ບົດທີ 19
ຂ້ອຍຄວນອອກໂຮງຮຽນບໍ?
ເຈົ້າຄິດວ່າຄວນອອກໂຮງຮຽນເມື່ອຮຽນຮອດຫ້ອງໃດ? ․․․․․
ພໍ່ແມ່ຢາກໃຫ້ເຈົ້າອອກໂຮງຮຽນຕອນຮຽນຮອດຫ້ອງໃດ? ․․․․․
ຄຳຖາມສອງຂໍ້ທີ່ຢູ່ຂ້າງເທິງນັ້ນຕອບກົງກັນບໍ? ເຖິງແມ່ນວ່າຄຳຕອບຈະເປັນແບບດຽວກັນແລະເຈົ້າກຳລັງຮຽນໜັງສືຢູ່ ອາດມີບາງມື້ທີ່ເຈົ້າຕ້ອງການຢາກອອກໂຮງຮຽນ. ເຈົ້າເຄີຍຄຶດໃນສິ່ງທີ່ຄ້າຍກັບຄຳຄິດເຫັນທາງລຸ່ມນີ້ບໍ?
“ບາງມື້ເຄັ່ງຕຶງຈົນບໍ່ຢາກລຸກອອກຈາກຕຽງນອນ. ຂ້ອຍຈະຄິດວ່າ ‘ເປັນຫຍັງຕ້ອງໄປໂຮງຮຽນແລະຮຽນໃນສິ່ງທີ່ຈະບໍ່ເຄີຍໃຊ້?’”—ນາງ ຣາເຊວ.
“ຫຼາຍຄັ້ງຂ້ອຍເບື່ອໂຮງຮຽນແລະຢາກອອກໂຮງຮຽນແລະຊອກວຽກເຮັດ. ຂ້ອຍຮູ້ສຶກວ່າໂຮງຮຽນບໍ່ມີປະໂຫຍດຫຍັງເລີຍ ແລະຍ້ອນແນວນັ້ນຈຶ່ງຮູ້ສຶກວ່າເອົາເວລາໄປຫາເງິນດີກວ່າ.”—ທ້າວ ຈອນ.
“ຂ້ອຍເຂົ້າໂຮງຮຽນມໍປາຍຢູ່ໃຈກາງເມືອງແລະມີບັນຫາເລື່ອງການເຂົ້າກັບໝູ່. ຂ້ອຍບໍ່ມີບັນຫາຫຍັງເລີຍໃນເລື່ອງການຮຽນ ແຕ່ວ່າຂ້ອຍບໍ່ເຄີຍເປັນທີ່ຍອມຮັບແລະດ້ວຍເຫດນັ້ນຈຶ່ງໃຊ້ເວລາສ່ວນຫຼາຍຢູ່ຜູ້ດຽວ. ແມ່ນແຕ່ຄົນອື່ນທີ່ບໍ່ເປັນທີ່ຍອມຮັບເຊັ່ນກັນກໍບໍ່ເວົ້າລົມນຳຂ້ອຍ! ຂ້ອຍຢາກອອກໂຮງຮຽນ.”—ທ້າວ ຣາຍອັນ.
“ແຕ່ລະມື້ຂ້ອຍໃຊ້ເວລາສີ່ຊົ່ວໂມງໃນການເຮັດວຽກບ້ານ! ຂ້ອຍຄາກັບວຽກບ້ານ ບົດຄົ້ນຄວ້າຂອງໂຮງຮຽນ ແລະການສອບເສັງທີ່ຕໍ່ເນື່ອງກັນຕະຫຼອດຈົນຮູ້ສຶກວ່າບໍ່ສາມາດຮັບມືໄດ້ແລ້ວແລະຢາກອອກໂຮງຮຽນ.”—ນາງ ຊິນດີ.
