ໄວຮຸ່ນ—ກຽມພ້ອມຈະເປັນຜູ້ໃຫຍ່
ຂໍໃຫ້ນຶກພາບວ່າເຮົາເດີນທາງຈາກເຂດທີ່ອາກາດຮ້ອນໄປເຂດທີ່ໜາວເຢັນທີ່ສຸດ. ທັນທີທີ່ກ້າວອອກຈາກເຮືອບິນ ເຮົາກໍຮູ້ສຶກວ່າຕົວເອງຢູ່ໃນເຂດທີ່ໜາວຫຼາຍ. ເຮົາຈະຢູ່ໄດ້ບໍ? ຢູ່ໄດ້ ແຕ່ຕ້ອງໄດ້ປັບຕົວ.
ພໍ່ແມ່ປະເຊີນກັບສະຖານະການທີ່ຄ້າຍກັນເມື່ອລູກກ້າວເຂົ້າສູ່ໄວຮຸ່ນ. ຄືກັບສະພາບອາກາດທີ່ປ່ຽນແປງພາຍໃນຄືນດຽວ. ລູກຊາຍທີ່ບໍ່ຍອມຢູ່ຫ່າງຈາກພໍ່ ບັດນີ້ຢາກຢູ່ກັບໝູ່ເພື່ອນຫຼາຍກວ່າ. ລູກສາວທີ່ມີເລື່ອງຫຍັງກໍເລົ່າສູ່ແມ່ຟັງ ບັດນີ້ມີແຕ່ຕອບບໍ່ເທົ່າໃດຄຳ.
ແມ່ຖາມ “ຢູ່ໂຮງຮຽນເປັນແນວໃດ?”
ລູກສາວຕອບ “ກໍດີ.”
ແລ້ວກໍມິດ.
ແມ່ຖາມ “ລູກຄຶດຫຍັງຢູ່?”
ລູກສາວຕອບ “ບໍ່ໄດ້ຄຶດຫຍັງ.”
ແລ້ວກໍມິດງຽບອີກ.
ເກີດຫຍັງຂຶ້ນ? ເມື່ອບໍ່ດົນມານີ້ລູກເຕັມໃຈທີ່ຈະບອກພໍ່ແມ່ເກືອບໝົດທຸກສິ່ງ ແຕ່ບັດນີ້ເບິ່ງຄືວ່າບໍ່ເວົ້າຫຍັງຫຼາຍ ແລະບາງເທື່ອລູກອາດບອກບາງຢ່າງກັບຄົນອື່ນແຕ່ບໍ່ບອກພໍ່ແມ່. ພໍ່ແມ່ອາດຮູ້ສຶກວ່າໄດ້ແຕ່ເບິ່ງລູກໄວຮຸ່ນເຕີບໃຫຍ່ແລະບໍ່ສາມາດຊ່ວຍລູກໄດ້.
ພໍ່ແມ່ຈຳຕ້ອງຍອມຮັບສະພາບທີ່ວ່າລູກເຫີນຫ່າງຈາກຕົນແລ້ວບໍ? ບໍ່ແມ່ນແນວນັ້ນ. ພໍ່ແມ່ຍັງໃກ້ຊິດສະໜິດສະໜົມກັບລູກໄດ້ເມື່ອລູກເປັນໄວຮຸ່ນ. ກ່ອນອື່ນ ພໍ່ແມ່ຕ້ອງເຂົ້າໃຈການປ່ຽນແປງເຊິ່ງກຳລັງເກີດຂຶ້ນໃນລະຫວ່າງໄວທີ່ປັ່ນປ່ວນແລະສັບສົນນີ້.
ປ່ຽນຈາກໄວເດັກເປັນໄວຜູ້ໃຫຍ່
ຄັ້ງໜຶ່ງນັກຄົ້ນຄວ້າພາກັນຄຶດວ່າສະໝອງຂອງເດັກນ້ອຍພັດທະນາເກືອບເຕັມສ່ວນແລ້ວເມື່ອອາຍຸຮອດຫ້າປີ. ປັດຈຸບັນ ເຂົາເຈົ້າເຊື່ອວ່າຂະໜາດຂອງສະໝອງບໍ່ໄດ້ປ່ຽນແປງເລີຍຕັ້ງແຕ່ອາຍຸຫ້າປີ ແຕ່ການເຮັດວຽກຂອງສະໝອງບໍ່ໄດ້ເປັນແບບນັ້ນ. ເມື່ອກ້າວສູ່ໄວທີ່ເປັນບ່າວເປັນສາວຈະເກີດການປ່ຽນແປງຂະໜາດໃຫຍ່ກັບລະດັບຂອງຮອກໂມນ ເຊິ່ງເຮັດໃຫ້ວິທີຄຶດຂອງໄວຮຸ່ນປ່ຽນໄປ. ຕົວຢ່າງເຊັ່ນ ໃນຂະນະທີ່ເດັກນ້ອຍເບິ່ງສິ່ງຕ່າງໆຕາມທີ່ຕາເຫັນແລະເປັນແບບຕາຍຕົວ ແຕ່ໄວຮຸ່ນມັກຈະຄຶດແບບມີເຫດຜົນແລະເບິ່ງເລິກເຖິງແກນແທ້ຂອງບັນຫາ. (1 ໂກລິນໂທ 13:11) ໄວຮຸ່ນມີຄວາມຄຶດເປັນຂອງຕົວເອງແລະບໍ່ອາຍທີ່ຈະສະແດງອອກມາ.
