ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄສ ຕອນ 2 ໜ້າ 6-8
  • ໃຫ້​ສັດ​ຊື່​ຕໍ່​ກັນ​ແລະ​ກັນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໃຫ້​ສັດ​ຊື່​ຕໍ່​ກັນ​ແລະ​ກັນ
  • ຄອບຄົວຂອງທ່ານຈະມີຄວາມສຸກໄດ້ແນວໃດ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • 1 ຈັດ​ລຳດັບ​ຄວາມ​ສຳຄັນ​ຂອງ​ຄອບຄົວ​ໃຫ້​ເໝາະ​ສົມ
  • 2 ປົກ​ປ້ອງ​ຫົວໃຈ​ຂອງ​ທ່ານ​ໄວ້
  • ຄອບຄົວ​ຈະ​ມີ​ຄວາມ​ສຸກ​ເມື່ອ​ໝາຍ​ເພິ່ງ​ພະເຈົ້າ
    ຄອບຄົວຂອງທ່ານຈະມີຄວາມສຸກໄດ້ແນວໃດ
  • ຈະ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ຍາດ​ພີ່​ນ້ອງ​ໄດ້​ແນວ​ໃດ
    ຄອບຄົວຂອງທ່ານຈະມີຄວາມສຸກໄດ້ແນວໃດ
  • ຈະ​ຮັບ​ມື​ກັບ​ບັນຫາ​ຕ່າງໆໄດ້​ແນວ​ໃດ
    ຄອບຄົວຂອງທ່ານຈະມີຄວາມສຸກໄດ້ແນວໃດ
  • ເຈົ້າ​ຈະ​ເຈິ​ຄົນ​ທີ່​ຈະ​ມາ​ເປັນ​ຄູ່​ໄດ້​ແນວ​ໃດ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
ເບິ່ງຕື່ມ
ຄອບຄົວຂອງທ່ານຈະມີຄວາມສຸກໄດ້ແນວໃດ
ຄສ ຕອນ 2 ໜ້າ 6-8
ຜົວ​ກາງ​ຄັນ​ຮົ່ມ​ແລະ​ເປີດ​ປະຕູ​ລົດ​ໃຫ້​ເມຍ

ຕອນ​ທີ 2

ສັດ​ຊື່​ຕໍ່​ກັນ​ແລະ​ກັນ

“ສິ່ງ​ນັ້ນ​ທີ່​ພະເຈົ້າ​ໄດ້​ກະທຳ​ໃຫ້​ຕິດ​ພັນ​ກັນ​ຢູ່​ແລ້ວ ຢ່າ​ໃຫ້​ຄົນ​ກະທຳ​ໃຫ້​ແຍກ​ຈາກ​ກັນ​ເຖີ້ນ.”—ມາລະໂກ 10:9

ພະ​ເຢໂຫວາ​ຮຽກ​ຮ້ອງ​ໃຫ້​ເຮົາ “ກະທຳ​ການ [ຮັກສາ​ຄວາມ] ສັດ​ຊື່.” (ມີເກ 6:8) ຄວາມ​ສັດ​ຊື່​ເປັນ​ສິ່ງ​ທີ່​ສຳຄັນ​ຫຼາຍ​ຕໍ່​ຊີວິດ​ຄອບຄົວ​ຂອງ​ທ່ານ ເພາະ​ຄວາມ​ສັດ​ຊື່​ກໍ່​ໃຫ້​ມີ​ຄວາມ​ໄວ້​ໃຈ ແລະ​ຄວາມ​ໄວ້​ໃຈ​ເປັນ​ສິ່ງທີ່​ຈຳເປັນ​ເພື່ອ​ເຮັດ​ໃຫ້​ຄວາມ​ຮັກ​ເພີ່ມ​ຂຶ້ນ.

ໃນ​ທຸກ​ມື້​ນີ້​ເປັນ​ເລື່ອງ​ງ່າຍ​ແທ້ໆທີ່​ຄວາມ​ສັດ​ຊື່​ໃນ​ຄອບຄົວ​ຈະ​ຖືກ​ທຳລາຍ. ເພື່ອ​ຈະ​ຮັກສາ​ສາຍ​ໃຍ​ຄອບຄົວ​ຂອງ​ທ່ານ​ໄວ້ ທ່ານ​ຕ້ອງ​ຕັ້ງ​ໃຈ​ຢ່າງ​ຄັກ​ແນ່​ທີ່​ຈະ​ເຮັດ​ໃນ​ສອງ​ສິ່ງ​ນີ້.