“ພວກເຮົາເຄີຍຖືກນາບຂູ່ດ້ວຍການວາງລະເບີດ ມີຄົນພະຍາຍາມຂ້າຕົວຕາຍສາມຄັ້ງ ໜຶ່ງຄົນຂ້າຕົວຕາຍແທ້ໆ ແລະຕີກັນເປັນກຸ່ມແກ້ງ. ບາງຄັ້ງມັນຫຼາຍໂພດ ແລະຂ້ອຍຢາກອອກໂຮງຮຽນ!”—ນາງ ໂຣດສ.
ເຈົ້າເຄີຍປະເຊີນກັບຂໍ້ທ້າທາຍທີ່ຄ້າຍໆກັນນີ້ບໍ? ຖ້າເຄີຍ ພາຍໃຕ້ສະພາບການແບບໃດທີ່ເຮັດໃຫ້ເຈົ້າຢາກອອກໂຮງຮຽນ?
․․․․․
ບາງທີຕອນນີ້ເຈົ້າກຳລັງວາງແຜນຢ່າງຈິງຈັງທີ່ຈະອອກໂຮງຮຽນ. ແຕ່ເຈົ້າຈະບອກໄດ້ແນວໃດວ່າເຈົ້າອອກໂຮງຮຽນຍ້ອນມັນຮອດເວລາເໝາະສົມແລ້ວທີ່ຈະອອກ ຫຼືອອກຍ້ອນວ່າເບື່ອໂຮງຮຽນ? ເພື່ອຈະຕອບຄຳຖາມນັ້ນ ກ່ອນອື່ນໝົດເຮົາຈຳເປັນຕ້ອງກຳນົດຄວາມໝາຍວ່າການອອກໂຮງຮຽນໝາຍເຖິງຫຍັງ.
ເຊົາຮຽນໜັງສືເມື່ອຮອດເວລາ ຫຼືອອກໂຮງຮຽນ?
ເຈົ້າຈະອະທິບາຍແນວໃດເຖິງຄວາມແຕກຕ່າງລະຫວ່າງການເຊົາຮຽນໜັງສືເມື່ອຮອດເວລາເໝາະສົມແລະການອອກໂຮງຮຽນ?
․․․․․
ເຈົ້າຮູ້ບໍວ່າໃນບາງປະເທດເປັນເລື່ອງປົກກະຕິທີ່ຄົນໜຸ່ມສາວຈະຮຽນໜັງສືລະຫວ່າງຫ້າເຖິງແປດປີ? ໃນບາງປະເທດ ຕ້ອງຮຽນໜັງສືຢ່າງໜ້ອຍສິບປີ. ດັ່ງນັ້ນ ຈຶ່ງບໍ່ມີການກຳນົດວ່ານັກຮຽນທຸກຄົນຈະຕ້ອງໄປໂຮງຮຽນຈົນຮອດອາຍຸຈັກປີຫຼືຕ້ອງຮຽນຮອດຫ້ອງໃດຢ່າງເທົ່າທຽມກັນທົ່ວໂລກ.
ນອກຈາກນັ້ນ ບາງປະເທດຫຼືບາງລັດອະນຸຍາດໃຫ້ນັກຮຽນຮຽນໜັງສືຢູ່ເຮືອນສຳລັບບາງວິຊາຫຼືທຸກວິຊາ ໂດຍທີ່ບໍ່ຕ້ອງໄປໂຮງຮຽນຕາມປົກກະຕິ. ແນ່ນອນວ່ານັກຮຽນທີ່ຮຽນໜັງສືຢູ່ເຮືອນໂດຍໄດ້ຮັບອະນຸຍາດແລະການຮ່ວມມືຈາກພໍ່ແມ່ ບໍ່ແມ່ນຄົນທີ່ອອກໂຮງຮຽນ.