ທ້າວ ເປົາໂລທີ່ຢູ່ປະເທດອີຕາລີ ສັງເກດເຫັນການປ່ຽນແປງເຫຼົ່ານີ້ໃນຕົວລູກທີ່ເປັນໄວຮຸ່ນ. ລາວເວົ້າວ່າ “ເມື່ອຂ້ອຍແນມເບິ່ງລູກຊາຍ ຂ້ອຍຮູ້ສຶກວ່າລາວເປັນບ່າວແລ້ວບໍ່ເປັນເດັກນ້ອຍອີກຕໍ່ໄປ. ບໍ່ພຽງແຕ່ມີການປ່ຽນແປງທາງດ້ານຮ່າງກາຍເທົ່ານັ້ນ. ສິ່ງທີ່ເຮັດໃຫ້ຂ້ອຍງຶດງໍ້ຫຼາຍທີ່ສຸດແມ່ນວິທີທີ່ລູກຄຶດ. ລາວບໍ່ຢ້ານທີ່ຈະສະແດງຄວາມຄິດເຫັນຂອງຕົນອອກມາ ແລ້ວກໍຫາເຫດຜົນກັບຄວາມຄິດເຫັນນັ້ນ!”
ເຮົາສັງເກດເຫັນສິ່ງທີ່ຄ້າຍກັນນີ້ໃນຕົວລູກທີ່ເປັນໄວຮຸ່ນບໍ? ເມື່ອຍັງນ້ອຍຢູ່ ບອກໃຫ້ລູກເຮັດອັນໃດລູກກໍເຮັດຕາມ. ພຽງແຕ່ບອກວ່າ “ພໍ່ແມ່ບອກໃຫ້ເຮັດ” ລູກກໍເຮັດໂລດ. ບັດນີ້ເມື່ອເປັນໄວຮຸ່ນ ລູກຕ້ອງການເຫດຜົນ ແລະແມ່ນແຕ່ຕັ້ງຂໍ້ສົງໄສເລື່ອງຫຼັກສິນລະທຳຂອງຄອບຄົວ. ບາງເທື່ອຄວາມໝັ້ນໃຈຂອງລູກອາດເຮັດໃຫ້ເບິ່ງຄືວ່າລູກຕໍ່ຕ້ານ.
ແຕ່ຢ່າຟ້າວສະຫຼຸບວ່າລູກບໍ່ເຫັນດີກັບຫຼັກສິນລະທຳຂອງພໍ່ແມ່ ເພາະລູກອາດພະຍາຍາມທີ່ຈະຍອມຮັບເອົາຫຼັກການນັ້ນ. ເພື່ອເປັນຕົວຢ່າງ ຂໍໃຫ້ນຶກພາບວ່າເຮົາກຳລັງຍ້າຍເຮືອນແລະເອົາເຄື່ອງເຮືອນໄປນຳ. ງ່າຍບໍທີ່ຈະຊອກຫາບ່ອນເໝາະສົມເພື່ອວາງເຄື່ອງເຮືອນແຕ່ລະອັນ? ບໍ່ງ່າຍເລີຍ. ແຕ່ແນ່ນອນວ່າ ເຮົາຈະບໍ່ຖິ້ມເຄື່ອງເຮືອນອັນໃດກໍຕາມທີ່ມີຄ່າ.
ລູກໄວຮຸ່ນປະເຊີນກັບສະຖານະການທີ່ຄ້າຍກັນເມື່ອກຽມຕົວສຳລັບເວລາທີ່ຈະ “ລາພໍ່ແມ່ແຫ່ງຕົນ.” (ຕົ້ນເດີມ 2:24) ແມ່ນຢູ່ວ່າຍັງອີກດົນຈົນກວ່າຈະຮອດມື້ນັ້ນ ເນື່ອງຈາກລູກໄວຮຸ່ນຍັງບໍ່ທັນເປັນຜູ້ໃຫຍ່. ແຕ່ໃນບາງແງ່ ລູກກຳລັງກຽມຕົວຕັ້ງແຕ່ດຽວນີ້ແລ້ວ. ຕະຫຼອດໄລຍະເວລາທີ່ເປັນໄວຮຸ່ນ ລູກໄດ້ຄົ້ນຄຶດເບິ່ງຫຼັກສິນລະທຳທີ່ຖືກສອນມາ ແລະກຳລັງຕັດສິນໃຈວ່າຈະຍອມຮັບເອົາອັນໃດເມື່ອເປັນຜູ້ໃຫຍ່.a
