ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ1 ໜ້າ 289-318
  • ຄຳຖາມ​ທີ່​ພໍ່​ແມ່​ຖາມ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄຳຖາມ​ທີ່​ພໍ່​ແມ່​ຖາມ
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ເລື່ອງທີ່ຄ້າຍກັນ
  • ໄວຮຸ່ນ—ກຽມ​ພ້ອມ​ຈະ​ເປັນ​ຜູ້​ໃຫຍ່
    ບົດຄວາມຈາກ “ຕື່ນເຖີດ!” ປີ 2011 ພາສາອັງກິດ
  • ຈົ່ງ​ຝຶກ​ອົບຮົມ​ລູກ​ຂອງ​ເຈົ້າ​ຕັ້ງ​ແຕ່​ເປັນ​ທາລົກ
    ເຄັດລັບສຳລັບຄວາມສຸກໃນຄອບຄົວ
  • ພໍ່ແມ່—ເຈົ້າຕ້ອງຊ່ວຍລູກໃຫ້ມີ ‘ສະຕິປັນຍາທີ່ຈະເຮັດໃຫ້ລອດ’
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ມີ​ຜູ້​ຂືນ​ອຳນາດ​ໃນ​ເຮືອນ​ບໍ?
    ເຄັດລັບສຳລັບຄວາມສຸກໃນຄອບຄົວ
ເບິ່ງຕື່ມ
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ໜສ1 ໜ້າ 289-318

ພາກ​ຜະໜວກ

ຄຳຖາມ​ທີ່​ພໍ່​ແມ່​ຖາມ

“ເຮັດ​ແນວ​ໃດ​ລູກ​ຈຶ່ງ​ຈະ​ເວົ້າ​ລົມ​ນຳ​ຂ້ອຍ?”

“ຂ້ອຍ​ຄວນ​ວາງ​ກົດ​ເລື່ອງ​ໂມງ​ເວລາ​ເມືອ​ເຮືອນ​ບໍ?”

“ຂ້ອຍ​ຈະ​ຊ່ວຍ​ລູກ​ສາວ​ແນວ​ໃດ​ໃຫ້​ມີ​ທັດສະນະ​ທີ່​ສົມດຸນ​ໃນ​ເລື່ອງ​ອາຫານ?”

ຄຳຖາມ​ເຫຼົ່າ​ນີ້​ລວມ​ຢູ່​ໃນ​ຈຳນວນ​ຄຳຖາມ 17 ຂໍ້​ທີ່​ມີ​ການ​ຕອບ​ໃນ​ພາກ​ຜະໜວກ​ນີ້. ພາກ​ຜະໜວກ​ນີ້​ແບ່ງ​ອອກ​ເປັນ​ຫົກ​ພາກ​ແລະ​ເຊື່ອມ​ໂຍງ​ກັບ​ດັດຊະນີ​ຂອງ​ບົດ​ຕ່າງໆທີ່​ກ່ຽວ​ຂ້ອງ​ທັງ​ໃນ​ເຫຼັ້ມ​ທີ 1 ແລະ​ເຫຼັ້ມ​ທີ 2 ຂອງ​ປຶ້ມ​ຄຳຖາມ​ທີ່​ໜຸ່ມ​ສາວ​ຖາມ—ຄຳຕອບ​ທີ່​ໃຊ້​ໄດ້​ຜົນ.

ຂໍ​ໃຫ້​ອ່ານ​ພາກ​ຜະໜວກ​ນີ້. ຖ້າ​ເປັນ​ໄປ​ໄດ້ ໃຫ້​ພິຈາລະນາ​ກັບ​ຄູ່​ຂອງ​ເຈົ້າ. ຈາກ​ນັ້ນ​ໃຫ້​ໃຊ້​ຄຳ​ແນະນຳ​ເພື່ອ​ຊ່ວຍ​ລູກ​ຂອງ​ເຈົ້າ. ຄຳຕອບ​ຕ່າງໆທີ່​ພົບ​ໃນ​ພາກ​ຜະໜວກ​ນີ້​ເຊື່ອ​ຖື​ໄດ້. ຄຳຕອບ​ນັ້ນ​ບໍ່​ໄດ້​ອີງ​ໃສ່​ສະຕິ​ປັນຍາ​ຂອງ​ມະນຸດ​ທີ່​ອາດ​ຜິດ​ພາດ​ໄດ້ ແຕ່​ອີງ​ໃສ່​ພະ​ຄຳ​ຂອງ​ພະເຈົ້າ ຄຳພີ​ໄບເບິນ.—2 ຕີໂມເຕ 3:16, 17.

290 ການ​ສື່​ຄວາມ

297 ກົດ​ຕ່າງໆ

302 ອິດສະຫຼະພາບ

307 ເພດ​ສຳພັນ​ແລະ​ການ​ນັດ​ພົບ

311 ບັນຫາ​ເລື່ອງ​ອາລົມ

315 ເລື່ອງ​ຝ່າຍ​ວິນຍານ

ການ​ສື່​ຄວາມ

ມີ​ຜົນ​ເສຍ​ແທ້ໆບໍ​ໃນ​ການ​ຖຽງ ກັນ​ກັບ​ຄູ່​ຂອງ​ຂ້ອຍ​ຫຼື​ກັບ​ລູກ​ຂອງ​ຂ້ອຍ?

ໃນ​ຊີວິດ​ແຕ່ງ​ດອງ ການ​ບໍ່​ເຫັນ​ດີ​ນຳ​ກັນ​ເປັນ​ເລື່ອງ​ທີ່​ຫຼີກ​ລ່ຽງ​ບໍ່​ໄດ້. ແຕ່​ວິທີ​ທີ່​ເຈົ້າ​ຮັບ​ມື​ກັບ​ມັນ​ເປັນ​ສິ່ງ​ທີ່​ເລືອກ​ໄດ້. ໄວຮຸ່ນ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ເລິກ​ເຊິ່ງ​ຈາກ​ການ​ຖຽງ​ກັນ​ຂອງ​ພໍ່​ແມ່. ທີ່​ຈິງ​ແລ້ວ ນີ້​ເປັນ​ເລື່ອງ​ທີ່​ເປັນ​ຕາ​ໜ້າ​ເປັນ​ຫ່ວງ​ເນື່ອງ​ຈາກ​ຊີວິດ​ແຕ່ງ​ດອງ​ຂອງ​ເຈົ້າ​ເປັນ​ແບບ​ຢ່າງ​ທີ່​ເບິ່ງ​ຄື​ວ່າ​ລູກ​ຈະ​ຖື​ເອົາ​ເປັນ​ແບບ​ຢ່າງ​ຖ້າ​ແຕ່ງ​ດອງ. ເປັນ​ຫຍັງ​ຈຶ່ງ​ບໍ່​ໃຊ້​ຄວາມ​ບໍ່​ເຫັນ​ດີ​ນຳ​ກັນ​ເປັນ​ໂອກາດ​ທີ່​ຈະ​ສະແດງ​ໃຫ້​ເຫັນ​ວິທີ​ທາງ​ທີ່​ບັງເກີດ​ຜົນ​ໃນ​ການ​ແກ້ໄຂ​ຂໍ້​ຂັດ​ແຍ່ງ​ກັນ? ຂໍ​ໃຫ້​ລອງ​ເຮັດ​ສິ່ງ​ຕໍ່​ໄປ​ນີ້

ຟັງ. ຄຳພີ​ໄບເບິນ​ບອກ​ເຮົາ​ໃຫ້ “ທຸກ​ຄົນ​ວ່ອງໄວໆຈະ​ຟັງ ໃຫ້​ຊ້າໆຈະ​ເວົ້າ ໃຫ້​ຊ້າໆຈະ​ຮ້າຍ.” (ຢາໂກໂບ 1:19) ຢ່າ​ຖອກ​ນ້ຳມັນ​ໃສ່​ໄຟ​ໂດຍ “ທຳ​ຊົ່ວ​ຕອບ​ແທນ​ຊົ່ວ.” (ໂລມ 12:17) ເຖິງ​ແມ່ນ​ເບິ່ງ​ຄື​ວ່າ​ຄູ່​ຂອງ​ເຈົ້າ​ບໍ່​ເຕັມ​ໃຈ​ທີ່​ຈະ​ຮັບ​ຟັງ ເຈົ້າ ​ກໍ​ຍັງ​ສາມາດ​ເລືອກ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ​ໄດ້.

ພະຍາຍາມ​ທີ່​ຈະ​ອະທິບາຍ​ແທນ​ທີ່​ຈະ​ວິພາກ​ວິຈານ. ດ້ວຍ​ຄວາມ​ໃຈ​ເຢັນ ໃຫ້​ບອກ​ຄູ່​ຂອງ​ເຈົ້າ​ວ່າ​ວິທີ​ທີ່​ລາວ​ປະພຶດ​ມີ​ຜົນ​ກະທົບ​ຕໍ່​ເຈົ້າ​ແນວ​ໃດ. (“ຂ້ອຍ​ຮູ້ສຶກ​ເຈັບ​ໃຈ​ເມື່ອ​ເຈົ້າ . . .”) ໃຫ້​ຕ້ານ​ທານ​ແຮງ​ກະຕຸ້ນ​ທີ່​ຈະ​ກ່າວ​ຫາ​ແລະ​ວິພາກ​ວິຈານ. (“ເຈົ້າ​ບໍ່​ສົນ​ໃຈ​ຂ້ອຍ.” “ເຈົ້າ​ບໍ່​ເຄີຍ​ຮັບ​ຟັງ.”)

ປະ​ມັນ​ໄວ້​ກ່ອນ. ບາງ​ຄັ້ງ​ການ​ໂຈະ​ເລື່ອງ​ນັ້ນ​ໄວ້​ກ່ອນ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ ແລະ​ເລີ່ມ​ຕົ້ນ​ເວົ້າ​ລົມ​ກັນ​ເມື່ອ​ອາລົມ​ເຢັນ​ລົງ​ແລ້ວ. ຄຳພີ​ໄບເບິນ​ກ່າວ​ວ່າ: “ຕົ້ນເດີມ​ການ​ຜິດ​ກັນ​ເປັນ​ຄື​ເຂົາ​ໃຫ້​ນ້ຳ​ໄຫຼ​ອອກ ເຫດ​ສັນນີ້​ຈົ່ງ​ໜີ​ກ່ອນ​ການ​ຖຽງ​ກັນ​ນັ້ນ​ເກີດ​ຮ້ອນ​ຂຶ້ນ.”—ສຸພາສິດ 17:14.

ຂໍ​ໂທດ​ຕໍ່​ກັນ​ແລະ​ກັນ ແລະ​ຖ້າ​ເໝາະ​ສົມ​ໃຫ້​ຂໍ​ໂທດ​ລູກ​ນຳ. ນາງ​ບຣາຍແອນ​ອາຍຸ 14 ປີ​ເວົ້າ​ວ່າ: “ບາງ​ຄັ້ງ​ຫຼັງ​ຈາກ​ທີ່​ພໍ່​ແມ່​ຖຽງ​ກັນ​ແລ້ວ ພວກ​ເພິ່ນ​ຈະ​ຂໍ​ໂທດ​ນຳ​ຂ້ອຍ​ແລະ​ອ້າຍ​ເພາະ​ພວກ​ເພິ່ນ​ຮູ້​ວ່າ​ມັນ​ກະທົບ​ໃສ່​ພວກ​ເຮົາ.” ບົດຮຽນ​ລ້ຳ​ຄ່າ​ທີ່​ສຸດ​ຢ່າງ​ໜຶ່ງ​ທີ່​ເຈົ້າ​ສາມາດ​ສອນ​ລູກ​ໄດ້​ແມ່ນ​ການ​ເວົ້າ​ດ້ວຍ​ຄວາມ​ຖ່ອມ​ໃຈ​ວ່າ: “ຂໍ​ໂທດ.”

ແຕ່​ຈະ​ວ່າ​ແນວ​ໃດ​ຖ້າ​ບັນຫາ​ການ​ຖຽງ​ກັນ​ກ່ຽວ​ຂ້ອງ​ກັບ​ລູກ? ໃຫ້​ພິຈາລະນາ​ເບິ່ງ​ວ່າ​ຖ້າ​ເຈົ້າ​ໄດ້​ຕື່ມ​ນ້ຳມັນ​ໃສ່​ໄຟ​ໂດຍ​ບໍ່​ເຈຕະນາ. ຕົວຢ່າງ​ເຊັ່ນ ຂໍ​ໃຫ້​ເບິ່ງ​ສາກ​ເຫດການ​ເລີ່ມ​ຕົ້ນ​ຂອງ​ບົດ​ທີ 2 ໃນ​ໜ້າ​ທີ 15 ຂອງ​ປຶ້ມ​ຫົວ​ນີ້. ເຈົ້າ​ສາມາດ​ລະບຸ​ບາງ​ສາເຫດ​ໄດ້​ບໍ​ທີ່​ແມ່​ຂອງ​ນາງ​ຣາເຊວ​ເຮັດ​ເຊິ່ງ​ມີ​ສ່ວນ​ໃນ​ການ​ຖຽງ​ກັນ? ຂໍ​ໃຫ້​ລອງ​ເຮັດ​ສິ່ງ​ຕໍ່​ໄປ​ນີ້

• ໃຫ້​ຫຼີກ​ລ່ຽງ​ຄຳ​ກ່າວ​ຫາ​ແບບ​ເວົ້າ​ທົ່ວໆໄປ​ເຊັ່ນ “ເຈົ້າ​ມີ​ແຕ່ . . .” ຫຼື “ເຈົ້າ​ບໍ່​ເຄີຍ . . .” ຄຳ​ກ່າວ​ແບບ​ນີ້​ມີ​ແຕ່​ພາ​ໃຫ້​ເກີດ​ການ​ຕອບ​ຄືນ​ແບບ​ແກ້​ຕົວ. ໃນ​ທີ່​ສຸດ ມັນ​ຈະ​ພາ​ໃຫ້​ເບິ່ງ​ຄື​ວ່າ​ເປັນ​ການ​ເວົ້າ​ເກີນ​ຈິງ ແລະ​ລູກ​ຮູ້​ເລື່ອງ​ນີ້. ນອກ​ຈາກ​ນັ້ນ ລູກ​ອາດ​ຮູ້​ວ່າ​ຄຳ​ກ່າວ​ຫາ​ເຊິ່ງ​ເວົ້າ​ແບບ​ທົ່ວໆໄປ​ທີ່​ຈິງ​ແລ້ວ​ມັນ​ກ່ຽວ​ຂ້ອງ​ກັບ​ຄວາມ​ໃຈ​ຮ້າຍ​ຂອງ​ເຈົ້າ​ແທນ​ທີ່​ຈະ​ກ່ຽວ​ກັບ​ການ​ຂາດ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ລູກ.

• ແທນ​ທີ່​ຈະ​ໃຊ້​ຄຳ​ເວົ້າ​ແບບ​ກົງໆເຊິ່ງ​ເລີ່ມ​ຕົ້ນ​ດ້ວຍ​ຄຳ​ວ່າ “ເຈົ້າ” ພະຍາຍາມ​ສະແດງ​ໃຫ້​ເຫັນ​ວ່າ​ການ​ປະພຶດ​ຂອງ​ລູກ​ກະທົບ​ໃສ່​ເຈົ້າ. ຕົວຢ່າງ​ເຊັ່ນ “ພໍ່/ແມ່​ຮູ້ສຶກ . . . ເມື່ອ​ລູກ . . .” ເຊື່ອ​ຫຼື​ບໍ່ ຄວາມ​ຮູ້ສຶກ​ເລິກໆຂອງ​ເຈົ້າ​ມີ​ຄວາມ​ສຳຄັນ​ຕໍ່​ກັບ​ລູກ. ໂດຍ​ການ​ບອກ​ໃຫ້​ລູກ​ຮູ້​ວ່າ​ເຈົ້າ​ໄດ້​ຮັບ​ຜົນ​ກະທົບ​ແນວ​ໃດ ເປັນ​ໄປ​ໄດ້​ຫຼາຍ​ທີ່​ຈະ​ໄດ້​ຮັບ​ຄວາມ​ຮ່ວມ​ມື​ຈາກ​ລູກ​ຫຼາຍ​ຂຶ້ນ.a

• ອາດ​ບໍ່​ງ່າຍ​ທີ່​ຈະ​ລະງັບ​ໄວ້​ຈົນ​ກວ່າ​ອາລົມ​ຢູ່​ໃນ​ລະດັບ​ທີ່​ຄວບຄຸມ​ໄດ້. (ສຸພາສິດ 29:22) ຖ້າ​ປະເດັນ​ການ​ຖຽງ​ກັນ​ເກີດ​ຂຶ້ນ​ຍ້ອນ​ເລື່ອງ​ວຽກ​ເຮືອນ ໃຫ້​ເວົ້າ​ລົມ​ກັບ​ລູກ​ແບບ​ກົງ​ໄປ​ກົງ​ມາ​ໃນ​ເລື່ອງ​ນີ້. ໃຫ້​ຂຽນ​ຢ່າງ​ສະເພາະ​ເຈາະ​ຈົງ​ໃນ​ສິ່ງ​ທີ່​ຕ້ອງການ​ໃຫ້​ລູກ​ເຮັດ ແລະ​ຖ້າ​ຈຳເປັນ​ກໍ​ບອກ​ໃຫ້​ລູກ​ຮູ້​ເຖິງ​ຜົນ​ໄດ້​ຮັບ​ຖ້າ​ບໍ່​ໄດ້​ເຮັດ​ຕາມ​ທີ່​ເຈົ້າ​ຄາດ​ໝາຍ​ໄວ້. ໃຫ້​ຮັບ​ຟັງ​ທັດສະນະ​ຂອງ​ລູກ​ດ້ວຍ​ຄວາມ​ອົດ​ທົນ ເຖິງ​ແມ່ນ​ຮູ້​ວ່າ​ທັດສະນະ​ນັ້ນ​ບໍ່​ຖືກຕ້ອງ. ໄວຮຸ່ນ​ສ່ວນ​ຫຼາຍ​ຕອບ​ຮັບ​ດີ​ກວ່າ​ຕໍ່​ກັບ​ຜູ້​ທີ່​ຮັບ​ຟັງ​ເຂົາ​ເຈົ້າ​ແທນ​ທີ່​ຈະ​ເທດ​ໃຫ້​ເຂົາ​ເຈົ້າ​ຟັງ.

• ກ່ອນ​ທີ່​ຈະ​ຟ້າວ​ຕັດສິນ​ວ່າ​ນ້ຳໃຈ​ຂອງ​ການ​ຂືນ​ອຳນາດ​ຄອບງຳ​ລູກ ຂໍ​ໃຫ້​ສຳນຶກ​ວ່າ​ສິ່ງ​ທີ່​ເຈົ້າ​ສັງເກດ​ເຫັນ​ສ່ວນ​ຫຼາຍ​ແມ່ນ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ພັດທະນາ​ຕາມ​ທຳມະຊາດ​ຂອງ​ລູກ. ລູກ​ອາດ​ຖຽງ​ກັບ​ເຈົ້າ​ໃນ​ເລື່ອງ​ໜຶ່ງ​ພຽງ​ເພື່ອ​ພິສູດ​ວ່າ​ລາວ​ກຳລັງ​ເຕີບ​ໃຫຍ່​ຂຶ້ນ. ຂໍ​ໃຫ້​ຕ້ານ​ທານ​ແຮງ​ກະຕຸ້ນ​ທີ່​ຈະ​ພາ​ເຂົ້າ​ໄປ​ສູ່​ການ​ຖຽງ​ກັນ. ຂໍ​ໃຫ້​ຈື່​ໄວ້​ວ່າ ວິທີ​ທີ່​ເຈົ້າ​ຕອບ​ໂຕ້​ຕໍ່​ກັບ​ການ​ເຮັດ​ໃຫ້​ໃຈ​ຮ້າຍ​ສອນ​ບົດຮຽນ​ໃຫ້​ກັບ​ລູກ. ໃຫ້​ວາງ​ຕົວຢ່າງ​ໃນ​ເລື່ອງ​ຄວາມ​ອົດ​ທົນ ແລະ​ຄວາມ​ອົດ​ກັ້ນ​ໄວ້​ດົນ​ນານ ແລະ​ລູກ​ຈະ​ຮຽນ​ເອົາ​ແບບ​ຢ່າງ​ຂອງ​ເຈົ້າ.—ຄາລາຊີ 5:22, 23.

ເບິ່ງ​ບົດ​ທີ 2 ຂອງ​ເຫຼັ້ມ​ທີ 1 ແລະ​ບົດ​ທີ 24 ຂອງ​ເຫຼັ້ມ​ທີ 2

ລູກ​ຄວນ​ຮູ້​ຫຼາຍ​ສ່ຳ​ໃດ​ກ່ຽວ​ກັບ​ອະດີດ​ຂອງ​ຂ້ອຍ?

ຂໍ​ໃຫ້​ວາດ​ພາບ​ວ່າ​ເຈົ້າ​ຢູ່​ໃນ​ສະຖານະການ​ນີ້ ເຈົ້າ​ກຳລັງ​ກິນ​ເຂົ້າ​ກັບ​ຄູ່​ຂອງ​ເຈົ້າ ລູກ​ສາວ ແລະ​ໝູ່​ບາງ​ຄົນ​ຂອງ​ຄອບຄົວ. ລະຫວ່າງ​ທີ່​ເວົ້າ​ລົມ​ກັນ ໝູ່​ຂອງ​ເຈົ້າ​ເວົ້າ​ເຖິງ​ຄົນ​ໜຶ່ງ​ທີ່​ເຈົ້າ​ເຄີຍ​ຄົບຫາ​ເປັນ​ແຟນ​ນຳ​ແລ້ວ​ກໍ​ແຍກ​ທາງ​ກັນ ກ່ອນ​ທີ່​ເຈົ້າ​ຈະ​ພົບ​ກັບ​ຄູ່​ຂອງ​ເຈົ້າ. ລູກ​ສາວ​ເກືອບ​ເຮັດ​ສ້ອມ​ຕົກ​ຈາກ​ມື. “ໝາຍ​ຄວາມ​ວ່າ​ພໍ່/ແມ່​ເປັນ​ແຟນ​ກັບ​ຄົນ​ອື່ນ​ມາ​ກ່ອນ​ບໍ?” ລູກ​ສາວ​ອ້າ​ປາກ​ຄ້າງ​ຢູ່. ເຈົ້າ​ຍັງ​ບໍ່​ທັນ​ເລົ່າ​ເລື່ອງ​ນີ້​ໃຫ້​ລູກ​ສາວ​ຟັງ​ເທື່ອ. ຕອນ​ນີ້​ລູກ​ສາວ​ຢາກ​ຮູ້​ຕື່ມ​ອີກ. ເຈົ້າ​ຈະ​ເຮັດ​ແນວ​ໃດ?

ຕາມ​ທຳມະດາ​ແລ້ວ​ດີ​ທີ່​ສຸດ​ແມ່ນ​ປ່ອຍ​ໃຫ້​ລູກ​ຖາມ. ໃນ​ທີ່​ສຸດ ເວລາ​ໃດ​ກໍ​ຕາມ​ທີ່​ລູກ​ຖາມ​ແລະ​ຟັງ​ຄຳຕອບ​ຂອງ​ເຈົ້າ ມັນ​ແມ່ນ​ເວລາ​ທີ່​ພວກ​ເຈົ້າ​ສື່​ຄວາມ​ກັນ ນັ້ນ​ຄື​ສິ່ງ​ທີ່​ພໍ່​ແມ່​ສ່ວນ​ຫຼາຍ​ຕ້ອງການ.

ແຕ່​ເຈົ້າ​ຄວນ​ບອກ​ລູກ​ກ່ຽວ​ກັບ​ອະດີດ​ຂອງ​ເຈົ້າ​ຫຼາຍ​ໜ້ອຍ​ສ່ຳ​ໃດ? ຕາມ​ປົກກະຕິ​ແລ້ວ ເຈົ້າ​ອາດ​ບໍ່​ຢາກ​ບອກ​ກ່ຽວ​ກັບ​ເລື່ອງ​ທີ່​ເປັນ​ຕາ​ໜ້າ​ອາຍ. ແນວ​ໃດ​ກໍ​ຕາມ ເມື່ອ​ເໝາະ​ສົມ ການ​ເລົ່າ​ບາງ​ເລື່ອງ​ທີ່​ເຈົ້າ​ພະຍາຍາມ​ຕໍ່​ສູ້​ຈະ​ຊ່ວຍ​ລູກ​ໄດ້. ຊ່ວຍ​ໄດ້​ແນວ​ໃດ?