ແນວໃດກໍຕາມ ຖ້າເຈົ້າກຳລັງຄຶດທີ່ຈະເຊົາຮຽນໜັງສືກ່ອນ ຈະຮຽນຈົບ ບໍ່ວ່າຈະເປັນການຮຽນຢູ່ໂຮງຮຽນຫຼືຮຽນຢູ່ເຮືອນ ເຈົ້າຈຳເປັນຕ້ອງພິຈາລະນາຄຳຖາມຕໍ່ໄປນີ້
ກົດໝາຍກຳນົດໄວ້ແນວໃດ? ດັ່ງທີ່ກ່າວໄປແລ້ວ ກົດໝາຍທີ່ກຳນົດວ່ານັກຮຽນຕ້ອງຮຽນໜັງສືເປັນເວລາຈັກປີນັ້ນແມ່ນແຕກຕ່າງກັນໃນແຕ່ລະບ່ອນ. ກົດໝາຍໃນປະເທດຂອງເຈົ້າກຳນົດການສຶກສາຂັ້ນຕ່ຳສຸດໄວ້ຈັກປີ? ເຈົ້າຮຽນຄົບຕາມທີ່ກຳນົດໄວ້ແລ້ວບໍ? ຖ້າເຈົ້າບໍ່ໃສ່ໃຈຄຳແນະນຳໃນຄຳພີໄບເບິນທີ່ວ່າ: “ໃຫ້ . . . ຍອມຢູ່ໃຕ້ບັງຄັບຜູ້ມີອຳນາດ” ແລະເຊົາຮຽນໜັງສືກ່ອນຈະຮອດເກນທີ່ກົດໝາຍກຳນົດໄວ້ ເຈົ້າກໍເຊົາຮຽນໜັງສືກ່ອນຮອດເວລາທີ່ເໝາະສົມ.—ໂລມ 13:1.
ຂ້ອຍບັນລຸເປົ້າໝາຍທາງການສຶກສາຂອງຂ້ອຍແລ້ວບໍ? ເປົ້າໝາຍອັນໃດທີ່ເຈົ້າຕ້ອງການໃຫ້ການສຶກສາຊ່ວຍເພື່ອໃຫ້ບັນລຸເປົ້າໝາຍນັ້ນ? ຍັງບໍ່ຮູ້ເທື່ອບໍ? ເຈົ້າຈຳເປັນຕ້ອງຮູ້ເປົ້າໝາຍນັ້ນໃຫ້ໄດ້! ຖ້າບໍ່ດັ່ງນັ້ນ ເຈົ້າຈະເປັນຄືຜູ້ໂດຍສານໃນລົດໄຟທີ່ບໍ່ຮູ້ວ່າຕົວເອງຕ້ອງການຈະໄປໃສ. ດັ່ງນັ້ນ ຈົ່ງລົມກັບພໍ່ແມ່ແລະຂຽນຄຳຕອບສຳລັບຄຳຖາມແຕ່ລະຂໍ້ໃນສ່ວນ “ເປົ້າໝາຍດ້ານການສຶກສາຂອງຂ້ອຍ” ໃນໜ້າ 139. ໂດຍການເຮັດແບບນີ້ຈະຊ່ວຍໃຫ້ຍຶດຢູ່ກັບເປົ້າໝາຍນັ້ນ ແລະຊ່ວຍເຈົ້າກັບພໍ່ແມ່ໃຫ້ວາງແຜນວ່າເຈົ້າຄວນຮຽນໜັງສືຈັກປີ.—ສຸພາສິດ 21:5.
ແນ່ນອນນາຍຄູແລະຄົນອື່ນໆສາມາດໃຫ້ຄຳແນະນຳໄດ້ວ່າ ເຈົ້າຄວນຮຽນຮອດຂັ້ນໃດ. ແຕ່ໃນທີ່ສຸດພໍ່ແມ່ຂອງເຈົ້າມີສິດທີ່ຈະເຮັດການຕັດສິນໃຈຂັ້ນສຸດທ້າຍ. (ສຸພາສິດ 1:8; ໂກໂລດ 3:20) ຖ້າເຈົ້າເຊົາຮຽນໜັງສືກ່ອນຈະບັນລຸເປົ້າໝາຍດ້ານການສຶກສາທີ່ເຈົ້າກັບພໍ່ແມ່ຕົກລົງກັນໄວ້ ເຈົ້າກໍເຊົາຮຽນໜັງສືກ່ອນຮອດເວລາ.