ເມື່ອຄຶດເຖິງການຕັດສິນໃຈຂອງລູກໃນເລື່ອງນີ້ ອາດເຮັດໃຫ້ພໍ່ແມ່ກັງວົນ. ແຕ່ພໍ່ແມ່ສາມາດໝັ້ນໃຈໄດ້ວ່າເມື່ອເປັນຜູ້ໃຫຍ່ ລູກຈະເຮັດຕາມຫຼັກສິນລະທຳທີ່ລູກຖືວ່າມີຄ່າ. ດັ່ງນັ້ນຕອນທີ່ຍັງຢູ່ນຳພໍ່ແມ່ ລູກຕ້ອງກວດເບິ່ງຢ່າງຖີ່ຖ້ວນວ່າຈະນຳໃຊ້ຫຼັກການແບບໃດໃນຊີວິດ.—ກິດຈະການ 17:11
ທີ່ຈິງແລ້ວ ການທີ່ລູກໄວຮຸ່ນເຮັດແບບນັ້ນຈະເປັນປະໂຫຍດ. ຕອນນີ້ ຖ້າລູກຍອມຮັບເອົາຫຼັກການຂອງພໍ່ແມ່ງ່າຍໆ ໃນວັນຂ້າງໜ້າລູກອາດຍອມຮັບເອົາຫຼັກການຂອງຄົນອື່ນໄດ້ງ່າຍໆຄືກັນ. (ອົບພະຍົບ 23:2) ຄຳພີໄບເບິນກ່າວເຖິງໜຸ່ມສາວແບບນັ້ນວ່າຖືກລໍ້ລວງໄດ້ງ່າຍເພາະ “ບໍ່ມີສະຕິ” ຄຳນີ້ໝາຍເຖິງການຂາດຄວາມສັງເກດເຂົ້າໃຈໃນເລື່ອງຕ່າງໆ. (ສຸພາສິດ 7:7) ໜຸ່ມສາວທີ່ບໍ່ມີຄວາມໜັກແໜ້ນອາດຖືກ “ພັດໄປພັດມາແລະຫຼົບໄປຫຼົບມາດ້ວຍລົມແຫ່ງຄຳສັ່ງສອນທຸກຢ່າງໃນຄວາມລໍ້ລວງຂອງມະນຸດ.”—ເອເຟດ 4:14
ພໍ່ແມ່ຈະປ້ອງກັນແນວໃດເພື່ອບໍ່ໃຫ້ເລື່ອງນີ້ເກີດຂຶ້ນກັບລູກ? ຈົ່ງຊ່ວຍລູກໃຫ້ເຮັດຕາມສິ່ງທີ່ສຳຄັນສາມຢ່າງຕໍ່ໄປນີ້:
1 ການມີຄວາມສາມາດໃນການຫາເຫດຜົນ
ອັກຄະສາວົກໂປໂລຂຽນວ່າ “ຜູ້ໃຫຍ່ . . . ທີ່ໂດຍທາງການເຝິກແອບ [ຄວາມ] ສາມາດ . . . [ໃນການຫາ] ເຫດຜົນ ໄຈ້ແຍກຄວາມດີແລະຄວາມຊົ່ວ.” (ເຫບເລີ 5:14, ທ.ປ.) ພໍ່ແມ່ອາດເວົ້າວ່າ ‘ແຕ່ເຮົາສອນລູກໃຫ້ຮູ້ຈັກຜິດຈັກຖືກແຕ່ຫຼາຍປີແລ້ວ.’ ແນ່ນອນວ່າການແອບສອນແບບນັ້ນເປັນປະໂຫຍດຕໍ່ລູກໃນຕອນນັ້ນແລະກຽມລູກໃຫ້ພ້ອມສຳລັບການເປັນໄວຮຸ່ນ. (2 ຕີໂມເຕ 3:14) ແຕ່ໂປໂລເວົ້າວ່າຄົນເຮົາຕ້ອງໄດ້ຝຶກແອບຄວາມສາມາດໃນການຫາເຫດຜົນ. ເຖິງແມ່ນເດັກນ້ອຍອາດຮູ້ວ່າອັນໃດຖືກອັນໃດຜິດ ແຕ່ໄວຮຸ່ນຕ້ອງ ‘ມີຄວາມຄຶດຄວາມເຂົ້າໃຈແບບຜູ້ທີ່ເຕີບໃຫຍ່ເຕັມທີ.’ (1 ໂກລິນໂທ 14:20; ສຸພາສິດ 1:4; 2:11) ພໍ່ແມ່ຄົງຢາກໃຫ້ລູກໄວຮຸ່ນໃຊ້ຄວາມສາມາດໃນການຫາເຫດຜົນຢ່າງຖີ່ຖ້ວນ ບໍ່ແມ່ນເຊື່ອຟັງແບບບໍ່ຄຶດ. (ໂລມ 12:1, 2) ພໍ່ແມ່ຈະຊ່ວຍລູກໃຫ້ເຮັດເຊັ່ນນັ້ນໄດ້ແນວໃດ?