ຂໍ​ໃຫ້​ພິຈາລະນາ​ຕົວຢ່າງ. ໃນ​ໂອກາດ​ໜຶ່ງ​ອັກຄະສາວົກ​ໂປໂລ​ເປີດ​ເຜີຍ​ກ່ຽວ​ກັບ​ຕົວ​ເອງ​ວ່າ: “ເຮົາ​ທີ່​ຢາກ​ກະທຳ​ການ​ດີ . . . ການ​ຊົ່ວ​ຍັງ​ຕິດ​ຢູ່​ໃນ​ຕົວ​ເຮົາ . . . ໂອ້​ເຮົາ​ຄົນ​ຍາກ​ລຳບາກ [“ຄົນ​ຕາ​ໜ້າ​ສົມ​ເພດ,” ລ.ມ.].” (ໂລມ 7:21-24) ພະ​ເຢໂຫວາ​ພະເຈົ້າ​ດົນ​ໃຈ​ໃຫ້​ມີ​ການ​ບັນທຶກ​ຖ້ອຍຄຳ​ເຫຼົ່າ​ນີ້​ແລະ​ຮັກສາ​ໄວ້​ໃນ​ຄຳພີ​ໄບເບິນ​ເພື່ອ​ປະໂຫຍດ​ຂອງ​ພວກ​ເຮົາ. ພວກ​ເຮົາ​ໄດ້​ຮັບ​ປະໂຫຍດ​ແທ້ໆ ເພາະ​ເຮົາ​ທຸກ​ຄົນ​ເຂົ້າ​ໃຈ​ຖ້ອຍຄຳ​ທີ່​ກົງ​ໄປ​ກົງ​ມາ​ຂອງ​ໂປໂລ.

ຄ້າຍໆກັນ ການ​ໄດ້​ຟັງ​ທັງ​ທາງ​ເລືອກ​ທີ່​ດີ​ແລະ​ຄວາມ​ຜິດ​ພາດ​ຂອງ​ເຈົ້າ​ສາມາດ​ຊ່ວຍ​ລູກ​ໃຫ້​ເຂົ້າ​ໃຈ​ເຈົ້າ​ຫຼາຍ​ຂຶ້ນ. ເຖິງ​ແມ່ນ​ວ່າ​ເຈົ້າ​ຖືກ​ລ້ຽງ​ດູ​ໃນ​ຄົນ​ລະ​ສະໄໝ​ແລະ​ເວລາ​ກໍ​ປ່ຽນ​ແປງ​ໄປ ແຕ່​ທຳມະຊາດ​ຂອງ​ມະນຸດ​ບໍ່​ໄດ້​ປ່ຽນ​ແປງ​ທັງ​ມາດຕະຖານ​ຂອງ​ພະ​ຄຳພີ​ກໍ​ບໍ່​ໄດ້​ປ່ຽນ​ແປງ. (ຄຳເພງ 119:144) ການ​ເວົ້າ​ລົມ​ກ່ຽວ​ກັບ​ຂໍ້​ທ້າທາຍ​ຕ່າງໆທີ່​ເຈົ້າ​ປະເຊີນ ແລະ​ວິທີ​ທີ່​ເຈົ້າ​ເອົາ​ຊະນະ​ມັນ​ສາມາດ​ຊ່ວຍ​ລູກ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ຜ່ານ​ບັນຫາ​ຂອງ​ຕົນ​ເອງ. ຊາຍ​ໜຸ່ມ​ຊື່​ຄາເມຣອນ​ກ່າວ​ວ່າ: “ເມື່ອ​ຮູ້​ວ່າ​ພໍ່​ແມ່​ກໍ​ປະເຊີນ​ຂໍ້​ທ້າທາຍ​ຕ່າງໆຄ້າຍ​ກັບ​ທີ່​ເຈົ້າ​ປະເຊີນ ມັນ​ເຮັດ​ໃຫ້​ເບິ່ງ​ຄື​ວ່າ​ພໍ່​ແມ່​ເປັນ​ບຸກຄົນ​ຕົວ​ຈິງ​ຫຼາຍ​ຂຶ້ນ.” ລາວ​ກ່າວ​ຕື່ມ​ວ່າ: “ເມື່ອ​ປະເຊີນ​ກັບ​ບັນຫາ​ຄັ້ງ​ຕໍ່​ໄປ ເຈົ້າ​ຄົງ​ສົງໄສ​ວ່າ​ພໍ່​ແມ່​ກໍ​ປະເຊີນ​ບັນຫາ​ນີ້ ​ມາ​ກ່ອນ​ເຊັ່ນ​ກັນ.”

ຄຳ​ເຕືອນ ບໍ່​ໄດ້​ໝາຍ​ຄວາມ​ວ່າ​ທຸກ​ເລື່ອງ​ຈະ​ຕ້ອງ​ຈົບ​ດ້ວຍ​ການ​ໃຫ້​ຄຳ​ແນະນຳ. ແມ່ນ​ຢູ່ ເຈົ້າ​ອາດ​ເປັນ​ຫ່ວງ​ທີ່​ວ່າ​ລູກ​ໄວຮຸ່ນ​ຈະ​ໄດ້​ຂໍ້​ສະຫລຸບ​ທີ່​ຜິດ​ຫຼື​ແມ່ນ​ແຕ່​ຮູ້ສຶກ​ວ່າ​ເປັນ​ສິ່ງ​ຖືກຕ້ອງ​ທີ່​ຈະ​ເຮັດ​ຄວາມ​ຜິດ​ຄ້າຍໆກັນ. ແທນ​ທີ່​ຈະ​ສະຫລຸບ​ໃນ​ສິ່ງ​ທີ່​ເຈົ້າ​ຕ້ອງການ​ໃຫ້​ລູກ​ໄດ້​ຮັບ​ຈາກ​ການ​ສົນທະນາ (“ຍ້ອນ​ແນວ​ນັ້ນ​ລູກ​ຈຶ່ງ​ບໍ່​ຄວນ . . .”) ໃຫ້​ເວົ້າ​ສັ້ນໆວ່າ​ເຈົ້າ​ຮູ້ສຶກ​ແນວ​ໃດ. (“ເມື່ອ​ຄິດ​ຕາມ​ຫຼັງ ພໍ່/ແມ່​ປາຖະໜາ​ວ່າ​ຕົນ​ເອງ​ບໍ່​ໄດ້​ເຮັດ​ສິ່ງ​ນັ້ນ​ເພາະ . . .”) ສະນັ້ນ ລູກ​ສາມາດ​ຮຽນ​ຮູ້​ບົດຮຽນ​ອັນ​ລ້ຳ​ຄ່າ​ຈາກ​ປະສົບການ​ຂອງ​ເຈົ້າ​ໂດຍ​ບໍ່​ຕ້ອງ​ຮູ້ສຶກ​ຄື​ກັບ​ວ່າ​ລາວ​ກຳລັງ​ຟັງ​ເທດ​ຢູ່.—ເອເຟດ 6:4.

ເບິ່ງ​ບົດ​ທີ 1 ຂອງ​ເຫຼັ້ມ​ທີ 1

ເຮັດ​ແນວ​ໃດ​ລູກ​ຈຶ່ງ​ຈະ​ເວົ້າ​ລົມ​ນຳ​ຂ້ອຍ?

ເມື່ອ​ຍັງ​ນ້ອຍ ລູກ​ອາດ​ເວົ້າ​ກັບ​ເຈົ້າ​ກ່ຽວ​ກັບ​ທຸກ​ເລື່ອງ. ເມື່ອ​ເຈົ້າ​ຖາມ ລູກ​ຕອບ​ໂດຍ​ທັນທີ. ທີ່​ຈິງ​ແລ້ວ ສ່ວນ​ຫຼາຍ​ເຈົ້າ​ບໍ່​ຕ້ອງ​ຖາມ​ດອກ ຂໍ້​ມູນ​ຈະ​ຫຼັ່ງ​ໄຫຼ​ອອກ​ມາ​ຄື​ກັບ​ນ້ຳ​ພຸ​ຮ້ອນ. ກົງ​ກັນ​ຂ້າມ ການ​ພະຍາຍາມ​ໃຫ້​ລູກ​ໄວຮຸ່ນ​ເວົ້າ​ອອກ​ມາ​ອາດ​ບໍ່​ມີ​ປະໂຫຍດ​ຫຍັງ​ເລີຍ​ຄື​ກັບ​ການ​ຕັກ​ນ້ຳ​ຈາກ​ນ້ຳ​ສ້າງ​ທີ່​ແຫ້ງ. ເຈົ້າ​ເວົ້າ​ກັບ​ຕົວ​ເອງ​ວ່າ: ‘ລູກ​ເລົ່າ​ໃຫ້​ໝູ່​ຟັງ ແຕ່​ເປັນ​ຫຍັງ​ບໍ່​ເລົ່າ​ໃຫ້​ຂ້ອຍ ​ຟັງ?’

ຢ່າ​ປ່ອຍ​ໃຫ້​ຄວາມ​ມິດ​ງຽບ​ຂອງ​ລູກ​ພາ​ໃຫ້​ເຈົ້າ​ສະຫລຸບ​ວ່າ​ລູກ​ປະຕິເສດ​ເຈົ້າ ຫຼື​ບໍ່​ຕ້ອງການ​ໃຫ້​ເຈົ້າ​ກ່ຽວ​ຂ້ອງ​ກັບ​ຊີວິດ​ຂອງ​ເຂົາ​ເຈົ້າ. ຄວາມ​ຈິງ​ກໍ​ຄື​ວ່າ ໃນ​ຕອນ​ນີ້​ລູກ​ຕ້ອງການ​ເຈົ້າ​ຫຼາຍ​ກວ່າ​ທີ່​ຜ່ານ​ມາ. ການ​ສຶກສາ​ຄົ້ນ​ຄວ້າ​ສະແດງ​ໃຫ້​ເຫັນ​ວ່າ​ໄວຮຸ່ນ​ສ່ວນ​ຫຼາຍ​ຍັງ​ເຫັນ​ຄຸນຄ່າ ​ຄຳ​ແນະນຳ​ຂອງ​ພໍ່​ແມ່​ຫຼາຍ​ກວ່າ​ຄຳ​ແນະນຳ​ຂອງ​ໝູ່​ຄູ່​ໄວ​ດຽວ​ກັນ​ຫຼື​ສື່ສານ​ມວນ​ຊົນ.

ແຕ່​ເປັນ​ຫຍັງ​ລູກ​ຄື​ວ່າ​ບໍ່​ເຕັມ​ໃຈ​ທີ່​ຈະ​ບອກ​ສິ່ງ​ທີ່​ຢູ່​ໃນ​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ? ຂໍ​ໃຫ້​ພິຈາລະນາ​ໃນ​ສິ່ງ​ທີ່​ໄວຮຸ່ນ​ບາງ​ຄົນ​ເວົ້າ​ເຖິງ​ເຫດຜົນ​ທີ່​ຍັບ​ຍັ້ງ​ໄວ້​ບໍ່​ບອກ​ໃຫ້​ພໍ່​ແມ່​ຮູ້. ຈາກ​ນັ້ນ​ໃຫ້​ຖາມ​ຕົວ​ເອງ​ດ້ວຍ​ຄຳຖາມ​ທີ່​ມີ​ຢູ່​ນັ້ນ​ແລະ​ໃຫ້​ເບິ່ງ​ຂໍ້​ພະ​ຄຳພີ​ທີ່​ອ້າງ​ເຖິງ.

“ຂ້ອຍ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເຂົ້າ​ຫາ​ພໍ່​ເພາະ​ວ່າ​ມີ​ຫຼາຍ​ສິ່ງ​ທີ່​ພໍ່​ຕ້ອງ​ໃສ່​ໃຈ ທັງ​ຢູ່​ບ່ອນ​ເຮັດ​ວຽກ​ແລະ​ຢູ່​ໃນ​ປະຊາຄົມ. ເບິ່ງ​ຄື​ວ່າ​ບໍ່​ເຄີຍ​ມີ​ເວລາ​ທີ່​ສະດວກ​ທີ່​ຈະ​ເວົ້າ​ລົມ​ກັບ​ພໍ່.”—ທ້າວ ແອນດຣູ.

‘ໂດຍ​ບໍ່​ໄດ້​ເຈຕະນາ ຂ້ອຍ​ສົ່ງ​ສັນຍານ​ວ່າ​ມີ​ວຽກ​ຫຍຸ້ງ​ຫຼາຍ​ໂພດ​ທີ່​ຈະ​ເວົ້າ​ລົມ​ກັບ​ລູກ​ບໍ? ຖ້າ​ເປັນ​ເຊັ່ນ​ນັ້ນ ຂ້ອຍ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ຕົວ​ເອງ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ​ຫຼາຍ​ຂຶ້ນ? ເມື່ອ​ໃດ​ທີ່​ຂ້ອຍ​ສາມາດ​ຈັດ​ບາງ​ເວລາ​ໄວ້​ເປັນ​ປະຈຳ​ເພື່ອ​ຈະ​ເວົ້າ​ລົມ​ກັບ​ລູກ?’—ພະບັນຍັດ 6:7.

“ຂ້ອຍ​ຮ້ອງໄຫ້​ໄປ​ຫາ​ແມ່​ໃນ​ເລື່ອງ​ທີ່​ຜິດ​ຖຽງ​ກັນ​ຢູ່​ໂຮງ​ຮຽນ. ຂ້ອຍ​ຢາກ​ໃຫ້​ແມ່​ປອບ​ໂຍນ ແຕ່​ແທນ​ທີ່​ຈະ​ປອບ​ໂຍນ ແມ່​ຊ້ຳ​ພັດ​ຕຳໜິ​ຕິ​ຕຽນ​ຂ້ອຍ. ນັບ​ຕັ້ງ​ແຕ່​ນັ້ນ​ມາ ຂ້ອຍ​ບໍ່​ເຂົ້າ​ຫາ​ແມ່​ກ່ຽວ​ກັບ​ເລື່ອງ​ໃດ​ກໍ​ຕາມ​ທີ່​ສຳຄັນ.”—ທ້າວ ເຄັນຈິ.

‘ຂ້ອຍ​ຕອບ​ສະໜອງ​ແນວ​ໃດ​ເມື່ອ​ລູກ​ເຂົ້າ​ຫາ​ພ້ອມ​ກັບ​ບັນຫາ? ເຖິງ​ແມ່ນ​ວ່າ​ການ​ຕັກ​ເຕືອນ​ສັ່ງ​ສອນ​ເປັນ​ສິ່ງ​ຈຳເປັນ ຂ້ອຍ​ຮຽນ​ຮູ້​ທີ່​ຈະ​ຢຸດ​ແລະ​ຟັງ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ກ່ອນ​ໃຫ້​ຄຳ​ແນະນຳ​ບໍ?’—ຢາໂກໂບ 1:19.

“ເບິ່ງ​ຄື​ວ່າ​ທຸກ​ຄັ້ງ​ທີ່​ພໍ່​ແມ່​ບອກ​ວ່າ​ພວກ​ເຮົາ​ສາມາດ​ເວົ້າ​ລົມ​ກັນ​ແລະ​ພວກ​ເພິ່ນ​ຈະ​ບໍ່​ໃຈ​ຮ້າຍ ແຕ່​ພວກ​ເພິ່ນ​ກໍ​ຍັງ​ສະແດງ​ອາການ​ບໍ່​ພໍ​ໃຈ. ລູກ​ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ຖືກ​ທໍລະຍົດ.”—ນາງ ຣາເຊວ.

‘ຖ້າ​ລູກ​ບອກ​ບາງ​ສິ່ງ​ທີ່​ເຮັດ​ໃຫ້​ຂ້ອຍ​ບໍ່​ພໍ​ໃຈ ຂ້ອຍ​ຈະ​ຄວບຄຸມ​ປະຕິກິລິຍາ​ໂຕ້​ຕອບ​ທຳອິດ​ແນວ​ໃດ?’—ສຸພາສິດ 10:19.

“ຫຼາຍ​ຄັ້ງ​ທີ່​ຂ້ອຍ​ເປີດ​ໃຈ​ກັບ​ແມ່​ກ່ຽວ​ກັບ​ເລື່ອງ​ສ່ວນ​ຕົວ​ແທ້ໆ ແມ່​ໄປ​ເລົ່າ​ໃຫ້​ໝູ່​ຟັງ​ໂລດ. ຂ້ອຍ​ສູນ​ເສຍ​ຄວາມ​ເຊື່ອ​ໝັ້ນ​ໃນ​ຕົວ​ແມ່​ເປັນ​ເວລາ​ດົນ​ນານ.”—ນາງ ຈັນເທວ.

‘ຂ້ອຍ​ສະແດງ​ການ​ຄຳນຶງ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ລູກ​ບໍ​ໂດຍ​ບໍ່​ເລົ່າ​ໃຫ້​ຄົນ​ອື່ນ​ຟັງ​ກ່ຽວ​ກັບ​ເລື່ອງ​ສ່ວນ​ຕົວ​ທີ່​ລູກ​ບອກ​ຂ້ອຍ​ເປັນ​ຄວາມ​ລັບ?’—ສຸພາສິດ 25:9.

“ຂ້ອຍ​ມີ​ຫຼາຍ​ສິ່ງ​ທີ່​ຢາກ​ເວົ້າ​ລົມ​ນຳ​ພໍ່​ແມ່. ຂ້ອຍ​ຕ້ອງການ​ຄວາມ​ຊ່ວຍເຫຼືອ​ຈາກ​ພວກ​ເພິ່ນ​ເພື່ອ​ເລີ່ມ​ຕົ້ນ​ການ​ສົນທະນາ.”—ນາງ ຄອດນີ.

‘ຂ້ອຍ​ສາມາດ​ເປັນ​ຝ່າຍ​ລິເລີ່ມ​ເພື່ອ​ເວົ້າ​ລົມ​ກັບ​ລູກ​ໄດ້​ບໍ? ເວລາ​ໃດ​ທີ່​ຈະ​ເໝາະ​ສົມ​ໃນ​ການ​ເວົ້າ​ລົມ​ກັນ?’—ຜູ້​ເທສະໜາ​ປ່າວ​ປະກາດ 3:7.

ໃນ​ຖານະ​ທີ່​ເປັນ​ພໍ່​ແມ່ ເຈົ້າ​ໄດ້​ປຽບ​ທຸກ​ຢ່າງ​ໃນ​ການ​ສ້າງ​ຂົວ​ຕໍ່​ເລື່ອງ​ການ​ສື່​ຄວາມ​ລະຫວ່າງ​ເຈົ້າ​ກັບ​ລູກ. ຂໍ​ໃຫ້​ພິຈາລະນາ​ປະສົບການ​ຂອງ​ນາງ​ຈຸນໂກະ​ອາຍຸ 17 ປີ​ທີ່​ຢູ່​ປະເທດ​ຍີ່ປຸ່ນ. ລາວ​ເວົ້າ​ວ່າ: “ຄັ້ງ​ໜຶ່ງ​ຂ້ອຍ​ຍອມ​ຮັບ​ກັບ​ແມ່​ວ່າ​ຂ້ອຍ​ຮູ້ສຶກ​ສະບາຍ​ໃຈ​ຫຼາຍ​ກວ່າ​ເມື່ອ​ຢູ່​ກັບ​ໝູ່​ຢູ່​ໂຮງ​ຮຽນ​ເມື່ອ​ສົມ​ທຽບ​ກັບ​ໝູ່​ຄລິດສະຕຽນ. ມື້​ຕໍ່​ມາ ແມ່​ຂຽນ​ຈົດ​ໝາຍ​ວາງ​ໄວ້​ຢູ່​ໂຕະ​ຂອງ​ຂ້ອຍ. ໃນ​ຈົດ​ໝາຍ​ແມ່​ບອກ​ວ່າ​ເພິ່ນ​ກໍ​ເຊັ່ນ​ກັນ​ເຄີຍ​ຮູ້ສຶກ​ວ່າ​ຂາດ​ໝູ່​ໃນ​ທ່າມກາງ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ. ແມ່​ເຕືອນ​ຂ້ອຍ​ໃຫ້​ນຶກ​ເຖິງ​ບຸກຄົນ​ຕ່າງໆທີ່​ຢູ່​ໃນ​ຄຳພີ​ໄບເບິນ​ເຊິ່ງ​ຮັບໃຊ້​ພະເຈົ້າ​ແມ່ນ​ແຕ່​ເມື່ອ​ບໍ່​ມີ​ໃຜ​ຮ່ວມ​ຮັບໃຊ້​ນຳ​ເຂົາ​ເຈົ້າ​ເພື່ອ​ໃຫ້​ການ​ຊູ​ໃຈ. ແມ່​ຍັງ​ຊົມ​ເຊີຍ​ຂ້ອຍ​ສຳລັບ​ຄວາມ​ພະຍາຍາມ​ທີ່​ເຮັດ​ເພື່ອ​ພັດທະນາ​ສາຍ​ສຳພັນ​ທີ່​ດີ​ງາມ. ຂ້ອຍ​ຕົກໃຈ​ທີ່​ໄດ້​ຮຽນ​ຮູ້​ວ່າ​ບໍ່​ແມ່ນ​ມີ​ແຕ່​ຂ້ອຍ​ເທົ່າ​ນັ້ນ​ທີ່​ປະເຊີນ​ບັນຫາ​ນີ້. ແມ່​ກໍ​ໄດ້​ປະເຊີນ​ບັນຫາ​ແບບ​ດຽວ​ກັນ ແລະ​ຂ້ອຍ​ຮູ້ສຶກ​ດີ​ໃຈ​ທີ່​ໄດ້​ຮູ້​ກ່ຽວ​ກັບ​ເລື່ອງ​ນີ້​ຈົນ​ວ່າ​ຮ້ອງໄຫ້. ຂ້ອຍ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ສິ່ງ​ທີ່​ແມ່​ບອກ ແລະ​ຂ້ອຍ​ໄດ້​ຮັບ​ກຳລັງ​ທີ່​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.”

ດັ່ງ​ທີ່​ແມ່​ຂອງ​ຈຸນໂກະ​ໄດ້​ຮຽນ​ຮູ້ ໄວຮຸ່ນ​ມີ​ທ່າ​ອ່ຽງ​ທີ່​ຈະ​ເປີດ​ໃຈ​ກັບ​ພໍ່​ແມ່​ເມື່ອ​ໄດ້​ຮັບ​ຄວາມ​ໝັ້ນ​ໃຈ​ວ່າ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ເຂົາ​ເຈົ້າ​ຈະ​ບໍ່​ຖືກ​ເຍາະ​ເຍີ້ຍ​ຫຼື​ຖືກ​ວິພາກ​ວິຈານ. ແຕ່​ເຈົ້າ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ຖ້າ​ລູກ​ຂອງ​ເຈົ້າ​ເບິ່ງ​ຄື​ວ່າ​ໝຸດໝິດ​ຫຼື​ແມ່ນ​ແຕ່​ໃຈ​ຮ້າຍ​ເມື່ອ​ເວົ້າ​ນຳ​ເຈົ້າ? ໃຫ້​ຕ້ານ​ທານ​ແຮງ​ກະຕຸ້ນ​ທີ່​ຈະ​ຕອບ​ໂຕ້​ຄືນ​ໃນ​ແບບ​ດຽວ​ກັນ. (ໂລມ 12:21; 1 ເປໂຕ 2:23) ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ ເຖິງ​ວ່າ​ມັນ​ຍາກ​ປານ​ໃດ​ກໍ​ຕາມ​ໃຫ້​ວາງ​ແບບ​ຢ່າງ​ຂອງ​ຄຳ​ເວົ້າ​ແລະ​ການ​ປະພຶດ​ທີ່​ເຈົ້າ​ຄາດ​ໝາຍ​ຈາກ​ລູກ.