1 ຈັດ​ລຳດັບ​ຄວາມ​ສຳຄັນ​ຂອງ​ຄອບຄົວ​ໃຫ້​ເໝາະ​ສົມ

ຄຳພີ​ໄບເບິນ​ແນະນຳ​ວ່າ: ໃຫ້ “ລອງ​ເບິ່ງ​ສິ່ງ​ທັງ​ຫຼາຍ​ທີ່​ເປັນ​ອັນ​ປະເສີດ​ທີ່ສຸດ [ສຳຄັນ​ກວ່າ].” (ຟີລິບ 1:10) ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ທ່ານ​ແມ່ນ​ຄອບຄົວ. ດັ່ງ​ນັ້ນ ທ່ານ​ຕ້ອງ​ຈັດ​ໃຫ້​ຄອບຄົວ​ມາ​ກ່ອນ​ສິ່ງ​ໃດໆທັງ​ໝົດ.

ພະ​ເຢໂຫວາ​ຢາກ​ໃຫ້​ທ່ານ​ໃສ່​ໃຈ​ຄູ່​ຂອງ​ທ່ານ​ເປັນ​ພິເສດ​ແລະ “ຊົມຊື່ນ​ຍິນດີ​ໃນ​ຊີວິດ” ນຳ​ກັນ. (ຜູ້​ເທສະໜາ​ປ່າວ​ປະກາດ 9:9) ພະອົງ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ​ບໍ່​ໃຫ້​ປ່ອຍ​ປະ​ລະເລີຍ​ກັນ ແຕ່​ໃຫ້​ຊອກ​ຫາ​ໂອກາດ​ທີ່​ຈະ​ເຮັດ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສຸກ. (1 ໂກລິນໂທ 10:24) ດັ່ງ​ນັ້ນ ຄວນ​ເຮັດ​ໃຫ້​ຄູ່ຂອງ​ທ່ານ​ຮູ້ສຶກ​ວ່າ​ທ່ານ​ເຫັນ​ຄຸນຄ່າ​ແລະ​ຕ້ອງການ​ລາວ.

ຜົວ​ເອົາ​ເຄື່ອງ​ດື່ມ​ຮ້ອນໆມາ​ໃຫ້​ເມຍ ຜົວ​ກັບ​ມາ​ເຮືອນ​ແລະ​ເຫັນ​ວ່າ​ເມຍ​ກຳລັງ​ເຫັນ​ແນວ​ກິນ

ຄຳ​ແນະນຳ:

  • ໃຫ້​ຈັດ​ເວລາ​ໄວ້​ເພື່ອ​ຢູ່​ນຳ​ກັນ​ເປັນ​ປະຈຳ ແລະ​ເອົາໃຈໃສ່​ຄວາມ​ຈຳເປັນ​ຂອງ​ອີກ​ຝ່າຍ​ໜຶ່ງ​ຢ່າງ​ເຕັມທີ

  • ແທນ​ທີ່​ຈະ​ຄິດ​ເຖິງ​ຄຳ​ວ່າ “ຂ້ອຍ” ໃຫ້​ຄິດເຖິງ​ຄຳ​ວ່າ “ພວກ​ເຮົາ”

ຜົວ​ແລະ​ເມຍ​ໃຊ້​ເວລາ​ນຳ​ກັນ​ໂດຍ​ການ​ໄປ​ກິນ​ເຂົ້າ​ນອກ​ເຮືອນ

2 ປົກ​ປ້ອງ​ຫົວໃຈ​ຂອງ​ທ່ານ​ໄວ້

ຄຳພີ​ໄບເບິນ​ແນະນຳ​ວ່າ: “ຄົນ​ທຸກ​ຄົນ​ທີ່​ເບິ່ງ​ຍິງ​ຜູ້​ໜຶ່ງ​ດ້ວຍ​ໃຈ​ຄຶດ​ຢາກໄດ້​ໃນ​ຍິງ​ນັ້ນ ຜູ້​ນັ້ນ​ໄດ້​ຫຼິ້ນ​ຊູ້​ສູ່​ໃນ​ໃຈ​ເອງ​ກັບ​ຍິງ​ນັ້ນ​ແລ້ວໆ.” (ມັດທາຍ 5:28) ຖ້າ​ຄົນ​ໃດ​ຄົນ​ໜຶ່ງ​ຄິດ​ເຖິງ​ແຕ່​ເລື່ອງ​ທີ່​ຜິດ​ສິນລະທຳ​ນັ້ນ​ກໍ​ເທົ່າ​ກັບ​ວ່າ​ລາວ​ກຳລັງ​ບໍ່​ສັດ​ຊື່​ຕໍ່​ຄູ່​ຂອງ​ຕົນ.

