ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 57 ໜ້າ 138-ໜ້າ 139 ຂໍ້ 1
  • ພະ​ເຢໂຫວາ​ສົ່ງ​ເຢເຣມີຢາ​ໄປ​ປະກາດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຢໂຫວາ​ສົ່ງ​ເຢເຣມີຢາ​ໄປ​ປະກາດ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ເຢເຣມີ​ບໍ່​ເຊົາ​ເວົ້າ​ເລື່ອງ​ພະ​ເຢໂຫວາ
    ສອນລູກໃຫ້ເປັນຄົນດີ
  • ຊາຍຜູ້ບໍ່ຢ້ານກົວ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ຈົ່ງກ້າຫານຄືກັນກັບເຢເຣມີ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 57 ໜ້າ 138-ໜ້າ 139 ຂໍ້ 1
ເຢເຣມີຢາ​ທຸບ​ໂຖ​ດິນ​ໃຫ້​ແຕກ​ຕໍ່​ໜ້າ​ພວກ​ຜູ້​ນຳ

ບົດ​ທີ 57

ພະ​ເຢໂຫວາ​ສົ່ງ​ເຢເຣມີຢາ​ໄປ​ປະກາດ

ພະ​ເຢໂຫວາ​ເລືອກ​ເຢເຣມີຢາ​ໃຫ້​ເປັນ​ຜູ້​ພະຍາກອນ​ສຳລັບ​ຄົນ​ຢູດາ. ເພິ່ນ​ບອກ​ລາວ​ໃຫ້​ໄປ​ປະກາດ​ກັບ​ປະຊາຊົນ​ແລະ​ເຕືອນ​ເຂົາເຈົ້າ​ໃຫ້​ເຊົາ​ເຮັດ​ຊົ່ວ. ແຕ່​ເຢເຣມີຢາ​ບອກ​ວ່າ: ‘ພະ​ເຢໂຫວາ​ເອີ້ຍ ລູກ​ເປັນ​ພຽງ​ແຕ່​ເດັກນ້ອຍ ລູກ​ບໍ່​ຮູ້​ວ່າ​ຊິ​ເວົ້າ​ກັບ​ປະຊາຊົນ​ແນວ​ໃດ.’ ແລ້ວ​ພະ​ເຢໂຫວາ​ກໍ​ບອກ​ລາວ​ວ່າ: ‘ບໍ່​ຕ້ອງ​ຢ້ານ. ເຮົາ​ຈະ​ບອກ​ໃຫ້​ເຈົ້າ​ຮູ້​ວ່າ​ຕ້ອງ​ເວົ້າ​ຫຍັງ. ເຮົາ​ຈະ​ຊ່ວຍ​ເຈົ້າ.’

ພະ​ເຢໂຫວາ​ບອກ​ເຢເຣມີຢາ​ເອີ້ນ​ພວກ​ຜູ້​ນຳ​ປະຊາຊົນ​ໃຫ້​ມາ​ລວມ​ກັນ ຈາກ​ນັ້ນ​ກໍ​ໃຫ້​ທຸບ​ໂຖ​ດິນ​ໃຫ້​ແຕກ​ຕໍ່​ໜ້າ​ເຂົາເຈົ້າ​ແລະ​ບອກ​ເຂົາເຈົ້າ​ວ່າ: ‘ເມືອງ​ເຢຣູຊາເລັມ​ຈະ​ຖືກ​ທຸບ​ຈົນ​ແຕກ​ຄື​ກັບ​ໂຖ​ດິນ​ນີ້.’ ເຢເຣມີຢາ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ບອກ ແຕ່​ພວກ​ຜູ້​ນຳ​ພັດ​ໃຈ​ຮ້າຍ​ຫຼາຍ. ປະໂລຫິດ​ຄົນ​ໜຶ່ງ​ຊື່​ປັດຊູ​ກໍ​ຕີ​ເຢເຣມີຢາ​ແລະ​ຈັບ​ລາວ​ໃສ່​ຂື່ ເຢເຣມີຢາ​ເໜັງ​ບໍ່​ໄດ້​ໝົດ​ຄືນ. ເຊົ້າ​ມື້​ຕໍ່​ມາ​ປັດຊູ​ກໍ​ປ່ອຍ​ລາວ. ເຢເຣມີຢາ​ເວົ້າ​ວ່າ: ‘ລູກ​ທົນ​ບໍ່​ໄຫວ​ແລ້ວ ລູກ​ຈະ​ບໍ່​ປະກາດ​ອີກ​ແລ້ວ.’ ແຕ່​ລາວ​ເຊົາ​ປະກາດ​ແທ້ໆ​ບໍ? ບໍ່. ເມື່ອ​ລາວ​ຄິດ​ຕຶກຕອງ​ກ່ຽວກັບ​ເລື່ອງ​ນີ້​ຫຼາຍ​ຂຶ້ນ ລາວ​ເວົ້າ​ວ່າ: ‘ຄຳເວົ້າ​ຂອງ​ພະອົງ​ເປັນ​ຄື​ກັບ​ໄຟ​ທີ່​ເຜົາ​ໄໝ້​ຢູ່​ໃນ​ໃຈ​ຂອງ​ລູກ ລູກ​ຢຸດ​ປະກາດ​ບໍ່​ໄດ້.’ ເຢເຣມີຢາ​ຈຶ່ງ​ເຕືອນ​ປະຊາຊົນ​ຕໍ່​ໄປ.