ຂໍ​ໃຫ້​ຈື່​ສິ່ງ​ຕໍ່​ໄປ​ນີ້ ໃນ​ຂະນະ​ທີ່​ລູກ​ເຕີບໂຕ​ສູ່​ໄວ​ຜູ້​ໃຫຍ່ ໄວຮຸ່ນ​ກ້າວ​ເຂົ້າ​ສູ່​ຂັ້ນ​ຕອນ​ຂອງ​ການ​ປ່ຽນ​ແປງ. ຜູ້​ຊ່ຽວຊານ​ສັງເກດ​ເຫັນ​ວ່າ​ໃນ​ລະຫວ່າງ​ໄລຍະ​ເວລາ​ນີ້ ໄວ​ໜຸ່ມ​ສາວ​ມີ​ທ່າ​ອ່ຽງ​ທີ່​ຈະ​ປ່ຽນ​ແປງ​ການ​ປະພຶດ​ຢູ່​ສະເໝີ ໃນ​ບາງ​ຄັ້ງ​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ຜູ້​ໃຫຍ່​ເກີນ​ອາຍຸ ແລະ​ໃນ​ບາງ​ຄັ້ງ​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ເດັກ​ນ້ອຍ​ເກີນ​ອາຍຸ. ຖ້າ​ສັງເກດ​ເຫັນ​ພຶດຕິກຳ​ນີ້​ໃນ​ຕົວ​ລູກ ເຈົ້າ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ໂດຍ​ສະເພາະ​ໃນ​ໂອກາດ​ທີ່​ລູກ​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ເດັກ​ນ້ອຍ​ເກີນ​ໄປ​ ເມື່ອ​ສົມ​ທຽບ​ກັບ​ອາຍຸ?

ໃຫ້​ຕ້ານ​ທານ​ແຮງ​ກະຕຸ້ນ​ທີ່​ຈະ​ເວົ້າ​ໂປ້ງ​ອອກ​ມາ​ແບບ​ວິພາກ​ວິຈານ ຫຼື​ກໍ່​ໃຫ້​ເກີດ​ການ​ຖຽງ​ກັນ​ແບບ​ເດັກ​ນ້ອຍ​ຜິດ​ກັນ. ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ ໃຫ້​ເວົ້າ​ນຳ​ລູກ​ໃນ​ຖານະ​ທີ່​ກຳລັງ​ຈະ​ເປັນ​ຜູ້​ໃຫຍ່. (1 ໂກລິນໂທ 13:11) ຕົວຢ່າງ​ເຊັ່ນ ຖ້າ​ດ້ານ​ທີ່​ເປັນ​ແບບ​ເດັກ​ນ້ອຍ​ປາກົດ​ອອກ​ມາ​ແລະ​ລູກ​ເວົ້າ​ວ່າ: “ເປັນ​ຫຍັງ​ພໍ່/ແມ່​ຄື​ວ່າ​ຈັບ​ຜິດ​ລູກ​ເລື້ອຍໆ?” ເຈົ້າ​ອາດ​ມີ​ທ່າ​ອ່ຽງ​ທີ່​ຈະ​ຕອບ​ໂຕ້​ຄືນ​ດ້ວຍ​ຄວາມ​ໃຈ​ຮ້າຍ. ແຕ່​ຖ້າ​ເຮັດ​ແນວ​ນັ້ນ ເຈົ້າ​ຈະ​ພ່າຍ​ແພ້​ໃນ​ການ​ຄວບຄຸມ​ການ​ສົນທະນາ ແລະ​ອາດ​ເປັນ​ໄປ​ໄດ້​ທີ່​ຈະ​ຕົກ​ເຂົ້າ​ສູ່​ບ້ວງ​ແຮ້ວ​ຂອງ​ການ​ຖຽງ​ກັນ. ໃນ​ທາງ​ກົງ​ກັນ​ຂ້າມ ເຈົ້າ​ອາດ​ພຽງ​ແຕ່​ເວົ້າ​ວ່າ: “ຟັງ​ຄື​ວ່າ​ລູກ​ບໍ່​ພໍ​ໃຈ. ເປັນ​ຫຍັງ​ເຮົາ​ບໍ່​ລົມ​ກັນ​ກ່ຽວ​ກັບ​ເລື່ອງ​ນີ້​ຫຼັງ​ຈາກ​ທີ່​ອາລົມ​ລູກ​ເຢັນ​ລົງ​ແລ້ວ?” ໂດຍ​ວິທີ​ນັ້ນ ເຈົ້າ​ຢູ່​ໃນ​ສະພາບການ​ທີ່​ຄວບຄຸມ​ໄດ້. ບັດ​ນີ້​ເວທີ​ຖືກ​ຈັດ​ໄວ້​ສຳລັບ​ການ​ສົນທະນາ ແທນ​ທີ່​ຈະ​ແມ່ນ​ການ​ຖຽງ​ກັນ.

ເບິ່ງ​ບົດ​ທີ 1 ແລະ 2 ຂອງ​ເຫຼັ້ມ​ທີ 1

ກົດ​ຕ່າງໆ

ຂ້ອຍ​ຄວນ​ວາງ​ກົດ​ເລື່ອງ​ໂມງ​ເວລາ​ເມືອ​ເຮືອນ​ບໍ?

ເພື່ອ​ຊ່ວຍ​ໃນ​ການ​ຕອບ​ຄຳຖາມ​ນັ້ນ ໃຫ້​ນຶກ​ພາບ​ຕົວ​ເອງ​ຢູ່​ໃນ​ສະຖານະການ​ຕໍ່​ໄປ​ນີ້ ເວລາ​ກາຍ​ໄປ 30 ນາທີ​ແລ້ວ​ສຳລັບ​ໂມງ​ເວລາ​ທີ່​ໃຫ້​ລູກ​ຊາຍ​ກັບ​ມາ​ເຮືອນ ແລະ​ເຈົ້າ​ໄດ້​ຍິນ​ສຽງ​ປະຕູ​ໜ້າ​ເຮືອນ​ເປີດ​ດັງ​ແອດ​ຄ່ອຍໆ. ເຈົ້າ​ຄິດ​ກັບ​ຕົວ​ເອງ​ວ່າ ‘ລູກ​ຄົງ​ຄິດ​ວ່າ​ຂ້ອຍ​ໄປ​ນອນ​ແລ້ວ.’ ແນ່ນອນ​ວ່າ​ຂ້ອຍ​ຍັງ​ບໍ່​ທັນ​ໄປ​ນອນ. ທີ່​ຈິງ ເຈົ້າ​ໄດ້​ນັ່ງ​ຢູ່​ໃກ້ໆກັບ​ປະຕູ​ນັບ​ຕັ້ງ​ແຕ່​ເວລາ​ທີ່​ລູກ​ຊາຍ​ຄວນ​ກັບ​ມາ​ເຮືອນ. ບັດ​ນີ້​ປະຕູ​ເປີດ​ອອກ​ກວ້າງ ແລະ​ສາຍ​ຕາ​ຂອງ​ລູກ​ຊາຍ​ຈັບ​ກັບ​ສາຍ​ຕາ​ຂອງ​ເຈົ້າ. ເຈົ້າ​ຈະ​ເວົ້າ​ຫຍັງ? ເຈົ້າ​ຈະ​ເຮັດ​ແນວ​ໃດ?

ເຈົ້າ​ມີ​ທາງ​ເລືອກ. ເຈົ້າ​ອາດ​ບໍ່​ໃສ່​ໃຈ​ກັບ​ເລື່ອງ​ທີ່​ລູກ​ຊາຍ​ລະເມີດ​ໂມງ​ເວລາ​ທີ່​ຄວນ​ກັບ​ມາ​ເຮືອນ. ເຈົ້າ​ອາດ​ບອກ​ກັບ​ຕົວ​ເອງ​ວ່າ: “ໃນ​ບາງ​ໂອກາດ​ເດັກ​ຜູ້​ຊາຍ​ເຮັດ​ການ​ເລືອກ​ທີ່​ບໍ່​ສະຫຼາດ.” ຫຼື​ເຈົ້າ​ອາດ​ຫັນ​ໄປ​ເຮັດ​ອີກ​ແບບ​ໜຶ່ງ​ທີ່​ແຕກຕ່າງ​ກັນ​ຢ່າງ​ກົງ​ກັນ​ຂ້າມ​ເລີຍ​ແລະ​ເວົ້າ​ວ່າ: “ເຈົ້າ​ຈະ​ຖືກ​ຫ້າມ​ບໍ່​ໃຫ້​ອອກ​ໄປ​ຫຼິ້ນ​ຢູ່​ນອກ​ບ້ານ​ອີກ​ເປັນ​ເວລາ​ດົນ​ນານ!” ແທນ​ທີ່​ຈະ​ປະຕິບັດ​ແບບ​ໃຈ​ຮ້ອນ ທຳອິດ​ໃຫ້​ຟັງ​ກ່ອນ ບາງ​ທີ​ມີ​ເຫດຜົນ​ສຳຄັນ​ພຽງ​ພໍ​ທີ່​ລູກ​ກັບ​ມາ​ເຮືອນ​ຊ້າ. ຈາກ​ນັ້ນ ເຈົ້າ​ສາມາດ​ໃຊ້​ເວລາ​ນີ້​ສອນ​ລູກ​ເຖິງ​ບົດຮຽນ​ທີ່​ສຳຄັນ. ສອນ​ໂດຍ​ວິທີ​ໃດ?

ຄຳ​ແນະນຳ ໃຫ້​ບອກ​ລູກ​ວ່າ​ເຈົ້າ​ຈະ​ເວົ້າ​ລົມ​ເລື່ອງ​ນີ້​ກັບ​ລາວ​ມື້​ຕໍ່​ໄປ. ຈາກ​ນັ້ນ ໃນ​ເວລາ​ທີ່​ເໝາະ​ສົມ​ໃຫ້​ນັ່ງ​ລົມ​ກັນ​ກ່ຽວ​ກັບ​ວິທີ​ທີ່​ເຈົ້າ​ຈະ​ຮັບ​ມື​ກັບ​ເລື່ອງ​ນີ້. ພໍ່​ແມ່​ບາງ​ຄົນ​ໄດ້​ພະຍາຍາມ​ເຮັດ​ສິ່ງ​ຕໍ່​ໄປ​ນີ້ ຖ້າ​ລູກ​ເມືອ​ເຮືອນ​ຊ້າ​ກວ່າ​ໂມງ​ເວລາ​ທີ່​ໄດ້​ຕົກ​ລົງ​ກັນ​ໄວ້ ເທື່ອ​ໜ້າ​ເມື່ອ​ອອກ​ໄປ​ຂ້າງ​ນອກ​ໂມງ​ເວລາ​ທີ່​ໃຫ້​ເມືອ​ເຮືອນ​ຈະ​ໄວ​ກວ່າ​ເກົ່າ 30 ນາທີ. ໃນ​ທາງ​ກົງ​ກັນ​ຂ້າມ ຖ້າ​ລູກ​ເມືອ​ເຮືອນ​ກົງ​ເວລາ​ເປັນ​ປະຈຳ​ແລະ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ​ສາມາດ​ໄວ້​ວາງໃຈ​ໄດ້ ເຈົ້າ​ອາດ​ເຫັນ​ດີ​ອະນຸຍາດ​ໃຫ້​ເມືອ​ເຮືອນ​ຊ້າ​ໄດ້. ເປັນ​ສິ່ງ​ສຳຄັນ​ທີ່​ລູກ​ຄວນ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ໂມງ​ເວລາ​ທີ່​ຕ້ອງ​ເມືອ​ເຮືອນ ແລະ​ຜົນ​ໄດ້​ຮັບ​ຈະ​ເປັນ​ແນວ​ໃດ​ຖ້າ​ບໍ່​ປະຕິບັດ​ຕາມ​ໂມງ​ເວລາ​ກັບ​ເມືອ​ເຮືອນ​ທີ່​ເຈົ້າ​ກຳນົດ​ໄວ້. ຈາກ​ນັ້ນ​ເຈົ້າ​ຕ້ອງ​ນຳ​ໃຊ້​ໂທດ​ທີ່​ຕົກ​ລົງ​ກັນ​ນັ້ນ.

ເຖິງ​ແນວ​ນັ້ນ​ກໍ​ຕາມ ໃຫ້​ສັງເກດ​ສິ່ງ​ທີ່​ຄຳພີ​ໄບເບິນ​ກ່າວ​ທີ່​ວ່າ: “ໃຫ້​ຄົນ​ທັງ​ປວງ​ເຫັນ​ວ່າ​ທ່ານ​ທັງ​ຫຼາຍ​ເປັນ​ຄົນ​ມີ​ເຫດຜົນ.” (ຟີລິບ 4:5, ລ.ມ.) ດັ່ງ​ນັ້ນ ກ່ອນ​ທີ່​ຈະ​ກຳນົດ​ໃຊ້​ເລື່ອງ​ໂມງ​ເວລາ​ກັບ​ເມືອ​ເຮືອນ ເຈົ້າ​ອາດ​ຢາກ​ເວົ້າ​ລົມ​ເລື່ອງ​ນີ້​ກັບ​ລູກ ອະນຸຍາດ​ໃຫ້​ລູກ​ສະເໜີ​ໂມງ​ເວລາ​ແລະ​ສະເໜີ​ເຫດຜົນ​ສຳລັບ​ການ​ເລືອກ​ເຊັ່ນ​ນັ້ນ. ຮັບ​ເອົາ​ຄຳ​ສະເໜີ​ນີ້​ໄປ​ຄົ້ນ​ຄິດ​ພິຈາລະນາ. ຖ້າ​ລູກ​ສະແດງ​ໃຫ້​ເຫັນ​ວ່າ​ມີ​ຄວາມ​ຮັບ​ຜິດ​ຊອບ ເຈົ້າ​ອາດ​ສາມາດ​ເຮັດ​ຕາມ​ຄຳ​ຮ້ອງ​ຂໍ​ຂອງ​ລູກ​ຖ້າ​ສິ່ງ​ເຫຼົ່າ​ນັ້ນ​ມີ​ເຫດຜົນ.

ການ​ກົງ​ຕໍ່​ເວລາ​ເປັນ​ສ່ວນ​ໜຶ່ງ​ຂອງ​ຊີວິດ. ດັ່ງ​ນັ້ນ ການ​ຕັ້ງ​ໂມງ​ເວລາ​ເມືອ​ເຮືອນ​ບໍ່​ໄດ້​ເປັນ​ພຽງ​ແຕ່​ບໍ່​ໃຫ້​ລູກ​ເລາະ​ຢູ່​ນຳ​ຫົນ​ທາງ​ເທົ່າ​ນັ້ນ. ມັນ​ກ່ຽວ​ຂ້ອງ​ກັບ​ການ​ສອນ​ທັກສະ​ທີ່​ຈະ​ເປັນ​ປະໂຫຍດ​ຕໍ່​ລູກ​ໃນ​ໄລຍະ​ຍາວ​ພາຍ​ຫຼັງ​ທີ່​ອອກ​ເຮືອນ​ໄປ​ແລ້ວ.—ສຸພາສິດ 22:6.

ເບິ່ງ​ບົດ​ທີ 3 ຂອງ​ເຫຼັ້ມ​ທີ 1 ແລະ​ບົດ​ທີ 22 ຂອງ​ເຫຼັ້ມ​ທີ 2

ຂ້ອຍ​ຈະ​ຮັບ​ມື​ແນວ​ໃດ​ເລື່ອງ​ຂໍ້​ຂັດ​ແຍ່ງ​ກັບ​ລູກ​ໃນ​ເລື່ອງ​ເຄື່ອງ​ນຸ່ງ?

ຂໍ​ໃຫ້​ພິຈາລະນາ​ການ​ເປີດ​ສາກ​ເຫດການ​ໃນ​ໜ້າ 77 ຂອງ​ປຶ້ມ​ຫົວ​ນີ້. ນຶກ​ພາບ​ວ່າ​ເຮເຕີ​ເປັນ​ລູກ​ສາວ​ຂອງ​ເຈົ້າ. ເຈົ້າ​ອົດ​ບໍ່​ໄດ້​ທີ່​ແນມ​ເຫັນ​ເຄື່ອງ​ນຸ່ງ​ນ້ອຍໆຄັບໆທີ່​ລາວ​ກຳລັງ​ນຸ່ງ ນັ້ນ​ຄື​ມັນ​ໂຕ​ນ້ອຍ​ຈົນ​ເກືອບ​ບໍ່​ເຫຼືອ​ຫຍັງ​ເລີຍ​ໃນ​ທັດສະນະ​ຂອງ​ເຈົ້າ. ເຈົ້າ​ໂຕ້​ຕອບ​ໂດຍ​ທັນທີ. “ລູກ​ຂຶ້ນ​ໄປ​ປ່ຽນ​ເຄື່ອງ​ນຸ່ງ​ດຽວ​ນີ້ ຄັນ​ບໍ່​ຊັ້ນ​ກໍ​ບໍ່​ຕ້ອງ​ອອກ​ໄປ​ໃສ​ເລີຍ!” ການ​ໂຕ້​ຕອບ​ແບບ​ນັ້ນ​ອາດ​ຈະ​ໄດ້​ຜົນ​ດີ. ໃນ​ທີ່​ສຸດ ລູກ​ມີ​ທາງ​ເລືອກ​ໜ້ອຍ​ດຽວ​ແຕ່​ກໍ​ຍອມ​ປະຕິບັດ​ຕາມ. ແຕ່​ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ສອນ​ລູກ​ໃຫ້​ປ່ຽນ​ທັດສະນະ​ຄວາມ​ຄິດ​ແລະ​ບໍ່​ພຽງ​ແຕ່​ປ່ຽນ​ເຄື່ອງ​ນຸ່ງ​ເທົ່າ​ນັ້ນ?

• ຈຸດ​ທຳອິດ ຂໍ​ໃຫ້​ຈື່​ສິ່ງ​ຕໍ່​ໄປ​ນີ້ ຜົນ​ໄດ້​ຮັບ​ຂອງ​ການ​ນຸ່ງ​ເຄື່ອງ​ບໍ່​ສຸພາບ​ມີ​ຄວາມ​ສຳຄັນ​ຫຼາຍ​ເທົ່າ​ກັບ​ຫຼື​ຫຼາຍ​ກວ່າ​ຊ້ຳ​ສຳລັບ​ລູກ​ເມື່ອ​ສົມ​ທຽບ​ກັບ​ເຈົ້າ. ໃນ​ສ່ວນ​ເລິກໆ ລູກ​ບໍ່​ຢາກ​ເບິ່ງ​ຄື​ວ່າ​ເປັນ​ຄົນ​ຕະຫຼົກ​ຫຼື​ເຊີນ​ຊວນ​ຄວາມ​ສົນ​ໃຈ​ແບບ​ທີ່​ບໍ່​ເປັນ​ຕາ​ໜ້າ​ປາຖະໜາ. ດ້ວຍ​ຄວາມ​ອົດ​ທົນ ຊີ້​ແຈງ​ໃຫ້​ລູກ​ຂອງ​ເຈົ້າ​ເຫັນ​ວ່າ​ການ​ແຕ່ງ​ຕົວ​ທີ່​ບໍ່​ສຸພາບ​ບໍ່​ເປັນ​ຕາ​ໜ້າ​ຍົກຍ້ອງ​ແທ້ ແລະ​ໃຫ້​ອະທິບາຍ​ເຫດຜົນ​ກັບ​ລູກ.b ໃຫ້​ສະເໜີ​ທາງ​ເລືອກ​ຕ່າງໆ.

• ຈຸດ​ທີ​ສອງ ໃຫ້​ມີ​ເຫດຜົນ. ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ ‘ເຄື່ອງ​ນຸ່ງ​ນັ້ນ​ຂັດ​ກັບ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ບໍ ຫຼື​ເປັນ​ພຽງ​ຄວາມ​ມັກ​ສ່ວນ​ຕົວ?’ (2 ໂກລິນໂທ 1:24; 1 ຕີໂມເຕ 2:9, 10) ເຈົ້າ​ສາມາດ​ຍິນ​ຍອມ​ໃຫ້​ລູກ​ໄດ້​ບໍ?

• ຈຸດ​ທີ​ສາມ ຢ່າ​ພຽງ​ແຕ່​ບອກ​ລູກ​ວ່າ​ເຄື່ອງ​ນຸ່ງ​ແບບ​ໃດ​ທີ່​ບໍ່​ເປັນ​ທີ່​ຍອມ​ຮັບ. ຊ່ວຍ​ລູກ​ໃຫ້​ເລືອກ​ເຄື່ອງ​ນຸ່ງ​ທີ່​ເໝາະ​ສົມ. ເປັນ​ຫຍັງ​ບໍ່​ໃຊ້​ແບບ​ສອບ​ຖາມ​ຢູ່​ໜ້າ 82 ແລະ 83 ຂອງ​ປຶ້ມ​ຫົວ​ນີ້​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ຫາ​ເຫດຜົນ​ກັບ​ລູກ? ມັນ​ຈະ​ຄຸ້ມ​ຄ່າ​ກັບ​ເວລາ​ແລະ​ຄວາມ​ພະຍາຍາມ​ຂອງ​ເຈົ້າ!

ເບິ່ງ​ບົດ​ທີ 11 ຂອງ​ເຫຼັ້ມ​ທີ 1

ຂ້ອຍ​ຄວນ​ອະນຸຍາດ​ໃຫ້​ລູກ​ຫຼິ້ນ​ເກມ​ເອເລັກໂຕຣນິກ​ບໍ?

ເກມ​ເອເລັກໂຕຣນິກ​ປ່ຽນ​ໄປ​ຫຼາຍ​ນັບ​ຕັ້ງ​ແຕ່​ສະໄໝ​ທີ່​ເຈົ້າ​ເປັນ​ໄວຮຸ່ນ. ໃນ​ຖານະ​ເປັນ​ພໍ່​ແມ່ ເຈົ້າ​ຈະ​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ເບິ່ງ​ເຫັນ​ອັນຕະລາຍ​ທີ່​ແຝງ​ຢູ່​ແລະ​ຫຼີກ​ລ່ຽງ​ມັນ?

ຄັນ​ຕຳໜິ​ອຸດສາຫະກຳ​ເກມ​ທັງ​ໝົດ​ຫຼື​ໂດຍ​ການ​ຢືນຢັນ​ຢ່າງ​ຖືກຕ້ອງ​ວ່າ​ເກມ​ເອເລັກໂຕຣນິກ​ເປັນ​ການ​ເສຍ​ເວລາ​ຢ່າງ​ສິ້ນ​ເຊີງ ຈະ​ປະສົບ​ຜົນ​ສຳເລັດ​ພຽງ​ແຕ່​ໜ້ອຍ​ດຽວ. ຂໍ​ໃຫ້​ຈື່​ໄວ້​ວ່າ ບໍ່​ແມ່ນ​ເກມ​ໝົດ​ທຸກ​ຢ່າງ​ ບໍ່​ດີ. ແຕ່​ມັນ​ກໍ​ຕິດ​ໄດ້. ດັ່ງ​ນັ້ນ ຈົ່ງ​ກວດ​ກາ​ເບິ່ງ​ຈຳນວນ​ເວລາ​ທັງ​ໝົດ​ທີ່​ລູກ​ໃຊ້​ກັບ​ການ​ຫຼິ້ນ​ເກມ​ເຫຼົ່າ​ນີ້​ແລະ​ເບິ່ງ​ວ່າ​ລູກ​ມັກ​ຫຼິ້ນ​ເກມ​ແບບ​ໃດ. ເຈົ້າ​ອາດ​ຖາມ​ລູກ​ດ້ວຍ​ຄຳຖາມ​ຕໍ່​ໄປ​ນີ້

• ເກມ​ໃດ​ເປັນ​ທີ່​ນິຍົມ​ທີ່​ສຸດ​ໃນ​ທ່າມກາງ​ໝູ່​ທີ່​ຮຽນ​ໜັງສື​ນຳ​ກັນ?

• ມີ​ຫຍັງ​ເກີດ​ຂຶ້ນ​ຢູ່​ໃນ​ເກມ​ນັ້ນ?

• ເປັນ​ຫຍັງ​ລູກ​ຄິດ​ວ່າ​ເກມ​ນັ້ນ​ຈຶ່ງ​ເປັນ​ທີ່​ນິຍົມ​ຊົມ​ຊອບ?

ເຈົ້າ​ອາດ​ຄິດ​ວ່າ​ລູກ​ຮູ້ຈັກ​ກ່ຽວ​ກັບ​ເກມ​ເອເລັກໂຕຣນິກ​ຫຼາຍ​ກວ່າ​ທີ່​ເຈົ້າ​ຄິດ​ໄວ້! ບາງ​ທີ​ລູກ​ແມ່ນ​ແຕ່​ໄດ້​ຫຼິ້ນ​ເກມ​ທີ່​ເຈົ້າ​ຮູ້ສຶກ​ວ່າ​ບໍ່​ຢາກ​ໃຫ້​ຫຼິ້ນ. ຖ້າ​ເປັນ​ໃນ​ກໍລະນີ​ເຊັ່ນ​ນັ້ນ ຢ່າ​ມີ​ປະຕິກິລິຍາ​ໂຕ້​ຕອບ​ຫຼາຍ​ເກີນ​ໄປ. ນີ້​ເປັນ​ໂອກາດ​ທີ່​ຈະ​ຊ່ວຍ​ລູກ​ໃຫ້​ພັດທະນາ​ຄວາມ​ສາມາດ​ໃນ​ການ​ສັງເກດ​ເຂົ້າ​ໃຈ.—ເຫບເລີ 5:14.

