ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ສລ study 9 ໜ້າ 20-21
  • ເຢເຣມີ​ບໍ່​ເຊົາ​ເວົ້າ​ເລື່ອງ​ພະ​ເຢໂຫວາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຢເຣມີ​ບໍ່​ເຊົາ​ເວົ້າ​ເລື່ອງ​ພະ​ເຢໂຫວາ
  • ສອນລູກໃຫ້ເປັນຄົນດີ
  • ເລື່ອງທີ່ຄ້າຍກັນ
  • ພະ​ເຢໂຫວາ​ສົ່ງ​ເຢເຣມີຢາ​ໄປ​ປະກາດ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ຊາຍຜູ້ບໍ່ຢ້ານກົວ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ຈົ່ງກ້າຫານຄືກັນກັບເຢເຣມີ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
ສອນລູກໃຫ້ເປັນຄົນດີ
ສລ study 9 ໜ້າ 20-21

ບົດຮຽນ 9

ເຢເຣມີ​ບໍ່​ເຄີຍ​ເຊົາ​ເວົ້າ​ເລື່ອງ​ພະ​ເຢໂຫວາ

ຝູງ​ຄົນ​ທີ່​ໃຈ​ຮ້າຍ​ໄດ້​ຫ້ອມ​ລ້ອມ​ເຢເຣມີ

ເປັນ​ຫຍັງ​ຜູ້​ຄົນ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ເຢເຣມີ

ເຢເຣມີ​ຖືກ​ດຶງ​ຂຶ້ນ​ຈາກ​ຂຸມ​ໃຫຍ່​ທີ່​ເລິກ

ພະ​ເຢໂຫວາ​ຊ່ວຍ​ຊີວິດ​ຂອງ​ເຢເຣມີ

ບາງ​ເທື່ອ​ຜູ້​ຄົນ​ເຍາະ​ເຍີ້ຍ​ຫຼື​ໃຈ​ຮ້າຍ​ໃສ່ ເມື່ອ​ພວກ​ເຮົາ​ເວົ້າ​ກ່ຽວ​ກັບ​ເລື່ອງ​ຂອງ​ພະ​ເຢໂຫວາ. ເມື່ອ​ເປັນ​ແນວ​ນັ້ນ ອາດ​ຈະ​ເຮັດ​ໃຫ້​ເຮົາ​ບໍ່​ຢາກ​ເວົ້າ​ເຖິງ​ພະເຈົ້າ​ອີກ​ຕໍ່​ໄປ. ລູກ​ເຄີຍ​ຮູ້ສຶກ​ແບບ​ນັ້ນ​ບໍ?— ຄຳພີ​ໄບເບິນ​ບອກ​ເຮົາ​ກ່ຽວ​ກັບ​ຊາຍ​ໜຸ່ມ​ຜູ້​ທີ່​ຮັກ​ພະ​ເຢໂຫວາ ແຕ່​ລາວ​ເກືອບ​ຈະ​ເຊົາ​ເວົ້າ​ເລື່ອງ​ພະ​ເຢໂຫວາ ລາວ​ຊື່​ເຢເຣມີ ໃຫ້​ເຮົາ​ມາ​ຮຽນ​ເລື່ອງ​ຂອງ​ລາວ​ຕື່ມ​ອີກ​ເນາະ.

ເມື່ອ​ເຢເຣມີ​ຍັງ​ໜຸ່ມ​ນ້ອຍ​ພະ​ເຢໂຫວາ​ບອກ​ລາວ​ໃຫ້​ເຕືອນ​ຜູ້​ຄົນ​ວ່າ ໃຫ້​ເຊົາ​ເຮັດ​ສິ່ງ​ທີ່​ຊົ່ວ. ວຽກ​ນີ້​ບໍ່​ງ່າຍ​ເລີຍ​ສຳລັບ​ເຢເຣມີ​ແລະ​ລາວ​ກໍ​ຮູ້ສຶກ​ຢ້ານ. ລາວ​ເວົ້າ​ກັບ​ພະ​ເຢໂຫວາ​ວ່າ: ‘ຂ້ານ້ອຍ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ຫຍັງ ຂ້ານ້ອຍ​ຍັງ​ນ້ອຍ​ຢູ່’ ແຕ່​ພະ​ເຢໂຫວາ​ບອກ​ລາວ​ວ່າ: ‘ຢ່າຊູ່​ຢ້ານ ເຮົາ​ຈະ​ຊ່ວຍ​ເຈົ້າ.’

