ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ1 ບົດທີ 27 ໜ້າ 188-194
  • ເປັນ​ຫຍັງ​ພວກ​ຜູ້​ຊາຍ​ຈຶ່ງ​ບໍ່​ມັກ​ຂ້ອຍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເປັນ​ຫຍັງ​ພວກ​ຜູ້​ຊາຍ​ຈຶ່ງ​ບໍ່​ມັກ​ຂ້ອຍ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ສິ່ງ​ທີ່​ຄວນ​ເຮັດ
  • ສິ່ງ​ທີ່​ບໍ່​ຄວນ​ເຮັດ
  • ເຫັນ​ຄຸນຄ່າ​ຂອງ​ຕົວ​ເອງ
  • ເປັນ​ຫຍັງ​ພວກ​ຜູ້​ສາວ​ຈຶ່ງ​ບໍ່​ມັກ​ຂ້ອຍ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ຄົນ​ນີ້​ເໝາະ​ກັບ​ຂ້ອຍ​ບໍ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ຂ້ອຍ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ນັ້ນ​ຄື​ຄວາມ​ຮັກ​ແທ້​ຫຼື​ບໍ່?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ຂ້ອຍ​ຈະ​ໃສ່​ເຄື່ອງ​ນຸ່ງ​ແບບ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ເບິ່ງຕື່ມ
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ໜສ1 ບົດທີ 27 ໜ້າ 188-194

ບົດ​ທີ 27

ເປັນ​ຫຍັງ​ພວກ​ຜູ້​ຊາຍ​ຈຶ່ງ​ບໍ່​ມັກ​ຂ້ອຍ?

ຊາຍ​ຄົນ​ນັ້ນ​ຮູ້​ວ່າ​ມີ​ຄົນ​ມັກ​ຂ້ອຍ​ຫຼາຍ​ເພາະ​ຂ້ອຍ​ບອກ​ລາວ​ວ່າ​ມີ​ຜູ້​ຊາຍ​ຫຼາຍ​ຄົນ​ມາ​ມັກ​ຂ້ອຍ. ລາວ​ຫົວຂວັນ​ເມື່ອ​ຂ້ອຍ​ບອກ​ວ່າ​ໝູ່​ຂອງ​ຂ້ອຍ​ບາງ​ຄົນ​ໄຮ້​ສາລະ. ແລະ​ລາວ​ຮູ້​ວ່າ​ຂ້ອຍ​ເປັນ​ຄົນ​ສະຫຼາດ ເພາະ​ຂ້ອຍ​ເຄີຍ​ແກ້ໄຂ​ຄຳ​ເວົ້າ​ຂອງ​ລາວ​ສອງ​ສາມ​ເທື່ອ. ຂ້ອຍ​ຢາກ​ຮູ້​ວ່າ​ຍັງ​ອີກ​ດົນ​ປານ​ໃດ​ທີ່​ລາວ​ຈະ​ຂໍ​ນັດ​ພົບ​ກັບ​ຂ້ອຍ.

ສາວ​ນັ້ນ​ມີ​ສະເໜ່ ແຕ່​ເບິ່ງ​ຄື​ເປັນ​ຄົນ​ທີ່​ຄິດ​ແບບ​ຕື້ນໆ! ຂ້ອຍ​ເກືອບ​ບໍ່​ມີ​ໂອກາດ​ໄດ້​ເວົ້າ​ເລີຍ. ແຕ່​ເມື່ອ​ຂ້ອຍ​ເວົ້າ ລາວ​ກໍ​ແກ້ໄຂ​ຄຳ​ເວົ້າ​ຂ້ອຍ​ໂລດ! ຂ້ອຍ​ພໍ​ຢາກ​ມຸດ​ດິນ​ໜີ​ຈາກ​ລາວ.

ເຈົ້າ​ຮູ້ສຶກ​ກັງວົນ​ບໍ​ທີ່​ພວກ​ຜູ້​ຊາຍ​ບໍ່​ມາ​ສົນ​ໃຈ? ຍິງ​ສາວ​ຫຼາຍ​ຄົນ​ຮູ້ສຶກ​ແບບ​ນັ້ນ ແມ່ນ​ແຕ່​ບາງ​ຄົນ​ທີ່​ຄິດ​ວ່າ​ບໍ່​ໜ້າ​ຈະ​ມີ​ບັນຫາ! ຍົກ​ຕົວຢ່າງ ນາງ​ໂຈແອນ​ເປັນ​ຄົນ​ງາມ ສະຫຼາດ ແລະ​ເວົ້າ​ໄດ້​ຄ່ອງແຄ່ວ. ແຕ່​ໂຈແອນ​ເວົ້າ​ວ່າ: “ຂ້ອຍ​ມັກ​ຄິດ​ວ່າ​ພວກ​ຜູ້​ຊາຍ​ບໍ່​ມັກ​ຂ້ອຍ. ບາງ​ຄົນ​ທີ່​ຂ້ອຍ​ມັກ​ກໍ​ສະແດງ​ຄວາມ​ສົນ​ໃຈ​ໃນ​ຕົວ​ຂ້ອຍ​ບຶດ​ດຽວ ແຕ່​ຈາກ​ນັ້ນ​ກໍ​ບໍ່​ລົມ​ກັບ​ຂ້ອຍ​ເລີຍ!”