ຖາມ​ຄຳຖາມ​ທີ່​ຈະ​ຊ່ວຍ​ລູກ​ຂອງ​ເຈົ້າ​ໃຫ້​ເຂົ້າ​ໃຈ​ເຫດຜົນ ​ທີ່​ຕົນ​ເອງ​ຖືກ​ດຶງ​ດູດ​ໃຈ​ໃຫ້​ຫຼິ້ນ​ເກມ​ນັ້ນ​ທີ່​ຖືກ​ຫ້າມ. ຕົວຢ່າງ​ເຊັ່ນ ເຈົ້າ​ອາດ​ຖາມ​ຄຳຖາມ​ຢ່າງ​ເຊັ່ນ

• ລູກ​ຮູ້ສຶກ​ວ່າ​ບໍ່​ເປັນ​ທີ່​ຍອມ​ຮັບ​ຂອງ​ໝູ່​ເພື່ອນ​ບໍ​ເພາະ​ວ່າ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ຫຼິ້ນ​ເກມ​ນັ້ນ?

ໜຸ່ມ​ສາວ​ບາງ​ຄົນ​ອາດ​ຫຼິ້ນ​ເກມ​ບາງ​ຢ່າງ​ເພື່ອ​ຕົນ​ເອງ​ຈະ​ມີ​ບາງ​ແນວ​ເວົ້າ​ລົມ​ກັບ​ໝູ່​ໄວ​ດຽວ​ກັນ. ຖ້າ​ນັ້ນ​ເປັນ​ກໍລະນີ​ຂອງ​ລູກ​ເຈົ້າ ເຈົ້າ​ອາດ​ຈະ​ເວົ້າ​ຕ່າງ​ກັນ​ຖ້າ​ເຈົ້າ​ຮູ້​ວ່າ​ລູກ​ຖືກ​ດຶງ​ດູດ​ໃຈ​ໃຫ້​ຫຼິ້ນ​ເກມ​ທີ່​ມີ​ເນື້ອ​ໃນ​ຮຸນແຮງ​ແບບ​ນອງ​ເລືອດ​ຫຼື​ກ່ຽວ​ຂ້ອງ​ກັບ​ການ​ປະພຶດ​ທາງ​ເພດ.—ໂກໂລດ 4:6.

ຈະ​ວ່າ​ແນວ​ໃດ​ຖ້າ​ລູກ​ຖືກ ​ດຶງ​ດູດ​ໃຈ​ຕໍ່​ກັບ​ອົງ​ປະກອບ​ທີ່​ບໍ່​ດີ​ຂອງ​ເກມ? ໜຸ່ມ​ສາວ​ບາງ​ຄົນ​ອາດ​ຢືນຢັນ​ຢ່າງ​ໄວໆວ່າ​ຕົນ​ເອງ​ບໍ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ເລືອດ​ທີ່​ໄຫຼ​ອອກ​ຢູ່​ໃນ​ຈໍ​ຄອມພິວເຕີ. ເຂົາ​ເຈົ້າ​ຫາ​ເຫດຜົນ​ວ່າ ‘ເນື່ອງ​ຈາກ​ວ່າ​ຂ້ອຍ​ເຮັດ​ຢູ່​ໃນ​ຈໍ​ມັນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຂ້ອຍ​ຈະ​ເຮັດ​ແນວ​ນັ້ນ​ໃນ​ຊີວິດ​ຈິງ.’ ຖ້າ​ລູກ​ຮູ້ສຶກ​ເຊັ່ນ​ນັ້ນ ໃຫ້​ດຶງ​ຄວາມ​ສົນ​ໃຈ​ຂອງ​ລູກ​ໄປ​ໃສ່​ຄຳເພງ 11:5. ດັ່ງ​ທີ່​ຖ້ອຍຄຳ​ໃນ​ພະ​ຄຳພີ​ກ່າວ​ຢ່າງ​ຈະ​ແຈ້ງ ພະເຈົ້າ​ບໍ່​ພໍ​ໃຈ​ບໍ່​ແມ່ນ​ພຽງ​ແຕ່​ຕໍ່​ກັບ​ຄວາມ​ຮຸນແຮງ​ທີ່​ມີ​ຢູ່ ​ເທົ່າ​ນັ້ນ ແຕ່​ພະອົງ​ບໍ່​ພໍ​ໃຈ​ກັບ​ຄົນ​ທີ່​ມັກ ​ຄວາມ​ຮຸນແຮງ​ເຊັ່ນ​ກັນ. ຫຼັກ​ການ​ດຽວ​ກັນ​ນີ້​ສາມາດ​ໃຊ້​ໄດ້​ກັບ​ການ​ຜິດ​ສິລະທຳ​ທາງ​ເພດ​ຫຼື​ຄວາມ​ຊົ່ວ​ຮ້າຍ​ແບບ​ອື່ນໆທີ່​ພະ​ຄຳ​ຂອງ​ພະເຈົ້າ​ຕຳໜິ.—ຄຳເພງ 97:10.

ຖ້າ​ເກມ​ເອເລັກໂຕຣນິກ​ກໍ່​ບັນຫາ​ສຳລັບ​ລູກ​ຂອງ​ເຈົ້າ ລອງ​ເຮັດ​ສິ່ງ​ຕໍ່​ໄປ​ນີ້

• ບໍ່​ອະນຸຍາດ​ໃຫ້​ຫຼິ້ນ​ເກມ​ໃນ​ບ່ອນ​ລັບ​ຕາ​ຄົນ ເຊັ່ນ ໃນ​ຫ້ອງ​ນອນ.

• ໃຫ້​ຕັ້ງ​ກົດ​ຕ່າງໆ ຕົວຢ່າງ​ເຊັ່ນ ຫ້າມ​ບໍ່​ໃຫ້​ຫຼິ້ນ​ເກມ​ຈົນ​ກວ່າ​ຈະ​ເຮັດ​ວຽກ​ບ້ານ​ແລ້ວ ຫຼື​ກິນ​ເຂົ້າ​ແລ້ວ ຫຼື​ເຮັດ​ກິດຈະກຳ​ບາງ​ຢ່າງ​ທີ່​ສຳຄັນ​ແລ້ວ​ກ່ອນ.

• ໃຫ້​ເນັ້ນ​ຄຸນຄ່າ​ຂອງ​ການ​ອອກ​ກຳລັງ​ກາຍ.

• ໃຫ້​ເບິ່ງ​ນຳ​ລູກ​ກັບ​ເກມ​ເອເລັກໂຕຣນິກ​ທີ່​ເຂົາ​ເຈົ້າ​ຫຼິ້ນ ຫຼື​ດີ​ກວ່າ​ນັ້ນ​ແມ່ນ​ໃຫ້​ຫຼິ້ນ​ນຳ​ລູກ​ເປັນ​ບາງ​ຄັ້ງ​ຄາວ.

ແນ່ນອນ ເພື່ອ​ຈະ​ຊີ້​ນຳ​ລູກ​ໃນ​ເລື່ອງ​ຂອງ​ເນື້ອ​ໃນ ເຈົ້າ​ຈຳເປັນ​ຕ້ອງ​ວາງ​ຕົວຢ່າງ​ທີ່​ດີ​ເພື່ອ​ສາມາດ​ເວົ້າ​ກັບ​ລູກ​ໄດ້​ຢ່າງ​ເຕັມ​ປາກ. ດັ່ງ​ນັ້ນ ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ ‘ລາຍການ​ໂທລະພາບ​ແລະ​ພາບພະຍົນ​ປະເພດ​ໃດ​ທີ່​ຂ້ອຍ​ເບິ່ງ?’ ແນ່​ໃຈ​ໂລດ​ວ່າ ຖ້າ​ເຈົ້າ​ມີ​ມາດຕະຖານ​ສອງ​ແບບ ລູກ​ຂອງ​ເຈົ້າ​ຈະ​ຮູ້​ໂລດ!

ເບິ່ງ​ບົດ​ທີ 30 ຂອງ​ເຫຼັ້ມ​ທີ 2

ຈະ​ວ່າ​ແນວ​ໃດ​ຖ້າ​ລູກ​ຕິດ​ໂທລະສັບ​ມື​ຖື ຄອມພິວເຕີ ຫຼື​ອຸປະກອນ​ເອເລັກໂຕຣນິກ​ປະເພດ​ອື່ນ?

ລູກ​ໃຊ້​ເວລາ​ຫຼາຍ​ເກີນ​ໄປ​ກັບ​ອິນເຕີເນັດ ສົ່ງ​ແລະ​ຮັບ​ຂໍ້​ຄວາມ​ທາງ​ໂທລະສັບ​ຫຼາຍ​ເກີນ​ໄປ ຫຼື​ມີ​ສາຍ​ສຳພັນ​ກັບ​ເຄື່ອງ​ຫຼິ້ນ​ເອັມ​ພີ 3 ຂອງ​ລາວ​ດີ​ກວ່າ​ສາຍ​ສຳພັນ​ທີ່​ລາວ​ມີ​ກັບ​ເຈົ້າ​ບໍ? ຖ້າ​ເປັນ​ເຊັ່ນ​ນັ້ນ ເຈົ້າ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່?

ເຈົ້າ​ອາດ​ຍຶດ​ເອົາ​ອຸປະກອນ​ນັ້ນ​ຈາກ​ລູກ. ແຕ່​ຢ່າ​ຟ້າວ​ສະຫລຸບ​ວ່າ​ອຸປະກອນ​ເອເລັກໂຕຣນິກ​ທຸກ​ຢ່າງ​ບໍ່​ດີ. ເພາະ​ວ່າ​ເຈົ້າ​ເອງ​ອາດ​ໃຊ້​ອຸປະກອນ​ເອເລັກໂຕຣນິກ​ບາງ​ຮູບ​ແບບ​ທີ່​ບໍ່​ມີ​ໃນ​ສະໄໝ​ພໍ່​ແມ່​ຂອງ​ເຈົ້າ. ດັ່ງ​ນັ້ນ ແທນ​ທີ່​ຈະ​ພຽງ​ແຕ່​ຍຶດ​ເອົາ​ອຸປະກອນ​ນັ້ນ​ຈາກ​ລູກ—ນອກ​ຈາກ​ວ່າ​ມີ​ເຫດຜົນ​ບັງຄັບ​ໃຫ້​ເຮັດ​ເຊັ່ນ​ນັ້ນ ເປັນ​ຫຍັງ​ຈຶ່ງ​ບໍ່​ໃຊ້​ໂອກາດ​ນີ້​ເພື່ອ​ຝຶກ​ສອນ​ລູກ​ໃນ​ການ​ໃຊ້​ອຸປະກອນ​ເອເລັກໂຕຣນິກ​ຢ່າງ​ສຸຂຸມ​ແລະ​ແບບ​ທີ່​ເໝາະ​ສົມ? ເຈົ້າ​ຈະ​ເຮັດ​ເຊັ່ນ​ນັ້ນ​ໄດ້​ແນວ​ໃດ?

ໃຫ້​ນັ່ງ​ເວົ້າ​ລົມ​ເລື່ອງ​ນີ້​ກັບ​ລູກ. ທຳອິດ ໃຫ້​ບອກ​ເຖິງ​ເຫດຜົນ​ທີ່​ເຈົ້າ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ໃຊ້​ອຸປະກອນ​ເອເລັກໂຕຣນິກ​ຂອງ​ລູກ. ທີ​ສອງ ໃຫ້​ຟັງ ​ສິ່ງ​ທີ່​ລູກ​ຈະ​ເວົ້າ​ຕໍ່​ກັບ​ເລື່ອງ​ນັ້ນ. (ສຸພາສິດ 18:13) ທີ​ສາມ ໃຫ້​ຊອກ​ຫາ​ທາງ​ແກ້​ທີ່​ໃຊ້​ໄດ້​ຜົນ​ຈິງ. ຢ່າ​ຢ້ານ​ທີ່​ຈະ​ວາງ​ຂໍ້​ຈຳກັດ​ທີ່​ເຂັ້ມ​ງວດ ແຕ່​ໃຫ້​ມີ​ເຫດຜົນ. ໄວຮຸ່ນ​ທີ່​ຊື່​ນາງ​ເອເລນ​ເວົ້າ​ວ່າ: “ເມື່ອ​ຂ້ອຍ​ມີ​ບັນຫາ​ກັບ​ການ​ສົ່ງ​ຂໍ້​ຄວາມ ພໍ່​ແມ່​ບໍ່​ໄດ້​ຍຶດ​ໂທລະສັບ​ມື​ຖື​ຂອງ​ຂ້ອຍ ພໍ່​ແມ່​ວາງ​ແນວ​ທາງ​ການ​ຊີ້​ນຳ. ວິທີ​ທີ່​ພໍ່​ແມ່​ຈັດການ​ກັບ​ເລື່ອງ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ມີ​ຄວາມ​ສົມດຸນ​ໃນ​ການ​ສົ່ງ​ຂໍ້​ຄວາມ ເຖິງ​ແມ່ນ​ວ່າ​ເມື່ອ​ພໍ່​ແມ່​ບໍ່​ໄດ້​ເຝົ້າ​ສັງເກດ​ເບິ່ງ​ກໍ​ຕາມ.”

ຈະ​ວ່າ​ແນວ​ໃດ​ຖ້າ​ລູກ​ໂຕ້​ຕອບ​ແບບ​ລັກສະນະ​ປ້ອງກັນ​ຕົວ​ເອງ? ຢ່າ​ສະຫລຸບ​ວ່າ​ຄຳ​ແນະນຳ​ຂອງ​ເຈົ້າ​ເປັນ​ການ​ເປົ່າ​ປີ່​ໃສ່​ຫູ​ຄວາຍ. ແທນ​ທີ່​ຈະ​ຄິດ​ແບບ​ນັ້ນ ຈົ່ງ​ອົດ​ທົນ​ແລະ​ໃຫ້​ເວລາ​ລູກ​ເພື່ອ​ທີ່​ຈະ​ຄິດ​ຕຶກຕອງ​ກ່ຽວ​ກັບ​ເລື່ອງ​ນັ້ນ. ຄວາມ​ເປັນ​ໄປ​ໄດ້​ກໍ​ຄື ລູກ​ຕົກ​ລົງ​ກັບ​ເຈົ້າ​ແລ້ວ​ແລະ​ຈະ​ເຮັດ​ການ​ແກ້ໄຂ​ທີ່​ຈຳເປັນ. ໜຸ່ມ​ສາວ​ຫຼາຍ​ຄົນ​ຄ້າຍ​ຄື​ກັບ​ໄວຮຸ່ນ​ທີ່​ຊື່​ທ້າວ​ຮາຍເລ ເຊິ່ງ​ກ່າວ​ວ່າ: “ທຳອິດ​ຂ້ອຍ​ບໍ່​ພໍ​ໃຈ​ເມື່ອ​ພໍ່​ແມ່​ບອກ​ວ່າ​ຕິດ​ຄອມພິວເຕີ. ແຕ່​ຕໍ່​ມາ ແຮ່ງ​ຄິດ​ກ່ຽວ​ກັບ​ເລື່ອງ​ນີ້​ຫຼາຍ​ສ່ຳ​ໃດ ຂ້ອຍ​ແຮ່ງ​ສຳນຶກ​ຫຼາຍ​ຂຶ້ນ​ວ່າ​ພໍ່​ແມ່​ເວົ້າ​ຖືກ.”

ເບິ່ງ​ບົດ​ທີ 36 ຂອງ​ເຫຼັ້ມ​ທີ 1

ອິດສະຫຼະພາບ

ຂ້ອຍ​ຄວນ​ຍອມ​ໃຫ້​ລູກ​ມີ​ອິດສະຫຼະພາບ​ຫຼາຍ​ປານ​ໃດ?

ຄຳຖາມ​ນີ້​ອາດ​ເບິ່ງ​ຄື​ວ່າ​ຍາກ​ເມື່ອ​ເຈົ້າ​ຄຳນຶງ​ເຖິງ​ຄວາມ​ເປັນ​ສ່ວນ​ຕົວ. ຕົວຢ່າງ​ເຊັ່ນ ຈະ​ວ່າ​ແນວ​ໃດ​ຖ້າ​ລູກ​ຢູ່​ໃນ​ຫ້ອງ​ນອນ​ແລະ​ປິດ​ປະຕູ? ເຈົ້າ​ຄວນ​ໂພ່​ພວດ​ພາດ​ເຂົ້າ​ໄປ​ໂດຍ​ທີ່​ບໍ່​ເຄາະ​ປະຕູ​ບໍ? ຫຼື​ຈະ​ວ່າ​ແນວ​ໃດ​ຖ້າ​ລູກ​ລືມ​ໂທລະສັບ​ມື​ຖື​ໄວ້​ຢູ່​ເຮືອນ​ເມື່ອ​ຟ້າວ​ໄປ​ໂຮງ​ຮຽນ? ເຈົ້າ​ຄວນ​ລັກ​ເບິ່ງ​ຂໍ້​ຄວາມ​ທີ່​ລູກ​ເກັບ​ໄວ້​ບໍ?

ບໍ່​ແມ່ນ​ເລື່ອງ​ງ່າຍ​ທີ່​ຈະ​ຕອບ​ຄຳຖາມ​ເຫຼົ່າ​ນີ້. ໃນ​ຖານະ​ເປັນ​ພໍ່​ແມ່ ເຈົ້າ​ມີ​ສິດ​ທີ່​ຈະ​ຮູ້​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ​ໃນ​ຊີວິດ​ຂອງ​ລູກ​ແລະ​ເຈົ້າ​ມີ​ຄວາມ​ຮັບ​ຜິດ​ຊອບ​ທີ່​ຈະ​ເຮັດ​ໃຫ້​ລູກ​ປອດໄພ. ແຕ່​ເຈົ້າ​ບໍ່​ສາມາດ​ທີ່​ຈະ​ເຝົ້າ​ເບິ່ງ​ທຸກ​ຢ່າງ​ທີ່​ລູກ​ເຮັດ​ໄປ​ຕະຫຼອດ​ຊີວິດ. ເຈົ້າ​ສາມາດ​ເຮັດ​ໃຫ້​ສົມດຸນ​ໄດ້​ແນວ​ໃດ?

ທຳອິດ ໃຫ້​ສຳນຶກ​ວ່າ​ຄວາມ​ປາຖະໜາ​ຂອງ​ໄວຮຸ່ນ​ທີ່​ຈະ​ມີ​ຄວາມ​ເປັນ​ສ່ວນ​ຕົວ​ບໍ່​ໄດ້​ໝາຍ​ຄວາມ​ສະເໝີ​ໄປ ​ວ່າ​ລາວ​ກຳລັງ​ເຮັດ​ບາງ​ສິ່ງ​ທີ່​ຜິດ. ສ່ວນ​ຫຼາຍ ເປັນ​ເລື່ອງ​ປົກກະຕິ​ທຳມະດາ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ເຕີບ​ໃຫຍ່. ຄວາມ​ເປັນ​ສ່ວນ​ຕົວ​ຊ່ວຍ​ໃຫ້​ໄວຮຸ່ນ ‘ທົດ​ສອບ​ເບິ່ງ​ປີກ​ຂອງ​ຕົນ​ເອງ’ ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ຫຼໍ່​ຫຼອມ​ສາຍ​ສຳພັນ​ດ້ວຍ​ຕົວ​ເອງ ແລະ​ຄິດ​ເຖິງ​ບັນຫາ​ຕ່າງໆຂອງ​ຕົນ​ເອງ​ໂດຍ​ໃຊ້ “ຄວາມ​ສາມາດ​ໃນ​ການ​ໃຊ້​ເຫດຜົນ.” (ໂລມ 12:1, 2, ລ.ມ.) ຄວາມ​ເປັນ​ສ່ວນ​ຕົວ​ຊ່ວຍ​ໄວຮຸ່ນ​ໃຫ້​ພັດທະນາ​ຄວາມ​ສາມາດ​ໃນ​ການ​ຄຶດ ເຊິ່ງ​ເປັນ​ຄຸນ​ລັກສະນະ​ທີ່​ສຳຄັນ​ຖ້າ​ເຂົາ​ເຈົ້າ​ຢາກ​ປະຕິບັດ​ໜ້າ​ທີ່​ເປັນ​ຜູ້​ໃຫຍ່​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ. ນອກ​ຈາກ​ນັ້ນ ຍັງ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ໂອກາດ​ທີ່​ຈະ​ຄິດ​ຕຶກຕອງ​ກ່ອນ​ເຮັດ​ການ​ຕັດສິນ​ໃຈ​ຫຼື​ຕອບ​ຄຳຖາມ​ທີ່​ຫຍຸ້ງຍາກ.—ສຸພາສິດ 15:28.

ທີ​ສອງ ຂໍ​ໃຫ້​ສຳນຶກ​ວ່າ​ການ​ພະຍາຍາມ​ທີ່​ຈະ​ຄວບຄຸມ​ຊີວິດ​ຂອງ​ໄວຮຸ່ນ​ອາດ​ກໍ່​ໃຫ້​ເກີດ​ຄວາມ​ບໍ່​ພໍ​ໃຈ​ແລະ​ການ​ຂືນ​ອຳນາດ. (ເອເຟດ 6:4; ໂກໂລດ 3:21) ນີ້​ໝາຍ​ຄວາມ​ວ່າ​ເຈົ້າ​ບໍ່​ຄວນ​ເຝົ້າ​ສັງເກດ​ເບິ່ງ​ລູກ​ເລີຍ​ບໍ? ບໍ່​ແມ່ນ ເພາະ​ວ່າ​ເຈົ້າ​ຍັງ​ເປັນ​ພໍ່​ແມ່. ແນວ​ໃດ​ກໍ​ຕາມ ເປົ້າ​ໝາຍ​ແມ່ນ​ເພື່ອ​ທີ່​ລູກ​ຈະ​ໄດ້​ຮັບ​ການ​ຝຶກ​ຝົນ​ສະຕິ​ຮູ້ສຶກ​ຜິດ​ຊອບ. (ພະບັນຍັດ 6:6, 7; ສຸພາສິດ 22:6) ໃນ​ທີ່​ສຸດ ການ​ຊີ້​ນຳ​ມີ​ຜົນ​ຫຼາຍ​ກວ່າ​ການ​ສະກົດ​ຮອຍ​ຕິດ​ຕາມ.

ທີ​ສາມ ໃຫ້​ເວົ້າ​ລົມ​ເລື່ອງ​ນີ້​ກັບ​ລູກ. ໃຫ້​ຟັງ​ສິ່ງ​ທີ່​ລູກ​ເປັນ​ຫ່ວງ. ອາດ​ຈະ​ມີ​ບາງ​ໂອກາດ​ເມື່ອ​ເຈົ້າ​ອາດ​ຈະ​ຍິນ​ຍອມ? ບອກ​ໃຫ້​ລູກ​ຮູ້​ວ່າ​ເຈົ້າ​ຈະ​ອະນຸຍາດ​ໃຫ້​ລາວ​ມີ​ຄວາມ​ເປັນ​ສ່ວນ​ຕົວ​ໃນ​ລະດັບ​ໃດ​ໜຶ່ງ​ຕາບ​ເທົ່າ​ທີ່​ລູກ​ບໍ່​ໄດ້​ທໍລະຍົດ​ຕໍ່​ຄວາມ​ໄວ້​ໃຈ​ຂອງ​ເຈົ້າ. ໃຫ້​ອະທິບາຍ​ເຖິງ​ຜົນ​ໄດ້​ຮັບ​ຂອງ​ການ​ບໍ່​ເຊື່ອ​ຟັງ ແລະ​ໃຫ້​ປະຕິບັດ​ຕາມ​ຖ້າ​ມີ​ຄວາມ​ຈຳເປັນ​ທີ່​ຕ້ອງ​ເຮັດ. ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ເຈົ້າ​ສາມາດ​ໃຫ້​ຄວາມ​ເປັນ​ສ່ວນ​ຕົວ​ໃນ​ລະດັບ​ໃດ​ໜຶ່ງ​ແກ່​ລູກ​ໂດຍ​ທີ່​ບໍ່​ໄດ້​ປະ​ຖິ້ມ​ບົດບາດ​ໃນ​ຖານະ​ເປັນ​ພໍ່/ແມ່​ທີ່​ຫ່ວງໃຍ​ລູກ.

