ໃດ​ດ້ານ​ໜຶ່ງ​ທີ່​ເຈົ້າ​ເປັນ​ຫ່ວງ. ໃນ​ແຖວ​ທາງ​ລຸ່ມ​ນີ້​ໃຫ້​ຂຽນ​ຄຳຕອບ​ສຳລັບ​ຄຳຖາມ​ທີ່​ຢູ່​ກັບ​ຂັ້ນ​ຕອນ​ຕ່າງໆຕໍ່​ໄປ​ນີ້

ຂັ້ນ​ຕອນ​ທີ 1: ລະບຸ​ບັນຫາ. ເຈົ້າ​ຮູ້ສຶກ​ວ່າ​ຢາກ​ມີ​ຄວາມ​ເປັນ​ສ່ວນ​ຕົວ​ຫຼາຍ​ຂຶ້ນ​ໃນ​ດ້ານ​ໃດ​ແດ່?

․․․․․

ຂັ້ນ​ຕອນ​ທີ 2: ຄຳນຶງ​ເຖິງ​ທັດສະນະ​ຂອງ​ພໍ່​ແມ່. ເຈົ້າ​ຄິດ​ວ່າ​ທີ່​ຈິງ​ແລ້ວ​ພວກ​ເພິ່ນ​ເປັນ​ຫ່ວງ​ເລື່ອງ​ໃດ​ແດ່?

․․․․․

ຂັ້ນ​ຕອນ​ທີ 3: ລົງ​ມື​ແກ້​ບັນຫາ. ໃນ​ແງ່​ໃດ​ທີ່​ເຈົ້າ​ອາດ​ເຮັດ​ໃຫ້​ບັນຫາ​ຮ້າຍແຮງ​ຂຶ້ນ? ເມື່ອ​ຄຳນຶງ​ເຖິງ​ຄຳຕອບ​ທີ່​ຢູ່​ຂ້າງ​ເທິງ​ນັ້ນ ເຈົ້າ​ຈະ​ປ່ຽນ​ແປງ​ຫຍັງ​ແດ່? ເຈົ້າ​ຢາກ​ໃຫ້​ພໍ່​ແມ່​ເຮັດ​ແນວ​ໃດ​ກັບ​ເລື່ອງ​ທີ່​ເຈົ້າ​ເປັນ​ຫ່ວງ?

․․․․․

ຂັ້ນ​ຕອນ​ທີ 4: ເວົ້າ​ລົມ​ກັນ. ຂໍ​ໃຫ້​ອະທິບາຍ​ວິທີ​ທີ່​ເຈົ້າ​ອາດ​ເປັນ​ຝ່າຍ​ລິເລີ່ມ​ເວົ້າ​ລົມ​ກັບ​ພໍ່​ແມ່​ໃນ​ເລື່ອງ​ຄວາມ​ເປັນ​ສ່ວນ​ຕົວ.

․․․․․

ໃນ​ບົດ​ຕໍ່​ໄປ

ພໍ່​ຫຼື​ແມ່​ຂອງ​ເຈົ້າ​ຕາຍ​ຈາກ​ບໍ? ຖ້າ​ແມ່ນ ເຈົ້າ​ຈະ​ພົບ​ການ​ປອບ​ໂຍນ​ໄດ້​ຈາກ​ໃສ?

[ຂໍ້​ຄວາມ​ໄຂ​ເງື່ອນ]

a ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ຂໍ​ໃຫ້​ເບິ່ງ​ບົດ​ທີ 6 ຂອງ​ປຶ້ມ​ຫົວ​ນີ້.

ຂໍ້​ພະ​ຄຳພີ​ຫຼັກ

“ຈົ່ງ​ລີເລືອ​ໃຫ້​ຕົວ​ຢັ້ງຢືນ​ເປັນ​ທີ່​ຊອບ​ຕໍ່​ໜ້າ​ພະເຈົ້າ ເປັນ​ເຈົ້າ​ການ [“ຄົນ​ງານ,” ທ.ປ.] ທີ່​ບໍ່​ມີ​ເຫດ​ໃຫ້​ລັກອາຍ.”—2 ຕີໂມເຕ 2:15.