ຄຸນ​ລັກສະນະ​ອັນ​ໃດ​ໃນ​ຕົວ​ຍິງ​ສາວ​ທີ່​ດຶງ​ດູດ​ໃຈ​ຊາຍ​ໜຸ່ມ​ໃຫ້​ສົນ​ໃຈ? ອັນ​ໃດ​ທີ່​ບໍ່​ດຶງ​ດູດ​ຄວາມ​ສົນ​ໃຈ ​ຂອງ​ເຂົາ​ເຈົ້າ? ເຈົ້າ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຊາຍ​ໜຸ່ມ​ທີ່​ສຸພາບ​ຮຽບຮ້ອຍ?

ສິ່ງ​ທີ່​ຄວນ​ເຮັດ

• ຮູ້ຈັກ​ໃຈ​ຕົວ​ເອງ. ເຈົ້າ​ອາດ​ຮູ້ສຶກ​ສົນ​ໃຈ​ຜູ້​ຊາຍ​ຫຼາຍ​ຂຶ້ນ​ເມື່ອ​ກ້າວ​ເຂົ້າ​ສູ່​ໄວ​ເປັນ​ຜູ້​ສາວ. ເຈົ້າ​ອາດ​ຄິດ​ມັກ​ຜູ້​ຊາຍ​ຫຼາຍ​ກວ່າ​ໜຶ່ງ​ຄົນ. ນັ້ນ​ເປັນ​ເລື່ອງ​ປົກກະຕິ. ແຕ່​ຖ້າ​ມອບ​ຫົວໃຈ​ໃຫ້​ຊາຍ​ໜຸ່ມ​ຄົນ​ທຳອິດ​ທີ່​ເຮັດ​ໃຫ້​ໃຈ​ເຈົ້າ​ເຕັ້ນ​ຕຸບຕັບ ເຈົ້າ​ກໍ​ສ່ຽງ​ທີ່​ຈະ​ເຮັດ​ໃຫ້​ການ​ເຕີບໂຕ​ທາງ​ດ້ານ​ອາລົມ​ຢຸດ​ຊະງັກ​ແລະ​ຂາດ​ສາຍ​ສຳພັນ​ກັບ​ພະເຈົ້າ​ນຳ​ອີກ. ເພື່ອ​ຈະ​ພັດທະນາ​ລັກສະນະ​ນິດໄສ​ທີ່​ດີ ເພື່ອ​ທີ່​ຈະ “ປ່ຽນ . . . ເອົາ​ຈິດ​ໃຈ​ໃໝ່” ໃນ​ເລື່ອງ​ທີ່​ສຳຄັນ ເພື່ອ​ທີ່​ຈະ​ບັນລຸ​ເປົ້າ​ໝາຍ​ບາງ​ຢ່າງ​ທີ່​ເຈົ້າ ​ຕັ້ງ​ໄວ້ ລ້ວນ​ແຕ່​ຕ້ອງ​ໃຊ້​ເວລາ.—ໂລມ 12:2; 1 ໂກລິນໂທ 7:36; ໂກໂລດ 3:9, 10.

ແມ່ນ​ຢູ່ ຊາຍ​ໜຸ່ມ​ຫຼາຍ​ຄົນ​ມັກ​ຍິງ​ສາວ​ທີ່​ຍັງ​ຂາດ​ຄວາມ​ໝັ້ນ​ໃຈ​ໃນ​ຕົວ​ເອງ​ຫຼື​ເປັນ​ຄົນ​ທີ່​ຂາດ​ປະສົບການ. ແຕ່​ສິ່ງ​ທຳອິດ​ທີ່​ຊາຍ​ໜຸ່ມ​ປະເພດ​ນັ້ນ​ສົນ​ໃຈ​ຄື​ຮູບ​ໂສມ​ຂອງ​ຍິງ​ສາວ ບໍ່​ແມ່ນ​ທີ່​ວ່າ​ລາວ​ເປັນ​ຄົນ​ແບບ​ໃດ​ແທ້ໆ. ຂໍ້​ຄວາມ​ຈິງ​ກໍ​ຄື​ວ່າ​ຊາຍ​ໜຸ່ມ​ທີ່​ມີ​ເຫດຜົນ​ຈະ​ຊອກ​ຫາ​ຍິງ​ສາວ​ຜູ້​ທີ່​ມີ​ຄຸນ​ລັກສະນະ​ເຊິ່ງ​ສາມາດ​ເສີມ​ສ້າງ​ສາຍ​ສຳພັນ​ເຊິ່ງ​ກັນ​ແລະ​ກັນ.—ມັດທາຍ 19:6.