ເບິ່ງ​ບົດ​ທີ 3 ແລະ 15 ຂອງ​ເຫຼັ້ມ​ທີ 1

ລູກ​ຂ້ອຍ​ຄວນ​ເຊົາ​ຮຽນ​ໜັງສື​ຕອນ​ໃດ?

“ພວກ​ນາຍ​ຄູ​ເປັນ​ຕາ​ເບື່ອ!” “ຂ້ອຍ​ມີ​ວຽກ​ບ້ານ​ຫຼາຍ​ໂພດ!” “ຂ້ອຍ​ພະຍາຍາມ​ພຽງ​ເພື່ອ​ຈະ​ເສັງ​ໃຫ້​ຜ່ານ ເປັນ​ຫຍັງ​ຕ້ອງ​ພະຍາຍາມ?” ຍ້ອນ​ຄວາມ​ຂັດ​ຂ້ອງ​ໃຈ​ດັ່ງ​ກ່າວ ໜຸ່ມ​ສາວ​ຫຼາຍ​ຄົນ​ຈຶ່ງ​ຖືກ​ລໍ້​ໃຈ​ໃຫ້​ອອກ​ໂຮງ​ຮຽນ​ກ່ອນ​ຈະ​ມີ​ທັກສະ​ຕ່າງໆທີ່​ຈຳເປັນ​ສຳລັບ​ການ​ດຳລົງ​ຊີບ. ຖ້າ​ລູກ​ຢາກ​ອອກ​ໂຮງ​ຮຽນ ເຈົ້າ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່? ຂໍ​ໃຫ້​ລອງ​ເຮັດ​ສິ່ງ​ຕໍ່​ໄປ​ນີ້

• ໃຫ້​ວິເຄາະ​ເບິ່ງ​ທັດສະນະ​ຂອງ​ເຈົ້າ​ທີ່​ມີ​ຕໍ່​ການ​ສຶກສາ. ເຈົ້າ​ຖື​ວ່າ​ການ​ສຶກສາ​ເປັນ​ເລື່ອງ​ທີ່​ເສຍ​ເວລາ​ບໍ ນັ້ນ​ຄື​ກັບ​ການ​ຖືກ​ລົງໂທດ​ໃຫ້​ຢູ່​ໃນ​ຄຸກ​ໂດຍ​ທີ່​ຕ້ອງ​ອົດ​ທົນ​ຈົນ​ກວ່າ​ຈະ​ຮອດ​ມື້​ທີ່​ສາມາດ​ຕິດ​ຕາມ​ເປົ້າ​ໝາຍ​ຕ່າງໆທີ່​ສຳຄັນ​ກວ່າ? ຖ້າ​ເປັນ​ເຊັ່ນ​ນັ້ນ ທັດສະນະ​ຂອງ​ເຈົ້າ​ຕໍ່​ການ​ຮ່ຳຮຽນ​ອາດ​ກະທົບ​ໃສ່​ລູກ​ຄື​ກັນ. ຄວາມ​ຈິງ​ກໍ​ຄື​ວ່າ ການ​ສຶກສາ​ທີ່​ຄົບ​ຖ້ວນ​ຈະ​ຊ່ວຍ​ລູກ​ໃຫ້​ມີ ‘ສະຕິ​ປັນຍາ​ທີ່​ໃຊ້​ການ​ໄດ້​ແລະ​ມີ​ຄວາມ​ສາມາດ​ໃນ​ການ​ຄິດ’ ເຊິ່ງ​ເປັນ​ຄຸນ​ລັກສະນະ​ທີ່​ຈຳເປັນ​ຕ້ອງ​ມີ​ເພື່ອ​ໄປ​ໃຫ້​ເຖິງ​ເປົ້າ​ໝາຍ​ຂອງ​ເຂົາ​ເຈົ້າ.—ສຸພາສິດ 3:21.

• ໃຫ້​ຄວາມ​ຊ່ວຍເຫຼືອ​ແລະ​ຈັດ​ກຽມ​ສິ່ງ​ທີ່​ຈຳເປັນ​ຕ່າງໆໃຫ້​ລູກ​ເພື່ອ​ຮຽນ​ໜັງສື. ເດັກ​ບາງ​ຄົນ​ສາມາດ​ຮຽນ​ໃຫ້​ໄດ້​ຄະແນນ​ດີ​ກວ່າ​ນັ້ນ​ພຽງ​ແຕ່​ຍ້ອນ​ວ່າ​ບໍ່​ຮູ້​ວິທີ ​ຮຽນ​ໜັງສື ຫຼື​ບໍ່​ມີ​ສະພາບ​ແວດ​ລ້ອມ​ທີ່​ເໝາະ​ສົມ​ສຳລັບ​ການ​ຮ່ຳຮຽນ. ບ່ອນ​ຮຽນ​ໜັງສື​ທີ່​ດີ​ອາດ​ລວມ​ເຖິງ​ໂຕະ​ທີ່​ບໍ່​ຮົກ​ພ້ອມ​ທັງ​ມີ​ແສງ​ໄຟ​ທີ່​ພຽງ​ພໍ​ແລະ​ອຸປະກອນ​ການ​ຄົ້ນ​ຄວ້າ​ຕ່າງໆ. ເຈົ້າ​ສາມາດ​ຊ່ວຍ​ລູກ​ໃຫ້​ເຮັດ​ຄວາມ​ກ້າວ​ໜ້າ​ບໍ່​ວ່າ​ຈະ​ທາງ​ຝ່າຍ​ໂລກ​ຫຼື​ທາງ​ຝ່າຍ​ວິນຍານ ໂດຍ​ຈັດ​ກຽມ​ສະພາບ​ແວດ​ລ້ອມ​ທີ່​ເໝາະ​ສົມ​ສຳລັບ​ຄົ້ນ​ຄວ້າ​ແລະ​ການ​ຄຶດ​ຕຶກຕອງ.—ສົມ​ທຽບ​ກັບ 1 ຕີໂມເຕ 4:15.

• ມີ​ສ່ວນ​ຮ່ວມ​ນຳ. ໃຫ້​ຖື​ວ່າ​ນາຍ​ຄູ​ແລະ​ຜູ້​ທີ່​ໃຫ້​ຄຳ​ຊີ້​ນຳ​ເປັນ​ມິດ ບໍ່​ແມ່ນ​ສັດຕູ. ໃຫ້​ໄປ​ພົບ​ແລະ​ໃຫ້​ຮູ້ຈັກ​ຊື່​ຂອງ​ເຂົາ​ເຈົ້າ. ລົມ​ກັບ​ເຂົາ​ເຈົ້າ​ກ່ຽວ​ກັບ​ເປົ້າ​ໝາຍ​ແລະ​ຂໍ້​ທ້າທາຍ​ຕ່າງໆຂອງ​ລູກ​ເຈົ້າ. ຕົວຢ່າງ​ເຊັ່ນ ລູກ​ຂອງ​ເຈົ້າ​ຮູ້ສຶກ​ບໍ​ວ່າ​ການ​ເດັ່ນ​ເລີດ​ຢູ່​ໂຮງ​ຮຽນ​ຈະ​ເຮັດ​ໃຫ້​ລາວ​ຕົກ​ເປັນ​ເປົ້າ​ຂອງ​ການ​ຂົ່ມ​ເຫັງ? ລູກ​ມີ​ບັນຫາ​ກັບ​ນາຍ​ຄູ​ບໍ? ກ່ຽວ​ກັບ​ບົດຮຽນ​ເດ? ລູກ​ຂອງ​ເຈົ້າ​ຄວນ​ຮູ້ສຶກ​ວ່າ​ຫຼັກ​ສູດ​ຂອງ​ໂຮງ​ຮຽນ​ບໍ່​ງ່າຍ​ໂພດ​ແຕ່​ກໍ​ບໍ່​ແມ່ນ​ໜັກ​ໃຈ​ຍ້ອນ​ຫຼັກ​ສູດ​ນັ້ນ. ຄວາມ​ເປັນ​ໄປ​ໄດ້​ຢ່າງ​ອື່ນ​ກໍ​ຄື ມີ​ບັນຫາ​ທາງ​ດ້ານ​ຮ່າງກາຍ​ທີ່​ລີ້​ຊ່ອນ​ຢູ່​ບໍ ເຊັ່ນ ສາຍ​ຕາ​ບໍ່​ດີ ຫຼື​ຂາດ​ຄວາມ​ສາມາດ​ໃນ​ການ​ຮ່ຳຮຽນ?

ແຮ່ງ​ເຈົ້າ​ມີ​ສ່ວນ​ຮ່ວມ​ຫຼາຍ​ໃນ​ການ​ຝຶກ​ຝົນ​ລູກ​ທັງ​ທາງ​ດ້ານ​ຝ່າຍ​ໂລກ​ແລະ​ທາງ​ດ້ານ​ຝ່າຍ​ວິນຍານ ແຮ່ງ​ມີ​ໂອກາດ​ເປັນ​ໄປ​ໄດ້​ຫຼາຍ​ທີ່​ລູກ​ຈະ​ປະສົບ​ຜົນ​ສຳເລັດ.—ຄຳເພງ 127:4, 5.

ເບິ່ງ​ບົດ​ທີ 19 ຂອງ​ເຫຼັ້ມ​ທີ 1

ຂ້ອຍ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ລູກ​ພ້ອມ​ແລ້ວ​ທີ່​ຈະ​ຍ້າຍ​ອອກ​ຈາກ​ເຮືອນ?

ນາງ​ເຊຣິນາ​ທີ່​ກ່າວ​ເຖິງ​ໃນ​ບົດ​ທີ 7 ຂອງ​ປຶ້ມ​ຫົວ​ນີ້ ຢ້ານ​ທີ່​ຈະ​ຍ້າຍ​ອອກ​ຈາກ​ເຮືອນ. ເຫດຜົນ​ຢ່າງ​ໜຶ່ງ​ຄື​ຫຍັງ? ລາວ​ເວົ້າ​ວ່າ: “ແມ່ນ​ວ່າ​ເມື່ອ​ຂ້ອຍ​ຕ້ອງການ​ຊື້​ບາງ​ສິ່ງ​ດ້ວຍ​ເງິນ​ຂອງ​ຂ້ອຍ​ເອງ ພໍ່​ຈະ​ບໍ່​ຍອມ. ພໍ່​ບອກ​ວ່າ​ນັ້ນ​ແມ່ນ​ໜ້າ​ທີ່​ຂອງ​ເພິ່ນ. ດັ່ງ​ນັ້ນ ຄວາມ​ຄິດ​ທີ່​ວ່າ​ຕ້ອງ​ຈ່າຍ​ຄ່າ​ບິນ​ຕ່າງໆດ້ວຍ​ຕົວ​ເອງ​ເຮັດ​ໃຫ້​ຂ້ອຍ​ຢ້ານ.” ແນ່ນອນ​ວ່າ​ພໍ່​ຂອງ​ເຊຣິນາ​ມີ​ຄວາມ​ປາຖະໜາ​ທີ່​ດີ ແຕ່​ເຈົ້າ​ຄິດ​ວ່າ​ລາວ​ກຳລັງ​ຊ່ວຍ​ກຽມ​ລູກ​ສາວ​ໃຫ້​ຄຸ້ມຄອງ​ຄົວ​ເຮືອນ​ຂອງ​ຕົນ​ເອງ​ບໍ?—ສຸພາສິດ 31:10, 18, 27.

ລູກ​ຂອງ​ເຈົ້າ​ໄດ້​ຮັບ​ການ​ປົກ​ປ້ອງ​ຈົນ​ເກີນ​ໄປ​ບໍ ແລະ​ດ້ວຍ​ເຫດ​ນັ້ນ​ຈຶ່ງ​ບໍ່​ໄດ້​ກຽມ​ພ້ອມ​ທີ່​ຈະ​ປະເຊີນ​ກັບ​ການ​ໃຊ້​ຊີວິດ​ຢູ່​ດ້ວຍ​ຕົວ​ເອງ? ເຈົ້າ​ຈະ​ຮູ້​ໄດ້​ແນວ​ໃດ? ຂໍ​ໃຫ້​ພິຈາລະນາ​ທັກສະ​ສີ່​ຢ່າງ​ຕໍ່​ໄປ​ນີ້ ເຊິ່ງ​ກໍ​ມີ​ການ​ກ່າວ​ເຖິງ​ໃນ​ບົດ​ທີ 7 ພາຍ​ໃຕ້​ຫົວ​ຂໍ້​ທີ່​ວ່າ: “ຂ້ອຍ​ພ້ອມ​ແລ້ວ​ບໍ?” ບັດ​ນີ້​ໃຫ້​ເຮັດ​ເຊັ່ນ​ນັ້ນ​ຈາກ​ທັດສະນະ​ຂອງ​ພໍ່​ແມ່.

ການ​ບໍລິຫານ​ເງິນ. ລູກ​ກົກ​ຂອງ​ເຈົ້າ​ຮູ້​ວິທີ​ຂຽນ​ແບບ​ຟອມ​ເສຍ​ພາສີ​ອາກອນ ຫຼື​ຮູ້​ສິ່ງ​ທີ່​ຈຳເປັນ​ຕ້ອງ​ເຮັດ​ເພື່ອ​ໃຫ້​ເປັນ​ໄປ​ຕາມ​ກົດ​ໝາຍ​ພາຍ​ໃນ​ສຳລັບ​ພາສີ​ອາກອນ​ບໍ? (ໂລມ 13:7) ລູກ​ຮູ້ຈັກ​ໃຊ້​ລະບົບ​ສິນ​ເຊື່ອ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​ບໍ? (ສຸພາສິດ 22:7) ເຂົາ​ເຈົ້າ​ສາມາດ​ເຮັດ​ງົບ​ປະມານ​ລາຍ​ຮັບ​ຂອງ​ຕົວ​ເອງ​ແລະ​ໃຊ້​ຈ່າຍ​ຕາມ​ທີ່​ຫາ​ໄດ້​ບໍ? (ລືກາ 14:28-30) ລູກ​ເຄີຍ​ຮູ້ສຶກ​ມີ​ຄວາມ​ຍິນດີ​ບໍ​ທີ່​ໄດ້​ຊື້​ເຄື່ອງ​ຢ່າງ​ໜຶ່ງ​ດ້ວຍ​ເງິນ​ທີ່​ຕົນ​ຫາ​ເອົາ​ເອງ? ລູກ​ແມ່ນ​ແຕ່​ເຄີຍ​ມີ​ປະສົບການ​ທີ່​ໜ້າ​ຍິນດີ​ຫຼາຍ​ກວ່າ​ນັ້ນ​ບໍ​ທີ່​ໄດ້​ໃຊ້​ເວລາ​ແລະ​ຊັບພະຍາກອນ​ອື່ນໆຂອງ​ຕົນ​ທີ່​ຈະ​ຊ່ວຍເຫຼືອ​ຄົນ​ອື່ນ?—ກິດຈະການ 20:35.

ທັກສະ​ພາຍ​ໃນ​ເຮືອນ. ລູກ​ສາວ​ແລະ​ລູກ​ຊາຍ​ຂອງ​ເຈົ້າ​ຮູ້ຈັກ​ແຕ່ງ​ກິນ​ບໍ່? ເຈົ້າ​ໄດ້​ສອນ​ລູກ​ໃຫ້​ຮູ້ຈັກ​ຊັກ​ເຄື່ອງ​ແລະ​ຮີດ​ເຄື່ອງ​ບໍ? ຖ້າ​ລູກ​ມີ​ລົດ​ຂັບ ລູກ​ສາມາດ​ເຮັດ​ການ​ສ້ອມ​ແປງ​ແບບ​ງ່າຍໆທີ່​ປອດໄພ ເຊັ່ນ ປ່ຽນ​ຟິວ ປ່ຽນ​ນ້ຳມັນ​ເຄື່ອງ ຫຼື​ປ່ຽນ​ຕີນ​ລົດ​ເມື່ອ​ມັນ​ຮົ່ວ​ໄດ້​ບໍ?

ທັກສະ​ທາງ​ສັງຄົມ. ເມື່ອ​ລູກ​ທີ່​ໃຫຍ່​ແລ້ວ​ມີ​ຄວາມ​ບໍ່​ເຫັນ​ດີ​ນຳ​ກັນ ເຈົ້າ​ເຮັດ​ໜ້າ​ທີ​ເປັນ​ກຳມະການ​ຕະຫຼອດ​ບໍ​ໂດຍ​ກຳນົດ​ທາງ​ແກ້​ສຸດ​ທ້າຍ​ຂອງ​ບັນຫາ? ຫຼື​ເຈົ້າ​ຝຶກ​ສອນ​ລູກ​ໃຫ້​ເຈ​ລະ​ຈາ​ຫາ​ທາງ​ແກ້​ບັນຫາ​ແບບ​ສັນຕິ ແລະ​ຈາກ​ນັ້ນ​ກໍ​ໃຫ້​ແຈ້ງ​ໃຫ້​ເຈົ້າ​ຮູ້​ບໍ?—ມັດທາຍ 5:23-25.

ກິດຈະວັດ​ສ່ວນ​ຕົວ​ກ່ຽວ​ກັບ​ການ​ນະມັດສະການ. ເຈົ້າ​ບອກ​ລູກ​ວ່າ​ອັນ​ໃດ​ທີ່​ເຂົາ​ເຈົ້າ​ຄວນ​ເຊື່ອ​ບໍ ຫຼື​ເຈົ້າ​ໂນ້ມນ້າວ​ລູກ? (2 ຕີໂມເຕ 3:14, 15) ແທນ​ທີ່​ຈະ​ຕອບ​ຄຳຖາມ​ກ່ຽວ​ກັບ​ເລື່ອງ​ສາສະໜາ​ແລະ​ຫຼັກ​ການ​ສິລະທຳ​ໃຫ້​ລູກ​ຕະຫຼອດ ເຈົ້າ​ສອນ​ລູກ​ໃຫ້​ພັດທະນາ “ຄວາມ​ສາມາດ​ໃນ​ການ​ຄິດ” ບໍ? (ສຸພາສິດ 1:4, ລ.ມ.) ເຈົ້າ​ຢາກ​ໃຫ້​ລູກ​ຕິດ​ຕາມ​ແບບ​ຢ່າງ​ການ​ສຶກສາ​ສ່ວນ​ຕົວ​ຂອງ​ເຈົ້າ​ບໍ ຫຼື​ເຈົ້າ​ຢາກ​ໃຫ້​ລູກ​ເຮັດ​ແນວ​ອື່ນ​ທີ່​ດີ​ກວ່າ?c

ແນ່ນອນ​ວ່າ​ການ​ຝຶກ​ສອນ​ລູກ​ໃນ​ຂົງ​ເຂດ​ທີ່​ກ່າວ​ເຖິງ​ຂ້າງ​ເທິງ​ນັ້ນ​ຕ້ອງ​ໃຊ້​ເວລາ​ແລະ​ຄວາມ​ພະຍາຍາມ​ຫຼາຍ. ແຕ່​ມັນ​ຄຸ້ມ​ຄ່າ​ຫຼາຍ​ເມື່ອ​ເຖິງ​ເວລາ​ທີ່​ລູກ​ຈະ​ຍ້າຍ​ອອກ​ຈາກ​ເຮືອນ​ໄປ.

ເບິ່ງ​ບົດ​ທີ 7 ຂອງ​ເຫຼັ້ມ​ທີ 1

ເພດ​ສຳພັນ​ແລະ​ການ​ນັດ​ພົບ

ຂ້ອຍ​ຄວນ​ລົມ​ກັບ​ລູກ​ໃນ​ເລື່ອງ​ເພດ​ບໍ?

ມີ​ການ​ນຳ​ສະເໜີ​ຫົວ​ເລື່ອງ​ກ່ຽວ​ກັບ​ເລື່ອງ​ເພດ​ໃຫ້​ກັບ​ເດັກ​ນ້ອຍ​ຕັ້ງ​ແຕ່​ອາຍຸ​ຍັງ​ນ້ອຍ​ເປັນ​ພິເສດ. ຄຳພີ​ໄບເບິນ​ບອກ​ດົນ​ນານ​ມາ​ແລ້ວ​ວ່າ: “ສະໄໝ​ສຸດ​ທ້າຍ” ຈະ​ຖືກ​ໝາຍ​ໄວ້​ດ້ວຍ “ວິກິດການ​ເຊິ່ງ​ຍາກ​ທີ່​ຈະ​ຮັບ​ມື​ໄດ້” ເຊິ່ງ​ຜູ້​ຄົນ​ຈະ “ບໍ່​ຄຸ້ມຄອງ​ຕົວ​ໃຫ້​ດີ” ແລະ “ຮັກ​ການ​ສະໜຸກ​ສະໜານ​ຫຼາຍ​ກວ່າ​ຮັກ​ພະເຈົ້າ.” (2 ຕີໂມເຕ 3:1, 3, 4, ລ.ມ.) ທ່າ​ອ່ຽງ​ທີ່​ຈະ​ມີ​ເພດ​ສຳພັນ​ແບບ​ຫຼິ້ນໆເປັນ​ໜຶ່ງ​ໃນ​ສັນຍະລັກ​ຫຼາຍ​ຢ່າງ​ທີ່​ຄຳ​ພະຍາກອນ​ນີ້​ພິສູດ​ວ່າ​ເປັນ​ຈິງ.

ໂລກ​ທຸກ​ມື້​ນີ້​ແຕກຕ່າງ​ຫຼາຍ​ຈາກ​ສະໄໝ​ທີ່​ເຈົ້າ​ເຕີບ​ໃຫຍ່​ຂຶ້ນ​ມາ. ແຕ່​ໃນ​ບາງ​ແງ່​ບັນຫາ​ຕ່າງໆກໍ​ຍັງ​ຄື​ກັນ. ດັ່ງ​ນັ້ນ ຢ່າ​ຮູ້ສຶກ​ໜັກ​ໃຈ​ຫຼື​ຢ້ານ​ຕໍ່​ກັບ​ຜົນ​ກະທົບ​ບໍ່​ດີ​ທີ່​ຢູ່​ອ້ອມ​ຂ້າງ​ລູກ. ແທນ​ທີ່​ຈະ​ເປັນ​ແບບ​ນັ້ນ ໃຫ້​ຕັ້ງ​ໃຈ​ທີ່​ຈະ​ຊ່ວຍ​ລູກ​ໃຫ້​ເຮັດ​ແບບ​ທີ່​ອັກຄະສາວົກ​ໂປໂລ​ກະຕຸ້ນ​ຄລິດສະຕຽນ​ປະມານ 2.000 ປີ​ມາ​ແລ້ວ ໂດຍ​ກ່າວ​ວ່າ: “ຈົ່ງ​ເອົາ​ເຄື່ອງ​ອາວຸດ​ຂອງ​ພະເຈົ້າ​ທັງ​ສິ້ນ​ສົບ​ໃສ່ ເພື່ອ​ທ່ານ​ທັງ​ຫຼາຍ​ຈະ​ຢັ້ງຢືນ​ຕໍ່​ສູ້​ການ​ອຸບາຍ​ຂອງ​ພະຍາມານ​ໄດ້.” (ເອເຟດ 6:11) ຄວາມ​ຈິງ​ຄື​ວ່າ ໜຸ່ມ​ສາວ​ຄລິດສະຕຽນ​ຫຼາຍ​ຄົນ​ໄດ້​ເຮັດ​ການ​ຕໍ່​ສູ້​ທີ່​ເປັນ​ຕາ​ໜ້າ​ຍົກຍ້ອງ​ເພື່ອ​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ ເຖິງ​ແມ່ນ​ວ່າ​ຈະ​ມີ​ອິດທິພົນ​ທີ່​ບໍ່​ດີ​ອ້ອມ​ຮອບ​ເຂົາ​ເຈົ້າ​ຢູ່. ເຈົ້າ​ຈະ​ຊ່ວຍ​ລູກ​ໃຫ້​ເຮັດ​ແບບ​ດຽວ​ກັນ​ນັ້ນ​ໄດ້​ແນວ​ໃດ?

