ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄສ ຕອນ 3 ໜ້າ 9-11
  • ຈະ​ຮັບ​ມື​ກັບ​ບັນຫາ​ຕ່າງໆໄດ້​ແນວ​ໃດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຈະ​ຮັບ​ມື​ກັບ​ບັນຫາ​ຕ່າງໆໄດ້​ແນວ​ໃດ
  • ຄອບຄົວຂອງທ່ານຈະມີຄວາມສຸກໄດ້ແນວໃດ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • 1 ປຶກສາ​ເລື່ອງ​ບັນຫາ​ນຳ​ກັນ
  • 2 ຕັ້ງ​ໃຈ​ຟັງ​ແລະ​ເຂົ້າ​ໃຈ
  • 3 ເຮັດ​ຕາມ​ການ​ຕັດສິນ​ໃຈ
  • ໃຫ້​ສັດ​ຊື່​ຕໍ່​ກັນ​ແລະ​ກັນ
    ຄອບຄົວຂອງທ່ານຈະມີຄວາມສຸກໄດ້ແນວໃດ
  • ຄອບຄົວ​ຈະ​ມີ​ຄວາມ​ສຸກ​ເມື່ອ​ໝາຍ​ເພິ່ງ​ພະເຈົ້າ
    ຄອບຄົວຂອງທ່ານຈະມີຄວາມສຸກໄດ້ແນວໃດ
  • ຈະ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ຍາດ​ພີ່​ນ້ອງ​ໄດ້​ແນວ​ໃດ
    ຄອບຄົວຂອງທ່ານຈະມີຄວາມສຸກໄດ້ແນວໃດ
ຄອບຄົວຂອງທ່ານຈະມີຄວາມສຸກໄດ້ແນວໃດ
ຄສ ຕອນ 3 ໜ້າ 9-11
ຜົວ​ຮັບ​ຟັງ​ເມື່ອ​ເມຍ​ເວົ້າ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຕົວ​ເອງ

ຕອນ​ທີ 3

ຈະ​ຮັບ​ມື​ກັບ​ບັນຫາ​ຕ່າງໆ​ໄດ້​ແນວ​ໃດ?

“ຈົ່ງ​ຮັກ​ກັນ​ແລະ​ກັນ​ເປັນ​ອັນ​ມາກ ເຫດ​ວ່າ​ຄວາມ​ຮັກ​ກໍ​ປົກ​ອັດ​ການ​ຜິດ​ໄວ້​ຫຼາຍ​ປະການ.”—1 ເປໂຕ 4:8

ເມື່ອ​ທ່ານ​ແຕ່ງ​ດອງ​ແລ້ວ​ແລະ​ເລີ່ມ​ໃຊ້​ຊີວິດ​ຮ່ວມ​ກັນ ບັນຫາ​ຫຼາຍ​ຢ່າງ​ອາດ​ເກີດ​ຂຶ້ນ​ໄດ້. ຄວາມ​ຫຍຸ້ງຍາກເຫຼົ່າ​ນີ້​ອາດ​ເກີດ​ຈາກ​ຄວາມ​ຄິດ ຄວາມ​ຮູ້ສຶກ​ແລະ​ປະສົບການ​ຊີວິດ​ທີ່​ແຕກຕ່າງ​ກັນ​ຂອງ​ທັງ​ສອງ​ຄົນ ຫຼື​ອາດ​ຈະ​ມາ​ຈາກ​ແຫຼ່ງ​ອື່ນໆທີ່​ຢູ່​ພາຍ​ນອກ​ແລະ​ຈາກ​ເຫດການ​ທີ່​ບໍ່​ໄດ້​ຄາດ​ຄິດ​ກໍ​ເປັນ​ໄດ້.

ເມື່ອ​ຊີວິດ​ຄູ່​ມີ​ຄວາມ​ຫຍຸ້ງຍາກ ທ່ານ​ອາດ​ຈະ​ບໍ່​ຢາກ​ປະເຊີນ​ກັບ​ສິ່ງ​ເຫຼົ່າ​ນັ້ນ ແຕ່​ເຮົາ​ມີ​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ​ທີ່​ຈະ​ຊ່ວຍ​ແກ້ໄຂ​ບັນຫາ​ຕ່າງໆນັ້ນ​ໄດ້. (ມັດທາຍ 5:23, 24) ການ​ນຳ​ໃຊ້​ຫຼັກ​ການ​ຕ່າງໆໃນ​ຄຳພີ​ໄບເບິນ​ສາມາດ​ຊ່ວຍ​ທ່ານ​ໃຫ້​ມີ​ວິທີ​ຮັບ​ມື​ກັບ​ຄວາມ​ຫຍຸ້ງຍາກ​ເຫຼົ່າ​ນັ້ນ​ໄດ້.