ສິ່ງ​ທີ່​ຊາຍ​ໜຸ່ມ​ເວົ້າ: “ຜູ້​ຍິງ​ທີ່​ຂ້ອຍ​ມັກ​ຄື​ຄົນ​ທີ່​ມີ​ຄວາມ​ຄຶດ​ເປັນ​ຂອງ​ຕົວ​ເອງ ເຊິ່ງ​ເປັນ​ຜູ້​ທີ່​ປາກົດ​ວ່າ​ມີ​ຄວາມ​ໝັ້ນ​ໃຈ​ວ່າ​ເປັນ​ຕົວ​ຂອງ​ຕົວ​ເອງ.”—ທ້າວ ເຈມສ.

“ຂ້ອຍ​ຈະ​ສົນ​ໃຈ​ຜູ້​ຍິງ​ທີ່​ສາມາດ​ເວົ້າ​ດ້ວຍ​ຄວາມ​ຈິງ​ໃຈ ໃນ​ວິທີ​ໃຫ້​ຄວາມ​ນັບຖື ແລະ​ບໍ່​ແມ່ນ​ພຽງ​ແຕ່​ເຫັນ​ດີ​ກັບ​ຂ້ອຍ​ໃນ​ທຸກ​ເລື່ອງ. ເຖິງ​ແມ່ນ​ວ່າ​ລາວ​ງາມ ແຕ່​ຮູ້ສຶກ​ອຶດ​ອັດ​ໃຈ​ເມື່ອ​ຜູ້​ຍິງ​ເວົ້າ​ເພື່ອ​ເອົາ​ໃຈ​ຂ້ອຍ.”—ທ້າວ ດາເຣັນ.

ເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ກັບ​ຄວາມ​ຄິດ​ເຫັນ​ຂອງ​ຜູ້​ຊາຍ​ທີ່​ຢູ່​ໃນ​ຫົວ​ເລື່ອງ​ນີ້?

․․․․․

• ພັດທະນາ​ຄວາມ​ນັບຖື​ຕໍ່​ຄົນ​ອື່ນ. ເຈົ້າ​ຕ້ອງການ​ເປັນ​ທີ່​ຮັກ​ຂອງ​ຄົນ​ອື່ນ​ສັນ​ໃດ ຊາຍ​ໜຸ່ມ​ທີ່​ເຈົ້າ​ຮູ້ຈັກ​ກໍ​ຕ້ອງການ​ໄດ້​ຮັບ​ຄວາມ​ນັບຖື​ສັນ​ນັ້ນ. ບໍ່​ແມ່ນ​ເລື່ອງ​ບັງເອີນ​ທີ່​ຄຳພີ​ໄບເບິນ​ກ່າວ​ກັບ​ຜູ້​ເປັນ​ຜົວ​ວ່າ​ຄວນ​ຮັກ​ເມຍ​ຂອງ​ຕົນ ແຕ່​ກໍ​ກ່າວ​ວ່າ​ເມຍ​ຄວນ “ນັບຖື​ຜົວ​ຢ່າງ​ສຸດ​ຊຶ້ງ.” (ເອເຟດ 5:33, ລ.ມ.) ກົງ​ກັບ​ຖ້ອຍຄຳ​ທີ່​ສະແດງ​ເຖິງ​ສະຕິ​ປັນຍາ​ນັ້ນ ການ​ສຳຫຼວດ​ຊາຍ​ໜຸ່ມ​ຫຼາຍ​ຮ້ອຍ​ຄົນ​ພົບ​ວ່າ ມີ​ຫຼາຍ​ກວ່າ 60 ສ່ວນ​ຮ້ອຍ​ເຫັນ​ວ່າ​ຄວາມ​ນັບຖື​ມີ​ຄ່າ​ຫຼາຍ​ກວ່າ ​ຄວາມ​ຮັກ. ສ່ວນ​ການ​ສຳຫຼວດ​ຜູ້​ຊາຍ​ທີ່​ມີ​ອາຍຸ​ສູງ​ກວ່າ​ນັ້ນ ມີ​ຮອດ 70 ສ່ວນ​ຮ້ອຍ​ເຊິ່ງ​ມີ​ຄວາມ​ເຫັນ​ແບບ​ດຽວ​ກັນ.