ວິທີ​ໜຶ່ງ​ກໍ​ໂດຍ​ການ​ເວົ້າ​ລົມ​ແບບ​ກົງ​ໄປ​ກົງ​ມາ ໂດຍ​ເລືອກ​ບົດ​ຕ່າງໆທີ່​ຢູ່​ໃນ​ພາກ​ທີ 4 ຂອງ​ປຶ້ມ​ຫົວ​ນີ້ ແລະ​ພາກ​ທີ 1 ແລະ​ພາກ​ທີ 7 ຂອງ​ເຫຼັ້ມ​ທີ 2. ໃນ​ບົດ​ຕ່າງໆມີ​ຂໍ້​ພະ​ຄຳພີ​ທີ່​ກະຕຸ້ນ​ຄວາມ​ຄິດ. ບາງ​ບົດ​ມີ​ຕົວຢ່າງ​ຊີວິດ​ຈິງ​ທີ່​ໂດດ​ເດັ່ນ​ຂອງ​ທັງ​ຄົນ​ທີ່​ຍຶດ​ໝັ້ນ​ກັບ​ສິ່ງ​ທີ່​ຖືກຕ້ອງ​ແລະ​ເກັບ​ກ່ຽວ​ພະ​ພອນ​ຕ່າງໆ ຫຼື​ຄົນ​ທີ່​ເມີນ​ເສີຍ​ຕໍ່​ກົດ​ໝາຍ​ຂອງ​ພະເຈົ້າ​ແລະ​ຮັບ​ໂທດ​ຂອງ​ຜົນ​ທີ່​ຕິດ​ຕາມ​ມາ. ຂໍ້​ພະ​ຄຳພີ​ອື່ນໆມີ​ຫຼັກ​ການ​ທີ່​ສາມາດ​ຊ່ວຍ​ລູກ​ໃຫ້​ສຳນຶກ​ເຖິງ​ສິດທິ​ພິເສດ​ອັນ​ຍິ່ງໃຫຍ່​ທີ່​ເຂົາ​ເຈົ້າ​ແລະ​ເຈົ້າ​ມີ​ໂດຍ​ການ​ດຳເນີນ​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະເຈົ້າ. ເປັນ​ຫຍັງ​ຈຶ່ງ​ບໍ່​ວາງ​ແຜນທີ່​ຈະ​ພິຈາລະນາ​ສິ່ງ​ນີ້​ກັບ​ລູກ​ໃນ​ໄວໆນີ້?

ເບິ່ງ​ບົດ​ທີ 23, 25 ແລະ 32 ຂອງ​ເຫຼັ້ມ​ທີ 1 ແລະ​ບົດ​ທີ 4-6, 28 ແລະ 29 ຂອງ​ເຫຼັ້ມ​ທີ 2

ຂ້ອຍ​ຄວນ​ປ່ອຍ​ໃຫ້​ລູກ​ເລີ່ມ​ນັດ​ພົບ​ກັບ​ເພດ​ກົງ​ກັນ​ຂ້າມ​ບໍ?

ແນ່ນອນ​ວ່າ​ປະເດັນ​ເລື່ອງ​ການ​ນັດ​ພົບ​ຈະ​ເກີດ​ຂຶ້ນ​ກັບ​ລູກ​ບໍ່​ຊ້າ​ກໍ​ໄວ. ທ້າວ​ຟີລິບ​ເວົ້າ​ວ່າ: “ຂ້ອຍ​ບໍ່​ຕ້ອງ​ເຮັດ​ຫຍັງ​ເລີຍ! ພວກ​ຜູ້​ສາວ​ຊວນ​ຂ້ອຍ​ໄປ​ທ່ຽວ ຂ້ອຍ​ຢືນ​ຢູ່​ແລະ​ຄຶດ ‘ໂອ້ຍ ຂ້ອຍ​ຈະ​ເຮັດ​ແນວ​ໃດ​ບັດ​ນີ້?’ ມັນ​ຍາກ​ທີ່​ຈະ​ປະຕິເສດ​ເພາະ​ບາງ​ຄົນ​ງາມ​ຫຼາຍ!”

ສິ່ງ​ດີ​ທີ່​ສຸດ​ທີ່​ເຈົ້າ​ສາມາດ​ເຮັດ​ໄດ້​ໃນ​ຖານະ​ພໍ່​ແມ່​ແມ່ນ​ໃຫ້​ລົມ​ກັບ​ລູກ​ກ່ຽວ​ກັບ​ການ​ນັດ​ພົບ ບາງ​ທີ​ໂດຍ​ໃຊ້​ບົດ​ທີ 1 ໃນ​ເຫຼັ້ມ​ທີ 2 ໃຫ້​ເປັນ​ພື້ນຖານ​ໃນ​ການ​ສົນທະນາ. ໃຫ້​ເບິ່ງ​ວ່າ​ລູກ​ຮູ້ສຶກ​ແນວ​ໃດ​ຕໍ່​ກັບ​ຂໍ້​ທ້າທາຍ​ຕ່າງໆທີ່​ປະເຊີນ​ຢູ່​ໂຮງ​ຮຽນ​ແລະ​ແມ່ນ​ແຕ່​ພາຍ​ໃນ​ປະຊາຄົມ​ຄລິດສະຕຽນ. ບາງ​ທີ​ການ​ສົນທະນາ​ແບບ​ນັ້ນ​ສາມາດ​ເກີດ​ຂຶ້ນ​ໃນ​ໂອກາດ​ທີ່​ບໍ່​ເປັນ​ທາງ​ການ ເຊັ່ນ “ເມື່ອ​ນັ່ງ​ຢູ່​ເຮືອນ ແລະ​ເມື່ອ​ທຽວ​ທາງ.” (ພະບັນຍັດ 6:6, 7) ບໍ່​ວ່າ​ຈະ​ຢູ່​ໃນ​ສະຖານະການ​ໃດ ຂໍ​ໃຫ້​ຈື່​ໄວ້​ວ່າ: “ໃຫ້ . . . ວ່ອງໄວໆຈະ​ຟັງ ໃຫ້​ຊ້າໆຈະ​ເວົ້າ.”—ຢາໂກໂບ 1:19.

ຖ້າ​ລູກ​ສະແດງ​ຄວາມ​ສົນ​ໃຈ​ຕໍ່​ບາງ​ຄົນ​ທີ່​ເປັນ​ເພດ​ກົງ​ກັນ​ຂ້າມ ຢ່າ​ຕົກໃຈ​ຢ້ານ. “ຍິງ​ສາວ​ຄົນ​ໜຶ່ງ​ກ່າວ​ວ່າ: “ເມື່ອ​ພໍ່​ຮູ້​ວ່າ​ຂ້ອຍ​ມີ​ແຟນ ພໍ່​ບໍ່​ພໍ​ໃຈ​ຂະໜາດ​ເລີຍ! ພໍ່​ພະຍາຍາມ​ເຮັດ​ໃຫ້​ຂ້ອຍ​ຢ້ານ​ໂດຍ​ຖາມ​ຂ້ອຍ​ດ້ວຍ​ຄຳຖາມ​ທັງ​ໝົດ​ເຫຼົ່າ​ນີ້​ວ່າ​ຂ້ອຍ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ແຕ່ງ​ດອງ ເມື່ອ​ເຈົ້າ​ຍັງ​ໜຸ່ມ​ມັນ​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ວ່າ​ຢາກ​ຍືດ​ສາຍ​ສຳພັນ​ໃຫ້​ດົນ​ອອກ​ໄປ​ອີກ​ແລະ​ພິສູດ​ວ່າ​ພໍ່​ແມ່​ຜິດ!”

ຖ້າ​ລູກ​ຮູ້​ວ່າ​ເຈົ້າ​ແມ່ນ​ແຕ່​ບໍ່​ຢາກ​ເວົ້າ​ເລື່ອງ​ການ​ນັດ​ພົບ ເລື່ອງ​ໜ້າ​ເສົ້າ​ບາງ​ຢ່າງ​ອາດ​ຈະ​ເກີດ​ຂຶ້ນ ນັ້ນ​ຄື​ລູກ​ອາດ​ເຮັດ​ໃຫ້​ເລື່ອງ​ສາຍ​ສຳພັນ​ເປັນ​ຄວາມ​ລັບ​ແລະ​ລັກ​ນັດ​ພົບ​ແບບ​ລັບໆ. ຍິງ​ສາວ​ຄົນ​ໜຶ່ງ​ກ່າວ​ວ່າ: “ເມື່ອ​ພໍ່​ແມ່​ມີ​ປະຕິກິລິຍາ​ຫຼາຍ​ເກີນ​ໄປ ມັນ​ມີ​ແຕ່​ຈະ​ເຮັດ​ໃຫ້​ລູກ​ຢາກ​ປິດ​ບັງ​ເລື່ອງ​ສາຍ​ສຳພັນ​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ. ເຂົາ​ເຈົ້າ​ບໍ່​ຍຸດຕິ​ສາຍ​ສຳພັນ​ດອກ. ເຂົາ​ເຈົ້າ​ມີ​ແຕ່​ຈະ​ລັກ​ເຮັດ​ແບບ​ລັບໆ.”

ເຈົ້າ​ຈະ​ໄດ້​ຮັບ​ຜົນ​ທີ່​ດີ​ກວ່າ​ຫຼາຍ​ໂດຍ​ການ​ເວົ້າ​ລົມ​ແບບ​ເປີດ​ເຜີຍ. ນາງ​ບິດທານີ​ອາຍຸ 20 ເວົ້າ​ວ່າ: “ພໍ່​ແມ່​ເວົ້າ​ກັບ​ຂ້ອຍ​ກົງ​ໄປ​ກົງ​ມາ​ໃນ​ເລື່ອງ​ການ​ນັດ​ພົບ. ມັນ​ເປັນ​ເລື່ອງ​ສຳຄັນ​ທີ່​ພວກ​ເພິ່ນ​ຈະ​ຮູ້​ວ່າ​ຂ້ອຍ​ສົນ​ໃຈ​ໃຜ ແລະ​ຂ້ອຍ​ຄິດ​ວ່າ​ນັ້ນ​ເປັນ​ສິ່ງ​ທີ່​ດີ! ພໍ່​ຈະ​ລົມ​ກັບ​ຜູ້​ທີ່​ຂ້ອຍ​ສົນ​ໃຈ. ຖ້າ​ມີ​ສິ່ງ​ໃດ​ທີ່​ເປັນ​ຕາ​ໜ້າ​ເປັນ​ຫ່ວງ ພໍ່​ແມ່​ຈະ​ບອກ​ຂ້ອຍ. ສ່ວນ​ຫຼາຍ​ຂ້ອຍ​ຕັດສິນ​ໃຈ​ເຊົາ​ກັນ​ກ່ອນ​ທີ່​ຈະ​ຮອດ​ຂັ້ນ​ຕອນ​ນັດ​ພົບ.”

ແຕ່​ພາຍ​ຫຼັງ​ທີ່​ອ່ານ​ບົດ​ທີ 2 ຂອງ​ເຫຼັ້ມ​ທີ 2 ເຈົ້າ​ອາດ​ສົງໄສ​ວ່າ ‘ລູກ​ນັດ​ພົບ​ໂດຍ​ທີ່​ບໍ່​ໃຫ້​ຂ້ອຍ​ຮູ້​ບໍ?’ ຂໍ​ໃຫ້​ເອົາໃຈໃສ່​ໃນ​ສິ່ງ​ທີ່​ໜຸ່ມ​ສາວ​ຈຳນວນ​ໜຶ່ງ​ເວົ້າ​ເຖິງ​ເຫດຜົນ​ທີ່​ເຂົາ​ເຈົ້າ​ບາງ​ຄົນ​ມີ​ທ່າ​ອ່ຽງ​ທີ່​ຈະ​ລັກ​ນັດ​ພົບ​ແບບ​ລັບໆ ແລະ​ຈາກ​ນັ້ນ​ໃຫ້​ຄິດ​ເຖິງ​ຄຳຖາມ​ຕ່າງ​ທີ່​ມີ​ຢູ່​ນຳ.

“ເດັກ​ນ້ອຍ​ບາງ​ຄົນ​ບໍ່​ໄດ້​ຮັບ​ຄວາມ​ອົບອຸ່ນ​ຢູ່​ເຮືອນ ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ຕັດສິນ​ໃຈ​ທີ່​ຈະ​ເພິ່ງ​ອາໄສ​ແຟນ​ສຳລັບ​ການ​ຊູ​ໃຈ.”—ນາງ ເວັນດີ.

ໃນ​ຖານະ​ເປັນ​ພໍ່​ແມ່ ເຈົ້າ​ຈະ​ເຮັດ​ໃຫ້​ແນ່​ໃຈ​ໄດ້​ແນວ​ໃດ​ວ່າ​ລູກ​ໄດ້​ຮັບ​ການ​ເອົາໃຈໃສ່​ທາງ​ດ້ານ​ອາລົມ​ຢ່າງ​ພຽງ​ພໍ? ເຈົ້າ​ສາມາດ​ເຮັດ​ການ​ປັບ​ປຸງ​ໃນ​ເລື່ອງ​ນີ້​ໄດ້​ບໍ? ຖ້າ​ເຮັດ​ໄດ້ ມີ​ຫຍັງ​ແດ່​ທີ່​ເຮັດ​ໄດ້?

“ຕອນ​ອາຍຸ 14 ປີ ນັກ​ຮຽນ​ໃນ​ໂຄງການ​ແລກ​ປ່ຽນ​ການ​ສຶກສາ​ຂໍ​ເປັນ​ແຟນ​ນຳ​ຂ້ອຍ. ຂ້ອຍ​ຕອບ​ຕົກ​ລົງ. ຂ້ອຍ​ຄິດ​ວ່າ​ມັນ​ຄົງ​ຈະ​ເປັນ​ສິ່ງ​ທີ່​ດີ​ທີ່​ຈະ​ມີ​ຜູ້​ຊາຍ​ເອົາ​ແຂນ​ກອດ​ຂ້ອຍ.”—ນາງ ໄດແອນ.

ຖ້າ​ໄດແອນ​ເປັນ​ລູກ​ຂອງ​ເຈົ້າ ເຈົ້າ​ຈະ​ຍົກ​ເອົາ​ເລື່ອງ​ນີ້​ຂຶ້ນ​ມາ​ເວົ້າ​ແນວ​ໃດ?

“ໂທລະສັບ​ມື​ຖື​ເຮັດ​ໃຫ້​ການ​ນັດ​ພົບ​ແບບ​ລັບໆເປັນ​ເລື່ອງ​ທີ່​ງ່າຍ. ພໍ່​ແມ່​ບໍ່​ຮູ້​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ!”—ນາງ ເອັນເນັດ.

ການ​ປ້ອງກັນ​ລ່ວງ​ໜ້າ​ແບບ​ໃດ​ທີ່​ເຈົ້າ​ສາມາດ​ເຮັດ​ໄດ້​ໃນ​ເລື່ອງ​ທີ່​ລູກ​ໃຊ້​ໂທລະສັບ​ມື​ຖື?

“ການ​ນັດ​ພົບ​ແບບ​ລັບໆເປັນ​ເລື່ອງ​ທີ່​ງ່າຍ​ຫຼາຍ​ເມື່ອ​ພໍ່​ແມ່​ບໍ່​ໄດ້​ເຝົ້າ​ເບິ່ງ​ຢ່າງ​ໃກ້​ຊິດ​ພຽງ​ພໍ​ໃນ​ສິ່ງ​ທີ່​ລູກ​ກຳລັງ​ເຮັດ​ແລະ​ເຮັດ​ກັບ​ໃຜ.”—ທ້າວ ໂທມັດ.

ມີ​ວິທີ​ທາງ​ໃດ​ບໍ​ທີ່​ເຈົ້າ​ສາມາດ​ມີ​ສ່ວນ​ຫຼາຍ​ຂຶ້ນ​ໃນ​ຊີວິດ​ຂອງ​ລູກ ແລະ​ກໍ​ຍັງ​ຍອມ​ໃຫ້​ລູກ​ມີ​ອິດສະຫຼະພາບ​ທີ່​ເໝາະ​ສົມ?

“ສ່ວນ​ຫຼາຍ​ແລ້ວ​ພໍ່​ແມ່​ບໍ່​ຢູ່​ເຮືອນ​ເມື່ອ​ລູກ​ຢູ່​ເຮືອນ. ຫຼື​ພໍ່​ແມ່​ເຊື່ອ​ໃຈ​ລູກ​ຫຼາຍ​ໂພດ​ໂດຍ​ຍອມ​ໃຫ້​ລູກ​ໄປ​ບ່ອນ​ຕ່າງໆກັບ​ຄົນ​ອື່ນ.”—ທ້າວ ນິໂຄລັດ.

ຂໍ​ໃຫ້​ຄິດ​ເຖິງ​ຜູ້​ທີ່​ລູກ​ຄົບຫາ​ໃກ້​ຊິດ​ນຳ​ທີ່​ສຸດ. ເຈົ້າ​ຮູ້​ແທ້​ບໍ​ວ່າ​ເຂົາ​ເຈົ້າ​ເຮັດ​ຫຍັງ​ເມື່ອ​ຢູ່​ນຳ​ກັນ?

“ການ​ນັດ​ພົບ​ແບບ​ລັບໆສາມາດ​ເກີດ​ຂຶ້ນ​ໄດ້​ເມື່ອ​ພໍ່​ແມ່​ເຄັ່ງ​ຄັດ​ຫຼາຍ​ໂພດ.”—ທ້າວ ພໍ.

ໂດຍ​ບໍ່​ຂັດ​ກັບ​ກົດ​ໝາຍ​ແລະ​ມາດຕະຖານ​ຂອງ​ຄຳພີ​ໄບເບິນ ເຈົ້າ​ຈະ​ເຮັດ​ໃຫ້ ‘ເຫັນ​ວ່າ . . . [ເຈົ້າ] ເປັນ​ຄົນ​ມີ​ເຫດຜົນ’ ໄດ້​ແນວ​ໃດ?—ຟີລິບ 4:5.

“ໃນ​ໄລຍະ​ຕົ້ນໆທີ່​ເປັນ​ໄວຮຸ່ນ ຂ້ອຍ​ມີ​ຄວາມ​ນັບຖື​ຕົວ​ເອງ​ໜ້ອຍ​ຫຼາຍ​ແລະ​ຕ້ອງການ​ຄວາມ​ສົນ​ໃຈ. ຂ້ອຍ​ເລີ່ມ​ສົ່ງ​ອີເມວ​ໄປ​ຫາ​ເດັກ​ຊາຍ​ຄົນ​ໜຶ່ງ​ໃນ​ປະຊາຄົມ​ໃກ້​ຄຽງ​ແລະ​ຂ້ອຍ​ຕົກ​ຫລຸມ​ຮັກ​ລາວ. ລາວ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ເປັນ​ຄົນ​ພິເສດ.”—ນາງ ລິນດາ.

ເຈົ້າ​ສາມາດ​ຄິດ​ເຖິງ​ບາງ​ວິທີ​ໄດ້​ບໍ​ທີ່​ເປັນ​ປະໂຫຍດ​ຫຼາຍ​ກວ່າ​ເຊິ່ງ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ລິນ​ດາ​ຢູ່​ເຮືອນ?

ເປັນ​ຫຍັງ​ຈຶ່ງ​ບໍ່​ໃຊ້​ບົດ​ທີ 2 ຂອງ​ເຫຼັ້ມ​ທີ 2 ພ້ອມ​ກັບ​ສ່ວນ​ນີ້​ຂອງ​ພາກ​ຜະໜວກ​ໃຫ້​ເປັນ​ພື້ນຖານ​ສຳລັບ​ການ​ສົນທະນາ​ກັບ​ລູກ? ວິທີ​ແກ້ໄຂ​ການ​ນັດ​ພົບ​ແບບ​ລັບໆແມ່ນ​ການ​ສື່​ຄວາມ​ຈາກ​ໃຈ​ທີ່​ກົງ​ໄປ​ກົງ​ມາ.—ສຸພາສິດ 20:5.

ເບິ່ງ​ບົດ​ທີ 1-3 ຂອງ​ເຫຼັ້ມ​ທີ 2

ບັນຫາ​ເລື່ອງ​ອາລົມ

ຂ້ອຍ​ຄວນ​ມີ​ປະຕິກິລິຍາ​ແນວ​ໃດ ຖ້າ​ລູກ​ເວົ້າ​ເຖິງ​ການ​ຂ້າ​ຕົວ​ຕາຍ?

ໃນ​ບາງ​ສ່ວນ​ຂອງ​ໂລກ ການ​ຂ້າ​ຕົວ​ຕາຍ​ໃນ​ທ່າມກາງ​ໄວຮຸ່ນ​ເປັນ​ເລື່ອງ​ທຳມະດາ​ທີ່​ຄວນ​ເປັນ​ຫ່ວງ. ຕົວຢ່າງ​ເຊັ່ນ ຢູ່​ໃນ​ປະເທດ​ສະຫະລັດ​ອາເມລິກາ ການ​ຂ້າ​ຕົວ​ຕາຍ​ເປັນ​ສາເຫດ​ການ​ຕາຍ​ອັນ​ດັບ​ທີ​ສາມ​ໃນ​ທ່າມກາງ​ຄົນ​ໜຸ່ມ​ສາວ​ອາຍຸ​ລະຫວ່າງ 15 ຫາ 25 ປີ ແລະ​ໃນ​ລະຫວ່າງ​ສອງ​ທົດສະວັດ​ທີ່​ຜ່ານ​ມາ ອັດຕາ​ການ​ຂ້າ​ຕົວ​ຕາຍ​ໃນ​ທ່າມກາງ​ຄົນ​ທີ່​ມີ​ອາຍຸ​ລະຫວ່າງ 10 ແລະ 14 ເພີ່ມ​ຂຶ້ນ​ສອງ​ເທົ່າ. ຜູ້​ທີ່​ມີ​ອັດຕາ​ສ່ຽງ​ທີ່​ສຸດ​ແມ່ນ​ລວມ​ເຖິງ​ໜຸ່ມ​ສາວ​ທີ່​ທົນ​ທຸກ​ກັບ​ຄວາມ​ຜິດ​ປົກກະຕິ​ທາງ​ສຸຂະພາບ​ຈິດ ຜູ້​ທີ່​ມີ​ປະຫວັດ​ຄອບຄົວ​ເລື່ອງ​ການ​ຂ້າ​ຕົວ​ຕາຍ ແລະ​ຜູ້​ທີ່​ເຄີຍ​ພະຍາຍາມ​ຂ້າ​ຕົວ​ຕາຍ​ໃນ​ອະດີດ. ສັນຍານ​ເຕືອນ​ທີ່​ວ່າ​ໄວຮຸ່ນ​ອາດ​ຄິດ​ຂ້າ​ຕົວ​ຕາຍ​ແມ່ນ​ລວມ​ເຖິງ​ສິ່ງ​ຕໍ່​ໄປ​ນີ້

• ແຍກ​ຕົວ​ເອງ​ຈາກ​ຄອບຄົວ​ແລະ​ໝູ່​ເພື່ອນ

• ປ່ຽນ​ຮູບ​ແບບ​ການ​ກິນ​ແລະ​ການ​ນອນ

• ສູນ​ເສຍ​ຄວາມ​ສົນ​ໃຈ​ໃນ​ກິດຈະກຳ​ທີ່​ຄັ້ງ​ໜຶ່ງ​ເຄີຍ​ມ່ວນ​ຊື່ນ

• ນິດໄສ​ໃຈ​ຄໍ​ທີ່​ປ່ຽນ​ແປງ​ຢ່າງ​ໂດດ​ເດັ່ນ

• ໃຊ້​ຢາເສບຕິດ​ແລະ​ດື່ມ​ເຫຼົ້າ

• ເອົາ​ສິ່ງ​ຂອງ​ທີ່​ມີ​ຄ່າ​ໃຫ້​ຄົນ​ອື່ນ

• ເວົ້າ​ເລື່ອງ​ການ​ຕາຍ​ຫຼື​ໝົກມຸ້ນ​ກັບ​ເລື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຕາຍ

ຄວາມ​ຜິດ​ຢ່າງ​ໜຶ່ງ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ທີ່​ພໍ່​ແມ່​ອາດ​ເຮັດ​ແມ່ນ​ການ​ເມີນ​ເສີຍ​ຕໍ່​ກັບ​ສັນຍານ​ເຕືອນ​ດັ່ງ​ກ່າວ. ໃຫ້​ຖື​ວ່າ​ໄພ​ຄຸກຄາມ​ທຸກ​ຢ່າງ​ເປັນ​ເລື່ອງ​ທີ່​ຈິງ​ຈັງ. ຢ່າ ​ຟ້າວ​ສະຫລຸບ​ວ່າ​ລູກ​ພຽງ​ແຕ່​ກຳລັງ​ຜ່ານ​ພາວະ​ຢ່າງ​ໜຶ່ງ.

