ບົດທີ 17
ໂມເຊເລືອກນະມັດສະການພະເຢໂຫວາ
ໃນປະເທດເອຢິບ ຜູ້ຄົນເອີ້ນຢາໂຄບແລະລູກຫຼານຂອງລາວວ່າພວກອິດສະຣາເອນ. ຫຼັງຈາກທີ່ຢາໂຄບແລະໂຢເຊັບຕາຍ ຟາໂຣອົງໃໝ່ກໍຂຶ້ນມາປົກຄອງ. ລາວຢ້ານວ່າພວກອິດສະຣາເອນຈະມີອຳນາດຫຼາຍກວ່າພວກເອຢິບ ລາວຈຶ່ງບັງຄັບພວກອິດສະຣາເອນໃຫ້ເປັນທາດ. ລາວບັງຄັບເຂົາເຈົ້າໃຫ້ເຮັດດິນຈີ່ແລະເຮັດວຽກໜັກຢູ່ກາງທົ່ງ. ແຕ່ແຮ່ງພວກເອຢິບກົດຂີ່ພວກອິດສະຣາເອນຫຼາຍສ່ຳໃດ ພວກອິດສະຣາເອນກໍແຮ່ງມີຈຳນວນຫຼາຍຂຶ້ນເລື້ອຍໆ. ຟາໂຣໃຈຮ້າຍຫຼາຍ ລາວຈຶ່ງສັ່ງຂ້າແອນ້ອຍຜູ້ຊາຍອິດສະຣາເອນທຸກຄົນທີ່ຫາກໍເກີດມາ. ເຈົ້ານຶກພາບອອກບໍວ່າພວກອິດສະຣາເອນຈະຢ້ານຫຼາຍສ່ຳໃດ?
ຜູ້ຍິງອິດສະຣາເອນຄົນໜຶ່ງຊື່ໂຢເກເບັດມີລູກຊາຍທີ່ໜ້າຮັກຫຼາຍ. ເພື່ອບໍ່ໃຫ້ລູກຖືກຂ້າ ລາວເລີຍເອົາລູກໃສ່ໃນກະຕ່າ ແລ້ວເອົາໄປວາງໄວ້ຢູ່ປ່າໄມ້ອໍ້ໃນແມ່ນ້ຳນິນ. ມີຣີອາມເອື້ອຍຂອງແອນ້ອຍໄດ້ຈອບເບິ່ງຢູ່ໃກ້ໆເພື່ອຊິຮູ້ວ່າຊິມີຫຍັງເກີດຂຶ້ນກັບນ້ອງບໍ່.
ລູກສາວຟາໂຣມາອາບນ້ຳຢູ່ແມ່ນ້ຳ ແລ້ວກໍເຫັນກະຕ່ານັ້ນ. ເມື່ອລາວເປີດກະຕ່າອອກກໍເຫັນແອນ້ອຍນອນໄຫ້ຢູ່ ແລະລາວຮູ້ສຶກອີ່ຕົນແອນ້ອຍຫຼາຍ. ແລ້ວມີຣີອາມກໍຖາມລາວວ່າ: ‘ທ່ານຢາກໃຫ້ຂ້ອຍໄປຊອກຫາຜູ້ຍິງມາລ້ຽງແອນ້ອຍໃຫ້ທ່ານບໍ?’ ເມື່ອລູກສາວຟາໂຣຕອບຕົກລົງ ມີຣີອາມຈຶ່ງໄປເອີ້ນໂຢເກເບັດແມ່ຂອງລາວມາ. ລູກສາວຟາໂຣບອກໂຢເກເບັດວ່າ: ‘ເອົາແອນ້ອຍຄົນນີ້ໄປລ້ຽງໃຫ້ຂ້ອຍແດ່ ແລ້ວຂ້ອຍຊິຈ່າຍເງິນໃຫ້ເຈົ້າ.’
ເມື່ອແອນ້ອຍໃຫຍ່ແລ້ວ ໂຢເກເບັດກໍເອົາໄປສົ່ງໃຫ້ລູກສາວຟາໂຣ. ແລ້ວລູກສາວຟາໂຣກໍຮັບມາເປັນລູກຂອງໂຕເອງແລະຕັ້ງຊື່ໃຫ້ວ່າໂມເຊ. ໂມເຊໃຫຍ່ຂຶ້ນມາເປັນເຈົ້າຊາຍແລະລາວກໍສາມາດມີທຸກຢ່າງທີ່ລາວຢາກໄດ້. ແຕ່ໂມເຊບໍ່ເຄີຍລືມພະເຢໂຫວາ. ລາວຮູ້ວ່າແທ້ໆແລ້ວລາວເປັນຄົນອິດສະຣາເອນ ບໍ່ແມ່ນຄົນເອຢິບ ແລະລາວກໍເລືອກຮັບໃຊ້ພະເຢໂຫວາ.
ເມື່ອໂມເຊອາຍຸ 40 ປີ ລາວຕັດສິນໃຈຊ່ວຍຄົນຊາດດຽວກັນກັບລາວ. ຕອນທີ່ລາວເຫັນຄົນເອຢິບກຳລັງຕີຄົນອິດສະຣາເອນທີ່ເປັນທາດ ລາວກໍຕີຄົນເອຢິບຈົນຕາຍ ແລ້ວກໍເອົາສົບຄົນນັ້ນໄປເຊື່ອງໄວ້ຢູ່ດິນຊາຍ. ເມື່ອຟາໂຣຮູ້ເລື່ອງນີ້ ຟາໂຣກໍພະຍາຍາມຈະຂ້າໂມເຊ. ແຕ່ໂມເຊໄດ້ໜີໄປແຜ່ນດິນມີດີອານແລະພະເຢໂຫວາກໍເບິ່ງແຍງລາວຢູ່ຫັ້ນ.
‘ຍ້ອນຄວາມເຊື່ອ ໂມເຊບໍ່ຍອມໃຫ້ຜູ້ໃດເອີ້ນລາວວ່າລູກຂອງລູກສາວຟາໂຣ. ລາວເລືອກທີ່ຈະຖືກຂົ່ມເຫງຮ່ວມກັບປະຊາຊົນຂອງພະເຈົ້າ.’—ເຮັບເຣີ 11:24, 25