ເມື່ອ​ເປັນ​ແນວ​ນັ້ນ​ເຢເຣມີ​ຈຶ່ງ​ເລີ່ມ​ເຕືອນ​ຜູ້​ຄົນ​ໃຫ້​ຮູ້​ວ່າ​ເຂົາ​ເຈົ້າ​ຈະ​ຖືກ​ລົງໂທດ​ຖ້າ​ວ່າ​ເຂົາ​ເຈົ້າ​ບໍ່​ປ່ຽນ​ແປງ​ຕົວ​ເອງ. ລູກ​ຄິດ​ວ່າ​ຜູ້​ຄົນ​ຈະ​ເຮັດ​ຕາມ​ທີ່​ເຢເຣມີ​ບອກ​ບໍ?​— ບໍ່ ບາງ​ຄົນ​ກໍ​ຫົວຂວັນ​ໃສ່ ຫຼື​ບໍ່​ກໍ​ຮ້າຍ​ໃສ່​ລາວ​ຫຼາຍ. ບາງ​ຄົນ​ກໍ​ຢາກ​ຂ້າ​ລາວ! ລູກ​ຄິດ​ວ່າ​ເຢເຣມີ​ຈະ​ຮູ້ສຶກ​ແນວ​ໃດ?— ລາວ​ຮູ້ສຶກ​ຢ້ານ​ແລະ​ເວົ້າ​ວ່າ: ‘ຂ້ານ້ອຍ​ຈະ​ບໍ່​ເວົ້າ​ເລື່ອງ​ພະ​ເຢໂຫວາ​ອີກ​ຕໍ່​ໄປ.’ ແຕ່​ລາວ​ເຊົາ​ເວົ້າ​ແທ້ໆ​ບໍ?—​ບໍ່ ລາວ​ບໍ່​ເຊົາ​ເວົ້າ. ລາວ​ຮັກ​ພະ​ເຢໂຫວາ​ຫຼາຍ ລາວ​ຈຶ່ງ​ບໍ່​ເຊົາ​ເວົ້າ​ເລື່ອງ​ຂອງ​ພະອົງ. ເນື່ອງ​ຈາກ​ວ່າ​ເຢເຣມີ​ບໍ່​ຍອມ​ແພ້ ພະ​ເຢໂຫວາ​ຈຶ່ງ​ຊ່ວຍ​ລາວ​ໃຫ້​ລອດ​ຊີວິດ.

ຕົວຢ່າງ​ເຊັ່ນ ມີ​ຄົນ​ບໍ່​ດີ​ພວກ​ໜຶ່ງ​ໄດ້​ຖິ້ມ​ເຢເຣມີ​ລົງ​ໃນ​ຂຸມ​ໃຫຍ່​ທີ່​ເລິກໆ​ເຊິ່ງ​ມີ​ແຕ່​ຂີ້​ຕົມ. ລາວ​ບໍ່​ມີ​ອາຫານ​ກິນ​ແລະ​ບໍ່​ມີ​ນ້ຳ​ດື່ມ. ຄົນ​ເຫຼົ່າ​ນັ້ນ​ຖິ້ມ​ລາວ​ລົງ​ຫັ້ນ​ກໍ​ເພື່ອ​ຈະ​ຂ້າ​ລາວ​ໃຫ້​ຕາຍ. ແຕ່​ພະ​ເຢໂຫວາ​ໄດ້​ຊ່ວຍ​ລາວ​ໃຫ້​ໜີ​ໄປ​ໄດ້!

ລູກ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ເຢເຣມີ?— ເຖິງ​ວ່າ​ບາງ​ເທື່ອ​ລາວ​ຮູ້ສຶກ​ຢ້ານ ແຕ່​ລາວ​ກໍ​ບໍ່​ເຄີຍ​ເຊົາ​ເວົ້າ​ເລື່ອງ​ຂອງ​ພະ​ເຢໂຫວາ. ເມື່ອ​ລູກ​ເວົ້າ​ກ່ຽວ​ກັບ​ພະ​ເຢໂຫວາ ຜູ້​ຄົນ​ອາດ​ຈະ​ຫົວຂວັນ​ຫຼື​ອາດ​ຈະ​ໃຈ​ຮ້າຍ​ໃສ່​ລູກ. ລູກ​ອາດ​ຈະ​ຮູ້ສຶກ​ອາຍ​ຫຼື​ຢ້ານ​ກໍ​ໄດ້ ແຕ່​ຂໍ​ໃຫ້​ລູກ​ຢ່າ​ເຊົາ​ເວົ້າ​ເລື່ອງ​ພະ​ເຢໂຫວາ. ເພາະ​ພະອົງ​ຈະ​ຊ່ວຍ​ລູກ​ສະເໝີ​ຄື​ກັບ​ທີ່​ເຄີຍ​ຊ່ວຍ​ເຢເຣມີ.

ມາ​ອ່ານ​ຄຳພີ​ໄບເບິນ​ນຳ​ກັນ

  • ເຢເຣມີ 1:4-8; 20:7-9; 26:8-19, 24; 38:6-13

ຄຳຖາມ:

  • ພະ​ເຢໂຫວາ​ໄດ້​ບອກ​ໃຫ້​ເຢເຣມີ​ເຮັດ​ຫຍັງ?

  • ເປັນ​ຫຍັງ​ເຢເຣມີ​ຈຶ່ງ​ເກືອບ​ຈະ​ເຊົາ​ເວົ້າ​ເລື່ອງ​ພະ​ເຢໂຫວາ?

  • ພະ​ເຢໂຫວາ​ໄດ້​ຊ່ວຍ​ເຢເຣມີ​ແນວ​ໃດ?

  • ລູກ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ເຢເຣມີ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