ຄວາມ​ນັບຖື​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຕ້ອງ​ຍອມ​ໃນ​ທຸກ​ເລື່ອງ ຫຼື​ບໍ່​ສາມາດ​ສະແດງ​ຄວາມ​ຄິດ​ເຫັນ​ທີ່​ແຕກຕ່າງ​ໄດ້. (ຕົ້ນເດີມ 21:10-12) ແຕ່​ວິທີ ​ທີ່​ສະແດງ​ຄວາມ​ຄິດ​ເຫັນ​ອາດ​ເປັນ​ສິ່ງ​ກຳນົດ​ໄດ້​ວ່າ​ເຈົ້າ​ຈະ​ດຶງ​ດູດ​ຊາຍ​ໜຸ່ມ​ຫຼື​ຈະ​ເຮັດ​ໃຫ້​ລາວ​ຫັນ​ໜ້າ​ໜີ​ໄປ. ຖ້າ​ເຈົ້າ​ຂັດ​ແຍ່ງ​ຫຼື​ແກ້ໄຂ​ຄຳ​ເວົ້າ​ຂອງ​ລາວ​ເລື້ອຍໆ ລາວ​ອາດ​ຮູ້ສຶກ​ວ່າ​ເຈົ້າ​ບໍ່​ມີ​ຄວາມ​ນັບຖື​ລາວ​ປານ​ໃດ. ແຕ່​ຖ້າ​ເຈົ້າ​ຍອມ​ຮັບ​ທັດສະນະ​ແລະ​ຄວາມ​ເຫັນ​ຂອງ​ລາວ​ໃນ​ສິ່ງ​ທີ່​ເຈົ້າ​ເຫັນ​ວ່າ​ສົມຄວນ​ຍ້ອງ​ຍໍ ລາວ​ຈະ​ຍອມ​ຮັບ​ແລະ​ນັບຖື​ທັດສະນະ​ຂອງ​ເຈົ້າ​ຫຼາຍ​ຂຶ້ນ​ເຊັ່ນ​ກັນ. ແນ່ນອນ ຊາຍ​ໜຸ່ມ​ທີ່​ສຸຂຸມ​ຮອບຄອບ​ກໍ​ຈະ​ສັງເກດ​ເຫັນ​ເຊັ່ນ​ກັນ​ຖ້າ​ເຈົ້າ​ປະຕິບັດ​ຕໍ່​ສະມາຊິກ​ໃນ​ຄອບຄົວ​ແລະ​ຄົນ​ອື່ນໆດ້ວຍ​ຄວາມ​ນັບຖື.

ສິ່ງ​ທີ່​ຊາຍ​ໜຸ່ມ​ເວົ້າ: “ຂ້ອຍ​ຄິດ​ວ່າ​ຄວາມ​ນັບຖື​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ໄລຍະ​ເລີ່ມ​ຕົ້ນ​ຂອງ​ສາຍ​ສຳພັນ. ຄວາມ​ຮັກ​ອາດ​ພັດທະນາ​ຂຶ້ນ​ຕາມ​ຫຼັງ.”—ທ້າວ ເອດຽນ.

“ຖ້າ​ຍິງ​ສາວ​ສະແດງ​ຄວາມ​ນັບຖື​ຕໍ່​ຂ້ອຍ​ໄດ້ ຂ້ອຍ​ຄິດ​ວ່າ​ລາວ​ກໍ​ຕ້ອງ​ຮັກ​ຂ້ອຍ​ໄດ້​ແທ້ໆ.”—ທ້າວ ມາກ.

ເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ກັບ​ຄວາມ​ຄິດ​ເຫັນ​ຂອງ​ຜູ້​ຊາຍ​ທີ່​ຢູ່​ຂ້າງ​ເທິງ​ນັ້ນ?

․․․․․

• ນຸ່ງ​ເຄື່ອງ​ສຸພາບ​ຮຽບຮ້ອຍ ແລະ​ຮັກສາ​ສຸຂະ​ອະນາໄມ​ທີ່​ດີ. ເຄື່ອງ​ນຸ່ງ​ແລະ​ການ​ແຕ່ງ​ຕົວ​ເປັນ​ຄື​ກັບ​ລຳໂພງ​ກະຈາຍ​ສຽງ​ທີ່​ປະກາດ​ຄວາມ​ຄິດ​ແລະ​ທັດສະນະ​ທີ່​ຢູ່​ໃນ​ໃຈ​ຂອງ​ເຈົ້າ. ເປັນ​ເວລາ​ດົນ​ນານ​ກ່ອນ​ທີ່​ເຈົ້າ​ຈະ​ເລີ່ມ​ເວົ້າ​ລົມ​ກັບ​ຊາຍ​ໜຸ່ມ ການ​ແຕ່ງ​ຕົວ​ຂອງ​ເຈົ້າ​ກໍ​ບອກ​ຫຼາຍ​ຢ່າງ​ກ່ຽວ​ກັບ​ຕົວ​ເຈົ້າ. ຖ້າ​ເຄື່ອງ​ນຸ່ງ​ຂອງ​ເຈົ້າ​ຮຽບຮ້ອຍ​ແລະ​ສຸພາບ ມັນ​ຈະ​ສະທ້ອນ​ເຖິງ​ຕົວ​ເຈົ້າ​ໃນ​ທາງ​ທີ່​ດີ​ຫຼາຍ. (1 ຕີໂມເຕ 2:9) ຖ້າ​ເຄື່ອງ​ນຸ່ງ​ເປັນ​ແບບ​ຍົວະ​ເຍົ້າ​ຫຼື​ຫຼົມ​ຕ່າມ​ຍ່າມ ມັນ​ຈະ​ສະທ້ອນ​ເຖິງ​ຕົວ​ເຈົ້າ​ໃນ​ທາງ​ລົບ​ຢ່າງ​ຊັດເຈນ!