ຄຳ​ແນະນຳ

ເມື່ອ​ເວົ້າ​ລົມ​ກັບ​ພໍ່​ແມ່​ໃນ​ເລື່ອງ​ຄວາມ​ເປັນ​ສ່ວນ​ຕົວ ຢ່າ​ສະແດງ​ອາການ​ຈົ່ມ. ໃຫ້​ເຈົ້າ​ສະແດງ​ຄວາມ​ເປັນ​ຫ່ວງ. ການ​ຈົ່ມ​ແລະ​ຄວາມ​ເປັນ​ຫ່ວງ​ແຕກຕ່າງ​ກັນ​ແນວ​ໃດ? ການ​ຈົ່ມ​ເປັນ​ການ​ເນັ້ນ​ໃນ​ສິ່ງ​ທີ່​ເຈົ້າ​ຄິດ ວ່າ​ພໍ່​ແມ່​ພວມ​ເຮັດ​ຜິດ. ຄວາມ​ເປັນ​ຫ່ວງ ຊ່ວຍ​ພວກ​ເຈົ້າ​ທຸກ​ຄົນ​ໃຫ້​ເນັ້ນ​ໃນ​ການ​ຫາ​ທາງ​ແກ້ໄຂ.

ເຈົ້າ​ຮູ້​ບໍ . . .?

ແຮ່ງ​ເຈົ້າ​ເປີດ​ເຜີຍ​ກັບ​ພໍ່​ແມ່​ຫຼາຍ​ເທົ່າ​ໃດ ພວກ​ເພິ່ນ​ກໍ​ແຮ່ງ​ສົງໄສ​ເຈົ້າ​ໜ້ອຍ​ລົງ​ເທົ່າ​ນັ້ນ.

ແຜນ​ພາກ​ປະຕິບັດ!

ເພື່ອ​ຈະ​ໄດ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ພໍ່​ແມ່ ຂ້ອຍ​ຈະ ․․․․․

ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່ (ແມ່) ກ່ຽວ​ກັບ​ເລື່ອງ​ນີ້​ແມ່ນ ․․․․․

ເຈົ້າ​ຄິດ​ວ່າ​ແນວ​ໃດ?

• ເປັນ​ຫຍັງ​ພໍ່​ແມ່​ຈຶ່ງ​ມີ​ສິດ​ທີ່​ຈະ​ຖາມ​ກ່ຽວ​ກັບ​ຊີວິດ​ຂອງ​ເຈົ້າ?

• ການ​ທີ່​ເຈົ້າ​ພະຍາຍາມ​ພັດທະນາ​ທັກສະ​ໃນ​ການ​ສື່​ຄວາມ​ກັບ​ພໍ່​ແມ່​ຈະ​ຊ່ວຍ​ເຈົ້າ​ແນວ​ໃດ​ທີ່​ຈະ​ສື່​ຄວາມ​ກັບ​ຜູ້​ໃຫຍ່​ຄົນ​ອື່ນໆ ໃນ​ເວລາ​ຕໍ່​ມາ?

[ຈຸດເດັ່ນໜ້າ 108]

“ພໍ່​ແມ່​ບໍ່​ຢາກ​ໃຫ້​ເຈົ້າ​ປະສົບ​ກັບ​ສິ່ງ​ຊົ່ວ​ຮ້າຍ ແລະ​ບາງ​ຄັ້ງ​ອາດ​ເບິ່ງ​ຄື​ວ່າ​ພວກ​ເພິ່ນ​ຈະ​ເຂົ້າ​ມາ​ຫຍຸ້ງ​ກ່ຽວ​ກັບ​ເລື່ອງ​ສ່ວນ​ຕົວ​ຂອງ​ເຈົ້າ. ມັນ​ອາດ​ເບິ່ງ​ຄື​ວ່າ​ເປັນ​ສິ່ງ​ທີ່​ບໍ່​ຄວນ​ເຮັດ. ແຕ່​ວ່າ​ທີ່​ແທ້​ແລ້ວ ຖ້າ​ຂ້ອຍ​ເປັນ​ແມ່ ຂ້ອຍ​ກໍ​ຄົງ​ເຮັດ​ແບບ​ດຽວ​ກັນ.”—ນາງ ແອເລນາ

[ຮູບ​ພາບ​ໜ້າ 109]

ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເປັນ​ຄື​ກັບ​ເງິນ​ເດືອນ​ທີ່​ໄດ້​ຮັບ​ຈາກ​ການ​ອອກ​ແຮງ​ງານ ນັ້ນ​ຄື​ເຮົາ​ຕ້ອງ​ເຮັດ​ວຽກ​ເພື່ອ​ຈະ​ໄດ້​ເງິນ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