ນອກ​ຈາກ​ນັ້ນ ຢ່າ​ອາຍ​ທີ່​ຈະ​ຂໍ​ຄວາມ​ຊ່ວຍເຫຼືອ​ສຳລັບ​ລູກ ຖ້າ​ລູກ​ເຈັບ​ປ່ວຍ​ດ້ວຍ​ໂລກ​ຊຶມເສົ້າ​ຂັ້ນ​ຮ້າຍແຮງ​ຫຼື​ຄວາມ​ຜິດ​ປົກກະຕິ​ທາງ​ຈິດ​ອື່ນໆ. ແລະ​ຖ້າ​ສົງໄສ​ວ່າ​ລູກ​ກຳລັງ​ຄິດ​ທີ່​ຈະ​ເຮັດ​ໃຫ້​ອາການ​ເຈັບ​ປ່ວຍ​ນັ້ນ​ຍຸດຕິ​ລົງ ໃຫ້​ຖາມ​ລູກ​ກ່ຽວ​ກັບ​ເລື່ອງ​ນີ້. ຄວາມ​ເຂົ້າ​ໃຈ​ທີ່​ວ່າ​ໄວຮຸ່ນ​ຈະ​ໄດ້​ຮັບ​ການ​ຊຸກ​ຍູ້​ໃຫ້​ຂ້າ​ຕົວ​ຕາຍ​ໂດຍ​ພຽງ​ແຕ່​ເວົ້າ​ຮອດ​ເລື່ອງ​ນີ້ ແມ່ນ​ຄວາມ​ເຂົ້າ​ໃຈ​ທີ່​ຜິດ. ໜຸ່ມ​ສາວ​ຫຼາຍ​ຄົນ​ໄດ້​ຮັບ​ການ​ຊ່ວຍເຫຼືອ​ເມື່ອ​ພໍ່​ແມ່​ຍົກ​ເອົາ​ເລື່ອງ​ນີ້​ຂຶ້ນ​ມາ​ເວົ້າ. ດັ່ງ​ນັ້ນ ຖ້າ​ລູກ​ຍອມ​ຮັບ​ວ່າ​ມີ​ຄວາມ​ຄິດ​ທີ່​ຈະ​ຂ້າ​ຕົວ​ຕາຍ ໃຫ້​ຊອກ​ຮູ້​ຖ້າ​ແຜນການ​ນັ້ນ​ຖືກ​ວາງ​ໄວ້​ແລ້ວ ແລະ​ຖ້າ​ໄດ້​ວາງ​ໄວ້​ແລ້ວ ວາງ​ແຜນ​ລະອຽດ​ເຖິງ​ຂັ້ນ​ໃດ. ຖ້າ​ແຜນການ​ແຮ່ງ​ລະອຽດ​ຫຼາຍ​ສ່ຳ​ໃດ ເຈົ້າ​ແຮ່ງ​ຈຳເປັນ​ຕ້ອງ​ຟ້າວຟັ່ງ​ຫຼາຍ​ຂຶ້ນ​ໃນ​ການ​ເຂົ້າ​ແຊກ​ແຊງ.

ຢ່າ​ຄາດ​ເດົາ​ວ່າ​ອາການ​ຊຶມເສົ້າ​ຈະ​ຫາຍ​ໄປ​ເອງ. ຖ້າ​ເບິ່ງ​ຄື​ວ່າ​ມັນ​ຈະ​ຫາຍ​ໄປ ຢ່າ​ຄິດ​ວ່າ​ບັນຫາ​ໄດ້​ຮັບ​ການ​ແກ້ໄຂ​ແລ້ວ. ກົງ​ກັນ​ຂ້າມ ນີ້​ອາດ​ເປັນ​ຕອນ​ທີ່​ອັນຕະລາຍ​ທີ່​ສຸດ. ເພາະ​ເຫດ​ໃດ? ເພາະ​ໃນ​ຂະນະ​ທີ່​ຢູ່​ໃນ​ພາວະ​ຮ້າຍແຮງ​ຂອງ​ອາການ​ຊຶມເສົ້າ​ຢ່າງ​ໜັກ ຄົນ​ໄວ​ໜຸ່ມ​ສາວ​ອາດ​ບໍ່​ມີ​ແຮງ​ກະຕຸ້ນ​ທີ່​ຈະ​ດຳເນີນ​ຕາມ​ຄວາມ​ຮູ້ສຶກ​ທີ່​ຈະ​ຂ້າ​ຕົວ​ຕາຍ. ແຕ່​ເມື່ອ​ພາວະ​ຮ້າຍແຮງ​ຫາຍ​ໄປ​ແລ້ວ​ແລະ​ມີ​ກຳລັງ​ວັງ​ຊາ​ກັບ​ມາ ໜຸ່ມ​ສາວ​ອາດ​ມີ​ຄວາມ​ສາມາດ​ທີ່​ຈະ​ເຮັດ​ຕາມ​ຄວາມ​ຮູ້ສຶກ​ທີ່​ຈະ​ຂ້າ​ຕົວ​ຕາຍ.

ເປັນ​ເລື່ອງ​ໜ້າ​ເສົ້າ​ແທ້ໆທີ່​ໜຸ່ມ​ສາວ​ບາງ​ຄົນ​ສິ້ນ​ຫວັງ​ຈົນ​ເຖິງ​ກັບ​ຄິດ​ຂ້າ​ຕົວ​ຕາຍ. ໂດຍ​ການ​ເອົາ​ໃສ່​ໃຈ​ຕໍ່​ສັນຍານ​ເຕືອນ​ແລະ​ໂຕ້​ຕອບ​ຕໍ່​ສັນຍານ​ນັ້ນ ພໍ່​ແມ່​ແລະ​ຜູ້​ໃຫຍ່​ຄົນ​ອື່ນໆທີ່​ໃຫ້​ການ​ເອົາໃຈໃສ່​ອາດ “ເວົ້າ​ປອບ​ໂຍນ​ຄົນ​ທີ່​ທຸກ​ໃຈ.” ແລະ​ພິສູດ​ວ່າ​ເປັນ​ບ່ອນ​ລີ້​ໄພ​ສຳລັບ​ຄົນ​ໜຸ່ມ​ສາວ.—1 ເທຊະໂລນີກ 5:14, ລ.ມ.

ເບິ່ງ​ບົດ​ທີ 13 ແລະ 14 ຂອງ​ເຫຼັ້ມ​ທີ 1 ແລະ​ບົດ​ທີ 26 ຂອງ​ເຫຼັ້ມ​ທີ 2

ຂ້ອຍ​ຄວນ​ປິດ​ບັງ​ຄວາມ​ໂສກ​ເສົ້າ​ບໍ່​ໃຫ້​ລູກ​ຮູ້​ບໍ?

ການ​ສູນ​ເສຍ​ຄູ່​ຄອງ​ເປັນ​ປະສົບການ​ທີ່​ເຈັບ​ປວດ. ແນ່ນອນ ຈະ​ມີ​ບາງ​ເວລາ​ທີ່​ລູກ​ຕ້ອງການ​ຄວາມ​ຊ່ວຍເຫຼືອ​ຈາກ​ເຈົ້າ. ເຈົ້າ​ຈະ​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ຮັບ​ມື​ກັບ​ຄວາມ​ໂສກ​ເສົ້າ ໃນ​ຂະນະ​ທີ່​ຄຳນຶງ​ເຖິງ​ຕົວ​ເອງ? ຂໍ​ໃຫ້​ລອງ​ເຮັດ​ສິ່ງ​ຕໍ່​ໄປ​ນີ້

• ໃຫ້​ຕ້ານ​ທານ​ແຮງ​ກະຕຸ້ນ​ທີ່​ຈະ​ເຊື່ອງ​ຄວາມ​ຮູ້ສຶກ​ໄວ້. ລູກ​ຮຽນ​ຮູ້​ບົດຮຽນ​ຫຼາຍ​ຢ່າງ​ທີ່​ມີ​ຄ່າ​ທີ່​ສຸດ​ໃນ​ຊີວິດ​ໂດຍ​ການ​ສັງເກດ​ເບິ່ງ​ເຈົ້າ. ການ​ຮຽນ​ຮູ້​ເຖິງ​ວິທີ​ທີ່​ຈະ​ຮັບ​ມື​ກັບ​ຄວາມ​ໂສກ​ເສົ້າ​ກໍ​ບໍ່​ແມ່ນ​ຂໍ້​ຍົກ​ເວັ້ນ. ດ້ວຍ​ເຫດ​ນັ້ນ ຢ່າ​ຮູ້ສຶກ​ວ່າ​ຕ້ອງ​ເຂັ້ມແຂງ​ເພື່ອ​ລູກ​ໂດຍ​ເຊື່ອງ​ຄວາມ​ທຸກ​ໂສກ​ທຸກ​ຢ່າງ​ບໍ່​ໃຫ້​ລູກ​ຮູ້. ການ​ເຮັດ​ແບບ​ນີ້​ອາດ​ມີ​ແຕ່​ຈະ​ສອນ​ລູກ​ໃຫ້​ເຮັດ​ແບບ​ດຽວ​ກັນ. ໃນ​ທາງ​ກົງ​ກັນ​ຂ້າມ ເມື່ອ​ເຈົ້າ​ສະແດງ​ຄວາມ​ເຈັບ​ປວດ​ທາງ​ອາລົມ ລູກ​ຮຽນ​ຮູ້​ວ່າ​ສ່ວນ​ຫຼາຍ​ແລ້ວ​ດີ​ກວ່າ​ທີ່​ຈະ​ສະແດງ​ຄວາມ​ຮູ້ສຶກ​ອອກ​ມາ​ແທນ​ທີ່​ຈະ​ກັ້ນ​ໄວ້ ແລະ​ມັນ​ເປັນ​ເລື່ອງ​ປົກກະຕິ​ທຳມະດາ​ສຳລັບ​ລາວ​ທີ່​ຈະ​ຮູ້ສຶກ​ໂສກ​ເສົ້າ ໝຸດໝິດ ຫຼື​ແມ່ນ​ແຕ່​ໃຈ​ຮ້າຍ.

• ສະໜັບສະໜູນ​ລູກ​ໃຫ້​ເວົ້າ. ໂດຍ​ທີ່​ບໍ່​ເຮັດ​ໃຫ້​ລູກ​ຮູ້ສຶກ​ວ່າ​ຖືກ​ກົດ​ດັນ ສະໜັບສະໜູນ​ລູກ​ໃຫ້​ເວົ້າ​ສິ່ງ​ທີ່​ຢູ່​ໃນ​ໃຈ​ຂອງ​ລາວ. ຖ້າ​ລູກ​ເບິ່ງ​ຄື​ວ່າ​ບໍ່​ເຕັມ​ໃຈ​ທີ່​ຈະ​ເວົ້າ ເປັນ​ຫຍັງ​ຈຶ່ງ​ບໍ່​ພິຈາລະນາ​ບົດ​ທີ 16 ຂອງ​ປຶ້ມ​ຫົວ​ນີ້? ນອກ​ຈາກ​ນັ້ນ ໃຫ້​ເວົ້າ​ເຖິງ​ຄວາມ​ຊົງ​ຈຳ​ທີ່​ດີ​ຫຼາຍ​ຢ່າງ​ທີ່​ເຈົ້າ​ມີ​ຕໍ່​ຄູ່​ແຕ່ງ​ດອງ​ທີ່​ເສຍ​ຊີວິດ​ໄປ​ແລ້ວ. ການ​ໄດ້​ຍິນ​ເຈົ້າ​ສະແດງ​ຄວາມ​ຮູ້ສຶກ​ຕ່າງໆອອກ​ມາ​ຈະ​ຊ່ວຍ​ລູກ​ຮຽນ​ຮູ້​ວິທີ​ທີ່​ຈະ​ເຮັດ​ແບບ​ດຽວ​ກັນ.

• ສຳນຶກ​ເຖິງ​ຂີດ​ຈຳກັດ​ຂອງ​ຕົວ​ເອງ. ເປັນ​ສິ່ງ​ທີ່​ເຂົ້າ​ໃຈ​ໄດ້ ເຈົ້າ​ຢາກ​ເປັນ​ບ່ອນ​ຊູ​ໃຈ​ທີ່​ບໍ່​ສິ້ນ​ສຸດ​ຂອງ​ລູກ​ໃນ​ໄລຍະ​ເວລາ​ທີ່​ຫຍຸ້ງຍາກ​ນີ້. ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ ເຈົ້າ​ຖືກ​ກະທົບ​ຢ່າງ​ໜັກ​ຍ້ອນ​ການ​ເສຍ​ຊີວິດ​ຂອງ​ຄູ່​ແຕ່ງ​ດອງ​ຜູ້​ເປັນ​ທີ່​ຮັກ. ດັ່ງ​ນັ້ນ ກຳລັງ​ທາງ​ດ້ານ​ອາລົມ ຈິດ​ໃຈ ແລະ​ຮ່າງກາຍ​ອາດ​ຫລຸດ​ລົງ​ໜ້ອຍ​ໜຶ່ງ​ໃນ​ໄລຍະ​ໜຶ່ງ. (ສຸພາສິດ 24:10) ດ້ວຍ​ເຫດ​ນັ້ນ ເຈົ້າ​ອາດ​ຈຳເປັນ​ຕ້ອງ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ສະມາຊິກ​ຄອບຄົວ​ທີ່​ໃຫຍ່​ແລ້ວ​ແລະ​ຈາກ​ໝູ່​ເພື່ອນ​ທີ່​ອາວຸໂສ​ສຳລັບ​ການ​ໜູນ​ໃຈ. ການ​ຂໍ​ຄວາມ​ຊ່ວຍເຫຼືອ​ສະແດງ​ເຖິງ​ຄວາມ​ເປັນ​ຜູ້​ໃຫຍ່. ສຸພາສິດ 11:2 ກ່າວ​ວ່າ: “ຄວາມ​ປັນຍາ​ຕິດ​ຢູ່​ກັບ​ຄົນ​ສຸພາບ [“ຖ່ອມ,” ລ.ມ.] ທັງ​ຫຼາຍ.”

ການ​ໜູນ​ໃຈ​ທີ່​ດີ​ທີ່​ສຸດ​ທີ່​ເຈົ້າ​ສາມາດ​ໄດ້​ຮັບ​ແມ່ນ​ມາ​ຈາກ​ພະ​ເຢໂຫວາ​ພະເຈົ້າ ຜູ້​ທີ່​ສັນຍາ​ກັບ​ຜູ້​ນະມັດສະການ​ຂອງ​ພະອົງ​ວ່າ: “ເຫດ​ວ່າ​ຝ່າຍ​ເຮົາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ ເຮົາ​ກຳ​ມື​ຂວາ​ຂອງ​ເຈົ້າ​ເຮົາ​ກ່າວ​ແກ່​ເຈົ້າ​ວ່າ ‘ຢ່າຊູ່​ຢ້ານ. ຝ່າຍ​ເຮົາ​ເຮົາ​ຈະ​ຊ່ອຍ​ເຈົ້າ.’”—ເອຊາອີ 41:13.

ເບິ່ງ​ບົດ​ທີ 16 ຂອງ​ເຫຼັ້ມ​ທີ 1

ຂ້ອຍ​ຈະ​ຊ່ວຍ​ລູກ​ສາວ​ແນວ​ໃດ​ໃຫ້​ມີ​ທັດສະນະ​ທີ່​ຄວາມ​ສົມດຸນ​ໃນ​ເລື່ອງ​ອາຫານ?

ຖ້າ​ລູກ​ສາວ​ເຈົ້າ​ມີ​ການ​ກິນ​ແບບ​ຜິດ​ປົກກະຕິ ເຈົ້າ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່?d ທຳອິດ ໃຫ້​ພະຍາຍາມ​ເຂົ້າ​ໃຈ​ເຖິງ​ເຫດຜົນ ​ທີ່​ລາວ​ມີ​ພຶດຕິກຳ​ແບບ​ນີ້.

ມີ​ການ​ກ່າວ​ວ່າ​ຫຼາຍ​ຄົນ​ທີ່​ມີ​ການ​ກິນ​ແບບ​ຜິດ​ປົກກະຕິ​ມີ​ຄວາມ​ນັບຖື​ຕົວ​ເອງ​ໃນ​ລະດັບ​ຕ່ຳ​ແລະ​ມີ​ນິດໄສ​ຢາກ​ເຮັດ​ໃຫ້​ທຸກ​ຢ່າງ​ສົມບູນ​ແບບ ຕັ້ງ​ຄວາມ​ຄາດ​ຫວັງ​ທີ່​ສູງ​ແບບ​ບໍ່​ມີ​ເຫດຜົນ​ສຳລັບ​ຕົວ​ເອງ. ຈົ່ງ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ເຈົ້າ​ບໍ່​ມີ​ສ່ວນ​ໃນ​ການ​ເຮັດ​ໃຫ້​ລູກ​ມີ​ນິດໄສ​ເຫຼົ່າ​ນີ້. ຊ່ວຍ​ລູກ​ສາວ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ຕົວ​ເອງ.—1 ເທຊະໂລນີກ 5:11.

ນອກ​ຈາກ​ນັ້ນ ໃຫ້​ກວດ​ເບິ່ງ​ຢ່າງ​ໃກ້​ຊິດ​ຕໍ່​ກັບ​ທັດສະນະ​ຂອງ​ເຈົ້າ​ເອງ​ໃນ​ເລື່ອງ​ອາຫານ​ແລະ​ນ້ຳ​ໜັກ. ເຈົ້າ​ເນັ້ນ​ເຖິງ​ປະເດັນ​ເຫຼົ່າ​ນີ້​ຫຼາຍ​ເກີນ​ໄປ​ໂດຍ​ບໍ່​ເຈຕະນາ​ໃນ​ທາງ​ຄຳ​ເວົ້າ​ຫຼື​ຜ່ານ​ທາງ​ຕົວຢ່າງ​ບໍ? ຂໍ​ໃຫ້​ຈື່​ໄວ້​ວ່າ ໜຸ່ມ​ສາວ​ມີ​ຄວາມ​ສຳນຶກ​ຫຼາຍ​ທີ່​ສຸດ​ຕໍ່​ກັບ​ຮູບ​ຮ່າງ​ຂອງ​ເຂົາ​ເຈົ້າ. ແມ່ນ​ແຕ່​ການ​ເວົ້າ​ຢອກ​ເລື່ອງ​ຄວາມ​ຕຸ້ຍ​ຕອນ​ເປັນ​ເດັກ​ນ້ອຍ ຫຼື​ການ​ສູງ​ຂຶ້ນ​ແລະ​ນ້ຳ​ໜັກ​ເພີ່ມ​ຂຶ້ນ​ສາມາດ​ບົ່ມ​ບັນຫາ​ໃນ​ຄວາມ​ຄິດ​ຈິດ​ໃຈ​ຂອງ​ເຂົາ​ເຈົ້າ.

ຫຼັງ​ຈາກ​ໄດ້​ຄິດ​ເຖິງ​ບັນຫາ​ພ້ອມ​ດ້ວຍ​ການ​ອະທິດຖານ ໃຫ້​ລົມ​ແບບ​ຈິງ​ໃຈ​ກັບ​ລູກ​ສາວ​ຂອງ​ເຈົ້າ. ເພື່ອ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ ໃຫ້​ລອງ​ເຮັດ​ສິ່ງ​ຕໍ່​ໄປ​ນີ້

• ວາງ​ແຜນ​ເປັນ​ຢ່າງ​ດີ​ໃນ​ສິ່ງ​ທີ່​ຈະ​ເວົ້າ​ແລະ​ເມື່ອ​ໃດ​ທີ່​ຈະ​ເວົ້າ.

• ສະແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ເຈົ້າ​ເປັນ​ຫ່ວງ​ແລະ​ຢາກ​ຈະ​ຊ່ວຍ.

• ຢ່າ​ແປກ​ໃຈ​ຖ້າ​ການ​ຕອບ​ສະໜອງ​ທຳອິດ​ແມ່ນ​ເປັນ​ການ​ປ້ອງກັນ​ຕົວ​ເອງ.

• ເປັນ​ຜູ້​ຟັງ​ທີ່​ອົດ​ທົນ.

ສຳຄັນ​ທີ່​ສຸດ ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ການ​ຊ່ວຍ​ລູກ​ເພື່ອ​ເອົາ​ຊະນະ​ຄວາມ​ຜິດ​ປົກກະຕິ​ນີ້. ເຮັດ​ວຽກ​ນຳ​ກັນ​ເປັນ​ຄອບຄົວ​ເພື່ອ​ຊ່ວຍ​ຜູ້​ທີ່​ເຈັບ​ປ່ວຍ​ໃຫ້​ກັບ​ເປັນ​ປົກກະຕິ!

ເບິ່ງ​ບົດ​ທີ 10 ຂອງ​ເຫຼັ້ມ​ທີ 1 ແລະ​ບົດ​ທີ 7 ຂອງ​ເຫຼັ້ມ​ທີ 2

ເລື່ອງ​ຝ່າຍ​ວິນຍານ

ຂ້ອຍ​ຈະ​ສືບ​ຕໍ່​ສອນ​ລູກ​ແນວ​ໃດ​ໃນ​ເລື່ອງ​ຄຸນຄ່າ​ຂອງ​ສິ່ງ​ຝ່າຍ​ວິນຍານ​ເມື່ອ​ເຂົາ​ເຈົ້າ​ກ້າວ​ເຂົ້າ​ສູ່​ໄວ​ໜຸ່ມ​ສາວ?

ພະ​ຄຳພີ​ກ່າວ​ວ່າ​ທ້າວ​ຕີໂມເຕ​ໄດ້​ຮັບ​ການ​ຝຶກ​ສອນ​ໃນ​ເລື່ອງ​ພະເຈົ້າ “ຕັ້ງ​ແຕ່​ເປັນ​ແອ​ນ້ອຍ” ແລະ​ໃນ​ຖານະ​ເປັນ​ພໍ່​ຫຼື​ເປັນ​ແມ່ ເຈົ້າ​ຄົງ​ຈັດ​ຕຽມ​ແບບ​ດຽວ​ກັນ​ນັ້ນ​ໃຫ້​ລູກ​ຂອງ​ຕົນ. (2 ຕີໂມເຕ 3:15, ລ.ມ.) ແຕ່​ເມື່ອ​ລູກ​ເປັນ​ໜຸ່ມ​ສາວ ວິທີ​ການ​ຝຶກ​ສອນ​ອາດ​ຈຳເປັນ​ຕ້ອງ​ປັບ​ປ່ຽນ​ໃຫ້​ເຂົ້າ​ກັບ​ສະພາບການ​ໃໝ່. ລູກ​ທີ່​ກຳລັງ​ໃຫຍ່​ເລີ່ມ​ເຂົ້າ​ໃຈ​ບັນຫາ​ທີ່​ສະຫຼັບ​ຊັບຊ້ອນ. ຕອນ​ນີ້​ແຮ່ງ​ຍິ່ງ​ກວ່າ​ທີ່​ເຄີຍ​ເປັນ​ມາ ເຈົ້າ​ຈຳເປັນ​ຕ້ອງ​ລົມ​ກັບ​ລູກ​ໃນ​ວິທີ​ທີ່​ເຂົາ​ເຈົ້າ​ໃຊ້ “ຄວາມ​ສາມາດ​ໃນ​ການ​ໃຊ້​ເຫດຜົນ” ຂອງ​ຕົນ.—ໂລມ 12:1, ລ.ມ.

ເມື່ອ​ຂຽນ​ເຖິງ​ຕີໂມເຕ ໂປໂລ​ກ່າວ​ເຖິງ​ສິ່ງ​ຕ່າງໆທີ່​ຕີໂມເຕ ‘ໄດ້​ຮຽນ​ແລະ​ທີ່​ຖືກ​ໂນ້ມນ້າວ​ ໃຫ້​ເຊື່ອ.’ (2 ຕີໂມເຕ 3:14) ຕອນ​ນີ້​ລູກ​ອາດ​ຈຳເປັນ​ຕ້ອງ​ໄດ້​ຖືກ “ໂນ້ມນ້າວ​ໃຫ້​ເຊື່ອ” ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ເຊິ່ງ​ເຂົາ​ເຈົ້າ​ຮູ້​ແລ້ວ​ຕັ້ງ​ແຕ່​ເປັນ​ແອ​ນ້ອຍ. ເພື່ອ​ຈະ​ເຂົ້າ​ເຖິງ​ຫົວໃຈ​ຂອງ​ລູກ ເຈົ້າ​ຕ້ອງ​ເຮັດ​ຫຼາຍ​ກວ່າ​ພຽງ​ແຕ່​ບອກ​ເຂົາ​ເຈົ້າ​ໃນ​ສິ່ງ​ທີ່​ຕ້ອງ​ເຮັດ​ຫຼື​ຕ້ອງ​ເຊື່ອ. ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ຮຽນ​ຮູ້​ດ້ວຍ​ຕົວ​ເອງ. ເຈົ້າ​ສາມາດ​ຊ່ວຍ​ໄດ້​ແນວ​ໃດ? ເລີ່ມ​ຕົ້ນ​ໂດຍ​ການ​ໃຫ້​ໂອກາດ​ເຂົາ​ເຈົ້າ​ຢ່າງ​ເຫຼືອ​ເຟືອ​ທີ່​ຈະ​ຫາ​ເຫດຜົນ​ແລະ​ເວົ້າ​ລົມ​ກ່ຽວ​ກັບ​ຄຳຖາມ​ຕ່າງໆຕໍ່​ໄປ​ນີ້

• ສິ່ງ​ໃດ​ທີ່​ພາ​ໃຫ້​ຂ້ອຍ​ເຊື່ອ​ວ່າ​ມີ​ພະເຈົ້າ?—ໂລມ 1:20.