ສິ່ງ​ທີ່​ຊາຍ​ໜຸ່ມ​ເວົ້າ: “ມາດຕະຖານ​ການ​ແຕ່ງ​ຕົວ​ຂອງ​ຍິງ​ສາວ​ບອກ​ຫຼາຍ​ຢ່າງ​ກ່ຽວ​ກັບ​ທັດສະນະ​ຂອງ​ລາວ​ທີ່​ມີ​ຕໍ່​ຊີວິດ. ຖ້າ​ລາວ​ໃສ່​ເຄື່ອງ​ນຸ່ງ​ທີ່​ເປີດ​ເຜີຍ​ສັດ​ສ່ວນ​ຮ່າງ​ຄີງ​ຫຼື​ຫຼົມ​ຕ່າມ​ຍ່າມ ຂ້ອຍ​ກໍ​ຮູ້​ໂລດ​ວ່າ​ລາວ​ຕ້ອງການ​ໃຫ້​ຜູ້​ຊາຍ​ສົນ​ໃຈ.”—ທ້າວ ເອດຽນ.

“ຂ້ອຍ​ມັກ​ຜູ້​ຍິງ​ທີ່​ເບິ່ງ​ແຍງ​ຜົມ​ຂອງ​ຕົນ​ເອງ ກິ່ນ​ໂຕ​ຫອມ ແລະ​ມີ​ນ້ຳ​ສຽງ​ທີ່​ເປັນ​ຕາ​ຟັງ. ໃນ​ທາງ​ກົງ​ກັນ​ຂ້າມ ເຖິງ​ແມ່ນ​ວ່າ​ຂ້ອຍ​ມັກ​ຍິງ​ສາວ​ຄົນ​ໜຶ່ງ​ທີ່​ງາມ ແຕ່​ຖ້າ​ລາວ​ບໍ່​ມີ​ສຸຂະ​ອະນາໄມ​ທີ່​ດີ ທຸກ​ຢ່າງ​ກໍ​ຈົບ​ຢູ່​ຫັ້ນ.”—ທ້າວ ຣາຍອັນ.

“ຖ້າ​ຍິງ​ສາວ​ແຕ່ງ​ຕົວ​ຍົວະ​ເຍົ້າ ແນ່ນອນ​ວ່າ​ລາວ​ດຶງ​ດູດ​ຄວາມ​ສົນ​ໃຈ​ໄດ້​ແຕ່​ໃນ​ຕອນ​ທຳອິດ. ແຕ່​ຜູ້​ຍິງ​ປະເພດ​ນັ້ນ​ບໍ່​ແມ່ນ​ຄົນ​ທີ່​ຂ້ອຍ​ຢາກ​ເລີ່ມ​ສານ​ສາຍ​ສຳພັນ​ນຳ.”—ທ້າວ ນິໂຄລັດສ.

ເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ກັບ​ຄວາມ​ຄິດ​ເຫັນ​ຂອງ​ຜູ້​ຊາຍ​ທີ່​ຢູ່​ຂ້າງ​ເທິງ​ນັ້ນ?

․․․․․

ສິ່ງ​ທີ່​ບໍ່​ຄວນ​ເຮັດ

• ຢ່າ​ຫຼິ້ນ​ກັບ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ. ຜູ້​ຍິງ​ມີ​ຄວາມ​ສາມາດ​ທີ່​ຈະ​ໃຊ້​ອິດທິພົນ​ເໜືອ​ຜູ້​ຊາຍ. ພະລັງ​ດຶງ​ດູດ​ໃຈ​ແບບ​ນັ້ນ​ອາດ​ໃຊ້​ໃນ​ທາງ​ທີ່​ດີ​ຫຼື​ບໍ່​ດີ​ກໍ​ໄດ້. (ຕົ້ນເດີມ 29:17, 18; ສຸພາສິດ 7:6-23) ຖ້າ​ຢາກ​ທົດລອງ​ເອົາ​ພະລັງ​ທີ່​ເຈົ້າ​ມີ​ຢູ່​ໄປ​ໃຊ້​ກັບ​ຊາຍ​ໜຸ່ມ​ທຸກ​ຄົນ​ທີ່​ເຈົ້າ​ພົບ​ພໍ້ ເຈົ້າ​ອາດ​ມີ​ຊື່ສຽງ​ວ່າ​ເປັນ​ຄົນ​ມັກ​ຈີບ​ຜູ້​ຊາຍ.

ສິ່ງ​ທີ່​ຊາຍ​ໜຸ່ມ​ເວົ້າ: “ພຽງ​ແຕ່​ນັ່ງ​ໃກ້ໆຜູ້​ຍິງ​ທີ່​ງາມ​ແລະ​ບ່າ​ເຮົາ​ຊູນ​ກັນ​ກໍ​ອາດ​ເຮັດ​ໃຫ້​ຮູ້ສຶກ​ຕື່ນ​ເຕັ້ນ ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ຄິດ​ວ່າ​ຜູ້​ຍິງ​ທີ່​ມັກ​ຈັບ​ບາຍ​ຕົວ​ເຮົາ​ເລື້ອຍໆເວລາ​ລົມ​ນຳ​ນັ້ນ​ກຳລັງ​ຫຼິ້ນ​ຄວາມ​ຮູ້ສຶກ.”—ທ້າວ ນິໂຄລັດສ.