ຜ່ານ​ໄປ​ຫຼາຍ​ປີ ຢູດາ​ກໍ​ມີ​ກະສັດ​ອົງ​ໃໝ່​ປົກຄອງ. ພວກ​ປະໂລຫິດ​ແລະ​ພວກ​ຜູ້​ພະຍາກອນ​ປອມ​ຊັງ​ເລື່ອງ​ທີ່​ເຢເຣມີຢາ​ປະກາດ. ເຂົາເຈົ້າ​ຈຶ່ງ​ໄປ​ເວົ້າ​ກັບ​ພວກ​ເຈົ້າ​ນາຍ​ວ່າ: “ຜູ້​ຊາຍ​ຄົນ​ນີ້​ສົມຄວນ​ຕາຍ.” ແຕ່​ເຢເຣມີຢາ​ເວົ້າ​ວ່າ: ‘ຖ້າ​ພວກ​ເຈົ້າ​ຂ້າ​ຂ້ອຍ ກໍ​ສ່ຳ​ກັບ​ວ່າ​ພວກ​ເຈົ້າ​ຂ້າ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ. ເພາະ​ຂ້ອຍ​ເວົ້າ​ຕາມ​ທີ່​ພະ​ເຢໂຫວາ​ບອກ ຂ້ອຍ​ບໍ່​ໄດ້​ເວົ້າ​ເອົາ​ເອງ.’ ເມື່ອ​ພວກ​ເຈົ້າ​ນາຍ​ໄດ້​ຍິນ​ແບບ​ນັ້ນ ເຂົາເຈົ້າ​ຈຶ່ງ​ເວົ້າ​ວ່າ: “ຜູ້​ຊາຍ​ຄົນ​ນີ້​ບໍ່​ສົມຄວນ​ຕາຍ.”

ຫຼັງຈາກນັ້ນ ເຢເຣມີຢາ​ກໍ​ປະກາດ​ຕໍ່​ໄປ. ຕອນນີ້​ພວກ​ເຈົ້າ​ນາຍ​ໃຈ​ຮ້າຍ​ແຮງ​ຫຼາຍ ເຂົາເຈົ້າ​ຈຶ່ງ​ໄປ​ຂໍ​ໃຫ້​ກະສັດ​ສັ່ງ​ຂ້າ​ເຢເຣມີຢາ. ກະສັດ​ບອກ​ເຂົາເຈົ້າ​ວ່າ​ພວກ​ເຈົ້າ​ຢາກ​ເຮັດ​ຫຍັງ​ກັບ​ລາວ​ກໍ​ເຮັດ​ໂລດ. ເຂົາເຈົ້າ​ກໍ​ເລີຍ​ຈັບ​ເຢເຣມີຢາ​ຖິ້ມ​ລົງ​ນ້ຳ​ສ້າງ​ເລິກ​ທີ່​ມີ​ແຕ່​ຂີ້ຕົມ​ເພື່ອ​ຈະ​ໃຫ້​ລາວ​ຕາຍ​ຢູ່​ຫັ້ນ. ແລ້ວ​ເຢເຣມີຢາ​ກໍ​ເລີ່ມ​ຈົມ​ລົງ​ຂີ້ຕົມ.

ເອເບັດເມເລັກ​ພາ​ຄົນ​ໄປ​ຊ່ວຍ​ດຶງ​ເຢເຣມີຢາ​ຂຶ້ນ​ຈາກ​ນ້ຳ​ສ້າງ

ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເຮັດ​ວຽກ​ຢູ່​ໃນ​ວັງ​ຊື່​ເອເບັດເມເລັກ​ໄປ​ບອກ​ກະສັດ​ວ່າ: ‘ພວກ​ເຈົ້າ​ນາຍ​ເອົາ​ເຢເຣມີຢາ​ໄປ​ຖິ້ມ​ລົງ​ນ້ຳ​ສ້າງ! ຖ້າ​ປ່ອຍ​ລາວ​ໄວ້​ແບບ​ນັ້ນ ລາວ​ຈະ​ຕ້ອງ​ຕາຍ​ແທ້​ແຫຼະ!’ ກະສັດ​ຈຶ່ງ​ສັ່ງ​ໃຫ້​ເອເບັດເມເລັກ​ພາ​ຜູ້​ຊາຍ 30 ຄົນ​ໄປ​ຊ່ວຍ​ກັນ​ດຶງ​ເຢເຣມີຢາ​ຂຶ້ນ​ມາ​ຈາກ​ນ້ຳ​ສ້າງ. ຖ້າ​ເຮົາ​ຖືກ​ຕໍ່ຕ້ານ​ຄື​ກັບ​ເຢເຣມີຢາ ເຮົາ​ຈະ​ປະກາດ​ຕໍ່​ໄປ​ບໍ?

“ທຸກ​ຄົນ​ຈະ​ຊັງ​ພວກ​ເຈົ້າ​ຍ້ອນ​ພວກ​ເຈົ້າ​ເປັນ​ລູກສິດ​ຂອງ​ຂ້ອຍ. ແຕ່​ຜູ້​ໃດ​ທີ່​ອົດທົນ​ຈົນ​ເຖິງ​ທີ່​ສຸດ​ຜູ້​ນັ້ນ​ຈະ​ລອດ.”—ມັດທາຍ 10:22

ຄຳ​ຖາມ: ເຖິງ​ວ່າ​ເຢເຣມີຢາ​ຍັງ​ນ້ອຍ​ຢູ່ ແຕ່​ເປັນ​ຫຍັງ​ລາວ​ເຊື່ອຟັງ​ພະ​ເຢໂຫວາ? ໃຜ​ພະຍາຍາມ​ເຮັດ​ໃຫ້​ເຢເຣມີຢາ​ເຊົາ​ປະກາດ?

ເຢເຣມີຢາ 1:1-19; 19:1-11; 20:1-13; 25:8-11; 26:7-16; 38:1-13

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