ວິທີໜຶ່ງກໍໂດຍໃຫ້ລູກເວົ້າເຖິງຄວາມຮູ້ສຶກຂອງຕົນເອງ. ຢ່າຂັດຈັງຫວະລູກ ແລະພະຍາຍາມທີ່ຈະບໍ່ສະແດງອອກຫຼາຍໂພດ ເຖິງວ່າລູກເວົ້າໃນສິ່ງທີ່ພໍ່ແມ່ບໍ່ຢາກໄດ້ຍິນ. ຄຳພີໄບເບິນກ່າວວ່າ: “ໃຫ້ຄົນທຸກຄົນວ່ອງໄວໆຈະຟັງ ໃຫ້ຊ້າໆຈະເວົ້າ ໃຫ້ຊ້າໆຈະຮ້າຍ.” (ຢາໂກໂບ 1:19; ສຸພາສິດ 18:13) ນອກຈາກນັ້ນ ພະເຍຊູກ່າວວ່າ: “ໃຈເຕັມໄປດ້ວຍສິ່ງຢ່າງໃດ ປາກກໍກ່າວອອກຕາມສິ່ງຢ່າງນັ້ນ.” (ມັດທາຍ 12:34) ຖ້າພໍ່ແມ່ຟັງລູກ ກໍຈະຮູ້ສິ່ງທີ່ລູກກັງວົນແທ້ໆ.
ເມື່ອເວົ້າກັບລູກ ພະຍາຍາມເວົ້າແບບໃຊ້ຄຳຖາມແທນທີ່ຈະເວົ້າແບບອອກຄຳສັ່ງ. ບາງຄັ້ງ ເພື່ອຈະຮູ້ຄວາມຮູ້ສຶກຂອງພວກລູກສິດແລະຄົນທີ່ຫົວກະດ້າງ ພະເຍຊູຖາມວ່າ “ທ່ານທັງຫຼາຍຄຶດເຫັນຢ່າງໃດ?” (ມັດທາຍ 21:23, 28) ພໍ່ແມ່ສາມາດເຮັດແບບນັ້ນໄດ້ກັບລູກໄວຮຸ່ນ ແມ່ນແຕ່ເມື່ອລູກບໍ່ເຫັນດີກັບພໍ່ແມ່. ຕົວຢ່າງເຊັ່ນ:
ຖ້າລູກໄວຮຸ່ນເວົ້າວ່າ: “ລູກບໍ່ແນ່ໃຈວ່າລູກເຊື່ອວ່າມີພະເຈົ້າ.”
ແທນທີ່ຈະເວົ້າວ່າ: “ລູກລືມສິ່ງທີ່ພໍ່ແມ່ສອນໄດ້ແນວໃດ ລູກຕ້ອງເຊື່ອວ່າມີພະເຈົ້າ!”
ພໍ່ແມ່ອາດເວົ້າວ່າ: “ອັນໃດທີ່ພາໃຫ້ລູກຮູ້ສຶກແບບນັ້ນ?”
ເປັນຫຍັງຄວນພະຍາຍາມໃຫ້ລູກເວົ້າເຖິງຄວາມຮູ້ສຶກຂອງຕົນເອງ? ເຖິງວ່າພໍ່ແມ່ໄດ້ຍິນແລ້ວໃນສິ່ງທີ່ລູກເວົ້າ ແຕ່ຕ້ອງພະຍາຍາມຮູ້ສິ່ງທີ່ລູກຄຶດ. (ສຸພາສິດ 20:5) ລູກອາດບໍ່ໄດ້ສົງໄສວ່າພະເຈົ້າມີແທ້ຫຼືບໍ່ ແຕ່ອາດສົງໄສໃນເລື່ອງຫຼັກການຂອງພະເຈົ້າ.
ຕົວຢ່າງເຊັ່ນ ໄວຮຸ່ນທີ່ຖືກກົດດັນໃຫ້ລະເມີດຫຼັກການດ້ານສິນລະທຳຂອງພະເຈົ້າອາດພະຍາຍາມເຮັດໃຫ້ການປະພຶດແບບນັ້ນບໍ່ຜິດໂດຍຄຶດວ່າບໍ່ມີພະເຈົ້າ. (ຄຳເພງ 14:1) ໄວຮຸ່ນອາດຫາເຫດຜົນວ່າ ‘ຖ້າບໍ່ມີພະເຈົ້າ ຂ້ອຍກໍບໍ່ຈຳເປັນຕ້ອງໃຊ້ຊີວິດຕາມຫຼັກການໃນຄຳພີໄບເບິນ.’
ຖ້າເບິ່ງຄືວ່າລູກໄວຮຸ່ນຄຶດແບບນັ້ນ ອາດຈຳເປັນຕ້ອງຫາເຫດຜົນກັບລູກດ້ວຍຄຳຖາມທີ່ວ່າ ລູກເຊື່ອແທ້ໆບໍວ່າຫຼັກການຂອງພະເຈົ້າເປັນປະໂຫຍດຕໍ່ລູກ? (ເອຊາອີ 48:17, 18) ຖ້າເຫັນວ່າລູກເຊື່ອ ກໍຈົ່ງຊ່ວຍລູກໃຫ້ເຫັນວ່າການເຮັດແນວນັ້ນມີຜົນດີແລະຄຸ້ມຄ່າ.—ຄາລາຊີ 5:1
ຖ້າລູກໄວຮຸ່ນເວົ້າວ່າ: “ນັ້ນອາດແມ່ນສາສະໜາຂອງພໍ່ແມ່ ແຕ່ບໍ່ໄດ້ໝາຍຄວາມວ່າຈະແມ່ນສາສະໜາຂອງລູກ.”