1 ປຶກສາ​ເລື່ອງ​ບັນຫາ​ນຳ​ກັນ

ຄຳພີ​ໄບເບິນ​ແນະນຳ​ວ່າ: “ມີ . . . ເວລາ​ເວົ້າ.” (ຜູ້​ເທສະໜາ​ປ່າວ​ປະກາດ 3:1, 7) ດັ່ງ​ນັ້ນ ທ່ານ​ຕ້ອງ​ໄດ້​ຈັດ​ເວລາ​ໄວ້​ຢ່າງ​ພຽງ​ພໍ​ເພື່ອ​ຈະ​ລົມ​ກ່ຽວ​ກັບ​ບັນຫາ​ນຳ​ກັນ. ສິ່ງ​ທີ່​ສຳຄັນ​ແມ່ນ​ທ່ານ​ຕ້ອງ​ເປີດ​ເຜີຍ​ໃຫ້​ຄູ່​ຂອງ​ທ່ານຮູ້​ວ່າ ທ່ານ​ຮູ້ສຶກ​ແລະ​ຄິດ​ແນວ​ໃດ​ກ່ຽວ​ກັບ​ເລື່ອງ​ນັ້ນ. ທ່ານ​ຕ້ອງ “ປາກ​ຄວາມ​ຈິງ” ກັບ​ຄູ່​ຂອງ​ທ່ານ​ສະເໝີ. (ເອເຟດ 4:25) ເຖິງ​ວ່າ​ຈະ​ຮູ້ສຶກ​ໃຈ​ຮ້າຍ ແຕ່​ຕ້ອງ​ບໍ່ຜິດ​ຖຽງ​ກັນ. ການ​ເວົ້າ​ນຳ​ກັນ​ຢ່າງ​ໃຈ​ເຢັນໆຈະ​ຊ່ວຍ​ພວກ​ທ່ານ​ໃຫ້​ປຶກສາ​ຫາ​ລື​ກັນ​ໄດ້​ຕໍ່ໆໄປ​ໂດຍ​ບໍ່​ຕ້ອງ​ຂັດ​ແຍ່ງ​ກັນ.—ສຸພາສິດ 15:4; 26:20

ເຖິງ​ວ່າ​ທ່ານ​ຈະ​ບໍ່​ເຫັນ​ດີ​ນຳ ແຕ່​ກໍ​ຄວນ​ຈະ​ສະແດງ​ຄວາມ​ກະລຸນາ ຄວາມ​ຮັກ​ແລະ​ຄວາມ​ນັບຖື​ຕໍ່​ຄູ່​ຂອງ​ທ່ານ. (ໂກໂລດ 4:6) ໃຫ້​ພະຍາຍາມ​ແກ້ໄຂ​ບັນຫາ​ໃຫ້​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ໄວ​ໄດ້ ແລະ​ຢ່າ​ປ່ອຍ​ໄວ້​ໂດຍ​ທີ່​ບໍ່​ລົມ​ກັນ.—ເອເຟດ 4:26

ຄູ່​ຜົວ​ເມຍ​ລົມ​ກັນ​ເຖິງ​ບັນຫາ​ທີ່​ເກິດ​ຂຶ້ນ

ຄຳ​ແນະນຳ:

  • ໃຫ້​ຈັດ​ເວລາ​ໄວ້​ເພື່ອ​ຈະ​ປຶກສາ​ຫາ​ລື​ກັນ​ກ່ຽວ​ກັບ​ບັນຫາ

  • ເມື່ອ​ທ່ານ​ເປັນ​ຜູ້​ຟັງ ໃຫ້​ຫຼີກ​ລ່ຽງ​ການ​ຂັດ​ຈັງຫວະ. ເມື່ອ​ຮອດ​ຜຽນ​ທ່ານ​ເວົ້າ​ແລ້ວ​ຈຶ່ງ​ເວົ້າ