ພະ​ເຢໂຫວາ​ບອກ​ໃຫ້ “ຮັກສາ [ປົກ​ປ້ອງ] ໃຈ​ຂອງ​ເຈົ້າ​ໄວ້.” (ສຸພາສິດ 4:23; ເຢເຣມີ 17:9) ເພື່ອ​ຈະ​ເຮັດ​ໄດ້​ເຊັ່ນ​ນັ້ນ ທ່ານ​ຕ້ອງ​ປົກ​ປ້ອງ​ຕາ​ຂອງ​ທ່ານ​ໄວ້. (ມັດທາຍ 5:29, 30) ຂໍ​ໃຫ້​ເບິ່ງ​ຕົວຢ່າງ​ຂອງ​ໂຢບ​ເຊິ່ງ​ເປັນ​ຫົວ​ໜ້າ​ຄອບຄົວ​ທີ່​ໄດ້​ສັນຍາ​ວ່າ​ຈະ​ບໍ່​ເບິ່ງ​ຜູ້​ຍິງ​ຄົນ​ອື່ນ​ດ້ວຍ​ໃຈ​ລາຄະ​ຕັນຫາ. (ໂຢບ 31:1) ດັ່ງ​ນັ້ນ ຕ້ອງ​ໄດ້​ຕັ້ງ​ໃຈ​ຢ່າງ​ເດັດ​ຂາດ​ວ່າ​ຈະ​ບໍ່​ເບິ່ງ​ສື່​ລາມົກ​ໃດໆ ແລະ​ໃຫ້​ຫຼີກ​ລ່ຽງ​ການ​ສົນ​ໃຈ​ຄົນ​ທີ່​ບໍ່​ແມ່ນ​ຄູ່​ຂອງ​ຕົນ​ໃນ​ລັກສະນະ​ຊູ້​ສາວ.

ຜົວ​ເອົາ​ຮູບ​ຂອງ​ເມຍ​ມາ​ວາງ​ໄວ້​ເທິງ​ໂຕະ​ເຮັດ​ວຽກ

ຄຳ​ແນະນຳ:

  • ສະແດງ​ໃຫ້​ຄົນ​ອື່ນ​ເຫັນ​ຢ່າງ​ຊັດເຈນ​ວ່າ​ທ່ານ​ແຕ່ງ​ດອງ​ແລ້ວ

  • ໃຫ້​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ອີກ​ຝ່າຍ​ໜຶ່ງ ແລະ​ຕ້ອງ​ຍຸດຕິ​ການ​ຕິດ​ຕໍ່​ພົວ​ພັນ​ໃດໆທີ່​ອາດ​ເຮັດ​ໃຫ້​ຄູ່​ຂອງ​ທ່ານ​ຮູ້ສຶກ​ບໍ່ສະບາຍ​ໃຈ

ສິ່ງ​ທີ່​ທ່ານ​ຄວນ​ເຮັດ

ຕ້ອງ​ສັດ​ຊື່​ຕໍ່​ຕົນ​ເອງ ແລະ​ເບິ່ງ​ໃຫ້​ອອກ​ວ່າ​ຕົນ​ເອງ​ອ່ອນແອ​ໃນ​ດ້ານ​ໃດ. (ຄຳເພງ 15:2) ບໍ່​ຕ້ອງ​ອາຍ​ທີ່​ຈະ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ຄົນ​ອື່ນ. (ສຸພາສິດ 1:5) ຖ້າ​ທ່ານ​ຄິດ​ເຖິງ​ແຕ່​ເລື່ອງ​ທີ່​ຜິດ​ສິນລະທຳ​ທາງ​ເພດ ທ່ານ​ຕ້ອງ​ພະຍາຍາມ​ປະ​ຖິ້ມ​ຄວາມ​ຄິດ​ແບບ​ນັ້ນ​ໃຫ້​ໄດ້ ແລະ​ຢ່າ​ຍອມ​ແພ້. (ສຸພາສິດ 24:16) ເມື່ອ​ເຮັດ​ເຊັ່ນ​ນັ້ນ ພະ​ເຢໂຫວາ​ກໍ​ຈະ​ຊ່ວຍ​ທ່ານ​ໃຫ້​ເປັນ​ຄົນ​ສັດ​ຊື່​ຕໍ່ຄູ່ຂອງ​ທ່ານ.

ຖາມ​ຕົວ​ເອງ​ວ່າ . . .

  • ຂ້ອຍ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ມີ​ເວລາ​ໃຫ້​ກັບ​ຄູ່​ຂອງ​ຂ້ອຍ​ຫຼາຍ​ຂຶ້ນ?

  • ຂ້ອຍ​ໃຫ້​ຄູ່​ຂອງ​ຂ້ອຍ​ເປັນ​ເພື່ອນ​ທີ່​ດີ​ທີ່​ສຸດ​ບໍ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