ອັນໃດແມ່ນແຮງກະຕຸ້ນໃນການອອກໂຮງຮຽນ? ລະວັງຢ່າລໍ້ລວງຕົວເອງ. (ເຢເຣມີ 17:9) ມະນຸດມັກຈະຫາເຫດຜົນທີ່ເບິ່ງຄືວ່າດີເພື່ອເຮັດໃນສິ່ງທີ່ເຫັນແກ່ຕົວ.—ຢາໂກໂບ 1:22.
ໃນສ່ວນນີ້ໃຫ້ຂຽນເຫດຜົນທີ່ດີທີ່ເຈົ້າຈະເຊົາຮຽນໜັງສືກ່ອນຮອດເວລາ.
․․․․․
ໃນສ່ວນນີ້ໃຫ້ຂຽນເຫດຜົນທີ່ເຫັນແກ່ຕົວທີ່ເຈົ້າຕ້ອງການອອກໂຮງຮຽນ.
․․․․․
ເຫດຜົນທີ່ດີອັນໃດແດ່ທີ່ເຈົ້າຂຽນ? ຄຳຕອບສອງຢ່າງທີ່ອາດເປັນໄປໄດ້ແມ່ນເພື່ອຊ່ວຍຫາເງິນລ້ຽງຄອບຄົວ ຫຼືເຮັດວຽກອາສາສະໝັກເພື່ອຊ່ວຍຄົນອື່ນໃຫ້ຮຽນຮູ້ກ່ຽວກັບເລື່ອງພະເຈົ້າ. ເຫດຜົນທີ່ເຫັນແກ່ຕົວແມ່ນເພື່ອຫຼີກລ່ຽງການສອບເສັງແລະວຽກບ້ານ. ເລື່ອງທີ່ຍາກແມ່ນການຮູ້ວ່າອັນໃດເປັນເຫດຜົນຫຼັກ ເຫດຜົນທີ່ດີຫຼືເຫດຜົນທີ່ເຫັນແກ່ຕົວ.
ຂໍໃຫ້ເບິ່ງຄືນຈຸດຕ່າງໆທີ່ເຈົ້າຂຽນໄວ້ຂ້າງເທິງນັ້ນ ແລະໃຫ້ຄະແນນຄວາມສຳຄັນຕັ້ງແຕ່ 1 ເຖິງ 5 ສຳລັບເຫດຜົນທີ່ເຈົ້າຕ້ອງການອອກໂຮງຮຽນ (1 ສະແດງວ່າບໍ່ສຳຄັນ ແລະ 5 ສະແດງວ່າສຳຄັນທີ່ສຸດ). ຖ້າເຈົ້າອອກໂຮງຮຽນພຽງເພື່ອຫຼີກໜີບັນຫາ ເຈົ້າອາດຈະພໍ້ກັບເລື່ອງທີ່ໜ້າຕົກໃຈ.
ຜິດບໍທີ່ຈະອອກໂຮງຮຽນ?