“ຖ້າ​ຍິງ​ສາວ​ພະຍາຍາມ​ແຕະ​ຕ້ອງ​ຕົວ​ຜູ້​ຊາຍ​ທຸກ​ຄົນ​ທີ່​ລາວ​ພົບ​ຫຼື​ຫຼິ້ນ​ຫູ​ຫຼິ້ນ​ຕາ​ກັບ​ຜູ້​ຊາຍ​ທຸກ​ຄົນ​ທີ່​ຍ່າງ​ກາຍ​ໄປ ຂ້ອຍ​ຄິດ​ໂລດ​ວ່າ​ລາວ​ມັກ​ຈີບ​ຜູ້​ຊາຍ ແລະ​ຂ້ອຍ​ຮູ້ສຶກ​ວ່າ​ມັນ​ບໍ່​ແມ່ນ​ແນວ​ເຮັດ.”—ທ້າວ ໂຫເຊ.

• ຢ່າ​ຄວບຄຸມ​ຫຼາຍ​ໂພດ. ເມື່ອ​ສອງ​ຄົນ​ແຕ່ງ​ດອງ​ກັນ ຄຳພີ​ໄບເບິນ​ກ່າວ​ວ່າ​ທັງ​ສອງ “ເປັນ​ເນື້ອ​ໜັງ​ອັນ​ດຽວ​ກັນ.” (ຕົ້ນເດີມ 2:24) ເມື່ອ​ຄວາມ​ສຳພັນ​ມາ​ເຖິງ​ຂັ້ນ​ນັ້ນ ທັງ​ຜົວ​ແລະ​ເມຍ​ກໍ​ຍອມ​ສະລະ​ອິດ​ສະລະ​ພາບ​ຫຼາຍ​ຢ່າງ​ທີ່​ເຄີຍ​ມີ​ຕອນ​ເປັນ​ຄົນ​ໂສດ ທີ່​ຈິງ​ແລ້ວ​ເຂົາ​ເຈົ້າ​ມີ​ພັນທະ​ຜູກ​ມັດ​ຕໍ່​ກັນ. (1 ໂກລິນໂທ 7:32-34) ແຕ່​ຖ້າ​ເຈົ້າ​ຫາ​ກໍ​ຮູ້ຈັກ​ກັບ​ຊາຍ​ໜຸ່ມ​ຄົນ​ໜຶ່ງ ເຈົ້າ​ບໍ່​ມີ​ສິດ​ທີ່​ຈະ​ຄາດ​ໝາຍ​ໃຫ້​ລາວ​ລາຍງານ​ໃນ​ທຸກ​ເລື່ອງ ແລະ​ລາວ​ຈະ​ຄາດ​ໝາຍ​ແບບ​ນັ້ນ​ຈາກ​ເຈົ້າ​ກໍ​ບໍ່​ໄດ້.a ຄວາມ​ຈິງ​ກໍ​ຄື​ວ່າ ຖ້າ​ເຈົ້າ​ສຳນຶກ​ເຖິງ​ສິດ​ຂອງ​ລາວ​ທີ່​ຈະ​ມ່ວນ​ຊື່ນ​ກັບ​ໝູ່​ຜູ້​ອື່ນ ລາວ​ອາດ​ສົນ​ໃຈ​ເຈົ້າ​ຫຼາຍ​ກວ່າ​ເກົ່າ. ແລະ​ວິທີ​ທີ່​ລາວ​ໃຊ້​ອິດ​ສະລະ​ນັ້ນ​ຈະ​ບອກ​ເຈົ້າ​ຫຼາຍ​ຢ່າງ​ກ່ຽວ​ກັບ​ນິດໄສ​ຂອງ​ລາວ.—ສຸພາສິດ 20:11.

ສິ່ງ​ທີ່​ຊາຍ​ໜຸ່ມ​ເວົ້າ: “ຂ້ອຍ​ຄິດ​ວ່າ​ຜູ້​ຍິງ​ຄວບຄຸມ​ຫຼາຍ​ໂພດ ຖ້າ​ຕ້ອງການ​ຮູ້​ການ​ເຄື່ອນ​ໄຫວ​ຂອງ​ຂ້ອຍ​ທຸກ​ບາດ​ກ້າວ​ແລະ​ເບິ່ງ​ຄື​ວ່າ​ບໍ່​ສາມາດ​ໃຊ້​ຊີວິດ​ໃນ​ສັງຄົມ​ຫຼື​ສົນ​ໃຈ​ເລື່ອງ​ອື່ນ​ນອກ​ຈາກ​ຕົວ​ຂ້ອຍ.”—ທ້າວ ດາເຣັນ.