ແທນທີ່ຈະເວົ້າວ່າ: “ນັ້ນແມ່ນສາສະໜາຂອງລູກນຳ. ລູກເປັນລູກຂອງພໍ່ແມ່ ແລະຕ້ອງເຊື່ອໃນສິ່ງທີ່ພໍ່ແມ່ເຊື່ອ.”
ທ່ານອາດເວົ້າວ່າ: “ລູກຄຶດຂະໜາດນັ້ນຫວາ. ຖ້າລູກບໍ່ຍອມຮັບສິ່ງທີ່ພໍ່ແມ່ເຊື່ອ ລູກກໍຕ້ອງມີຄວາມເຊື່ອແບບອື່ນ. ລູກເຊື່ອຫຍັງ? ລູກຄຶດວ່າຈະໃຊ້ຊີວິດຕາມຫຼັກການແບບໃດຈຶ່ງຖືກຕ້ອງ?”
ເປັນຫຍັງຄວນພະຍາຍາມໃຫ້ລູກສະແດງຄວາມຮູ້ສຶກອອກມາ? ເພາະການຫາເຫດຜົນແບບນີ້ຈະຊ່ວຍລູກໃຫ້ກວດກາເບິ່ງຄວາມຄຶດຂອງຕົນເອງ. ລູກອາດແປກໃຈທີ່ເຫັນວ່າຕົນເອງມີຄວາມເຊື່ອຄືກັບພໍ່ແມ່ ແຕ່ທີ່ຈິງແລ້ວລູກກັງວົນໃນເລື່ອງອື່ນຫຼາຍກວ່າ.
ຕົວຢ່າງເຊັ່ນ ບາງເທື່ອລູກໄວຮຸ່ນອາດຈະບໍ່ຮູ້ວິທີອະທິບາຍເລື່ອງຄວາມເຊື່ອຂອງຕົນໃຫ້ຄົນອື່ນຟັງ. (ໂກໂລດ 4:6; 1 ເປໂຕ 3:15) ຫຼືລູກອາດຈະສົນໃຈເພດກົງກັນຂ້າມທີ່ມີຄວາມເຊື່ອຕ່າງຈາກຕົນເອງ. ໃຫ້ພະຍາຍາມເຂົ້າໃຈຕົ້ນເຫດຂອງບັນຫາ ແລະຊ່ວຍລູກໃຫ້ເຮັດແບບດຽວກັນນັ້ນ. ຖ້າລູກຮູ້ຫາເຫດຜົນຫຼາຍເທົ່າໃດ ລູກກໍແຮ່ງຈະພ້ອມຫຼາຍຂຶ້ນທີ່ຈະເປັນຜູ້ໃຫຍ່.
2 ການຊີ້ນຳຈາກຜູ້ໃຫຍ່
ບາງວັດທະນະທຳໃນປັດຈຸບັນນີ້ເກືອບຈະບໍ່ພົບ “ບັນຫາແລະຄວາມວຸ່ນວາຍ” ໃນໄວຮຸ່ນ ເຊິ່ງນັກຈິດຕະວິທະຍາອ້າງວ່າເປັນເລື່ອງປົກກະຕິ. ນັກຄົ້ນຄວ້າພົບວ່າໄວຮຸ່ນໃນສັງຄົມແບບນັ້ນໃຊ້ຊີວິດແບບຜູ້ໃຫຍ່ຕັ້ງແຕ່ອາຍຸຍັງນ້ອຍ. ເຂົາເຈົ້າເຮັດວຽກກັບຜູ້ໃຫຍ່ ຄົບຫາກັບຜູ້ໃຫຍ່ ແລະມີໜ້າທີ່ຮັບຜິດຊອບແບບຜູ້ໃຫຍ່. ສັງຄົມເຫຼົ່ານັ້ນບໍ່ມີຄຳວ່າ “ເປັນທຳນຽມຂອງໄວຮຸ່ນ” ແລະ “ການເຮັດຜິດທາງກົດໝາຍຂອງເດັກ” ໃນພາສາຂອງເຂົາເຈົ້າແລະບໍ່ມີແມ່ນແຕ່ຄຳວ່າ “ໄວຮຸ່ນ.”
ກົງກັນຂ້າມ ຂໍໃຫ້ຄຶດເຖິງສະພາບການຂອງໄວຮຸ່ນໃນຫຼາຍດິນແດນ ເຂົາເຈົ້າຕ້ອງເຂົ້າໂຮງຮຽນທີ່ມີນັກຮຽນຫຼາຍເກີນໄປ ແລະຄົນທີ່ຄົບຫາໄດ້ກໍມີແຕ່ໄວຮຸ່ນນຳກັນ. ເມື່ອກັບມາເຮືອນກໍບໍ່ມີໃຜຢູ່ເພາະທັງພໍ່ແລະແມ່ໄປເຮັດວຽກ ແລະຍາດພີ່ນ້ອງກໍຢູ່ຫ່າງໄກ. ກຸ່ມຄົນທີ່ເຂົາເຈົ້າຄົບຫາໄດ້ງ່າຍທີ່ສຸດກໍແມ່ນຄົນຮຸ່ນດຽວກັນ.b ເຮົາເຫັນເຖິງອັນຕະລາຍບໍ? ບັນຫາບໍ່ໄດ້ເກີດຈາກການຄົບຫາກັບໝູ່ທີ່ບໍ່ດີເທົ່ານັ້ນ. ນັກຄົ້ນຄວ້າພົບວ່າແມ່ນແຕ່ໄວຮຸ່ນເຊິ່ງເປັນຕົວຢ່າງທີ່ດີກໍອາດປະພຶດແບບໂລເລ ຖ້າບໍ່ໄດ້ໃຊ້ຊີວິດຮ່ວມກັບຜູ້ໃຫຍ່.