ການອອກໂຮງຮຽນເປັນຄືກັບການໂດດອອກຈາກລົດໄຟກ່ອນຮອດຈຸດໝາຍປາຍທາງ. ລົດໄຟອາດຈະບໍ່ສະດວກສະບາຍ ແລະຜູ້ໂດຍສານກໍບໍ່ເປັນມິດ. ແຕ່ຖ້າໂດດອອກຈາກລົດໄຟ ແນ່ນອນວ່າເຈົ້າຈະບໍ່ຮອດຈຸດໝາຍປາຍທາງແລະອາດເປັນໄປໄດ້ທີ່ຈະເຮັດໃຫ້ຕົວເອງບາດເຈັບສາຫັດ. ຄ້າຍກັນ ຖ້າອອກໂຮງຮຽນ ເຈົ້າອາດບໍ່ບັນລຸເປົ້າໝາຍດ້ານການສຶກສາ ແລະຈະສ້າງບັນຫາໃຫ້ຕົວເອງໃນຕອນນີ້ແລະໃນໄລຍະຍາວເຊັ່ນ
ບັນຫາທີ່ເກີດຂຶ້ນໃນຕອນນີ້ ອາດເປັນໄປໄດ້ທີ່ຈະຊອກວຽກເຮັດໄດ້ຍາກຂຶ້ນແລະຖ້າໄດ້ວຽກເຮັດ ກໍຄົງຈະໄດ້ເງິນເດືອນຕ່ຳກວ່າວຽກທີ່ຈະຫາໄດ້ເມື່ອຮຽນຈົບແລ້ວ. ເພື່ອຈະຫາລ້ຽງຕົວເອງຕາມມາດຕະຖານການຄອງຊີບ ເຈົ້າອາດຕ້ອງເຮັດວຽກດົນຫຼາຍຊົ່ວໂມງພາຍໃຕ້ສະພາບແວດລ້ອມທີ່ຮ້າຍກວ່າສະພາບໃນໂຮງຮຽນຂອງເຈົ້າໃນປັດຈຸບັນ.
ບັນຫາໃນໄລຍະຍາວ ການຄົ້ນຄວ້າສະແດງໃຫ້ເຫັນວ່າຜູ້ທີ່ອອກໂຮງຮຽນກ່ອນເວລາມັກຈະມີສຸຂະພາບທີ່ບໍ່ແຂງແຮງ ຕິດຄຸກ ແລະຕ້ອງອາໄສໂຄງການສະຫວັດດີການສັງຄົມ.
ແມ່ນຢູ່ການຮຽນຈົບບໍ່ໄດ້ຮັບປະກັນວ່າຈະຫຼີກລ່ຽງບັນຫາເຫຼົ່ານັ້ນ. ແຕ່ເປັນຫຍັງຈຶ່ງເຮັດໃຫ້ຕົນເອງເສຍປຽບແບບທີ່ບໍ່ຈຳເປັນໂດຍການອອກໂຮງຮຽນກ່ອນເຖິງເວລາ?
ປະໂຫຍດຂອງການບໍ່ອອກໂຮງຮຽນກ່ອນເຖິງເວລາ
ຖ້າເຈົ້າຫາກໍເສັງຕົກ ຫຼືພໍ້ກັບເລື່ອງຮ້າຍໆຢູ່ໂຮງຮຽນ ເຈົ້າອາດຈະຢາກເຊົາຮຽນໜັງສື ບັນຫາໃນວັນຂ້າງໜ້າອາດເບິ່ງຄືວ່າເປັນເລື່ອງບໍ່ສຳຄັນເມື່ອສົມທຽບກັບສະພາບຫຍຸ້ງຍາກໃນປັດຈຸບັນ. ແຕ່ກ່ອນທີ່ຈະຫາທາງອອກທີ່ “ງ່າຍ” ຂໍໃຫ້ພິຈາລະນາສິ່ງທີ່ນັກຮຽນເຊິ່ງກ່າວເຖິງໃນຕອນຕົ້ນຂອງບົດນີ້ເວົ້າເຖິງວິທີທີ່ເຂົາເຈົ້າໄດ້ຮັບປະໂຫຍດເພາະວ່າບໍ່ໄດ້ອອກຈາກໂຮງຮຽນກ່ອນເຖິງເວລາ.
“ຂ້ອຍຮຽນຮູ້ຈະເປັນຄົນອົດທົນ ເປັນຄົນເຂັ້ມແຂງ. ຂ້ອຍໄດ້ຮຽນຮູ້ວ່າຖ້າຢາກມ່ວນໃນການເຮັດບາງຢ່າງ ມັນຂຶ້ນຢູ່ກັບທັດສະນະຂອງຕົວເອງ. ໃນຂະນະດຽວກັນ ຂ້ອຍໄດ້ພັດທະນາທັກສະດ້ານສິລະປະເຊິ່ງຈະໃຊ້ໄດ້ເມື່ອຮຽນຈົບ.”—ນາງ ຣາເຊວ.