“ຖ້າ​ຍິງ​ສາວ​ທີ່​ຂ້ອຍ​ຫາ​ກໍ​ເລີ່ມ​ຮູ້ຈັກ​ສົ່ງ​ຂໍ້​ຄວາມ​ເຖິງ​ຂ້ອຍ​ຕະຫຼອດ ແລະ​ຕ້ອງການ​ຮູ້​ວ່າ​ມີ​ໃຜ​ແດ່​ຢູ່​ນຳ​ຂ້ອຍ ໂດຍ​ສະເພາະ​ຢ່າງ​ຍິ່ງ​ຢາກ​ຮູ້​ຊື່​ຂອງ​ພວກ​ຜູ້​ຍິງ​ທີ່​ຢູ່​ໃນ​ກຸ່ມ ນັ້ນ​ຄື​ສັນຍານ​ເຕືອນ​ໄພ.”—ທ້າວ ຣາຍອັນ.

“ຜູ້​ຍິງ​ທີ່​ບໍ່​ຍອມ​ປ່ອຍ​ໃຫ້​ເຈົ້າ​ໃຊ້​ເວລາ​ກັບ​ໝູ່​ຜູ້​ຊາຍ​ແລະ​ຄຽດ​ເມື່ອ​ບໍ່​ຊວນ​ລາວ​ໄປ​ນຳ​ເລື້ອຍໆ ເປັນ​ຄົນ​ເກາະ​ຕິດ​ຫຼາຍ​ໂພດ​ຈຶ່ງ​ບໍ່​ເປັນ​ຕາ​ໜ້າ​ດຶງ​ດູດ​ໃຈ.”—ທ້າວ ເອດຽນ.

ເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ກັບ​ຄວາມ​ຄິດ​ເຫັນ​ຂອງ​ຜູ້​ຊາຍ​ທີ່​ຢູ່​ໃນ​ຫົວ​ເລື່ອງ​ນີ້?

․․․․․

ເຫັນ​ຄຸນຄ່າ​ຂອງ​ຕົວ​ເອງ

ເຈົ້າ​ອາດ​ຮູ້ຈັກ​ຜູ້​ຍິງ​ທີ່​ຍອມ​ເຮັດ​ທຸກ​ຢ່າງ​ເພື່ອ​ໃຫ້​ຜູ້​ຊາຍ​ສົນ​ໃຈ. ບາງ​ຄົນ​ອາດ​ລົດ​ມາດຕະຖານ​ຂອງ​ຕົນ​ເອງ​ເພື່ອ​ຈະ​ໄດ້​ແຟນ ຫຼື​ໄດ້​ຜົວ. ແນວ​ໃດ​ກໍ​ຕາມ ຫຼັກ​ການ​ທີ່​ວ່າ ‘ເຈົ້າ​ຫວ່ານ​ສິ່ງ​ໃດ​ກໍ​ຈະ​ເກັບ​ກ່ຽວ​ສິ່ງ​ນັ້ນ’ ເອົາ​ມາ​ໃຊ້​ໄດ້​ໃນ​ເລື່ອງ​ນີ້. (ຄາລາຊີ 6:7-9) ຖ້າ​ເຈົ້າ​ບໍ່​ເຫັນ​ຄຸນຄ່າ​ຕົວ​ເອງ​ແລະ​ມາດຕະຖານ​ທີ່​ເຈົ້າ​ພະຍາຍາມ​ເອົາ​ມາ​ໃຊ້ ເຈົ້າ​ກໍ​ຄົງ​ດຶງ​ດູດ​ໃຈ​ໄດ້​ແຕ່​ຜູ້​ຊາຍ​ທີ່​ບໍ່​ເຫັນ​ຄຸນຄ່າ​ຫຼື​ມາດຕະຖານ​ຂອງ​ເຈົ້າ.

ຄວາມ​ຈິງ​ກໍ​ຄື​ວ່າ ບໍ່​ແມ່ນ​ຜູ້​ຊາຍ​ໝົດ​ທຸກ​ຄົນ​ຈະ​ມັກ​ເຈົ້າ ແລະ​ນັ້ນ​ອາດ​ເປັນ​ຜົນ​ດີ​ກໍ​ໄດ້! ແຕ່​ຖ້າ​ເຈົ້າ​ເອົາໃຈໃສ່​ຄວາມ​ງາມ​ຂອງ​ຕົວ​ເອງ​ທັງ​ພາຍ​ໃນ​ແລະ​ພາຍ​ນອກ ເຈົ້າ​ກໍ​ຈະ “ມີ​ລາຄາ​ອັນ​ແພງ​ຕໍ່​ໜ້າ​ພະເຈົ້າ” ແລະ​ເຈົ້າ​ຈະ​ດຶງ​ດູດ​ໃຈ​ຊາຍ​ໜຸ່ມ​ປະເພດ​ທີ່​ເໝາະ​ສົມ​ທີ່​ສຸດ​ກັບ​ເຈົ້າ.—1 ເປໂຕ 3:4.

ໃນ​ບົດ​ຕໍ່​ໄປ

ຈະ​ວ່າ​ແນວ​ໃດ​ຖ້າ​ເຈົ້າ​ເປັນ​ຜູ້​ຊາຍ​ແລະ​ສົງໄສ​ວ່າ ‘ເປັນ​ຫຍັງ​ພວກ​ຜູ້​ຍິງ​ຈຶ່ງ​ບໍ່​ມັກ​ຂ້ອຍ’

[ຂໍ້​ຄວາມ​ໄຂ​ເງື່ອນ]

a ແນ່ນອນ​ວ່າ​ເມື່ອ​ທັງ​ສອງ​ໝັ້ນ​ກັນ​ແລ້ວ ກໍ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ກັນ​ຫຼາຍ​ຂຶ້ນ.