2 ຕັ້ງ​ໃຈ​ຟັງ​ແລະ​ເຂົ້າ​ໃຈ

ຄຳພີ​ໄບເບິນ​ແນະນຳ​ວ່າ: “ຈົ່ງ​ຮັກ​ກັນ​ດ້ວຍ​ສຸດ​ໃຈ. ຝ່າຍ​ການ​ທີ່​ນັບຖືກັນ​ແລະ​ກັນ​ນັ້ນ​ຈົ່ງ​ເປັນ​ຕົ້ນ [ລິເລີ່ມ] ມີ​ຄວາມ​ນັບຖື​ແກ່​ຜູ້​ອື່ນ.” (ໂລມ 12:10) ສິ່ງ​ທີ່​ສຳຄັນ​ແມ່ນ​ທ່ານ​ເປັນ​ຜູ້​ຟັງ​ແບບ​ໃດ. ທ່ານ​ຕ້ອງ​ພະຍາຍາມ​ເຂົ້າ​ໃຈ​ຄວາມ​ຄິດ​ຂອງ​ອີກ​ຝ່າຍ​ໜຶ່ງ​ໂດຍ “ມີ​ໃຈ​ເລົ້າໂລມ​ກັນ [ເຫັນ​ໃຈ] . . . ແລະ​ຖ່ອມ​ໃຈ​ລົງ.” (1 ເປໂຕ 3:8; ຢາໂກໂບ 1:19) ຢ່າ​ທຳ​ທ່າ​ເຮັດ​ຄື​ວ່າ​ຕັ້ງ​ໃຈ​ຟັງ. ຖ້າ​ເປັນ​ໄປ​ໄດ້​ໃຫ້​ປະ​ສິ່ງ​ທີ່​ກຳລັງ​ເຮັດ​ຢູ່​ນັ້ນ ແລ້ວ​ໃຫ້​ຕັ້ງ​ໃຈ​ຟັງ​ຄູ່​ຂອງ​ທ່ານ ຫຼື​ຖ້າ​ຍັງ​ບໍ່​ສະດວກ​ອາດ​ຈະ​ຂໍ​ໃຫ້​ປຶກສາ​ກັນ​ໃນ​ພາຍ​ຫຼັງ. ຖ້າ​ທ່ານ​ຄິດ​ວ່າ​ຄູ່​ຂອງ​ທ່ານ​ບໍ່​ແມ່ນ​ຄູ່​ແຂ່ງ ແຕ່​ເປັນ​ຝ່າຍ​ດຽວ​ກັນ ທ່ານ​ກໍ​ຈະ​ບໍ່ “ຟ້າວ​ເຄືອງ​ໃຈ.”—ຜູ້​ເທສະໜາ​ປ່າວ​ປະກາດ 7:9

ຄຳ​ແນະນຳ:

  • ໃຫ້​ເປີດ​ໃຈ​ຮັບ​ຟັງ ເຖິງ​ວ່າ​ສິ່ງ​ທີ່​ໄດ້​ຍິນ​ນັ້ນ ທ່ານ​ຈະ​ບໍ່​ມັກ​ກໍ​ຕາມ

  • ໃຫ້​ຕັ້ງ​ໃຈ​ຟັງ​ແລະ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ຄຳ​ເວົ້າ​ນັ້ນ​ແທ້ໆ ພ້ອມ​ທັງ​ໃຫ້​ສັງເກດ​ເບິ່ງ​ທ່າ​ທາງ​ແລະ​ນ້ຳ​ສຽງ​ທີ່​ຄູ່​ຂອງ​ທ່ານ​ສະແດງ​ອອກ​ມາ