“ຕອນນີ້ຂ້ອຍຮູ້ແລ້ວວ່າຖ້າດຸໝັ່ນ ຂ້ອຍຈະບັນລຸເປົ້າໝາຍຂອງຕົນ. ຂ້ອຍກຳລັງຮຽນຫຼັກສູດວິຊາເຕັກນິກໃນລະດັບຊັ້ນມໍປາຍ ເຊິ່ງຈະຊ່ວຍຂ້ອຍໃຫ້ມີຄຸນວຸທິສຳລັບວຽກທີ່ຂ້ອຍຢາກເຮັດ ນັ້ນຄືເປັນຊ່າງພິມ.”—ທ້າວ ຈອນ.
“ເພາະຮຽນຕໍ່ໆໄປ ຂ້ອຍຈຶ່ງມີພື້ນຖານການອ່ານແລະຂຽນຢ່າງຄັກແນ່. ໂຮງຮຽນໄດ້ສອນຂ້ອຍໃຫ້ໄດ້ຮັບປະໂຫຍດຈາກຄຳວິຈານຂອງຄົນອື່ນແລະສະແດງຄວາມຄິດເຫັນຂອງຕົນອອກມາຢ່າງຊັດເຈນ ເຊິ່ງເປັນທັກສະທີ່ຕ້ອງມີໃນວຽກງານຄລິດສະຕຽນຂອງຂ້ອຍ.”—ທ້າວ ຣາຍອັນ.
“ໂຮງຮຽນສອນຂ້ອຍໃຫ້ພັດທະນາທັກສະໃນການແກ້ໄຂບັນຫາ ບໍ່ວ່າຈະຢູ່ໃນຫ້ອງຮຽນຫຼືຢູ່ບ່ອນອື່ນ. ການທີ່ຕ້ອງຄິດວິທີແກ້ບັນຫາດ້ານການຮຽນ ດ້ານສັງຄົມ ແລະດ້ານສຸຂະພາບຊ່ວຍຂ້ອຍໄດ້ຫຼາຍໃຫ້ກາຍເປັນຜູ້ໃຫຍ່.”—ນາງ ຊິນດີ.
“ໂຮງຮຽນຊ່ວຍຂ້ອຍໃຫ້ກຽມພ້ອມຮັບສິ່ງທ້າທາຍຕ່າງໆເມື່ອຕ້ອງເຮັດວຽກອາຊີບ. ນອກຈາກນັ້ນ ຂ້ອຍປະເຊີນກັບຫຼາຍສະຖານະການທີ່ບັງຄັບໃຫ້ວິເຄາະເຫດຜົນສຳລັບຄວາມເຊື່ອຂອງຕົນ ດັ່ງນັ້ນ ການຢູ່ໂຮງຮຽນຊ່ວຍເສີມສ້າງຄວາມເຊື່ອໝັ້ນທາງສາສະໜາຂອງຂ້ອຍໃຫ້ເຂັ້ມແຂງຂຶ້ນ.”—ນາງ ໂຣດສ.
ກະສັດຊາໂລໂມນຜູ້ສະຫຼາດຫຼັກແຫຼມຂຽນວ່າ: “ທີ່ສຸດຂອງສິ່ງໜຶ່ງກໍດີກວ່າຕົ້ນເດີມສິ່ງນັ້ນ. ຈິດວິນຍານ [ບຸກຄົນ] ທີ່ອົດທົນກໍດີກວ່າຈິດວິນຍານ [ບຸກຄົນ] ຈອງຫອງ.” (ຜູ້ເທສະໜາປ່າວປະກາດ 7:8) ດັ່ງນັ້ນ ແທນທີ່ຈະອອກໂຮງຮຽນກ່ອນຮອດເວລາ ໃຫ້ອົດທົນຜ່ານຜ່າບັນຫາຕ່າງໆຢູ່ໂຮງຮຽນ. ຖ້າເຈົ້າເຮັດເຊັ່ນນັ້ນ ໃນທີ່ສຸດເຈົ້າຈະພົບສິ່ງທີ່ດີກວ່າສຳລັບຕົນເອງ.