• ຂ້ອຍ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ສິ່ງ​ທີ່​ພໍ່​ແມ່​ກຳລັງ​ສອນ​ຂ້ອຍ​ຈາກ​ຄຳພີ​ໄບເບິນ​ເປັນ​ຄວາມ​ຈິງ?—ກິດຈະການ 17:11.

• ອັນ​ໃດ​ທີ່​ພາ​ໃຫ້​ຂ້ອຍ​ເຊື່ອ​ວ່າ​ມາດຕະຖານ​ຕ່າງໆທີ່​ຢູ່​ໃນ​ຄຳພີ​ໄບເບິນ​ເປັນ​ປະໂຫຍດ​ສຳລັບ​ຕົວ​ຂ້ອຍ​ເອງ?—ເອຊາອີ 48:17, 18.

• ຂ້ອຍ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ຄຳ​ພະຍາກອນ​ຕ່າງໆໃນ​ຄຳພີ​ໄບເບິນ​ຈະ​ສຳເລັດ​ເປັນ​ຈິງ?—ໂຢຊວຍ 23:14.

• ອັນ​ໃດ​ທີ່​ພາ​ໃຫ້​ຂ້ອຍ​ເຊື່ອ​ວ່າ​ທຸກ​ສິ່ງ​ໃນ​ໂລກ​ນີ້​ບໍ່​ມີ​ຄ່າ​ຫຍັງ​ເມື່ອ​ສົມ​ທຽບ​ກັບ “ຄວາມ​ດີ​ອັນ​ເຫຼືອ​ລົ້ນ​ແຫ່ງ​ຄວາມ​ຮູ້ຈັກ​ພະ​ຄລິດ​ເຍຊູ”?—ຟີລິບ 3:8.

• ຄ່າໄຖ່​ທີ່​ພະ​ຄລິດ​ຖວາຍ​ມີ​ຄວາມ​ໝາຍ​ແນວ​ໃດ​ຕໍ່​ຂ້ອຍ?—2 ໂກລິນໂທ 5:14, 15; ຄາລາຊີ 2:20.

ເຈົ້າ​ອາດ​ລັງເລ​ໃຈ​ທີ່​ຈະ​ໃຫ້​ລູກ​ພິຈາລະນາ​ຄຳຖາມ​ຕ່າງໆແບບ​ນີ້ ໂດຍ​ຢ້ານ​ວ່າ​ລູກ​ຈະ​ຕອບ​ບໍ່​ໄດ້. ແຕ່​ນັ້ນ​ເປັນ​ຄື​ກັບ​ການ​ລັງເລ​ໃຈ​ທີ່​ຈະ​ແນມ​ເບິ່ງ​ເຂັມ​ວັດ​ແທກ​ນ້ຳມັນ​ຢູ່​ຈໍ​ໜ້າ​ປັດ​ຂອງ​ລົດ ເພາະ​ຢ້ານ​ວ່າ​ເຂັມ​ນັ້ນ​ອາດ​ຊີ້​ໄປ​ໃສ່​ຂີດ​ທີ່​ວ່າ​ນ້ຳມັນ​ໝົດ​ແລ້ວ. ຖ້າ​ເຂັ້ມ​ຊີ້​ໄປ​ໃສ່​ຂີດ​ນັ້ນ​ແທ້ໆ ດີ​ທີ່​ສຸດ​ທີ່​ຈະ​ຊອກ​ວິທີ​ໃນ​ຂະນະ​ທີ່​ເຈົ້າ​ສາມາດ​ເຮັດ​ບາງ​ສິ່ງ​ບາງ​ຢ່າງ​ຕໍ່​ກັບ​ເລື່ອງ​ນີ້​ໄດ້! ໃນ​ແບບ​ດຽວ​ກັນ ໃນ​ຂະນະ​ທີ່​ລູກ​ຍັງ​ຢູ່​ເຮືອນ​ນຳ​ເຈົ້າ ຕອນ​ນີ້​ເປັນ​ເວລາ​ທີ່​ຈະ​ຊ່ວຍ​ລູກ​ໃຫ້​ຄົ້ນ​ຄວ້າ​ເບິ່ງ​ຄຳຖາມ​ຕ່າງໆທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ເຊື່ອ​ແລະ​ຖືກ “ໂນ້ມນ້າວ​ໃຫ້​ເຊື່ອ.”e

ຂໍ​ໃຫ້​ຈື່​ໄວ້​ວ່າ​ບໍ່​ມີ​ຫຍັງ​ຜິດ​ທີ່​ລູກ​ຈະ​ຖາມ​ວ່າ: “ເປັນ​ຫຍັງ ​ຂ້ອຍ​ຈຶ່ງ​ເຊື່ອ?” ນາງ​ໄດແອນ​ອາຍຸ 22 ປີ​ຈື່​ວ່າ​ຕົນ​ເອງ​ໄດ້​ຖາມ​ແບບ​ນັ້ນ​ຕອນ​ເປັນ​ໄວຮຸ່ນ. ໄດແອນ​ກ່າວ​ວ່າ: “ຂ້ອຍ​ບໍ່​ມີ​ຄວາມ​ໝັ້ນ​ໃຈ​ໃນ​ຄວາມ​ເຊື່ອ​ຂອງ​ຕົນ​ເອງ. ການ​ເສີມ​ສ້າງ​ຄຳຕອບ​ທີ່​ໜັກແໜ້ນ​ຈະ​ແຈ້ງ​ເຮັດ​ໃຫ້​ຂ້ອຍ​ສຳນຶກ​ວ່າ​ຕົວ​ເອງ​ຕ້ອງການ ​ເປັນ​ພະຍານ​ພະ​ເຢໂຫວາ! ເມື່ອ​ໃດ​ກໍ​ຕາມ​ທີ່​ຖືກ​ຖາມ​ກ່ຽວ​ກັບ​ບາງ​ສິ່ງ​ທີ່​ຂ້ອຍ​ບໍ່​ເຮັດ ແທນ​ທີ່​ຈະ​ຕອບ​ວ່າ ‘ມັນ​ຂັດ​ກັບ​ສາສະໜາ ​ຂອງ​ຂ້ອຍ’ ຂ້ອຍ​ຈະ​ຕອບ​ວ່າ ‘ຂ້ອຍ ​ຄິດ​ວ່າ​ນັ້ນ​ເປັນ​ສິ່ງ​ທີ່​ບໍ່​ຖືກຕ້ອງ.’ ເວົ້າ​ໃນ​ອີກ​ແງ່​ໜຶ່ງ​ກໍ​ຄື ຂ້ອຍ​ເຮັດ​ໃຫ້​ທັດສະນະ​ຂອງ​ຄຳພີ​ໄບເບິນ​ເປັນ​ທັດສະນະ​ຂອງ​ຂ້ອຍ ​ເອງ.”

ຄຳ​ແນະນຳ ເພື່ອ​ເຂົ້າ​ເຖິງ​ຄວາມ​ສາມາດ​ໃນ​ການ​ໃຊ້​ເຫດຜົນ​ຂອງ​ລູກ​ໃນ​ເລື່ອງ​ມາດຕະຖານ​ຕ່າງໆໃນ​ຄຳພີ​ໄບເບິນ ໃຫ້​ລູກ​ເຮັດ​ບົດບາດ​ເປັນ​ພໍ່/ແມ່​ເມື່ອ​ມີ​ບັນຫາ​ເກີດ​ຂຶ້ນ. ຕົວຢ່າງ​ເຊັ່ນ ສົມມຸດ​ວ່າ​ລູກ​ສາວ​ຂໍ​ອະນຸຍາດ​ໄປ​ຮ່ວມ​ງານ​ລ້ຽງ​ທີ່​ເຈົ້າ (ແລະ​ເບິ່ງ​ຄື​ວ່າ​ລູກ​ສາວ) ຮູ້​ວ່າ​ມັນ​ບໍ່​ເໝາະ​ສົມ. ແທນ​ທີ່​ຈະ​ພຽງ​ແຕ່​ຕອບ​ວ່າ​ບໍ່​ໃຫ້​ໄປ ເຈົ້າ​ອາດ​ເວົ້າ​ວ່າ: ‘ສິ່ງ​ທີ່​ພໍ່/ແມ່​ຢາກ​ໃຫ້​ລູກ​ເຮັດ​ແມ່ນ​ໃຫ້​ລູກ​ຄິດ​ວ່າ​ຕົວ​ເອງ​ເປັນ​ພໍ່/ແມ່. ໃຫ້​ຄິດ​ກ່ຽວ​ກັບ​ງານ​ລ້ຽງ​ທີ່​ລູກ​ຢາກ​ເຂົ້າ​ຮ່ວມ ເຮັດ​ການ​ຄົ້ນ​ຄວ້າ (ບາງ​ທີ​ໃນ​ບົດ​ທີ 37 ຂອງ​ປຶ້ມ​ຫົວ​ນີ້ ແລະ​ບົດ​ທີ 32 ຂອງ​ເຫຼັ້ມ​ທີ 2) ແລະ​ມື້​ອື່ນ​ໃຫ້​ກັບ​ມາ​ລົມ​ກັບ​ພໍ່/ແມ່. ພໍ່/ແມ່​ຈະ​ເຮັດ​ບົດບາດ​ເປັນ​ລູກ​ແລະ​ຂໍ​ໄປ​ງານ​ລ້ຽງ​ນີ້ ແລະ​ໃຫ້​ລູກ​ເຮັດ​ບົດບາດ​ເປັນ​ພໍ່/ແມ່ ໃຫ້​ລູກ​ບອກ​ພໍ່/ແມ່​ຖ້າ​ຈະ​ເປັນ​ແນວ​ຄິດ​ທີ່​ດີ​ຫຼື​ບໍ່​ທີ່​ຈະ​ໄປ​ງານ​ລ້ຽງ​ນີ້.’

ເບິ່ງ​ບົດ​ທີ 38 ຂອງ​ເຫຼັ້ມ​ທີ 1 ແລະ​ບົດ​ທີ 34-36 ຂອງ​ເຫຼັ້ມ​ທີ 2

ລູກ​ສູນ​ເສຍ​ຄວາມ​ສົນ​ໃຈ​ຕໍ່​ສິ່ງ​ຝ່າຍ​ວິນຍານ. ຈະ​ເຮັດ​ຫຍັງ​ໄດ້​ແດ່?

ທຳອິດ ຢ່າ​ຟ້າວ​ສະຫລຸບ​ວ່າ​ລູກ​ປະຕິເສດ​ຄວາມ​ເຊື່ອ​ຂອງ​ເຈົ້າ. ໃນ​ຫຼາຍ​ກໍລະນີ ມີ​ບັນຫາ​ລີ້​ຊ້ອນ​ຢູ່. ຕົວຢ່າງ​ເຊັ່ນ ບາງ​ທີ​ລູກ​ຂອງ​ເຈົ້າ

• ກຳລັງ​ປະເຊີນ​ກັບ​ຄວາມ​ກົດ​ດັນ​ຈາກ​ຄົນ​ໄວ​ດຽວ​ກັນ ແລະ​ອາຍ​ທີ່​ຈະ​ເປັນ​ຈຸດ​ເດັ່ນ​ທີ່​ແຕກຕ່າງ​ເນື່ອງ​ຈາກ​ຍຶດ​ໝັ້ນ​ກັບ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ

• ເຫັນ​ໜຸ່ມ​ສາວ​ຄລິດສະຕຽນ​ຄົນ​ອື່ນໆ (ແມ່ນ​ແຕ່​ອ້າຍ​ເອື້ອຍ​ນ້ອງ) ດຳເນີນ​ຊີວິດ​ແບບ​ຄລິດສະຕຽນ​ໄດ້​ຢ່າງ​ດີ​ເລີດ ແລະ​ຮູ້ສຶກ​ວ່າ​ການ​ຕິດ​ຕາມ​ຕົວຢ່າງ​ຂອງ​ເຂົາ​ເຈົ້າ​ເປັນ​ໄປ​ບໍ່​ໄດ້

• ຢາກ​ມີ​ໝູ່​ແຕ່​ຮູ້ສຶກ​ໂດດ​ດ່ຽວ​ຫຼື​ບໍ່​ເໝາະ​ສົມ​ໃນ​ທ່າມກາງ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ

• ເຫັນ​ໜຸ່ມ​ສາວ​ຄລິດສະຕຽນ​ຄົນ​ອື່ນໆໃຊ້​ຊີວິດ​ແບບ​ຕີ​ສອງ​ໜ້າ

• ກຳລັງ​ພະຍາຍາມ​ທີ່​ຈະ​ສ້າງ​ເອກະລັກ​ຂອງ​ຕົວ​ເອງ​ແລະ​ດັ່ງ​ນັ້ນ​ຈຶ່ງ​ຮູ້ສຶກ​ວ່າ​ສົງໄສ​ສິ່ງ​ທີ່​ເຈົ້າ​ຖື​ວ່າ​ເປັນ​ເລື່ອງ​ສຳຄັນ

• ເຫັນ​ໝູ່​ທີ່​ຮຽນ​ຢູ່​ຫ້ອງ​ດຽວ​ກັນ​ເຮັດ​ໃນ​ສິ່ງ​ທີ່​ບໍ່​ຖືກຕ້ອງ​ໄດ້​ຢ່າງ​ເສລີ ແລະ​ເບິ່ງ​ຄື​ວ່າ​ບໍ່​ໄດ້​ຮັບ​ຄວາມ​ເດືອດຮ້ອນ​ຈາກ​ຜົນ​ກະທົບ​ທີ່​ບໍ່​ດີ​ໃດໆເລີຍ

• ກຳລັງ​ພະຍາຍາມ​ເອົາ​ຊະນະ​ໃຈ​ຂອງ​ພໍ່/ແມ່​ທີ່​ບໍ່​ມີ​ຄວາມ​ເຊື່ອ

ທີ່​ສຳຄັນ ປະເດັນ​ຕ່າງໆ​ເຫຼົ່າ​ນີ້​ບໍ່​ກ່ຽວ​ປານ​ໃດ​ກັບ​ຄວາມ​ເຊື່ອ ​ຂອງ​ເຈົ້າ. ປະເດັນ​ເຫຼົ່າ​ນີ້​ກ່ຽວ​ຂ້ອງ​ກັບ​ສະພາບການ​ຫຼາຍ​ກວ່າ​ທີ່​ເຮັດ​ໃຫ້​ການ​ດຳເນີນ​ຕາມ​ຄວາມ​ເຊື່ອ​ເປັນ​ເລື່ອງ​ທ້າທາຍ ຢ່າງ​ໜ້ອຍ​ກໍ​ໃນ​ຕອນ​ນີ້. ດັ່ງ​ນັ້ນ ເຈົ້າ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊຸກ​ຍູ້​ລູກ?

ສະແດງ​ຄວາມ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ໂດຍ​ບໍ່​ຝືນ​ກັບ​ຫຼັກ​ການ. ພະຍາຍາມ​ເຂົ້າ​ໃຈ​ເຖິງ​ສາເຫດ​ທີ່​ພາ​ໃຫ້​ລູກ​ໝົດ​ກຳລັງ​ໃຈ ແລະ​ເຮັດ​ການ​ປັບ​ປຸງ​ເພື່ອ​ທີ່​ລູກ​ຈະ​ມີ​ສະພາບ​ແວດ​ລ້ອມ​ທີ່​ດີ​ກວ່າ​ໃນ​ການ​ເຕີບໂຕ​ທາງ​ດ້ານ​ຝ່າຍ​ວິນຍານ. (ສຸພາສິດ 16:20) ຕົວຢ່າງ​ເຊັ່ນ “ແຜນການ​ຕ້ານ​ທານ​ຄວາມ​ກົດ​ດັນ​ຈາກ​ຄົນ​ໄວ​ດຽວ​ກັນ” ໃນ​ໜ້າ​ທີ 132 ແລະ 133 ຂອງ​ເຫຼັ້ມ​ທີ 2 ສາມາດ​ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ກັບ​ລູກ​ເພື່ອ​ທີ່​ລາວ​ຈະ​ຂີ້​ອາຍ​ໜ້ອຍ​ລົງ​ໃນ​ການ​ປະເຊີນ​ໜ້າ​ກັບ​ໝູ່​ທີ່​ຮຽນ​ໜັງສື​ຢູ່​ໂຮງ​ຮຽນ​ດຽວ​ກັນ. ຫຼື​ຖ້າ​ລູກ​ເປົ່າ​ປ່ຽວ ເຈົ້າ​ອາດ​ຈຳເປັນ​ຕ້ອງ​ລົງ​ມື​ປະຕິບັດ​ໃນ​ການ​ຊ່ວຍ​ລູກ​ຊອກ​ຫາ​ໝູ່​ທີ່​ດີ.

ຈັດ​ໃຫ້​ມີ​ຜູ້​ປຶກສາ. ບາງ​ຄັ້ງ​ໜຸ່ມ​ສາວ​ໄດ້​ຮັບ​ການ​ຊ່ວຍເຫຼືອ​ເມື່ອ​ຜູ້​ໃຫຍ່​ທີ່​ຢູ່​ນອກ​ຄອບຄົວ​ໃຫ້​ການ​ໜູນ​ກຳລັງ​ໃຈ. ເຈົ້າ​ຮູ້ຈັກ​ຄົນ​ໜຶ່ງ​ທີ່​ມີ​ທັດສະນະ​ທາງ​ຝ່າຍ​ວິນຍານ​ເຊິ່ງ​ສາມາດ​ເປັນ​ແຮງ​ບັນດານ​ໃຈ​ໃຫ້​ລູກ​ຂອງ​ເຈົ້າ​ໄດ້​ບໍ? ເປັນ​ຫຍັງ​ຈຶ່ງ​ບໍ່​ຈັດ​ໃຫ້​ລາວ​ໃຊ້​ເວລາ​ກັບ​ລູກ​ຂອງ​ເຈົ້າ? ຈຸດ​ປະສົງ​ບໍ່​ແມ່ນ​ເພື່ອ​ປ່ອຍ​ປະ​ລະເລີຍ​ຄວາມ​ຮັບ​ຜິດ​ຊອບ. ແຕ່​ຂໍ​ໃຫ້​ຄິດ​ເຖິງ​ກໍລະນີ​ຂອງ​ຕີໂມເຕ. ລາວ​ໄດ້​ຮັບ​ປະໂຫຍດ​ຢ່າງ​ຍິ່ງ​ຈາກ​ຕົວຢ່າງ​ຂອງ​ອັກຄະສາວົກ​ໂປໂລ ແລະ​ໂປໂລ​ເອງ​ກໍ​ໄດ້​ຮັບ​ປະໂຫຍດ​ຢ່າງ​ຍິ່ງ​ຈາກ​ການ​ມີ​ຕີໂມເຕ​ເປັນ​ເພື່ອນ​ຮ່ວມ​ເດີນ​ທາງ.—ຟີລິບ 2:20, 22.

ຕາບ​ໃດ​ທີ່​ລູກ​ຍັງ​ອາໄສ​ຢູ່​ໃນ​ເຮືອນ​ຫຼັງ​ດຽວ​ກັບ​ເຈົ້າ ເຈົ້າ​ມີ​ສິດ​ທີ່​ຈະ​ຮຽກ​ຮ້ອງ​ໃຫ້​ລູກ​ເຮັດ​ຕາມ​ກິດຈະວັດ​ການ​ນະມັດສະການ​ຂອງ​ເຈົ້າ. ແຕ່​ໃນ​ທີ່​ສຸດ ເປົ້າ​ໝາຍ​ກໍ​ເພື່ອ​ປູກ​ຝັງ​ຄວາມ​ຮັກ​ຕໍ່​ພະເຈົ້າ​ໃນ​ຫົວໃຈ​ຂອງ​ລູກ ບໍ່​ແມ່ນ​ພຽງ​ແຕ່​ຈະ​ໃຫ້​ເຮັດ​ຕາມ​ແບບ​ເຄື່ອງ​ຈັກ. ເພື່ອ​ຊ່ວຍ​ລູກ​ໃຫ້​ຮັບ​ເອົາ​ສາສະໜາ​ແທ້ ໃຫ້​ວາງ​ຕົວຢ່າງ​ທີ່​ດີ​ເພື່ອ​ລູກ​ສາມາດ​ຮຽນ​ເອົາ​ເປັນ​ແບບ​ຢ່າງ. ໃຫ້​ມີ​ເຫດຜົນ​ໃນ​ສິ່ງ​ທີ່​ເຈົ້າ​ຄາດ​ຫວັງ. ຈັດ​ໃຫ້​ມີ​ຜູ້​ປຶກສາ​ແລະ​ການ​ຄົບຫາ​ທີ່​ເສີມ​ສ້າງ. ບາງ​ທີ​ໃນ​ມື້​ໜຶ່ງ​ຂ້າງ​ໜ້າ​ລູກ​ຈະ​ສາມາດ​ເວົ້າ​ຄື​ກັບ​ທີ່​ຜູ້​ຂຽນ​ຄຳເພງ​ໄດ້​ເວົ້າ​ທີ່​ວ່າ: “ພະ​ເຢໂຫວາ​ຜູ້​ເປັນ​ຫີນ​ດານ​ເປັນ​ປ້ອມ​ຂອງ​ຂ້ານ້ອຍ ​ແລະ​ເປັນ​ຜູ້​ຊ່ອຍ​ຂ້ານ້ອຍ ​ໃຫ້​ພົ້ນ.“—ຄຳເພງ 18:2.

ເບິ່ງ​ບົດ​ທີ 39 ຂອງ​ເຫຼັ້ມ​ທີ 1 ແລະ​ບົດ​ທີ 37 ແລະ 38 ຂອງ​ເຫຼັ້ມ​ທີ 2

[ຂໍ້​ຄວາມ​ໄຂ​ເງື່ອນ]

a ໃນ​ເວລາ​ດຽວ​ກັນ​ຢ່າ​ໃຊ້​ຄວາມ​ຮູ້ສຶກ​ຜິດ​ເພື່ອ​ກະຕຸ້ນ​ລູກ​ໄວ​ໜຸ່ມ​ສາວ​ຂອງ​ເຈົ້າ.

b ລູກ​ອາດ​ມີ​ຄວາມ​ຮູ້ສຶກ​ທີ່​ໄວ​ຫຼາຍ​ຕໍ່​ກັບ​ຮູບ​ຮ່າງ​ຂອງ​ຕົນ​ເອງ ດັ່ງ​ນັ້ນ ຈົ່ງ​ລະວັງ​ທີ່​ຈະ​ບໍ່​ສະແດງ​ອອກ​ວ່າ​ຮູບ​ຮ່າງ​ຂອງ​ລູກ​ມີ​ຈຸດ​ບົກ​ພ່ອງ.

c ຂໍ​ໃຫ້​ເບິ່ງ​ໜ້າ​ທີ 315-318.

d ເພື່ອ​ຄວາມ​ເຂົ້າ​ໃຈ​ງ່າຍ ເຮົາ​ອ້າງ​ເຖິງ​ລູກ​ວ່າ​ເປັນ​ຜູ້​ສາວ. ແນວ​ໃດ​ກໍ​ຕາມ ຫຼັກ​ການ​ທີ່​ພິຈາລະນາ​ສາມາດ​ໃຊ້​ໄດ້​ກັບ​ທັງ​ສອງ​ເພດ.

e ບົດ​ທີ 36 ຂອງ​ເຫຼັ້ມ​ທີ 2 ສາມາດ​ຊ່ວຍ​ລູກ​ໃຫ້​ໃຊ້​ຄວາມ​ສາມາດ​ໃນ​ການ​ຫາ​ເຫດຜົນ​ເພື່ອ​ເສີມ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ທີ່​ວ່າ​ພະເຈົ້າ​ມີ​ຢູ່​ຈິງ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