3 ເຮັດ​ຕາມ​ການ​ຕັດສິນ​ໃຈ

ຄຳພີ​ໄບເບິນ​ແນະນຳ​ວ່າ: “ໃນ​ການ​ງານ [ເຮັດ​ວຽກ] ທຸກ​ຢ່າງ​ມີ​ກຳໄລ ແຕ່​ວ່າ​ຖ້ອຍຄຳ​ແຕ່​ສົບ​ປາກ​ພາ​ໄປ​ໃນ​ຄວາມ​ອຶດຢາກ​ເທົ່າ​ນັ້ນ.” (ສຸພາສິດ 14:23) ພຽງ​ແຕ່​ເຫັນ​ດີ​ນຳ​ກັນ​ແມ່ນ​ຍັງ​ບໍ່​ພໍ ພວກ​ທ່ານ​ຕ້ອງ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຕົກ​ລົງ​ກັນ. ດັ່ງ​ນັ້ນ ເພື່ອ​ຈະ​ຮັບ​ຜົນ​ທີ່​ດີ ທ່ານ​ຕ້ອງ​ໄດ້​ທຸ່ມ​ເທ​ແລະ​ອອກ​ຄວາມ​ພະຍາຍາມ​ຫຼາຍ. (ສຸພາສິດ 10:4) ຖ້າ​ທ່ານ​ຮ່ວມ​ມື​ກັນ ທ່ານ​ກໍ​ຈະ “ຮັບ​ຄ່າ​ຈ້າງ​ດີ [ລາງວັນ]” ສຳລັບ​ການ​ອອກ​ຄວາມ​ພະຍາຍາມ​ຂອງ​ທ່ານ.—ຜູ້​ເທສະໜາ​ປ່າວ​ປະກາດ 4:9

ຄຳ​ແນະນຳ:

  • ໃຫ້​ຕັດສິນ​ໃຈ​ເປັນ​ເທື່ອ​ລະ​ຂັ້ນ​ຕອນ​ວ່າອັນ​ໃດ​ເປັນ​ທາງ​ອອກ​ທີ່​ດີ​ທີ່​ສຸດ​ຂອງ​ແຕ່​ລະ​ບັນຫາ

  • ໃຫ້​ເບິ່ງ​ຄືນ​ເປັນ​ແຕ່​ລະ​ໄລຍະ​ວ່າ​ໄດ້​ແກ້ໄຂບັນຫາ​ໃດ​ໄປ​ແດ່​ແລ້ວ

ພະຍາຍາມ​ແກ້ໄຂ​ບັນຫາ​ນຳ​ກັນ

ໂດຍ​ການ​ເຮັດ​ຕາມ​ສິ່ງ​ທີ່​ກ່າວ​ມາ​ນີ້​ນຳ​ກັນ ທ່ານ​ທັງ​ສອງ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ຊີວິດ​ຄູ່​ຂອງ​ທ່ານ​ຈະ​ມີ​ຄວາມ​ສຸກ​ແລະ​ໝັ້ນ​ຄົງ ແທນ​ທີ່​ຈະ​ມີ​ບັນຫາ​ແລະ​ແຕກ​ແຍກ​ກັນ. (ສຸພາສິດ 24:3) ໃຫ້​ເບິ່ງ​ໄປ​ທີ່​ອະນາຄົດ​ບໍ່​ແມ່ນ​ຮື້​ຟື້ນ​ບັນຫາ​ທີ່​ຜ່ານ​ມາ. (ສຸພາສິດ 17:9) ເມື່ອ​ທ່ານ​ຮ່ວມ​ມື​ກັນ​ແລະ​ເຮັດ​ຕາມ​ຫຼັກ​ການ​ຕ່າງໆໃນ​ຄຳພີ​ໄບເບິນ ທ່ານ​ກໍ​ຈະ​ຮັບ​ມື​ກັບ​ບັນຫາ​ໃດໆກໍ​ຕາມ​ທີ່​ເຂົ້າ​ມາ​ນັ້ນ​ໄດ້​ຢ່າງ​ປະສົບ​ຜົນ​ສຳເລັດ.

ຖາມ​ຕົວ​ເອງ​ວ່າ . . .

  • ບັນຫາ​ໃດ​ທີ່​ຮີບ​ດ່ວນ​ທີ່​ສຸດ​ເຊິ່ງ​ຂ້ອຍ​ຕ້ອງ​ໄດ້​ປຶກສາ​ກັບ​ຄູ່​ຂອງ​ຂ້ອຍ?

  • ຂ້ອຍ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ຮູ້ວ່າ​ຄູ່​ຂອງ​ຂ້ອຍ​ຄິດ​ຢ່າງ​ໃດ​ແທ້ໆກ່ຽວ​ກັບ​ບັນຫາ​ໃດ​ໜຶ່ງ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