ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ເຢເຣມີ 25-28
ຈົ່ງກ້າຫານຄືເຢເຣມີ
ເຢເຣມີໄດ້ເຕືອນວ່າເມືອງເຢຣຶຊາເລມຈະຖືກທຳລາຍຄືກັບເມືອງຊີໂລ
ຫີບຄຳສັນຍາທີ່ເປັນຕົວແທນຂອງພະເຢໂຫວາໄດ້ຖືກເກັບໄວ້ຢູ່ເມືອງຊີໂລ
ພະເຢໂຫວາອະນຸຍາດໃຫ້ພວກຟີລີດຕີນຍຶດເອົາຫີບຄຳສັນຍາໄປ ແລະຫີບນັ້ນບໍ່ໄດ້ກັບມາເມືອງຊີໂລອີກເລີຍ
ພວກປະໂລຫິດ ຜູ້ພະຍາກອນ ແລະປະຊາຊົນທັງຫຼາຍຂູ່ວ່າຈະຂ້າເຢເຣມີ
ຜູ້ຄົນຈັບເຢເຣມີຍ້ອນຄຳປະກາດຂອງລາວຕໍ່ເມືອງເຢຣຶຊາເລມແລະວິຫານ
ເຢເຣມີບໍ່ໄດ້ຍອມແພ້ ແລະບໍ່ໄດ້ໜີໄປ
ພະເຢໂຫວາປົກປ້ອງເຢເຣມີ
ເຢເຣມີຮັກສາຄວາມກ້າຫານໄວ້ ແລະພະເຢໂຫວາກໍບໍ່ໄດ້ປະຖິ້ມລາວ
ພະເຢໂຫວາໃຊ້ອາກີກາມຜູ້ກ້າຫານໃຫ້ປົກປ້ອງເຢເຣມີ
ຍ້ອນພະເຢໂຫວາຢູ່ເບື້ອງຫຼັງແລະໃຫ້ກຳລັງໃຈເຢເຣມີ ລາວຈຶ່ງສາມາດປະກາດຂ່າວສານທີ່ຜູ້ຄົນບໍ່ມັກເປັນເວລາ 40 ປີ