ມີສັງຄົມໜຶ່ງທີ່ບໍ່ໄດ້ແບ່ງແຍກໄວຮຸ່ນອອກຈາກຜູ້ໃຫຍ່ ນັ້ນແມ່ນຊາດອິດສະລາແອນບູຮານ.c ຕົວຢ່າງເຊັ່ນ ຄຳພີໄບເບິນເວົ້າເຖິງເລື່ອງຂອງທ້າວໂອເຊຍເຊເຊິ່ງເປັນກະສັດຂອງຢູເດຕັ້ງແຕ່ເປັນໄວຮຸ່ນ. ສິ່ງໃດທີ່ຊ່ວຍລາວໃຫ້ຮັບຜິດຊອບໜ້າທີ່ອັນໜັກໜ່ວງນີ້ໄດ້? ເບິ່ງຄືວ່າສ່ວນໜຶ່ງແມ່ນຍ້ອນແບບຢ່າງຂອງຜູ້ໃຫຍ່ທີ່ຊື່ຊາກາລີ ເຊິ່ງຄຳພີໄບເບິນກ່າວວ່າລາວເປັນ ‘ຜູ້ສອນໃຫ້ຮູ້ຈັກຢ້ານຢຳພະເຈົ້າອົງທ່ຽງແທ້.’—2 ຂ່າວຄາວ 26:5
ລູກໄວຮຸ່ນຂອງທ່ານມີຜູ້ໃຫຍ່ທີ່ໃຫ້ຄຳປຶກສາບໍ ເຊິ່ງເປັນຜູ້ທີ່ຍຶດໝັ້ນກັບຫຼັກສິນລະທຳແບບດຽວກັບເຮົາ? ຢ່າອິດສາຜູ້ນັ້ນທີ່ໃຫ້ການຊ່ວຍເຫຼືອລູກ ເພາະເຂົາເຈົ້າກຳລັງຊ່ວຍລູກໄວຮຸ່ນຂອງເຮົາໃຫ້ເຮັດໃນສິ່ງທີ່ຖືກຕ້ອງ. ສຸພາສິດໃນຄຳພີໄບເບິນກ່າວວ່າ: “ຜູ້ທີ່ທຽວໄປນຳພວກຄົນປັນຍາກໍເລີຍເປັນຄົນປັນຍາດ້ວຍ.”—ສຸພາສິດ 13:20
3 ການຮູ້ຈັກຮັບຜິດຊອບ
ໃນບາງດິນແດນ ມີກົດໝາຍຫ້າມບໍ່ໃຫ້ເດັກນ້ອຍເຮັດວຽກເກີນຈຳນວນຊົ່ວໂມງທີ່ກຳນົດໄວ້ຕໍ່ອາທິດຫຼືຫ້າມບໍ່ໃຫ້ເຮັດວຽກບາງປະເພດ. ກົດໝາຍດັ່ງກ່າວແມ່ນເພື່ອປົກປ້ອງເດັກນ້ອຍຈາກວຽກທີ່ເປັນອັນຕະລາຍ ເຊິ່ງເປັນຜົນຈາກການປະຕິວັດອຸດສາຫະກຳໃນສະຕະວັດທີ 18 ແລະ 19.
ເຖິງວ່າກົດໝາຍແຮງງານຈະປົກປ້ອງເດັກນ້ອຍຈາກອັນຕະລາຍແລະການຖືກທຳຮ້າຍ ແຕ່ຜູ້ຊ່ຽວຊານບາງຄົນກ່າວວ່າຂໍ້ຈຳກັດເຫຼົ່ານີ້ເຮັດໃຫ້ໄວຮຸ່ນເປັນຄົນບໍ່ຮູ້ຈັກຮັບຜິດຊອບ. ປຶ້ມທີ່ຊື່ວ່າ Escaping the Endless Adolescence ກ່າວວ່າ ຜົນທີ່ຕິດຕາມມາກໍຄື ໄວຮຸ່ນຫຼາຍຄົນກາຍເປັນ “ຄົນເອົາແຕ່ໃຈແລະຄຶດວ່າຖ້າຢາກໄດ້ອັນໃດຄົນອື່ນຈະຕ້ອງເອົາມາໃຫ້ໂດຍທີ່ຕົນເອງບໍ່ຕ້ອງເຮັດບໍ່ຕ້ອງຫາ.” ຜູ້ຂຽນກ່າວວ່າ ບໍ່ແປກທີ່ໄວຮຸ່ນຈະຄຶດແບບນີ້ເພາະເຂົາເຈົ້າ “ຢູ່ໃນສັງຄົມທີ່ເນັ້ນໃຫ້ໄວຮຸ່ນຫາຄວາມສະໜຸກສະໜານ ໂດຍເກືອບບໍ່ໄດ້ຄາດໝາຍໃຫ້ໄວຮຸ່ນມີຄວາມຮັບຜິດຊອບຫຍັງເລີຍ.”