ຂໍ້​ພະ​ຄຳພີ​ຫຼັກ

“ກິລິຍາ​ໜ້າ​ຮັກ​ເປັນ​ສິ່ງ​ທີ່​ລໍ້​ລວງ​ແລະ​ຄວາມ​ງາມ​ເປັນ​ຄວາມ​ເປົ່າໆ ຜູ້​ຍິງ​ທີ່​ຢ້ານຢຳ​ພະ​ເຢໂຫວາ​ເປັນ​ຜູ້​ນັ້ນ​ທີ່​ຈະ​ໄດ້​ຄວາມ​ສັນລະເສີນ.”—ສຸພາສິດ 31:30.

ຄຳ​ແນະນຳ

ຢ່າ​ແຕ່ງ​ໜ້າ​ຫຼາຍ​ໂພດ! ການ​ແຕ່ງ​ໜ້າ​ຫຼາຍ​ໂພດ​ອາດ​ສະທ້ອນ​ເຖິງ​ຕົວ​ເຈົ້າ​ໃນ​ທາງ​ທີ່​ບໍ່​ດີ ນັ້ນ​ຄື​ເຈົ້າ​ເປັນ​ຄົນ​ອວດ​ດີ​ຫຼື​ແມ່ນ​ແຕ່​ໝົດ​ຫວັງ​ຢ່າງ​ເປັນ​ຕາ​ສົມ​ເພດ.

ເຈົ້າ​ຮູ້​ບໍ . . .?

ຖ້າ​ຮຽກ​ຮ້ອງ​ໃຫ້​ຜູ້​ຊາຍ​ສົນ​ໃຈ​ເຈົ້າ​ຄົນ​ດຽວ​ຕະຫຼອດ​ເວລາ ເຈົ້າ​ອາດ​ທຳລາຍ​ສາຍ​ສຳພັນ​ທີ່​ມີ​ຕໍ່​ກັນ.

ແຜນ​ພາກ​ປະຕິບັດ!

ລັກສະນະ​ນິດໄສ​ທີ່​ຂ້ອຍ​ຕ້ອງ​ເອົາໃຈໃສ່​ປັບ​ປຸງ​ແມ່ນ ․․․․․

ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່ (ແມ່) ກ່ຽວ​ກັບ​ເລື່ອງ​ນີ້​ແມ່ນ ․․․․․

ເຈົ້າ​ຄິດ​ວ່າ​ແນວ​ໃດ?

• ເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຈົ້າ​ນັບຖື​ຄວາມ​ຄິດ​ເຫັນ​ແລະ​ຄວາມ​ຮູ້ສຶກ​ຂອງ​ຜູ້​ຊາຍ?

• ເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຫັນ​ຄຸນຄ່າ​ຂອງ​ຕົວ​ເອງ?

[ຈຸດເດັ່ນໜ້າ 190]

“ຂ້ອຍ​ຍອມ​ຮັບ​ວ່າ​ຫຼາຍ​ຄັ້ງ ຕັ້ງ​ແຕ່​ທຳອິດ​ເລີຍ​ຂ້ອຍ​ມັກ​ຄົນ​ງາມ. ແຕ່​ຄວາມ​ຮູ້ສຶກ​ນັ້ນ​ຈະ​ຫ່າງ​ຫາຍ​ໄປ​ຢ່າງ​ໄວ​ຖ້າ​ຜູ້​ຍິງ​ຄົນ​ນັ້ນ​ບໍ່​ມີ​ເປົ້າ​ໝາຍ​ແນ່ນອນ​ທີ່​ໜ້າ​ຍົກຍ້ອງ. ໃນ​ທາງ​ກົງ​ກັນ​ຂ້າມ ຖ້າ​ລາວ​ຮູ້​ວ່າ​ຈະ​ເຮັດ​ຫຍັງ​ກັບ​ຊີວິດ​ຂອງ​ຕົນ​ເອງ ໂດຍ​ສະເພາະ​ຢ່າງ​ຍິ່ງ​ຖ້າ​ລາວ​ບັນລຸ​ເປົ້າ​ໝາຍ​ບາງ​ຢ່າງ​ແລ້ວ ນັ້ນ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ລາວ​ເປັນ​ຕາ​ໜ້າ​ດຶງ​ດູດ​ໃຈ​ຫຼາຍ.”—ທ້າວ ເດມຽນ

[ຮູບ​ພາບ​ໜ້າ 191]

ຄວາມ​ຮັກ​ແລະ​ຄວາມ​ນັບຖື​ເປັນ​ຄື​ກັບ​ກົງ​ລົດ​ຖີບ​ສອງ​ກົງ ນັ້ນ​ຄື​ຕ້ອງ​ມີ​ທັງ​ສອງ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