ຈະວ່າແນວໃດຖ້າເຫດຜົນຢ່າງໜຶ່ງທີ່ເຈົ້າຊັງໂຮງຮຽນແມ່ນຍ້ອນເຂົ້າບໍ່ໄດ້ກັບນາຍຄູ?
ຂໍ້ພະຄຳພີຫຼັກ
“ຄົນທີ່ມີໃຈເບົາທຸກຄົນຈະໄດ້ແຕ່ຄວາມອຶດຢາກ.”—ສຸພາສິດ 21:5.
ຄຳແນະນຳ
ຖ້າເຈົ້າກຳລັງຕໍ່ສູ້ກັບການຮັບມືກັບສະພາບແວດລ້ອມຂອງໂຮງຮຽນ ຂໍໃຫ້ລອງເບິ່ງວ່າຖ້າເຈົ້າສາມາດສະໝັກຮຽນໃນໂຄງການຮຽນແບບເລັ່ງລັດເຊິ່ງຈະຊ່ວຍໃຫ້ຮຽນຈົບໄວກວ່າ.
ເຈົ້າຮູ້ບໍ . . .?
ໜຸ່ມສາວທີ່ຫຼົບໜີໃນຊົ່ວໂມງຮຽນໜັງສືມັກຈະລົງເອີຍດ້ວຍການອອກໂຮງຮຽນ.
ແຜນພາກປະຕິບັດ!
ຖ້າມີບັນຫາກັບວິຊາຮຽນ ແທນທີ່ຈະອອກໂຮງຮຽນ ຂ້ອຍຈະ ․․․․․
ຖ້າຄວາມອິດເມື່ອຍເຮັດໃຫ້ຮູ້ສຶກວ່າຢາກອອກໂຮງຮຽນ ຂ້ອຍຈະສາມາດຮັບມືໄດ້ຖ້າຂ້ອຍ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ (ແມ່) ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດວ່າແນວໃດ?
• ເປັນຫຍັງຈຶ່ງສຳຄັນທີ່ເຈົ້າຈະຮຽນອ່ານ ຂຽນ ແລະຄິດໄລ່ໃຫ້ໄດ້ດີ?
• ການຕັ້ງເປົ້າໝາຍດ້ານການສຶກສາໄລຍະສັ້ນຈະຊ່ວຍເຈົ້າແນວໃດໃຫ້ໃຊ້ເວລາຢ່າງຄຸ້ມທີ່ສຸດໃນໂຮງຮຽນ?
• ເປັນຫຍັງຈຶ່ງສຳຄັນທີ່ຈະວາງແຜນເພື່ອໄວ້ວ່າຈະເຮັດວຽກຫຍັງພາຍຫຼັງທີ່ຮຽນຈົບ?