ກົງກັນຂ້າມ ຄຳພີໄບເບິນມີເລື່ອງຂອງໜຸ່ມສາວເຊິ່ງຮັບໜ້າທີ່ຮັບຜິດຊອບອັນສຳຄັນຕັ້ງແຕ່ອາຍຸຍັງນ້ອຍ. ຂໍໃຫ້ພິຈາລະນາເລື່ອງຂອງທ້າວຕີໂມເຕ ເຊິ່ງອາດເປັນໄວຮຸ່ນຕອນທີ່ພົບກັບອັກຄະສາວົກໂປໂລຜູ້ທີ່ກໍ່ຜົນດີຫຼາຍຕໍ່ລາວ. ຄັ້ງໜຶ່ງ ໂປໂລບອກຕີໂມເຕວ່າ: “ຂອງປະທານແຫ່ງພະຄຸນຂອງພະເຈົ້າດັ່ງໄຟລຸກຂຶ້ນ . . . ຢູ່ໃນທ່ານ.” (2 ຕີໂມເຕ 1:6) ເມື່ອຕີໂມເຕອາຍຸປະມານ 20 ປີ ລາວໄດ້ຈາກຄອບຄົວໄປເພື່ອເດີນທາງຮ່ວມກັບອັກຄະສາວົກໂປໂລໃນການຊ່ວຍກໍ່ຕັ້ງປະຊາຄົມຕ່າງໆແລະເສີມສ້າງພີ່ນ້ອງ. ພາຍຫຼັງທີ່ເຮັດວຽກຮ່ວມກັບຕີໂມເຕໄດ້ປະມານສິບປີ ໂປໂລກໍເວົ້າກັບຄລິດສະຕຽນໃນເມືອງຟິລິບວ່າ: “ເຮົາບໍ່ມີຜູ້ໃດທີ່ມີໃຈເໝືອນດັ່ງທ່ານຕີໂມເຕທີ່ຈະເອົາໃຈໃສ່ໃນການງານຂອງພວກທ່ານດ້ວຍຄວາມສັດຊື່.”—ຟິລິບ 2:20
ຫຼາຍຄັ້ງໄວຮຸ່ນກະຕືລືລົ້ນຈະຮັບໜ້າທີ່ຮັບຜິດຊອບ ໂດຍສະເພາະແລ້ວເມື່ອຮູ້ວ່ານັ້ນເປັນວຽກທີ່ສຳຄັນແລະມີປະໂຫຍດ. ການເຮັດແບບນີ້ບໍ່ພຽງແຕ່ຝຶກໄວຮຸ່ນໃຫ້ເປັນຜູ້ໃຫຍ່ທີ່ມີຄວາມຮັບຜິດຊອບໃນອະນາຄົດ ແຕ່ຍັງເປີດໂອກາດໃຫ້ເຂົາເຈົ້າສະແດງຄຸນລັກສະນະທີ່ດີໃນຕອນນີ້ນຳ.
ການປັບຕົວໃຫ້ເຂົ້າກັບ “ສະພາບອາກາດ” ໃໝ່
ດັ່ງທີ່ກ່າວໃນຕອນຕົ້ນຂອງບົດຄວາມນີ້ ຖ້າມີລູກໄວຮຸ່ນ ພໍ່ແມ່ອາດຮູ້ສຶກຄືກັບວ່າ “ສະພາບອາກາດ” ໃນຕອນນີ້ແຕກຕ່າງກັບສອງສາມປີທີ່ຜ່ານມາ. ຂໍໃຫ້ໝັ້ນໃຈວ່າພໍ່ແມ່ສາມາດປັບຕົວໄດ້ຄືກັບທີ່ເຄີຍເຮັດຜ່ານມາໃນແຕ່ລະໄລຍະທີ່ລູກເຕີບໃຫຍ່.
ໃຫ້ຖືວ່າໃນໄລຍະທີ່ລູກເປັນໄວຮຸ່ນເປັນໂອກາດທີ່ພໍ່ແມ່ຈະ (1) ຊ່ວຍລູກໃຫ້ພັດທະນາຄວາມສາມາດໃນການຫາເຫດຜົນ (2) ຊ່ວຍລູກໃຫ້ໄດ້ຮັບການຊີ້ນຳຈາກຜູ້ໃຫຍ່ ແລະ (3) ສອນລູກໃຫ້ຮູ້ຈັກຮັບຜິດຊອບ. ໂດຍການເຮັດແນວນີ້ ພໍ່ແມ່ກຳລັງກຽມລູກໄວຮຸ່ນເພື່ອໃຫ້ພ້ອມເປັນຜູ້ໃຫຍ່.