[ຈຸດເດັ່ນໜ້າ 140]
“ເປັນໄປບໍ່ໄດ້ທີ່ຈະຫຼີກໜີທຸກບັນຫາ. ການຮຽນໜັງສືຊ່ວຍໃຫ້ຮຽນຮູ້ວິທີຢືນດ້ວຍລຳແຄ່ງຂອງຕົນເອງ ເຊິ່ງເປັນທັກສະທີ່ຈະເປັນປະໂຫຍດຢູ່ບ່ອນເຮັດວຽກ ແລະຢູ່ບ່ອນອື່ນໆ.”—ນາງ ຣາໂມນາ
[ກອບໜ້າ 139]
ແບບສອບຖາມ
ເປົ້າໝາຍຂອງຂ້ອຍດ້ານການສຶກສາ
ໜ້າທີ່ຫຼັກຂອງການສຶກສາແມ່ນເພື່ອກຽມເຈົ້າໄວ້ສຳລັບວຽກອາຊີບທີ່ຈະຊ່ວຍໃຫ້ຫາລ້ຽງຕົວເອງໄດ້ແລະຫາລ້ຽງຄອບຄົວທີ່ເຈົ້າອາດຈະມີໃນວັນຂ້າງໜ້າ. (2 ເທຊະໂລນີກ 3:10, 12) ເຈົ້າໄດ້ຕັດສິນໃຈແລ້ວບໍວ່າຕ້ອງການເຮັດວຽກແບບໃດ ແລະຈະໃຊ້ເວລາທີ່ຢູ່ໂຮງຮຽນແນວໃດເພື່ອກຽມເຈົ້າໄວ້ສຳລັບວຽກນັ້ນ? ເພື່ອຈະຊ່ວຍໃຫ້ເຫັນວ່າການສຶກສານຳພາເຈົ້າໄປໃນທາງທີ່ຖືກຕ້ອງຫຼືບໍ່ ຂໍໃຫ້ຕອບຄຳຖາມທາງລຸ່ມນີ້
ເຈົ້າມີຄວາມສາມາດຫຍັງແດ່? (ຕົວຢ່າງເຊັ່ນ ເຈົ້າເຂົ້າກັບຄົນອື່ນໄດ້ດີບໍ? ເຈົ້າມັກເຮັດວຽກດ້ວຍມື ຫຼືມັກປະດິດຄິດແຕ່ງ ຫຼືແປງຫັ້ນແປງໜີ້ບໍ? ເຈົ້າເກັ່ງໃນເລື່ອງການວິເຄາະໄຈ້ແຍກແລະແກ້ບັນຫາບໍ?) ․․․․․
ວຽກອາຊີບອັນໃດທີ່ເຮັດໃຫ້ຂ້ອຍມີໂອກາດໄດ້ໃຊ້ຄວາມສາມາດຂອງຕົວເອງ? ․․․․․
ໃນຂົງເຂດທີ່ຂ້ອຍອາໄສຢູ່ຈະຊອກວຽກອາຊີບແບບໃດໄດ້ແດ່? ․․․․․
ຂ້ອຍກຳລັງຮຽນຫຼັກສູດອັນໃດໃນຕອນນີ້ເພື່ອກຽມຂ້ອຍໄວ້ສຳລັບຕະຫຼາດແຮງງານ? ․․․․․
ຂ້ອຍມີທາງເລືອກອັນໃດແດ່ດ້ານການສຶກສາທີ່ຈະຊ່ວຍຂ້ອຍໃຫ້ບັນລຸເປົ້າໝາຍໄດ້ດີຂຶ້ນ? ․․․․․
ຂໍໃຫ້ຈື່ໄວ້ວ່າເປົ້າໝາຍຂອງເຈົ້າແມ່ນເພື່ອຮຽນຈົບໃນສາຍທີ່ສາມາດນຳໃຊ້ໄດ້. ດັ່ງນັ້ນ ຢ່າເປັນຄົນທີ່ “ຢູ່ເທິງລົດໄຟ” ໄປຕະຫຼອດການ ຫຼືຮຽນໄປດົນໆເພື່ອຈະຫຼົບລີ້ໜ້າທີ່ຮັບຜິດຊອບຂອງການເປັນຜູ້ໃຫຍ່.a
[ຂໍ້ຄວາມໄຂເງື່ອນ]
a ສຳລັບຂໍ້ມູນເພີ່ມເຕີມຂໍໃຫ້ເບິ່ງບົດທີ 38 ຂອງເຫຼັ້ມທີ 2.
[ຮູບພາບໜ້າ 138, 139]
ການອອກໂຮງຮຽນເປັນຄືກັບການໂດດອອກຈາກລົດໄຟກ່ອນທີ່ຈະຮອດຈຸດໝາຍປາຍທາງ