[ຂໍ້ຄວາມໄຂເງື່ອນ]
a ປຶ້ມອ້າງອີງຫົວໜຶ່ງສົມທຽບໄລຍະເວລາຂອງການເປັນໄວຮຸ່ນວ່າຄືກັບ “ວັນແຫ່ງການລາຈາກໄປ.”
b ຄວາມບັນເທີງສຳລັບໄວຮຸ່ນມັກຈະສວຍໃຊ້ປະໂຫຍດຈາກທ່າອຽງຂອງໄວຮຸ່ນທີ່ມັກຢູ່ນຳໝູ່ເພື່ອນ ແລະສົ່ງເສີມແນວຄິດທີ່ວ່າໄວໜຸ່ມສາວມີສັງຄົມຂອງຕົວເອງເຊິ່ງຜູ້ໃຫຍ່ບໍ່ເຂົ້າໃຈຫຼືເຂົ້າບໍ່ເຖິງ.
c ບໍ່ມີຄຳວ່າ “ໄວໜຸ່ມສາວ” ໃນຄຳພີໄບເບິນ. ເບິ່ງຄືວ່າ ປະຊາຊົນຂອງພະເຢໂຫວາທີ່ເປັນໜຸ່ມສາວທັງກ່ອນສະໄໝຄລິດສະຕຽນແລະໃນສະໄໝຄລິດສະຕຽນເລີ່ມໃຊ້ຊີວິດແບບຜູ້ໃຫຍ່ຕັ້ງແຕ່ຕອນອາຍຸຍັງນ້ອຍເມື່ອສົມທຽບກັບໜຸ່ມສາວໃນຫຼາຍວັດທະນະທຳໃນທຸກມື້ນີ້.
[ຂອບ/ຮູບພາບໜ້າ 20]
“ຂ້ອຍມີພໍ່ແມ່ທີ່ດີທີ່ສຸດ”
ໂດຍການສອນແລະການວາງຕົວຢ່າງທີ່ດີ ພໍ່ແມ່ທີ່ເປັນພະຍານພະເຢໂຫວາສອນລູກໃຫ້ໃຊ້ຊີວິດຕາມຫຼັກການໃນຄຳພີໄບເບິນ. (ເອເຟດ 6:4) ແຕ່ເຂົາເຈົ້າບໍ່ບັງຄັບລູກໃຫ້ເຮັດຕາມຫຼັກການນັ້ນ. ພໍ່ແມ່ທີ່ເປັນພະຍານພະເຢໂຫວາຮູ້ດີວ່າເມື່ອລູກໃຫຍ່ພໍສົມຄວນແລ້ວ ລູກຕ້ອງຕັດສິນໃຈເອົາເອງວ່າຈະເລືອກໃຊ້ຊີວິດຕາມຫຼັກສິນລະທຳແບບໃດ.
ນາງ ແອຊະລິນ ອາຍຸ 18 ປີ ໃຊ້ຊີວິດຕາມຫຼັກການທີ່ພໍ່ແມ່ສອນ. ລາວບອກວ່າ “ຂ້ອຍບໍ່ໄດ້ນັບຖືສາສະໜາພຽງແຕ່ມື້ດຽວໃນອາທິດໜຶ່ງ. ສາສະໜາເປັນສິ່ງຊີ້ນຳຊີວິດຂອງຂ້ອຍ. ສາສະໜາມີຜົນຕໍ່ທຸກສິ່ງທີ່ຂ້ອຍເຮັດລວມເຖິງການຕັດສິນໃຈທຸກຢ່າງຂອງຂ້ອຍ ນັບຕັ້ງແຕ່ເລື່ອງໝູ່ ເລື່ອງການຮຽນ ໄປຈົນຮອດເລື່ອງທີ່ຂ້ອຍຈະອ່ານ.”
ນາງ ແອຊະລິນເຫັນຄຸນຄ່າການອົບຮົມສັ່ງສອນຂອງພໍ່ແມ່ທີ່ເປັນຄລິດສະຕຽນ. ລາວບອກວ່າ “ຂ້ອຍມີພໍ່ແມ່ທີ່ດີທີ່ສຸດ ແລະຂ້ອຍດີໃຈທີ່ເພິ່ນປູກຝັງໃຫ້ຂ້ອຍຢາກເປັນພະຍານພະເຢໂຫວາ. ພໍ່ແມ່ຈະຊີ້ນຳຂ້ອຍຕໍ່ໄປຕາບໃດທີ່ຂ້ອຍຍັງມີຊີວິດຢູ່.”
[ຮູບພາບໜ້າ 17]
ເປີດໂອກາດໃຫ້ລູກໄວຮຸ່ນສະແດງຄວາມຮູ້ສຶກຂອງຕົນເອງ
[ຮູບພາບໜ້າ 18]
ຜູ້ໃຫຍ່ທີ່ໃຫ້ຄຳປຶກສາໄດ້ເປັນແຮງຊັກຈູງທີ່ດີຕໍ່ລູກຂອງເຮົາ
[ຮູບພາບໜ້າ 19]
ວຽກທີ່ເປັນປະໂຫຍດຊ່ວຍໄວຮຸ່ນໃຫ້ເປັນຜູ້ໃຫຍ່ທີ່ມີຄວາມຮັບຜິດຊອບ